1ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງນາບຂູ່ຂ້ານ້ອຍ
ດ້ວຍຄວາມໂກດຮ້າຍຂອງພຣະອົງ
ຫລືຕີສອນຂ້ານ້ອຍດ້ວຍພຣະພິໂລດຂອງພຣະອົງ
2ເພາະລູກທະນູຂອງພຣະອົງຈົມເຂົ້າໄປໃນຂ້ານ້ອຍ
ແລະພຣະຫັດຂອງພຣະອົງລົງມາເຖິງຫົວຂ້ານ້ອຍ
3ເພາະພຣະພິໂລດຂອງພຣະອົງ ຈຶ່ງບໍ່ມີຄວາມປົກກະຕິ
ໃນເນື້ອໜັງຂອງຂ້ານ້ອຍ
ເພາະບາບຂອງຂ້ານ້ອຍຈຶ່ງບໍ່ມີອະນາໄມໃນກະດູກຂອງຂ້ານ້ອຍ
4ເພາະຄວາມຊົ່ວຊ້າຂອງຂ້ານ້ອຍຖ້ວມຫົວ
ມັນໜັກເໝືອນພາລະ ຊຶ່ງໜັກເຫລືອກຳລັງຂ້ານ້ອຍ
5ເພາະຄວາມໂງ່ຈ້າຂອງຂ້ານ້ອຍ ບາດແຜຂອງຂ້ານ້ອຍຈຶ່ງເໝັນ
ແລະເປື່ອຍເນົ່າ
6ຂ້ານ້ອຍໜັກໃຈ ຂ້ານ້ອຍ ຈຶ່ງລົ້ມລົງ
ຂ້ານ້ອຍຍ່າງເປັນທຸກໄປແຕ່ເຊົ້າຮອດຄ່ຳ
7ເພາະບັ້ນແອວຂອງຂ້ານ້ອຍເຕັມໄປດ້ວຍພະຍາດທີ່ໜ້າລັງກຽດ
ແລະບໍ່ມີຄວາມປົກກະຕິໃນເນື້ອໜັງຂອງຂ້ານ້ອຍ
8ຂ້ານ້ອຍຊຸດໂຊມ ແລະບວມຊ້ຳ
ຂ້ານ້ອຍຄ່ຳຄວນ ເພາະໃຈຂ້ານ້ອຍບໍ່ສະຫງົບ
9ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມປາດຖະໜາທັງໝົດຂອງຂ້ານ້ອຍ
ກໍແຈ້ງຢູ່ຕໍ່ພຣະພັກພຣະອົງ
ການຖອນຫາຍໃຈຂອງຂ້ານ້ອຍກໍບໍ່ພົ້ນທີ່ພຣະອົງຮູ້
10ຫົວໃຈຂອງຂ້ານ້ອຍເຕັ້ນ ແລະກຳລັງຂອງຂ້ານ້ອຍໝົດໄປ
ແລະຄວາມສະຫວ່າງໃນຕາຂອງຂ້ານ້ອຍ
ກໍສູນໄປຈາກຂ້ານ້ອຍແລ້ວ
11ມິດສະຫາຍ ແລະເພື່ອນບ້ານຂອງຂ້ານ້ອຍຢືນເດັ່ນຢູ່ຫ່າງ
ຈາກໄພພິບັດຂອງຂ້ານ້ອຍ
ແລະພີ່ນ້ອງຂອງຂ້ານ້ອຍຢືນຫ່າງອອກໄປໄກພຸ້ນ
12ແລະບັນດາຜູ້ທີ່ສະແຫວງຫາຈະຂ້າຊີວິດຂອງຂ້ານ້ອຍ
ໄດ້ວາງບ້ວງແຮ້ວໄວ້ ບັນດາຜູ້ທີ່ຄິດເຮັດຮ້າຍຂ້ານ້ອຍເວົ້າເປັນອຸບາຍ
ແລະຄິດເຖິງການທໍລະຍົດຢູ່ແຕ່ເຊົ້າຮອດຄ່ຳ
13ແຕ່ຂ້ານ້ອຍເໝືອນຄົນຫູໜວກ ຂ້ານ້ອຍບໍ່ໄດ້ຍິນ
ຂ້ານ້ອຍເໝືອນຄົນປາກກືກ ຂ້ານ້ອຍມິດງຽບຢູ່
14ຂ້ານ້ອຍເໝືອນຄົນທີ່ບໍ່ໄດ້ຍິນ ຊຶ່ງໃນປາກນັ້ນບໍ່ມີຄຳຕອບ
15ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ຂ້ານ້ອຍຫວັງໃຈໃນພຣະອົງ
ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້ານ້ອຍ
ຄືພຣະອົງຜູ້ທີ່ຮັບຟັງຂ້ານ້ອຍ
16ເພາະຂ້ານ້ອຍທູນວ່າ “ຂໍໂຜດຟັງຂ້ານ້ອຍເຖີດ
ບໍ່ດັ່ງນັ້ນ ພວກເຂົາຈະຊົມຊືນຍິນດີເພາະຂ້ານ້ອຍ
ຄືຜູ້ທີ່ອວດອ້າງຕໍ່ຂ້ານ້ອຍເມື່ອຕີນຂ້ານ້ອຍພາດໄປ”
17ເພາະຂ້ານ້ອຍກຳລັງຈະລົ້ມແລ້ວ
ແລະຄວາມເສົ້າໂສກມີຢູ່ຕໍ່ໜ້າຂ້ານ້ອຍສະເໝີ
18ຂ້ານ້ອຍຈະສາລະພາບຄວາມຊົ່ວຊ້າຂອງຂ້ານ້ອຍ
ຂ້ານ້ອຍຈະເປັນທຸກເພາະບາບຂອງຂ້ານ້ອຍ
19ບັນດາຜູ້ທີ່ເປັນຄູ່ແຂ່ງຂອງຂ້ານ້ອຍກໍວ່ອງໄວ ແລະແຂງແຮງ
ແລະຄົນທີ່ກຽດຊັງຂ້ານ້ອຍໂດຍຂາດເຫດຜົນກໍທະວີຫລາຍຂຶ້ນ
20ບັນດາຜູ້ທີ່ກະທຳຊົ່ວຕອບແທນຄວາມດີ ກໍເປັນສັດຕູຂອງຂ້ານ້ອຍ
ເພາະຂ້ານ້ອຍຕິດຕາມຄວາມດີ
21ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າປະຖິ້ມຂ້ານ້ອຍ
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າສະຖິດໄກຈາກຂ້ານ້ອຍ
22ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມພົ້ນຂອງຂ້ານ້ອຍ
ຂໍຮີບມາຊ່ວຍຂ້ານ້ອຍເຖີດ