1ເມື່ອນັ້ນພຣະເຢຊູຊົງກ່າວກັບປະຊາຊົນແລະພວກສາວົກຂອງພຣະອົງວ່າ,2“ພວກນັກທຳແລະພວກຟາຣີຊາຍເຄີຍນັ່ງບ່ອນນັ່ງຂອງໂມເຊ.3ເຫດສັນນັ້ນທຸກສິ່ງທີ່ເຂົາບອກພວກທ່ານ ຈົ່ງເຮັດຕາມ ແຕ່ຢ່າໄດ້ເຮັດຕາມກິດຈະການຂອງເຂົາ ເພາະເຂົາບອກໄວ້ແຕ່ບໍ່ໄດ້ເຮັດຕາມ.4ເຂົາມັດຂອງໜັກມາວາງໃສ່ບ່າມະນຸດ ສ່ວນເຂົາເອງ ແມ່ນແຕ່ນິ້ວມືດຽວກໍບໍຍອມຈັບຍົກໄປ.5ການເຮັດຂອງເຂົາກໍເພື່ອໃຫ້ມະນຸດເຫັນ ແອບບັນຈຸຂໍ້ພຣະທຳປະຈຳຕົວແມ່ນກັບນ້ອຍໆ ເຮັດດ້ວຍໜັງ ພາຍໃນມີຂໍ້ພີເສດຄັດເລືອກຈາກພຣະບັນຍັດ ກັບດັ່ງກ່າວຄົນຢິວເຄີຍຖືຕິດໜ້າຜາກກັບແຂນສອກໄວ້.
ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາໆ ກໍໃຫ້ຍາວອອກໄປ.6ເຂົາຊອບບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆແລະໃນໂຮງທຳມະເທດສະໜາ.7ເຂົາມັກໃຫ້ຄົນຄຳນັບໃນທີ່ປະຊຸມຊົນ ແລະມັກໃຫ້ມະນຸດເອີ້ນເຂົາວ່າ ‘ອາຈານ’8ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ ‘ອາຈານເຈົ້າຂ້າ’ ເພາະວ່າພວກທ່ານມີແຕ່ພຣະອາຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງໝົດ.9ແລະຢ່າເອີ້ນຜູ້ໃດໃນໂລກວ່າ ‘ບິດາ’ ເພາະພວກທ່ານມີພຣະບິດາແຕ່ພຽງຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສະຫວັນ.10ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ ‘ນາຍ’ ເພາະວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະຄຣິດ.11ຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ໝູ່.12ຜູ້ໃດຍົກຕົວຂຶ້ນ ຜູ້ນັ້ນຈະຖືກຖ້ອຍລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ.
13“ວິບັດແກ່ພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ ເພາະພວກເຈົ້າອັດປະຕູລາຊະແຜນດິນສະຫວັນຕັນທາງມະນຸດ ດ້ວຍວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ.14[ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າກືນກິນຄອບຄົວຂອງແມ່ໝ້າຍ ແລະແກ້ງໄຫວ້ວອນໃຫ້ຍືດຍາວ ເພາະເຫດນັ້ນພວກເຈົ້າຈະໄດ້ຮັບໂທດຫລາຍຂຶ້ນ.]
15ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າທຽວໄປທາງນ້ຳແລະທາງບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາດສະໜາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະຮົກຫລາຍກວ່າເຈົ້າເອງເຖິງສອງທໍ່.
16“ວິບັດແກ່ເຈົ້າ, ນາຍທາງຕາບອດທີ່ສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ພຣະວິຫານ ຄຳສາບານນັ້ນກໍບໍ່ມີຂໍຜູກມັດ ແຕ່ຖ້າຜູ້ໃດສາບານອ້າງໃສ່ທອງຄຳຂອງພຣະວິຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.’17ໂອ ຄົນໂງ່ຕາບອດເອີຍ, ສິ່ງໃດຈະສຳຄັນກວ່າກັນ ທອງຄຳ ຫລືພຣະວິຫານ ທີ່ເຮັດໃຫ້ທອງຄຳນັ້ນສັກສິດ.18ແລະສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ແທນບູຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາບານໃສ່ເຄື່ອງຖວາຍເທິງແທນບູຊາ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.’19ພວກຄົນຕາບອດເອີຍ, ສິ່ງໃດຈະສຳຄັນກວ່າກັນ ເຄື່ອງຖວາຍຫລືແທນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກສິດ.20ເຫດສັນນີ້ຜູ້ໃດຈະສາບານອ້າງໃສ່ແທນບູຊາ ກໍສາບານອ້າງໃສ່ເຄື່ອງຖວາຍທັງປວງທີ່ຢູ່ເທິງແທນນັ້ນເໝືອນກັນ.21ຖ້າຜູ້ໃຈຈະສາບານອ້າງໃສ່ພຣະວິຫານ ກໍອ້າງໃສ່ພຣະອົງຜູ້ຊົງສະຖິດຢູ່ໃນພຣະວິຫານນັ້ນເໝືອນກັນ.22ແລະຜູ້ໃດຈະສາບານອ້າງໃສ່ສະຫວັນກໍອ້າງໃສ່ພຣະທີ່ນັ່ງແລະອ້າງໃສ່ພຣະອົງຜູ້ປະທັບເທິງພຣະທີ່ນັ່ງນັ້ນເໝືອນກັນ.
23“ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າແບ່ງຜັກກ້ານກ່ຳ, ຜັກຊີ, ແລະຄູມິນເປັນສິບສ່ວນ ເອົາສ່ວນໜຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງພຣະບັນຍັດ ຄືຄວາມຍຸຕິທຳ, ຄວາມເມດຕາ, ຄວາມສັດຊື່ນັ້ນໄດ້ປະເສຍ ແມ່ນສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ.24ໂອ ພວກນາຍທາງຕາບອດເອີຍ, ເຈົ້າຕອງແມງມີ່ອອກເສຍ ແຕ່ກືນໂອດໂອທັງໂຕ.
25“ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ, ເຫດວ່າພວກເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍຊາມນັ້ນເຕັມໄປດ້ວຍການລູ່ຊິງເອົາແລະການເຫັນແກ່ຕົວ.26ໂອ ຟາຣີຊາຍຕາບອດເອີຍ, ຈົ່ງຊຳລະຖ້ວຍຊາມຂ້າງໃນເສຍກ່ອນ ເພື່ອຂ້າງນອກຈະສະອາດເໝືອນກັນ.
27“ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົດໜ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າເປັນເໝືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບິ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະດູກຄົນຕາຍແລະສາລະພັດຂີ້ດຽດ.28ພວກເຈົ້າກໍເປັນຢ່າງນັ້ນແຫລະ ພາຍນອກປະກົດຕໍ່ມະນຸດວ່າເປັນຄົນສິນທຳ ແຕ່ພາຍໃນເຕັມໄປດ້ວຍການໜ້າຊື່ໃຈຄົດແລະການອະທຳ.
29ວິບັດແກ່ເຈົ້າພວກນັກທຳແລະພວກຟາຣີຊາຍ ຄົນໜ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າສ້າງອຸບໂມງຂອງພວກປະກາດພຣະທຳ ແລະຕົກແຕ່ງທາດຂອງພວກຄົນສິນທຳໃຫ້ງົດງາມ.30ໂດຍກ່າວວ່າ ‘ຖ້າພວກເຮົາໄດ້ຢູ່ໃນສະໃໝບັນພະບຸລຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າແທນທີ່ຈະວ່າ “ໃນການຂ້າ” ພາສາເດີມກໍເວົ້າວ່າ “ໃນເລືອດຂອງ...”
ພວກຜູ້ປະກາດພຣະທຳນັ້ນ.31ດັ່ງນັ້ນພວກເຈົ້າຈິ່ງເປັນພະຍານຕໍ່ສູ້ຕົນເອງວ່າເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະກາດພຣະທຳເຫລົ່ານັ້ນ.32ຝ່າຍເຈົ້າທັງຫລາຍ, ຈົ່ງເຮັດຕາມທີ່ບັນພະບຸລຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ.33ໂອ ພວກງູແນວງູຮ້າຍເອີຍ, ພວກເຈົ້າຈະໜີພົ້ນໂທດນະຮົກໄດ້ຢ່າງໃດ.
34ເຫດສັນນັ້ນແຫລະ, ເຮົາໃຊ້ຜູ້ປະກາດພຣະທຳ, ນັກປາດ, ແລະນັກທຳຕ່າງໆມາຫາພວກເຈົ້າ ເຈົ້າກໍຈະຂ້າບາງຄົນເສຍແດ່, ແລະຂົ່ມເຫງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່.35ດັ່ງນັ້ນເລືອດອັນບໍ່ມີຜິດທັງໝົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາເບັນຜູ້ບໍ່ມີຜິດຈົນເຖິງເລືອດຂອງເຊກາຣີຢາລູກຊາຍຂອງເບເຣກີຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານກັບແທນບູຊາ ໂທດເລືອດນັ້ນແຫລະ, ຄົງຈະຕົກໃສ່ພວກເຈົ້າ.36ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໃໝນີ້.”
37“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ, ເຈົ້າທີ່ໄດ້ຂ້າບັນດາຜູ້ປະກາດພຣະທຳແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ເຮົາປາດຖະໜາຈັກເທື່ອແລ້ວໜໍ ວ່າຈະຮວບຮວມເອົາລູກຂອງເຈົ້າໄວ້ ເໝືອນດັ່ງແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນແຕ່ພວກເຈົ້າບໍ່ຍິນຍອມ.38ເບິ່ງແມ, ເຮືອນຄຳວ່າ “ເຮືອນ” ໝາຍເຖິງກຸງເຢຣູຊາເລັມ ຫລືວ່າອາດໝາຍເຖິງພຣະວິຫານ
ຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ.39ເພາະວ່າເຮົາບອກພວກເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກປາກກ່າວວ່າ ‘ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເລີນ.”