1ເມື່ອຄົນຮອບວັນເທດສະການເພັນເຕຄໍສະເຕ ເຂົາທັງໝົດໄດ້ພ້ອມກັນຢູ່ໃນບ່ອນດຽວ.2ໃນທັນໃດນັ້ນເກີດມີສຽງມາຈາກຟ້າເໝືອນສຽງລົມພະຍຸກ້າ ກ້ອງສະໜັ່ນທົ່ວເຮືອນທີ່ເຂົານັ່ງຢູ່ນັ້ນ.3ມີລີ້ນເປັນຮູບເໝືອນແປວໄຟໄດ້ປະກົດໃຫ້ເຂົາເຫັນແລະລີ້ນນັ້ນແຕກກະຈາຍອອກໄປຢູ່ເທິງເຂົາທຸກຄົນຜູ້ລະລີ້ນ.4ເຂົາເຫລົ່ານັ້ນກໍເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະຕັ້ງຕົ້ນປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ເຂົາເວົ້ານັ້ນ.
5ຂະນະນັ້ນມີຊາວຢິວທີ່ຢຳເກງພຣະເຈົ້າມາຈາກທຸກປະເທດທົ່ວໃຕ້ຟ້າ ເຂົ້າມາພັກເຊົາຢູ່ໃນກຸງເຢຣູຊາເລັມ.6ເມື່ອສຽງນັ້ນໄດ້ເກີດຂຶ້ນ ຝູງຄົນຫລວງຫລາຍໄດ້ມາໂຮມກັນ ແລ້ວສະຫງົນສົນເທເພາະຕ່າງຄົນກໍຕ່າງໄດ້ຍິນພວກເຫລົ່ານັ້ນເວົ້າພາສາຂອງໃຜລາວ.7ຄົນທັງປວງຈິ່ງປະຫລາດແລະງຶດອັດສະຈັນໃຈເວົ້າກັນວ່າ, “ເບິ່ງແມ, ຄົນທັງຫລາຍທີ່ເວົ້າກັນຢູ່ນັ້ນແມ່ນຊາວຄາລີເລທັງໝົດ ບໍ່ແມ່ນຫລື.8ເປັນແນວໃດພວກເຮົາທຸກຄົນຈິ່ງໄດ້ຍິນເຂົາເວົ້າພາສາບ້ານເກີດເມືອງນອນຂອງພວກເຂົາ.9ຄືຊາວປາເທຍ, ຊາວເມເດຍ, ຊາວເອລາມ, ແລະຄົນທີ່ຢູ່ໃນປະເທດເມໂຊໂປຕາເມຍ, ແຂວງຢູດາຍ, ແລະປະເທດກາປາໂດເກຍ, ໃນແຂວງປົນໂຕແລະອາເຊຍ.10ໃນແຂວງຟີເຄຍ, ແຂວງປຳຟີເລຍ, ແລະປະເທດເອຢິບ, ໃນບາງສ່ວນຂອງປະເທດລີເບຍທີ່ຕິດຕໍ່ກັບປະເທດກີເຣເນ, ກັບພວກທີ່ຈາກກຸງໂຣມມາເປັນແຂກຢ້ຽມຢາມ, ທັງຊາດຢິວແລະຄົນທີ່ນັບຖືລັດທິຢິວ.11ຊາວເກາະກະເຣເຕແລະຊາວປະເທດອາຣັບ ພວກເຮົາໄດ້ຍິນເຂົາກ່າວເຖິງມະຫາລາຊະກິດຂອງພຣະເຈົ້າໃນພາສາຂອງເຮົາເອງ.12ເຂົາທັງຫລາຍຈິ່ງອັດສະຈັນໃຈແລະສະຫງົນສົນເທເວົ້າກັນວ່າ, “ການນີ້ອາດຈະເປັນຢ່າງໃດໜໍ.”13ແຕ່ລາງຄົນເວົ້າເຍາະເຍີ້ຍວ່າ, “ຄົນເຫລົ່ານັ້ນເຕັມໄປດ້ວຍເຫລົ້າອະງຸ່ນໃໝ່.”
14ແລ້ວເປໂຕຈິ່ງຢືນຂຶ້ນກັບອັກຄະສາວົກສິບເອັດຄົນນັ້ນ ແລະໄດ້ກ່າວຄຳປາໄສດ້ວຍສຽງດັງໃຫ້ເຂົາຟັງວ່າ, “ທ່ານຊາວຢິວ ແລະບັນດາຄົນທີ່ຢູ່ໃນກຸງເຢຣູຊາເລັມເອີຍ, ຈົ່ງຊາບເລື່ອງນີ້ແລະຈົ່ງຕັ້ງຫູຟັງຖ້ອຍຄຳຂອງຂ້າພະເຈົ້າ.15ດ້ວຍວ່າຄົນເຫລົ່ານີ້ບໍ່ໄດ້ເມົາເຫລົ້າເໝືອນດັ່ງພວກທ່ານຄຶດນັ້ນ ເພາະຍັງເປັນເວລາສາມໂມງເຊົ້າຢູ່.ສະໄໝປັດຈຸບັນເຄີຍເວົ້າກັນວ່າ ເກົ້າໂມງເຊົ້າ. 16ແຕ່ການນີ້ແຫລະ, ແມ່ນຕາມທີ່ໄດ້ຊົງກ່າວດ້ວຍໂຢເອນຜູ້ປະກາດພຣະທຳວ່າ,
17‘ພຣະເຈົ້າຊົງກ່າວວ່າ,
ໃນຄາວສຸດທ້າຍເຮົາຈະຖອກວິນຍານຂອງເຮົາ
ປະທານລົງໃສ່ມະນຸດທັງປວງ
ລູກຊາຍແລະລູກຍິງຂອງພວກທ່ານຈະທຳນວາຍ
ຊາຍໜຸ່ມຂອງພວກທ່ານຈະເຫັນນິມິດ
ແລະຊາຍເຖົ້າຂອງພວກທ່ານຈະຝັນເຫັນ.
18ຝ່າຍເຮົາໃນຄາວນັ້ນເຮົາຈະຖອກວິນຍານຂອງເຮົາ
ປະທານລົງໃສ່ຂ້າໃຊ້ຊາຍຍິງຂອງເຮົາ
ແລະເຂົາຈະທຳນວາຍ.
19ເຮົາຈະສະແດງການອັດສະຈັນໃນອາກາດເບື້ອງເທິງ
ແລະໝາຍສຳຄັນທີ່ແຜ່ນດິນໂລກເບື້ອງລຸ່ມ
ຄືເລືອດແລະໄຟກັບອາຍຄວັນ.
20ກ່ອນວັນອັນໃຫຍ່ແລະຮຸ່ງເຮືອງຂອງພຣະອົງເຈົ້າຈະມາເຖິງ
ດວງອາທິດຈະເກີດມືດມົວ
ດວງຈັນຈະກາຍເປັນເລືອດ.
21ແລ້ວກໍຈະເປັນດັ່ງນີ້
ຄືບຸກຄົນໃດທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າກໍຈະລອດພົ້ນ’.’
22“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫລົ່ານີ້ ຄືເຢຊູໄທນາຊາເຣັດເປັນຜູ້ທີ່ພຣະເຈົ້າຊົງຊີ້ແຈງໃຫ້ພວກທ່ານຮູ້ ດ້ວຍການອິດທິລິດ, ການອັດສະຈັນແລະໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ຊົງກະທຳໃນຖ້າມກາງພວກທ່ານດ້ວຍທ່ານຜູ້ນັ້ນ ດັ່ງທີ່ພວກທ່ານຮູ້ຢູ່ແລ້ວ.23ທ່ານຜູ້ນີ້ໄດ້ຖືກມອບໄວ້ ຕາມທີ່ພຣະເຈົ້າໄດ້ຊົງກຳນົດຄາດໝາຍແລະຊົງຮູ້ໄວ້ລ່ວງໜ້າກ່ອນນັ້ນ ພວກທ່ານໄດ້ໃຫ້ຄົນນອກສາດສະໜາຄຶງເພິ່ນໄວ້ທີ່ໄມ້ກາງແຂນແລະປະຫານຊີວິດເສຍ.24ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາ ດ້ວຍຊົງປັດເພິ່ນໃຫ້ອອກຈາກຄວາມເຈັບປວດແຫ່ງຄວາມຕາຍ ເພາະຄວາມຕາຍຈະກັກຈ່ອງເພິ່ນໄວ້ບໍ່ໄດ້.25ເພາະກະສັດດາວິດໄດ້ຊົງກ່າວເຖິງເພິ່ນວ່າ,
‘ຂ້າພະເຈົ້າໄດ້ແນມເບິ່ງອົງພຣະຜູ້ເປັນເຈົ້າຢູ່ສະເໝີ
ເພາະວ່າພຣະອົງປະທັບຢູ່ກ້ຳຂວາຂອງພຣະເຈົ້າ
ເພື່ອຂ້າພະເຈົ້າຈະບໍ່ສະທ້ານຫວັ່ນໄຫວ.
26ເພາະເຫດນີ້ຈິດໃຈຂອງຂ້າພະເຈົ້າຈິ່ງປິຕິຍິນດີ
ແລະລີ້ນຂອງຂ້າພະເຈົ້າຈິ່ງຮ້ອງຊົມຊື່ນຍິນດີ
ອີກປະການໜຶ່ງ, ເນື້ອຕົວຂອງຂ້າພະເຈົ້າຈະພັກຜ່ອນໃນຄວາມໄວ້ໃຈ.
27ເພາະພຣະອົງເຈົ້າຈະບໍ່ຊົງປະຖິ້ມ
ຈິດວິນຍານຂອງຂ້າພຣະອົງໄວ້ໃນແດນມໍລະນາ
ທັງຈະບໍ່ໃຫ້ຜູ້ບໍລິສຸດຂອງພຣະອົງເປື່ອຍເນົ່າໄປ.
28ພຣະອົງໄດ້ຊົງໂຜດໃຫ້ຂ້າພຣະອົງຮູ້ທາງແຫ່ງຊີວິດ
ພຣະອົງຈະຊົງໂຜດໃຫ້ຂ້າພຣະອົງ
ເຕັມບໍລິບູນດ້ວຍຄວາມຍິນດີ
ເພາະຢູ່ຕໍ່ພຣະພັກພຣະອົງ.’ຫລືວ່າ ‘ເພາະໄດ້ເຫັນພຣະພັກຂອງພຣະອົງ.’
29“ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອໝັ້ນ ໃຫ້ທ່ານທັງຫລາຍຟັງເຖິງເລື່ອງກະສັດດາວິດບັນພະບຸລຸດຂອງເຮົານັ້ນວ່າ ທ່ານສິ້ນຊີວິດແລະຖືກບັນຈຸໄວ້ແລ້ວ ແລະອຸບໂມງຂອງເພິ່ນຍັງຢູ່ຖ້າມກາງພວກເຮົາຈົນເຖິງທຸກວັນນີ້.30ທ່ານເປັນຜູ້ທຳນວາຍ ແລະຊາບວ່າພຣະເຈົ້າໄດ້ຊົງສັນຍາແກ່ເພິ່ນດ້ວຍຄຳສາບານວ່າ ຈະປະທານຜູ້ໜຶ່ງໃນວົງກະກຸນຂອງເພິ່ນໃຫ້ປະທັບເທິງພຣະທີ່ນັ່ງຂອງເພິ່ນ.31ກະສັດດາວິດກໍຊົງລ່ວງຮູ້ເຫດການນີ້ໄວ້ກ່ອນ ຈິ່ງຊົງກ່າວເຖິງການຄືນພຣະຊົນຂອງອົງພຣະຄຣິດວ່າ, ‘ພຣະເຈົ້າບໍ່ໄດ້ຊົງປະຖິ້ມທ່ານໄວ້ໃນແດນມໍລະນາທັງເນື້ອຕົວຂອງທ່ານກໍຈະບໍ່ເປື່ອຍເນົ່າໄປ’32ພຣະເຢຊູນີ້ແຫລະ, ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນແລ້ວ ຝ່າຍຂ້າພະເຈົ້າທັງຫລາຍເປັນພະຍານເຖິງເລື່ອງນີ້.33ເມື່ອຊົງຖືກຍົກຂຶ້ນຢູ່ທີ່ພຣະຫັດກ້ຳຂວາຂອງພຣະເຈົ້າ ແລະໄດ້ຊົງຮັບພຣະວິນຍານບໍລິສຸດຈາກພຣະບິດາຕາມພຣະສັນຍາ ພຣະອົງໄດ້ຊົງຖອກພຣະວິນຍານນັ້ນລົງມາດັ່ງພວກທ່ານໄດ້ເຫັນແລະໄດ້ຍິນແລ້ວນັ້ນ.34ເຫດວ່າກະສັດດາວິດບໍ່ຂຶ້ນໄປຍັງສະຫວັນ ແລະທ່ານເອງໄດ້ຊົງກ່າວວ່າ,
‘ພຣະເຈົ້າຊົງກ່າວແກ່ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ
ຈົ່ງນັ່ງທີ່ຂວາມືຂອງເຮົາ,
35ຈົນກວ່າເຮົາຈະປາບສັດຕູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ.’
36ເຫດສັນນັ້ນໃຫ້ຍາດວົງອິດສະຣາເອນຮູ້ຄັກແນ່ວ່າ ພຣະເຈົ້າໄດ້ຊົງຍົກພຣະເຢຊູນີ້ ຊຶ່ງທ່ານທັງຫລາຍໄດ້ຕອກຕິດໄວ້ທີ່ໄມ້ກາງແຂນນັ້ນ ຊົງແຕ່ງຕັ້ງໃຫ້ເປັນທັງອົງພຣະຜູ້ເປັນເຈົ້າແລະເປັນພຣະຄຣິດ.”
37ເມື່ອຄົນທັງຫລາຍໄດ້ຍິນດັ່ງນັ້ນແລ້ວກໍຮູ້ສຶກເຈັບຊ້ຳກິນແໜງໃຈ ຈິ່ງກ່າວແກ່ເປໂຕແລະອັກຄະສາວົກອື່ນໆ ວ່າ, “ພີ່ນ້ອງເອີຍ, ພວກເຮົາຈະເຮັດຢ່າງໃດ.”38ຝ່າຍເປໂຕຈິ່ງກ່າວແກ່ເຂົາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດທຸກຄົນ ເພື່ອການຊົງຍົກບາບໂທດຂອງພວກທ່ານແລ້ວພວກທ່ານຈະໄດ້ຮັບຂອງພຣະລາຊະທານ ຄືພຣະວິນຍານບໍລິສຸດ.39ດ້ວຍວ່າພຣະສັນຍານັ້ນກໍມີໄວ້ແກ່ທ່ານທັງຫລາຍ, ກັບລູກຫລານຂອງພວກທ່ານ, ແລະແກ່ຄົນທັງປວງທີ່ຢູ່ຫ່າງໄກ ຄືແກ່ທຸກຄົນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາຊົງເອີ້ນມາເຝົ້າພຣະອົງນັ້ນ.”40ແລະເປໂຕໄດ້ກ່າວສັ່ງເຂົາຫລາຍປະການອີກ ແລະເຕືອນສະຕິເຂົາວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດລ້ຽວນີ້ເສຍ.”41ຝ່າຍຄົນທັງຫລາຍທີ່ໄດ້ເຊື່ອຮັບຟັງຖ້ອຍຄຳຂອງເປໂຕກໍໄດ້ຮັບບັບຕິສະມາໃນວັນນັ້ນມີຄົນຕື່ມເຂົ້າເປັນລູກສິດປະມານສາມພັນຄົນ.
42ແລະເຂົາໄດ້ຕັ້ງໝັ້ນຄົງຢູ່ໃນຄຳສອນຂອງພວກອັກຄະສາວົກ, ໃນການຮ່ວມໃຈກັນ, ໃນການຫັກເຂົ້າຈີ່ຄື ສິນລະນຶກ ເປັນຕົ້ນ. ແລະໃນການໄຫວ້ວອນ.
43ທຸກຄົນເກີດມີຄວາມຢ້ານຢຳນັບຖື ສ່ວນພວກອັກຄະສາວົກກໍໄດ້ເຮັດການອັດສະຈັນແລະໝາຍສຳຄັນຫລາຍປະການ.44ບັນດາຜູ້ທີ່ເຊື່ອຖືນັ້ນກໍໄດ້ຢູ່ຮ່ວມກັນ ແລະຊັບສິ່ງຂອງຂອງເຂົາເຫລົ່ານັ້ນເຂົາກໍຖືເປັນຂອງສ່ວນຮ່ວມ.45ແລະເຂົາໄດ້ຂາຍທີ່ດິນແລະຊັບສິ່ງຂອງມາແຈກຢາຍໃຫ້ຄົນທັງປວງຕາມທີ່ທຸກຄົນຕ້ອງການ.46ເຂົາໄດ້ໝັ່ນຮ່ວມປະຊຸມໃນບໍລິເວນພຣະວິຫານທຸກວັນ ແລະຫັກເຂົ້າຈີ່ ຕາມເຮືອນຂອງເຂົາ ຮ່ວມຮັບປະທານອາຫານດ້ວຍຄວາມຊົມຊື່ນຍິນດີແລະໃຈສັດຊື່.47ທັງໄດ້ສັນລະເສີນພຣະເຈົ້າ ແລະພົນລະເມືອງທັງໝົດກໍຊອບໃຈນຳ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຄົນທັງຫລາຍຊຶ່ງກຳລັງຈະລອດພົ້ນນັ້ນມາເຂົ້າກັບພວກສິດທຸກໆ ວັນ.