ປະຖົມມະການ

ປະ‌ຖົມ‌ມະ‌ການ

ພຣະ‌ເຈົ້າ​ຊົງ​ສ້າງ​ໂລກ

1ໃນ​ຕົ້ນ​ເດີມ​ນັ້ນ ພຣະ‌ເຈົ້າ​ຊົງ​ນິ‌ລະ‌ມິດ‌ສ້າງ​ແຜ່ນ‌ດິນ ແລະ​ສັບ‌ພະ​ທຸກ​ສິ່ງ​ໃນ​ທ້ອງ‌ຟ້າ.

2ໂລກ​ບໍ່​ທັນ​ມີ​ຮູບ‌ຮ່າງ​ເທື່ອ ຄວາມ‌ມືດ​ຫຸ້ມ​ຫໍ່​ມະ‌ຫາ‌ສະ‌ໝຸດ​ອັນ​ກວ້າງ​ໃຫຍ່​ໄພ‌ສານ ແລະ​ພຣະ‌ວິນ‌ຍານ​ຂອງ​ພຣະ‌ເຈົ້າ​ຊົງ​ວົນ‌ວຽນ​ຢູ່​ເທິງ​ນ້ຳ.3ພຣະ‌ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ແສງ‌ສະ‌ຫວ່າງ​ເກີດ​ມີ​ຂຶ້ນ” ແສງ‌ສະ‌ຫວ່າງ​ກໍ​ມີ​ຂຶ້ນ​ມາ.4ພຣະ‌ອົງ​ຈຶ່ງ​ຊົງ​ທອດ​ພຣະ‌ເນດ​ແສງ‌ສະ‌ຫວ່າງ​ດ້ວຍ​ຄວາມ​ພໍ‌ພຣະ‌ໄທ. ດັ່ງ‌ນັ້ນ ຈຶ່ງ​ຊົງ​ແຍກ​ແສງ‌ສະ‌ຫວ່າງ​ອອກ‌ຈາກ​ຄວາມ‌ມືດ5ພຣະ‌ອົງ​ຊົງ​ເອີ້ນ​ແສງ‌ສະ‌ຫວ່າງ​ນັ້ນ​ວ່າ, “ກາງ‌ເວັນ” ແລະ​ຊົງ​ເອີ້ນ​ຄວາມ‌ມືດ​ນັ້ນ​ວ່າ, “ກາງ‌ຄືນ” ມື້​ຄືນ​ຜ່ານ‌ໄປ ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ໜຶ່ງ.

6ຕໍ່‌ມາ ພຣະ‌ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ວົງ​ໂຄ້ງ​ແຍກ​ນ້ຳ​ອອກ‌ຈາກ​ກັນ​ເປັນ​ສອງ​ສ່ວນ ຄື: ນ້ຳ​ຢູ່​ເທິງ​ວົງ​ໂຄ້ງ ແລະ​ນ້ຳ​ຢູ່​ລຸ່ມ​ວົງ​ໂຄ້ງ.”7ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.8ດັ່ງ‌ນັ້ນ ພຣະ‌ເຈົ້າ​ຈຶ່ງ​ຊົງ​ເຮັດ​ວົງ​ໂຄ້ງ ແລະ​ຊົງ​ເອີ້ນ​ວົງ​ໂຄ້ງ​ນັ້ນ​ວ່າ, “ຟ້າ” ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສອງ.

9ຕໍ່‌ມາ​ອີກ ພຣະ‌ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ນ້ຳ​ທີ່​ຢູ່​ລຸ່ມ​ທ້ອງ‌ຟ້າ​ໂຮມ​ເຂົ້າ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ໃຫ້​ມີ​ວັດ‌ຖຸ​ແຫ້ງ​ປະ‌ກົດ​ຂຶ້ນ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.10ພຣະ‌ອົງ​ຊົງ​ເອີ້ນ​ວັດ‌ຖຸ​ແຫ້ງ​ນັ້ນ​ວ່າ, “ແຜ່ນ‌ດິນ” ແລະ​ຊົງ​ເອີ້ນ​ນ້ຳ​ທີ່​ໂຮມ​ເຂົ້າ​ກັນ​ນັ້ນ​ວ່າ, “ມະ‌ຫາ‌ສະ‌ໝຸດ” ພຣະ‌ອົງ​ຊົງ​ຊົມ​ສິ່ງ​ທີ່​ນິ‌ລະ‌ມິດ‌ສ້າງ​ຂຶ້ນ​ມາ​ແລ້ວ​ນັ້ນ ກໍ​ຊົງ​ພໍ‌ພຣະ‌ໄທ.

11ຈຶ່ງ​ຊົງ​ສັ່ງ​ວ່າ, “ໃຫ້​ແຜ່ນ‌ດິນ​ເກີດ​ພືດ​ທຸກ​ຊະ‌ນິດ ທັງ​ແນວ​ເປັນ​ເມັດ ແລະ​ແນວ​ເປັນ​ໝາກ” ແລ້ວ​ທຸກ​ສິ່ງ​ກໍ‌ເກີດ​ມີ​ມາ.12ດັ່ງ‌ນັ້ນ ພືດ​ທຸກ​ຊະ‌ນິດ​ຈຶ່ງ​ເກີດ​ມີ​ຂຶ້ນ​ຕາມ​ທີ່​ພຣະ‌ອົງ​ຊົງ​ສັ່ງ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ ສິ່ງ​ທີ່​ຊົງ​ນິ‌ລະ‌ມິດ‌ສ້າງ​ກໍ​ຊົງ​ພໍ‌ພຣະ‌ໄທ.13ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສາມ.

14ຕໍ່‌ມາ ພຣະ‌ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ດວງ​ແຈ້ງ​ໃນ​ທ້ອງ‌ຟ້າ ແຍກ​ກາງ‌ເວັນ ແລະ​ກາງ‌ຄືນ ແລະ​ໃຫ້​ກຳ‌ນົດ​ເວ‌ລາ​ຂອງ​ມື້ ຂອງ​ປີ ແລະ​ຂອງ​ລະ‌ດູ‌ການ.15ພ້ອມ​ທັງ​ສົ່ງ​ແສງ​ລົງ‌ມາ​ເທິງ​ແຜ່ນ‌ດິນ​ໂລກ ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.16ດັ່ງ‌ນັ້ນ ພຣະ‌ເຈົ້າ​ຈຶ່ງ​ຊົງ​ສ້າງ​ດວງ​ແຈ້ງ​ໃຫຍ່​ສອງ​ດວງ ຄື​ດວງ​ຕາ‌ເວັນ ສຳ‌ລັບ​ຄອບ‌ຄອງ​ກາງ‌ເວັນ ແລະ​ດວງ‌ຈັນ​ສຳ‌ລັບ​ຄອບ‌ຄອງ​ກາງ‌ຄືນ ພຣະ‌ອົງ​ຍັງ​ໄດ້​ຊົງ​ສ້າງ​ໝູ່​ດວງ‌ດາວ​ຕ່າງໆ ອີກ.17ພຣະ‌ອົງ​ໄດ້​ຕັ້ງ​ດວງ​ຕາ‌ເວັນ ດວງ‌ຈັນ ແລະ​ດວງ‌ດາວ​ຕ່າງໆ ທີ່​ຢູ່​ເທິງ​ຟ້າ ໃຫ້​ສົ່ງ​ແສງ‌ສະ‌ຫວ່າງ ລົງ​ມາ‌ສູ່​ແຜ່ນ‌ດິນ‌ໂລກ.18ເພື່ອ​ກຳ‌ນົດ​ກາງ‌ເວັນ​ກາງ‌ຄືນ ແລະ​ແຍກ​ແສງ‌ສະ‌ຫວ່າງ​ອອກ‌ຈາກ​ຄວາມ‌ມືດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສິ່ງ​ທີ່​ນິ‌ລະ‌ມິດ‌ສ້າງ ກໍ​ຊົງ​ພໍ‌ພຣະ‌ໄທ.19ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສີ່.

20ແລ້ວ​ຕໍ່‌ມາ ພຣະ‌ອົງ​ຊົງ​ສັ່ງ​ວ່າ, “ໃຫ້​ສັດ​ຫລາຍ​ແນວ​ເກີດ​ຂຶ້ນ​ໃນ​ນ້ຳ ແລະ​ໃຫ້​ມີ​ນົກ​ບິນ​ໄປ​ມາ​ໃນ​ທ້ອງ‌ຟ້າ​ອາ‌ກາດ” ແລ້ວ​ກໍ​ເປັນ​ດັ່ງ‌ນັ້ນ.21ສະ‌ນັ້ນ ພຣະ‌ເຈົ້າ​ຈຶ່ງ​ຊົງ​ນິ‌ລະ‌ມິດ‌ສ້າງ​ສັດ‌ທະ​ເລ​ຂະ‌ໜາດ​ໃຫຍ່ ແລະ​ສິ່ງ​ທີ່​ມີ‌ຊີ‌ວິດ​ທຸກ​ຊະ‌ນິດ​ເກີດ​ຂຶ້ນ​ມາ​ໃນ​ນ້ຳ ແລະ​ຊົງ​ສ້າງ​ນົກ​ທຸກ​ຊະ‌ນິດ​ໃນ​ທ້ອງ‌ຟ້າ​ອາ‌ກາດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສິ່ງ​ທີ່​ນິ‌ລະ‌ມິດ‌ສ້າງ ກໍ​ຊົງ​ພໍ‌ພຣະ‌ໄທ.22ແລ້ວ​ຊົງ​ອວຍ‌ພອນ​ແກ່​ສັດ​ເຫລົ່າ​ນັ້ນ​ວ່າ, “ຈົ່ງ​ອອກ​ແມ່​ແຜ່​ລູກ​ໃຫ້​ເຕັມ​ມະ‌ຫາ‌ສະ‌ໝຸດ ແລະ​ໃຫ້​ມີ​ຝູງ​ນົກ​ແຜ່‌ຜາຍ​ຂະ‌ຫຍາຍ​ພັນ​ຫລາຍ​ຂຶ້ນ​ເທິງ​ແຜ່ນ‌ດິນ​ໂລກ.”23ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫ້າ.

24ຄັນ​ຕໍ່‌ມາ ພຣະ‌ເຈົ້າ​ຊົງ​ສັ່ງ​ອີກ​ວ່າ, “ໃຫ້​ສັດ​ຕ່າງໆ ຄື​ສັດ‌ບ້ານ​ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ເກີດ​ມີ​ຂຶ້ນ​ທົ່ວ‌ໂລກ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.25ດັ່ງ‌ນັ້ນ ພຣະ‌ເຈົ້າ​ຈຶ່ງ​ຊົງ​ນິ‌ລະ‌ມິດ‌ສ້າງ​ສັດ‌ບ້ານ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ທຸກ​ຊະ‌ນິດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສັດ​ເຫລົ່າ​ນັ້ນ ກໍ​ຊົງ​ພໍ‌ພຣະ‌ໄທ.

26ຄັນ​ແລ້ວ ພຣະ‌ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ບັດ‌ນີ້​ເຮົາ​ຈະ​ສ້າງ​ມະ‌ນຸດ​ໃຫ້​ມີ​ຮູບ‌ຮ່າງ​ຄ້າຍ‌ຄື​ເຮົາ​ເອງ ເຂົາ​ຈະ​ມີ​ອຳ‌ນາດ​ເໜືອກ​ວ່າ​ປາ ນົກ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ຕ່າງໆ.”

27ດັ່ງ‌ນັ້ນ ພຣະ‌ເຈົ້າ​ຈຶ່ງ​ຊົງ​ສ້າງ​ມະ‌ນຸດ​ໃຫ້​ມີ​ຮູບ‌ຮ່າງ​ຄ້າຍ‌ຄື‌ກັນ​ກັບ​ພຣະ‌ອົງ ພຣະ‌ອົງ​ໄດ້​ຊົງ​ສ້າງ​ຊາຍ ແລະ​ຍິງ.

28ຄັນ​ສ້າງ​ແລ້ວ ກໍ​ຊົງ​ອວຍ‌ພອນ​ໃຫ້​ແກ່​ເຂົາ​ວ່າ, “ຈົ່ງ​ມີ​ລູກ‌ເຕົ້າ​ໃຫ້​ມາກ​ຫລາຍ ໃຫ້​ເຊື້ອ‌ສາຍ​ຂອງ​ພວກ​ເຈົ້າ​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ເພື່ອ​ຄຸ້ມ‌ຄອງ​ໂລກ​ເຮົາ ໃຫ້​ພວກ​ເຈົ້າ​ມີ​ອຳ‌ນາດ​ເໜືອກ​ວ່າ​ປາ ນົກ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ທຸກ​ຊະ‌ນິດ.”29ພຣະ‌ເຈົ້າ​ຊົງ​ກ່າວ​ຕໍ່‌ໄປ​ວ່າ, “ສຳ‌ລັບ​ພວກ​ເຈົ້າ​ເຮົາ​ໄດ້​ໃຫ້​ພືດ ແລະ​ໝາກ​ໄມ້​ທຸກ​ຊະ‌ນິດ​ເປັນ​ອາ‌ຫານ.30ແຕ່​ສຳ‌ລັບ​ສັດ‌ປ່າ ສັດ‌ເລືອ‌ຄານ ແລະ​ຝູງ​ນົກ​ນັ້ນ​ເຮົາ​ໄດ້​ໃຫ້​ຫຍ້າ​ເປັນ​ອາ‌ຫານ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.

31ພຣະ‌ເຈົ້າ​ຊົງ​ທອດ​ພຣະ‌ເນດ​ສັບ‌ພະ​ທຸກ​ສິ່ງ​ທີ່​ຊົງ​ນິ‌ລະ‌ມິດ‌ສ້າງ ກໍ​ຊົງ​ພໍ‌ພຣະ‌ໄທ​ຫລາຍ ມື້​ຄືນ​ຜ່ານ‌ໄປ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫົກ.