1“ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານເພື່ອອວດຄົນອື່ນ ເພາະຖ້າເຮັດຢ່າງນັ້ນທ່ານຈະບໍ່ໄດ້ຮັບບຳເໜັດຈາກພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ.2“ເຫດສັນນັ້ນເມື່ອທ່ານໃຫ້ທານ ຢ່າເປົ່າແກໄປກ່ອນໜ້າທ່ານ ເໝືອນດັ່ງຄົນໜ້າຊື່ໃຈຄົດເຄີຍເຮັດໃນໂຮງທຳມະເທດສະໜາແລະຕາມຖະໜົນ ເພື່ອໃຫ້ມະນຸດສັນລະເສີນ ເຮົາບອກພວກທ່ານຕາມຄວາມຈິງວ່າ, ເຂົາໄດ້ຮັບບຳເໜັດແລ້ວ.3ຝ່າຍພວກທ່ານ, ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ.4ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະບິດາຂອງພວກທ່ານຜູ້ຊົງເຫັນໃນທີ່ລັບລີ້ຈະຊົງໂຜດປະທານບຳເໜັດແກ່ທ່ານ.
5“ເມື່ອທ່ານທັງຫລາຍອ້ອນວອນຢ່າເປັນເໝືອນຄົນໜ້າຊື່ໃຈຄົດ ເພາະເຂົາຊອບຢືນອ້ອນວອນໃນໂຮງທຳມະເທດສະໜາແລະຕາມແຈຖະໜົນ ເພື່ອຈະໃຫ້ມະນຸດເຫັນ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເໜັດແລ້ວ.6ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວ ຈົ່ງອ້ອນວອນພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ຈະຊົງໂຜດປະທານບຳເໜັດແກ່ທ່ານ.7“ແຕ່ເມື່ອທ່ານອ້ອນວອນຢູ່ ຢ່າເວົ້າຊ້ຳຄຳເກົ່າເໝືອນຄົນຕ່າງຊາດເຄີຍເຮັດເພາະເຂົາຄຶດວ່າ ຖ້າເວົ້າຫລາຍຄຳພຣະເຈົ້າຈະຊົງໂຜດຮັບຟັງ.8ສັນນັ້ນຢ່າເຮັດຄືເຂົາ ເພາະວ່າສິ່ງໃດທີ່ທ່ານຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ.9ເຫດສັນນີ້ພວກທ່ານຈົ່ງອ້ອນວອນຕາມຢ່າງນີ້ວ່າ,
‘ຂ້າແດ່ພຣະບິດາຂອງຂ້າພຣະອົງທັງຫລາຍ
ຜູ້ຊົງສະຖິດໃນສະຫວັນ
ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ໂຄລົບບູຊາ.
10ຂໍໃຫ້ພຣະລາຊະອານາຈັກຂອງພຣະອົງມາຕັ້ງຢູ່
ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງ
ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.
11ຂໍຊົງໂຜດປະທານອາຫານປະຈຳວັນ
ໃຫ້ແກ່ຂ້າພຣະອົງທັງຫລາຍໃນກາລະວັນນີ້.
12ຂໍຊົງໂຜດຍົກໂທດໃຫ້ຂ້າພຣະອົງ
ເໝືອນຂ້າພຣະອົງຍົກໂທດ
ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ.
13ແລະຂໍຢ່າພາຂ້າພຣະອົງເຂົ້າໄປໃນການທົດລອງ
ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍຫລືວ່າ “ຈາກມານຮ້າຍ.”
[ເຫດວ່າລາຊະອານາຈັກ, ລິດອຳນາດ, ແລະພຣະລັດສະໝີ
ກໍເປັນຂອງພຣະອົງສືບໆ ໄປເປັນນິດ. ອາແມນ’.]
14ເພາະວ່າຖ້າທ່ານຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ.15ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເໝືອນກັນ.
16“ເມື່ອທ່ານຖືສິນອົດອາຫານ ຢ່າເຮັດໜ້າເສົ້າໝອງເໝືອນຄົນໜ້າຊື່ໃຈຄົດ ດ້ວຍວ່າເຂົາເຮັດໜ້າໝອງເພື່ອຈະໃຫ້ມະນຸດເຫັນວ່າເຂົາຖືສິນອົດອາຫານ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເໜັດແລ້ວ.17ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາຫານ ຈົ່ງລ້າງໜ້າແລະເອົານ້ຳມັນທາຫົວ.18ເພື່ອຈະບໍ່ໃຫ້ມະນຸດເຫັນວ່າທ່ານຖືສິນອົດອາຫານ ແຕ່ໃຫ້ປະກົດແກ່ພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລະພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ກໍຈະຊົງໂຜດປະທານບຳເໜັດແກ່ທ່ານ.
19“ຢ່າຮິບໂຮມຊັບສົມບັດໄວ້ສຳລັບຕົນໃນໂລກ ຊຶ່ງເປັນບ່ອນມອດແລະຂີ້ໝ້ຽງກັດກິນແລະເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້.20ແຕ່ຈົ່ງຮິບໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນມອດແລະຂີ້ໝ້ຽງກັດກິນບໍ່ໄດ້ ແລະທັງໂຈນເຈາະແລະລັກເອົາບໍ່ໄດ້.21ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.
22“ຕາເປັນດວງສະຫວ່າງຂອງຮ່າງກາຍ ຖ້າຕາຂອງທ່ານປົກກະຕິດີ ຮ່າງກາຍທຸກສ່ວນກໍສະຫວ່າງດີ.23ແຕ່ຖ້າຕາຂອງທ່ານບໍ່ປົກກະຕິດີ ຮ່າງກາຍທຸກສ່ວນຂອງທ່ານກໍມືດໄປ ເຫດສັນນັ້ນ, ຖ້າຄວາມສະຫວ່າງທີ່ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະໜາທຶບພຽງໃດໜໍ.
24“ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ແລະໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ແລະປະໝາດຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້.
25“ດ້ວຍເຫດນັ້ນເຮົາຈິ່ງບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ແລະຢ່າກະວົນກະວາຍເຖິງຮ່າງກາຍຂອງຕົນວ່າ ຈະນຸ່ງຫຍັງ ຊີວິດກໍລື່ນກວ່າອາຫານບໍ່ແມ່ນຫລື ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນຫລື.26ຈົ່ງເບິ່ງນົກປ່າ ມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ແຕ່ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນກໍຍັງຊົງລ້ຽງນົກນັ້ນ ພວກທ່ານປະເສີດຫລາຍກວ່ານົກບໍ່ແມ່ນຫລື.27ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍອາດຕໍ່ຊີວິດຂອງຕົນໃຫ້ຍາວອອກໄປອີກຈັກສອກໜຶ່ງໄດ້ຫລື.28ເປັນສັນໃດ ທ່ານທັງຫລາຍຈິ່ງກະວົນກະວາຍເຖິງເຄື່ອງນຸ່ງຫົ່ມ ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງວ່າ ມັນຈະເລີນໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນຝ້າຍ.29ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນ, ເມື່ອບໍລິບູນດ້ວຍສະຫງ່າລາສີ ກໍບໍ່ໄດ້ຊົງເຄື່ອງງາມທໍ່ດອກໄມ້ເຫລົ່ານີ້ດອກໜຶ່ງ.30ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນຢູ່ມື້ນີ້ແລະມື້ໜ້າຕ້ອງຖືກຖິ້ມໃສ່ເຕົາໄຟ ໂອຜູ້ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະບໍ່ຊົງຕົກແຕ່ງທ່ານຫລາຍກວ່ານັ້ນອີກຫລື.31ເຫດສັນນັ້ນຢ່າກະວົນກະວາຍວ່າ ‘ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ ຫລືຈະນຸ່ງຫົ່ມຫຍັງ’.32ເພາະວ່າພວກຕ່າງຊາດສະແຫວງຫາສິ່ງຂອງທັງປວງນີ້ ແຕ່ວ່າພຣະບິດາຂອງທ່ານທັງຫລາຍຜູ້ຊົງສະຖິດຢູ່ໃນສະຫວັນ ຊົງຊາບແລ້ວວ່າພວກທ່ານຕ້ອງການສິ່ງທັງປວງເຫລົ່ານີ້.33ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສະແຫວງຫາລາຊະອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລະພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ.34ເຫດສັນນັ້ນຢ່າກະວົນກະວາຍເຖິງມື້ອື່ນ ເພາະວ່າມື້ອື່ນຄົງມີການກະວົນກະວາຍສຳລັບມັນເອງ ຄວາມທຸກໃນວັນໃດກໍພໍແລ້ວໃນວັນນັ້ນ.