ຂ່າວປະເສີດເລື່ອງພຣະເຢຊູຄຣິດ
ຮຽບຮຽງໂດຍ
ລູກາ
1ມີຫລາຍຄົນໄດ້ລົງມືຮຽບຮຽງເລື່ອງເຫດການເຫລົ່ານັ້ນ ຊຶ່ງສຳເລັດແລ້ວໃນຖ້າມກາງເຮົາທັງຫລາຍ.2ຕາມທີ່ເຂົາຜູ້ໄດ້ເຫັນກັບຕາເອງຕັ້ງແຕ່ຕົ້ນແລະເປັນຜູ້ປະກາດພຣະທຳນັ້ນ ຈິ່ງໄດ້ສົ່ງສືບຕໍ່ມາໃຫ້ໝູ່ເຮົາຮູ້.3ເຫດສັນນັ້ນທ່ານເທໂອຟີໂລທີ່ນັບຖືເອີຍ, ເນື່ອງຈາກຂ້າພະເຈົ້າເອງໄດ້ສືບສວນຖ້ວນຖີ່ຕັ້ງແຕ່ຕົ້ນມາໃນສິ່ງເຫລົ່ານັ້ນ ຈິ່ງເຫັນດີຈະຮຽບຮຽງເລື່ອງຕາມລຳດັບເພື່ອປະໂຫຍດແດ່ທ່ານ.4ເພື່ອທ່ານຈະໄດ້ຮູ້ຢ່າງຄັກແນ່ໃນຄວາມອັນເປັນແກ່ນເປັນສານຂອງເລື່ອງເຫລົ່ານັ້ນ ຊຶ່ງມີຜູ້ແຈ້ງໃຫ້ທ່ານຊາບ.
5ໃນລັດຊະການຂອງເຮໂຣດກະສັດເມືອງຢູດາຍ ມີປະໂລຫິດຕົນໜຶ່ງຊື່ເຊກາຣີຢາ ຢູ່ໃນຜຽນຂອງອາບີຢາ ພັນລະຍາຂອງເຊກາຣີຢາຢູ່ໃນເຊື້ອສາຍອາໂຣນຊື່ວ່າເອລີຊາເບັດ.6ເຂົາທັງສອງເປັນຄົນຊອບທຳຕໍ່ພຣະພັກພຣະເຈົ້າ ໂດຍຂັບຕາມຂໍ້ບັນຍັດແລະກົດໝາຍທັງຫລາຍຂອງອົງພຣະຜູ້ເປັນເຈົ້າ ບໍ່ມີບ່ອນຕິເລີຍ.7ເຂົາບໍ່ມີລູກເພາະເອລີຊາເບັດເປັນຍິງໝັນ ແລະເຂົາທັງສອງກໍແກ່ຊະລາແລ້ວ.
8ເມື່ອເຊກາຣີຢາຖືກຜຽນ ກຳລັງປະຕິບັດຕາມໜ້າທີ່ປະໂລຫິດຕໍ່ພຣະພັກພຣະເຈົ້າ.9ສະຫລາກໄດ້ຕົກໃສ່ຕາມທຳນຽມປະໂລຫິດ ໃຫ້ທ່ານເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ.10ສ່ວນພົນລະເມືອງກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ.11ແລ້ວມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເຊກາຣີຢາ ຢືນຢູ່ເບື້ອງຂວາແທ່ນເຜົາເຄື່ອງຫອມບູຊານັ້ນ.12ເມື່ອເຊກາຣີຢາໄດ້ເຫັນກໍຢ້ານແລະຕົກໃຈ.13ແຕ່ເທວະດາຕົນນັ້ນໄດ້ບອກວ່າ, “ເຊກາຣີຢາເອີຍ, ຢ່າຊູ່ຢ້ານ ເພາະຄຳອ້ອນວອນຂອງທ່ານໄດ້ຊົງຟັງແລ້ວ ນາງເອລີຊາເບັດພັນລະຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານ ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າໂຢຮັນ.14ທ່ານຈະມີຄວາມຊົມຊື່ນຍິນດີ ແລະຫລາຍຄົນຈະຍິນດີເພາະບຸດນັ້ນເກີດມາ.15“ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ດື່ມເຫລົ້າແວງແລະເຫລົ້າປຸກຢ່າງໃດ ແລະຈະເຕັມໄປພຣະວິນຍານບໍລິສຸດຕັ້ງແຕ່ຈາກທ້ອງມານດາມາ.16ເພິ່ນຈະນຳລູກຫລານຂອງອິດສະຣາເອນຫລາຍຄົນຫລົບຄືນມາຫາພຣະຜູ້ເປັນເຈົ້າຂອງເຂົາ.17ເພິ່ນຈະອອກກ່ອນໜ້າພຣະອົງໂດຍສະແດງອາລົມແລະລິດເດດຂອງເອລີຢາ ຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະໃຫ້ບັນດາຄົນທີ່ດື້ດ້ານກັບມາຫາປັນຍາຂອງຄົນສິນທຳ ເພື່ອຈັດຕຽມພົນລະເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
18ເຊກາຣີຢາທູນເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ ເພາະຂ້ານ້ອຍກໍເຖົ້າແລ້ວ ແລະພັນລະຍາຂອງຂ້ານ້ອຍກໍອາຍຸສູງຫລາຍແລ້ວ.”19ຝ່າຍເທວະດາຕົນນັ້ນຈິ່ງຕອບວ່າ, “ເຮົາແມ່ນຄັບຣີເອນຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ ແລະຊົງໃຊ້ໃຫ້ມາກ່າວກັບທ່ານແລະນຳຂ່າວດີນີ້ມາບອກແກ່ທ່ານ.20ເບິ່ງແມ! ທ່ານຈະເປັນຄົນໃບ້ແລະປາກບໍ່ໄດ້ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາທີ່ຈະສຳເລັດຕາມກຳນົດ.”
21ຝ່າຍພົນລະເມືອງກໍຄອຍຖ້າເຊກາຣີຢາດ້ວຍຄວາມປະຫລາດໃຈ ເພາະທ່ານຊັກຊ້າຢູ່ໃນພຣະວິຫານ.22ເມື່ອເພິ່ນອອກມາແລ້ວກໍປາກນຳເຂົາບໍ່ໄດ້ ເຂົາຈິ່ງສັງເກດຮູ້ວ່າເພິ່ນໄດ້ເຫັນນິມິດໃນພຣະວິຫານ ເພິ່ນໄດ້ສະແດງທ່າທີພາສາໃບ້ຕໍ່ເຂົາແລະຍັງເປັນໃບ້ຢູ່.23ເມື່ອໝົດຜຽນຂອງເພິ່ນແລ້ວເພິ່ນກໍກັບບ້ານ.
24ພາຍລຸນມາເອລີຊາເບັດພັນລະຍາຂອງເພິ່ນກໍມີທ້ອງ ແລ້ວຈິ່ງໄປລີ້ຕົວຢູ່ໃນລະຫວ່າງຫ້າເດືອນຈິ່ງເວົ້າວ່າ.25“ອົງພຣະຜູ້ເປັນເຈົ້າໄດ້ຊົງເຮັດຢ່າງນີ້ແກ່ຂ້ານ້ອຍ ໃນວັນທີ່ພຣະອົງໄດ້ທອດພຣະເນດຂ້ານ້ອຍ ເພື່ອຊົງຍົກຄວາມນິນທາຂອງຂ້ານ້ອຍທີ່ມີຢູ່ຖ້າມກາງຄົນທັງຫລາຍອອກເສຍ.”
26ເມື່ອເຖິງເດືອນຖ້ວນຫົກເທວະດາຄັບຣີເອນໄດ້ຮັບໃຊ້ຈາກພຣະເຈົ້າ ມາຍັງເມືອງໜຶ່ງໃນແຂວງຄາລີເລຊື່ນາຊາເຣັດ.27ມາຫາຍິງພົມມະຈາລີຄົນໜຶ່ງ ຊຶ່ງເປັນຄູ່ໝັ້ນຂອງຊາຍຄົນໜຶ່ງຊື່ໂຢເຊັບ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ນາງນັ້ນຊື່ມາຣິອາ.28ເມື່ອເທວະດາມາເຖິງນາງແລ້ວຈິ່ງເວົ້າວ່າ, “ຈົ່ງຈະເລີນເທີນ! ເຈົ້າຜູ້ທີ່ຊົງໂຜດພຣະກະລຸນາປານີຫລາຍ ອົງພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ກັບເຈົ້າ.”29ຝ່າຍມາຣິອາກໍຕົກສະທ້ານໃຈເພາະຖ້ອຍຄຳຂອງເທວະດານັ້ນ ຈິ່ງຮ່ຳເພິງວ່າຄຳທັກທາຍນີ້ຈະໝາຍຄວາມວ່າຢ່າງໃດ.30ແລ້ວເທວະດາໄດ້ກ່າວກັບນາງວ່າ, “ມາຣິອາເອີຍ, ຢ່າຊູ່ຢ້ານ ເພາະວ່າເຈົ້າເປັນທີ່ຊົງພຣະກະລຸນາໂຜດແລ້ວ.31ເບິ່ງແມ! ເຈົ້າຈະມີທ້ອງແລະປະສູດບຸດຊາຍ ຈົ່ງຕັ້ງຊື່ບຸດນັ້ນວ່າເຢຊູ.32ບຸດນັ້ນຈະໄດ້ເປັນໃຫຍ່ ແລະຈະຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ ອົງພຣະຜູ້ເປັນເຈົ້າຊົງປະທານພຣະທີ່ນັ່ງຂອງກະສັດດາວິດ ຜູ້ເປັນບັນພະບຸລຸດຂອງທ່ານໃຫ້ແກ່ທ່ານ.33ແລະທ່ານຈະສະເຫວີຍລາດຄຸ້ມຄອງເຊື້ອສາຍຂອງຢາໂຄບສືບໆ ໄປເປັນນິດ ແລະລາຊະອານາຈັກຂອງທ່ານຈະບໍ່ຮູ້ສິ້ນສຸດ.”34ຝ່າຍມາຣິອາຈິ່ງທູນເທວະດານັ້ນວ່າ, “ເຫດການນີ້ຈະເປັນໄປໄດ້ຢ່າງໃດ ເພາະຂ້ານ້ອຍຍັງບໍ່ທັນໄດ້ຮ່ວມຮູ້ກັບຊາຍຈັກເທື່ອ.”35ເທວະດາໄດ້ຕອບນາງວ່າ, “ພຣະວິນຍານບໍລິສຸດຈະສະເດັດລົງມາເຖິງເຈົ້າ ແລະລິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້ ເຫດສັນນີ້ບຸດທີ່ຈະເກີດມານັ້ນຈະໄດ້ເອີ້ນວ່າ ບໍລິສຸດ ຄືພຣະບຸດຂອງພຣະເຈົ້າ.
36ເບິ່ງແມ! ເຖິງນາງເອລີຊາເບັດພີ່ນ້ອງຂອງເຈົ້າຜູ້ແກ່ຊະລາແລ້ວ ກໍຍັງມີທ້ອງຈະເກີດບຸດຊາຍເໝືອນກັນ ບັດນີ້ນາງທີ່ເຂົາຖືວ່າເປັນຍິງໝັນກໍມີທ້ອງໄດ້ຫົກເດືອນແລ້ວ.37ເພາະວ່າຝ່າຍພຣະເຈົ້າບໍ່ມີສິ່ງໃດທີ່ເຫລືອພຣະກຳລັງ.”38ສ່ວນມາຣິອາກໍທູນວ່າ, “ຂ້ານ້ອຍນີ້ແຫລະ, ເປັນຂ້ອຍຍິງຂອງອົງພຣະຜູ້ເປັນເຈົ້າ ຂໍໃຫ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງເຈົ້າກູເທີນ!” ແລ້ວເທວະດາຕົນນັ້ນໄດ້ຈາກນາງໄປ.
39ຄາວນັ້ນມາຣິອາໄດ້ລຸກຂຶ້ນແລ້ວຮີບໄປຍັງເຂດພູເຂົາ ຄືໄປເຖິງເມືອງໜຶ່ງໃນແຂວງຢູດາຍ.40ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາທັກທາຍນາງເອລີຊາເບັດ.41ພໍເມື່ອເອລີຊາເບັດໄດ້ຍິນຄຳທັກທາຍຂອງມາຣິອາ ບຸດໃນທ້ອງຂອງຕົນກໍດີ້ນ ແລະເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ.42ຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ນາງໄດ້ຮັບພຣະພອນໃນລະຫວ່າງພວກຜູ້ຍິງ ແລະບຸດໃນທ້ອງຂອງນາງໄດ້ຮັບພຣະພອນດ້ວຍ.43ເປັນສັນໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ.44ເພາະວ່າເບິ່ງແມ! ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ.45ຄວາມສຸກມີແກ່ນາງທີ່ໄດ້ເຊື່ອວ່າ ຈະສຳເລັດຕາມພຣະຄຳພີທີ່ນາງໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ.”ຫລືວ່າ “ນາງທີ່ໄດ້ເຊື່ອກໍເປັນສຸກ ເພາະວ່າຈະສຳເລັດຕາມພຣະຄຳທີ່ນາງໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ.”
46ສ່ວນມາຣິອາກໍກ່າວວ່າ,
“ຈິດໃຈຂອງຂ້າພະເຈົ້າສັນລະເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ.
47ແລະຈິດວິນຍານຂອງຂ້າພະເຈົ້າກໍເກີດຄວາມຍິນດີໃນພຣະເຈົ້າ
ຜູ້ຊົງໂຜດໃຫ້ຂ້າພະເຈົ້າພົ້ນ.
48ເພາະພຣະອົງຊົງທອດພຣະເນດຖານະ
ອັນຍາກຕ່ຳຕ້ອຍແຫ່ງຂ້ອຍຍິງຂອງພຣະອົງ
ເບິ່ງແມ! ຕັ້ງແຕ່ໄປນີ້ຄົນທຸກສະໄໝ
ຈະເອີ້ນຂ້າພະເຈົ້າວ່າຜາສຸກ.
49ເພາະວ່າຜູ້ຊົງລິດໄດ້ຊົງກະທຳການໃຫຍ່ແກ່ຂ້າພະເຈົ້າ
ພຣະນາມຂອງພຣະອົງກໍບໍລິສຸດ.
50ພຣະກະລຸນາຂອງພຣະອົງກໍມີ
ແກ່ບັນດາຜູ້ຢຳເກງພຣະອົງ
ທັງຊົ່ວນີ້ແລະຊົ່ວໜ້າສືບໆ ໄປ.
51ພຣະອົງຊົງສະແດງລິດດ້ວຍພຣະກອນຂອງພຣະອົງ
ພຣະອົງຊົງກະທຳໃຫ້ຄົນທີ່ມີໃຈຄຶດຈອງຫອງ
ພັດພາກຈາກກັນ.
52ພຣະອົງຊົງຖອດເຈົ້ານາຍລົງຈາກພຣະທີ່ນັ່ງ
ແລະໄດ້ຊົງຍົກຜູ້ຍາກຕ່ຳຂຶ້ນ.
53ພຣະອົງຊົງໂຜດໃຫ້ຄົນອຶດຢາກອີ່ມດ້ວຍຂອງດີ
ແລະຊົງກະທຳໃຫ້ຄົນຮັ່ງມີໜີໄປມືເປົ່າ.
54ພຣະອົງຊົງຊ່ອຍອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ
ຄືພຣະອົງຊົງຈື່ຈຳພຣະເມດຕາຂອງພຣະອົງ.
55ທີ່ມີຕໍ່ອັບຣາຮາມແລະຕໍ່ເຊື້ອສາຍຂອງເພິ່ນເປັນນິດ
ຕາມທີ່ພຣະອົງໄດ້ຊົງບອກໄວ້
ກັບບັນພະບຸລຸດຂອງພວກເຮົາ.”
56ແລ້ວມາຣິອາໄດ້ອາໃສຢູ່ກັບນາງອາລີຊາເບັດປະມານສາມເດືອນ ຈິ່ງໄດ້ກັບຄືນໄປເຮືອນຂອງຕົນ.
57ຄັນຖ້ວນວັນເວລາທີ່ນາງເອລີຊາເບັດຈະໄດ້ລູກແລ້ວ ນາງກໍໄດ້ປະສູດລູກເປັນຜູ້ຊາຍ.58ເມື່ອເພື່ອນບ້ານແລະພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະມະຫາກະລຸນາແກ່ນາງ ເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ.
59ຄັນເຖິງວັນຖ້ວນແປດເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ ແລະເຂົາຈະໃສ່ຊື່ເດັກນ້ອຍວ່າເຊກາຣີຢາ ຕາມຊື່ຂອງບິດາ.60ຝ່າຍມານດາຈິ່ງຕອບວ່າ, “ບໍ່ແມ່ນ ແຕ່ຕ້ອງໃສ່ຊື່ວ່າໂຢຮັນ.”61ເຂົາພາກັນກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.”62ແລ້ວເຂົາຈິ່ງສະແດງທ່າທີພາສາໃບ້ຖາມບິດາວ່າ, “ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ.”63ເພິ່ນຈຶ່ງຂໍເອົາກະດານມາຂຽນວ່າ, “ຊື່ຂອງເດັກນ້ອຍນັ້ນຄື ໂຢຮັນ” ຄົນທັງປວງກໍປະຫລາດໃຈ.64ໃນທັນໃດນັ້ນເພິ່ນອອກສຽງໄດ້ແລະລີ້ນກໍອ່ອນ ແລ້ວເພິ່ນໄດ້ກ່າວສັນລະເສີນພຣະເຈົ້າ.65ເພື່ອນບ້ານທັງປວງກໍເກີດຄວາມຢ້ານ ແລະເຫດການທັງປວງນັ້ນກໍຊ່າລືໄປທົ່ວເຂດພູແຂວງຢູດາຍ.66ບັນດາຄົນທີ່ໄດ້ຍິນຂ່າວເຫລົ່ານີ້ກໍເກັບໄວ້ໃນໃຈແລະເວົ້າວ່າ, “ລູກນ້ອຍນັ້ນຈະເປັນຢ່າງໃດໜໍ” ດ້ວຍວ່າພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກໍນຳເດັກນ້ອຍນັ້ນ.
67ຝ່າຍເຊກາຣີຢາຜູ້ເປັນບິດາກໍເຕັມໄປດ້ວຍພຣະວິນຍານບໍລິສຸດ ຈິ່ງໄດ້ທຳນວາຍວ່າ,
68“ຈົ່ງສັນລະເສີນຜູ້ຊົງເປັນພຣະເຈົ້າຂອງອິດສະຣາເອນ
ດ້ວຍພຣະອົງໄດ້ຊົງຢ້ຽມຢາມ
ແລະໄດ້ຊົງໄຖ່ເອົາພົນລະເມືອງຂອງພຣະອົງ.
69ແລະໄດ້ຊົງໃຫ້ຜູ້ຊົງລິດຜູ້ໜຶ່ງເກີດຂຶ້ນ
ໃນວົງສາຂອງດາວິດຜູ້ຮັບໃຊ້ຂອງພຣະອົງ
ເພື່ອເປັນຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ.
70ຕາມທີ່ພຣະອົງໄດ້ຊົງກ່າວໄວ້ຕັ້ງແຕ່ບູຮານ
ໂດຍປາກຂອງຜູ້ປະກາດພຣະທຳບໍລິສຸດຂອງພຣະອົງ.
71ຄືຊົງໃຫ້ພົ້ນຈາກສັດຕູທັງຫລາຍຂອງພວກເຮົາ
ແລະພົ້ນຈາກມືຄົນທັງປວງທີ່ຊັງເຮົາ.
72ດັ່ງນັ້ນຈິ່ງສະແດງພຣະກະລຸນາ
ຊຶ່ງຊົງສັນຍາແກ່ບັນພະບຸລຸດຂອງພວກເຮົາ
ແລະຊົງລະນຶກເຖິງພຣະສັນຍາອັນບໍລິສຸດຂອງພຣະອົງ.
73ຄືຄຳສາບານຊຶ່ງພຣະອົງໄດ້ຊົງສາບານໄວ້
ກັບອັບຣາຮາມບັນພະບຸລຸດຂອງເຮົາວ່າ,
74ເມື່ອເຮົາພົ້ນຈາກມືສັດຕູທັງຫລາຍຂອງເຮົາແລ້ວ
ຈະຊົງໂຜດໃຫ້ເຮົາໄດ້ບົວລະບັດພຣະອົງ
ໂດຍປາສະຈາກຄວາມຢ້ານ,
75ດ້ວຍໃຈສັດຊື່ແລະດ້ວຍຄວາມຊອບທຳ
ຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.
76ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ
ຜູ້ປະກາດພຣະທຳຂອງຜູ້ສູງສຸດ
ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້ເປັນເຈົ້າ
ແລະຈັດແຈງບັນດາທາງຂອງພຣະອົງ.
77ເພື່ອຈະໃຫ້ພົນລະເມືອງຂອງພຣະອົງຮູ້ເຖິງຄວາມພົ້ນ
ໂດຍການຊົງໂຜດຍົກຄວາມຜິດບາບຂອງເຂົາ.
78ດ້ວຍພຣະໄທເມດຕາກະລຸນາ
ແຫ່ງພຣະເຈົ້າຂອງພວກເຮົາ
ແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງ
ໄດ້ມາຢ້ຽມຢາມພວກເຮົາ.
79ເພື່ອຈະສ່ອງສະຫວ່າງແກ່ຄົນທັງຫລາຍທີ່ຢູ່ໃນບ່ອນມືດ
ແລະຢູ່ໃນເງົາຂອງຄວາມຕາຍ
ເພື່ອຈະນຳພາຕີນຂອງເຮົາໄປໃນທາງສະຫງົບສຸກ.”
80ຝ່າຍລູກນ້ອຍນັ້ນກໍໃຫຍ່ຂຶ້ນແລະຈິດວິນຍານກໍມີກຳລັງທະວີຂຶ້ນ ເພິ່ນໄດ້ອາໃສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະກົດແກ່ພວກອິດສະຣາເອນ.