ພຣະ‌ເຢຊູ​ຊົງ​ອ້ອນວອນ​ເພື່ອ​ພວກ​ສາ‌ວົກ

1ເມື່ອ​ພຣະ‌ເຢຊູ​ຊົງ​ກ່າວ​ຖ້ອຍ‌ຄຳ​ເຫລົ່າ‌ນີ້​ແລ້ວ ພຣະ‌ອົງ​ກໍ​ຊົງ​ເງີຍ​ພຣະ‌ພັກ​ຂຶ້ນ​ເບິ່ງ​ຟ້າ​ໂດຍ​ຊົງ​ກ່າວ​ວ່າ, “ພຣະ­ບິ­ດາ​ເອີຍ, ເຖິງ​ເວ‌ລາ​ແລ້ວ ຂໍ​ຊົງ​ໂຜດ‌ໃຫ້​ພຣະ‌ບຸດ​ຂອງ​ພຣະ‌ອົງ​ໄດ້​ຮັບ​ກຽດ‌ຕິ‌ຍົດ ເພື່ອ​ພຣະ‌ບຸດ​ຈະ​ໄດ້​ຖວາຍ​ກຽດ‌ຕິ‌ຍົດ​ແດ່​ພຣະອົງ.2ເໝືອນ​ດັ່ງ​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ໃຫ້​ພຣະ‌ບຸດ​ມີ​ສິດ‌ອຳນາດ​ເໜືອ​ມະ­ນຸດ​ທັງ‌ປວງ ເພື່ອ​ໃຫ້​ພຣະ‌ບຸດ​ປະ‌ທານ​ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ ແກ່​ທຸກ​ຄົນ‌ທີ່​ພຣະ‌ອົງ​ໄດ້​ຊົງ​ມອບ​ໃຫ້​ແກ່​ພຣະ‌ບຸດ​ນັ້ນ.3ນີ້‌ແຫລະ, ແມ່ນ​ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ ຄື​ທີ່​ເຂົາ​ຮູ້‌ຈັກ​ພຣະ‌ອົງ​ຜູ້​ຊົງ​ເປັນ​ພຣະ­ເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ແລະ​ຮູ້‌ຈັກ​ພຣະ­ເຢ­ຊູຄ­ຣິດ​ທີ່​ພຣະ‌ອົງ​ຊົງ​ໃຊ້​ມາ.4ຂ້າ‌ນ້ອຍ​ໄດ້​ຖວາຍ​ກຽດ‌ຕິ‌ຍົດ​ແດ່​ພຣະ‌ອົງ​ໃນ​ໂລກ ຂ້າ‌ນ້ອຍ​ໄດ້​ເຮັດ​ກິດ­ຈະ­ການ​ທີ່​ພຣະ‌ອົງ​ຊົງ​ໃຫ້​ຂ້າ‌ນ້ອຍ​ເຮັດ​ນັ້ນ​ສຳ‌ເລັດ​ແລ້ວ.5ບັດ‌ນີ້​ພຣະ­ບິ­ດາ​ເອີຍ, ຂໍ​ຊົງ​ໂຜດ‌ໃຫ້​ຂ້າ‌ນ້ອຍ​ມີ​ກຽດ‌ຕິ‌ຍົດ​ຕໍ່​ພຣະ‌ພັກ​ຂອງ​ພຣະ‌ອົງ​ເອງ ຄື​ກຽດ‌ຕິ‌ຍົດ​ທີ່​ຂ້າ‌ນ້ອຍ​ມີ​ກັບ​ພຣະ‌ອົງ​ກ່ອນ​ໂລກ​ບໍ່​ທັນ​ມີ​ນັ້ນ.

6“ຂ້າ‌ນ້ອຍ​ໄດ້​ສະ‌ແດງ​ພຣະ‌ນາມ​ຂອງ​ພຣະ‌ອົງ ແກ່​ຄົນ​ທັງ‌ຫລາຍ​ທີ່​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ​ຈາກ​ມະນຸດ‌ສະ‌ໂລກ ຄົນ​ເຫລົ່າ‌ນັ້ນ​ເປັນ​ຂອງ​ພຣະ‌ອົງ​ແລ້ວ ແລະ​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ເຂົາ​ໃຫ້​ແກ່​ຂ້າ‌ນ້ອຍ ແລະ​ເຂົາ​ໄດ້​ຖື‌ຮັກສາ​ພຣະ­ທຳ​ຂອງ​ພຣະ‌ອົງ​ແລ້ວ.7ບັດ‌ນີ້​ເຂົາ​ຊາບ​ແລ້ວ​ວ່າ ທຸກ​ສິ່ງ​ທີ່​ພຣະ‌ອົງ​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ​ນັ້ນ​ມາ​ຈາກ​ພຣະອົງ.8ເພາະ​ວ່າ​ຖ້ອຍ‌ຄຳ​ທັງ‌ຫລາຍ​ທີ່​ພຣະ‌ອົງ​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ​ນັ້ນ ຂ້າ‌ນ້ອຍ​ໄດ້​ໃຫ້​ເຂົາ​ແລ້ວ ແລະ​ເຂົາ​ໄດ້​ຮັບ​ໄວ້ ແລະ​ເຂົາ​ຮູ້​ແນ່​ວ່າ​ຂ້າ‌ນ້ອຍ​ມາ​ຈາກ​ພຣະ‌ອົງ​ທັງ​ເຊື່ອ​ວ່າ​ພຣະ‌ອົງ​ໄດ້​ຊົງ​ໃຊ້​ຂ້າ‌ນ້ອຍ​ມາ.9ຂ້າ‌ນ້ອຍ​ອ້ອນວອນ​ເພື່ອ​ເຂົາ ຂ້າ‌ນ້ອຍ​ບໍ່‌ໄດ້​ອ້ອນວອນ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່າ‌ນັ້ນ​ທີ່​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ແກ່​ຂ້າ‌ນ້ອຍ ເພາະ​ວ່າ​ເຂົາ​ເປັນ​ຂອງ​ພຣະອົງ.10ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ຂ້າ‌ນ້ອຍ​ກໍ​ເປັນ​ຂອງ​ພຣະ‌ອົງ ແລະ​ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ພຣະ‌ອົງ​ກໍ​ເປັນ​ຂອງ​ຂ້າ‌ນ້ອຍ ແລະ​ຂ້າ‌ນ້ອຍ​ມີ​ກຽດ‌ຕິ‌ຍົດ​ໃນ​ສິ່ງ​ເຫລົ່ານັ້ນ.11ບັດ‌ນີ້​ຂ້າ‌ນ້ອຍ​ຈະ​ບໍ່‌ຢູ່​ໃນ​ໂລກ​ນີ້​ອີກ ແຕ່​ເຂົາ​ຍັງ​ຢູ່‌ໃນ​ໂລກ​ນີ້ ຝ່າຍ​ຂ້າ‌ນ້ອຍ​ກຳ‌ລັງ​ຈະ​ເມືອ​ຫາ​ພຣະ‌ອົງ ໂອ, ພຣະ­ບິ­ດາ​ຜູ້​ບໍ­ລິ­ສຸດ ຂໍ​ພຣະ‌ອົງ​ຊົງ​ໂຜດ​ພິທັກ‌ຮັກສາ​ເຂົາ​ໄວ້​ໂດຍ​ພຣະ‌ນາມ​ຂອງ​ພຣະ‌ອົງ ທີ່​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ແກ່​ຂ້າ‌ນ້ອຍ​ນັ້ນ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເໝືອນ​ດັ່ງ​ເຮົາ​ທັງ​ສອງ.12ເມື່ອ​ຂ້າ‌ນ້ອຍ​ຍັງ​ຢູ່​ກັບ​ເຂົາ ຂ້າ‌ນ້ອຍ​ກໍ‌ໄດ້​ພິທັກ‌ຮັກສາ​ເຂົາ​ໄວ້ ໂດຍ​ພຣະ‌ນາມ​ຂອງ​ພຣະ‌ອົງ​ທີ່​ພຣະ‌ອົງ​ໄດ້​ຊົງ​ປະ‌ທານ​ແກ່​ຂ້າ‌ນ້ອຍ ຂ້າ‌ນ້ອຍ​ໄດ້​ປົກ‌ປັກ‌ຮັກສາ​ເຂົາ​ໄວ້​ແລະ​ບໍ່​ມີ​ຜູ້‌ໃດ​ໄດ້​ເສຍ​ໄປ ເວັ້ນ​ໄວ້​ແຕ່​ຜູ້​ຖືກ​ຊົງ​ໝາຍ​ໄວ້​ສຳ‌ລັບ​ຄວາມ​ຈິບ‌ຫາຍ ເພື່ອ​ໃຫ້​ສຳ‌ເລັດ​ໄປ​ຕາມ​ຂໍ້​ພຣະທຳ.13ບັດ‌ນີ້​ຂ້າ‌ນ້ອຍ​ກຳ‌ລັງ​ຈະ​ເມືອ​ຫາ​ພຣະ‌ອົງ ຂ້າ‌ນ້ອຍ​ກ່າວ‌ເຖິງ​ສິ່ງ​ເຫລົ່າ‌ນີ້​ໃນ​ໂລກ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມຊື່ນ‌ຍິນດີ​ຂອງ​ຂ້າ‌ນ້ອຍ​ຢ່າງ​ບໍລິບູນ.14ຝ່າຍ​ຂ້າ‌ນ້ອຍ​ໄດ້​ມອບ​ພຣະ­ທຳ​ຂອງ​ພຣະ‌ອົງ​ໃຫ້​ແກ່​ເຂົາ​ແລ້ວ ແລະ​ໂລກ​ນີ້​ໄດ້​ໄດ້​ກຽດ­ຊັງ​ເຂົາ​ເພາະ​ເຂົາ​ບໍ່‌ຢູ່​ຝ່າຍ​ໂລກ ເໝືອນ​ຂ້າ‌ນ້ອຍ​ບໍ່‌ຢູ່​ຝ່າຍ​ໂລກ​ນັ້ນ.15ຂ້າ‌ນ້ອຍ​ບໍ່‌ໄດ້​ຂໍ​ພຣະ‌ອົງ​ເອົາ​ເຂົາ​ອອກ‌ຈາກ​ໂລກ​ນີ້ ແຕ່​ໄດ້​ຂໍ​ຮັກ‌ສາ​ເຂົາ​ໄວ້​ໃຫ້​ພົ້ນ​ຈາກ​ມານຮ້າຍ.ຫລື “ຈາກ​ການ​ຊົ່ວຮ້າຍ.” 16ເຂົາ​ບໍ່‌ຢູ່​ຝ່າຍ​ໂລກ​ເໝືອນ​ດັ່ງ​ຂ້າ‌ນ້ອຍ​ນີ້​ບໍ່‌ຢູ່​ຝ່າຍ​ໂລກ.17ຂໍ​ຊົງ​ໂຜດ​ຊຳ‌ລະ​ເຂົາ​ໃຫ້‌ບໍລິສຸດ​ດ້ວຍ​ຄວາມ‌ຈິງ ພຣະ­ທຳ​ຂອງ​ພຣະ‌ອົງ​ນັ້ນ​ເປັນ‌ຄວາມ​ຈິງ.18ພຣະ‌ອົງ​ຊົງ​ໃຊ້​ຂ້າ‌ນ້ອຍ​ມາ​ໃນ​ໂລກ​ສັນ‌ໃດ ຂ້າ‌ນ້ອຍ​ກໍ​ໃຊ້​ເຂົາ​ໄປ​ໃນ​ໂລກ​ສັນນັ້ນ.19ຂ້າ‌ນ້ອຍ​ຊຳ‌ລະ​ຕົວ​ຖວາຍ​ເພາະ​ເຫັນ‌ແກ່​ເຂົາ ເພື່ອ​ໃຫ້​ເຂົາ​ຮັບ​ການ​ຊົງ​ຊຳ‌ລະ​ແຕ່ງ‌ຕັ້ງ​ໄວ້​ດ້ວຍ​ຄວາມ‌ຈິງ​ເໝືອນ​ກັນ.

20“ຂ້າ‌ນ້ອຍ​ບໍ່‌ໄດ້​ອ້ອນວອນ​ເພື່ອ​ຄົນ​ເຫລົ່າ‌ນີ້​ພວກ​ດຽວ ແຕ່​ເພື່ອ​ຄົນ​ທັງ‌ປວງ​ທີ່​ວາງ‌ໃຈ​ໃນ​ຂ້າ‌ນ້ອຍ ເພາະ​ຖ້ອຍ‌ຄຳ​ຂອງ​ເຂົາ,21ເພື່ອ​ເຂົາ​ທັງ​ໝົດ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ດັ່ງ​ທີ່​ພຣະ‌ອົງ​ຄື​ພຣະ­ບິ­ດາ​ຊົງ​ສະ‌ຖິດ​ໃນ​ຂ້າ‌ນ້ອຍ ແລະ​ຂ້າ‌ນ້ອຍ​ໃນ​ພຣະ‌ອົງ ເພື່ອ​ໃຫ້​ເຂົາ​ຢູ່‌ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ‌ອົງ​ແຫ‌ລະ, ຊົງ​ໃຊ້​ຂ້າ‌ນ້ອຍ​ມາ.22ແລະ​ກຽດ‌ຕິ‌ຍົດ​ທີ່​ພຣະ‌ອົງ​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ​ນັ້ນ​ຂ້າ‌ນ້ອຍ​ກໍ‌ໄດ້​ໃຫ້​ແກ່​ເຂົາ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເໝືອນ​ດັ່ງ​ເຮົາ​ທັງ​ສອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນັ້ນ.23ຂ້າ‌ນ້ອຍ​ຢູ່‌ໃນ​ເຂົາ​ແລະ​ພຣະ‌ອົງ​ຊົງ​ຢູ່‌ໃນ​ຂ້າ‌ນ້ອຍ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ສົມ‌ບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້‌ວ່າ​ແມ່ນ​ພຣະ‌ອົງ​ນັ້ນ​ແຫ‌ລະ, ຊົງ​ໃຊ້​ຂ້າ‌ນ້ອຍ​ມາ ແລະ​ພຣະ‌ອົງ​ຊົງ​ຮັກ​ເຂົາ​ເໝືອນ​ດັ່ງ​ທີ່​ພຣະ‌ອົງ​ຊົງ​ຮັກ​ຂ້ານ້ອຍ.

24“ໂອ ພຣະ­ບິ­ດາ​ເອີຍ, ຊຶ່ງ​ພຣະ‌ອົງ​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ​ນັ້ນ ຂ້າ‌ນ້ອຍ​ກໍ​ປາດ‌ຖະໜາ​ຢາກ​ໃຫ້​ເຂົາ​ຢູ່​ກັບ​ຂ້າ‌ນ້ອຍ​ໃນ​ບ່ອນ​ຊຶ່ງ​ຂ້າ‌ນ້ອຍ​ຢູ່​ນັ້ນ​ເໝືອນ​ກັນ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສະ­ຫງ່າ­ລາ­ສີ​ຂອງ​ຂ້າ‌ນ້ອຍ ຊຶ່ງ​ພຣະ‌ອົງ​ຊົງ​ປະ‌ທານ​ໃຫ້​ແກ່​ຂ້າ‌ນ້ອຍ ເພາະ​ພຣະ‌ອົງ​ຊົງ​ຮັກ​ຂ້າ‌ນ້ອຍ ກ່ອນ​ຊົງ​ສ້າງ​ໂລກ.25ໂອ ພຣະ­ບິ­ດາ​ຜູ້​ຍຸດຕິ‌ທຳ, ໂລກ​ນີ້​ບໍ່‌ໄດ້​ຮູ້‌ຈັກ ພຣະ‌ອົງ​ແຕ່​ຝ່າຍ​ຂ້າ‌ນ້ອຍ​ໄດ້​ຮູ້‌ຈັກ​ພຣະ‌ອົງ ແລະ​ຄົນ​ເຫລົ່າ‌ນີ້​ໄດ້​ຮູ້‌ວ່າ​ແມ່ນ​ພຣະ‌ອົງ​ແຫ‌ລະ, ຊົງ​ໃຊ້​ຂ້າ‌ນ້ອຍ​ມາ.26ຂ້າ‌ນ້ອຍ​ໄດ້​ເຮັດ‌ໃຫ້​ເຂົາ​ຮູ້‌ຈັກ​ພຣະ‌ນາມ​ຂອງ​ພຣະ‌ອົງ ແລະ​ຈະ​ເຮັດ‌ໃຫ້​ເຂົາ​ຮູ້​ອີກ ເພື່ອ​ຄວາມ­ຮັກ​ທີ່​ພຣະ‌ອົງ​ໄດ້​ຊົງ​ຮັກ​ຂ້າ‌ນ້ອຍ​ຈະ​ຢູ່‌ໃນ​ເຂົາ ແລະ​ຝ່າຍ​ຂ້າ‌ນ້ອຍ​ກໍ​ຢູ່‌ໃນ​ເຂົາ.”