ພຣະ‌ເຢຊູ​ຊົງ​ເປັນ​ທາງ​ໄປ​ສູ່​ພຣະ­ບິ­ດາ

1“ຢ່າ​ໃຫ້​ໃຈ​ຂອງ​ທ່ານ​ທັງ‌ຫລາຍ​ວຸ້ນ‌ວາຍ​ໄປ ຈົ່ງ​ໄວ້‌ວາງໃຈ​ໃນ​ພຣະ­ເຈົ້າ ແລະ​ໄວ້‌ວາງໃຈ​ໃນ​ເຮົາ​ເໝືອນ​ກັນ.ຫລື​ວ່າ “ທ່ານ​ທັງ‌ຫລາຍ​ກໍ​ໄວ້‌ວາງໃຈ​ໃນ​ພຣະ­ເຈົ້າ ຈົ່ງ​ໄວ້‌ວາງໃຈ​ໃນ​ເຮົາ​ເໝືອນ​ກັນ.” 2ໃນ​ຜາ‌ສາດ​ພຣະ­ບິ­ດາ​ຂອງ​ເຮົາ​ມີ​ທີ່‌ຢູ່​ຫລາຍ​ບ່ອນ ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກ​ທ່ານ​ແລ້ວ ເພາະ​ເຮົາ​ໄປ​ຈັດ‌ແຈງ​ບ່ອນ​ໄວ້​ສຳ‌ລັບ​ທ່ານ​ທັງຫລາຍ.3ເມື່ອ​ເຮົາ​ໄປ​ຈັດ‌ແຈງ​ບ່ອນ​ໄວ້​ສຳ‌ລັບ​ພວກ​ທ່ານ​ແລ້ວ ເຮົາ​ຈະ​ກັບ​ມາ​ອີກ​ຮັບ​ທ່ານ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ເໝືອນ​ກັນ.4ແລະ​ທ່ານ​ຮູ້‌ຈັກ​ທາງ​ທີ່​ເຮົາ​ຈະ​ໄປນັ້ນ.”

5ໂທ­ມາ​ທູນ​ພຣະ‌ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ‌ນ້ອຍ​ບໍ່​ຮູ້‌ວ່າ​ທ່ານ​ຈະ​ໄປ​ໃສ ພວກ​ຂ້າ‌ນ້ອຍ​ຈະ​ຮູ້‌ຈັກ​ທາງ​ນັ້ນ​ດ້ວຍ​ຢ່າງໃດ.”6ພຣະ‌ເຢຊູ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ນີ້‌ແຫລະ, ເປັນ​ທາງ​ນັ້ນ, ເປັນ‌ຄວາມ​ຈິງ, ແລະ ເປັນ​ຊີ­ວິດ ບໍ່​ມີ​ຜູ້‌ໃດ​ມາ​ເຖິງ​ພຣະ­ບິ­ດາ​ໄດ້​ນອກ‌ຈາກ​ຈະ​ມາ​ທາງ​ເຮົາ.7ຖ້າ​ທ່ານ​ທັງ‌ຫລາຍ​ຮູ້‌ຈັກ​ເຮົາ​ແລ້ວ ທ່ານ​ກໍ​ຄົງ​ຮູ້‌ຈັກ​ພຣະ­ບິ­ດາ​ຂອງ​ເຮົາ​ເໝືອນ​ກັນ ຕັ້ງ‌ແຕ່​ນີ້​ໄປ​ທ່ານ​ທັງ‌ຫລາຍ​ກໍ​ຮູ້‌ຈັກ​ພຣະ‌ອົງ ແລະ​ໄດ້​ເຫັນ​ພຣະອົງ.”

8ຟີ­ລິບ​ທູນ​ພຣະ‌ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຂໍ​ສະ‌ແດງ​ພຣະ­ບິ­ດາ​ໃຫ້​ຂ້າ‌ນ້ອຍ​ທັງ‌ຫລາຍ​ໄດ້​ເຫັນ ພວກ​ຂ້າ‌ນ້ອຍ​ກໍ​ຈະ​ພໍ‌ໃຈ​ແລ້ວ.”9ພຣະ‌ເຢຊູ​ຊົງ​ຕອບ​ວ່າ, “ຟີ­ລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກ​ທ່ານ​ເຫິງ​ມາ​ເຖິງ​ພຽງ​ນີ້ ແລະ​ພວກ​ທ່ານ​ຍັງ​ບໍ່​ຮູ້‌ຈັກ​ເຮົາ​ອີກ​ຫລື ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ‌ໄດ້​ເຫັນ​ພຣະ­ບິ­ດາ ເປັນ​ສັນ‌ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ, ‘ຂໍ​ສະ‌ແດງ​ພຣະ­ບິ­ດາ​ໃຫ້​ພວກ​ຂ້າ‌ນ້ອຍ​ເຫັນ.’10ທ່ານ​ບໍ່​ເຊື່ອ​ຫລື​ວ່າ​ເຮົາ​ນີ້​ຢູ່‌ໃນ​ພຣະ­ບິ­ດາ ແລະ​ພຣະ­ບິ­ດາ​ຊົງ​ຢູ່‌ໃນ​ເຮົາ ຖ້ອຍ‌ຄຳ​ທີ່​ເຮົາ​ກ່າວ​ແກ່​ທ່ານ​ທັງ‌ຫລາຍ​ນັ້ນ​ເຮົາ​ບໍ່‌ໄດ້​ກ່າວ​ໂດຍ​ລຳ‌ພັງ​ເຮົາ​ເອງ ແຕ່​ພຣະ­ບິ­ດາ​ຜູ້​ຊົງ​ສະ‌ຖິດ​ຢູ່‌ໃນ​ເຮົາ​ໄດ້​ຊົງ‌ກະທຳ​ພຣະ‌ລາຊະ‌ກິດ​ຂອງ​ພຣະອົງ.11ຈົ່ງ​ເຊື່ອ​ເຮົາ​ວ່າ​ເຮົາ​ຢູ່‌ໃນ​ພຣະ­ບິ­ດາ​ແລະ​ພຣະ­ບິ­ດາ​ຊົງ​ຢູ່‌ໃນ​ເຮົາ ຖ້າ​ບໍ່‌ດັ່ງນັ້ນ​ກໍ​ຈົ່ງ​ເຊື່ອ​ເພາະ​ກິດ­ຈະ­ການ​ເຫລົ່ານັ້ນ.12“ເຮົາ​ບອກ​ທ່ານ​ທັງ‌ຫລາຍ​ຕາມ​ຄວາມ‌ຈິງ​ວ່າ ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດ­ຈະ­ການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນ​ກັນ ແລະ​ຜູ້‌ນັ້ນ​ຈະ​ເຮັດ‌ການ​ໃຫຍ່​ກວ່າ​ນັ້ນ​ອີກ ເພາະ​ວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາ.13ສິ່ງ‌ໃດ​ທີ່​ທ່ານ​ທັງ‌ຫລາຍ​ຈະ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ເພື່ອ​ວ່າ​ພຣະ­ບິ­ດາ​ຈະ​ຊົງ​ຮັບ​ກຽດ‌ຕິ‌ຍົດ​ດ້ວຍ​ພຣະບຸດ.14ຖ້າ​ທ່ານ​ທັງ‌ຫລາຍ​ຂໍ​ສິ່ງ‌ໃດ​ກັບ​ເຮົາ​ໃນ​ນາມ​ຂອງ​ເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ.

ຊົງ​ສັນ‌ຍາ​ຈະ‌ປະທານ​ພຣະ­ວິນ­ຍານ­ບໍ­ລິ­ສຸດ

15“ຖ້າ​ທ່ານ​ທັງ‌ຫລາຍ​ຮັກ​ເຮົາ ທ່ານ​ກໍ​ຈະ​ຖື‌ຮັກສາ​ຂໍ້​ບັນ‌ຍັດ​ຂອງ​ເຮົາ.16ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະ­ບິ­ດາ ແລະ​ພຣະ‌ອົງ​ຈະ​ຊົງ​ປະ‌ທານ​ຜູ້​ຊ່ອຍ​ອີກ​ຜູ້​ໜຶ່ງ​ໃຫ້​ແກ່​ພວກ​ທ່ານ ເພື່ອ‌ຈະ​ຢູ່​ກັບ​ພວກ​ທ່ານ​ຕະຫລອດ‌ໄປ‌ເປັນນິດ,17ຄື​ພຣະ‌ວິນຍານ​ແຫ່ງ​ຄວາມ‌ຈິງ ຊຶ່ງ​ໂລກ​ບໍ່​ອາດ‌ຈະ​ຮັບ​ໄດ້​ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້‌ຈັກ​ພຣະ‌ອົງ ແຕ່​ທ່ານ​ທັງ‌ຫລາຍ​ຮູ້‌ຈັກ​ພຣະ‌ອົງ ເພາະ​ພຣະ‌ອົງ​ຊົງ​ສະ‌ຖິດ​ຢູ່​ກັບ​ພວກ​ທ່ານ ແລະ​ຈະ​ປະ‌ທັບ​ຢູ່‌ໃນ​ພວກ​ທ່ານ.

18“ເຮົາ​ຈະ​ບໍ່​ປະ​ຖິ້ມ​ທ່ານ​ທັງ‌ຫລາຍ​ໄວ້​ໃນ​ເປັນ​ກຳ‌ພ້າ ເຮົາ​ຈະ​ມາ​ຫາ​ພວກ​ທ່ານ.19ອີກ​ໜ້ອຍ‌ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ​ແຕ່​ພວກ​ທ່ານ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ເປັນ​ຢູ່​ທ່ານ​ທັງ‌ຫລາຍ​ກໍ​ຈະ​ເປັນ​ຢູ່​ເໝືອນ​ກັນ.20ໃນ​ວັນ​ນັ້ນ​ທ່ານ​ຈະ​ຮູ້‌ວ່າ​ເຮົາ​ຢູ່‌ໃນ​ພຣະ­ບິ­ດາ​ຂອງ​ເຮົາ ແລະ​ພວກ​ທ່ານ​ຢູ່‌ໃນ​ເຮົາ ແລະ​ເຮົາ​ຢູ່‌ໃນ​ພວກ​ທ່ານ.21ຜູ້​ທີ່​ມີ​ຂໍ້​ບັນ‌ຍັດ​ຂອງ​ເຮົາ​ແລະ​ຖື​ຂໍ້​ບັນ‌ຍັດ​ນັ້ນ ຜູ້‌ນັ້ນ​ແຫ‌ລະ, ເປັນ​ຜູ້​ທີ່​ຮັກ​ເຮົາ ແລ້ວ​ຜູ້​ທີ່​ຮັກ​ເຮົາ​ພຣະ­ບິ­ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້‌ນັ້ນ ແລະ​ຝ່າຍ​ເຮົາ​ຈະ​ຮັກ​ຜູ້‌ນັ້ນ ພ້ອມ​ທັງ​ຈະ​ສະ‌ແດງ​ຕົວ​ເຮົາ​ໃຫ້​ແກ່​ຜູ້ນັ້ນ.”

22ຢູ­ດາ (ບໍ່‌ແມ່ນ​ອິ­ສະ­ກາ­ຣີ­ອົດ) ທູນ​ພຣະ‌ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ດ້ວຍ​ເຫດ‌ໃດ​ທ່ານ​ຈຶ່ງ​ສະ‌ແດງ​ຕົວ​ໃຫ້​ປະ‌ກົດ​ແກ່​ພວກ​ຂ້າ‌ນ້ອຍ ແຕ່​ບໍ່‌ໃຫ້​ປະ‌ກົດ​ແກ່​ໂລກ.”23ພຣະ‌ເຢຊູ​ຊົງ​ຕອບ​ວ່າ, “ຖ້າ​ຜູ້‌ໃດ​ຮັກ​ເຮົາ ຜູ້‌ນັ້ນ​ຈະ​ຖື‌ຮັກສາ​ພຣະ­ທຳ​ຂອງ​ເຮົາ ແລະ​ພຣະ­ບິ­ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້‌ນັ້ນ ແລ້ວ​ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້‌ນັ້ນ​ແລະ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.24ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ບໍ່​ຖື‌ຮັກສາ​ຖ້ອຍ‌ຄຳ​ທັງ‌ຫລາຍ​ຂອງ​ເຮົາ ພຣະ­ທຳ​ທີ່​ທ່ານ​ທັງ‌ຫລາຍ​ໄດ້‌ຍິນ​ນັ້ນ​ບໍ່‌ແມ່ນ​ຂອງ​ເຮົາ ແຕ່​ແມ່ນ​ຂອງ​ພຣະ­ບິ­ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ.

25“ຂໍ້‌ຄວາມ​ເຫລົ່າ‌ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ‌ຫລາຍ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ.26ແຕ່​ພຣະຜູ້‌ຊ່ອຍ​ຄື​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ທີ່​ພຣະ­ບິ­ດາ​ຈະ​ຊົງ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫ‌ລະ, ຈະ​ຊົງ​ສອນ​ທ່ານ​ທັງ‌ຫລາຍ​ທຸກໆ ສິ່ງ ແລະ​ຈະ​ເຕືອນ​ພວກ​ທ່ານ​ໃຫ້​ລະ‌ນຶກ​ເຖິງ​ທຸກ​ສິ່ງ​ທີ່​ເຮົາ​ນີ້​ໄດ້​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ນັ້ນ.

27ເຮົາ​ມອບ​ຄວາມ‌ສະຫງົບ‌ສຸກ​ໄວ້​ກັບ​ທ່ານ​ທັງ‌ຫລາຍ ຄວາມ‌ສະຫງົບ‌ສຸກ​ຂອງ​ເຮົາ ເຮົາ​ປະ‌ທານ​ໃຫ້​ແກ່​ທ່ານ​ທັງ‌ຫລາຍ ຝ່າຍ​ເຮົາ​ໃຫ້​ແກ່​ພວກ​ທ່ານ​ບໍ່​ເໝືອນ​ໂລກ​ໃຫ້​ນັ້ນ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ວຸ້ນ‌ວາຍ​ໄປ​ແລະ​ຢ່າຊູ່ຢ້ານ.28ທ່ານ​ທັງ‌ຫລາຍ​ໄດ້‌ຍິນ​ເຮົາ​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ວ່າ ‘ເຮົາ​ຈະ​ຈາກ​ໄປ​ແລະ​ຈະ​ກັບ​ມາ​ຫາ​ພວກ​ທ່ານ’ ຖ້າ​ພວກ​ທ່ານ​ຮັກ​ເຮົາ ພວກ​ທ່ານ​ກໍ​ຈະ​ຊົມຊື່ນ‌ຍິນດີ​ທີ່​ເຮົາ​ໄປ​ຫາ​ພຣະ­ບິ­ດາ ເພາະ​ພຣະ­ບິ­ດາ​ຊົງ​ເປັນ​ໃຫຍ່​ກວ່າ​ເຮົາ.29ບັດ‌ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ‌ຫລາຍ​ກ່ອນ​ເຫດ‌ການ​ນັ້ນ​ຈະ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດ‌ການ​ນັ້ນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ.30ຕັ້ງ‌ແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ສົນ‌ທະ‌ນາ​ຫລາຍ​ຄຳ​ກັບ​ພວກ​ທ່ານ ເພາະ​ວ່າ​ຜູ້‌ປົກຄອງ​ໂລກ​ຈະ​ມາ​ແລະ​ຜູ້‌ນັ້ນ​ບໍ່​ມີ​ສິດ​ອັນ‌ໃດ​ກ່ຽວ‌ກັບ​ເຮົາ.31ແຕ່​ເຮົາ​ໄດ້​ເຮັດ​ຕາມ​ທີ່​ພຣະ­ບິ­ດາ​ໄດ້​ຊົງ​ບັນ‌ຊາ ເພື່ອ​ໂລກ​ຈະ​ໄດ້​ຮູ້‌ວ່າ​ເຮົາ​ຮັກ​ພຣະ­ບິ­ດາ ຈົ່ງ​ລຸກ‌ຂຶ້ນ, ເຮົາ​ທັງ‌ຫລາຍ​ພາ‌ກັນ​ຈາກ​ທີ່​ນັ້ນ​ໄປ​ເທາະ.”