ຄວາມ­ເຊື່ອ​ໄຊ‌ຊະນະ​ເໜືອ​ໂລກ

1ຜູ້‌ໃດ​ທີ່​ເຊື່ອ​ວ່າ​ພຣະ‌ເຢຊູ​ຊົງ​ເປັນ​ພຣະ‌ຄຣິດ ຜູ້‌ນັ້ນ​ກໍ‌ເກີດ​ຈາກ​ພຣະ­ເຈົ້າ ທຸກ​ຄົນ‌ທີ່​ຮັກ​ພຣະ­ເຈົ້າ​ຜູ້​ຊົງ​ໃຫ້​ກຳ‌ເນີດ ຜູ້‌ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະ‌ອົງ​ເໝືອນ​ກັນ.2ໂດຍ​ຂໍ້​ນີ້‌ແຫລະ, ເຮົາ​ທັງ‌ຫລາຍ​ຈຶ່ງ​ຮູ້‌ວ່າ​ພວກ‌ເຮົາ​ຮັກ​ລູກ​ທັງ‌ຫລາຍ​ຂອງ​ພຣະ­ເຈົ້າ ຄື​ເມື່ອ​ພວກ‌ເຮົາ​ຮັກ​ພຣະ­ເຈົ້າ ແລະ​ຖື‌ຮັກສາ​ບັນ‌ດາ​ຂໍ້​ບັນ‌ຍັດ​ຂອງ​ພຣະອົງ.3ເພາະ​ນີ້‌ແຫລະ, ເປັນ‌ຄວາມ​ຮັກ​ຕໍ່​ພຣະ­ເຈົ້າ ຄື​ໃຫ້​ເຮົາ​ທັງ‌ຫລາຍ​ຖື‌ຮັກສາ​ບັນ‌ດາ​ຂໍ້​ບັນ‌ຍັດ​ຂອງ​ພຣະ‌ອົງ ແລະ​ຂໍ້​ບັນ‌ຍັດ​ຂອງ​ພຣະ‌ອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ.4ເພາະ​ທຸກ​ຄົນ‌ທີ່​ເກີດ​ຈາກ​ພຣະ­ເຈົ້າ​ກໍ​ມີ​ໄຊ​ຕໍ່​ໂລກ ແລະ​ຄວາມ­ເຊື່ອ​ຂອງ​ພວກ‌ເຮົາ​ນີ້‌ແຫລະ ເປັນ​ໄຊ‌ຊະນະ​ທີ່​ຊະ‌ນະ​ຕໍ່​ໂລກ.5ໃຜ​ໜໍ​ທີ່​ໄຊ‌ຊະນະ​ຕໍ່​ໂລກ ຖ້າ​ບໍ່‌ແມ່ນ​ຜູ້​ທີ່​ເຊື່ອ​ວ່າ​ພຣະ‌ເຢຊູ​ຊົງ​ເປັນ​ພຣະ‌ບຸດ​ຂອງ​ພຣະເຈົ້າ.

ພະ‌ຍານ​ກ່ຽວ‌ກັບ​ພຣະ‌ບຸດ

6ນີ້‌ແຫລະ, ຄື​ຜູ້​ທີ່​ໄດ້​ມາ​ໂດຍ​ນ້ຳ​ແລະ​ພຣະ‌ໂລຫິດ ຄື​ພຣະ­ເຢ­ຊູຄ­ຣິດ ບໍ່‌ແມ່ນ​ດ້ວຍ​ນ້ຳ​ສິ່ງ​ດຽວ ແຕ່​ດ້ວຍ​ນ້ຳ​ແລະ​ພຣະ‌ໂລຫິດ ແລະ​ພຣະ‌ວິນຍານ​ຊົງ​ເປັນ​ພະ‌ຍານ​ເພາະ​ພຣະ‌ວິນຍານ​ຊົງ​ເປັນ‌ຄວາມ​ຈິງ.7ມີ​ພະ‌ຍານ​ຢູ່​ສາມ​ປະ‌ການ​ຄື,8ພຣະ‌ວິນຍານ, ນ້ຳ, ແລະ​ພຣະ‌ໂລຫິດ ແລະ​ພະ‌ຍານ​ທັງ​ສາມ​ນີ້​ສອດຄ້ອງກັນ.

9ຖ້າ​ເຮົາ​ທັງ‌ຫລາຍ​ຮັບ​ພະ‌ຍານ​ຫລັກ‌ຖານ​ຂອງ​ມະ­ນຸດ ພະ‌ຍານ​ຫລັກ‌ຖານ​ຂອງ​ພຣະ­ເຈົ້າ​ກໍ​ໃຫຍ່​ກວ່າ ເພາະ​ວ່າ​ນີ້‌ແຫລະ, ພະ‌ຍານ​ຫລັກ‌ຖານ​ຂອງ​ພຣະ­ເຈົ້າ ຄື​ພຣະ‌ອົງ​ໄດ້​ຊົງ​ເປັນ​ພະ‌ຍານ​ອ້າງ‌ເຖິງ​ພຣະ‌ບຸດ​ຂອງ​ພຣະອົງ.10ຜູ້​ທີ່​ເຊື່ອ​ໃນ​ພຣະ‌ບຸດ​ຂອງ​ພຣະ­ເຈົ້າ​ກໍ​ມີ​ພະ‌ຍານ​ຢູ່‌ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະ­ເຈົ້າ​ກໍ‌ໄດ້​ເຮັດ‌ໃຫ້​ພຣະ‌ອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່‌ໄດ້​ເຊື່ອ​ຄຳ​ພະ‌ຍານ​ທີ່​ພຣະ­ເຈົ້າ​ໄດ້​ຊົງ​ເປັນ​ພະ‌ຍານ​ອ້າງ‌ເຖິງ​ພຣະ‌ບຸດ​ຂອງ​ພຣະອົງ.11ນີ້‌ແຫລະ, ເປັນ​ພະ‌ຍານ​ຫລັກ‌ຖານ​ນັ້ນ ຄື​ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ໂຜດ‌ປະທານ​ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ​ໃຫ້​ເຮົາ​ທັງ‌ຫລາຍ ແລະ​ຊີ­ວິດ​ນີ້​ມີ​ຢູ່‌ໃນ​ພຣະ‌ບຸດ​ຂອງ​ພຣະອົງ.12ຜູ້​ທີ່​ມີ​ພຣະ‌ບຸດ​ກໍ​ມີ‌ຊີວິດ ຜູ້​ທີ່​ບໍ່​ມີ​ພຣະ‌ບຸດ​ຂອງ​ພຣະ­ເຈົ້າ​ກໍ​ບໍ່​ມີຊີວິດ.

ຄວາມ­ຮູ້​ເລື່ອງ​ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ

13ຂໍ້‌ຄວາມ​ເຫລົ່າ‌ນີ້ ເຮົາ​ຂຽນ​ມາ​ເຖິງ​ເຈົ້າ​ທັງ‌ຫລາຍ​ທີ່​ເຊື່ອ​ໃນ​ພຣະ‌ນາມ​ພຣະ‌ບຸດ​ຂອງ​ພຣະ­ເຈົ້າ ເພື່ອ​ເຈົ້າ​ທັງ‌ຫລາຍ​ຈະ​ໄດ້​ຮູ້‌ວ່າ​ພວກ​ເຈົ້າ​ມີ‌ຊີວິດ​ອັນຕະຫລອດໄປເປັນນິດ.

14ນີ້‌ແຫລະ, ເປັນ‌ຄວາມ​ແນ່​ໃຈ​ທີ່​ເຮົາ​ທັງ‌ຫລາຍ​ມີ​ຢູ່​ຕໍ່​ພຣະ‌ອົງ ຄື​ຖ້າ​ພວກ‌ເຮົາ​ທູນ​ຂໍ​ສິ່ງ‌ໃດ​ທີ່​ເປັນ​ຕາມ​ພຣະ‌ໄທ​ຂອງ​ພຣະ‌ອົງ ພຣະ‌ອົງ​ກໍ​ຊົງ​ໂຜດ​ຟັງ​ພວກເຮົາ.15ແລະ​ຖ້າ​ເຮົາ​ທັງ‌ຫລາຍ​ຮູ້‌ວ່າ​ພຣະ‌ອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກ‌ເຮົາ​ທູນ​ຂໍ​ສິ່ງ‌ໃດ ພວກ‌ເຮົາ​ຈຶ່ງ​ຮູ້‌ວ່າ​ພວກ‌ເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກ‌ເຮົາ​ຂໍ​ຈາກ​ພຣະ‌ອົງ​ນັ້ນ.16ຖ້າ​ຜູ້‌ໃດ​ເຫັນ​ພີ່­ນ້ອງ​ຂອງ‌ຕົນ​ເຮັດ​ຜິດ‌ບາບ​ທີ່​ບໍ່​ນຳ‌ໄປ​ສູ່​ຄວາມ​ຕາຍ ຜູ້‌ນັ້ນ​ຈົ່ງ​ທູນ​ຂໍ​ແລະ​ພຣະ‌ອົງ​ຈະ​ຊົງ​ໂຜດ‌ປະທານ​ຊີ­ວິດ​ແກ່​ຜູ້​ທີ່​ໄດ້​ເຮັດ​ບາບ​ທີ່​ບໍ່​ນຳ‌ໄປ​ສູ່​ຄວາມ​ຕາຍ ຜິດ‌ບາບ​ທີ່​ນຳ‌ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່‌ໄດ້​ເວົ້າ​ວ່າ​ໃຫ້​ອ້ອນວອນ​ໃນ​ເລື່ອງ​ຜິດ‌ບາບ​ນັ້ນ.17ການ​ອະ‌ທຳ​ທຸກ​ຢ່າງ​ກໍ​ເປັນ​ຜິດ‌ບາບ ແຕ່​ການ​ບາບ​ທີ່​ບໍ່​ນຳ‌ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.

18ເຮົາ​ທັງ‌ຫລາຍ​ຮູ້​ແລ້ວ​ວ່າ​ຄົນ‌ທີ່​ເກີດ​ຈາກ​ພຣະ­ເຈົ້າ​ກໍ​ບໍ່‌ເຮັດ​ບາບ​ຕາມ​ເຄີຍ ແຕ່​ພຣະ‌ອົງ​ຜູ້​ຊົງ​ບັງ‌ເກີດ​ແຕ່​ພຣະ­ເຈົ້າ ກໍ​ຊົງ​ຮັກ‌ສາ​ຄົນ​ນັ້ນ​ແລະ​ມານ‌ຮ້າຍ​ບໍ່​ຈັບ​ຕ້ອງ​ຄົນ​ນັ້ນ.19ເຮົາ​ທັງ‌ຫລາຍ​ຮູ້​ແລ້ວ​ວ່າ​ພວກ‌ເຮົາ​ເກີດ​ຈາກ​ພຣະ­ເຈົ້າ, ມະນຸດ‌ສະ‌ໂລກ​ທັງ​ໝົດ​ຈົມ​ຢູ່​ໃຕ້​ອຳ‌ນາດ​ຂອງ​ມານຮ້າຍ.20ເຮົາ​ທັງ‌ຫລາຍ​ຮູ້‌ວ່າ​ພຣະ‌ບຸດ​ຂອງ​ພຣະ­ເຈົ້າ​ສະ‌ເດັດ​ມາ ແລະ​ໄດ້​ຊົງ​ໂຜດ‌ປະທານ​ສະຕິ‌ປັນຍາ​ໃຫ້​ແກ່​ພວກ‌ເຮົາ ເພື່ອ​ໃຫ້​ພວກ‌ເຮົາ​ຮູ້‌ຈັກ​ພຣະ‌ຜູ້​ຊົງ​ທ່ຽງ‌ທຳ ແລະ​ເຮົາ​ທັງ‌ຫລາຍ​ຢູ່‌ໃນ​ພຣະ‌ອົງ​ຜູ້​ຊົງ​ທ່ຽງ​ແທ້​ນັ້ນ ຄື​ໃນ​ພຣະ­ເຢ­ຊູຄ­ຣິດ​ພຣະ‌ບຸດ​ຂອງ​ພຣະ‌ອົງ​ນັ້ນ ນີ້‌ແຫລະ, ເປັນ​ພຣະ­ເຈົ້າ​ອົງ​ທ່ຽງ​ແທ້​ແລະ​ເປັນ​ຊີ­ວິດ​ອັນຕະຫລອດໄປເປັນນິດ.21ລູກ‌ນ້ອຍ​ທັງ‌ຫລາຍ​ເອີຍ, ຈົ່ງ​ລະ‌ວັງ​ຮັກ‌ສາ​ຕົວ​ຈາກ​ບັນ‌ດາ​ພຣະທຽມ.