ເຈົ້າ​ສາວ​ຊອກ‌ຫາ​ເຈົ້າ‌ບ່າວ ແລະ​ໄດ້​ພົບ​ກັບ​ເຈົ້າ‌ບ່າວ

1ຍາມ​ກາງ‌ຄືນ ເທິງ​ຕຽງ​ຂອງ​ຂ້ອຍ​ໄດ້​ຊອກ‌ຫາ​ຜູ້​ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ

ຂ້ອຍ​ຊອກ‌ຫາ​ລາວ ແຕ່​ຫາ​ບໍ່​ພົບ

2“ບັດ‌ນີ້​ຂ້ອຍ​ຈະ​ລຸກ‌ຂຶ້ນ ແລ້ວ​ຈະ​ທ່ຽວ​ໄປ​ອ້ອມ‌ຮອບ​ເມືອງ​ໄປ​ຕາມ​ຖະໜົນ

ແລະ​ໃນ​ທີ່​ສາ‌ທາ‌ລະນະ ຂ້ອຍ​ຈະ​ຊອກ‌ຫາ​ຜູ້‌ນັ້ນ​ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ”

ຂ້ອຍ​ໄດ້​ຊອກ‌ຫາ​ລາວ ແຕ່​ຫາ​ບໍ່​ພົບ

3ພວກ​ທີ່​ເຝົ້າ‌ຍາມ​ໃນ​ເມືອງ​ນັ້ນ​ໄດ້​ພົບ​ຂ້ອຍ ແລ້ວ​ຂ້ອຍ​ຖາມ​ພວກ​ເຂົາ​ວ່າ

“ໝູ່​ເຈົ້າ​ເຫັນ​ຜູ້‌ນັ້ນ​ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​ບໍ?”

4ເມື່ອ​ຂ້ອຍ​ຜ່ານ​ຜູ້​ເຝົ້າ‌ຍາມ​ມາ​ໜ້ອຍ‌ໜຶ່ງ

ຂ້ອຍ​ກໍ‌ໄດ້​ພົບ​ຜູ້‌ນັ້ນ​ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ

ຂ້ອຍ​ໄດ້​ຈັບ​ຕົວ​ລາວ​ໄວ້​ແໜ້ນ ແລະ​ບໍ່‌ຍອມ​ປ່ອຍ​ໃຫ້​ລາວ​ຫລຸດ​ໄປ​ເລີຍ

ຈົນ​ຂ້ອຍ​ພາ​ລາວ​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ແມ່​ຂ້ອຍ

ແລະ​ໃຫ້​ເຂົ້າ​ມາ​ໃນ​ຫ້ອງ ຊຶ່ງ​ແມ່​ຂອງ​ຂ້ອຍ​ໄດ້​ເກີດ​ຂ້ອຍ

5ໂອ ລູກ‌ສາວ​ທັງ‌ຫລາຍ​ຂອງ​ເມືອງ​ເຢ­ຣູ­ຊາ­ເລັມ​ເອີຍ

ຂ້ອຍ​ຂໍ​ໃຫ້​ນາງ​ທັງ‌ຫລາຍ​ປະຕິ‌ຍານ​ຕໍ່​ໂຕ​ເຍືອງ

ຫລື​ກວາງ​ໂຕ​ແມ່​ໃນ​ທົ່ງ​ວ່າ ຢ່າ‌ຊູ່​ປຸກ ຢ່າ‌ຊູ່​ປຸກ

ຄວາມ­ຮັກ​ໃຫ້​ຕື່ນ​ຈົນ​ກວ່າ​ມັນ​ຈະ​ມີ​ຈິດ­ໃຈ​ພ້ອມ​ແລ້ວ

ການ​ຍົກ‌ຍ້ອງ​ເຈົ້າ‌ບ່າວ​ກັບ​ເພື່ອນໆ

6“ຜູ້‌ໃດ​ໜໍ​ທີ່​ກຳ‌ລັງ​ຂຶ້ນ​ມາ​ຈາກ​ຖິ່ນ‌ແຫ້ງແລ້ງ​ກັນ‌ດານ​ເບິ່ງ​ຄື​ເສົາ​ຄວັນ​ໄຟ

ຫອມ​ໄປ​ດ້ວຍ​ຢາງ‌ໄມ້‌ຫອມ ແລະ​ກຳ‌ຍານ ແລະ​ບັນ‌ດາ​ເຄື່ອງ­ຫອມ​ຂອງ​ພວກ​ພໍ່‌ຄ້າ?

7ເບິ່ງ​ແມ ເປັນ​ຕຽງ‌ນອນ​ຂອງ​ກະ­ສັດ​ໂຊ­ໂລ­ໂມນ

ມີ​ຄົນ‌ທີ່​ແຂງ‌ແຮງ 60 ຄົນ ໃນ​ທ່າ‌ມກາງ​ຊາວ​ອິດ­ສະ­ຣາ­ເອນ​ອ້ອມ‌ຮອບ​ຕຽງ‌ນອນ​ນັ້ນ.

8ພວກ​ເຂົາ​ຖື​ດາບ ແລະ​ເປັນ​ຜູ້​ຊຳ‌ນານ​ໃນ​ການ‌ເຮັດ​ເສິກ

ພວກ​ເຂົາ​ທຸກ​ຄົນ​ເໜັບ​ດາບ​ໄວ້​ຢູ່​ກົກ‌ຂາ​ຂອງ‌ຕົນ

ເພາະ​ຢ້ານ​ໄພ​ອັນ‌ຕະລາຍ​ໃນ​ກາງ‌ຄືນ

9ກະ­ສັດ​ໂຊ­ໂລ­ໂມນ​ໄດ້​ເອົາ​ໄມ້​ມາ​ຈາກ​ພູ​ເລ­ບາ­ນອນ

ສ້າງ​ຕຽງ‌ນອນ​ດ້ວຍ​ຕົວ​ພະ‌ອົງ​ເອງ

10ພະ‌ອົງ​ຊົງ​ເຮັດ​ເສົາ​ຕຽງ​ນັ້ນ​ດ້ວຍ​ເງິນ ແລະ​ບ່ອນ​ອີງ​ເຮັດ​ດ້ວຍ​ທອງ‌ຄຳ

ແລະ​ບ່ອນ​ນັ່ງ​ທາ​ດ້ວຍ​ສີ‌ມ່ວງ ຂ້າງ​ໃນ​ນັ້ນ​ໂອບ​ໄວ້​ດ້ວຍ​ຄວາມ­ຮັກ

ໂດຍ​ບຸດ​ສາວ​ຂອງ​ເມືອງ​ເຢ­ຣູ­ຊາ­ເລັມ

11ໂອ ບຸດ​ສາວ​ແຫ່ງ​ຊີ­ໂອນ​ເອີຍ ຈົ່ງ​ອອກ​ມາ​ສາ ໄປ​ເບິ່ງ​ກະ­ສັດ​ໂຊ­ໂລ­ໂມນ

ຖື​ມົງກຸດ ຊຶ່ງ​ແມ່​ຂອງ​ພະ‌ອົງ​ໄດ້​ສວມ​ໃຫ້

ໃນ​ມື້​ທີ່​ພະ‌ອົງ​ໄດ້​ຊົງ​ອະພິ‌ເສກ​ມະ‌ເຫ‌ສີ​ນັ້ນ

ໃນ​ມື້​ທີ່​ພະ‌ໄທ​ຂອງ​ພະ‌ອົງ​ຊົງ​ເບີກ‌ບານ”