1“ໂອ້ ຜູ້ສາວງາມລ້ຳເລີດໃນທ່າມກາງຜູ້ສາວຄົນອື່ນໆເອີຍ
ຄູ່ຮັກຂອງນາງໄດ້ແວ່ໄປທາງໃດ?
ເພື່ອພວກເຮົາຈະພາກັນໄປຊອກຫາດ້ວຍກັນກັບນາງ”
2ທີ່ຮັກຂອງຂ້ອຍລົງໄປສວນຂອງລາວໄປໃນສວນເຄື່ອງຫອມ
ເພື່ອຈະໄປລ້ຽງຝູງສັດຂອງຕົນໃນສວນ ແລະເພື່ອຈະເກັບດອກບົວ
3ຕົວຂ້ອຍເປັນກຳສິດຂອງທີ່ຮັກຂອງຂ້ອຍ
ແລະທີ່ຮັກຂອງຂ້ອຍກໍເປັນຂອງຂ້ອຍ ລາວລ້ຽງຝູງສັດຢູ່ທ່າມກາງໝູ່ດອກບົວ
4“ທີ່ຮັກຂອງອ້າຍເອີຍ ເຈົ້າຊ່າງສວຍງາມ ຄື ເມືອງຕີຣະຊາ
ແລະສວຍງາມຄືເຢຣູຊາເລັມ
ເປັນຕາໜ້າຮັກຄືບັນດາກອງທະຫານທີ່ຢູ່ໃຕ້ທຸງໄຊຢ່າງສະງ່າຜ່າເຜີຍ
5ຂໍຫຼຽວຕາຂອງນ້ອງອອກໄປຈາກອ້າຍສາ ເພາະວ່າຕານັ້ນເຮັດໃຫ້ອ້າຍວຸ້ນວາຍ
ຜົມຂອງນ້ອງເໝືອນຝູງ ແບ້ທີ່ເຄື່ອນໄປມາຕາມເນີນພູກີເລອາດ
6ແຂ້ວຂອງນ້ອງຄືຝູງແກະໂຕແມ່ທີ່ຫາກໍຂຶ້ນມາຈາກການຊຳລະລ້າງ
ມີລູກແຝດຕິດມາທຸກໂຕ ແລະບໍ່ມີໂຕໃດທີ່ເປັນໝັນ
7ຂະໝັບຂອງນ້ອງເໝືອນໝາກພິລາເຄິ່ງໜ່ວຍທີ່ຢູ່ໃນຜ້າຄຸມຫົວ
8ມີມະເຫສີຫົກສິບຄົນ, ເມຍນ້ອຍແປດສິບຄົນ
ແລະພວກຍິງພົມມະຈາລີອີກຫລາຍເຫລືອຈະນັບ
9ນົກກາງແກຂອງອ້າຍ ຍິງທີ່ຍອດຢ້ຽມທີ່ສຸດຂອງອ້າຍເອີຍ
ນາງເປັນລູກໂທນຄົນດຽວຂອງແມ່ ເປັນຜູ້ທີ່ເລືອກໄວ້ຈາກແມ່ຜູ້ໃຫ້ກຳເນີດນາງ
ພວກຜູ້ສາວໄດ້ເຫັນນາງ ແລະໄດ້ກ່າວວ່າ ນາງຜູ້ມີຄວາມຜາສຸກ ມະເຫສີທັງຫລາຍ
ແລະພວກເມຍນ້ອຍກໍສັນລະເສີນຍ້ອງຍໍນາງວ່າ
10“ຜູ້ຍິງຄົນນີ້ ແມ່ນຜູ້ໃດໜໍທີ່ປະກົດຂຶ້ນຄື ຮຸ່ງອາລຸນຕອນເຊົ້າ
ງາມຄືດວງເດືອນ, ບໍລິສຸດຜຸດຜ່ອງຄືດວງອາທິດເປັນຕາໜ້າຮັກ
ຄືກອງທະຫານທີ່ຢືນຢູ່ໃຕ້ທຸງໄຊຢ່າງສະງ່າຜ່າເຜີຍ?”
11ອ້າຍໄດ້ລົງໄປໃນສວນໝາກຖົ່ວ ເພື່ອຈະໄດ້ເຫັນປ່າຫຍ້າຂຽວສົດຕາມຮ່ອມພູ
ເພື່ອຈະເບິ່ງວ່າ ເຄືອອະງຸ່ນປົ່ງດອກຈູມ ຫລືບໍ່?
ແລະຕົ້ນໝາກພິລາມີດອກບານແລ້ວຫລືບໍ່?
12ເມື່ອອ້າຍຍັງບໍ່ທັນຮູ້ຕົວ ຈິດໃຈຂອງອ້າຍໄດ້ເອົາຕົວອ້າຍໄປ
ເໝືອນລົດມ້າຂອງອາມິນາດິບ
13ກັບມາທ້ອນ ກັບມາສາ ຊາວຊູເນມ
ກັບມາເຖີດ ກັບມາ ເພື່ອພວກເຮົາຈະໄດ້ເຫັນເຈົ້າ
ເປັນຫຍັງພວກເຈົ້າຈິ່ງຢາກເບິ່ງນາງນໍ
ຂະນະທີ່ພວກນາງກຳລັງຟ້ອນລຳຢູ່ທ່າມກາງບັນດາຄົນທີ່ຊົມຢູ່