ກິດຈະການ
ຂອງພວກອັກຄະສາວົກ
1ທ່ານເທໂອຟີໂລເອີຍ, ໃນໜັງສືເຫລັ້ມຕົ້ນ ຂ້າພະເຈົ້າໄດ້ກ່າວກ່ຽວກັບສິ່ງທັງປວງທີ່ພຣະເຢຊູໄດ້ຊົງຕັ້ງຕົ້ນກະທຳແລະສັ່ງສອນ.2ຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມື່ອ ຄືພາຍຫລັງທີ່ພຣະອົງຊົງສັ່ງໂດຍເດດພຣະວິນຍານບໍລິສຸດແກ່ພວກອັກຄະສາວົກທີ່ຊົງເລືອກໄວ້ນັ້ນ.3ຄັນພຣະອົງຊົງທົນທຸກທໍລະມານ ແລ້ວໄດ້ຊົງສະແດງພຣະອົງແກ່ຄົນພວກນັ້ນດ້ວຍຫລັກຖານຫລາຍຢ່າງ ພິສູດວ່າ ພຣະອົງຊົງພຣະຊົນຢູ່ ແລະໄດ້ຊົງປະກົດແກ່ເຂົາລະຫວ່າງສີ່ສິບວັນ ແລະໄດ້ຊົງສົນທະນາກັບເຂົາເຖິງເລື່ອງລາຊະອານາຈັກຂອງພຣະເຈົ້າ.4ໃນເວລາທີ່ພຣະອົງຊົງຮ່ວມປະຊຸມຢູ່ກັບເຂົາຫລືວ່າ “ຊົງຮ່ວມຮັບປະທານນຳເຂົາ.” ຈິ່ງຊົງສັ່ງເຂົາບໍ່ໃຫ້ອອກໄປຈາກກຸງເຢຣູຊາເລັມ ແຕ່ໃຫ້ຄອຍຮັບຕາມພຣະສັນຍາຂອງພຣະບິດາ ຄືພຣະອົງໄດ້ຊົງບອກວ່າ, “ຕາມທີ່ທ່ານທັງຫລາຍໄດ້ຍິນຈາກເຮົານັ້ນແຫລະ.5ເພາະວ່າໂຢຮັນໃຫ້ບັບຕິສະມາດ້ວຍນ້ຳກໍແມ່ນ ແຕ່ຕໍ່ໄປອີກບໍ່ເຫິງທ່ານທັງຫລາຍຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດ.
6ເມື່ອເຂົາໄດ້ປະຊຸມພ້ອມກັນ ເຂົາຈິ່ງທູນຖາມພຣະອົງວ່າ, “ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະຊົງຕັ້ງລາຊະອານາຈັກຄືນໃໝ່ໃຫ້ແກ່ພວກອິດສະຣາເອນໃນບັດນີ້ຫລື.”7ພຣະອົງຊົງຕອບເຂົາວ່າ, “ບໍ່ແມ່ນໜ້າທີ່ຂອງພວກທ່ານທີ່ຈະຮູ້ເວລາຫລືຍາມກຳນົດ ຊຶ່ງພຣະບິດາໄດ້ຊົງຕັ້ງໄວ້ດ້ວຍສິດຂອງພຣະອົງເອງ.8ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເຖິງພວກທ່ານ ແລະພວກທ່ານຈະເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ຕະຫລອດທົ່ວແຂວງຢູດາຍ, ກັບແຂວງຊາມາເຣຍ, ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.”9ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ພຣະເຈົ້າຊົງຮັບພຣະອົງຂຶ້ນເມື່ອຂະນະທີ່ເຂົາກຳລັງເບິ່ງຢູ່ ແລະມີເມກມາຮັບພຣະອົງໃຫ້ພົ້ນຈາກສາຍຕາຂອງເຂົາ.10ເມື່ອເຂົາກຳລັງແນມເບິ່ງຟ້າ ຂະນະທີ່ພຣະອົງສະເດັດຂຶ້ນເມື່ອນັ້ນ ເບິ່ງແມ, ມີສອງຄົນນຸ່ງເຄື່ອງຂາວມາປະກົດຢືນຢູ່ໃກ້ເຂົາ.11ສອງຄົນນັ້ນຈຶ່ງກ່າວວ່າ, “ຊາວຄາລີເລເອີຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງທ້ອງຟ້າ ພຣະເຢຊູອົງນີ້ຊຶ່ງຊົງຮັບໄປຈາກພວກທ່ານຂຶ້ນເມືອສະຫວັນແລ້ວ ຈະສະເດັດມາອີກເໝືອນຢ່າງທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນເມືອຍັງສະຫວັນນັ້ນ.”
12ແລ້ວພວກອັກຄະສາວົກໄດ້ລົງມາຈາກພູທີ່ຊື່ວ່າເອໄລໂຢນເອໄລໂຢນແປວ່າສວນໝາກກອກເທດ. ກັບຄືນໄປກຸງເຢຣູຊາເລັມ ຊຶ່ງຢູ່ໄກຈາກກັນທໍ່ກັບລະຍະທາງທີ່ກຳນົດໃຫ້ທຽວໃນວັນຊະບາໂຕ.ປະມານໜຶ່ງກີໂລແມດ. 13ເມື່ອເຂົ້າກຸງແລ້ວເຂົາເຫລົ່ານັ້ນຈິ່ງຂຶ້ນເມືອຍັງຫ້ອງຊັ້ນເທິງທີ່ເຄີຍພັກຢູ່ນັ້ນ ມີເປໂຕ, ໂຢຮັນ, ຢາໂກໂບກັບອັນເດອາ, ຟີລິບກັບໂທມາ, ບາຣະໂທໂລມາຍກັບມັດທາຍ, ຢາໂກໂບລູກຂອງອາລະຟາຍ, ຊີໂມນພັກຊາດນິຍົມ, ແລະຢູດາລູກຂອງຢາໂກໂບ.14ເຂົາເຫລົ່ານີ້ໄດ້ຮ່ວມໃຈກັນໄຫວ້ວອນດ້ວຍຄວາມໝັ້ນໃຈ ພ້ອມກັບພວກແມ່ຍິງແລະນາງມາຣິອາມານດາຂອງພຣະເຢຊູ ທັງພວກນ້ອງຊາຍຂອງພຣະອົງ.15ໃນຄາວນັ້ນເປໂຕໄດ້ຢືນຂຶ້ນຖ້າມກາງພີ່ນ້ອງທັງຫລາຍ ຊຶ່ງປະຊຸມກັນຢູ່ຮ່ວມທັງໝົດມີປະມານຮ້ອຍຊາວຄົນ ແລະກ່າວວ່າ.16“ພີ່ນ້ອງທັງຫລາຍເອີຍ, ຂໍ້ພຣະຄຳພີທີ່ພຣະວິນຍານບໍລິສຸດຊົງກ່າວລ່ວງໜ້າໄວ້ໂດຍພຣະໂອດຂອງກະສັດດາວິດ ຈຳເປັນຕ້ອງສຳເລັດ ຄຳນັ້ນທີ່ເວົ້າເຖິງຢູດາຊຶ່ງກາຍເປັນຜູ້ນຳຄົນທັງຫລາຍທີ່ໄປຈັບພຣະເຢຊູ.17ເພາະຢູດານັ້ນກໍນັບເຂົ້າໃນຈຳນວນພວກເຮົາ ແລະໄດ້ຮັບສ່ວນໃນການງານນີ້ເໝືອນກັນ.18ຝ່າຍຜູ້ນີ້ໄດ້ເອົາຄ່າບຳເໜັດແຫ່ງການຊົ່ວຂອງຕົນໄປຊື້ດິນຕອນໜຶ່ງ ແລະກໍລົ້ມລົງແຕກກາງຕົວຈົນໄສ້ໄຫລອອກທັງໝົດ.19ເຫດການນີ້ປະກົດແກ່ຊາວກຸງເຢຣູຊາເລັມທັງໝົດ ເຂົາຈິ່ງເອີ້ນດິນຕອນນັ້ນຕາມພາສາຂອງເຂົາວ່າອະເກັນດາມາ ຄືດິນເລືອດ.20ດ້ວຍມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນວ່າ, ‘ທີ່ຢູ່ຂອງມັນໃຫ້ກາຍເປັນບ່ອນຮ້າງເປົ່າຢ່າໃຫ້ມີຜູ້ໃດອາໃສຢູ່ໃນທີ່ນັ້ນ’ແລະ‘ສ່ວນໜ້າທີ່ຄື ໜ້າທີ່ເປັນຜູ້ດູແລ. ຂອງມັນໃຫ້ຄົນອື່ນຮັບແທນ.’21ເຫດສັນນັ້ນໃນບັນດາຜູ້ທີ່ເປັນພວກດຽວກັບເຮົາ ຕະຫລອດເວລາທີ່ພຣະອົງເຈົ້າເຢຊູສະເດັດເຂົ້າອອກກັບພວກເຮົາ.22ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອຈາກພວກເຮົາ ຄົນໜຶ່ງໃນພວກນີ້ຈະຕ້ອງກາຍເປັນພະຍານກັບພວກເຮົາວ່າ ພຣະອົງໄດ້ຊົງຄືນພຣະຊົນແລ້ວ.”23ແລ້ວເຂົາໄດ້ສະເໜີຊື່ສອງຄົນ ຄືໂຢເຊັບທີ່ເອີ້ນວ່າບາຣະຊາບາ ມີນາມສະກຸນວ່າຢູສະໂຕ ແລະມັດເທຍ.24ເຂົາຈິ່ງພາກັນອ້ອນວອນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຜູ້ຊົງຢັ່ງຮູ້ຈິດໃຈຂອງຄົນທັງປວງ ຂໍພຣະອົງຊົງຊີ້ບອກວ່າໃນສອງຄົນນີ້ພຣະອົງຊົງເລືອກເອົາຄົນໃດ.25ເພື່ອເຂົ້າຮັບສ່ວນໃນການປະຕິບັດນີ້ ແລະຮັບຕຳແໜ່ງເປັນອັກຄະສາວົກ ຊຶ່ງຢູດາໄດ້ປະຖິ້ມແລ້ວໄປສູ່ບ່ອນຂອງຕົນ.”26ເຂົາຈິ່ງໄດ້ຈົກສະຫລາກກັນ ແລະສະຫລາກນີ້ໄດ້ຕົກໃສ່ມັດເທຍ ມັດເທຍຈິ່ງຖືກນັບເຂົ້າໃນພວກອັກຄະສາວົກສິບເອັດຄົນນັ້ນ.