1ພຣະເຢຊູຊົງກ່າວກັບເຂົາເປັນຄຳອຸປະມາອີກວ່າ,2“ລາຊະອານາຈັກສະຫວັນປຽບເໝືອນກະສັດອົງໜຶ່ງໄດ້ຊົງຈັດການລ້ຽງ ເນື່ອງໃນພິທີອະພິເສກມະເຫສີໃຫ້ລາຊະບຸດຂອງຕົນ.3ພຣະອົງຊົງໃຊ້ພວກຂ້າໃຊ້ໄປເອີ້ນຜູ້ທີ່ຮັບເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ.4ພຣະອົງຈິ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກ ສັ່ງເຂົາວ່າ ‘ຈົ່ງບອກພວກຮັບເຊີນນັ້ນວ່າ, “ເບິ່ງແມ, ເຮົາໄດ້ຈັດງານລ້ຽງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ສິ່ງສາລະພັດກໍຕຽມໄວ້ພ້ອມແລ້ວ ຈົ່ງມາໃນງານອະພິເສກນັ້ນເທີນ”5ແຕ່ເຂົາກໍເພີກເສີຍແລະໜີເສຍ ຜູ້ໜຶ່ງໄປໄຮ່ໄປນາ ແລະຜູ້ໜຶ່ງໄປຄ້າຂາຍ.6ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສຍ.7ກະສັດອົງນັ້ນກໍຊົງພະພີໂລດ ຈິ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຂີວິດຄາຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເຮືອນຂອງເຂົາເສຍ.8ແລ້ວພຣະອົງຈິ່ງຊົງຮັບສັ່ງຂ້າໃຊ້ວ່າ, ‘ງານສົມລົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ.9ເຫດສັນນີ້ຈົ່ງອອກໄປທີ່ທາງຄົບ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້.’10ພວກຂ້າໃຊ້ນັ້ນຈິ່ງອອກໄປຕາມຖະໜົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານນີ້ ຈົນຫ້ອງພິທີສົມລົດເຕັມດ້ວຍແຂກ.11“ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກ ກໍຊົງເຫັນຜູ້ໜຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ.12ພຣະອົງຊົງຖາມຜູ້ນັ້ນວ່າ ‘ສະຫາຍເອີຍ, ເຫດໃດທ່ານຈິ່ງອາດເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມລົດ’ ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ.13ກະສັດຈິ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ ‘ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສຍບ່ອນມືດພາຍນອກ’ ທີ່ນັ້ນມີການຮ້ອງໃຫ້ແລະຂົບແຂ້ວຢູ່.14ດ້ວຍວ່າຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີໜ້ອຍ.”
15ເມື່ອນັ້ນພວກຟາຣີຊາຍໄປປຶກສາກັນ ເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້.16ເຂົາຈິ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່ ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ໂດຍບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ.17ເຫດສັນນັ້ນຂໍໂຜດໃຫ້ພວກຂ້າພະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ ການທີ່ເສຍສ່ວຍໃຫ້ແກ່ກາຍຊານັ້ນສົມຄວນໝາຍຄວາມວ່າ ຖືກຕ້ອງພຣະບັນຍັດ
ຫລືບໍ່.”
18ຝ່າຍພຣະເຢຊູຊົງຊາບເຈດຕະນາຮ້າຍຂອງເຂົາ ຈິ່ງຊົງກ່າວວ່າ, “ໂອ ຄົນໜ້າຊື່ໃຈຄົດເອີຍ, ຈະມາທົດລອງເຮົາເຮັດຫຍັງ.19ຈົ່ງເອົາເງິນທີ່ຈະເສຍສ່ວຍນັ້ນມາໃຫ້ເຮົາເບິ່ງ” ເຂົາຈິ່ງເອົາເງິນໜຶ່ງເດນາລີອົນມາໃຫ້ພຣະອົງ.20ພຣະເຢຊູຈິ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາລຶກນີ້ເປັນຂອງໃຜ.”21ເຂົາທູນວ່າ, “ເປັນຂອງກາຍຊາ” ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແກ່ພຣະເຈົ້າ.”22ເມື່ອເຂົາໄດ້ຍິນດັ່ງນີ້ກໍມີຄວາມປະຫລາດໃຈຈິ່ງພາກັນໜີຈາກພຣະອົງໄປ.
23ໃນວັນດຽວກັນນັ້ນມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າ ບໍ່ມີການຄືນມາຈາກຕາຍ.24ເຂົາທູນຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ສັງໄວ້ວ່າ ‘ຖ້າຜູ້ໃດຕາຍໃນເມືອຍັງບໍ່ມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໄພ້ໄວ້ເປັນພັນລະຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ.’25ໃນພວກເຮົາມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມຍແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມຍໄວ້ໃຫ້ແກ່ນ້ອງຊາຍ.26ສ່ວນນ້ອງຜູ້ຖ້ວນສອງແລະຖ້ວນສາມກໍຢ່າງດຽວກັນ ຈົນເຖິງຜູ້ຖ້ວນເຈັດ.27ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ.28ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມຍຂອງຜູ້ໃດໃນເຈັດຄົນນັ້ນ ດ້ວຍວ່ານາງໄດ້ເປັນເມຍຂອງຊາຍທັງເຈັດຄົນແລ້ວ.”29ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະບໍ່ຮູ້ຈັກພຣະຄຳພີຫລືລິດເດດຂອງພຣະເຈົ້າ.30ເພາະເມື່ອມະນຸດເປັນຄືນມານັ້ນຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມຍກັນອີກ ແຕ່ເຂົາຈະເປັນເໝືອນເທວະດາໃນສະຫວັນ.31ແຕ່ເລື່ອງຄົນຕາຍເປັນຄືນມານັ້ນ ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລືຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ,32‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ’ ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ.”33ເມື່ອຄົນທັງປວງໄດ້ຍິນດັ່ງນີ້ກໍປະລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ.
34ຝ່າຍພວກຟາຣີຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ເຂົາຈິ່ງປະຊຸມກັນ.35ໃນຈຳພວກເຂົາມີທຳບັນດິດຜູ້ໜຶ່ງທົດລອງຖາມພຣະອົງວ່າ,36“ອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່.”37ພຣະເຢຊູຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’38ນັ້ນແຫລະ, ເປັນພຣະບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ.39ຂໍ້ທີສອງກໍເໝືອນກັນ ຄື ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’40ພຣະບັນຍັດແລະຖ້ອຍຄຳຂອງຜູ້ປະກາດພຣະທຳທັງໝົດ ກໍຂຶ້ນຢູ່ກັບພຣະບັນຍັດຂອງຂໍ້ນີ້.”
41ເມື່ອພວກຟາຣີຊາຍຍັງປະຊຸມກັນຢູ່ ພຣະເຢຊູຊົງຖາມເຂົາ,42ວ່າ, “ພວກທ່ານຄຶດເຫັນຢ່າງໃດດ້ວຍເລື່ອງພຣະຄຣິດ ເພິ່ນເປັນເຊື່ອສາຍຂອງຜູ້ໃດ” ເຂົາທູນຕອບວ່າ, “ເປັນເຊື່ອສາຍຂອງດາວິດ.”43ພຣະອົງຈິ່ງຊົງຖາມເຂົາວ່າ, “ຖ້າຢ່າງນັ້ນເຫດສັນໃດດາວິດ ໂດຍເດດພຣະວິນຍານຈິ່ງໄດ້ເອີ້ນພຣະອົງວ່າ ‘ອົງພຣະຜູ້ເປັນເຈົ້າ’ ດ້ວຍໄດ້ກ່າວວ່າ,
44‘ພຣະຜູ້ເປັນເຈົ້າໄດ້ຊົງບອກຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ,
“ຈົ່ງນັ່ງເບື້ອງຂວາມືຂອງເຮົາ
ຈົນກວ່າເຮົາຈະປາບສັດຕູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ”
45ເຫດສັນນີ້ຖ້າດາວິດເອີ້ນພຣະຄຣິດວ່າ ‘ພຣະຜູ້ເປັນເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ.”
46ບໍ່ມີຜູ້ໃດອາດຈະຕອບພຣະອົງໄດ້ຈັກຄຳ ຕັ້ງແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະອົງອີກ.