ຄວາມ​ຢ້ານ ແລະ​ຄວາມ​ສະ‌ທ້ານ​ຫວັ່ນ‌ໄຫວ​ມາ​ເໜືອ​ດາ­ວິດ

ເຖິງ​ຫົວ‌ໜ້າ​ນັກ‌ຮ້ອງ​ໃຊ້​ເຄື່ອງ‌ສາຍ ມັດ­ຊະ­ຂິນ​ບົດ​ໜຶ່ງ ເພງ­ສັນ­ລະ­ເສີນ​ຂອງ​ດາ­ວິດ

1ຂ້າ​ແດ່​ພຣະ­ເຈົ້າ ຂໍ​ຫງ່ຽງ​ພຣະ‌ກັນ​ຮັບ​ຟັງ​ຄຳ​ອະ­ທິ­ຖານ​ຂອງ​ຂ້າ‌ນ້ອຍ

ຂໍ​ຢ່າ​ເຊື່ອງ​ພຣະ‌ອົງ​ຈາກ​ຄຳ​ອ້ອນວອນ​ຂອງ​ຂ້າ‌ນ້ອຍ

2ຂໍ​ໂຜດ​ຮັບ​ຟັງ ແລະ​ຂໍ​ຟັງ​ຂ້າ‌ນ້ອຍ ຂ້າ‌ນ້ອຍ​ໂສກ‌ເສົ້າ

ໃນ​ເລື່ອງ​ຮ້ອງ‌ທຸກ​ຂອງ​ຂ້າ‌ນ້ອຍ ຂ້າ‌ນ້ອຍ​ຈຶ່ງ​ສົ່ງ‌ສຽງ​ຄວນ​ຄາງ

3ເພາະ​ສຽງ​ຂອງ​ສັດ‌ຕູ ເພາະ​ການ‌ບີບ​ບັງ‌ຄັບ​ຂອງ​ຄົນ‌ຊົ່ວ

ເຫດ​ວ່າ​ພວກ​ເຂົາ​ຟ້ອງ​ວ່າ​ຂ້າ‌ນ້ອຍ​ໄດ້​ເຮັດ​ຄວາມ​ຊົ່ວ‌ຊ້າ

ແລະ​ບົ່ມ​ຄວາມ​ກຽດ­ຊັງ​ຂ້າ‌ນ້ອຍ​ໂດຍ​ຄວາມ​ຮ້າຍ

4ຈິດ­ໃຈ​ຂອງ​ຂ້າ‌ນ້ອຍ​ທົນ​ທຸກ ຢູ່‌ໃນ​ຂ້າ‌ນ້ອຍ

ຄວາມ​ຢ້ານ‌ກົວ​ຂອງ​ມັດຈຸ‌ລາດ​ຕົກ​ເໜືອ​ຂ້າ‌ນ້ອຍ

5ຄວາມ​ຢ້ານ ແລະ​ຄວາມ​ສະ‌ທ້ານ​ຫວັ່ນ‌ໄຫວ​ມາ​ເໜືອ​ຂ້າ‌ນ້ອຍ

ຄວາມ­ຄິດ​ຢ້ານ​ສັ່ນ​ເຊັນ ຖ້ວມ​ຂ້າ‌ນ້ອຍ

6ແລະ​ຂ້າ‌ນ້ອຍ​ກ່າວ​ວ່າ “ໂອ ຂ້າ‌ນ້ອຍ​ຢາກ​ມີ​ປີກ​ເໝືອນ​ນົກ‌ເຂົາ

ຈະ​ໄດ້​ບິນ​ໜີ​ໄປ ແລະ​ຈະ​ຢູ່​ຢ່າງ​ສະ‌ຫງົບ

7ເບິ່ງ​ແມ ຂ້າ‌ນ້ອຍ​ຈະ​ໄດ້​ພະ‌ເນ‌ຈອນ​ໄປ​ໄກ

ຂ້າ‌ນ້ອຍ​ຈະ​ໄດ້​ພັກ​ຢູ່‌ໃນ​ຖິ່ນ‌ແຫ້ງແລ້ງ​ກັນ‌ດານເຊ­ລາ

8ຂ້າ‌ນ້ອຍ​ຈະ​ຮີບ​ໜີ​ໄປ​ຈາກ​ລົມ‌ແດງ ແລະ​ພາ‌ຍຸ”

ດາ­ວິດ​ຂໍ​ພຣະ­ເຈົ້າ​ໃຫ້​ທຳ‌ລາຍ​ພວກ​ສັດ‌ຕູ​ຂອງ​ເພິ່ນ

9ຂ້າ​ແດ່​ອົງ​ພຣະຜູ້‌ເປັນ‌ເຈົ້າ ຂໍ​ທຳ‌ລາຍ ແລະ​ໃຫ້​ພາ‌ສາ​ຂອງ​ພວກ​ເຂົາ​ຫຍຸ້ງ​ໄປ

ເພາະ​ຂ້າ‌ນ້ອຍ​ເຫັນ​ການ​ຮຸນ‌ແຮງ ແລະ​ການ​ວຸ້ນ‌ວາຍ​ທີ່‌ຢູ່​ໃນ​ນະ‌ຄອນ

10ພວກ​ເຂົາ​ຍ່າງ​ເທິງ​ກຳ‌ແພງ​ຮອບ​ນະ‌ຄອນ​ຢູ່​ທັງ​ກາງ‌ເວັນ​ແລະ​ກາງ‌ຄືນ

ແລະ​ຄວາມ​ຜິດ‌ບາບ​ກັບ​ຄວາມ​ເສົ້າ‌ໂສກ​ຢູ່​ພາຍ‌ໃນ​ນະ‌ຄອນ

11ຄວາມ​ຊົ່ວ‌ຊ້າ​ມີ​ຢູ່​ທ່າ‌ມກາງ​ນາງ ການ‌ຫລອກລວງ

ແລະ​ການ‌ສໍ້ໂກງ​ບໍ່​ໜີ​ໄປ​ຈາກ​ຖະໜົນ​ຂອງ​ນາງ

12ເຫດ​ວ່າ​ຜູ້​ທີ່​ໄດ້​ປະ‌ຈານ​ຂ້າ‌ນ້ອຍ ບໍ່‌ແມ່ນ​ຜູ້​ທີ່​ເປັນ​ສັດ‌ຕູ

ຖ້າ​ແມ່ນ​ສັດ‌ຕູ ຂ້າ‌ນ້ອຍ​ຈະ​ອົດ‌ທົນ​ໄດ້

ຜູ້​ທີ່​ຍົກ​ຕົວ​ຂຶ້ນ​ດ້ວຍ​ຈອງ­ຫອງ​ເພື່ອ​ຕໍ່‌ສູ້​ຂ້ອຍ

ບໍ່‌ແມ່ນ​ຜູ້​ທີ່​ກຽດ­ຊັງ​ຂ້າ‌ນ້ອຍ

ຖ້າ​ແມ່ນ​ຜູ້‌ນັ້ນ​ຂ້າ‌ນ້ອຍ​ຈະ​ໄດ້​ໜີ​ຈາກ​ມັນ​ໄດ້

13ແຕ່​ແມ່ນ​ທ່ານ ທີ່​ເປັນ​ເພື່ອນ​ກັບ​ຂ້າ‌ນ້ອຍ

ເປັນ​ຜູ້​ຮ່ວມ​ງານ​ຂອງ​ຂ້າ‌ນ້ອຍ ເປັນ​ມິດ​ຜູ້​ຮູ້‌ຈັກ​ມັກ​ຄຸ້ນ​ກັບ​ຂ້າ‌ນ້ອຍ

14ເຮົາ​ເຄີຍ​ສົນ‌ທະ‌ນາ​ປາ​ໄສ​ກັນ​ຢ່າງ​ຊື່ນ‌ໃຈ

ເຮົາ​ດຳ­ເນີນ​ໃນ​ພຣະ‌ວິຫານ​ຂອງ​ພຣະ­ເຈົ້າ​ແບບ​ເພື່ອນ​ສະ‌ນິດ

15ຂໍ​ມັດຈຸ‌ລາດ​ມາ​ຫາ​ພວກ​ເຂົາ​ເຫລົ່າ‌ນັ້ນ ໃຫ້​ລົງ​ໄປ​ຍັງ​ນະ­ຮົກ​ທັງ​ເປັນ

ເພາະ​ຄວາມ​ຊົ່ວ‌ຊ້າ​ຢູ່‌ໃນ​ທີ່‌ຢູ່​ອາ‌ໄສ​ຂອງ​ພວກ​ເຂົາ ແລະ​ຢູ່​ທ່າ‌ມກາງ​ພວກ​ເຂົາ

16ສຳ‌ລັບ​ຂ້າ‌ນ້ອຍ ຂ້າ‌ນ້ອຍ​ຈະ​ຮ້ອງ​ທູນ​ຕໍ່​ພຣະ­ເຈົ້າ

ແລະ​ພຣະຜູ້‌ເປັນ‌ເຈົ້າ​ຈະ​ຊ່ວຍ​ຂ້າ‌ນ້ອຍ​ໃຫ້​ລອດ‌ພົ້ນ

17ທັງ​ຕອນ​ເຊົ້າ ຕອນ​ຄ່ຳ ແລະ​ຕອນ​ທ່ຽງ

ຂ້າ‌ນ້ອຍ​ຈະ​ອະ­ທິ­ຖານ ແລະ​ຮ້ອງ‌ທຸກ

ແລະ​ພຣະ‌ອົງ​ຈະ​ຮັບ​ຟັງ‌ສຽງ​ຂອງ​ຂ້າ‌ນ້ອຍ

18ພຣະ‌ອົງ​ໄດ້​ຊ່ວຍ​ຈິດ‌ວິນຍານ​ຂອງ​ຂ້າ‌ນ້ອຍ

ໃຫ້​ປອດ‌ໄພ​ຈາກ​ສົງ­ຄາມ​ທີ່​ຂ້າ‌ນ້ອຍ​ຕໍ່‌ສູ້​ຢູ່

ເພາະ​ຄົນ​ເປັນ​ຈຳນວນ‌ຫລາຍ​ຢູ່​ຝ່າຍ​ຂ້າ‌ນ້ອຍ

19ພຣະ­ເຈົ້າ​ຈະ​ຮັບ​ຟັງ ແລະ​ລົ້ມ​ພວກ​ເຂົາ​ລົງ ຄື​ພຣະ‌ອົງ​ຜູ້​ດຳ‌ລົງ​ຢູ່​ຕັ້ງ‌ແຕ່​ບູຮານ

ເຊ­ລາ

ເພາະ​ພວກ​ເຂົາ​ບໍ່​ປ່ຽນ ພວກ​ເຂົາ​ຈຶ່ງ​ບໍ່​ຢຳ‌ເກງ​ພຣະ­ເຈົ້າ

20ລາວ​ຍື່ນ​ມື​ອອກ​ຕໍ່‌ສູ້​ຜູ້​ທີ່‌ຢູ່​ຢ່າງ​ສັນ‌ຕິ​ກັບ​ລາວ

ລາວ​ຝ່າ‌ຝືນ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ລາວ

21ຄຳ​ເວົ້າ​ຈາກ​ປາກ​ຂອງ​ລາວ​ມື່ນ​ກວ່າ​ນ້ຳ​ນົມ​ຂຸ່ນ

ແຕ່​ສົງ­ຄາມ​ຢູ່​ພາຍ‌ໃນ​ໃຈ​ຂອງ​ລາວ

ຖ້ອຍ‌ຄຳ​ຂອງ​ລາວ​ອ່ອນ‌ນຸ່ມ​ຫລາຍ‌ກວ່າ​ນ້ຳ­ມັນ

ແຕ່​ຖ້າ‌ວ່າ​ເປັນ​ດາບ​ທີ່​ຖອດ‌ອອກ​ມາ​ແລ້ວ

22ຈົ່ງ​ມອບ​ພາ‌ລະ​ຂອງ​ທ່ານ​ໄວ້​ກັບ​ພຣະຜູ້‌ເປັນ‌ເຈົ້າ

ແລະ​ພຣະ‌ອົງ​ຈະ​ຄ້ຳ​ຊູ​ທ່ານ

ພຣະ‌ອົງ​ຈະ​ບໍ່‌ຍອມ​ໃຫ້​ຄົນ​ຊອບ­ທຳ​ສັ່ນ​ຄອນ​ເລີຍ

23ຂ້າ​ແດ່​ພຣະ­ເຈົ້າ ແຕ່​ພຣະ‌ອົງ​ຈະ​ຖິ້ມ​ພວກ​ເຂົາ​ລົງ​ສູ່​ປາກ​ແດນ​ຄົນ​ຕາຍ

ຄົນ‌ທີ່​ເຮັດ‌ໃຫ້​ຄົນ​ເລືອດ​ຕົກ ແລະ​ຄົນ​ຫລອກ‌ລວງ​ຈະ​ມີ‌ຊີວິດ​ຢູ່

ບໍ່​ເຖິງ​ເຄິ່ງ​ຈຳ‌ນວນ​ເວ‌ລາ​ຂອງ​ພວກ​ເຂົາ ແຕ່​ຂ້າ‌ນ້ອຍ​ຈະ​ວາງ‌ໃຈ​ໃນ​ພຣະ‌ອົງ