ພຣະ­ເຈົ້າ​ອວຍ‌ພອນ​ຢາ­ໂຄບ​ທີ່​ເບັດ­ເອນ

1ພຣະ­ເຈົ້າ​ຊົງ​ກ່າວ​ຕໍ່​ຢາ­ໂຄບ​ວ່າ, “ຮີບ​ຕຽມ​ຕົວ​ແລ້ວ​ອອກ​ໄປ​ອາໄສ‌ຢູ່​ເບັດ­ເອນ ໃນ​ທີ່​ນັ້ນ ຈົ່ງ​ສ້າງ​ແທ່ນ‌ບູຊາ​ພຣະ­ເຈົ້າ​ຜູ້​ປະ‌ກົດ​ຕໍ່​ເຈົ້າ ເມື່ອ​ເຈົ້າ​ກຳ‌ລັງ​ປົບ​ໜີ​ຈາກ​ເອ­ຊາວ​ອ້າຍ​ຂອງ​ເຈົ້າ.”2ດັ່ງ‌ນັ້ນ ຢາ­ໂຄບ​ຈຶ່ງ​ບອກ​ກັບ​ຄອບ‌ຄົວ​ຂອງ‌ຕົນ ແລະ​ທຸກ​ຄົນ‌ທີ່​ອາໄສ‌ຢູ່​ນຳ​ວ່າ, “ຈົ່ງ​ປະ​ຖິ້ມ​ຮູບ​ພະ​ທັງ‌ຫລາຍ​ທີ່​ມີ​ຢູ່ ພ້ອມ​ທັງ​ຊຳ‌ລະ​ກາຍ​ໃຈ​ໃຫ້​ສະ‌ອາດ​ຜ່ອງ​ໃສ ແລະ​ນຸ່ງ​ເຄື່ອງ​ອັນ​ຈົບງາມ.3ພວກ‌ເຮົາ​ຈະ​ໜີ​ໄປ​ຢູ່​ເບັດ­ເອນ ໃນ​ບ່ອນ‌ນັ້ນ​ຂ້ອຍ​ຈະ​ສ້າງ​ແທ່ນ​ສຳ‌ລັບ​ຖວາຍ​ບູຊາ​ພຣະ­ເຈົ້າ​ອົງ​ໄດ້​ຊົງ​ສະ‌ຖິດ​ຢູ່​ນຳ​ຂ້ອຍ ໃນ​ທຸກໆ​ບ່ອນ​ທີ່​ຂ້ອຍ​ໄປ ແລະ​ໄດ້​ຊົງ​ຊົດ​ຊ່ອຍ​ຂ້ອຍ​ເວ‌ລາ​ທຸກຍາກລຳບາກ.”

4ດັ່ງ‌ນັ້ນ ພວກ​ເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທີ່​ມີ​ຢູ່ ແລະ​ຕຸ້ມ‌ຫູ​ທີ່​ພວກ​ເຂົາ​ໃສ່​ມອບ​ໃຫ້​ຢາ­ໂຄບ ເພິ່ນ​ຈຶ່ງ​ເອົາ​ເຄື່ອງ​ເຫລົ່າ‌ນີ້​ໄປ​ຝັງ​ໄວ້​ກ້ອງ​ຕົ້ນ​ໝາກ​ກໍ່​ໃກ້ໆ ເມືອງ​ເຊ­ເຄມ.5ເມື່ອ​ຢາ­ໂຄບ​ພ້ອມ​ທັງ​ລູກ‌ຊາຍ​ຂອງ‌ຕົນ​ກຳ‌ລັງ​ອອກ​ເດີນ‌ທາງ ຄົນ‌ທີ່​ຢູ່‌ໃນ​ເມືອງ​ໃກ້‌ຄຽງ​ກໍ‌ເກີດ​ມີ​ຄວາມ​ຢ້ານ​ຢ່າງ​ໃຫຍ່ ຈົນ​ບໍ່​ສາ‌ມາດ​ໄລ່​ຕິດ‌ຕາມ​ພວກ​ເຂົາ​ໄປ.

6ຢາ­ໂຄບ​ພ້ອມ​ປະຊາ‌ຊົນ​ທຸກ​ຄົນ​ໄດ້​ມາ​ຮອດ​ເມືອງ​ລູ­ເຊ (ຫລື​ເບັດ­ເອນ) ທີ່​ປະ‌ເທດ​ກາ­ນາ­ອານ.7ໃນ​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນ​ສຳ‌ລັບ​ຖວາຍ​ບູຊາ​ແລ້ວ​ໃສ່​ຊື່​ບ່ອນ‌ນັ້ນ​ວ່າ ເບັດ­ເອນ ກໍ​ເພາະ​ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ປາ‌ກົດ​ແກ່​ເພິ່ນ ຄາວ​ເພິ່ນ​ປົບ​ໜີ​ຈາກ​ອ້າຍ​ຂອງ​ເພິ່ນ.8ຄັນ​ຕໍ່‌ມາ ນາງ​ເດ­ໂບ­ຣາ ແມ່‌ນົມ​ຂອງ​ເຣ­ເບ­ກາ​ກໍ​ເຖິງ​ແກ່‌ກຳ ລາວ​ໄດ້​ເອົາ​ສົບ​ຂອງ​ນາງ​ຝັງ​ໄວ້​ກ້ອງ​ຕົ້ນ​ໝາກ​ກໍ່​ທາງ​ທິດ‌ໃຕ້​ຂອງ​ເມືອງ​ເບັດ­ເອນ ລາວ​ຈຶ່ງ​ໃສ່​ຊື່​ຕົ້ນ­ໄມ້​ນັ້ນ​ວ່າ, “ຕົ້ນ​ໝາກ​ກໍ່​ແຫ່ງ​ການ​ຮ້ອງໄຫ້.”

9ເມື່ອ​ຢາ­ໂຄບ​ກັບ​ຈາກ​ປະ‌ເທດ​ເມ­ໂຊ­ໂປ­ຕາ­ເມຍ ພຣະ­ເຈົ້າ​ໄດ້​ຊົງ​ປະ‌ກົດ​ຕໍ່​ເພິ່ນ​ອີກ ແລະ​ຊົງ​ອວຍ‌ພອນ​ໃຫ້​ເພິ່ນ​ວ່າ,10“ຕໍ່‌ໄປ​ນີ້ ຊື່​ຂອງ​ເຈົ້າ​ຈະ​ບໍ່‌ແມ່ນ​ຢາ­ໂຄບ​ອີກ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດ­ສະ­ຣາ­ເອນ” ດັ່ງ‌ນັ້ນ​ເພິ່ນ​ຈຶ່ງ​ມີ​ຊື່‌ວ່າ​ອິດສະຣາເອນ.11ແລ້ວ​ພຣະ­ເຈົ້າ​ຊົງ​ກ່າວ​ຕໍ່‌ໄປ​ວ່າ, “ເຮົາ​ແມ່ນ​ພຣະຜູ້‌ເປັນ‌ເຈົ້າ​ຜູ້​ມີ​ອຳ‌ນາດ​ຍິ່ງ‌ໃຫຍ່ ເຈົ້າ​ຈະ​ມີ​ເຊື້ອ‌ສາຍ​ຢ່າງ​ຫລວງ‌ຫລາຍ​ຈົນ​ເປັນ​ຫລາຍ​ຊົນ‌ຊາດ ແລະ​ຍັງ​ມີ​ບາງ​ຄົນ​ອີກ​ໃນ​ເຊື້ອ‌ສາຍ​ຂອງ​ເຈົ້າ ຈະ​ເປັນ​ກະສັດ.12ເຮົາ​ຈະ​ເອົາ​ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ອັບ­ຣາ­ຮາມ​ແລະ​ອີ­ຊາກ​ນັ້ນ​ໃຫ້​ເຈົ້າ ແລະ​ເຊື້ອ‌ສາຍ​ຂອງ​ເຈົ້າ​ສືບ‌ຕໍ່​ໄປ.”13ຄັນ​ແລ້ວ ພຣະ­ເຈົ້າ​ກໍ​ສະ‌ເດັດ​ຈາກ​ບ່ອນ​ທີ່​ພຣະ‌ອົງ​ຊົງ​ກ່າວ​ຕໍ່​ເພິ່ນ​ຄືນ​ສູ່​ສະຫວັນ.14ຢາ­ໂຄບ​ຈຶ່ງ​ຝັງ​ເສົາ​ຫີນ​ເປັນ​ອະນຸ‌ສອນ​ໄວ້​ທີ່​ນັ້ນ ເພິ່ນ​ໄດ້​ຖອກ​ເຄື່ອງ​ດື່ມ​ຖວາຍ​ບູຊາ​ໃສ່​ເທິງ​ເສົາ​ຫີນ ແລະ​ແລ້ວ​ກໍ​ເອົາ​ນ້ຳ­ມັນ​ທີ່​ມີ​ກິ່ນ‌ຫອມ​ຖອກ​ໃສ່​ອີກ.15ຢາ­ໂຄບ​ໃສ່​ຊື່​ບ່ອນ‌ນັ້ນ​ວ່າ ເບັດເອນ.

ນາງ​ຣາ­ເຊັນ​ເສຍ‌ຊີວິດ

16ພວກ​ເຂົາ​ພາ‌ກັນ​ອອກ‌ຈາກ​ເບັດ­ເອນ​ໄປ ເມື່ອ​ເດີນ‌ທາງ​ໄປ​ໃກ້​ຈະ​ຮອດ​ເອ­ຟຣາ­ທາ​ແລ້ວ ນາງ​ຣາ­ເຊັນ​ກໍ​ເຈັບ‌ທ້ອງ​ຈະ​ອອກ‌ລູກ ເທື່ອ​ນີ້​ນາງ​ອອກ‌ລູກ​ລຳ‌ບາກ​ຫລາຍ.17ເມື່ອ​ນາງ​ເບັ່ງ​ລູກ​ເມື່ອ‌ໃດ ນາງ​ຜະດຸງ‌ຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ, “ບໍ່​ຕ້ອງ​ຢ້ານ ເຈົ້າ​ຈະ​ໄດ້​ລູກ​ຜູ້­ຊາຍ​ອີກ.”18ນາງ​ສິ້ນ​ໃຈ​ຕາຍ​ຫລັງ​ຈາກ​ອອກ‌ລູກ​ແລ້ວ ແຕ່‌ກ່ອນ​ສິ້ນ​ໃຈ​ຕາຍ​ນາງ​ໃສ່​ຊື່​ລູກ​ວ່າ​ເບັນ­ໂອ­ນີ ແຕ່​ຢາ­ໂຄບ​ໃສ່​ຊື່​ໃຫ້​ໃໝ່​ວ່າ ເບັນ­ຢາ­ມິນ.19ຢາ­ໂຄບ​ໄດ້​ເອົາ​ສົບ​ນາງ​ຣາ­ເຊັນ​ໄປ​ຝັງ​ໄວ້​ກັບ​ແຄມ​ທາງ​ໄປ​ເມືອງ​ເອ­ຟຣາ­ທາ (ປັດ‌ຈຸ‌ບັນ​ແມ່ນ​ເມືອງ​ເບັດ­ເລ­ເຮັມ).20ຄັນ​ແລ້ວ ເພິ່ນ​ໄດ້​ຝັງ​ເສົາ​ຫີນ​ເທິງ​ຫລຸມ​ຝັງ​ສົບ​ເປັນ​ອະນຸ‌ສອນ ແລະ​ເສົາ​ນັ້ນ​ໄດ້​ເອີ້ນ‌ວ່າ, “ເສົາ​ນາງ​ຣາ­ເຊັນ” ມາ​ເທົ່າ​ທຸກ​ວັນ​ນີ້.

21ຕໍ່‌ມາ​ອິດ­ສະ­ຣາ­ເອນ​ໄດ້​ຍ້າຍ​ໄປ​ຕັ້ງ​ຄ້າຍ​ພັກ​ອາໄສ‌ຢູ່​ທາງ​ຟາກ​ຫໍ‌ຄອຍ ເອ­ເດ​ເບື້ອງ​ນັ້ນ.

ລູກ‌ຊາຍ​ຂອງ​ຢາ­ໂຄບ

22ເມື່ອ​ອິດ­ສະ­ຣາ­ເອນ​ໄດ້​ອາໄສ‌ຢູ່​ໃນ​ປະ‌ເທດ​ນັ້ນ ຣູ­ເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນ­ຮາ​ເມຍ​ນ້ອຍ​ຂອງ​ພໍ່​ເມື່ອ​ອິດ­ສະ­ຣາ­ເອນ​ຜູ້​ເປັນ​ພໍ່​ຮູ້​ເລື່ອງ​ນີ້​ກໍ​ມີ​ຄວາມ​ຢາກ‌ຮ້າຍ​ຫລາຍ.

23ລູກ‌ຊາຍ​ສິບ​ສອງ​ຄົນ​ທີ່‌ຢູ່​ນຳ​ຢາ­ໂຄບ​ມີ​ດັ່ງ‌ນີ້: ລູກ‌ຊາຍ​ທີ່​ເກີດ​ຈາກ​ນາງ​ເລ­ອາ ຄື​ຣູ­ເບັນ​ລູກ‌ຊາຍ​ກົກ ຊີ­ເມ­ໂອນ ເລ­ວີ ຢູ­ດາ ອິດ­ຊາ­ຄາ ແລະ​ເຊ­ບູ­ລູນ.

24ລູກ‌ຊາຍ​ທີ່​ເກີດ​ຈາກ​ນາງ​ຣາ­ເຊັນ ຄື​ໂຢ­ເຊັບ​ແລະ​ເບັນຢາມິນ.

25ລູກ‌ຊາຍ​ທີ່​ເກີດ​ຈາກ​ນາງ​ບິນ­ຮາ​ສາວ​ໃຊ້​ນາງ​ຣາ­ເຊັນ ຄື​ດານ​ແລະ​ນັບ­ທາ­ລີ.

26ລູກ‌ຊາຍ​ທີ່​ເກີດ​ຈາກ​ນາງ​ຊີ­ລະ­ປາ​ສາວ​ໃຊ້​ນາງ​ເລ­ອາ ຄື​ຄາດ ແລະ​ອາ­ເຊ. ຄົນ​ເຫລົ່າ‌ນີ້​ແມ່ນ​ລູກ‌ຊາຍ​ຂອງ​ຢາ­ໂຄບ ທີ່​ເກີດ​ຢູ່​ເມໂຊໂປຕາເມຍ.

ອີ­ຊາກ​ເຖິງ​ແກ່‌ກຳ

27ຢາ­ໂຄບ​ໄດ້​ກັບ​ຄືນ​ມາ​ຫາ​ອີ­ຊາກ​ພໍ່​ຂອງ‌ຕົນ​ທີ່​ມຳ­ເຣ (ມີ​ຊື່​ອີກ​ວ່າ​ກີ­ຣີ­ອາ­ດ-ອາຣະບາ ຫລື​ເຮັບ­ໂຣນ) ບ່ອນ​ທີ່​ອັບ­ຣາ­ຮາມ​ແລະ​ອີ­ຊາກ​ໄດ້​ເຄີຍ​ອາໄສຢູ່.28 29ອີ­ຊາກ​ໄດ້​ເຖິງ​ແກ່‌ກຳ​ໄປ​ຢູ່​ນຳ​ພີ່­ນ້ອງ​ຂອງ​ເພິ່ນ ເມື່ອ​ອາ‌ຍຸ​ໄດ້​ຮ້ອຍ​ແປດ​ສິບ​ປີ ຢາ­ໂຄບ​ແລະ​ເອ­ຊາວ​ລູກ‌ຊາຍ​ຂອງ​ເພິ່ນ​ເອງ​ເປັນ​ຜູ້​ຝັງ​ສົບ.