1ລູກຊາຍຂອງເລວີຊື່ວ່າ ເກໂຊນ, ໂກຮາດ ແລະເມຣາຣີ
2ລູກຊາຍຂອງໂກຮາດຊື່ ອຳຣາມ, ອິດຊະຮາ, ເຮັບໂຣນແລະອຸດຊີເອນ
3ລູກຂອງອຳຣາມຊື່ ອາໂຣນ, ໂມເຊ ແລະນາງມີຣີອາມ ແລະລູກຊາຍອາໂຣນຊື່ ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ
4ເອເລອາຊາເປັນບິດາຂອງຟີເນຮາ ຟີເນຮາເປັນບິດາຂອງອາບີຊູອາ5ອາບີຊູອາເປັນບິດາຂອງບຸກກີ ບຸກກີເປັນບິດາຂອງອຸດຊີ6ອຸດຊີເປັນບິດາຂອງເຊຣາຮີຢາ ເຊຣາຮີຢາເປັນບິດາຂອງເມຣາໂຢດ7ເມຣາໂຢດເປັນບິດາຂອງອາມາຣີຢາ ອາມາຣີຢາເປັນບິດາຂອງອາຮີຕຸບ8ອາຮີຕຸບເປັນບິດາຂອງຊາໂດກ ຊາໂດກເປັນບິດາຂອງອາຮີມາອາດ9ອາຮີມາອາດເປັນບິດາຂອງອາຊາຣີຢາ ອາຊາຣີຢາເປັນບິດາຂອງໂຢຮານັນ10ແລະໂຢຮານັນເປັນບິດາຂອງອາຊາຣີຢາ (ເພິ່ນນີ້ແຫລະທີ່ເຮັດໜ້າທີ່ປະໂລຫິດຢູ່ໃນພຣະວິຫານຊຶ່ງໂຊໂລໂມນໄດ້ສ້າງໃນນະຄອນເຢຣູຊາເລັມ)11ອາຊາຣີຢາເປັນບິດາຂອງອາມາຣີຢາ ອາມາຣີຢາເປັນບິດາຂອງອາຮີຕຸບ12ອາຮີຕຸບເປັນບິດາຂອງຊາໂດກ ຊາໂດກເປັນບິດາຂອງຊານລູມ13ຊານລູມເປັນບິດາຂອງຮິນກີຢາ ຮິນກີຢາເປັນບິດາຂອງອາຊາຣີຢາ14ອາຊາຣີຢາເປັນບິດາຂອງເສຣາຢາ ເສຣາຢາເປັນບິດາຂອງໂຢຊາດັກ15ແລະໂຢຊາດັກຖືກນຳໄປຕອນທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ຢູດາ ແລະເຢຣູຊາເລັມຖືກກວາດໄປເປັນຊະເລີຍ ດ້ວຍມືຂອງເນບູກາດເນັດຊາ
16ລູກຊາຍຂອງເລວີຄື ເກໂຊມ ໂກຮາດ ແລະເມຣາຣີ
17ຕໍ່ໄປນີ້ແມ່ນຊື່ລູກຊາຍຂອງເກໂຊມຄື ລິບນີ ແລະຊິເມອີ
18ລູກຊາຍຂອງໂກຮາດຄື ອຳຣາມ, ອິດຊະຮາ, ເຮັບໂຣນ ແລະອຸດຊີເອນ
19ລູກຊາຍຂອງເມຣາຣີຊື່ວ່າ ມາລີ ແລະມູຊີ ເຫລົ່ານີ້ແມ່ນຄອບຄົວຂອງຄົນເລວີຕາມເຊື້ອສາຍພໍ່ຂອງພວກເຂົາ
20ລູກຊາຍຂອງເກໂຊມຄື ລິບນີ, ລູກຊາຍຂອງລິບນີຄືຢາຮາດ, ລູກຊາຍຂອງຢາຮາດຄືຊິມມາ21ລູກຊາຍຂອງຊີມມາຄືໂຢອາ ລູກຊາຍຂອງໂຢອາຄືອິດໂດ ລູກຊາຍຂອງອິດໂດຄືເຊຣາ ລູກຊາຍຂອງເຊຣາຄືເຢອາເທຣາຍ
22ລູກຊາຍຂອງໂກຮາດຄື ອຳມີນາດາບ ລູກຊາຍຂອງອຳມີນາດາບຄືໂກຣາ ລູກຊາຍຂອງໂກຣາຄືອັດສີ23ລູກຊາຍຂອງອັດສີຄື ເອນການາ ລູກຊາຍຂອງເອນການາຄື ເອບີອາສັບ ລູກຊາຍຂອງເອບີອາສັບຄືອັດສີ24ລູກຊາຍຂອງອັດສີຄືຕາຮາດ ລູກຊາຍຂອງຕາຮາດຄືອຸຣີເອນ ລູກຊາຍຂອງອຸຣີເອນຄື ອຸດຊີຢາ ລູກຊາຍຂອງອຸດຊີຢາຄື ຊາອູນ
25ລູກຊາຍຂອງເອນການາຄື ອາມາສາຍ ແລະ ອາຮີໂມດ26ລູກຊາຍຂອງເອລີອາບ ຄື ໂຊຟາຍ ລູກຊາຍຂອງໂຊຟາຍຄືນາຮາດ27ລູກຊາຍຂອງນາຮາດຄືເອລີອາບ ລູກຊາຍຂອງເອລີອາບຄືເຢໂຣຮາມ ລູກຊາຍຂອງເຢໂຣຮາມຄືເອນການາ
28ລູກຊາຍຂອງຊາມູເອນຄື ໂຢເອນເປັນລູກຫົວປີຂອງເພິ່ນ ແລະອາບີຢາ
29ລູກຊາຍຂອງເມຣາຣີຄື ມາລີ ລູກຊາຍຂອງມາລີຄື ລິບນີ ລູກຊາຍຂອງລິບນີຄື ຊິເມອີ ລູກຊາຍຂອງຊິເມອີຄືອຸດຊາ30ລູກຊາຍຂອງອຸດຊາຄື ຊິເມອາ ລູກຊາຍຂອງຊິເມອີຄືຮັກກີຢາ ລູກຊາຍຂອງຮັກກີຢາຄືອາສາຢາ
31ຄົນເຫລົ່ານີ້ເປັນບຸກຄົນທີ່ດາວິດໄດ້ແຕ່ງຕັ້ງໃຫ້ເບິ່ງແຍງການຮ້ອງເພງໃນພຣະວິຫານຂອງພຣະຜູ້ເປັນເຈົ້າຕັ້ງແຕ່ຫີບຄຳໝັ້ນສັນຍາໄດ້ມາຕັ້ງຢູ່ໃນບ່ອນນັ້ນ32ພວກເຂົາໄດ້ບົວລະບັດຢູ່ຕໍ່ໜ້າທີ່ພັກອາໃສໃນຫໍເຕັນແຫ່ງຊຸມນຸມ (ຫໍເຕັນສັກສິດ) ດ້ວຍການຮ້ອງເພງຈົນໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າໃນນະຄອນເຢຣູຊາເລັມ ແລະພວກເຂົາໄດ້ປະຕິບັດໜ້າທີ່ຂອງພວກເຂົາຕາມຕຳແໜ່ງ
33ຕໍ່ໄປນີ້ເປັນບຸກຄົນທີ່ປະຕິບັດງານຢູ່ພ້ອມກັບລູກຫລານຂອງພວກເຂົາຄື ພວກລູກຫລານໂກຮາດມີເຮມານນັກຮ້ອງ, ຜູ້ເປັນລູກຊາຍໂຢເອນ, ຜູ້ເປັນລູກຊາຍຊາມູເອນ34ເປັນລູກຊາຍເອນການາ, ເປັນລູກຊາຍເຢໂຣຮາມ, ເປັນລູກຊາຍເອລີເອນ, ເປັນລູກຊາຍໂຕອາ35ໂຕອາເປັນລູກຊາຍຊູບ, ເປັນລູກຊາຍເອນການາ, ເປັນລູກຊາຍມາຮາດ, ເປັນລູກຊາຍອາມາສາຍ36ອາມາໄຊເປັນລູກຊາຍເອນການາ, ເປັນລູກຊາຍໂຢເອນ, ເປັນລູກຊາຍອາຊາຣີຢາ, ເປັນລູກຊາຍເຊຟານີຢາ37ເຊຟານີຢາເປັນລູກຊາຍຕາຮາດ, ເປັນລູກຊາຍອັດສີ, ເປັນລູກຊາຍເອບີອາສັບ, ເປັນລູກຊາຍໂກຣາ38ໂກຣາເປັນລູກຊາຍອິດຊະຮາ, ເປັນລູກຊາຍໂກຮາດ, ເປັນລູກຊາຍເລວີ, ເປັນລູກຊາຍອິດສະຣາເອນ
39ແລະອາຊັບພີ່ນ້ອງຂອງພວກເຂົາ ຜູ້ຊຶ່ງຢືນຢູ່ຂ້າງຂວາມືຂອງພວກເຂົາ ຄືອາຊັບລູກຊາຍເບເຣກີຢາຜູ້ເປັນລູກຊາຍຂອງຊິເມອາ40ຊິເມອາເປັນລູກຊາຍມີຄາເອນ, ເປັນລູກຊາຍບາອາເສຢາ, ຜູ້ເປັນລູກຊາຍມັນກີຢາ41ມັນກີຢາຜູ້ເປັນລູກຊາຍເອທະນີ, ຜູ້ເປັນລູກຊາຍເຊຣາ, ຜູ້ເປັນລູກຊາຍອາດາຢາ42ອາດາຢາຜູ້ເປັນລູກຊາຍເອທານ, ຜູ້ເປັນລູກຊາຍຊິມມາ, ຜູ້ເປັນລູກຊາຍຊິເມອີ43ຊິເມອີຜູ້ເປັນລູກຊາຍຢາຮາດ, ຜູ້ເປັນລູກຊາຍເກໂຊມ, ຜູ້ເປັນລູກຊາຍເລວີ
44ແລະຢູ່ທີ່ຢູ່ຂ້າງຊ້າຍມືມີລູກຊາຍຂອງເມຣາຣີ ພີ່ນ້ອງຂອງພວກເຂົາຄື ເອທານຜູ້ເປັນລູກຊາຍກີຊີ, ຜູ້ເປັນລູກຊາຍອັບດີ, ຜູ້ເປັນລູກຊາຍມັນລຸກ45ມັນລຸກຜູ້ເປັນລູກຊາຍຮາຊາບີຢາ, ຜູ້ເປັນລູກຊາຍອາມາຊີຢາ, ຜູ້ເປັນລູກຊາຍຮິນກີຢາ46ຮີນກີຢາຜູ້ເປັນລູກຊາຍອາມຊີ, ຜູ້ເປັນລູກຊາຍບານີ, ຜູ້ເປັນລູກຊາຍເຊເມ47ເຊເມຜູ້ເປັນລູກຊາຍມາລີ, ຜູ້ເປັນລູກຊາຍມູຊີ, ຜູ້ເປັນລູກຊາຍເມຣາຣີ, ຜູ້ເປັນລູກຊາຍເລວີ
48ແລະຄົນເລວີພີ່ນ້ອງຂອງພວກເຂົາໄດ້ຮັບແຕ່ງຕັ້ງໃຫ້ປະຕິບັດງານທຸກຢ່າງໃນຫໍເຕັນແຫ່ງພຣະວິຫານຂອງພຣະເຈົ້າ
49ອາໂຣນ ແລະພວກລູກຊາຍຂອງເພິ່ນໄດ້ຖວາຍເຄື່ອງບູຊາເທິງແທ່ນເຜົາເຄື່ອງບູຊາ ແລະເທິງແທ່ນເຄື່ອງຫອມ ເພື່ອປະຕິບັດງານທັງໝົດໃນບ່ອນບໍລິສຸດທີ່ສຸດ ແລະເພື່ອໄຖ່ໂທດບາບຂອງຊາວອິດສະຣາເອນ ຕາມບັນດາຖ້ອຍຄຳທີ່ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າໄດ້ສັ່ງໄວ້
50ຕໍ່ໄປນີ້ເປັນລູກຊາຍຂອງອາໂຣນຄື ເອເລອາຊາ ລູກຊາຍຂອງເອເລອາຊາຄືຟີເນຮາ ລູກຊາຍຂອງຟີເນຮາຄືອາບີຊູອາ51ລູກຊາຍອາບີຊູອາຄືບຸກກີ, ລູກຊາຍຂອງບຸກກີຄືອຸດຊີ, ລູກຊາຍຂອງອຸດຊີຄືເຊຣາຮີຢາ52ລູກຊາຍຂອງເຊຣາຮີຢາຄືເມຣາໂຢດ, ລູກຊາຍຂອງເມຣາໂຢດຄືອາມາຣີຢາ, ລູກຊາຍຂອງອາມາຣີຢາຄືອາຮີຕຸບ53ລູກຊາຍຂອງອາຮີຕຸບຄືຊາໂດກ, ລູກຊາຍຂອງຊາໂດກຄືອາຮີມາອາດ
54ຕໍ່ໄປນີ້ເປັນບ່ອນຢູ່ອາໃສຂອງພວກເຂົາຕາມພູມລຳເນົາໃນເຂດແດນຂອງພວກເຂົາຄື ລູກຫລານຂອງອາໂຣນ ຈາກຄອບຄົວຊາວໂກຮາດ ເພາະວ່າສະຫລາກຕົກຖືກພວກເຂົາ
55ພວກເຂົາໄດ້ຮັບເມືອງເຮັບໂຣນໃນແຜ່ນດິນຢູດາ ແລະທົ່ງຫຍ້າຊຶ່ງຢູ່ອ້ອມຮອບນັ້ນ56ແຕ່ວ່າທົ່ງນາ ແລະຊົນນະບົດຂອງເມືອງນັ້ນ ພວກເຂົາໄດ້ຍົກໃຫ້ແກ່ກາເລັບລູກຊາຍເຢຟຸນເນ57ພວກເຂົາໄດ້ມອບເມືອງຕ່າງໆແຫ່ງຢູດາແກ່ລູກຫລານຂອງອາໂຣນຄືເມືອງເຮັບໂຣນຊຶ່ງເປັນເມືອງລີ້ໄພ ເມືອງລິບນາ ແລະທົ່ງຫຍ້າ, ເມືອງຢັດຕີ, ເມືອງເອຊະເຕມົວກັບທົ່ງຫຍ້າ58ຮີເລນພ້ອມກັບທົ່ງຫຍ້າ, ເດບີພ້ອມກັບທົ່ງຫຍ້າ59ອາຊານພ້ອມກັບທົ່ງຫຍ້າ ແລະເບັດ-ເຊເມັດພ້ອມກັບທົ່ງຫຍ້າ
60ຈາກດິນແດນຕະກູນເບັນຢາມິນກໍມອບເມືອງເກບາພ້ອມກັບທົ່ງຫຍ້າ ອາເລເມດພ້ອມກັບທົ່ງຫຍ້າ ແລະອານາໂທດພ້ອມກັບທົ່ງຫຍ້າ; ຫົວເມືອງທັງໝົດຂອງພວກເຂົາທຸກຄອບຄົວເປັນສິບສາມຫົວເມືອງດ້ວຍກັນ61ສ່ວນລູກຫລານໂກຮາດທີ່ຍັງເຫລືອຢູ່ນັ້ນໄດ້ຮັບສ່ວນມອບໂດຍສະຫລາກທີ່ໄດ້ຈາກຄອບຄົວຂອງຕະກູນເອຟຣາອິມ, ຈາກຕະກູນດານ ແລະຈາກຕະກູນມານາເຊເຄິ່ງໜຶ່ງມີສິບຫົວເມືອງ
62ແລະມອບສິບສາມຫົວເມືອງຈາກຕະກູນອິດຊາຄາ, ຕະກູນອາເຊ, ຕະກູນນັບທາລີ ແລະຈາກຕະກູນມານາເຊໃນບາຊານໃຫ້ແກ່ຄົນເກໂຊມຕາມຄອບຄົວຂອງພວກເຂົາ
63ແລະມອບສິບສອງຫົວເມືອງຈາກຕະກູນຣູເບັນ, ຕະກູນຄາດ ແລະຕະກູນເຊບູລູນໃຫ້ແກ່ຄົນ ເມຣາຣີຕາມ ຄອບຄົວຂອງພວກເຂົາ
64ລູກຫລານອິດສະຣາເອນໄດ້ມອບຫົວເມືອງທັງຫລາຍພ້ອມກັບທົ່ງຫຍ້າໃຫ້ແກ່ຊາວເລວີ.65ແລະລູກຫລານອິດສະຣາເອນໄດ້ມອບດ້ວຍການຈັບສະຫລາກໂດຍທີ່ພວກເຂົາເອີ້ນຫົວເມືອງເຫລົ່ານັ້ນຈາກຕະກູນຢູດາ ຕະກູນຊີເມໂອນ ແລະຕະກູນເບັນຢາມິນ
66ສຳລັບບັນດາຄອບຄົວລູກຫລານໂກຮາດທີ່ເຫລືອຢູ່ມີຫົວເມືອງອານເປັນດິນແດນຂອງພວກເຂົາຈາກຕະກູນ ເອຟຣາອິມ67ຊາວອິດສະຣາເອນໄດ້ມອບເມືອງລີ້ໄພ ຄືເມືອງເຊເຄມພ້ອມກັບທົ່ງຫຍ້າໃນຖິ່ນພູເຂົາເອຟຣາອິມ ແລະເມືອງເກເຊ ພ້ອມກັບທົ່ງຫຍ້າ68ເມືອງໂຢກເມອາມພ້ອມກັບທົ່ງຫຍ້າ, ເມືອງເບັດ-ໂຮໂຣນພ້ອມກັບທົ່ງຫຍ້າ69ເມືອງອາຢາໂລນພ້ອມກັບທົ່ງຫຍ້າ, ເມືອງກາດ-ຣິມໂມນພ້ອມກັບທົ່ງຫຍ້າ
70ແລະມອບເມືອງຈາກຕະກູນມານາເຊເຄິ່ງໜຶ່ງ ຄືເມືອງອາເນພ້ອມກັບທົ່ງຫຍ້າ, ເມືອງບິເລອາມພ້ອມກັບທົ່ງຫຍ້າ ໃຫ້ແກ່ຄອບຄົວລູກຫລານໂກຮາດທີ່ຍັງເຫລືອຢູ່
71ດິນແດນຂອງມານາເຊເຄິ່ງຕະກູນທີ່ມອບໃຫ້ແກ່ລູກຫລານເກໂຊມຄື ເມືອງໂກລານໃນແຂວງບາຊານພ້ອມກັບທົ່ງຫຍ້າ ແລະອັດຊະຕະໂຣດພ້ອມກັບທົ່ງຫຍ້າ
72ຈາກຕະກູນອິດຊາຄາ ຄືເມືອງເກເດັດພ້ອມກັບທົ່ງຫຍ້າ, ເມືອງດາເບຣາດພ້ອມກັບທົ່ງຫຍ້າ73ແລະເມືອງຣາໂມດພ້ອມກັບທົ່ງຫຍ້າ ແລະເມືອງອາເນມພ້ອມກັບທົ່ງຫຍ້າ
74ຈາກຕະກູນອາເຊ ຄື ເມືອງມາຊັນພ້ອມກັບທົ່ງຫຍ້າ ເມືອງອັບໂດນພ້ອມກັບທົ່ງຫຍ້າ75ເມືອງຮູກໂກກພ້ອມກັບທົ່ງຫຍ້າ ແລະເມືອງເຣໂຮບພ້ອມກັບທົ່ງຫຍ້າ
76ແລະຈາກຕະກູນນັບທາລີ ຄື ເມືອງເກເດັດໃນຄາລີເລພ້ອມກັບທົ່ງຫຍ້າ, ເມືອງຮຳໂມນພ້ອມກັບທົ່ງຫຍ້າ, ເມືອງກີຣີອາທາຢິມພ້ອມກັບທົ່ງຫຍ້າ
77ສ່ວນຄົນເມຣາຣີທີ່ເຫລືອຢູ່ນັ້ນໄດ້ຮັບຈາກຕະກູນເຊບູລູນຄື ເມືອງຣິມໂມໂນພ້ອມກັບທົ່ງຫຍ້າ, ເມືອງຕາໂບ ພ້ອມກັບທົ່ງຫຍ້າ
78ແລະຟາກແມ່ນ້ຳຈໍແດນເບື້ອງນັ້ນຖັດຈາກເຢຣິໂກ ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ; ຈາກຕະກູນຣູເບັນ ຄື ເມືອງເບເຊໃນຖິ່ນແຫ້ງແລ້ງກັນດານພ້ອມກັບທົ່ງຫຍ້າ, ເມືອງຢາຊາພ້ອມກັບທົ່ງຫຍ້າ79ເມືອງເກເດໂມດພ້ອມກັບທົ່ງຫຍ້າ ແລະເມືອງເມຟະອາດພ້ອມກັບທົ່ງຫຍ້າ
80ແລະຈາກຕະກູນຄາດ ຄື ເມືອງຣາໂມດໃນແຂວງກີເລອາດພ້ອມກັບທົ່ງຫຍ້າ, ເມືອງມາຮານາຢິມພ້ອມກັບທົ່ງຫຍ້າ81ເມືອງເຮັດຊະໂບນພ້ອມກັບທົ່ງຫຍ້າ ແລະເມືອງຢາເຊພ້ອມກັບທົ່ງຫຍ້າ