1ເຈົ້າ​ທັງ‌ຫລາຍ​ຈົ່ງ​ປະຕິ‌ບັດ​ຕາມ​ແບບ‌ຢ່າງ​ຂອງ​ເຮົາ ເໝືອນ​ເຮົາ​ປະຕິ‌ບັດ​ຕາມ​ແບບ‌ຢ່າງ​ຂອງ​ພຣະຄຣິດ.

ເລື່ອງ​ການ​ປົກ​ຫົວ​ໃນ​ທີ່​ປະ‌ຊຸມ

2ເຮົາ​ຊົມ‌ເຊີຍ​ເຈົ້າ​ທັງ‌ຫລາຍ​ເພາະ​ພວກ​ເຈົ້າ​ລະ‌ນຶກ​ເຖິງ​ເຮົາ​ໃນ​ທຸກ​ສິ່ງ ແລະ​ຖື‌ຮັກສາ​ຂໍ້‌ຄວາມ​ທີ່​ສືບ​ມາ​ນັ້ນ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງ‌ຫລາຍ​ແລ້ວ.3ແຕ່​ເຮົາ​ຢາກ​ໃຫ້​ເຈົ້າ​ທັງ‌ຫລາຍ​ເຂົ້າ‌ໃຈ​ວ່າ ພຣະ‌ຄຣິດ​ຊົງ​ເປັນ​ປະ‌ມຸກ​ຂອງ​ຜູ້­ຊາຍ​ທຸກ​ຄົນ, ແລະ​ຜູ້­ຊາຍ​ເປັນ​ປະ‌ມຸກ​ຂອງ​ແມ່‌ຍິງ, ແລະ​ພຣະ‌ປະມຸກ​ຂອງ​ພຣະ‌ຄຣິດ​ກໍ​ຄື​ພຣະເຈົ້າ.4ຊາຍ​ຄົນ​ໃດ​ທີ່​ກຳ‌ລັງ​ໄຫ‌ວ້​ວອນ​ຫລື​ປະ­ກາດ​ພຣະ­ທຳ​ໂດຍ​ໃຊ້​ຜ້າ​ປົກ​ຫົວ ກໍ​ເຮັດ​ເສຍ​ກຽດ​ແກ່​ປະ‌ມຸກ​ຂອງຕົນ.5ແຕ່​ຜູ້­ຍິງ​ທີ່​ກຳ‌ລັງ​ໄຫ‌ວ້​ວອນ​ຫລື​ປະ­ກາດ​ພຣະ­ທຳ​ໂດຍ​ບໍ່​ໃຊ້​ຜ້າ​ປົກ​ຫົວ ກໍ​ເຮັດ​ເສຍ​ກຽດ​ແກ່​ປະ‌ມຸກ​ຂອງ‌ຕົນ ເພາະ​ເໝືອນ‌ກັບ​ວ່າ​ຕົນ​ໄດ້​ແຖ​ຫົວ​ແລ້ວ.6ຖ້າ​ຜູ້­ຍິງ​ບໍ່​ໃຊ້​ຜ້າ​ປົກ​ຫົວ​ກໍ​ຄວນ​ຈະ​ຕັດ​ຜົມ​ເສຍ ແຕ່​ຖ້າ​ການ​ທີ່​ຜູ້­ຍິງ​ຈະ​ຕັດ​ຜົມ​ຫລື​ແຖ​ຫົວ​ນັ້ນ​ເປັນ​ການ​ເສຍ​ກຽດ​ແກ່​ຕົນ ຈົ່ງ​ໃຫ້​ນາງ​ເອົາ​ຜ້າ​ປົກ​ຫົວ​ເສຍ.7ການ​ທີ່​ຜູ້­ຊາຍ​ບໍ່​ສົມ‌ຄວນ​ປົກ​ຫົວ​ນັ້ນ ກໍ​ເພາະ​ຜູ້­ຊາຍ​ເປັນ​ແບບ​ພຣະ‌ລັກສະນະ​ແລະ​ພຣະ​ກຽດ‌ຕິ‌ຍົດ​ຂອງ​ພຣະ­ເຈົ້າ ແຕ່​ສ່ວນ​ຜູ້­ຍິງ​ນັ້ນ​ເປັນ​ກຽດ‌ຕິ‌ຍົດ​ຂອງ​ຜູ້ຊາຍ.8(ເພາະ​ວ່າ​ບໍ່‌ໄດ້​ຊົງ​ສ້າງ​ຜູ້­ຊາຍ​ຈາກ​ຜູ້­ຍິງ ແຕ່​ຊົງ​ສ້າງ​ຜູ້­ຍິງ​ຈາກ​ຜູ້ຊາຍ.9ແລະ​ບໍ່‌ໄດ້​ຊົງ​ສ້າງ​ຜູ້­ຊາຍ​ໄວ້​ສຳ‌ລັບ​ຜູ້­ຍິງ ແຕ່​ໄດ້​ຊົງ​ສ້າງ​ຜູ້­ຍິງ​ໄວ້​ສຳ‌ລັບ​ຜູ້­ຊາຍ).10ເພາະ​ເຫດ​ນັ້ນ​ຜູ້­ຍິງ​ຈິ່ງ​ຄວນ​ຈະ​ເອົາ​ເຄື່ອງ‌ໝາຍ​ແຫ່ງ​ອຳ‌ນາດ​ນີ້ສະ‌ໄໝ​ນັ້ນ​ເຄື່ອງ‌ໝາຍ​ນັ້ນ​ຄື​ຜ້າ​ປົກ​ຫົວ ຊຶ່ງ​ໝາຍ‌ວ່າ​ເປັນ​ຄົນ​ດີ. 11:7 ປຖກ. 1:26-27. ປົກ​ຫົວ​ໄວ້ ເພາະ​ເຫັນ‌ແກ່​ພວກ​ເທ­ວະ­ດາ.11(ເຖິງ​ປານ​ນັ້ນ​ກໍ‌ດີ, ໃນ​ອົງ​ພຣະຜູ້‌ເປັນ‌ເຈົ້າ​ຜູ້­ຊາຍ​ກໍ​ຕ້ອງ​ເພິ່ງ​ຜູ້­ຍິງ ແລະ​ຜູ້­ຍິງ​ກໍ​ຕ້ອງ​ເພິ່ງ​ຜູ້ຊາຍ.12ດ້ວຍ​ວ່າ​ຜູ້­ຍິງ​ນັ້ນ​ຊົງ​ສ້າງ​ມາ​ຈາກ​ຜູ້­ຊາຍ​ສັນ‌ໃດ ຕໍ່‌ມາ​ຜູ້­ຊາຍ​ຈິ່ງ​ຕ້ອງ​ເກີດ​ມາ​ຈາກ​ຜູ້­ຍິງ​ສັນ‌ນັ້ນ ແຕ່​ສິ່ງ​ສາລະ‌ພັດ​ກໍ​ມີ​ມາ​ຈາກ​ພຣະ­ເຈົ້າ).13ເຈົ້າ​ທັງ‌ຫລາຍ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ເປັນ​ການ​ສົມ‌ຄວນ​ຫລື​ທີ່​ຜູ້­ຍິງ​ຈະ​ບໍ່​ໃຊ້​ຜ້າ​ປົກ​ຫົວ ເມື່ອ​ກຳ‌ລັງ​ໄຫ‌ວ້​ວອນ​ຕໍ່​ພຣະເຈົ້າ.14ທຳ­ມະ­ຊາດ​ບໍ່‌ໄດ້​ສອນ​ເຈົ້າ​ທັງ‌ຫລາຍ​ຫລື​ວ່າ ຖ້າ​ຜູ້­ຊາຍ​ໄວ້​ຜົມ​ຍາວ​ກໍ​ເປັນ​ທີ່​ໜ້າ​ອາຍ.15ແຕ່​ຖ້າ​ຜູ້­ຍິງ​ໄວ້​ຜົມ​ຍາວ​ກໍ​ເປັນ​ກຽດ​ແກ່​ຕົນ ເພາະ​ວ່າ​ຜົມ​ເປັນ​ສິ່ງ​ທີ່​ຊົງ​ປະ‌ທານ​ໃຫ້​ແກ່​ນາງ​ແທນ​ຜ້າ​ປົກ​ຫົວ.16ແຕ່​ຖ້າ​ຜູ້‌ໃດ​ຈະ​ຖຽງ​ໃນ​ຂໍ້​ນີ້ ຝ່າຍ​ເຮົາ​ແລະ​ໝູ່​ຄຣິ­ສຕະ­ຈັກ​ຂອງ​ພຣະ­ເຈົ້າ ບໍ່​ຮັບ​ເອົາ​ທຳ­ນຽມ​ຖຽງ‌ກັນ​ຢ່າງ​ນັ້ນ.

ການ​ຖື​ສິນ‌ມະຫາ‌ສະໜິດ

17ໃນ​ຄຳ‌ສັ່ງ​ຕໍ່‌ໄປ​ນີ້​ເຮົາ​ບໍ່​ຊົມ‌ເຊີຍ​ເຈົ້າ​ທັງ‌ຫລາຍ​ດອກ ເພາະ​ວ່າ‌ການ​ປະ‌ຊຸມ​ກັນ​ຂອງ​ພວກ​ເຈົ້າ​ບໍ່‌ໄດ້​ຈະ‌ເລີນ​ຂຶ້ນ ແຕ່​ໄດ້‌ຜົນ​ໜ້ອຍ​ລົງ.18ເປັນ‌ຕົ້ນ​ເຮົາ​ໄດ້‌ຍິນ​ວ່າ​ເມື່ອ​ຄຣິ­ສຕະ­ຈັກ​ມາ​ປະ‌ຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນ​ພັກ​ເປັນ​ພວກ​ໃນ​ຖ້າ‌ມກາງ​ພວກ​ເຈົ້າ ເລື່ອງ​ນີ້​ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມ‌ຈິງ​ຢູ່​ແດ່.19ເພາະ​ຈຳ‌ເປັນ​ຕ້ອງ​ມີ​ການ​ຂັດ‌ແຍ້ງກັນ​ຢູ່​ແດ່​ໃນ​ຖ້າ‌ມກາງ​ພວກ​ເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກ​ເຈົ້າ​ນັ້ນ​ຈະ​ໄດ້​ປະ‌ກົດ​ແຈ້ງ​ຂຶ້ນ.20ເມື່ອ​ເຈົ້າ​ທັງ‌ຫລາຍ​ປະ‌ຊຸມ​ພ້ອມ​ກັນ​ນັ້ນ ຈິ່ງ​ບໍ່‌ແມ່ນ​ການ​ຮ່ວມ​ໂຕະ​ຂອງ​ອົງ​ພຣະຜູ້ເປັນເຈົ້າ.21ດ້ວຍ​ວ່າ​ເມື່ອ​ພວກ​ເຈົ້າ​ຮັບ‌ປະທານ​ນັ້ນ ຕ່າງ​ຄົນ​ກໍ​ຟ້າວ​ຮັບ​ກິນ​ອາ­ຫານ​ຂອງ‌ຕົນ​ກ່ອນ ບາງ​ຄົນ​ກໍ​ບໍ່​ອີ່ມ, ບາງ​ຄົນ​ກໍ​ເມົາ.22ດັ່ງ‌ນັ້ນ​ເຈົ້າ​ທັງ‌ຫລາຍ​ບໍ່​ມີ​ເຮືອນ​ທີ່​ຈະ​ກິນ​ແລະ​ດື່ມ​ຫລື ຫລື​ວ່າ​ພວກ​ເຈົ້າ​ດູ‌ໝິ່ນ​ຄຣິ­ສຕະ­ຈັກ​ຂອງ​ພຣະ­ເຈົ້າ ແລະ​ເຮັດ‌ໃຫ້​ພວກ​ຄົນ‌ທີ່​ຂັດ‌ສົນ​ໄດ້​ຮັບ​ຄວາມ​ອັບ‌ອາຍ ຈະ‌ໃຫ້​ເຮົາ​ເວົ້າ​ຢ່າງ‌ໃດ​ແກ່​ເຈົ້າ​ທັງ‌ຫລາຍ ຈະ‌ໃຫ້​ເຮົາ​ຊົມ‌ເຊີຍ​ພວກ​ເຈົ້າ​ຫລື ໃນ​ຫານ​ນີ້​ເຮົາ​ຈະ​ບໍ່​ຊົມ‌ເຊີຍ​ພວກ​ເຈົ້າ​ດອກ.

23ດ້ວຍ​ວ່າ​ເລື່ອງ​ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງ‌ຫລາຍ​ນັ້ນ ເຮົາ​ໄດ້​ຮັບ​ຈາກ​ອົງ​ພຣະຜູ້‌ເປັນ‌ເຈົ້າ ຄື​ໃນ​ຄືນ​ທີ່​ຢູ­ດາ​ໄດ້​ທໍລະ‌ຍົດ​ຕໍ່​ພຣະອົງ‌ເຈົ້າ​ເຢຊູ​ນັ້ນ ພຣະ‌ອົງ​ໄດ້​ຊົງ​ຈັບ​ເອົາ​ເຂົ້າ‌ຈີ່​ມາ.24ແລະ​ເມື່ອ​ຂອບ‌ພຣະຄຸນ​ແລ້ວ​ຊົງ​ຫັກ​ເຂົ້າ‌ຈີ່​ນັ້ນ ໂດຍ​ຊົງ​ກ່າວ​ວ່າ, “ນີ້‌ແຫລະ, ຄື​ກາຍ​ຂອງ​ເຮົາ​ຊຶ່ງ​ໃຫ້​ສຳ‌ລັບ​ພວກ​ເຈົ້າ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້‌ເປັນ​ທີ່​ລະ‌ນຶກ​ເຖິງ​ເຮົາ.”25ເມື່ອ​ຮັບ‌ປະທານ​ເຂົ້າ​ແລງ​ແລ້ວ ພຣະ‌ອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາ­ການ​ຢ່າງ​ດຽວ​ກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ຄື​ຄຳ​ສັນ‌ຍາ​ໃໝ່​ໂດຍ​ເລືອດ​ຂອງ​ເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວ‌ລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະ‌ນຶກ​ເຖິງ​ເຮົາ.”26ເພາະ​ວ່າ​ເມື່ອ​ເຈົ້າ​ທັງ‌ຫລາຍ​ກິນ​ເຂົ້າ‌ຈີ່​ນີ້ ແລະ​ດື່ມ​ຈາກ​ຈອກ​ນີ້​ເວ‌ລາ​ໃດ ເຈົ້າ​ກໍ​ປະ­ກາດ​ກາຍ​ວາຍ​ພຣະ‌ຊົນ​ຂອງ​ອົງ​ພຣະຜູ້‌ເປັນ‌ເຈົ້າ ຈົນ​ກວ່າ​ພຣະ‌ອົງ​ຈະ​ສະ‌ເດັດ​ມາ.

27ເຫດ‌ສັນນັ້ນ​ຖ້າ​ຜູ້‌ໃດ​ກິນ​ເຂົ້າ‌ຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ​ອົງ​ພຣະຜູ້‌ເປັນ‌ເຈົ້າ​ຢ່າງ​ບໍ່​ສົມ‌ຄວນ ຜູ້‌ນັ້ນ​ກໍ​ຜິດ​ຕໍ່​ພຣະ‌ກາຍ​ແລະ​ຕໍ່​ພຣະ‌ໂລຫິດ​ຂອງ​ອົງ​ພຣະຜູ້ເປັນເຈົ້າ.28ຂໍ​ໃຫ້​ທຸກ​ຄົນ​ພິຈາລະນາ​ເບິ່ງ​ໃຈ​ຂອງ​ຕົນ‌ເອງ ແລ້ວ​ຈິ່ງ​ກິນ​ເຂົ້າ‌ຈີ່​ແລະ​ດື່ມ‌ນ້ຳ​ຈາກ​ຈອກ​ນີ້.29ດ້ວຍ​ວ່າ​ຜູ້​ກິນ​ແລະ​ດື່ມ​ໂດຍ​ບໍ່‌ໄດ້​ສັງ‌ເກດ​ເຖິງ​ພຣະ‌ກາຍ ກໍ​ກິນ​ແລະ​ດື່ມ​ເປັນ​ເຫດ​ໃຫ້​ຕົນ​ຖືກ​ພິ­ພາກ­ສາ​ລົງໂທດ.30ດ້ວຍ​ເຫດ​ນີ້​ໃນ​ພວກ​ເຈົ້າ​ມີ​ຫລາຍ​ຄົນ​ຈິ່ງ​ອ່ອນ​ແຮງ​ແລະ​ປ່ວຍ​ຢູ່ ແລະ​ບາງ​ຄົນ​ກໍ​ລ່ວງ​ລັບ​ໄປ.31ຖ້າ​ເຮົາ​ທັງ‌ຫລາຍ​ພິຈາລະນາ​ເບິ່ງ​ໃຈ​ຂອງ‌ຕົນ ພວກ‌ເຮົາ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ.32ເມື່ອ​ເຮົາ​ທັງ‌ຫລາຍ​ຖືກ​ທຳ​ໂທດ​ໂດຍ​ອົງ​ພຣະຜູ້‌ເປັນ‌ເຈົ້າ​ນັ້ນ ພວກ‌ເຮົາ​ກໍ​ຖືກ​ພຣະ‌ອົງ​ຊົງ​ຕີ­ສອນ ເພື່ອ​ບໍ່‌ໃຫ້​ເຮົາ​ຖືກ​ຊົງ​ພິ­ພາກ­ສາ​ລົງ­ໂທດ​ດ້ວຍ‌ກັນ​ກັບ​ໂລກ.33ດັ່ງ​ນີ້‌ແຫລະ, ພີ່­ນ້ອງ​ທັງ‌ຫລາຍ​ເອີຍ, ເມື່ອ​ເຈົ້າ​ທັງ‌ຫລາຍ​ມາ​ຮ່ວມ​ປະ‌ຊຸມ​ກັນ​ຮັບ‌ປະທານ​ອາ­ຫານ​ນັ້ນ ຈົ່ງ​ຄອຍ‌ຖ້າ​ເຊິ່ງ​ກັນ​ແລະ​ກັນ.34ຖ້າ​ມີ​ໃຜ​ຫິວ ກໍ​ໃຫ້​ຜູ້‌ນັ້ນ​ກິນ​ທີ່​ເຮືອນ​ຂອງ‌ຕົນ​ເສຍ ເພື່ອ​ເວ​ລາ‌ມາ​ປະ‌ຊຸມ​ກັນ​ເຈົ້າ​ທັງ‌ຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິ­ພາກ­ສາ​ລົງ­ໂທດ ສ່ວນ​ເລື່ອງ​ອື່ນໆ ນັ້ນ​ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະ‌ນຳ​ໃຫ້.