1ຂ້າພະເຈົ້າພິຈາລະນາບັນດາການຂົ່ມເຫັງທີ່ເກີດຂຶ້ນພາຍໃຕ້ດວງຕາເວັນອີກ ແລະເບິ່ງແມ ນ້ຳຕາຂອງຜູ້ທີ່ຖືກຂົ່ມເຫັງ ບໍ່ມີຄົນເລົ້າໂລມພວກເຂົາ ຝ່າຍຜູ້ຂົ່ມເຫັງນັ້ນກຳອຳນາດ ແຕ່ບໍ່ມີຜູ້ໃດເລົ້າໂລມພວກເຂົາ.2ເພາະສະນັ້ນ ຂ້າພະເຈົ້າຍົກຍ້ອງຄົນທີ່ຕາຍໄປແລ້ວ ຍັງມີໂຊກດີຫລາຍກວ່າຄົນທີ່ຍັງເປັນຢູ່3ເອີ ຄົນທີ່ຍັງບໍ່ເປັນມາ ທີ່ຍັງບໍ່ເຫັນການຊົ່ວທີ່ເກີດຂຶ້ນພາຍໃຕ້ດວງຕາເວັນ ກໍຍັງດີກວ່າຄົນທັງສອງຈຳພວກນັ້ນ.
4ແລ້ວຂ້າພະເຈົ້າພິຈາລະນາບັນດາການງານອັນໜັກໜ່ວງ ແລະບັນດາສີມືໃນການງານ ເພາະເຫດນີ້ຄົນຈຶ່ງຖືກເພື່ອນບ້ານຂອງຕົນອິດສາ. ອັນນີ້ກໍບໍ່ໄດ້ຜົນ ຄືໄລ່ຕາມລົມ.
5ຄົນໂງ່ງໍມື ແລະກິນເນື້ອໜັງຂອງຕົນເອງ.
6ຄວາມສະຫງົບສຸກກຳມືໜຶ່ງ
ກໍຍັງດີກວ່າການງານອັນໜັກໜ່ວງຈົນໝົດເຫື່ອແຮງສອງກຳມື
ແລະກິນລົມກິນແລ້ງ.
7ແລ້ວຂ້າພະເຈົ້າເຫັນຄວາມບໍ່ໄດ້ຜົນພາຍໃຕ້ດວງຕາເວັນອີກ.
8ຄື ຄົນໜຶ່ງຢູ່ຄົນດຽວ ບໍ່ມີຄົນອື່ນ ບໍ່ມີລູກ ຫລືພີ່ນ້ອງ
ແຕ່ລາວເຮັດການງານບໍ່ຢຸດບໍ່ຢ່ອນ
ຕາຂອງລາວບໍ່ເຄີຍອີ່ມຄວາມຮັ່ງມີ.
ລາວບໍ່ເຄີຍຄິດວ່າ “ຂ້ອຍເຮັດວຽກໜັກຈົນໝົດເຫື່ອແຮງ ແລະຕົວຂ້ອຍອົດໆຢາກໆ
ເພື່ອຜູ້ໃດ” ອັນນີ້ກໍບໍ່ໄດ້ຜົນ ແລະເປັນເລື່ອງຊົ່ວຮ້າຍ.
9ສອງຄົນກໍດີກວ່າຄົນດຽວ
ເພາະວ່າພວກເຂົາທັງສອງໄດ້ຮັບຜົນຂອງການດີ.
10ດ້ວຍວ່າຖ້າຄົນໜຶ່ງລົ້ມລົງ ອີກຄົນໜຶ່ງຈະໄດ້ຍົກເພື່ອນຂອງຕົນໃຫ້ລຸກຂຶ້ນ
ແຕ່ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວເມື່ອລາວລົ້ມລົງ ຈະບໍ່ມີຜູ້ອື່ນຍົກລາວໃຫ້ລຸກຂຶ້ນ.
11ອັນໜຶ່ງ ຖ້າສອງຄົນນອນຢູ່ນຳກັນ ພວກເຂົາກໍອົບອຸ່ນ
ແຕ່ຖ້ານອນຄົນດຽວຈະອຸ່ນຢ່າງໄດ້ໃດ?
12ເຖິງແມ່ນວ່າຄົນໜຶ່ງສູ້ຄົນດຽວໄດ້ ສອງຄົນຈະສູ້ລາວໄດ້ແນ່ນອນ
ເຊືອກສາມກຽວຈະຂາດງ່າຍກໍບໍ່ໄດ້.
13ເດັກໜຸ່ມຍາກຈົນ ແລະມີສະຕິປັນຍາກໍດີກວ່າເຖົ້າຊະລາ ແລະໂງ່ຈ້າ ຜູ້ບໍ່ຍອມຮັບຄຳແນະນຳອີກແລ້ວ.14ເຖິງແມ່ນວ່າຄົນໜຸ່ມນັ້ນອອກມາຈາກຄຸກແລ້ວຂຶ້ນເປັນກະສັດ ຫລືເກີດເປັນຄົນຍາກຈົນໃນອານາຈັກຂອງຕົນ.15ຂ້າພະເຈົ້າພິຈາລະນາບັນດາຄົນທີ່ມີຊີວິດເຄື່ອນໄຫວໄປມາຢູ່ພາຍໃຕ້ດວງຕາເວັນ ຄົນໜຸ່ມນັ້ນກໍຂຶ້ນເປັນກະສັດແທນ.16ປະຊາຊົນທັງຫລາຍຄືບັນດາຜູ້ຊຶ່ງຢູ່ກ່ອນນັ້ນ ກໍບໍ່ມີບ່ອນສິ້ນສຸດ ແລະບັນດາຄົນທີ່ມາພາຍຫລັງກໍຈະບໍ່ຊົມຊື່ນຍິນດີໃນຄົນໜຸ່ມນັ້ນ. ແນ່ນອນ ອັນນີ້ກໍບໍ່ໄດ້ຜົນ ຄືກິນລົມກິນແລ້ງ.