| | ບົດທີ 17 | | Proverbs 17 |
| | ຄຳສັ່ງສອນເລື່ອງຄວາມດີກັບຄວາມຊົ່ວຮ້າຍ | | - |
1 | | ອາຫານແຫ້ງໜ້ອຍໜຶ່ງ ພ້ອມກັບຄວາມສະຫງົບ ດີກວ່າເຮືອນທີ່ມີເຄື່ອງຖວາຍບູຊາເຕັມ ພ້ອມກັບການຜິດຖຽງກັນ | | Better a dry morsel in quietness than a house full of feasting with strife. |
2 | | ຂ້າທາດທີ່ສະຫລຽວສະຫລາດຈະປົກຄອງລູກຊາຍຜູ້ປະພຶດຄວາມອັບອາຍ ແລະຈະໄດ້ສ່ວນແບ່ງມໍລະດົກເທົ່າກັບພວກພີ່ນ້ອງ | | A wise servant will rule over a disgraceful son and share his inheritance as one of the brothers. |
3 | | ກະປຸກມີໄວ້ສຳລັບເງິນ ແລະເຕົາຫລອມໂລຫະມີໄວ້ສຳລັບທອງຄຳ ແລະພຣະຜູ້ເປັນເຈົ້າຊົງທົດລອງໃຈ | | A crucible for silver and a furnace for gold, but the LORD is the tester of hearts. |
4 | | ຜູ້ເຮັດຄວາມຊົ່ວຟັງຄຳເວົ້າບໍ່ຈິງ ແລະຄົນຂີ້ຕົວະຫງ່ຽງຫູໃຫ້ລີ້ນທີ່ບໍ່ໄວ້ວາງໃຈ | | A wicked man listens to evil lips; a liar gives ear to a destructive tongue. |
5 | | ບຸກຄົນທີ່ຫຍໍ້ຫຍັນຄົນຍາກຈົນ ກໍໝິ່ນປະໝາດພຣະຜູ້ສ້າງຂອງລາວ ບຸກຄົນທີ່ຍິນດີເມື່ອມີຄວາມຍາກລຳບາກຈະບໍ່ມີໂທດ ກໍເປັນໄປບໍ່ໄດ້ | | He who mocks the poor insults their Maker; whoever gloats over calamity will not go unpunished. |
6 | | ລູກຫລານເປັນມົງກຸດຂອງຄົນເຖົ້າ ແລະສະຫງ່າລາສີຂອງບຸດຄືພໍ່ຂອງລາວ | | Grandchildren are the crown of the aged, and the glory of a son is his father. |
7 | | ຄຳເວົ້າທີ່ດີເລີດ ບໍ່ເໝາະແກ່ຄົນໂງ່ສັນໃດ ຮີມປາກທີ່ຂີ້ຕົວະຍິ່ງບໍ່ເໝາະແກ່ເຈົ້ານາຍສັນນັ້ນ | | Eloquent words are unfit for a fool; how much worse are lying lips to a ruler! |
8 | | ສິນບົນເປັນເໝືອນເພັດພອຍໃນສາຍຕາຂອງເຈົ້າຂອງ ມັນຈະຫັນໄປທາງໃດ ກໍຈະເລີນຮຸ່ງເຮືອງທາງນັ້ນ | | A bribe is a charm to its giver; wherever he turns, he succeeds. |
9 | | ບຸກຄົນຜູ້ປິດບັງການລະເມີດ ກໍຊອກຫາຄວາມຮັກ ແຕ່ຄົນກ່າວເລື່ອງນັ້ນຊ້ຳຊາກ ກໍເຮັດໃຫ້ເພື່ອນສະນິດແຍກຈາກກັນ | | Whoever conceals an offense promotes love, but he who brings it up separates friends. |
10 | | ຄຳຕຳໜິເຂົ້າໄປໃນຄົນສະຫລາດ ເລິກກວ່າຂ້ຽນຕີຄົນໂງ່ຈັກຮ້ອຍເທື່ອ | | A rebuke affects a man of discernment more than a hundred lashes to a fool. |
11 | | ຄົນຊົ່ວຮ້າຍກໍສະແຫວງຫາແຕ່ການແຕກແຍກ ສະນັ້ນ ຈະມີຜູ້ສົ່ງຂ່າວໂຫດຮ້າຍໄປສູ້ລາວ | | An evil man seeks only rebellion; so a cruel messenger will be sent against him. |
12 | | ໃຫ້ຄົນໄປພົບແມ່ໝີທີ່ລູກມັນຖືກລັກໄປ ກໍຍັງດີກວ່າໄປພົບຄົນບໍ່ມີປັນຍາໃນຄວາມໂງ່ຂອງລາວ | | It is better to meet a bear robbed of her cubs than a fool in his folly. |
13 | | ຖ້າຄົນໜຶ່ງຄົນໃດເຮັດຊົ່ວຕອບແທນຄວາມດີ ຄວາມຊົ່ວຈະບໍ່ຫວິດຈາກເຮືອນຂອງຄົນນັ້ນ | | If anyone returns evil for good, evil will never leave his house. |
14 | | ເມື່ອເລີ່ມຕົ້ນຜິດຖຽງກັນ ກໍຄືກັບປ່ອຍນ້ຳໃຫ້ໄຫລ ສະນັ້ນ, ຈົ່ງເລີກເສຍກ່ອນຈະເກີດການຜິດຖຽງກັນ | | To start a quarrel is to release a flood; so abandon the dispute before it breaks out. |
15 | | ບຸກຄົນທີ່ວ່າຄົນຊົ່ວຮ້າຍຖືກ ແລະບຸກຄົນທີ່ລົງໂທດຄົນຊອບທຳ ທັງສອງກໍເປັນທີ່ກຽດຊັງແກ່ພຣະຜູ້ເປັນເຈົ້າ | | Acquitting the guilty and condemning the righteous—both are detestable to the LORD. |
16 | | ເປັນຫຍັງຄົນໂງ່ຈຶ່ງມີເງິນໃນມື ເພື່ອຊື້ປັນຍາ ໃນເມື່ອລາວບໍ່ມີຄວາມຄິດ | | Why should the fool have money in his hand with no intention of buying wisdom? |
17 | | ມິດສະຫາຍກໍມີຄວາມຮັກຢູ່ທຸກເວລາ ແລະພີ່ນ້ອງກໍເກີດມາ ເພື່ອຊ່ວຍກັນຍາມທຸກຍາກ | | A friend loves at all times, and a brother is born for adversity. |
18 | | ຄົນທີ່ບໍ່ມີຄວາມເຂົ້າໃຈ ກໍໃຫ້ຄຳປະຕິຍານ ແລະເປັນຜູ້ຮັບປະກັນຕໍ່ໜ້າເພື່ອນຂອງຕົນ | | A man lacking judgment strikes hands in pledge and puts up security for his neighbor. |
19 | | ຜູ້ທີ່ຮັກການລະເມີດ ກໍຮັກການຜິດຖຽງກັນ ຜູ້ທີ່ເຮັດປະຕູເຮືອນຂອງຕົນໃຫ້ສູງ ກໍສະແຫວງຫາການທຳລາຍ | | He who loves transgression loves strife; he who builds his gate high invites destruction. |
20 | | ຜູ້ໜຶ່ງຜູ້ໃດມີໃຈປະຈົບປະແຈງ ກໍບໍ່ພົບສິ່ງທີ່ດີອັນໃດ ແລະຜູ້ທີ່ລີ້ນບໍ່ສັດຊື່ ກໍຕົກຢູ່ໃນຄວາມຍາກລຳບາກ | | The one with a perverse heart finds no good, and he whose tongue is deceitful will fall into trouble. |
21 | | ພໍ່ທີ່ມີລູກເຮັດຊົ່ວຊ້າ ກໍມີຄວາມໂສກເສົ້າ ແລະພໍ່ຂອງຄົນໂງ່ ກໍບໍ່ມີຄວາມຊື່ນບານ | | A man fathers a fool to his own grief; the father of a fool has no joy. |
22 | | ໃຈຊື່ນບານເປັນຢາຢ່າງດີ ແຕ່ຈິດໃຈທີ່ບໍ່ມີຄວາມອົດທົນເຮັດໃຫ້ກະດູກຫ່ຽວແຫ້ງ | | A joyful heart is good medicine, but a broken spirit dries up the bones. |
23 | | ຄົນຊົ່ວຮ້າຍຮັບສິນບົນຈາກບ່ອນລັບລີ້ ເພື່ອປັ່ນປ່ວນທາງແຫ່ງຄວາມຍຸດຕິທຳ | | A wicked man takes a covert bribe to subvert the course of justice. |
24 | | ຄົນທີ່ມີຄວາມເຂົ້າໃຈ ລາວຕັ້ງໜ້າມຸ້ງໄປສູ່ປັນຍາ ແຕ່ຕາຂອງຄົນໂງ່ຢູ່ທີ່ສຸດປາຍແຜ່ນດິນໂລກ | | Wisdom is the focus of the discerning, but the eyes of a fool wander to the ends of the earth. |
25 | | ລູກຊາຍໂງ່ ກໍເປັນຄວາມທຸກໂສກແກ່ພໍ່ ແລະເປັນຄວາມຂົມຂື່ນແກ່ຍິງຜູ້ໃຫ້ກຳເນີດ | | A foolish son brings grief to his father and bitterness to her who bore him. |
26 | | ການລົງໂທດຄົນຍຸດຕິທຳກໍບໍ່ດີ ການຕີເຈົ້ານາຍ ເພາະເຫດຄວາມທ່ຽງທຳກໍຜິດ | | It is surely not good to punish the innocent or to beat a noble for his honesty. |
27 | | ບຸກຄົນທີ່ຫ້າມຖ້ອຍຄຳຂອງລາວ ກໍເປັນຄົນມີຄວາມຮູ້ ແລະຜູ້ທີ່ມີຈິດໃຈເຢັນ ກໍເປັນຄົນມີຄວາມເຂົ້າໃຈ | | A man of knowledge restrains his words, and a man of understanding keeps a cool head. |
28 | | ເຖິງຈະເປັນຄົນໂງ່ ຫາກມິດງຽບຢູ່ ກໍຖືວ່າເປັນຄົນທີ່ສະຫລາດ ຄົນທີ່ງັບປາກຂອງຕົນໄວ້ ກໍຖືວ່າເປັນຄົນມີຄວາມເຂົ້າໃຈ | | Even a fool is considered wise if he keeps silent, and discerning when he holds his tongue. |