1ຂ້ານ້ອຍຮັກພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຟັງສຽງຂ້ານ້ອຍ
ພຣະອົງຊົງຟັງຄຳອ້ອນວອນຂອງຂ້ານ້ອຍ.
2ທຸກໆເທື່ອທີ່ຂ້ານ້ອຍຮ້ອງຫາພຣະອົງ
ພຣະອົງຊົງຟັງສຽງຂ້ານ້ອຍ.
3ຄວາມຕາຍໄດ້ຜູກມັດຂ້ານ້ອຍໄວ້ແໜ້ນ
ຂ້ານ້ອຍສະທ້ານຢ້ານກົວຫລຸມຝັງສົບທີ່ສຸດ
ຂ້ານ້ອຍຮູ້ສຶກຢ້ານ ແລະໂສກເສົ້າເສຍໃຈຫລາຍ.
4ຂ້ານ້ອຍຈຶ່ງຮ້ອງຫາພຣະຜູ້ເປັນເຈົ້າວ່າ,
“ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດໃຫ້ຂ້ານ້ອຍພົ້ນໄພແດ່ທ້ອນ.”
5ພຣະຜູ້ເປັນເຈົ້າຊົງເມດຕາ ແລະຊອບທຳ
ພຣະເຈົ້າຂອງພວກເຮົາມີຄວາມເມດຕາກະລຸນາ.
6ພຣະຜູ້ເປັນເຈົ້າຊົງຄຸ້ມຄອງຜູ້ທີ່ຂາດບ່ອນເພິ່ງພາອາໄສ
ເມື່ອຂ້ານ້ອຍຕົກຕ່ຳລຳບາກ ພຣະອົງກໍຊົງຊ່ອຍຂ້ານ້ອຍໃຫ້ພົ້ນ.
7ຈິດໃຈຂອງຂ້ານ້ອຍເອີຍ ຈົ່ງສະຫງົບເທີ້ນ
ເພາະພຣະອົງຊົງດີຕໍ່ຂ້ານ້ອຍ.
8ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍຂ້ານ້ອຍໃຫ້ພົ້ນຈາກຄວາມຕາຍ
ພຣະອົງຊົງລະງັບນ້ຳຕາຂ້ານ້ອຍໄວ້
ແລະຊ່ອຍຂ້ານ້ອຍບໍ່ໃຫ້ພ່າຍແພ້.
9ດັ່ງນີ້ ຂ້ານ້ອຍຈຶ່ງດຳເນີນຊີວິດຢູ່ເບື້ອງພຣະພັກຂອງພຣະອົງໃນໂລກມະນຸດ.
10ເຖິງແມ່ນເວລາທີ່ຂ້ານ້ອຍເວົ້າວ່າ,
“ຂ້ານ້ອຍໄດ້ຮັບຄວາມທຸກຍາກອັນຍິ່ງໃຫຍ່.”
11ເຖິງແມ່ນໃນເວລາທີ່ຂ້ານ້ອຍຢ້ານ ຂ້ານ້ອຍໄດ້ເວົ້າວ່າ,
“ບໍ່ມີໃຜເປັນໜ້າເຊື່ອຖືໄດ້”
ຂ້ານ້ອຍກໍຍັງເຊື່ອໄວ້ວາງໃຈໃນພຣະອົງ.
12ຍ້ອນຄຸນງາມຄວາມດີທຸກຢ່າງທີ່ພຣະຜູ້ເປັນເຈົ້າຊົງມີຕໍ່ຂ້ານ້ອຍ
ຂ້ານ້ອຍຈະເອົາສິ່ງໃດມາຖວາຍແດ່ພຣະອົງ.
13ຂ້ານ້ອຍຈະນຳເອົາເຄື່ອງດື່ມມາຖວາຍແດ່ພຣະຜູ້ເປັນເຈົ້າ
ເພື່ອຂອບພຣະຄຸນໃນການທີ່ພຣະອົງຊົງຊ່ອຍຂ້ານ້ອຍໃຫ້ພົ້ນໄພ.
14ຂ້ານ້ອຍຈະຖວາຍສິ່ງທີ່ໄດ້ສັນຍາໄວ້ແດ່ພຣະອົງ
ໃນເວລາໄພ່ພົນຂອງພຣະອົງປະຊຸມກັນ.
15ເມື່ອມີຄົນຜູ້ໜຶ່ງໃນພວກໄພ່ພົນຂອງພຣະຜູ້ເປັນເຈົ້າຕາຍໄປ
ພຣະອົງກໍຊົງເສົ້າພຣະໄທຫລາຍ.
16ຂ້າແດ່ພຣະຜູ້ເປັນເຈົ້າ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ
ຂ້ານ້ອຍຮັບໃຊ້ພຣະອົງຕາມທີ່ແມ່ຂ້ານ້ອຍເຄີຍປະຕິບັດມາ
ພຣະອົງໄດ້ຊົງໃຫ້ຂ້ານ້ອຍມີອິດສະຫລະ.
17ຂ້ານ້ອຍຈະຖວາຍເຄື່ອງບູຊາຂອບພຣະຄຸນ
ແລະອ້ອນວອນຫາພຣະອົງ.
18 19ຂ້ານ້ອຍຈະຖວາຍເຄື່ອງບູຊາຂອບພຣະຄຸນ
ໃນເວລາໄພ່ພົນຂອງພຣະອົງປະຊຸມກັນທີ່ເດີ່ນພຣະວິຫານ
ຂອງພຣະອົງໃນນະຄອນເຢຣູຊາເລັມ ຕາມທີ່ໄດ້ສັນຍາໄວ້
ຈົ່ງສັນລະເສີນພຣະຜູ້ເປັນເຈົ້າ.