ເລື່ອງ​ຄວາມ­ຮັກ

1ເຖິງ‌ແມ່ນ​ເຮົາ​ເວົ້າ​ພາ­ສາ­ແປກໆ ໄດ້ ຈະ​ເປັນ​ພາ‌ສາ​ມະ­ນຸດ​ຫລື​ພາ‌ສາ​ເທ­ວະ­ດາ​ກໍ‌ດີ ແຕ່​ບໍ່​ມີ​ຄວາມ­ຮັກ ເຮົາ​ກໍ​ເປັນ​ເໝືອນ​ຄ້ອງ​ຫລື​ແຊ່ງ​ທີ່​ສົ່ງ‌ສຽງ​ດັງ​ອຶກກະທຶກ.2ເຖິງ‌ແມ່ນ​ເຮົາ​ປະ­ກາດ​ພຣະ­ທຳ​ໄດ້, ແລະ​ເຂົ້າ‌ໃຈ​ໃນ​ຂໍ້​ລັບ​ເລິກ​ທັງ‌ປວງ​ແລະ​ມີ​ຄວາມ­ຮູ້​ທັງ‌ສິ້ນ ແລະ​ມີ​ຄວາມ­ເຊື່ອ​ຢ່າງ​ຄົບ‌ຖ້ວນ​ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນ​ທີ່​ໄປ​ໄດ້ ແຕ່​ບໍ່​ມີ​ຄວາມ­ຮັກ ເຮົາ​ກໍ​ບໍ່​ມີ‌ຄ່າ​ອັນໃດ.3ເຖິງ‌ແມ່ນ​ເຮົາ​ຈະ​ບໍ‌ລິ‌ຈາກ​ສິ່ງ​ຂອງ​ຈົນ​ໝົດ ຫລື​ສະ‌ຫລະ​ຕົວ​ເຮົາ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ບໍ່​ມີ​ຄວາມ­ຮັກ ເຮົາ​ກໍ​ບໍ່‌ໄດ້​ປະ‌ໂຫຍດ​ຫຍັງ​ໝົດ.

4ຄວາມ­ຮັກ​ກໍ​ອົດ‌ທົນ​ດົນ‌ນານ ແລະ​ຊອບ​ໃນ​ການ​ເມດ­ຕາ​ກະ‌ລຸ‌ນາ ຄວາມ­ຮັກ​ບໍ່​ເຫິງ‌ສາ, ບໍ່​ອວດ‌ອ້າງ, ບໍ່​ຈອງ­ຫອງ,5ບໍ່​ເຮັດ‌ການ​ອັນ​ບໍ່​ສຸ‌ພາບ, ບໍ່​ຄຶດ​ເຫັນ‌ແກ່​ປະ‌ໂຫຍດ​ສ່ວນ​ຕົວ​ຝ່າຍ​ດຽວ, ບໍ່​ມີ‌ໃຈ​ຮ້າຍ​ງາຍ, ບໍ່​ຊອບ​ຈົດ​ຈຳ​ຄວາມ​ຜິດ.6ບໍ່​ຍິນ‌ດີ​ໃນ​ການ​ອະ‌ທຳ​ແຕ່​ຍິນ‌ດີ​ໃນ​ການ​ສັດ​ຈິງ.7ຄວາມ­ຮັກ​ສູ້​ທົນ​ທຸກ​ສິ່ງ, ເຊື່ອ​ທຸກ​ສິ່ງ, ໄວ້‌ວາງໃຈ​ທຸກ​ສິ່ງ, ແລະ​ພຽນ​ເອົາ​ທຸກ​ສິ່ງ.

8ເຖິງ‌ແມ່ນ​ການ​ປະ­ກາດ​ພຣະ­ທຳ​ກໍ​ຈະ​ຖືກ​ຍົກ‌ເລີກ, ຫລື​ການ​ເວົ້າ​ພາ­ສາ­ແປກໆ ກໍ​ຈະ​ເຊົາ ແລະ​ວິ‌ຊາ​ຄວາມ­ຮູ້​ກໍ​ຈະ​ຖືກ​ຍົກ‌ເລີກ​ເສຍ ແຕ່​ຄວາມ­ຮັກ​ຕັ້ງ​ຢູ່​ບໍ່​ຂາດ​ຈັກເທື່ອ.9ເພາະ​ຄວາມ­ຮູ້​ຂອງ​ພວກ‌ເຮົາ​ນັ້ນ​ກໍ​ບໍ່​ສົມ‌ບູນ ແລະ​ການ​ປະ­ກາດ​ພຣະ­ທຳ​ກໍ​ບໍ່​ສົມບູນ.10ແຕ່​ເມື່ອ​ຄວາມ​ສົມ‌ບູນ​ມາ​ເຖິງ​ແລ້ວ ຄວາມ​ບົກ‌ພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກ‌ເລີກ​ເສຍ.11ເວ‌ລາ​ເຮົາ​ຍັງ​ເປັນ​ເດັກ‌ນ້ອຍ​ຢູ່​ນັ້ນ ເຮົາ​ເຄີຍ​ປາກ​ແລະ​ມີ‌ໃຈ​ຢ່າງ​ເດັກ‌ນ້ອຍ, ເຄີຍ​ຄຶດ​ຫາ​ເຫດ‌ຜົນ​ຢ່າງ​ເດັກ‌ນ້ອຍ ແຕ່​ເມື່ອ​ເຮົາ​ກາຍ​ເປັນ​ຄົນ​ແກ່​ແລ້ວ ເຮົາ​ກໍ‌ໄດ້​ເລີກ​ອາ­ການ​ເດັກ‌ນ້ອຍ​ນັ້ນ​ເສຍ.12ເພາະ​ວ່າ​ດຽວ‌ນີ້​ເຮົາ​ທັງ‌ຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ ແຕ່‌ວ່າ​ເວ‌ລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະ‌ພັກ​ຢ່າງ​ຄັກ ດຽວ‌ນີ້​ຄວາມ­ຮູ້​ຂອງ​ເຮົາ​ບໍ່​ສົມ‌ບູນ ແຕ່‌ວ່າ​ເວ‌ລາ​ນັ້ນ​ເຮົາ​ຈະ​ຮູ້​ຢ່າງ​ສົມ‌ບູນ​ເໝືອນ​ພຣະ­ເຈົ້າ​ຊົງ​ຮູ້‌ຈັກ​ເຮົາ​ແລ້ວ.13ບັດ‌ນີ້​ຍັງ​ຕັ້ງ​ຢູ່​ສາມ​ສິ່ງ ຄື​ຄວາມ­ເຊື່ອ, ຄວາມ​ຫວັງ‌ໃຈ, ແລະ​ຄວາມ­ຮັກ ແຕ່​ສິ່ງ​ໃຫຍ່​ກວ່າ​ໝູ່​ແມ່ນ​ຄວາມຮັກ.