ພວກ​ປະ­ໂລ­ຫິດ ແລະ​ຄົນ​ເລ­ວີ​ຖືກ​ແຍກ​ໄວ້​ຕ່າງ‌ຫາກ

1ຕໍ່‌ໄປ​ນີ້​ເປັນ​ພົງ‌ພັນ​ຂອງ​ອາ­ໂຣນ​ແລະ​ໂມ­ເຊ ເມື່ອ​ພຣະຜູ້‌ເປັນ‌ເຈົ້າ​ກ່າວ​ກັບ​ໂມ­ເຊ​ເທິງ​ພູ‌ເຂົາ ຊີ­ນາຍ2ຊື່​ລູກ‌ຊາຍ​ຂອງ​ອາ­ໂຣນ​ມີ​ດັ່ງ‌ນີ້ ນາ­ດາບ​ບຸດ​ຫົວ‌ປີ ອາ­ບີ­ຮູ ເອ­ເລ­ອາ­ຊາ​ແລະ​ອີ­ທາ­ມາ3ນີ້‌ແຫລະ ເປັນ​ຊື່​ລູກ‌ຊາຍ​ຂອງ​ອາ­ໂຣນ​ທີ່​ໄດ້​ເຈີມ​ໄວ້​ເປັນ​ປະ­ໂລ­ຫິດ ເປັນ​ຜູ້​ທີ່​ເພິ່ນ​ສະ‌ຖາປະນາ​ໄວ້​ໃຫ້​ປະຕິ‌ບັດ​ໃນ​ຕຳ‌ແໜ່ງ​ປະ­ໂລ­ຫິດ

4ແຕ່​ນາ­ດາບ​ແລະ​ອາ­ບີ­ຮູ​ຕາຍ​ຕໍ່​ພຣະ‌ພັກ​ພຣະຜູ້‌ເປັນ‌ເຈົ້າ ເມື່ອ​ພວກ​ເຂົາ​ເອົາ​ໄຟ​ທີ່​ຕ້ອງ​ຫ້າມ​ມາ​ຖວາຍ​ບູຊາ​ຕໍ່​ພຣະ‌ພັກ​ພຣະຜູ້‌ເປັນ‌ເຈົ້າ​ຢູ່​ຖິ່ນ‌ແຫ້ງແລ້ງ​ຊີ­ນາຍ ແລະ​ຕ່າງ​ກໍ​ບໍ່​ມີ​ບຸດ ດັ່ງ‌ນັ້ນ​ເອ­ເລ­ອາ­ຊາ ແລະ ອີ­ທາ­ມາ​ຈຶ່ງ​ໄດ້​ປະຕິ‌ບັດ​ໃນ​ຕຳ‌ແໜ່ງ​ປະ­ໂລ­ຫິດ​ຕໍ່​ອາ­ໂຣນ ພໍ່​ຂອງ​ພວກ​ເຂົາ

5ພຣະຜູ້‌ເປັນ‌ເຈົ້າ​ກ່າວ​ກັບ​ໂມ­ເຊ​ວ່າ6“ຈົ່ງ​ນຳ​ເອົາ​ຕະກູນ​ເລ­ວີ​ເຂົ້າ​ມາ​ໃກ້ ແລະ​ຕັ້ງ​ພວກ​ເຂົາ​ໄວ້​ຕໍ່‌ໜ້າ​ອາ­ໂຣນ ໃຫ້​ພວກ​ເຂົາ​ບົວ‌ລະ‌ບັດ ອາ­ໂຣນ7ພວກ​ເຂົາ​ຈະ​ປະຕິ‌ບັດ​ໜ້າ‌ທີ່​ແທນ​ອາ­ໂຣນ​ແລະ​ແທນ​ຊຸມນຸມ‌ຊົນ​ທັງ​ໝົດ​ຕໍ່‌ໜ້າ​ຫໍ­ເຕັນ​ສັກ‌ສິດ​ແຫ່ງ​ຊຸມ‌ນຸມ​ໃນ​ຂະ‌ນະ​ທີ່​ພວກ​ເຂົາ​ປະຕິ‌ບັດ​ງານ​ທີ່​ຫໍ­ເຕັນ​ສັກ‌ສິດ8ພວກ​ເຂົາ​ຈະ​ເບິ່ງ‌ແຍງ​ບັນ‌ດາ​ເຄື່ອງ‌ໃຊ້​ຂອງ​ຫໍ­ເຕັນ​ສັກ‌ສິດ​ແຫ່ງ​ຊຸມ‌ນຸມ ແລະ​ປະຕິ‌ບັດ​ໜ້າ‌ທີ່​ແທນ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ເມື່ອ​ພວກ​ເຂົາ​ເຮັດ‌ວຽກ​ໃນ​ຫໍ­ເຕັນ​ສັກ‌ສິດ9ຈົ່ງ​ມອບ​ພວກ­ເລ­ວີ​ໄວ້​ກັບ​ອາ­ໂຣນ​ແລະ​ພວກ​ລູກ‌ຊາຍ​ຂອງ​ອາ­ໂຣນ ພວກ​ເຂົາ​ໄດ້​ຮັບ​ເລືອກ​ຈາກ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ໃຫ້​ມອບ​ໄວ້​ກັບ​ອາ­ໂຣນ​ແລ້ວ10ເຈົ້າ​ຈົ່ງ​ແຕ່ງ‌ຕັ້ງ​ອາ­ໂຣນ​ແລະ​ພວກ​ລູກ‌ຊາຍ​ຂອງ​ອາ­ໂຣນ​ໃຫ້​ປະຕິ‌ບັດ​ງານ​ຕາມ​ຕຳ‌ແໜ່ງ ປະ­ໂລ­ຫິດ ແຕ່​ຄົນ​ອື່ນ​ທີ່​ເຂົ້າ​ມາ​ໃກ້​ຈະ​ຕ້ອງ​ຖືກ​ລົງ­ໂທດ​ເຖິງ​ຕາຍ”

11ແລະ​ພຣະຜູ້‌ເປັນ‌ເຈົ້າ​ຊົງ​ກ່າວ​ກັບ​ໂມ­ເຊ​ວ່າ12“ເບິ່ງ​ແມ ເຮົາ​ເອງ​ໄດ້‌ເລືອກ​ຄົນ​ເລ­ວີ​ຈາກ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ແທນ​ບັນ‌ດາ​ບຸດ​ຫົວ‌ປີ​ທ່າ‌ມກາງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ທີ່​ເກີດ​ຈາກ​ມົດ‌ລູກ​ຂອງ​ແມ່ ກ່ອນ​ທີ່​ຄົນ​ເລ­ວີ​ຈະ​ເປັນ​ຂອງ​ເຮົາ13ເພາະ​ບັນ‌ດາ​ບຸດ​ຫົວ‌ປີ​ເປັນ​ຂອງ​ເຮົາ ໃນ​ມື້​ທີ່​ເຮົາ​ໄດ້​ປະຫານ‌ຊີວິດ​ບຸດ​ຫົວ‌ປີ​ທັງ‌ຫລາຍ​ໃນ​ປະ ເທດ​ເອ­ຢິບ​ນັ້ນ ເຮົາ​ໄດ້‌ເລືອກ​ບັນ‌ດາ​ບຸດ​ຫົວ‌ປີ​ໃນ​ອິດ­ສະ­ຣາ­ເອນ ທັງ​ມະ­ນຸດ ແລະ​ສັດ​ເດ‌ຍລະ‌ສານ​ໄວ້ ເປັນ​ຂອງ​ພວກ​ເຂົາ ເຫລົ່າ‌ນີ້​ຕ້ອງ​ເປັນ​ຂອງ​ເຮົາ ເຮົາ​ຄື​ພຣະຜູ້‌ເປັນ‌ເຈົ້າ”

14ພຣະຜູ້‌ເປັນ‌ເຈົ້າ​ຊົງ​ກ່າວ​ກັບ​ໂມ­ເຊ​ໃນ​ຖິ່ນ‌ແຫ້ງແລ້ງ​ກັນ‌ດານ​ຊີ­ນາຍ​ວ່າ15“ຈົ່ງ​ນັບ​ລູກ‌ຫລານ​ເລ­ວີ​ຕາມ​ບັນ‌ພະ‌ບູລຸດ​ຂອງ​ພວກ​ເຂົາ ແລະ​ຕາມ​ຄອບ‌ຄົວ ຄື​ເຈົ້າ​ຈົ່ງ​ນັບ​ຜູ້­ຊາຍ​ທຸກ​ຄົນ‌ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ເດືອນ​ໜຶ່ງ​ຂຶ້ນ​ໄປ”16ໂມ­ເຊ​ຈຶ່ງ​ໄດ້​ນັບ​ພວກ​ເຂົາ​ຕາມ​ທີ່​ພຣະຜູ້‌ເປັນ‌ເຈົ້າ​ໄດ້​ສັ່ງ​ໄວ້

17ຕໍ່‌ໄປ​ນີ້​ເປັນ​ຊື່​ລູກ‌ຊາຍ​ຂອງ​ເລ­ວີ ຄື​ເກ­ໂຊນ ໂກ­ຮາດ ແລະ​ເມ­ຣາ­ຣີ

18ຊື່​ລູກ‌ຊາຍ​ຂອງ​ເກ­ໂຊນ​ຕາມ​ຄອບ‌ຄົວ ຄື​ລິບ­ນີ​ແລະ​ຊິ­ເມ­ອີ19ລູກ‌ຊາຍ​ຂອງ​ໂກ­ຮາດ​ຕາມ​ຄອບ‌ຄົວ ຄື​ອຳ­ຣາມ ອິດ­ຊະ­ຮາ ເຮັບ­ໂຣນ ແລະ​ອຸດ­ຊີ­ເອນ20ແລະ​ລູກ‌ຊາຍ​ຂອງ​ເມ­ຣາ­ຣີ​ຕາມ​ຄອບ‌ຄົວ ຄື​ມາ­ລີ ແລະ​ມູ­ຊີ ນີ້​ເປັນ​ຄອບ‌ຄົວ​ຄົນ​ເລ­ວີ​ຕາມ ບັນ‌ພະ‌ບູລຸດ​ຂອງ​ພວກ​ເຂົາ

21ຕະກູນ​ເກ­ໂຊນ​ມີ​ຄອບ‌ຄົວ​ລິບ­ນີ​ແລະ​ຄອບ‌ຄົວ​ຊິ­ເມ­ອີ ເຫລົ່າ‌ນີ້​ເປັນ​ຄອບ‌ຄົວ​ເກ­ໂຊນ22ຈຳ‌ນວນ​ຄົນ​ທັງ‌ຫລາຍ ຄື​ຈຳ‌ນວນ​ຜູ້­ຊາຍ​ທັງ​ໝົດ​ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ເດືອນ​ໜຶ່ງ​ຂຶ້ນ​ໄປ​ແມ່ນ​ເຈັດ​ພັນ​ຫ້າ​ຮ້ອຍ​ຄົນ23ຄອບ‌ຄົວ​ເກ­ໂຊນ​ນັ້ນ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ຢູ່​ທາງ​ຫລັງ​ຫໍ­ເຕັນ​ສັກ‌ສິດ​ດ້ານ​ຕາເວັນ‌ຕົກ24ມີ​ເອ­ລີ­ຢາ­ສັບ​ລູກ‌ຊາຍ​ລາ­ເອນ​ເປັນ​ຫົວ‌ໜ້າ​ຍາດ‌ຕິ​ພີ່­ນ້ອງ​ຂອງ ເກ­ໂຊນ

ການ​ຈັດ​ຄ້າຍ ແລະ​ການ​ແບ່ງ​ງານ​ຕ່າງໆ​ຂອງ​ຄອບ‌ຄົວ​ເລ­ວີ

25ງານ​ທີ່​ຕະກູນ​ເກ­ໂຊນ​ປະຕິ‌ບັດ​ໃນ​ຫໍ­ເຕັນ​ສັກ‌ສິດ​ແຫ່ງ​ຊຸມ‌ນຸມ​ມີ​ງານ​ຫໍ­ເຕັນ​ສັກ‌ສິດ ງານ​ເຕັນ​ພ້ອມ ກັບ​ເຄື່ອງ​ຄຸມ​ເຕັນ ແລະ​ຜ້າ‌ກັ້ງ​ປະ‌ຕູ​ຫໍ­ເຕັນ​ສັກ‌ສິດ​ແຫ່ງ​ຊຸມ‌ນຸມ26ຜ້າ‌ກັ້ງ​ບັງ​ລານ ແລະ​ຜ້າ‌ກັ້ງ​ປະ‌ຕູ​ລານ ຊຶ່ງ​ຢູ່​ຮອບ​ຫໍ­ເຕັນ​ສັກ‌ສິດ ແລະ​ແທ່ນ‌ບູຊາ​ລວມ‌ທັງ​ເຊືອກ ທັງ​ງານ​ສາລະ‌ພັດ​ທີ່​ກ່ຽວ‌ກັບ​ສິ່ງ​ເຫລົ່າ‌ນີ້

27ຕະກູນ​ໂກ­ຮາດ ມີ​ຄອບ‌ຄົວ​ອຳ­ຣາມ ຄອບ‌ຄົວ​ອິດ­ຊະ­ຮາ ຄອບ‌ຄົວ​ເຮັບ­ໂຣນ​ຄອບ‌ຄົວ ອຸດ­ຊີ­ເອນ ເຫລົ່າ‌ນີ້​ເປັນ​ຄອບ‌ຄົວ​ໂກ­ຮາດ28ຕາມ​ຈຳ‌ນວນ​ຜູ້­ຊາຍ​ທັງ​ໝົດ​ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ເດືອນ​ໜຶ່ງ​ຂຶ້ນ​ໄປ​ແມ່ນ​ແປດ​ພັນ​ຫົກ​ຮ້ອຍ​ຄົນ ເປັນ​ຄົນ​ປະຕິ‌ບັດ​ໜ້າ‌ທີ່​ໃນ​ສະຖານ‌ທີ່​ບໍ­ລິ­ສຸດ29ບັນ‌ດາ​ຄອບ‌ຄົວ​ລູກ‌ຫລານ​ຂອງ​ໂກ­ຮາດ​ຈະ​ຕັ້ງ​ຄ້າຍ​ຢູ່​ທາງ​ທິດ‌ໃຕ້​ຂອງ​ຫໍ­ເຕັນ​ສັກ‌ສິດ30ມີ​ເອ­ລີ­ຊາ­ຟັນ​ລູກ‌ຊາຍ​ອຸດ­ຊີ­ເອນ​ເປັນ​ຫົວ‌ໜ້າ​ຍາດ‌ຕິ​ພີ່­ນ້ອງ​ຂອງ​ຄອບ‌ຄົວ​ໂກ­ຮາດ

31ຄົນ​ເຫລົ່າ‌ນີ້​ມີ​ໜ້າ‌ທີ່​ເບິ່ງ‌ແຍງ​ຫີບ​ພຣະ‌ສັນຍາ ໂຕະ ຄັນ​ຕະກຽງ ແທ່ນ‌ບູຊາ​ທັງ​ສອງ ແລະ​ເຄື່ອງ‌ໃຊ້​ຕ່າງໆ​ຂອງ​ສະຖານ‌ທີ່​ບໍ­ລິ­ສຸດ ຊຶ່ງ​ປະ­ໂລ­ຫິດ​ໃຊ້​ປະຕິ‌ບັດ​ງານ ແລະ​ຜ້າ‌ກັ້ງ ທັງ​ງານ​ສາລະ‌ພັດ​ທີ່​ກ່ຽວ‌ກັບ​ສິ່ງ​ເຫລົ່າ‌ນີ້32ເອ­ເລ­ອາ­ຊາ​ລູກ‌ຊາຍ​ຂອງ​ອາ­ໂຣນ​ເປັນ​ນາຍ​ໃຫຍ່​ເໜືອ​ຫົວ‌ໜ້າ​ຂອງ​ພວກ­ເລ­ວີ​ແລະ ກວດ‌ກາ​ຜູ້​ທີ່​ມີ​ໜ້າ‌ທີ່​ປະຕິ‌ບັດ​ງານ​ໃນ​ສະຖານ‌ທີ່​ບໍ­ລິ­ສຸດ

33ຕະກູນ​ເມ­ຣາ­ຣີ​ມີ​ຄອບ‌ຄົວ​ມາ­ລີ ແລະ​ຄອບ‌ຄົວ​ມູ­ຊີ ເຫລົ່າ‌ນີ້​ເປັນ​ຄອບ‌ຄົວ​ເມ­ຣາ­ຣີ34ຈຳ‌ນວນ​ຄົນ​ທັງ‌ຫລາຍ​ຄື​ຈຳ‌ນວນ​ຜູ້­ຊາຍ​ທັງ​ໝົດ​ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ​ແມ່ນ​ຫົກ​ພັນ​ສອງ​ຮ້ອຍ​ຄົນ35ແລະ​ຊູ­ຣີ­ເອນ​ລູກ‌ຊາຍ​ອາ­ບີ­ຮາຍ​ເປັນ​ຫົວ‌ໜ້າ​ຍາດ‌ຕິ​ພີ່­ນ້ອງ​ຂອງ​ຄອບ‌ຄົວ​ເມ­ຣາ­ຣີ ຄົນ​ເຫລົ່າ‌ນີ້​ຈະ​ຕັ້ງ​ຄ້າຍ​ຢູ່​ທິດ‌ເໜືອ​ຂອງ​ຫໍ­ເຕັນ​ສັກ‌ສິດ

36ວຽກ​ທີ່​ກຳ‌ນົດ​ໃຫ້​ແກ່​ລູກ‌ຫລານ​ເມ­ຣາ­ຣີ​ຄື​ການ​ເບິ່ງ‌ແຍງ​ໄມ້​ຂອບ​ຫໍ­ເຕັນ​ສັກ‌ສິດ ໄມ້​ກອນ ໄມ້​ເສົາ ຖານ​ຮອງ ແລະ​ເຄື່ອງ​ປະ‌ກອບ​ສິ່ງ​ເຫລົ່າ‌ນີ້​ທັງ​ໝົດ ທັງ​ງານ​ສາລະ‌ພັດ​ທີ່​ກ່ຽວ‌ກັບ​ສິ່ງ​ເຫລົ່າ‌ນີ້37ແລະ​ເສົາ​ຮອບ​ລານ ພ້ອມ‌ກັບ​ຖານ​ຮອງ ຫລັກ‌ໝຸດ ແລະ​ເຊືອກ

38ບຸກ​ຄົນ‌ທີ່​ຈະ​ຕັ້ງ​ຄ້າຍ​ຢູ່​ໜ້າ​ຫໍ­ເຕັນ​ສັກ‌ສິດ​ທາງ​ທິດ‌ຕາເວັນ‌ອອກ​ມີ​ໂມ­ເຊ​ແລະ​ອາ­ໂຣນ​ກັບ​ລູກ‌ຫລານ​ຂອງ​ລາວ ມີ​ໜ້າ‌ທີ່​ເບິ່ງ‌ແຍງ​ການ​ບົວ‌ລະ‌ບັດ​ພາຍ‌ໃນ​ສະຖານ‌ທີ່​ບໍ­ລິ­ສຸດ ແລະ​ບັນ‌ດາ​ກິດ­ຈະ­ການ​ທີ່​ຫາ‌ກໍ​ເຮັດ​ເພື່ອ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ແລະ​ຜູ້​ອື່ນ​ທີ່​ເຂົ້າ​ມາ​ໃກ້​ຈະ​ຕ້ອງ​ຖືກ​ລົງ­ໂທດ​ເຖິງ​ຕາຍ39ບັນ‌ດາ​ຄົນ‌ທີ່​ນັບ​ເຂົ້າ​ໃນ​ຄົນ​ເລ­ວີ ຊຶ່ງ​ໂມ­ເຊ​ແລະ​ອາ­ໂຣນ​ໄດ້​ນັບ​ຕາມ​ພຣະ‌ບັນຊາ​ຂອງ​ພຣະຜູ້‌ເປັນ‌ເຈົ້າ​ແມ່ນ​ບັນ‌ດາ​ຜູ້­ຊາຍ​ທັງ​ໝົດ​ຕາມ​ຄອບ‌ຄົວ​ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ​ເປັນ​ສອງ​ໝື່ນ​ສອງ​ພັນ ຄົນ

ການ​ໄຖ່​ຖອນ​ບຸດ​ຫົວ‌ປີ

40ແລະ​ພຣະຜູ້‌ເປັນ‌ເຈົ້າ​ກ່າວ​ກັບ​ໂມ­ເຊ​ວ່າ “ຈົ່ງ​ນັບ​ລູກ‌ຊາຍ​ຫົວ‌ປີ​ທັງ‌ຫລາຍ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ທີ່​ມີ​ອາ‌ຍຸ​ຕັ້ງ‌ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ ຈົ່ງ​ຈົດ​ຈຳ‌ນວນ​ລາຍ‌ຊື່​ໄວ້41ເຈົ້າ​ຈົ່ງ​ເອົາ​ພວກ­ເລ­ວີ​ໄວ້​ໃຫ້​ເຮົາ (ເຮົາ​ຄື​ພຣະຜູ້‌ເປັນ‌ເຈົ້າ) ທັງ​ນີ້​ເພື່ອ​ແທນ​ບັນ‌ດາ​ບຸດ​ຫົວ‌ປີ ທ່າ‌ມກາງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ແລະ​ໃຫ້​ສັດ​ທັງ‌ປວງ​ຂອງ​ຄົນ​ເລ­ວີ​ແທນ​ສັດ​ຫົວ‌ປີ​ທັງ‌ຫລາຍ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ”42ດັ່ງ‌ນັ້ນ​ໂມ­ເຊ​ຈຶ່ງ​ໄດ້​ນັບ​ບັນ‌ດາ​ບຸດ​ຫົວ‌ປີ​ທ່າ‌ມກາງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ຕາມ​ທີ່​ພຣະຜູ້‌ເປັນ‌ເຈົ້າ ໄດ້​ສັ່ງ​ເພິ່ນ​ໄວ້43ລູກ‌ຊາຍ​ຫົວ‌ປີ​ທັງ‌ຫລາຍ​ຕາມ​ຈຳ‌ນວນ​ຊື່​ທີ່​ນັບ​ໄດ້ ຊຶ່ງ​ມີ​ອາ‌ຍຸ​ຕັ້ງ‌ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ສອງ​ໝື່ນ​ສອງ​ພັນ​ສອງ​ຮ້ອຍ​ເຈັດ​ສິບ​ສາມ​ຄົນ

44ແລະ​ພຣະຜູ້‌ເປັນ‌ເຈົ້າ​ກ່າວ​ກັບ​ໂມ­ເຊ​ວ່າ45“ຈົ່ງ​ເອົາ​ພວກ­ເລ­ວີ​ແທນ​ບຸດ​ຫົວ‌ປີ​ທັງ​ໝົດ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ແລະ​ເອົາ​ສັດ​ທັງ‌ຫລາຍ ຂອງ​ຄົນ​ເລ­ວີ​ແທນ​ສັດ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ຄົນ​ເລ­ວີ​ຈະ​ເປັນ​ຂອງ​ເຮົາ ເຮົາ​ຄື​ພຣະຜູ້‌ເປັນ‌ເຈົ້າ46ສຳ‌ລັບ​ເປັນ​ຄ່າ‌ໄຖ່​ບຸດ​ຫົວ‌ປີ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ​ຈຳ‌ນວນ​ສອງ​ຮ້ອຍ​ເຈັດ​ສິບ​ສາມ ຄົນ‌ທີ່​ເກີນ​ຈຳ‌ນວນ​ຜູ້­ຊາຍ​ຄົນ​ເລ­ວີ ນັ້ນ47ເຈົ້າ​ຈົ່ງ​ເກັບ​ຄົນ‌ລະ​ຫ້າ​ເຊ​ເຂ ຄື​ຈົ່ງ​ເກັບ​ຕາມ​ເຊ​ເຂ​ຂອງ​ສະຖານ‌ທີ່​ບໍ­ລິ­ສຸດ (ເຊ​ເຂ​ໜຶ່ງ​ມີ​ຊາວ​ເກ‌ຣະ)48ແລະ​ມອບ​ເງິນ ຊຶ່ງ​ຕ້ອງ​ເສຍ​ເປັນ​ຄ່າ‌ໄຖ່​ຂອງ​ຄົນ‌ທີ່​ເກີນ​ເຫລົ່າ‌ນັ້ນ​ໃຫ້​ໄວ້​ແກ່​ອາ­ໂຣນ​ແລະ​ລູກ‌ຫລານ​ຂອງ​ລາວ”

49ໂມ­ເຊ​ຈຶ່ງ​ເກັບ​ເງິນ​ຄ່າ‌ໄຖ່​ຈາກ​ຄົນ​ເຫລົ່າ‌ນັ້ນ​ທີ່​ເກີນ​ກວ່າ​ຈຳ‌ນວນ​ຄົນ‌ທີ່​ຄົນ​ເລ­ວີ ໄຖ່​ໄວ້50ຄື​ລາວ​ເກັບ​ເງິນ​ຈາກ​ບຸດ​ຫົວ‌ປີ​ຂອງ​ລູກ‌ຫລານ​ອິດ­ສະ­ຣາ­ເອນ ເປັນ​ເງິນ​ຈຳ‌ນວນ​ໜຶ່ງ​ພັນ​ສາມ​ຮ້ອຍ​ຫົກ‌ສິບ​ຫ້າ​ເຊ​ເຂ ນັບ​ຕາມ​ເຊ​ເຂ​ຂອງ​ສະຖານ‌ທີ່​ບໍ­ລິ­ສຸດ51ແລະ​ໂມ­ເຊ​ໄດ້​ນຳ​ເອົາ​ເງິນ​ຄ່າ‌ໄຖ່​ໃຫ້​ແກ່​ອາ­ໂຣນ​ແລະ​ລູກ‌ຫລານ​ຂອງ​ອາ­ໂຣນ ຕາມ​ພຣະ‌ບັນຊາ​ຂອງ​ພຣະຜູ້‌ເປັນ‌ເຈົ້າ ດັ່ງ​ທີ່​ພຣະຜູ້‌ເປັນ‌ເຈົ້າ​ຊົງ​ສັ່ງ​ໂມ­ເຊ​ໄວ້