1ພວກທີ່ຮັກເອີຍ, ນີ້ແຫລະ ເປັນຈົດໝາຍສະບັບທີສອງທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ ໃນຈົດໝາຍທັງສອງສະບັບນີ້ ຂ້າພະເຈົ້າໄດ້ປຸກເຕືອນຈິດໃຈອັນຊື່ສັດຂອງພວກທ່ານໃຫ້ລະນຶກເຖິງ.2ເພື່ອທ່ານທັງຫລາຍຈະໄດ້ຈື່ຈຳຖ້ອຍຄຳທັງຫລາຍທີ່ພວກຜູ້ທຳນວາຍບໍລິສຸດໄດ້ກ່າວໄວ້ເມື່ອກ່ອນ ແລະຂໍ້ບັນຍັດຂອງອົງພຣະຜູ້ເປັນເຈົ້າຄືພຣະຜູ້ໂຜດໃຫ້ພົ້ນ ໂດຍບັນດາອັກຄະສາວົກຂອງທ່ານທັງຫລາຍ.3ກ່ອນອື່ນ, ຈົ່ງຮູ້ຂໍ້ນີ້ ຄືໃນຄາວສຸດທ້າຍຈະມີຄົນເຍາະເຍີ້ຍມາເວົ້າສຽດສີຕາມໃຈປາດຖະໜາຂອງຕົນ.4ເຂົາຈະຖາມວ່າ, “ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ ເພາະວ່າຕັ້ງແຕ່ບັນພະບຸລຸດລັບລ່ວງໄປແລ້ວ ສິ່ງທັງປວງກໍເປັນຢູ່ເໝືອນເປັນຢູ່ຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກ.”5ເພາະວ່າເຂົາແກ້ງລືມຂໍ້ນີ້ເສຍ ຄືດ້ວຍພຣະທຳຂອງພຣະເຈົ້າຟ້າສະຫວັນຈິ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະແຜ່ນດິນໂລກຈິ່ງໄດ້ເກີດຂຶ້ນຈາກນ້ຳແລະດ້ວຍທາງນ້ຳ.6ດ້ວຍນ້ຳນັ້ນແຫລະ, ມະນຸດສະໂລກທີ່ມີຢູ່ໃນຂະນະນັ້ນໄດ້ຈິບຫາຍໄປດ້ວຍນ້ຳຖ້ວມ.7ໂດຍພຣະທຳອັນດຽວກັນນັ້ນແຫລະ, ຟ້າແລະດິນທີ່ມີຢູ່ໃນປະຈຸບັນນີ້ ກໍຊົງຮັກສາໄວ້ສຳລັບໃຫ້ໄຟເຜົາຜານເສຍ ຄືຊົງຮັກສາໄວ້ຈົນກວ່າຈະເຖິງວັນທີ່ບັນດາມະນຸດຊຶ່ງບໍ່ນັບຖືພຣະເຈົ້າ ຈະຖືກຊົງພິພາກສາແລະຈິບຫາຍໄປ
8ແຕ່ພວກທີ່ຮັກເອີຍ, ຢ່າລືມຂໍ້ນີ້ວ່າ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າວັນດຽວກໍເໝືອນກັບພັນປີ ແລະພັນປີເໝືອນກັບວັນດຽວ.9ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າໃນເລື່ອງພຣະສັນຍາຂອງພຣະອົງ ເໝືອນດັ່ງບາງຄົນຄຶດວ່າຊ້າ ແຕ່ພຣະອົງຊົງອົດກັ້ນພຣະໄທໄວ້ດົນນານເພາະເຫັນແກ່ທ່ານທັງຫລາຍ ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ໜຶ່ງຜູ້ໃດຈິບຫາຍເສຍ ແຕ່ຊົງປາດຖະໜາທີ່ຈະໃຫ້ຄົນທັງປວງມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່.10ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເໝືອນດັ່ງຂະໂມຍມາ ໃນວັນນັ້ນທ້ອງຟ້າຈະລ່ວງເສຍໄປດ້ວຍສຽງດັງກ້ອງສະໜັ່ນ, ໂລກທາດຈະສະຫລາຍໄປດ້ວຍໄຟ, ແລະແຜ່ນດິນໂລກກັບສາລະພັດທຸກສິ່ງຈະໄໝ້ເສຍໝົດ.11ເມື່ອຮູ້ແລ້ວວ່າສິ່ງທັງປວງຈະສະຫລາຍໄປຢ່າງນີ້ ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ ໃນການດຳເນີນຊີວິດອັນບໍລິສຸດແລະການນັບຖືພຣະເຈົ້າ.12ຈົ່ງຄອຍຖ້າແລະເຮ່ງຮີບໃຫ້ວັນຂອງພຣະເຈົ້າມາເຖິງ ຊຶ່ງໃນວັນນັ້ນທ້ອງຟ້າຈະຖືກໄຟເຜົາສະຫລາຍໄປແລະໂລກທາດຈະຖືກໄຟຜານສະຫລາຍໄປ.13ແຕ່ວ່າຕາມພຣະສັນຍາຂອງພຣະອົງ ເຮົາທັງຫລາຍຄອຍຖ້າຟ້າອາກາດໃໝ່ແລະແຜ່ນດິນໂລກໃໝ່ ຊຶ່ງຄວາມຊອບທຳຈະຕັ້ງຢູ່ທີ່ນັ້ນ.
14ເຫດສັນນັ້ນພວກທີ່ຮັກເອີຍ, ເມື່ອທ່ານທັງຫລາຍກຳລັງຄອຍຖ້າສິ່ງເຫລົ່ານີ້ຢູ່ຈົ່ງອົດສາພະຍາຍາມໃຫ້ພຣະອົງຊົງພົບພວກທ່ານຢູ່ໃນຄວາມສະຫງົບ ໂດຍບໍ່ມີຈຸດດ່າງພ້ອຍແລະຂໍ້ຕຳໜິ.15ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງອົດກັ້ນພຣະໄທໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນ ເໝືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດໝາຍທັງຫລາຍ ຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ເພິ່ນນັ້ນ.16ໃນຈົດໝາຍທຸກສະບັບຂອງເພິ່ນກໍກ່າວເຖິງເຫດການເຫລົ່ານີ້ໄວ້ແລ້ວ ໃນຈົດໝາຍເຫລົ່ານັ້ນມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການ ແລະທີ່ມີໃຈບໍ່ໝັ້ນຄົງແນ່ນອນ ໄດ້ບິດເບືອນຂໍ້ຄວາມເສຍເໝືອນຢ່າງທີ່ເຂົາໄດ້ບິດເບືອນຂໍ້ອື່ນໆ ໃນພຣະຄຳພີອັນເປັນເຫດໃຫ້ຕົນເອງຈິບຫາຍ.17ເພາະເຫດນັ້ນພວກທີ່ຮັກເອີຍ, ເມື່ອພວກທ່ານຮູ້ເລື່ອງນີ້ກ່ອນແລ້ວກໍຈົ່ງລະວັງໃຫ້ດີ ເພາະຢ້ານວ່າພວກທ່ານຈະຫລົງໄປເຮັດຜິດ ຕາມການຜິດຂອງຄົນຂາດສິນທຳເຫລົ່ານັ້ນ ແລະທ່ານທັງຫລາຍຈະຕົກເສຍຈາກຄວາມໜັກແໜ້ນໝັ້ນຄົງຂອງຕົນ.18ແຕ່ຂໍໃຫ້ທ່ານທັງຫລາຍຈະເລີນຂຶ້ນໃນພຣະຄຸນແລະໃນຄວາມຮູ້ ຊຶ່ງມາຈາກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ ພຣະກຽດຈົ່ງມີແດ່ພຣະອົງນັ້ນທັງໃນປະຈຸບັນ ແລະຕະຫລອດໄປເປັນນິດ [ອາແມນ].