ໂມ­ເຊ​ຕັກ‌ເຕືອນ​ຊາວ​ອິດ­ສະ­ຣາ­ເອນ​ໃຫ້​ເຊື່ອ​ຟັງ

1ໂມ­ເຊ​ໄດ້​ກ່າວ​ຕໍ່​ປະຊາ‌ຊົນ​ວ່າ, “ພຣະ­ທຳ​ທັງ​ໝົດ​ທີ່​ຂ້າ‌ພະ‌ເຈົ້າ​ບອກ‌ສອນ​ນັ້ນ ພວກ​ທ່ານ​ຈົ່ງ​ປະຕິ‌ບັດ​ຕາມ​ເພື່ອ​ວ່າ​ຈະ​ໄດ້​ມີ‌ຊີວິດ​ຢູ່ ແລະ​ເພື່ອ‌ຈະ​ໄດ້​ເຂົ້າ​ຍຶດ‌ຄອງ​ເອົາ​ແຜ່ນ‌ດິນ​ທີ່​ພຣະຜູ້‌ເປັນ‌ເຈົ້າ ຂອງ​ບັນ‌ພະ‌ບູລຸດ​ຂອງ​ພວກ​ທ່ານ​ກຳ‌ລັງ​ຈະ‌ປະທານ​ໃຫ້.2ຢ່າ​ເພີ່ມ‌ເຕີມ ຫລື​ຕັດ​ຖ້ອຍ‌ຄຳ​ໃດໆ ທີ່​ຂ້າ‌ພະ‌ເຈົ້າ​ສັ່ງ​ນັ້ນ​ອອກ ໃຫ້​ເຊື່ອ​ຟັງ​ທັງ​ໝົດ ເພາະ​ວ່າ​ເປັນ​ຄຳ‌ສັ່ງ​ແຫ່ງ​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ​ທ່ານ.3ພວກ​ທ່ານ​ເອງ​ກໍ​ເຫັນ​ແລ້ວ​ສິ່ງ​ທີ່​ພຣະຜູ້‌ເປັນ‌ເຈົ້າ​ໄດ້​ຊົງ‌ກະທຳ​ໃນ​ພູ​ເປ­ໂອ​ນັ້ນ ຄື​ຊົງ​ທຳ‌ລາຍ​ທຸກ​ຄົນ‌ທີ່​ຂາບ‌ໄຫວ້​ພະ­ບາ­ອານ.4ແຕ່​ຄົນ​ທັງ‌ຫລາຍ​ທີ່​ຍຶດ​ຖື​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຍັງ​ມີ‌ຊີວິດ​ຢູ່​ທຸກ​ວັນ​ນີ້.5 6ຂ້າ‌ພະ‌ເຈົ້າ​ໄດ້​ສອນ​ພຣະ­ທຳ​ທັງ​ໝົດ​ນີ້​ແກ່​ພວກ​ເຈົ້າ ເໝືອນ​ດັ່ງ​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ຂ້າ‌ພະ‌ເຈົ້າ​ໄດ້​ບອກ‌ສອນ​ຂ້າ‌ພະ‌ເຈົ້າ ສະ‌ນັ້ນ​ຢູ່‌ໃນ​ດິນ‌ແດນ​ທີ່​ພວກ​ເຈົ້າ​ກຳ‌ລັງ​ຈະ​ບຸກເຂົ້າ‌ໄປ​ຍຶດ‌ຄອງ​ນັ້ນ ຈົ່ງ​ປະຕິ‌ບັດ​ຕາມ​ພຣະ‌ຄຳ​ເຫລົ່າ‌ນີ້​ດ້ວຍ​ຄວາມ​ສັດ‌ຊື່ ເພາະ​ວ່າ​ການ‌ເຮັດ​ເຊັ່ນ​ນີ້​ຈະ​ເປັນ​ເຄື່ອງ​ສະ‌ແດງ​ໃຫ້​ຊົນ‌ຊາດ​ອື່ນໆ ເຫັນ​ເຖິງ​ສະຕິ‌ປັນຍາ​ແລະ​ຄວາມ​ຮອບ​ຮູ້​ຂອງ​ພວກ​ທ່ານ ເມື່ອ​ຊົນ‌ຊາດ​ເຫລົ່າ‌ນັ້ນ​ໄດ້​ຟັງ​ພຣະ­ທຳ​ນີ້​ທັງ​ໝົດ ພວກ​ເຂົາ​ກໍ​ຈະ​ພາ‌ກັນ​ເວົ້າ​ວ່າ ຊົນ‌ຊາດ​ໃຫຍ່​ນີ້​ມີ​ສະຕິ‌ປັນຍາ ແລະ​ຄວາມ​ຮອບ​ຮູ້​ແທ້.7ບໍ່​ມີ​ຊົນ‌ຊາດ​ໃຫຍ່​ອື່ນ​ໃດ​ມີ​ພະ​ຢູ່​ໃກ້​ເໝືອນ‌ກັບ​ພວກ‌ເຮົາ​ມີ​ພຣະຜູ້‌ເປັນ‌ເຈົ້າ​ຢູ່​ໃກ້ ຄື​ເມື່ອ‌ໃດ​ພວກ‌ເຮົາ​ຮ້ອງ​ຂໍ​ໃຫ້​ຊົງ​ຊ່ອຍ‌ເຫລືອ ພຣະ‌ອົງ​ກໍ​ຊົງ​ຕອບ.8ບໍ່​ມີ​ປະ‌ເທດ​ໃຫຍ່​ອື່ນ​ໃດ​ທີ່​ມີ​ພຣະ­ທຳ​ທີ່​ຍຸດຕິ‌ທຳ​ຄື​ດັ່ງ​ທີ່​ຂ້າ‌ພະ‌ເຈົ້າ​ໄດ້​ສອນ​ພວກ​ທ່ານ​ມື້ນີ້.

9ຈົ່ງ​ເຝົ້າ​ລະ‌ວັງ​ຢູ່ ແລະ​ລະ‌ມັດ‌ລະວັງ​ໃຫ້​ດີ​ຕະຫລອດ​ຊົ່ວ​ຊີ­ວິດ​ຂອງ​ພວກ​ທ່ານ​ນັ້ນ ຢ່າ​ໄດ້​ຫລົງ​ລືມ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ກັບ​ຕາ​ມາ​ແລ້ວ ຈົ່ງ​ບອກ​ໃຫ້​ພວກ‌ລູກຫລານ​ຂອງ​ພວກ​ທ່ານ​ຮູ້.10ເຖິງ​ເລື່ອງ​ເຫດ‌ການ​ໃນ​ມື້​ທີ່​ພວກ​ເຈົ້າ​ໄດ້​ເຂົ້າ​ເຝົ້າ​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ເຈົ້າ​ທີ່​ພູ​ຊີ­ນາຍ ໃນ​ມື້​ນັ້ນ ພຣະ‌ອົງ​ຊົງ​ບອກ​ຂ້າ‌ພະ‌ເຈົ້າ​ວ່າ, “ຈົ່ງ​ບອກ​ໃຫ້​ປະຊາ‌ຊົນ​ມາ​ໂຮມ‌ກັນ ເພາະ​ວ່າ​ເຮົາ​ຢາກ​ເວົ້າ‌ໃຫ້​ພວກ​ເຂົາ​ຟັງ ເພື່ອ​ພວກ​ເຂົາ​ທັງ‌ຫລາຍ ຈະ​ໄດ້​ຮູ້‌ຈັກ​ການ​ເຄົາ‌ລົບ​ຢຳ‌ເກງ​ເຮົາ​ຈົນ​ຕະຫລອດ​ຊີ­ວິດ ແລະ​ເພື່ອ‌ຈະ​ໄດ້​ບອກ‌ສອນ​ລູກ‌ຫລານ​ຂອງ​ພວກ​ເຂົາ​ໃຫ້​ຢຳ‌ເກງ​ເຮົາ.”11ໃນ​ມື້​ນັ້ນ​ເອງ ພວກ​ເຈົ້າ​ໄດ້​ຫຍັບ​ເຂົ້າ​ມາ​ຢືນ‌ຢູ່​ໃນ​ຕີນ​ພູ ຊຶ່ງ​ມີ​ເມກ​ເປັນ​ຄວັນ​ໜາ​ຕຶບ​ປົກ‌ຄຸມ​ຢູ່ ແລະ​ມີ​ໄຟ‌ລຸກ​ພຸ່ງ‌ຂຶ້ນ​ສູງ​ເຖິງ​ທ້ອງຟ້າ.12ແລະ​ພຣະຜູ້‌ເປັນ‌ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ຮູ້‌ວ່າ ພຣະ‌ອົງ​ໄດ້​ຊົງ​ເວົ້າ​ແນວ‌ໃດ​ແດ່​ກັບ​ພວກ​ທ່ານ​ອອກ​ມາ​ຈາກ​ໄຟ​ນັ້ນ ທັງໆ ທີ່​ພວກ​ທ່ານ​ບໍ່​ເຫັນ​ຮູບ‌ຮ່າງ​ໃດໆ​ຂອງ​ພຣະ‌ອົງ​ເລີຍ.13ພຣະ‌ອົງ​ຊົງ​ບອກ​ໃຫ້​ທ່ານ​ທັງ‌ຫລາຍ​ເຮັດ​ຕາມ​ຄຳ­ໝັ້ນ­ສັນ­ຍາ​ທີ່​ຊົງ​ໃຫ້​ໄວ້ ແລະ​ຊົງ​ໃຫ້​ເຊື່ອ​ຟັງ​ພຣະ‌ບັນຍັດ​ສິບ​ປະ‌ການ ທີ່​ຊົງ​ຈາ‌ລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.14ພຣະຜູ້‌ເປັນ‌ເຈົ້າ​ຊົງ​ບອກ​ໃຫ້​ຂ້າ‌ພະ‌ເຈົ້າ ສອນ​ພຣະ­ທຳ​ທັງ​ໝົດ​ນີ້​ແກ່​ພວກ​ທ່ານ ເພື່ອ‌ຈະ​ໄດ້​ນຳ‌ໄປ​ປະ‌ພຶດ​ປະຕິ‌ບັດ​ຢູ່‌ໃນ​ແຜ່ນ‌ດິນ​ທີ່​ກຳ‌ລັງ​ຈະ​ເຂົ້າ​ຍຶດ‌ຄອງ​ນັ້ນ.

ຕັກ‌ເຕືອນ​ບໍ່‌ໃຫ້​ຂາບ‌ໄຫວ້​ຮູບ­ເຄົາ­ລົບ

15ເມື່ອ​ພຣະຜູ້‌ເປັນ‌ເຈົ້າ​ຊົງ​ກ່າວ​ຕໍ່​ພວກ​ທ່ານ​ອອກ​ມາ​ຈາກ​ໄຟ​ຢູ່​ເທິງ​ພູ​ຊີ­ນາຍ​ນັ້ນ ພວກ​ທ່ານ​ບໍ່‌ໄດ້​ເຫັນ​ຮູບ‌ຮ່າງ​ໃດໆ ມັນ​ຈຶ່ງ​ເປັນ​ການ​ດີ​ສຳ‌ລັບ​ພວກ​ທ່ານ.16ສະ‌ນັ້ນ ຈົ່ງ​ລະ‌ວັງ​ໃຫ້​ດີ ຢ່າ​ໄດ້​ເຮັດ​ບາບ​ດ້ວຍ​ການ‌ສ້າງ​ຮູບ­ເຄົາ­ລົບ​ໃດໆ ຂຶ້ນ​ມາ​ເລີຍ.17 19ບໍ່​ວ່າ​ຮູບ​ຜູ້­ຊາຍ ຫລື​ຜູ້­ຍິງ ບໍ່​ວ່າ​ຮູບ​ສັດ​ເດ‌ຍລະ‌ສານ ຮູບ​ນົກ ຮູບ​ສັດ‌ເລືອ‌ຄານ ຫລື​ຮູບ​ປາ​ກໍ‌ດີ ຢ່າ​ຫລົງ​ຂາບ‌ໄຫວ້​ຫລື​ບົວ‌ລະ‌ບັດ​ສິ່ງ​ທີ່​ເຫັນ​ໃນ​ທ້ອງ‌ຟ້າ ຄື​ຕາ‌ເວັນ ເດືອນ​ແລະ​ດວງ‌ດາວ​ທັງ‌ຫລາຍ ສິ່ງ​ເຫລົ່າ‌ນີ້​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ‌ເຮົາ​ຊົງ​ປະ‌ທານ​ໃຫ້​ຊົນ‌ຊາດ​ອື່ນ​ທັງ​ໝົດ​ຂາບໄຫວ້.20ແຕ່​ທ່ານ​ບໍ່​ຕ້ອງ​ຂາບ‌ໄຫວ້ ເພາະ​ວ່າ​ພວກ​ທ່ານ​ເປັນ​ປະຊາ‌ຊົນ​ທີ່​ພຣະ‌ອົງ​ຊົງ‌ນຳ​ອອກ​ມາ​ຈາກ​ເຕົາ‌ໄຟ​ໃນ​ປະ‌ເທດ​ເອ­ຢິບ ເພື່ອ​ໃຫ້‌ເປັນ​ໄພ່‌ພົນ​ຂອງ​ພຣະ‌ອົງ ຢ່າງ​ທີ່​ພວກ​ທ່ານ​ກຳ‌ລັງ​ເປັນ​ຢູ່​ທຸກ​ມື້ນີ້.21ຍ້ອນ​ພວກ​ທ່ານ​ນັ້ນ​ແຫ‌ລະ ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ‌ເຮົາ ຈຶ່ງ​ຊົງ​ພຣະ­ພິ­ໂລດ​ຂ້າ‌ພະ‌ເຈົ້າ ຄື​ພຣະ‌ອົງ​ຊົງ​ປະ­ກາດ​ຢ່າງ​ໜັກ​ແໜ້ນ​ວ່າ​ຈະ​ບໍ່‌ໃຫ້​ຂ້າ‌ພະ‌ເຈົ້າ​ຂ້າມ​ແມ່‌ນ້ຳ​ຈໍ­ແດນ​ໄປ​ຍັງ​ແຜ່ນ‌ດິນ​ອັນ​ອຸດົມ‌ສົມບູນ ຊຶ່ງ​ພຣະ‌ອົງ​ຈະ​ຊົງ​ປະ‌ທານ​ໃຫ້​ແກ່​ພວກ​ທ່ານ​ນັ້ນ.22ຂ້າ‌ພະ‌ເຈົ້າ​ຈະ​ຕ້ອງ​ຕາຍ​ຢູ່‌ໃນ​ແຜ່ນ‌ດິນ​ນີ້ ຈະ​ບໍ່‌ໄດ້​ຂ້າມ​ແມ່‌ນ້ຳ​ຈໍ­ແດນ​ໄປ ແຕ່​ພວກ​ທ່ານ​ນັ້ນ​ຈະ​ໄດ້​ຂ້າມ​ໄປ​ຍຶດ‌ເອົາ​ແຜ່ນ‌ດິນ ອັນ​ອຸດົມ‌ສົມບູນ​ນັ້ນ​ເປັນ​ກຳມະສິດ.23ຈົ່ງ​ລະ‌ວັງ​ໃຫ້​ດີ ຢ່າ​ໄດ້​ລືມ​ຄຳ­ໝັ້ນ­ສັນ­ຍາ​ທີ່​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຊົງ​ໃຫ້​ໄວ້ ໃຫ້​ເຊື່ອ​ຟັງ​ຄຳ‌ສັ່ງ​ຂອງ​ພຣະ‌ອົງ ຊົງ​ສັ່ງ​ຫ້າມ​ບໍ່‌ໃຫ້​ເຮັດ​ຮູບ­ເຄົາ­ລົບ​ໃດໆ ຂາບໄຫວ້.24ເພາະ​ວ່າ ພຣະຜູ້‌ເປັນ‌ເຈົ້າ​ຂອງ​ທ່ານ​ທັງ‌ຫລາຍ​ເປັນ​ພຣະ­ເຈົ້າ​ຜູ້​ຊົງ​ຫວງ­ແຫນ​ພວກ​ທ່ານ ແລະ​ຊົງ​ເປັນ​ເໝືອນ​ໄຟ​ທີ່​ລຸກ​ໄໝ້​ເຜົາ​ຜານ.

25ເມື່ອ​ພວກ​ທ່ານ​ມີ​ລູກ‌ຫລານ ແລະ​ໄດ້​ເຂົ້າ‌ໄປ​ຢູ່‌ໃນ​ແຜ່ນ‌ດິນ​ນັ້ນ​ເຫິງ​ນານ​ແລ້ວ ຢ່າ​ໄດ້​ເຮັດ​ບາບ​ດ້ວຍ​ການ‌ສ້າງ​ຮູບ­ເຄົາ­ລົບ​ໃດໆ ຂຶ້ນ​ມາ​ເລີຍ ເພາະ​ໃນ​ສາຍ​ພຣະ‌ເນດ​ຂອງ​ພຣະຜູ້‌ເປັນ‌ເຈົ້າ​ນັ້ນ ຊົງ​ຖື​ວ່າ‌ການ​ກະ‌ທຳ​ຢ່າງ​ນີ້​ຊົ່ວ‌ຮ້າຍ​ຫລາຍ ແລະ​ເປັນ​ການ​ກະ‌ທຳ​ທີ່​ພຣະ‌ອົງ​ຊົງ​ພຣະພິໂລດ.26ຖ້າ​ພວກ​ທ່ານ​ເຮັດ​ຢ່າງ​ນີ້ ຂ້າ‌ພະ‌ເຈົ້າ​ຈະ​ເຊີນ​ເອົາ​ຟ້າ​ດິນ​ມາ​ເປັນ​ພະ‌ຍານ​ກ່າວ‌ໂທດ​ທ່ານ​ໃນ​ມື້‌ນີ້ ວ່າ​ພວກ​ທ່ານ​ຈະ​ຈິບ‌ຫາຍ​ຈາກ​ແຜ່ນ‌ດິນ​ນີ້​ໃນ‌ບໍ່ຊ້າ ຈະ​ບໍ່‌ໄດ້​ຢູ່​ເຫິງ​ນານ​ໃນ​ແຜ່ນ‌ດິນ​ທີ່​ທ່ານ​ກຳ‌ລັງ​ຈະ​ຂ້າມ​ແມ່‌ນ້ຳ​ຈໍ­ແດນ​ໄປ​ຍຶດ‌ຄອງ​ນັ້ນ ແຕ່​ຈະ​ຖືກ​ທຳ‌ລາຍ​ຈົນ​ໝົດ​ສິ້ນ.27ພຣະຜູ້‌ເປັນ‌ເຈົ້າ​ຈະ​ເຮັດ‌ໃຫ້​ພວກ​ທ່ານ​ແຕກ​ກະຈັດ‌ກະຈາຍ​ໄປ​ຢູ່‌ໃນ​ປະ‌ເທດ​ຕ່າງໆ ແລ້ວ​ຈະ‌ໃຫ້​ເຫ‌ລືອ​ຢູ່​ທີ່​ນັ້ນ​ພຽງ​ແຕ່​ຈຳ‌ນວນ​ໜ້ອຍ​ດຽວ.28ພວກ​ທ່ານ​ຈະ​ຮັບ‌ໃຊ້​ພະ​ໄມ້ ແລະ​ພະ​ຫີນ​ທີ່​ມະ­ນຸດ​ເຮັດ​ຂຶ້ນ ພະ​ເຫລົ່າ‌ນີ້​ເບິ່ງ ຟັງ ກິນ ແລະ​ດົມ‌ກິ່ນ​ບໍ່ໄດ້.29ຖ້າ‌ວ່າ​ຢູ່​ທີ່​ນັ້ນ​ພວກ​ທ່ານ​ສະແຫວງ‌ຫາ​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ເຕັມ​ໃຈ ພວກ​ທ່ານ​ກໍ​ຈະ​ພົບ​ພຣະອົງ.30ແຕ່​ເມື່ອ‌ໃດ​ຫາກ​ພວກ​ທ່ານ​ມີ​ຄວາມ​ລຳ‌ບາກ​ໃຈ​ໃນ​ພາຍ‌ໜ້າ ຍ້ອນ​ສິ່ງ​ເຫລົ່າ‌ນີ້​ທັງ​ໝົດ​ໄດ້​ມາ​ຖືກ​ທ່ານ ພວກ​ທ່ານ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພຣະຜູ້‌ເປັນ‌ເຈົ້າ ແລະ​ເຊື່ອ​ຟັງ​ພຣະອົງ.31ເພາະ​ວ່າ ພຣະ‌ອົງ​ຊົງ​ເປັນ​ພຣະ­ເຈົ້າ​ທີ່​ເຕັມ​ໄປ​ດ້ວຍ​ພຣະ‌ເມດຕາ ຈະ​ບໍ່​ຊົງ​ປະ​ຖິ້ມ ຫລື​ທຳ‌ລາຍ​ພວກ​ທ່ານ ແລະ​ຈະ​ບໍ່​ຊົງ​ຫລົງ​ລືມ​ຄຳ­ໝັ້ນ­ສັນ­ຍາ​ທີ່​ພຣະ‌ອົງ​ຊົງ​ໃຫ້​ໄວ້​ກັບ​ບັນ‌ພະ‌ບູລຸດ​ຂອງ​ພວກ​ທ່ານ.

32ໃຫ້​ຖາມ​ທົ່ວ‌ໂລກ​ນີ້​ເບິ່ງ‌ດູ​ວ່າ ໃນ​ອະດີດ‌ຕະການ​ກ່ອນ​ພວກ​ທ່ານ​ເກີດ ຕັ້ງ‌ແຕ່​ຄາວ​ພຣະ­ເຈົ້າ​ຊົງ​ສ້າງ​ມະ­ນຸດ​ໃນ​ໂລກ ເຄີຍ​ມີ​ເລື່ອງ​ໃຫຍ່‌ໂຕ​ເໝືອນ​ຢ່າງ​ນີ້​ເກີດ​ຂຶ້ນ​ມາ​ແລ້ວ​ຫລື​ບໍ? ມີ​ໃຜ​ເຄີຍ​ໄດ້‌ຍິນ​ເລື່ອງ​ຢ່າງ​ນີ້​ຫລື​ບໍ?33ມີ​ຊົນ‌ຊາດ​ໃດ​ແດ່ ເມື່ອ​ໄດ້‌ຍິນ​ພຣະ­ເຈົ້າ​ເວົ້າ​ອອກ​ມາ​ຈາກ​ໄຟ​ແລ້ວ​ກໍ​ຍັງ​ບໍ່​ຕາຍ​ເໝືອນ​ຢ່າງ​ພວກ​ທ່ານ?34ມີ​ພະ​ໃດ​ອີກ ທີ່​ກ້າ​ໄປ​ເອົາ​ຄົນ​ອອກ​ມາ​ຈາກ​ຊາດ​ໜຶ່ງ​ມາ​ຕັ້ງ​ເປັນ​ຊາດ​ຂອງ​ພະ​ເອງ ເໝືອນ​ຢ່າງ​ພຣະຜູ້‌ເປັນ‌ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ເຮັດ​ເພື່ອ​ທ່ານ​ໃນ​ປະ‌ເທດ​ເອ­ຢິບ​ນັ້ນ? ພຣະ‌ອົງ​ໄດ້​ຊົງ​ໃຊ້​ອຳ‌ນາດ ແລະ​ອຳ‌ນາດ​ອັນ‌ຍິ່ງໃຫຍ່​ຂອງ​ພຣະ‌ອົງ​ເຮັດ‌ໃຫ້​ເກີດ​ມີ​ໂລກ​ແລະ​ສົງ­ຄາມ ເຮັດ​ການ‌ອັດສະຈັນ ແລະ​ໝາຍ­ສຳ­ຄັນ​ຕ່າງໆ ພ້ອມ​ທັງ​ເຮັດ​ສິ່ງ​ອັນ​ໜ້າ‌ຢ້ານ​ໃຫ້​ພວກ​ທ່ານ​ເຫັນ​ຕໍ່ໜ້າຕໍ່ຕາ.35ພຣະຜູ້‌ເປັນ‌ເຈົ້າ​ຊົງ​ສຳ‌ແດງ​ສິ່ງ​ເຫລົ່າ‌ນີ້​ໃຫ້​ພວກ​ທ່ານ​ເຫັນ ກໍ​ເພື່ອ​ໃຫ້​ພວກ​ທ່ານ​ຮູ້‌ວ່າ ພຣະອົງໆ​ດຽວ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ­ເຈົ້າ ບໍ່​ມີ​ອົງ​ອື່ນ​ອີກ.36ທີ່​ຊົງ​ໂຜດ‌ໃຫ້​ພວກ​ທ່ານ​ໄດ້‌ຍິນ​ສຽງ​ຂອງ​ພຣະ‌ອົງ​ຈາກ​ສະ­ຫວັນ​ໄດ້ ກໍ​ເພື່ອ​ສັ່ງ‌ສອນ​ທ່ານ ແລະ​ຍັງ​ຊົງ​ໂຜດ‌ໃຫ້​ພວກ​ທ່ານ​ໄດ້​ເຫັນ​ໄຟ​ອັນ​ສັກ‌ສິດ​ຂອງ​ພຣະ‌ອົງ​ຢູ່‌ໃນ​ໂລກ ພ້ອມ​ທັງ​ຊົງ​ກ່າວ​ອອກ​ມາ​ຈາກ​ໄຟ​ນັ້ນ.37ເພາະ​ວ່າ​ພຣະ‌ອົງ​ຊົງ​ຮັກ​ບັນ‌ພະ‌ບູລຸດ​ຂອງ​ພວກ​ທ່ານ ຊົງ​ເລືອກ­ເອົາ​ເຊື້ອ‌ສາຍ​ຂອງ​ພວກ​ເຂົາ​ທັງ‌ຫລາຍ ແລະ​ຊົງ‌ນຳ​ພາ​ພວກ​ທ່ານ​ອອກ‌ຈາກ​ປະ‌ເທດ​ເອ­ຢິບ ດ້ວຍ​ລິດ‌ທານຸພາບ​ອັນ‌ຍິ່ງໃຫຍ່​ຂອງ​ພຣະ‌ອົງ​ເອງ.38ໃນ​ເວ‌ລາ​ທີ່​ພວກ​ທ່ານ​ຍ່າງ​ກ້າວ​ໄປ​ຂ້າງ​ໜ້າ​ນັ້ນ ພຣະ‌ອົງ​ໄດ້​ຊົງ​ຂັບ‌ໄລ່​ຊົນ‌ຊາດ​ໃຫຍ່ ແລະ​ມີ​ກຳ‌ລັງ​ເໜືອກ​ວ່າ​ພວກ​ທ່ານ​ອອກ​ໜີ​ໄປ ເພື່ອ​ນຳ​ທ່ານ​ເຂົ້າ​ມາ​ຢູ່‌ໃນ​ແຜ່ນ‌ດິນ​ນັ້ນ ຊຶ່ງ​ຍັງ​ເປັນ​ຂອງ​ພວກ​ທ່ານ​ຢູ່​ຈົນ​ເທົ່າ​ທຸກ​ມື້ນີ້.39ດັ່ງ​ນີ້‌ແຫລະ ໃຫ້​ຈື່​ໄວ້ ແລະ​ຢ່າ​ລືມ​ວ່າ ພຣະຜູ້‌ເປັນ‌ເຈົ້າ​ແມ່ນ​ພຣະ­ເຈົ້າ​ເທິງ​ສະ­ຫວັນ​ຊັ້ນ​ຟ້າ ແລະ​ເທິງ​ແຜ່ນ‌ດິນ ບໍ່​ມີ​ພະ‌ອື່ນ​ອີກ​ນອກ‌ຈາກ​ພຣະອົງ.40ຈົ່ງ​ເຮັດ​ຕາມ​ພຣະ­ທຳ ແລະ​ກົດ­ບັນ­ຍັດ​ທັງ​ໝົດ​ຂອງ​ພຣະ‌ອົງ ຊຶ່ງ​ຂ້າ‌ພະ‌ເຈົ້າ​ໄດ້​ບອກ​ພວກ​ທ່ານ​ແລ້ວ​ໃນ​ມື້‌ນີ້ ເພື່ອ​ທຸກ‌ສິ່ງ‌ທຸກ‌ຢ່າງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳ‌ລັບ​ພວກ​ທ່ານ ແລະ​ລູກ‌ຫລານ​ຂອງ​ທ່ານ ຊົງ​ປະ‌ທານ​ໃຫ້‌ເປັນ​ເຈົ້າ​ຂອງ​ຕະຫລອດໄປເປັນນິດ.”

41ແລ້ວ​ໂມ­ເຊ​ໄດ້​ຕັ້ງ​ຫົວ​ເມືອງ​ສາມ​ຫົວ​ເມືອງ​ໄວ້​ຢູ່​ຕ່າງ‌ຫາກ​ທີ່ ແມ່‌ນ້ຳ​ຈໍ­ແດນ​ຟາກ​ນີ້ ທາງ​ທິດ‌ຕາເວັນ‌ອອກ42ເພື່ອ​ຜູ້‌ໃດ​ທີ່​ຂ້າ​ຄົນ​ຈະ​ໄດ້​ຫລົບ‌ໜີ​ໄປ​ຢູ່​ບ່ອນ‌ນັ້ນ ຄື​ຜູ້​ທີ່​ຂ້າ​ເພື່ອນ‌ບ້ານ​ໂດຍ​ບໍ່‌ໄດ້​ເຈດ‌ຕະນາ ໂດຍ​ບໍ່‌ໄດ້​ກຽດ­ຊັງ​ລາວ​ມາ​ກ່ອນ ແລະ​ເມື່ອ​ໜີ​ໄປ​ຢູ່‌ໃນ​ເມືອງ​ນີ້​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍ​ຈະ​ລອດ​ຊີ­ວິດ43ຫົວ​ເມືອງ​ເຫລົ່າ‌ນີ້​ຄື​ເມືອງ​ເບ­ເຊ​ຢູ່‌ໃນ​ຖິ່ນ‌ແຫ້ງແລ້ງ​ກັນ‌ດານ​ທີ່​ທົ່ງ‌ພຽງ​ສູງ​ສຳ‌ລັບ​ຄົນ​ຣູ­ເບັນ ແລະ​ເມືອງ​ຣາ­ໂມດ​ທີ່​ກີ­ເລ­ອາດ​ສຳ‌ລັບ​ຄົນ​ຄາດ ແລະ​ເມືອງ​ໂກ­ລານ​ໃນ​ບາ­ຊານ​ສຳ‌ລັບ​ມາ­ນາ­ເຊ

44ຕໍ່‌ໄປ​ນີ້​ເປັນ​ພຣະ‌ບັນຍັດ​ທີ່​ໂມ­ເຊ​ໄດ້​ຕັ້ງ​ໄວ້​ຕໍ່‌ໜ້າ​ພວກ‌ລູກຫລານ​ອິດ­ສະ­ຣາ­ເອນ45ພຣະ‌ບັນຍັດ​ເຫລົ່າ‌ນີ້​ເປັນ​ພຣະ‌ໂອວາດ ເປັນ​ກົດ‌ເກນ​ແລະ​ກົດ‌ໝາຍ​ຊຶ່ງ​ໂມ­ເຊ​ກ່າວ​ແກ່​ພວກ‌ລູກຫລານ​ອິດ­ສະ­ຣາ­ເອນ​ເມື່ອ​ພວກ​ເຂົາ​ອອກ‌ຈາກ​ເອ­ຢິບ​ແລ້ວ46ເມື່ອ​ຢູ່​ຟາກ​ແມ່‌ນ້ຳ​ຈໍ­ແດນ​ຟາກ​ນີ້​ທີ່​ຮ່ອມ‌ພູ​ກົງ‌ກັນ‌ຂ້າມ​ກັບ​ເບັ­ດ-ເປໂອ ໃນ​ແຜ່ນ‌ດິນ​ຂອງ​ສີ­ໂຮນ​ກະ­ສັດ​ຄົນ​ອາ­ໂມ­ຣິດ​ຜູ້​ທີ່‌ຢູ່​ເຮັດ­ຊະ­ໂບນ​ຊຶ່ງ​ໂມ­ເຊ​ແລະ​ພວກ‌ລູກຫລານ​ອິດ­ສະ­ຣາ­ເອນ​ໄດ້​ຕີ​ພ່າຍ‌ແພ້​ໄປ​ເມື່ອ​ອອກ​ມາ​ຈາກ​ເອ­ຢິບ​ແລ້ວ47ຄົນ​ອິດ­ສະ­ຣາ­ເອນ​ໄດ້​ເຂົ້າ​ຍຶດ​ແຜ່ນ‌ດິນ​ຂອງ​ເພິ່ນ ແລະ​ແຜ່ນ‌ດິນ​ຂອງ​ໂອກ​ກະ­ສັດ​ເມືອງ​ບາ­ຊານ​ເປັນ​ກະ­ສັດ​ສອງ​ອົງ​ຂອງ​ຄົນ​ອາ­ໂມ­ຣິດ ຜູ້​ທີ່‌ຢູ່​ທາງ​ຕາ‌ເວັນ​ອອກ​ຟາກ​ແມ່‌ນ້ຳ​ຈໍ­ແດນ​ຟາກ​ນີ້48ຕັ້ງ‌ແຕ່​ເມືອງ​ອາ­ໂຣ­ເອ​ທີ່‌ຢູ່​ແຄມ​ແມ່‌ນ້ຳ​ອາ­ໂນນ ໄປ​ຈົນ​ເຖິງ​ພູ‌ເຂົາ​ສີ­ໂອນ ຄື​ເຮີ­ໂມນ49ລວມ​ກັບ​ທົ່ງ‌ພຽງ​ທັງ​ໝົດ ຊຶ່ງ​ຢູ່​ຟາກ‌ຕາເວັນ‌ອອກ​ຂອງ​ແມ່‌ນ້ຳ​ຈໍ­ແດນ​ຟາກ​ນີ້ ຈົນ​ເຖິງ​ທະ‌ເລ​ແຫ່ງ​ທົ່ງ‌ພຽງ​ທີ່​ນ້ຳ‌ພຸ​ພູ​ປິ­ຊະ­ກາ