1ອັບຣາຮາມໄດ້ແຕ່ງງານກັບຍິງອີກຜູ້ໜຶ່ງຊື່ວ່າ ເກຕຸຣາ.2ນາງໄດ້ປະສູດລູກຊາຍຫລາຍຄົນໃຫ້ເພິ່ນຄື ຊິມຣານ ໂຢກຊານ ເມດານ ມີດີອານ ອິດຊະບາກແລະຊູອາ.3ໂຢກຊານເປັນພໍ່ຂອງເຊບາແລະເດດານ ລູກຊາຍທັງຫລາຍຂອງເດດານຄື ຊາວອັດຊີເຣຍ ຊາວເລຕູຊີມແລະຊາວເລອຸມມີມ.4ລູກຊາຍຂອງມີດີອານ ເອຟາ ເອເຟ ຮາໂນກ ອາບີດາ ແລະເອັນດາອາ ພວກເຂົາທັງໝົດນີ້ເປັນລູກຫລານຂອງນາງ ເກຕຸຣາ.
5 6ອັບຣາຮາມໄດ້ມອບມໍລະດົກທຸກສິ່ງໃຫ້ອີຊາກກ່ອນເສຍຊີວິດ ເພິ່ນໄດ້ແບ່ງຊັບສິ່ງຂອງບາງສ່ວນໃຫ້ລູກຊາຍທີ່ໄດ້ຈາກເມຍຜູ້ທີສອງທຸກໆຄົນແລ້ວໃຫ້ພວກເຂົາໜີຈາກອີຊາກລູກຊາຍຂອງຕົນ ໄປຢູ່ທາງດິນແດນທິດຕາເວັນອອກ.
7 8ອັບຣາຮາມເຖົ້າແກ່ຫລາຍ ເພິ່ນໄດ້ເຖິງແກ່ກຳໄປຢູ່ນຳພີ່ນ້ອງທີ່ຕາຍໄປກ່ອນແລ້ວເມື່ອອາຍຸ 175 ປີ.9ອີຊາກແລະອິດຊະມາເອນລູກຊາຍຂອງເພິ່ນໄດ້ຝັງສົບໄວ້ໃນອຸບມຸງ ມັກເປລາ ໃນນາທີ່ເພິ່ນໄດ້ຊື້ຈາກ ເອຟະໂຣນລູກຊາຍຂອງໂຊຮາຊາວຮິດຕີ ຢູ່ທາງຕາເວັນອອກຂອງເມືອງມຳເຣ.10 11ສົບຂອງອັບຣາຮາມແລະເມຍຂອງເພິ່ນກໍໄດ້ຝັງໃນນາຕອນນີ້ຄືກັນ ຫລັງຈາກອັບຣາຮາມໄດ້ເຖິງແກ່ກຳໄປແລ້ວ ພຣະເຈົ້າຊົງອວຍພອນອີຊາກຜູ້ຊຶ່ງໄດ້ອາໄສຢູ່ໃກ້ນ້ຳສ້າງທີ່ຊື່ວ່າ, “ນ້ຳສ້າງຂອງອົງພຣະຜູ້ເປັນເຈົ້າຜູ້ຊົງເຫັນຂ້ອຍ.”
12ເຊື້ອສາຍຂອງອິດຊະມາເອນລູກຊາຍອັບຣາຮາມ ແລະນາງຮາກາຄົນເອຢິບ ຊຶ່ງເປັນສາວໃຊ້ນາງຊາຣາມີດັ່ງນີ້:
13ຊື່ລູກຊາຍຂອງອິດຊະມາເອນຕາມລຳດັບກຳເນີດຄື ເນບາໂຢດລູກກົກ ຕໍ່ມາເກດາ ອັດເບເອນ ມິບສາມ.14 16ມິຊະມາ ດູມາ ມັດສາ ຮາດັດ ເຕມາ ເຢຕູເຣ ນາຟິດແລະເກເດມາຄົນເຫລົ່ານີ້ແມ່ນລູກຊາຍຂອງອິດຊະມາເອນຊຶ່ງຊື່ຂອງພວກເຂົາກາຍເປັນຊື່ບ້ານ ຊື່ບ່ອນພັກອາໄສ ແລະຊື່ສິບສອງເຜົ່າໃນຈຳນວນເຜົ່າຕ່າງໆ.
17ເມື່ອອິດຊະມາເອນມີອາຍຸ 137 ປີ ເພິ່ນກໍເຖິງແກ່ກຳໄປຢູ່ນຳພີ່ນ້ອງທີ່ຕາຍໄປກ່ອນແລ້ວ.18ເຊື້ອສາຍຂອງອິດຊະມາເອນໄດ້ອາໄສຢູ່ໃນດິນແດນ ລະຫວ່າງເມືອງຮາວິລາ ຈົນເຖິງເມືອງຊູເຣທາງທິດຕາເວັນອອກຂອງປະເທດເອຢິບທາງໄປສູ່ປະເທດອັດຊີເຣຍ ພວກເຂົາອາໄສຢູ່ຕ່າງຫາກຈາກຍາດພີ່ນ້ອງຂອງເຂົາ.
19ເລື່ອງຂອງອີຊາກລູກຊາຍຂອງອັບຣາຮາມ ເປັນມາດັ່ງນີ້:20ອີຊາກມີອາຍຸໄດ້ສີ່ສິບປີ ເມື່ອແຕ່ງງານກັບນາງເຣເບກາ ນ້ອງສາວລາບານລູກເບທູເອນ ຊາວອາຣາມ ຊຶ່ງມາຈາກປະເທດເມໂຊໂປຕາເມຍ.
21ຍ້ອນນາງເຣເບກາບໍ່ມີລູກ ອີຊາກຈຶ່ງອະທິຖານຕໍ່ພຣະຜູ້ເປັນເຈົ້າ ພຣະອົງຊົງຕອບຄຳອະທິຖານຂອງລາວ ໂດຍໃຫ້ນາງເຣເບກາຖືພາ.22ເມື່ອນາງຖືພາຢູ່ນັ້ນ ລູກຝາແຝດໄດ້ບຽດສຽດກັນຢູ່ໃນທ້ອງ ນາງຈຶ່ງເວົ້າວ່າ, “ຖ້າຫາກເປັນເຊັ່ນນີ້ ເປັນຫຍັງຂ້ອຍຈຶ່ງຢາກມີລູກ?” ແລ້ວນາງຈຶ່ງໄປອ້ອນວອນກາບທູນຕໍ່ພຣະເຈົ້າກ່ຽວກັບເລື່ອງນີ້.23ພຣະຜູ້ເປັນເຈົ້າກ່າວວ່າ,
“ເດັກສອງຄົນທີ່ຢູ່ໃນທ້ອງຂອງເຈົ້າ ຈະເກີດເປັນ
ປະຊາຊົນສອງປະເທດຕໍ່ສູ້ກັນ ຜູ້ໜຶ່ງຈະແຂງແຮງ
ກວ່າອີກຜູ້ໜຶ່ງ ອ້າຍຈະຮັບໃຊ້ນ້ອງ.”
24 25ຄັນຢູ່ຕໍ່ມາ ນາງກໍອອກລູກຝາແຝດສອງຄົນ ລູກຊາຍຜູ້ອອກກ່ອນແດງ ແລະມີຂົນເຕັມຕົວຄືເສື້ອທີ່ເຮັດດ້ວຍຂົນສັດ ດ້ວຍເຫດນີ້ເພິ່ນຈຶ່ງເອີ້ນລາວວ່າ ເອຊາວ.26ເມື່ອນ້ອງລາວເກີດມາ ມືກໍຈັບສົ້ນນ່ອງຂອງເອຊາວໄວ້ ສະນັ້ນເພິ່ນຈຶ່ງເອີ້ນລາວວ່າ ຢາໂຄບ ເມື່ອລູກຊາຍຝາແຝດທັງສອງເກີດ ອີຊາກອາຍຸໄດ້ຫົກສິບປີແລ້ວ.
27ເມື່ອເດັກນ້ອຍທັງສອງໃຫຍ່ເຕີບໂຕຂຶ້ນມາ ເອຊາວໄດ້ກາຍເປັນນາຍພານທີ່ເກ່ງກ້າ ແລະຊຳນານ ລາວເປັນຄົນທີ່ບໍ່ມັກຢູ່ເຮືອນ.28ສ່ວນຢາໂຄບເປັນຄົນສຸຂຸມ ແລະມັກຢູ່ແຕ່ໃນເຮືອນ ອີຊາກຮັກເອຊາວເພາະວ່າໄດ້ກິນຊີ້ນທີ່ລາວຫາມາໄດ້ ສ່ວນນາງເຣເບກາຮັກຢາໂຄບ.
29ມື້ໜຶ່ງ ເມື່ອຢາໂຄບກຳລັງເຮັດແກງຢູ່ ພໍດີເອຊາວກັບມາແຕ່ລ່າສັດ ລາວຫິວຫລາຍ.30ຈຶ່ງເວົ້າກັບຢາໂຄບວ່າ, “ຂ້ອຍຂໍກິນແກງໝາກຖົ່ວແດງເຈົ້າຈັກຄຳແດ່ທ້ອນ ຂ້ອຍຫິວຈະຕາຍຢູ່ແລ້ວ” (ດ້ວຍເຫດຜົນດັ່ງກ່າວນີ້ ເພິ່ນຈຶ່ງເອີ້ນເອຊາວວ່າ ເອໂດມ).
31ແຕ່ຢາໂຄບຕອບວ່າ, “ຂ້ອຍຈະໃຫ້ເຈົ້າກິນ ຖ້າເຈົ້າຫາກຂາຍສິດທິອ້າຍກົກໃຫ້ຂ້ອຍ.”32ເອຊາວເວົ້າວ່າ, “ເບິ່ງແມ! ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດທິອ້າຍກົກຈະມີປະໂຫຍດຫຍັງກັບຂ້ອຍ.”33ຢາໂຄບຈຶ່ງເວົ້າວ່າ, “ສາບານກ່ອນແມ! ວ່າເຈົ້າຈະມອບສິດທິອ້າຍກົກໃຫ້ຂ້ອຍ” ເອຊາວຈຶ່ງສາບານແລ້ວຂາຍສິດທິອ້າຍກົກຂອງຕົນໃຫ້ຢາໂຄບ.
34ຄັນແລ້ວ ຢາໂຄບຈຶ່ງເອົາເຂົ້າຈີ່ ແລະແກງໝາກຖົ່ວໃຫ້ເອຊາວ ລາວກິນ ແລະດື່ມຈົນອີ່ມ ແລ້ວກໍໜີໄປ ການປະໝາດສິດທິອ້າຍກົກຂອງເອຊາວກໍເປັນມາດັ່ງນີ້ແຫລະ.