1ພຣະຜູ້ເປັນເຈົ້າກ່າວກັບໂມເຊວ່າ2“ຈົ່ງເຮັດແກເງິນສອງຄັນດ້ວຍໃຊ້ຄ້ອນຕີ ເຈົ້າຈົ່ງໃຊ້ແກນັ້ນເອີ້ນຊຸມນຸມ ແລະເມື່ອຍ້າຍຄ້າຍ3ເມື່ອເປົ່າແກທັງສອງນັ້ນກໍໃຫ້ຊຸມນຸມຊົນທັງໝົດມາປະຊຸມພ້ອມກັນກັບເຈົ້າທີ່ປະຕູຫໍເຕັນສັກ ສິດແຫ່ງຊຸມນຸມ
4ຖ້າເປົ່າແກຄັນດຽວໃຫ້ພວກຫົວໜ້າລູກຫລານອິດສະຣາເອນທີ່ນັບເປັນພັນໆ ມາປະຊຸມກັບເຈົ້າ5ເມື່ອເປົ່າແກປຸກໃຫ້ບັນດາຄ້າຍທີ່ຕັ້ງຢູ່ທາງທິດຕາເວັນອອກຍົກຍ່າງອອກໄປ6ເມື່ອເປົ່າແກປຸກເທື່ອທີສອງ ໃຫ້ບັນດາຄ້າຍທີ່ຢູ່ທາງທິດໃຕ້ຍົກອອກຍ່າງໄປ ເມື່ອໃດຈະໃຫ້ຍົກຍ່າງອອກໄປກໍໃຫ້ເປົ່າແກປຸກ7ແຕ່ຖ້າຈະໃຫ້ຄົນທັງປວງມາປະຊຸມພ້ອມກັນ ຈົ່ງເປົ່າແກ ແຕ່ຢ່າເຮັດສຽງປຸກ8ໃຫ້ລູກຊາຍຂອງອາໂຣນຄືປະໂລຫິດເປັນຄົນເປົ່າແກ ແກນີ້ຈະເປັນກົດຖາວອນຕະຫລອດຊົ່ວອາຍຸຂອງເຈົ້າ9ແລະເມື່ອພວກເຈົ້າຈະໄປເຮັດເສິກໃນແຜ່ນດິນຂອງເຈົ້າສູ້ສັດຕູຜູ້ມາບີບບັງຄັບເຈົ້າ ກໍໃຫ້ເປົ່າແກເຮັດສຽງປຸກ ແລະເຈົ້າຈະເປັນທີ່ລະນຶກຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະເຈົ້າຈະໄດ້ພົ້ນຈາກສັດຕູຂອງເຈົ້າ
10ໃນມື້ທີ່ພວກເຈົ້າມີຄວາມຍິນດີ ແລະໃນງານເທດສະການ ແລະໃນວັນຕົ້ນເດືອນຂອງເຈົ້າ ເຈົ້າຈົ່ງເປົ່າແກເທິງເຄື່ອງເຜົາບູຊາ ແລະເໜືອສັດບູຊາອັນເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ໃຫ້ພຣະເຈົ້າຂອງເຈົ້າລະນຶກເຖິງເຈົ້າ ເຮົາເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ”
11ຕໍ່ມາວັນທີຊາວເດືອນທີສອງປີທີ່ສອງ ຊົງໃຫ້ເມກນັ້ນຂຶ້ນຈາກຫໍເຕັນສັກສິດ12ລູກຫລານອິດສະຣາເອນກໍຍົກເດີນທາງໄປຈາກຖິ່ນແຫ້ງແລ້ງກັນດານຊີນາຍ ແລະເມກນັ້ນ ມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ
13ພວກເຂົາໄດ້ຍົກຍ່າງອອກໄປເປັນເທື່ອທຳອິດຕາມພຣະດຳລັດຂອງພຣະຜູ້ເປັນເຈົ້າທີ່ຊົງສັ່ງໂມເຊ
14ທຸງຄ້າຍຂອງລູກຫລານຢູດາອອກຍ່າງໄປເປັນກອງທັບກ່ອນ ມີນາໂຊນລູກຊາຍອຳມີນາດາບເປັນຜູ້ນຳພົນໂຍທາ
15ເນທາເນນລູກຊາຍຊູອານຳພົນໂຍທາຕະກູນຂອງລູກຫລານອິດຊາຄາ16ແລະເອລີອາບລູກຊາຍເຮໂລນນຳພົນໂຍທາຕະກູນລູກຫລານເຊບູລູນ17ເມື່ອຮື້ຫໍເຕັນສັກສິດລົງແລ້ວ ບັນດາລູກຊາຍຂອງເກໂຊນແລະລູກຊາຍຂອງເມຣາຣີຜູ້ແບກຫາມຫໍເຕັນສັກສິດນັ້ນກໍຍົກຍ່າງໄປ
18ທຸງຄ້າຍຂອງຄົນຣູເບັນອອກຍ່າງໄປເປັນກອງທັບເອລີຊູລູກຊາຍເຊເດອູເປັນຜູ້ນຳພົນໂຍທາ19ເຊລູມີເອນລູກຊາຍຊູຣີຊັດດາຍນຳພົນໂຍທາຕະກູນຂອງລູກຫລານຊີເມໂອນ20ເອລີຢາສັບລູກຊາຍດູເອນນຳພົນໂຍທາຕະກູນຂອງລູກຫລານຄາດ21ແລ້ວຄົນໂກຮາດກໍຍົກຍ່າງອອກແບກຫາມສະຖານທີ່ບໍລິສຸດກ່ອນທີ່ພວກນີ້ຈະໄປເຖິງ ພວກເຂົາກໍຕັ້ງຫໍເຕັນສັກສິດສຳເລັດແລ້ວ22ທຸງຄ້າຍລູກຫລານເອຟຣາອິມຍ່າງອອກໄປເປັນກອງທັບ ມີເອລີຊາມາລູກຊາຍອຳມີຮຸດ ນຳພົນໂຍທາ23ຄາມາລີເອັນລູກຊາຍເປດາຊູນຳພົນໂຍທາຕະກູນມານາເຊ24ອາບີດານລູກຊາຍກິເດໂອນີນຳພົນໂຍທາຕະກູນລູກຫລານເບັນຢາມິນ
25ແລ້ວທຸງຄ້າຍລູກຫລານດານເປັນພວກລະວັງທ້າຍຂອງຄ້າຍທັງໝົດ ໄດ້ຍົກຍ່າງອອກໄປ ເປັນກອງທັບ ມີອາຮີເອເຊລູກຊາຍອຳມີຊັດດາຍນຳພົນໂຍທາ26ປາກີເອນລູກຊາຍອົກຣັນນຳພົນໂຍທາຕະກູນລູກຫລານອາເຊ27ອາຮີຣາລູກຊາຍເອນັນນຳພົນໂຍທາຕະກູນລູກຫລານນັບທາລີ28ນີ້ເປັນອັນດັບການເດີນທາງຂອງລູກຫລານອິດສະຣາເອນຕາມເຫລົ່າພົນໂຍທາຂອງພວກເຂົາ ເມື່ອພວກເຂົາຍົກຍ່າງອອກໄປ
29ໂມເຊເວົ້າກັບໂຮບັບລູກຊາຍເຢດໂຣຄົນມີດີອານພໍ່ເຖົ້າຂອງໂມເຊວ່າ “ເຮົາທັງຫລາຍອອກຍ່າງໄປສູ່ທ່ານທີ່ພຣະຜູ້ເປັນເຈົ້າກ່າວໄວ້ວ່າ ‘ເຮົາຈະຍົກໃຫ້ແກ່ພວກເຈົ້າ’ ເຊີນໄປກັບເຮົາເຖີດ ແລະເຮົາທັງຫລາຍຈະເຮັດດີແກ່ທ່ານ ເພາະພຣະຜູ້ເປັນເຈົ້າຊົງສັນຍາໃຫ້ຂອງດີແກ່ຄົນອິດສະຣາເອນ”30ແຕ່ພວກເຂົາຕອບໂມເຊວ່າ “ເຮົາຈະບໍ່ໄປ ເຮົາຈະກັບໄປເມືອງຂອງເຮົາ ໄປຫາວົງຍາດຂອງເຮົາ”31ແລະໂມເຊວ່າ “ຂໍຢ່າຫວິດຈາກເຮົາໄປເລີຍ ທ່ານຮູ້ຢູ່ແລ້ວວ່າ ເຮົາຕ້ອງຕັ້ງຄ້າຍຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະທ່ານຈະໄດ້ເປັນດັ່ງໜ່ວຍຕາຂອງພວກເຮົາ32ຖ້າທ່ານໄປກັບພວກເຮົາທັງຫລາຍ ພຣະຜູ້ເປັນເຈົ້າຊົງເຮັດດີຫຍັງແກ່ເຮົາ ພວກເຮົາຈະເຮັດຢ່າງນັ້ນແກ່ທ່ານດ້ວຍ”
33ເມື່ອປະຊາຊົນອອກຈາກພູຊີນາຍ ທີ່ເປັນພູສັກສິດຂອງພຣະຜູ້ເປັນເຈົ້າແລ້ວ ພວກເຂົາກໍໄດ້ເດີນທາງເປັນເວລາສາມມື້ ພວກເຂົາໄດ້ເອົາຫີບຄຳສັນຍາຂອງພຣະເຈົ້າແຫ່ອອກໄປກ່ອນ ເພື່ອຫາຊອກບ່ອນເໝາະສົມສຳລັບຕັ້ງຄ້າຍຢູ່.34ເວລາໃດພວກເຂົາເຄື່ອນຍ້າຍອອກແຕ່ລະບ່ອນນັ້ນ ກ້ອນເມກຂອງພຣະຜູ້ເປັນເຈົ້າກໍຊົງຢູ່ເທິງພວກເຂົາຕະຫລອດມື້.35ທຸກເທື່ອທີ່ຫີບຄຳສັນຍາຖືກເຄື່ອນຍ້າຍ ໂມເຊຕ້ອງເວົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງເຮັດໃຫ້ພວກສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ພວກທີ່ກຽດຊັງພຣະອົງຫລົບຫລີກໜີໄປ.”36ແຕ່ວ່າ ເມື່ອໃດຢຸດເຄື່ອນຍ້າຍຫີບຄຳສັນຍາ ເພິ່ນຈະຕ້ອງເວົ້າວ່າ, “ຂ້າແດ່ ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງກັບມາຫາພວກອິດສະຣາເອນທີ່ມີໝື່ນຄອບຄົວແດ່ທ້ອນ.”