1ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆ ດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.2ດ້ວຍຂໍ້ນີ້ແຫລະ, ເຈົ້າທັງຫລາຍກໍຈະຮູ້ຈັກພຣະວິນຍານຂອງພຣະເຈົ້າ ຄືວິນຍານທັງປວງທີ່ຍອມຮັບຮູ້ວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ.3ແລະວິນຍານທັງປວງທີ່ບໍ່ຍອມຮັບຮູ້ພຣະເຢຊູ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ ວິນຍານນັ້ນແຫລະ, ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ ຊຶ່ງເຈົ້າໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ.
4ລູກນ້ອຍທັງຫລາຍເອີຍ, ສ່ວນເຈົ້າທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫລົ່ານັ້ນແລ້ວ ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ.5ສ່ວນເຂົາເຫລົ່ານັ້ນກໍເປັນຝ່າຍໂລກ ເຫດສັນນັ້ນເຂົາຈຶ່ງເວົ້າຕາມໂລກ ແລະໂລກກໍເຊື່ອຟັງເຂົາ.6ສ່ວນເຮົາທັງຫລາຍເປັນຝ່າຍພຣະເຈົ້າຜູ້ທີ່ຮູ້ຈັກພຣະເຈົ້າກໍເຊື້ອຟັງພວກເຮົາ ຜູ້ທີ່ບໍ່ຢູ່ຝ່າຍພຣະເຈົ້າກໍບໍ່ເຊື່ອຟັງພວກເຮົາ ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວິນຍານຂອງຄວາມຈິງແລະວິນຍານຂອງຄວາມຜິດ.
7ພວກທີ່ຮັກເອີຍ, ຈົ່ງໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າແລະຮູ້ຈັກພຣະເຈົ້າ.8ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະວ່າພຣະເຈົ້າຊົງເປັນຄວາມຮັກ.9ດ້ວຍຂໍ້ນີ້ແຫລະ, ຄວາມຮັກຂອງພຣະເຈົ້າສຳລັບເຮົາທັງຫລາຍໄດ້ປະກົດແຈ້ງ ຄື ພຣະເຈົ້າໄດ້ຊົງໃຊ້ພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ ເພື່ອເຮົາທັງຫລາຍຈະໄດ້ມີຊີວິດດ້ວຍພຣະບຸດນັ້ນ.10ຄວາມຮັກທີ່ເຮົາກ່າວເຖິງນີ້ແຫລະ, ບໍ່ແມ່ນພວກເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກໃຫ້ພວກເຮົາ ແລະຊົງໃຊ້ພຣະບຸດຂອງພຣະອົງມາເພື່ອເປັນທາງຊົງຍົກຜິດບາບຂອງພວກເຮົາ.
11ພວກທີ່ຮັກເອີຍ, ຖ້າພຣະເຈົ້າໄດ້ຊົງຮັກເຮົາທັງຫລາຍຢ່າງນັ້ນ ພວກເຮົາຄວນຈະຮັກຊຶ່ງກັນແລະກັນ.12ຝ່າຍພຣະເຈົ້າບໍ່ມີໃຜໄດ້ເຫັນຈັກເທື່ອ ຖ້າພວກເຮົາທັງຫລາຍຮັກຊຶ່ງກັນແລະກັນ ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາທັງຫລາຍ ແລະຄວາມຮັກຂອງພຣະອົງກໍສົມບູນໃນພວກເຮົາ.13ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະພຣະອົງໄດ້ຊົງໂຜດປະທານພຣະວິນຍານຂອງພຣະອົງແກ່ພວກເຮົາ.14ຝ່າຍເຮົາທັງຫລາຍໄດ້ເຫັນແລະເປັນພະຍານວ່າ ພຣະບິດາໄດ້ຊົງໃຊ້ພຣະບຸດມາເປັນຜູ້ໂຜດມະນຸດສະໂລກໃຫ້ລອດພົ້ນ.
15ຜູ້ໃດທີ່ຍອມຮັບວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ.16ຝ່າຍເຮົາທັງຫລາຍໄດ້ຮູ້ຈັກແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ.17ໃນຂໍ້ນີ້ແຫລະ, ຄວາມຮັກເປັນທີ່ສຳເລັດໃນເຮົາທັງຫລາຍ ເພື່ອວ່າພວກເຮົາຈະໄດ້ມີຄວາມແນ່ໃຈໃນວັນພິພາກສາເພາະພຣະຄຣິດຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກນີ້ກໍເປັນຢ່າງນັ້ນ.18ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ ແຕ່ຄວາມຮັກທີ່ສຳເລັດນັ້ນກໍຂັບໄລ່ຄວາມຢ້ານອອກເສຍ ເພາະຄວາມຢ້ານກ່ຽວກັບການລົງໂທດ ແລະຜູ້ທີ່ຢ້ານກໍຍັງບໍ່ສຳເລັດໃນຄວາມຮັກ.19ຝ່າຍເຮົາທັງຫລາຍໄດ້ຮັກຫລືວ່າ “ຈົ່ງຮັກ”
ເພາະພຣະອົງໄດ້ຊົງຮັກພວກເຮົາກ່ອນ.
20ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແລະຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍເປັນຄົນເວົ້າຕົວະ ເພາະຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນທີ່ຕາເຫັນແລ້ວ ກໍບໍ່ສາມາດຈະຮັກພຣະເຈົ້າທີ່ຕາບໍ່ເຫັນນັ້ນ.21ຂໍ້ບັນຍັດນີ້ເຮົາທັງຫລາຍກໍໄດ້ມາຈາກພຣະອົງ ຄືວ່າໃຫ້ຜູ້ທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເໝືອນກັນ.