ພຣະ‌ເຢຊູ​ຄື​ເຄືອ​ອະ­ງຸ່ນ​ອັນ​ແທ້‌ຈິງ

1“ເຮົາ​ເປັນ​ເຄືອ​ອະ­ງຸ່ນ​ອັນ​ແທ້‌ຈິງ ພຣະ­ບິ­ດາ​ຂອງ​ເຮົາ​ຊົງ​ເປັນ​ຜູ້​ບົວລະບັດ.2ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່‌ເກີດ​ຜົນ ພຣະ‌ອົງ​ຊົງ​ລິ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດ​ຜົນ ພຣະ‌ອົງ​ຊົງ​ຕອນ​ເພື່ອ​ໃຫ້​ເກີດ​ຜົນ​ຫລາຍ​ຂຶ້ນ.3ບັດ‌ນີ້​ທ່ານ​ທັງ‌ຫລາຍ​ກໍ​ຕອນຄຳ​ວ່າ​ຕອນ​ນີ້​ໝາຍ‌ຄວາມ‌ວ່າ “ຮັບ​ການ​ຊຳ‌ຮະ​ໃຫ້​ສະອາດ.”  ແລ້ວ​ດ້ວຍ​ພຣະ­ທຳ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ພວກ​ທ່ານ.4ຈົ່ງ​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ເຮົາ​ແລະ​ເຮົາ​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ພວກ​ທ່ານ ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່‌ໄດ້​ນອກ‌ຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນ‌ໃດ ທ່ານ​ທັງ‌ຫລາຍ​ກໍ​ຈະ​ເກີດ​ຜົນ​ບໍ່‌ໄດ້​ນອກ‌ຈາກ​ຈະ​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ເຮົາ​ສັນນັ້ນ.

5ເຮົາ​ເປັນ​ເຄືອ​ອະ­ງຸ່ນ ທ່ານ​ທັງ‌ຫລາຍ​ເປັນ​ກິ່ງ ຜູ້​ທີ່​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ຜູ້‌ນັ້ນ ແມ່ນ​ຜູ້‌ນັ້ນ​ແຫ‌ລະ, ຈະ​ເກີດ​ຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ​ພວກ​ທ່ານ​ບໍ່​ອາດ​ເຮັດ​ສິ່ງ‌ໃດ​ໄດ້.6ຖ້າ​ຜູ້‌ໃດ​ບໍ່​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ເຮົາ ຜູ້‌ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວ‌ແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.7ຖ້າ​ທ່ານ​ທັງ‌ຫລາຍ​ເຂົ້າ​ສະ‌ໜິດ​ຢູ່‌ໃນ​ເຮົາ ແລະ​ຖ້ອຍ‌ຄຳ​ຂອງ​ເຮົາ​ຝັງ​ຢູ່‌ໃນ​ທ່ານ​ແລ້ວ ພວກ​ທ່ານ​ຈະ​ປາດ‌ຖະໜາ​ສິ່ງ‌ໃດ​ຈົ່ງ​ຂໍ​ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກ​ທ່ານ.8ໃນ​ການ​ນີ້‌ແຫລະ, ພຣະ­ບິ­ດາ​ຂອງ​ເຮົາ​ໄດ້​ຊົງ​ຮັບ​ກຽດ‌ຕິ‌ຍົດ ຄື​ເມື່ອ​ພວກ​ທ່ານ​ເກີດ​ຜົນ​ຫລາຍ ພວກ​ທ່ານ​ຈຶ່ງ​ເກີດ​ເປັນ​ສາ‌ວົກ​ຂອງ​ເຮົາ.

9ພຣະ­ບິ­ດາ​ໄດ້​ຊົງ​ຮັກ​ເຮົາ​ຢ່າງ‌ໃດ ຝ່າຍ​ເຮົາ​ໄດ້​ຮັກ​ພວກ​ທ່ານ​ຢ່າງ​ນັ້ນ​ເໝືອນ​ກັນ ຈົ່ງ​ຕັ້ງ​ຢູ່‌ໃນ​ຄວາມ­ຮັກ​ຂອງ​ເຮົາ.10ຖ້າ​ພວກ​ທ່ານ​ຖື‌ຮັກສາ​ຂໍ້​ບັນ‌ຍັດ​ຂອງ​ເຮົາ ທ່ານ​ກໍ​ຈະ​ຕັ້ງ​ຢູ່‌ໃນ​ຄວາມ­ຮັກ​ຂອງ​ເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ຖື‌ຮັກສາ​ບັນ‌ຍັດ​ພຣະ­ບິ­ດາ​ຂອງ​ເຮົາ ເຮົາ​ຈຶ່ງ​ຕັ້ງ​ຢູ່‌ໃນ​ຄວາມ­ຮັກ​ຂອງ​ພຣະອົງ.11ຂໍ້‌ຄວາມ​ເຫລົ່າ‌ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ‌ຫລາຍ​ແລ້ວ ເພື່ອ​ຄວາມ​ຍິນ‌ດີ​ຂອງ​ເຮົາ​ຈະ​ຢູ່‌ໃນ​ທ່ານ ແລະ​ຄວາມ​ຍິນ‌ດີ​ຂອງ​ທ່ານ​ຈະ​ຄົບ​ບໍລິບູນ.12“ນີ້‌ແຫລະ, ເປັນ​ຂໍ້​ບັນ‌ຍັດ​ຂອງ​ເຮົາ ຄື​ໃຫ້​ທ່ານ​ທັງ‌ຫລາຍ​ຮັກ​ກັນ​ແລະ​ກັນ ເໝືອນ​ດັ່ງ​ເຮົາ​ໄດ້​ຮັກ​ພວກ​ທ່ານ.13ບໍ່​ມີ​ຜູ້‌ໃດ​ມີ​ຄວາມ­ຮັກ​ໃຫຍ່​ກວ່າ​ນີ້ ຄື​ການ​ທີ່​ຜູ້​ໜຶ່ງ​ຈະ​ໄດ້​ສະ‌ຫລະ​ຊີ­ວິດ​ຕາງ​ມິດ‌ສະຫາຍ​ຂອງຕົນ.14ຖ້າ​ທ່ານ​ທັງ‌ຫລາຍ​ເຮັດ​ຂໍ້​ທີ່​ເຮົາ​ໄດ້​ບັນ‌ຍັດ​ໄວ້ ພວກ​ທ່ານ​ກໍ​ເປັນ​ມິດ‌ສະຫາຍ​ຂອງ​ເຮົາ.15ຕໍ່‌ໄປ​ເຮົາ​ບໍ່​ເອີ້ນ​ທ່ານ​ທັງ​ຫລາຍ‌ວ່າ​ຂ້ອຍ​ໃຊ້ ເພາະ​ຂ້ອຍ​ໃຊ້​ບໍ່​ຮູ້‌ວ່າ​ນາຍ​ຂອງ‌ຕົນ​ກຳ‌ລັງ​ເຮັດ​ອັນ‌ໃດ ແຕ່​ເຮົາ​ເອີ້ນ​ພວກ​ທ່ານ​ວ່າ​ມິດ‌ສະຫາຍ ເພາະ​ວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້‌ຍິນ​ຈາກ​ພຣະ­ບິ­ດາ​ຂອງ​ເຮົາ ເຮົາ​ກໍ‌ໄດ້​ສະ‌ແດງ​ໃຫ້​ແກ່​ພວກ​ທ່ານ​ຊາບ​ແລ້ວ.16ບໍ່‌ແມ່ນ​ທ່ານ​ທັງ‌ຫລາຍ​ໄດ້​ເລືອກ­ເອົາ​ເຮົາ ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ­ເອົາ​ພວກ​ທ່ານ​ແລະ​ໄດ້​ແຕ່ງ‌ຕັ້ງ​ທ່ານ​ທັງ‌ຫລາຍ ເພື່ອ​ໃຫ້​ໄປ​ເກີດ​ຜົນ ແລະ​ເພື່ອ​ຜົນ​ຂອງ​ພວກ​ທ່ານ​ຈະ​ຕັ້ງ​ຢູ່​ຖາ‌ວອນ ເພື່ອ​ວ່າ, ເມື່ອ​ທ່ານ​ທັງ‌ຫລາຍ​ຈະ​ທູນ​ຂໍ​ສິ່ງ‌ໃດ​ຈາກ​ພຣະ­ບິ­ດາ​ໃນ​ນາມ​ຂອງ​ເຮົາ ພຣະ‌ອົງ​ກໍ​ຈະ​ຊົງ​ປະ‌ທານ​ສິ່ງ​ນັ້ນ​ແກ່​ພວກ​ທ່ານ.17ຂໍ້‌ຄວາມ​ເຫລົ່າ‌ນີ້​ເຮົາ​ກໍ​ບັນ‌ຍັດ​ໄວ້​ແກ່​ທ່ານ​ທັງ‌ຫລາຍ​ເພື່ອ​ພວກ​ທ່ານ​ຈະ​ຮັກ​ກັນ​ແລະ​ກັນ.

ຄວາມ​ກຽດ­ຊັງ​ຂອງ​ໂລກ

18“ຖ້າ​ໂລກ​ຫາກ​ກຽດ­ຊັງ​ທ່ານ​ທັງ‌ຫລາຍ ກໍ​ຈົ່ງ​ຮູ້‌ວ່າ​ມັນ​ໄດ້​ກຽດ­ຊັງ​ເຮົາ​ກ່ອນ​ແລ້ວ.19ຖ້າ​ທ່ານ​ທັງ‌ຫລາຍ​ເປັນ​ຂອງ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກ‌ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ທ່ານ​ທັງ‌ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ­ເອົາ​ພວກ​ທ່ານ​ອອກ‌ຈາກ​ໂລກ ສັນ‌ນັ້ນ​ໂລກ​ຈຶ່ງ​ກຽດ­ຊັງ​ພວກ​ທ່ານ.20ຈົ່ງ​ລະ‌ນຶກ​ເຖິງ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ທ່ານ​ທັງ​ຫລາຍ‌ວ່າ ຂ້ອຍ​ໃຊ້​ບໍ່‌ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ‌ຕົນ ຖ້າ​ເຂົາ​ຂົ່ມ­ເຫງ​ເຮົາ ເຂົາ​ກໍ​ຈະ​ຂົ່ມ­ເຫງ​ທ່ານ​ທັງ‌ຫລາຍ​ເໝືອນ​ກັນ ຖ້າ​ເຂົາ​ຖື‌ຮັກສາ​ຂໍ້‌ຄວາມ​ຂອງ​ເຮົາ ເຂົາ​ກໍ​ຈະ​ຖື‌ຮັກສາ​ຂໍ້‌ຄວາມ​ຂອງ​ພວກ​ທ່ານ​ເໝືອນ​ກັນ.21ແຕ່​ສິ່ງ​ທັງ‌ປວງ​ນີ້​ເຂົາ​ກໍ​ຈະ​ເຮັດ​ຕໍ່​ທ່ານ​ທັງ‌ຫລາຍ ເພາະ​ເຫັນ‌ແກ່​ນາມ​ຂອງ​ເຮົາ ເພາະ​ວ່າ​ເຂົາ​ບໍ່​ຮູ້‌ຈັກ​ພຣະ‌ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.22ຖ້າ​ເຮົາ​ບໍ່‌ໄດ້​ມາ​ກ່າວ​ແກ່​ເຂົາ ເຂົາ​ກໍ​ບໍ່​ມີ​ຜິດ‌ບາບ​ແຕ່​ບັດ‌ນີ້​ເຂົາ​ບໍ່​ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ຜິດ‌ບາບ​ຂອງຕົນ.23ຜູ້​ທີ່​ກຽດ­ຊັງ​ເຮົາ​ກໍ​ກຽດ­ຊັງ​ພຣະ­ບິ­ດາ​ຂອງ​ເຮົາ​ເໝືອນ​ກັນ.24ຖ້າ​ເຮົາ​ບໍ່‌ໄດ້​ເຮັດ​ກິດ­ຈະ­ການ​ຖ້າ‌ມກາງ​ເຂົາ ອັນ​ບໍ່​ມີ​ຜູ້​ອື່ນ​ໄດ້​ເຮັດ​ນັ້ນ ເຂົາ​ກໍ​ຄົງ​ບໍ່​ມີ​ຜິດ‌ບາບ ແຕ່​ບັດ‌ນີ້​ເຂົາ​ໄດ້​ເຫັນ ແລະ​ໄດ້​ກຽດ­ຊັງ​ທັງ​ເຮົາ ແລະ​ພຣະ­ບິ­ດາ​ຂອງ​ເຮົາ​ເໝືອນ​ກັນ.25ທັງ​ນີ້​ກໍ​ເພື່ອ‌ຈະ​ໄດ້​ເປັນ​ຈິງ ຕາມ​ທີ່​ຂຽນ‌ໄວ້​ໃນ​ພຣະ‌ບັນຍັດ​ຂອງ​ເຂົາ​ທີ່​ວ່າ ‘ເຂົາ​ໄດ້​ກຽດ­ຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດ’.26ແຕ່​ເມື່ອ​ອົງ​ພຣະຜູ້‌ຊ່ອຍ​ຜູ້​ທີ່​ເຮົາ​ນີ້​ຈະ​ໃຊ້​ມາ​ຈາກ​ພຣະ­ບິ­ດາ​ຫາ​ທ່ານ​ທັງ‌ຫລາຍ ຄື​ພຣະ‌ວິນຍານ​ແຫ່ງ​ຄວາມ‌ຈິງ​ຊຶ່ງ​ອອກ‌ຈາກ​ພຣະ­ບິ­ດາ ໄດ້​ສະ‌ເດັດ​ມາ​ແລ້ວ ພຣະ‌ອົງ​ນັ້ນ​ແຫ‌ລະ, ຈະ​ຊົງ​ເປັນ​ພະ‌ຍານ​ໃຫ້​ແກ່​ເຮົາ.27ສ່ວນ​ທ່ານ​ທັງ‌ຫລາຍ​ກໍ​ເປັນ​ພະ‌ຍານ​ເໝືອນ​ກັນ ເພາະ​ວ່າ​ພວກ​ທ່ານ​ຢູ່​ກັບ​ເຮົາ​ຕັ້ງ‌ແຕ່​ຕົ້ນ​ມາ​ແລ້ວ.