ຍອດເພງ

ຍອດ‌ເພງ

1ບົດ‌ເພງ​ອັນ​ໜ້າ​ອອນ‌ຊອນ​ຂອງ​ກະ­ສັດ​ໂຊ­ໂລ­ໂມນ.

ບົດ‌ເພງ​ທີ​ໜຶ່ງ

ຍິງ‌ສາວ:

2ປາກ​ຂອງ​ອ້າຍ​ໄດ້​ຈູບ​ນ້ອງ

ຄວາມ­ຮັກ​ຂອງ​ອ້າຍ​ຫວານ​ກວ່າ​ນ້ຳອະງຸ່ນ.

3ຕົວ​ອ້າຍ​ມີ​ກິ່ນ‌ຫອມ​ຫວນ

ຊື່​ຂອງ​ອ້າຍ​ພາ‌ໃຫ້​ນ້ອງ​ຄິດ​ເຖິງ​ກິ່ນ‌ຫອມ​ນັ້ນ

ແລະ​ບໍ່​ມີ​ຍິງ​ໃດ​ທີ່​ຈະ​ບໍ່​ຮັກ​ອ້າຍ.

4ຂໍ​ໃຫ້​ນ້ອງ​ໄປ​ກັບ​ອ້າຍ ແລະ​ພວກ‌ເຮົາ​ພາ‌ກັນ​ໜີ

ຈົ່ງ​ເປັນ​ພະ‌ລາຊາ​ຂອງ​ນ້ອງ ແລະ​ພາ​ນ້ອງ​ເຂົ້າ‌ໄປ​ໃນ​ຫ້ອງ​ນອນ​ຂອງ​ອ້າຍ

ຖ້າ‌ວ່າ​ອ້າຍ​ຢູ່​ທີ່​ນີ້ ພວກ‌ເຮົາ​ທັງ​ສອງ​ກໍ​ຈະ​ມີ​ຄວາມ‌ສຸກ

ພວກ‌ເຮົາ​ດື່ມ​ນ້ຳ‌ອະງຸ່ນ ແລະ​ຊື່ນ​ຊົມ​ໃນ​ຄວາມ­ຮັກ

ນ້ອງ​ພໍ‌ໃຈ​ທີ່‌ສຸດ​ທີ່​ໄດ້​ຮັກ​ກັບ​ອ້າຍ.

5ຍິງ​ນະ‌ຄອນ​ເຢ­ຣູ­ຊາ­ເລັມ​ເອີຍ ແສງ​ຕາ‌ເວັນ​ເຮັດ‌ໃຫ້​ຂ້ອຍ​ແຫ‌ລ້ ແຕ່​ຍັງ​ງາມ​ຢູ່

ຕົວ​ຂອງ​ອ້າຍ​ເປັນ​ສີ‌ນ້ຳຕານ ເໝືອນ​ດັ່ງ​ຜ້າ​ເຕັນ​ກາງ​ໄວ້​ໃນ​ຖິ່ນ‌ແຫ້ງແລ້ງ​ກັນ‌ດານ

ແລະ​ມີ​ສີ​ເໝືອນ​ດັ່ງ​ຜ້າ‌ກັ້ງ​ໃນ​ພະ‌ລາຊະວັງ​ກະ­ສັດ​ໂຊໂລໂມນ.

6ຢ່າ​ຫລຽວ​ເບິ່ງ​ຢ່າງ​ດູ‌ໝິ່ນ​ໃນ​ສີ​ຜິວ‌ພັນ​ຂອງ​ຂ້ອຍ

ເພາະ​ຕາ‌ເວັນ​ໄດ້​ແຜດ‌ເຜົາ​ຂ້ອຍ

ອ້າຍ​ນ້ອງ​ຂອງ​ຂ້ອຍ ໃຈ​ຮ້າຍ​ຂ້ອຍ

ແລະ​ໃຊ້​ຂ້ອຍ​ເຮັດ‌ວຽກ​ຢູ່‌ໃນ​ສວນ‌ອະງຸ່ນ

ຂ້ອຍ​ຈຶ່ງ​ບໍ່​ມີ​ເວ‌ລາ​ຮັກ‌ສາ​ຕົວ​ຂ້ອຍເອງ.

7ທີ່​ຮັກ​ຂອງ​ນ້ອງ​ເອີຍ ກະ‌ລຸ‌ນາ​ບອກ​ນ້ອງ​ແດ່​ວ່າ

ອ້າຍ​ຈະ​ພາ​ຝູງ​ສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ບ່ອນ​ໃດ?

ເວ‌ລາ​ຕາ‌ເວັນ​ທ່ຽງ​ອ້າຍ​ພາ​ພວກ​ມັນ​ຢຸດ​ພັກ​ຢູ່​ໃສ?

ເປັນ​ຫຍັງ​ນ້ອງ​ຈຶ່ງ​ຕ້ອງ​ຊອກ‌ຫາ​ອ້າຍ

ຢູ່​ທ່າ‌ມກາງ​ຝູງ​ສັດ​ຂອງ​ພວກ​ຜູ້­ລ້ຽງ­ແກະ​ຄົນ​ອື່ນ?

ຄົນ​ຮັກ​ຂອງ​ນາງ:

8ຍິງ​ງາມ​ເດັ່ນ​ໃນ​ທ່າ‌ມກາງ​ຍິງ​ທັງ‌ຫລາຍ​ເອີຍ

ຖ້າ​ນ້ອງ​ບໍ່​ຮູ້‌ຈັກ​ບ່ອນ ຈົ່ງ​ຕິດ‌ຕາມ​ຝູງ​ສັດ​ນັ້ນ​ໄປ

ແລ້ວ​ນ້ອງ​ຈະ​ພົບ​ເດີ່ນ‌ຫຍ້າ​ສຳ‌ລັບ​ຝູງ​ແບ້​ຂອງ​ນ້ອງ

ຢູ່​ໃກ້​ຜ້າ​ເຕັນ​ຂອງ​ພວກ​ລ້ຽງ​ແກະ​ພຸ້ນ.

9ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ປຽບ‌ເໝືອນ​ມ້າ​ແມ່​ທີ່​ທຽມ​ລົດ‌ມ້າ

ຂອງ​ຟາ­ຣາ­ໂອ ກະ­ສັດ​ແຫ່ງ​ເອ­ຢິບ.

10ນ້ອງ​ເປຍ​ຜົມ​ງາມ ແລະ​ຢ່ອນ‌ລົງ​ຕາມ​ຄໍ​ດັ່ງ​ເພັດພອຍ.

11ແຕ່‌ວ່າ​ອ້າຍ​ຈະ​ເອົາ​ສາຍ‌ສ້ອຍ​ຄຳ​ກັບ​ເຄື່ອງ​ເອ້​ທີ່​ເຮັດ​ດ້ວຍ​ເງິນ​ໃຫ້​ນ້ອງ.

ຍິງ‌ສາວ:

12ໃນ​ຂະ‌ນະ​ທີ່​ເຈົ້າ​ຊີ­ວິດ​ຢູ່​ເທິງ​ຕຽງ‌ນອນ

ກິ່ນ​ນ້ຳ​ຫອມ​ຂອງ​ຂ້ອຍ​ໄດ້​ສົ່ງ​ກິ່ນ‌ຫອມ​ໄປ.

13ຄົນ​ຮັກ​ຂອງ​ຂ້ອຍ​ເໝືອນ​ດັ່ງ​ຢາງ‌ໄມ້‌ຫອມ

ທີ່​ວາງ​ໄວ້​ຢູ່​ເທິງ​ເອິກ​ຂອງ​ຂ້ອຍ.

14ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ເໝືອນ​ດອກໄມ້‌ປ່າ

ຊຶ່ງ​ບານ​ຢູ່‌ໃນ​ສວນ‌ອະງຸ່ນ​ທີ່​ເມືອງ​ເອັ­ນ-ເກດີ.

ຄົນ​ຮັກ​ຂອງ​ນາງ:

15ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ເປັນ​ຍິງ​ທີ່​ງົດ‌ງາມ​ທີ່‌ສຸດ

ຕາ​ຂອງ​ນ້ອງ​ສ່ອງ‌ແສງ​ດ້ວຍ​ຄວາມຮັກ.

ຍິງ‌ສາວ:

16ສຸດ​ທີ່​ຮັກ​ຂອງ​ນ້ອງ​ເອີຍ ອ້າຍ​ເປັນ​ຊາຍ​ສະ‌ຫງ່າ​ງາມ

ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ສຳ‌ລານ

ຫຍ້າ​ຂຽວ​ສົດ​ຈະ​ເປັນ​ຕຽງ‌ນອນ​ຂອງ​ພວກເຮົາ.

17ຕົ້ນ‌ສົນ​ຈະ​ເປັນ​ເສົາ​ເຮືອນ​ຂອງ​ພວກ‌ເຮົາ

ແລະ​ໄມ້​ສົນ​ຈະ​ເປັນ​ເພ‌ດານ​ຂອງ​ມັນ.