408
ບົດ­ທີ 8ມັດ­ທາຍ ບົດ­ທີ 8Matthew 8
ເລື່ອງ​ຄົນ​ຂີ້­ທູດ​ຜູ້​ໜຶ່ງ​ດີ​ສະ­ອາດ
(ມຣກ. 1:40-44: ລກ. 5:12-16)
1 บัดพระเยซูลงมาจากภูเขาแล้ว มีคนหลวงหลายได้ติดตามเพิ่นมาເມື່ອ​ພຣະ­ອົງ​ສະ­ເດັດ​ລົງ­ມາ​ຈາກ​ພູ​ແລ້ວ ປະ­ຊາ­ຊົນ​ຫລວງ­ຫລາຍ​ໄດ້​ຕິດ­ຕາມ​ພຣະ­ອົງ.ບັດ​ພຣະ­ເຢ­ຊູ​ລົງ­ມາ​ຈາກ​ພູ­ເຂົາ​ແລ້ວ ມີ­ຄົນ​ຫລວງ­ຫລາຍ​ໄດ້​ຕິດ​ຕາມ​ເພິ່ນ​ມາWhen Jesus came down from the mountain, large crowds followed Him.
2 นี่แน่ะ มีคนเป็นขี้ทูตได้มาเคารพบูซาเพิ่นแล้วเว้าว่า "ท่านเจ้าข้า เพียงแต่ท่านสิโปรดซื่อๆ กะสิเฮ็ดให้ผู้ข้าได้สะอาด เซาดีกับหม่องได้"ແລະ​ເບິ່ງ​ແມ, ມີ­ຄົນ​ຂີ້­ທູດ​ຜູ້​ໜຶ່ງ​ເຂົ້າ​ມາ​ຂາບ­ລົງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ­ໃຈ​ກໍ​ອາດ­ຈະ​ເຮັດ­ໃຫ້​ຂ້າ­ນ້ອຍ​ດີ​ສະ­ອາດ​ໄດ້.”ນີ້­ແຫລະ ມີ­ຄົນ​ເປັນ​ຂີ້­ທູດ​ໄດ້​ມາ​ເຄົາ­ລົບ​ບູ­ຊາ​ເພິ່ນ​ແລ້ວ​ເວົ້າ​ວ່າ “ທ່ານ­ເຈົ້າ­ຂ້າ ພຽງ​ແຕ່​ທ່ານ​ຊິ​ກະ­ລຸ­ນາ​ຊື່ໆ ກໍ​ຊິ​ເຮັດ​ໃຫ້​ຜູ້­ຂ້າ​ໄດ້​ສະ­ອາດ ເຊົາ​ດີ​ກັບ​ໝ້ອງ​ໄດ້”Suddenly a leper came and knelt before Him, saying, “Lord, if You are willing, You can make me clean.”
3 พระเยซูเลยยื่นมือแตะใส่เขา เว้าว่า "เฮาพอใจอยู่แล้ว ให้เจ้าเซาเป็นดีเด้อ" แล้วในยามฮั้นพอดีโรคขี้ทูตของลาวกะได้สะอาดเกี้ยง เซาดีกับหม่องພຣະ­ອົງ​ຈິ່ງ​ຊົງ​ຢຽດ​ພຣະ­ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລະ​ຊົງ​ກ່າວ​ວ່າ, “ເຮົາ​ພໍ­ໃຈ​ແລ້ວ ຈົ່ງ​ດີ​ສະ­ອາດ​ເສຍ” ແລ້ວ​ພະ­ຍາດ­ຂີ້­ທູດ​ຂອງ​ຜູ້­ນັ້ນ​ກໍ­ດີ​ສະ­ອາດ​ທັນ­ທີ.ພຣະ­ເຢ­ຊູ​ເລີຍ​ຍື່ນ​ມື​ແຕະ​ໃສ່​ເຂົາ ເວົ້າ​ວ່າ “ເຮົາ​ພໍ­ໃຈ​ຢູ່​ແລ້ວ ໃຫ້​ເຈົ້າ​ເຊົາ​ເປັນ​ດີ​ເດີ້” ແລ້ວ​ໃນ​ຍາມ​ນັ້ນ​ພໍ­ດີ​ພະ­ຍາດ​ຂີ້­ທູດ​ຂອງ​ລາວ​ກໍ­ໄດ້​ສະ­ອາດ​ກ້ຽງ ເຊົາ​ດີ​ກັບ​ໝ້ອງJesus reached out His hand and touched the man. “I am willing,” He said. “Be clean!” And immediately his leprosy was cleansed.
4 ส่วนพระเยซูได้สั่งเขาไว้ว่า "อย่าบอกใผเลยเด้อ แต่เอาโตเจ้าไปให้ผู้นำเครื่องถวายเบิ่ง กับให้มอบเครื่องถวายตามที่โมเสสได้สั่งไว้ เพื่อเป็นหลักฐานต่อคนทั้งหลายว่าเจ้าได้เซาแล้ว"ຝ່າຍ​ພຣະ­ເຢ­ຊູ​ຊົງ​ກ່າວ​ແກ່​ຜູ້­ນັ້ນ​ວ່າ, “ລະ­ວັງ​ຢ່າ​ບອກ​ໃຫ້​ຜູ້­ໃດ​ຟັງ ແຕ່​ຈົ່ງ​ໄປ​ສະ­ແດງ​ຕົວ​ຕໍ່​ປະ­ໂລ­ຫິດ ແລະ​ຖວາຍ​ເຄື່ອງ­ບູ­ຊາ​ຕາມ​ໂມ­ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ.”ສ່ວນ​ພຣະ­ເຢ­ຊູ​ໄດ້​ສັ່ງ​ເຂົາ​ໄວ້​ວ່າ “ຢ່າ​ບອກ​ໃຜ​ເລີຍ​ເດີ້ ແຕ່​ເອົາ​ໂຕ­ເຈົ້າ​ໄປ​ໃຫ້​ປະ­ໂລ­ຫິດ​ເບິ່ງ ກັບ​ໃຫ້​ມອບ​ເຄື່ອງ​ຖວາຍ​ຕາມ​ທີ່​ໂມ­ເຊ​ໄດ້​ສັ່ງ​ໄວ້ ເພື່ອ​ເປັນ​ຫຼັກ­ຖານ​ຕໍ່​ຄົນ​ທັງ­ຫລາຍ​ວ່າ​ເຈົ້າ​ໄດ້​ເຊົາ​ແລ້ວ”Then Jesus instructed him, “See that you don’t tell anyone. But go, show yourself to the priest and offer the gift prescribed by Moses, as a testimony to them.”
ຊົງ​ໂຜດ​ຄົນ­ໃຊ້​ຂອງ​ນາຍ­ຮ້ອຍ
(ລກ. 7:1-10; ຢຮ. 4:43-54)
5 แล้วบัดพระเยซูเข้าไปในเมืองคาเปอรนาอุม มีนายร้อยคนหนึ่งได้มาอ้อนวอนเพิ่นຂະ­ນະ​ທີ່​ພຣະ­ອົງ​ສະ­ເດັດ​ເຂົ້າ­ໄປ​ໃນ​ເມືອງ​ກາ­ເປ­ນາ­ອູມ ມີ​ນາຍ­ຮ້ອຍ​ທະ­ຫານ​ຜູ້​ໜຶ່ງ​ມາ​ອ້ອນ­ວອນ​ພຣະ­ອົງ.ແລ້ວ​ບັດ​ພຣະ­ເຢ­ຊູ​ເຂົ້າ­ໄປ​ໃນ​ເມືອງ​ກາ­ເປ­ນາ­ອູມ ມີ​ນາຍ​ຮ້ອຍ​ຄົນ​ໜຶ່ງ​ໄດ້​ມາ​ອ້ອນ­ວອນ​ເພິ່ນWhen Jesus had entered Capernaum, a centurion came and pleaded with Him,
6 เว้าว่า "ท่านเจ้าข้า ผู้ฮับใซ้ของผู้ข้าเป็นอัมพาตอยู่ที่บ้าน ทนทุกข์เป็นตาอิตนหลาย"ທູນ​ວ່າ, “ນາຍ​ເອີຍ, ຄົນ­ໃຊ້​ຂອງ​ຂ້າ­ນ້ອຍ​ເປັນ​ເປ້ຍ​ນອນ​ຢູ່​ເຮືອນ​ທົນ​ທຸກ​ເວດ­ທະ­ນາ​ຫລາຍ.”ເວົ້າ​ວ່າ “ທ່ານ­ເຈົ້າ­ຂ້າ ຜູ້​ຮັບ­ໃຊ້​ຂອງ​ຜູ້­ຂ້າ​ເປັນ​ອຳ­ມະ­ພາດ​ຢູ່­ບ້ານ ທົນ​ທຸກ​ເປັນ­ຕາ​ອິ­ຕົນ​ຫລາຍ”“Lord, my servant lies at home, paralyzed and in terrible agony.”
7 พระเยซูจั่งเว้ากับเขาว่า "เฮาสิไปปัวเขาให้เซา"ພຣະ­ເຢ­ຊູ​ຊົງ​ບອກ​ກັບ​ນາຍ­ຮ້ອຍ​ນັ້ນ​ວ່າ, “ເຮົາ​ຈະ​ໄປ​ຊ່ອຍ​ໃຫ້​ລາວ​ດີ.”ພຣະ­ເຢ­ຊູ​ຈັ່ງ​ເວົ້າ​ກັບ​ເຂົາ​ວ່າ “ເຮົາ​ຊິ​ໄປ​ປົວ​ເຂົາ​ໃຫ້​ເຊົາ”“I will go and heal him,” Jesus replied.
8 นายร้อยผู้ฮั้นเว้าว่า "ท่านเจ้าข้า ผู้ข้าบ่สมควรที่สิให้ท่านเข้าใต้หลังคาของผู้ข้าเลย ขอแต่ท่านเว้าคำเดียวท่อฮั้น แล้วคนใซ้ของผู้ข้ากะสิเซาเป็นดีกับหม่องແຕ່​ຝ່າຍ​ນາຍ­ຮ້ອຍ​ຜູ້­ນັ້ນ​ໄດ້​ທູນ​ຕອບ​ວ່າ, “ຂ້າ­ນ້ອຍ​ເປັນ​ຄົນ​ບໍ່​ສົມ­ຄວນ​ທີ່​ຈະ­ໃຫ້​ທ່ານ​ເຂົ້າ­ໄປ​ລຸ່ມ​ຫລັງ­ຄາ​ເຮືອນ​ຂອງ​ຂ້າ­ນ້ອຍ ແຕ່​ຂໍ​ທ່ານ​ກ່າວ​ເທົ່າ​ນັ້ນ​ຄົນ­ໃຊ້​ຂອງ​ຂ້າ­ນ້ອຍ​ກໍ​ຈະ​ດີ​ພະ­ຍາດ.ນາຍ​ຮ້ອຍ​ຜູ້­ນັ້ນ​ເວົ້າ​ວ່າ “ທ່ານ­ເຈົ້າ­ຂ້າ ຜູ້­ຂ້າ​ບໍ່​ສົມ­ຄວນ​ທີ່​ຊິ​ໃຫ້​ທ່ານ​ເຂົ້າ​ໃຕ້​ຫຼັງ­ຄາ​ຂອງ​ຜູ້­ຂ້າ​ເລີຍ ຂໍ​ແຕ່​ທ່ານ​ເວົ້າ​ຄຳ​ດຽວ​ເທົາ­ນັ້ນ ແລ້ວ​ຄົນ​ໃຊ້​ຂອງ​ຜູ້­ຂ້າ​ກໍ​ຊິ​ເຊົາ​ເປັນ​ດີ​ກັບ​ໝ້ອງThe centurion answered, “Lord, I am not worthy to have You come under my roof. But just say the word, and my servant will be healed.
9 คือว่า ผู้ข้าได้เป็นคนอยู่ใต้วินัยทหาร แล้วกะยังมีทหารอยู่ใต้การบังคับบัญชาของผู้ข้าอีก ผู้ข้าสิบอกคนฮั้นคนนี้ว่า 'ไป' เขากะไป บอกให้ 'มา' เขากะมา บอกว่า 'ให้เฮ็ดแนวฮั้นแนวนี้' เขากะสิเฮ็ด"ເຫດ​ວ່າ​ຂ້າ­ນ້ອຍ​ເປັນ​ຄົນ​ຢູ່​ໃຕ້​ວິ­ໄນ​ທະ­ຫານ ແລະ​ຍັງ­ມີ​ທະ­ຫານ​ຢູ່​ໃຕ້​ບັງ­ຄັບ​ບັນ­ຊາ​ຂອງ​ຂ້າ­ນ້ອຍ​ອີກ ຂ້າ­ນ້ອຍ​ສັ່ງ​ແກ່​ຄົນ​ນັ້ນ​ວ່າ ‘ໄປ’ ມັນ​ກໍ​ໄປ ແລະ​ສັ່ງ​ຄົນ​ນີ້​ວ່າ ‘ມາ’ ມັນ​ກໍ​ມາ ແລະ​ບອກ​ແກ່​ຄົນ­ໃຊ້​ຂອງ​ຂ້າ­ນ້ອຍ​ວ່າ ‘ຈົ່ງ​ເຮັດ​ສິ່ງ​ນີ້’ ມັນ​ກໍ​ເຮັດ.”ຄື​ວ່າ ຜູ້­ຂ້າ​ໄດ້​ເປັນ​ຄົນ​ຢູ່​ໃຕ້​ວິ­ໄນ​ທະ­ຫານ ແລ້ວ​ກໍ​ຍັງ­ມີ​ທະ­ຫານ​ຢູ່​ໃຕ້​ການ​ບັງ­ຄັບ​ບັນ­ຊາ​ຂອງ​ຜູ້­ຂ້າ​ອີກ ຜູ້­ຂ້າ​ຊິ­ບອກ​ຄົນ​ນັ້ນ​ຄົນ​ນີ້​ວ່າ ‘ໄປ’ ເຂົາ​ກໍ​ໄປ ບອກ​ໃຫ້ ‘ມາ’ ເຂົາ​ກໍ​ມາ ບອກ­ວ່າ ‘ໃຫ້​ເຮັດ​ແນວ​ນັ້ນ​ແນວ​ນີ້’ ເຂົາ​ກໍ​ຊິ​ເຮັດ”For I myself am a man under authority, with soldiers under me. I tell one to go, and he goes; and another to come, and he comes. I tell my servant to do something, and he does it.”
10 บัดพอพระเยซูได้ยินจั่งซั้นกะประทับใจหลาย เลยเว้ากับพวกคนที่ตามเพิ่นมาว่า "เฮาสิบอกความจริงให้พวกเจ้าโลด ว่า เฮาบ่เคยพ้อความเซื่อหลายขนาดนี้แม้นแต่อยู่ในอิสราเอลเลยເມື່ອ​ພຣະ­ເຢ­ຊູ​ຊົງ​ໄດ້­ຍິນ​ດັ່ງ­ນັ້ນ​ກໍ​ປະ­ຫລາດ​ພຣະ­ໄທ, ຈິ່ງ​ຊົງ​ກ່າວ​ກັບ​ຄົນ​ທັງ­ຫລາຍ​ທີ່​ຕິດ­ຕາມ​ພຣະ­ອົງ​ມາ​ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ­ຈິງ​ວ່າ​ແມ່ນ​ໃນ​ພວກ​ອິ­ສຣາ­ເອນ​ເຮົາ​ກໍ​ບໍ່­ໄດ້​ພົບ​ຄວາມ­ເຊື່ອ​ໃຫຍ່​ທໍ່​ນີ້.ບັດ​ພໍ​ພຣະ­ເຢ­ຊູ​ໄດ້­ຍິນ​ຈັ່ງ­ຊັ້ນ​ກໍ​ປະ­ທັບ​ໃຈ​ຫລາຍ ເລີຍ​ເວົ້າ​ກັບ​ພວກ​ຄົນ­ທີ່​ຕາມ​ເພິ່ນ​ມາ​ວ່າ “ເຮົາ​ຊິ­ບອກ​ຄວາມ­ຈິງ​ໃຫ້​ພວກ​ເຈົ້າ​ໂລດ ວ່າ ເຮົາ​ບໍ່​ເຄີຍ​ພໍ້​ຄວາມ­ເຊື່ອ​ຫລາຍ​ຂະ­ໜາດ​ນີ້​ແມ່ນ​ແຕ່​ຢູ່­ໃນ​ອິດ­ສະ­ຣາ­ເອນ​ເລີຍWhen Jesus heard this, He marveled and said to those following Him, “Truly I tell you, I have not found anyone in Israel with such great faith.
11 แล้วเฮาสิบอกพวกเจ้าว่า สิมีคนหลวงหลายมาจากทางตะเว็นออกกับทางตะเว็นตก มานั่งลงฮ่วมกันกับเฒ่าอับราฮัม กับอิสอัค กับยาโคบ ในแผ่นดินสวรรค์ເຮົາ​ບອກ​ທ່ານ​ທັງ​ຫລາຍ­ວ່າ ຈະ​ມີ​ຫລາຍ​ຄົນ​ຈາກ​ທິດ­ຕາ­ເວັນ­ອອກ​ແລະ​ທິດ­ຕາ­ເວັນ­ຕົກ​ມາ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບ­ຣາ­ຮາມ, ອີ­ຊາກ, ແລະ​ຢາ­ໂຄບ​ໃນ​ແຜ່ນ­ດິນ​ສະ­ຫວັນ.ແລ້ວ​ເຮົາ​ຊິ­ບອກ​ພວກ​ເຈົ້າ​ວ່າ ຊິ​ມີ­ຄົນ​ຫລວງ­ຫລາຍ​ມາ​ຈາກ​ທາງ​ຕະ­ເວັນ​ອອກ​ກັບ​ທາງ​ຕະ­ເວັນ​ຕົກ ມາ​ນັ່ງ​ລົງ​ຮ່ວມ​ກັນ­ກັບ​ເຖົ້າ​ອັບ­ຣາ­ຮາມ ກັບ​ອິ­ຊາກ ກັບ​ຢາ­ໂຄບ ໃນ​ລາ­ຊະ­ອາ­ນາ­ຈັກ­ສະ­ຫວັນI say to you that many will come from the east and the west to share the banquet with Abraham, Isaac, and Jacob in the kingdom of heaven.
12 แต่พวกคนที่ถือสิทธิว่าเป็นลูกของแผ่นดินสิถืกโยนถิ้มในที่มืดอันลึกที่สุดอยู่ทางนอกฮั้น หม่องที่มีการฮ้องไห้กัดแข้วอยู่ตลอด"ແຕ່​ຝ່າຍ​ຊາວ​ແຜ່ນ­ດິນ​ນັ້ນ​ຈະ​ຖືກ​ຖິ້ມ​ອອກ​ໄປ​ໃນ​ທີ່​ມືດ​ພາຍ­ນອກ ທີ່​ນັ້ນ​ຈະ​ມີ​ສຽງ​ຮ້ອງ­ໄຫ້​ແລະ​ຂົບ​ແຂ້ວ​ຢູ່.”ແຕ່​ພວກ​ຄົນ­ທີ່​ຖື​ສິດ­ທິ​ວ່າ​ເປັນ​ລູກ​ຂອງ​ລາ­ຊະ­ອາ­ນາ­ຈັກ​ຊິ​ຖືກ​ໂຍນ​ຖິ້ມ​ໃນ​ທີ່​ມືດ​ອັນ​ເລິກ​ທີ່­ສຸດ​ຢູ່​ທາງ​ນອກ​ນັ້ນ ໝ້ອງ​ທີ່​ມີ​ການ​ຮ້ອງ­ໄຫ້​ກັດ­ແຂ້ວ​ຢູ່​ຕະ­ຫລອດ”But the sons of the kingdom will be cast into the outer darkness, where there will be weeping and gnashing of teeth.”
13 แล้วพระเยซูจั่งเว้ากับนายร้อยต่อไปว่า "ไปซะเด้อ มันเป็นไปแล้วตามความเซื่อของเจ้า" แล้วในโมงฮั้นพอดี ผู้ฮับใซ้ของนายร้อยได้เซาเป็นดีกับหม่องພຣະ­ເຢ­ຊູ​ຊົງ​ບອກ​ແກ່​ນາຍ­ຮ້ອຍ​ຜູ້­ນັ້ນ​ວ່າ, “ຈົ່ງ​ກັບ​ເມືອ​ເສຍ​ທ່ານ​ໄດ້​ເຊື່ອ​ຢ່າງ­ໃດ​ກໍ​ໃຫ້­ເປັນ​ແກ່​ທ່ານ​ຢ່າງ​ນັ້ນ” ແລ້ວ​ໃນ​ໂມງ​ນັ້ນ​ຄົນ­ໃຊ້​ຜູ້­ນັ້ນ​ກໍ­ໄດ້​ດີ​ເປັນ​ປົກ­ກະ­ຕິ.ແລ້ວ​ພຣະ­ເຢ­ຊູ​ຈັ່ງ​ເວົ້າ​ກັບ​ນາຍ​ຮ້ອຍ​ຕໍ່­ໄປ​ວ່າ “ໄປ​ຊະ​ເດີ້ ມັນ​ເປັນ​ໄປ​ແລ້ວ​ຕາມ​ຄວາມ­ເຊື່ອ​ຂອງ​ເຈົ້າ” ແລ້ວ​ໃນ​ໂມງ​ນັ້ນ​ພໍ­ດີ ຜູ້​ຮັບ­ໃຊ້​ຂອງ​ນາຍ​ຮ້ອຍ​ໄດ້​ເຊົາ​ເປັນ​ດີ​ກັບ​ໝ້ອງThen Jesus said to the centurion, “Go! As you have believed, so will it be done for you.” And his servant was healed at that very hour.
ຊົງ​ໂຜດ​ແມ່​ເມຍ​ຂອງ​ເປ­ໂຕ
(ມຣກ. 1:29-31; ລກ. 4:38-41)
14 บัดพระเยซูเข้าไปในเฮือนของเปโตร เพิ่นกะเหลียวเบิ่งเห็นแม่ยายของเปโตรนอนป่วยเป็นไข้อยู่ເມື່ອ​ພຣະ­ເຢ­ຊູ​ໄດ້​ສະ­ເດັດ​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ເປ­ໂຕ ກໍ​ຊົງ​ເຫັນ​ແມ່​ເມຍ​ຂອງ​ເປ­ໂຕ​ນອນ​ໄຂ້​ຢູ່.ບັດ​ພຣະ­ເຢ­ຊູ​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ເປ­ໂຕ ເພິ່ນ​ກໍ​ຫລຽວ​ເບິ່ງ​ເຫັນ​ແມ່­ເຖົ້າ​ຂອງ​ເປ­ໂຕ​ນອນ​ປ່ວຍ​ເປັນ​ໄຂ້​ຢູ່When Jesus arrived at Peter’s house, He saw Peter’s mother-in-law sick in bed with a fever.
15 แล้วเพิ่นกะเลยเอามือเพิ่นแตะมือนาง แล้วพอดีอาการป่วยไข้ฮั้นกะออกจากนางไป นางจั่งลุกขึ้นปรนนิบัติฮับใซ้คนทั้งหลายอยู่ฮั้นພຣະ­ອົງ​ຊົງ​ບາຍ​ມື­ນາງ​ແລະ​ຄວາມ​ໄຂ້​ກໍ​ຫາຍ ນາງ​ຈິ່ງ​ລຸກ­ຂຶ້ນ​ບົວ­ລະ­ບັດ​ພຣະ­ອົງ.ແລ້ວ​ເພິ່ນ​ກໍ​ເລີຍ​ເອົາ​ມື​ເພິ່ນ​ແຕະ​ມື​ນາງ ແລ້ວ​ພໍ­ດີ​ອາ­ການ​ປ່ວຍ​ໄຂ້​ນັ້ນ​ກໍ​ອອກ­ຈາກ​ນາງ​ໄປ ນາງ​ຈັ່ງ​ລຸກ­ຂຶ້ນ​ຮັບ­ໃຊ້​ຄົນ​ທັງ­ຫລາຍ​ຢູ່­ຫັ້ນSo He touched her hand, and the fever left her, and she got up and began to serve them.
16 บัดพอค่ำลง มีคนพาหลายคนที่มีผีสิงมาหาพระเยซู แล้วเพิ่นได้ขับไล่ผีออกด้วยคำสั่งของเพิ่น กับได้ปัวพวกคนเจ็บป่วยเป็นไข้ให้เซาเป็นดีແລະ​ເມື່ອ​ຄ່ຳ​ມາ ເຂົາ​ໄດ້​ພາ​ຄົນ­ທີ່​ມີ​ຜີ­ຮ້າຍ​ສິງ​ຢູ່​ຫລາຍ​ຄົນ​ມາ​ຫາ​ພຣະ­ອົງ ພຣະ­ອົງ​ກໍ​ຊົງ​ຂັບ­ໄລ່​ຜີ­ຮ້າຍ​ເຫລົ່າ­ນັ້ນ​ອອກ​ດ້ວຍ​ຄຳ​ສັ່ງ​ຂອງ​ພຣະ­ອົງ ແລະ​ບັນ­ດາ​ຄົນ­ເຈັບ­ປ່ວຍ​ທັງ­ຫລາຍ​ນັ້ນ ພຣະ­ອົງ​ກໍ­ໄດ້​ຊົງ​ໂຜດ­ໃຫ້​ດີ.ບັດ​ພໍ​ຄ່ຳ​ລົງ ມີ­ຄົນ​ພາ​ຫລາຍ​ຄົນ­ທີ່​ມີ​ຜີ­ຮ້າຍ​ມາ​ຫາ​ພຣະ­ເຢ­ຊູ ແລ້ວ​ເພິ່ນ​ໄດ້​ຂັບ­ໄລ່​ຜີ​ອອກ​ດ້ວຍ​ຄຳ​ສັ່ງ​ຂອງ​ເພິ່ນ ກັບ​ໄດ້​ປົວ​ພວກ​ຄົນ​ເຈັບ­ປ່ວຍ​ເປັນ​ໄຂ້​ໃຫ້​ເຊົາ​ເປັນ​ດີWhen evening came, many who were demon-possessed were brought to Jesus, and He drove out the spirits with a word and healed all the sick.
17 ทั้งนี้เพื่อสิให้เป็นไปตามถ้อยคำของอิสยาห์ ผู้เป็นปากเป็นเสียงของพระเจ้าที่ทำนายไว้ว่า 'เพิ่นผู้ฮั้นได้แบกเอาความเจ็บไข้ของพวกเฮาทั้งหลาย กับได้หอบโรคภัยไข้เจ็บของเฮาไป'ທັງ​ນີ້​ເພື່ອ­ຈະ​ໃຫ້​ສຳ­ເລັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ເອ­ຊາ­ຢາ​ຜູ້­ປະ­ກາດ­ພຣະ­ທຳ​ວ່າ, “ທ່ານ​ໄດ້​ແບກ​ຄວາມ­ເຈັບ​ໄຂ້​ຂອງ​ພວກ­ເຮົາ ແລະ​ຫອບ​ເອົາ​ພະ­ຍາດ​ຂອງ​ເຮົາ​ໄປ.”ທັງ​ນີ້​ເພື່ອ­ຊິ​ໃຫ້­ເປັນ​ໄປ​ຕາມ​ຖ້ອຍ­ຄຳ​ຂອງ​ເອ­ຊາ­ຢາ ຜູ້­ເປັນ­ປາກ­ເປັນ­ສຽງ​ຂອງ​ພຣະ­ເຈົ້າ​ທີ່​ທຳ­ນາຍ​ໄວ້​ວ່າ “ເພິ່ນ​ຜູ້­ນັ້ນ​ໄດ້​ແບກ​ເອົາ​ຄວາມ­ເຈັບ​ໄຂ້​ຂອງ​ພວກ​ເຮົາ​ທັງ­ຫລາຍ ກັບ​ໄດ້​ຫອບ​ໂລກ­ໄພ­ໄຂ້­ເຈັບ​ຂອງ​ເຮົາ​ໄປ”This was to fulfill what was spoken through the prophet Isaiah: “He took on our infirmities, and carried our diseases.”
ຜູ້​ທີ່​ສະ­ໝັກ​ຈະ​ຕາມ​ພຣະ­ເຢ­ຊູ
(ລກ. 9:47-62)
18 บัดพระเยซูเหลียวเบิ่งเห็นผู้คนหลวงหลายอยู่ฮั้น ซึ่งได้มาฮ้อมล้อมเพิ่นไว้ เพิ่นจั่งสั่งให้ข้ามน้ำไปฝั่งพู้นຄັນ​ພຣະ­ເຢ­ຊູ​ຊົງ​ເຫັນ​ປະ­ຊາ­ຊົນ​ຫລວງ­ຫລາຍ​ຢູ່​ຮ່ວມ​ຕົນ ກໍ­ໄດ້​ຊົງ​ສັ່ງ​ໃຫ້​ຂ້າມ​ໄປ​ຟາກ​ນັ້ນ.ບັດ​ພຣະ­ເຢ­ຊູ​ຫລຽວ​ເບິ່ງ​ເຫັນ​ຜູ້​ຄົນ​ຫລວງ­ຫລາຍ​ຢູ່­ຫັ້ນ ຊຶ່ງ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ເພິ່ນ​ຈັ່ງ​ສັ່ງ​ໃຫ້​ຂ້າມ​ນ້ຳ​ໄປ​ຝັ່ງ​ພູ້ນWhen Jesus saw a large crowd around Him, He gave orders to cross to the other side of the sea.
19 แล้วยามฮั้น มีเสมียนฯ คนหนึ่งได้มาหาพระเยซู แล้วจั่งเว้าว่า "อาจารย์เจ้าข้า อาจารย์ไปทางใด ผู้ข้ากะสิติดตามอาจารย์ไปทางฮั้นนำ"ມີ​ນັກ­ທຳ​ຜູ້​ໜຶ່ງ​ມາ​ຫາ​ພຣະ­ອົງ​ທູນ​ວ່າ, “ອາ­ຈານ­ເອີຍ, ທ່ານ​ຈະ​ໄປ​ທີ່​ໃດ​ຂ້າ­ນ້ອຍ​ຈະ​ຕິດ­ຕາມ​ທ່ານ​ໄປ​ທີ່​ນັ້ນ.”ແລ້ວ​ຍາມ​ນັ້ນ ມີ​ນັກ­ທຳ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ພຣະ­ເຢ­ຊູ ແລ້ວ​ຈັ່ງ​ເວົ້າ​ວ່າ “ອາ­ຈານ​ເຈົ້າ­ຂ້າ ອາ­ຈານ​ໄປ​ທາງ​ໃດ ຜູ້­ຂ້າ​ກໍ​ຊິ​ຕິດ​ຕາມ​ອາ­ຈານ​ໄປ​ທາງ​ນັ້ນ​ນຳ”And one of the scribes came to Him and said, “Teacher, I will follow You wherever You go.”
20 แล้วพระเยซูจั่งเว้ากับเขาว่า "หมาจิ้งจอกยังมีโพรงมีฮู กับนกในอากาศยังมีฮัง แต่เฮาผู้เป็นบุตรมนุษย์บ่มีหม่องที่สิวางหัวเลย"ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ໝາ​ຈິກ­ຈອກ​ກໍ​ມີ​ຮູ ແລະ​ນົກ​ປ່າ​ກໍ​ຍັງ­ມີ​ຮັງ ແຕ່​ບຸດ​ມະ­ນຸດ​ບໍ່­ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”ແລ້ວ​ພຣະ­ເຢ­ຊູ​ຈັ່ງ​ເວົ້າ​ກັບ​ເຂົາ​ວ່າ “ໝາ­ຈິ້ງ­ຈອກ​ຍັງ­ມີ​ຖ້ຳ​ມີ​ຮູ ກັບ​ນົກ​ໃນ​ອາ­ກາດ​ຍັງ­ມີ​ຮັງ ແຕ່​ເຮົາ​ຜູ້​ເປັນ​ບຸດ​ມະ­ນຸດ​ບໍ່​ມີ​ໝ້ອງ​ທີ່​ຊິ​ວາງ​ຫົວ​ເລີຍ”Jesus replied, “Foxes have dens, and birds of the air have nests, but the Son of Man has no place to lay His head.”
21 แล้วคนหนึ่งในพวกลูกศิษย์ของพระเยซู เว้ากับเพิ่นว่า "ท่านเจ้าข้า ขออนุญาตไปฝังศพพ่อผู้ข้าก่อนแหน่"ອີກ​ຜູ້​ໜຶ່ງ​ໃນ​ພວກ​ສິດ​ຂອງ​ພຣະ­ອົງ​ມາ​ທູນ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ອະ­ນຸ­ຍາດ​ໃຫ້​ຂ້າ­ນ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້າ­ນ້ອຍ​ເສຍ­ກ່ອນ.”ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ລູກ­ສິດ​ຂອງ​ພຣະ­ເຢ­ຊູ ເວົ້າ​ກັບ​ເພິ່ນ​ວ່າ “ທ່ານ­ເຈົ້າ­ຂ້າ ຂໍ​ອະ­ນຸ­ຍາດ​ໄປ​ຝັງ​ສົບ​ພໍ່​ຜູ້­ຂ້າ​ກ່ອນ​ແໜ່”Another of His disciples requested, “Lord, first let me go and bury my father.”
22 แต่พระเยซูบอกเขาว่า "ให้ตามเฮามาเด้อ แล้วปล่อยให้พวกคนอยู่ในสภาพตายฝังคนตายของเขาเองซะเด้อ"ແຕ່​ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຕິດ­ຕາມ​ເຮົາ​ມາ​ເສຍ ແລະ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ.”ແຕ່​ພຣະ­ເຢ­ຊູ​ບອກ​ເຂົາ​ວ່າ “ໃຫ້​ຕາມ​ເຮົາ​ມາ​ເດີ້ ແລ້ວ​ປ່ອຍ​ໃຫ້​ພວກ​ຄົນ​ຢູ່­ໃນ​ສະ­ພາບ​ຕາຍ​ຝັງ​ຄົນ​ຕາຍ​ຂອງ​ເຂົາ​ເອງ​ຊະ​ເດີ້”But Jesus told him, “Follow Me, and let the dead bury their own dead.”
ຊົງ​ຫ້າມ​ລົມ​ແລະ​ທະ­ເລ
(ມຣກ. 4:35; ລກ. 8:22-25)
23 แล้วพอพระเยซูสิลงเฮือแล้ว พวกลูกศิษย์ของเพิ่นกะได้ลงเฮือตามเพิ่นไปເມື່ອ​ພຣະ­ອົງ​ສະ­ເດັດ​ລົງ​ເຮືອ ພວກ​ສິດ​ຂອງ​ພຣະ­ອົງ​ກໍ​ຕິດ­ຕາມ​ພຣະ­ອົງ​ໄປ.ແລ້ວ​ພໍ​ພຣະ­ເຢ­ຊູ​ຊິ​ລົງ​ເຮືອ​ແລ້ວ ພວກ​ລູກ­ສິດ​ຂອງ​ເພິ່ນ​ກໍ­ໄດ້​ລົງ​ເຮືອ​ຕາມ​ເພິ່ນ​ໄປWhen He got into the boat, His disciples followed Him.
24 แล้วนี่แน่ะ เกิดมีพายุใหญ่ขึ้นมาในทะเลจนคลื่นซัดท่วมเฮือ แต่พระเยซูกะนอนหลับอย่างแจบใจอยู่ในท้องเฮือແລະ​ເບິ່ງ​ແມ, ບັງ­ເກີດ​ມີ​ການ­ເຄື່ອນ­ໄຫວ​ອັນ​ໃຫຍ່​ທີ່​ທະ­ເລ​ຈົນ​ຟອງ­ນ້ຳ​ກຳ­ລັງ​ຊັດ​ຖ້ວມ​ເຮືອ ແຕ່​ພຣະ­ອົງ​ຊົງ​ບັນ­ທົມ​ຫລັບ​ຢູ່.ແລ້ວ​ນີ້­ແຫລະ ເກີດ​ມີ​ພາ­ຍຸ​ໃຫຍ່​ຂຶ້ນ​ມາ​ໃນ​ທະ­ເລ​ຈົນ​ຄື້ນ​ຊັດ​ທ່ວມ​ເຮືອ ແຕ່​ພຣະ­ເຢ­ຊູ​ກໍ​ນອນ­ຫລັບ​ຢ່າງ­ແຈບ­ໃຈ​ຢູ່ໃນ​ທ້ອງ​ເຮືອSuddenly a violent storm came up on the sea, so that the boat was engulfed by the waves; but Jesus was sleeping.
25 แล้วพวกลูกศิษย์ของเพิ่นได้มาปลุกเพิ่น เว้าว่า "ท่านเจ้าข้า ขอซ่อยพวกผู้ข้าแหน่ท้อน พวกผู้ข้าพวมสิพินาศอยู่แล้ว"ພວກ​ສິດ​ໄດ້​ມາ​ປຸກ​ພຣະ­ອົງ​ທູນ​ວ່າ, “ນາຍ​ເອີຍ, ຂໍ​ຈົ່ງ​ຊ່ອຍ​ທ້ອນ ພວກ​ຂ້າ­ນ້ອຍ​ກຳ­ລັງ​ຈະ​ຈິບ­ຫາຍ​ຢູ່​ແລ້ວ.”ແລ້ວ​ພວກ​ລູກ­ສິດ​ຂອງ​ເພິ່ນ​ໄດ້​ມາ​ປຸກ​ເພິ່ນ ເວົ້າ​ວ່າ “ທ່ານ­ເຈົ້າ­ຂ້າ ຂໍ​ຊ່ອຍ​ພວກ​ຜູ້­ຂ້າ​ແໜ່​ທ້ອນ ພວກ​ຜູ້­ຂ້າ​ພວມ​ຊິ​ພິ­ນາດ​ຢູ່​ແລ້ວ”The disciples went and woke Him, saying, “Lord, save us! We are perishing!”
26 พระเยซูจั่งเว้ากับพวกเขาว่า "เป็นหยังพวกเจ้าจั่งหย้าน โอ้ เจ้าผู้มีความเซื่อน้อยแท้" เว้าแล้วเพิ่นได้ลุกขึ้นห้ามลมกับน้ำทะเล คลื่นกับลมกะมิดโลด เงียบไปฮอดทั่วทะเลພຣະ­ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ໂອ ຄົນ​ມີ​ຄວາມ­ເຊື່ອ​ນ້ອຍ​ເອີຍ, ເປັນ­ຫຍັງ​ພວກ​ເຈົ້າ​ຈິ່ງ​ຢ້ານ” ແລ້ວ​ພຣະ­ອົງ​ຊົງ​ລຸກ­ຂຶ້ນ​ຫ້າມ​ລົມ​ແລະ​ທະ­ເລ ລົມ​ກໍ​ເຊົາ​ແລະ​ຟອງ­ນ້ຳ​ກໍ​ສະ­ຫງົບ​ງຽບ​ທົ່ວ​ໄປ.ພຣະ­ເຢ­ຊູ​ຈັ່ງ​ເວົ້າ​ກັບ​ພວກ­ເຂົາ​ວ່າ “ເປັນ​ຫຍັງ​ພວກ​ເຈົ້າ​ຈັ່ງ​ຢ້ານ ໂອ້ ເຈົ້າ​ຜູ້​ມີ​ຄວາມ­ເຊື່ອ​ນ້ອຍ​ແທ້” ເວົ້າ​ແລ້ວ​ເພິ່ນ​ໄດ້​ລຸກ­ຂຶ້ນ​ຫ້າມ​ລົມ​ກັບ​ນ້ຳ​ທະ­ເລ ຄື້ນ​ກັບ​ລົມ​ກໍ​ມິດ​ໂລດ ງຽບ​ໄປ​ຮອດ​ທົ່ວ​ທະ­ເລ“You of little faith,” Jesus replied, “why are you so afraid?” Then He got up and rebuked the winds and the sea, and it was perfectly calm.
27 แล้วพวกลูกศิษย์กะแปลกใจเป็นตางึดเว้ากันว่า "คนผู้นี้เป็นคนแบบใดหนอ แม้นแต่ลมกับน้ำทะเลกะยังเซื่อฟังลาว"ຄົນ​ເຫລົ່າ­ນັ້ນ​ກໍ­ພາ­ກັນ​ອັດ­ສະ­ຈັນ​ໃຈ​ຈິ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ມາ​ຈາກ​ທີ່​ໃດ​ໜໍ ຈົນ­ວ່າ​ລົມ​ແລະ​ທະ­ເລ​ກໍ​ຍອມ​ຟັງ​ເພິ່ນ.”ແລ້ວ​ພວກ​ລູກ­ສິດ​ກໍ​ແປກ­ໃຈ​ເປັນ­ຕາ­ງຶດ​ເວົ້າ​ກັນ​ວ່າ “ຄົນ​ຜູ້​ນີ້​ເປັນ​ຄົນ​ແບບ​ໃດ​ໜໍ ແມ່ນ​ແຕ່​ລົມ​ກັບ​ນ້ຳ​ທະ­ເລ​ກໍ​ຍັງ​ເຊື່ອ​ຟັງ​ລາວ”The men were amazed and asked, “What kind of man is this? Even the winds and the sea obey Him!”
ຊົງ​ໂຜດ​ຊາວ​ຄາ­ດາ­ຣາ​ຜູ້​ມີ​ຜິ​ສິງ
(ມຣກ. 5:1-20; ລກ. 8:26-29)
28 แล้วบัดพระเยซูข้ามฟากไปเถิงแดนกาดาราแล้ว มีคนสองคนที่ถืกผีสิง ได้ออกจากหม่องอุโมงค์ฝังศพมาพ้อเพิ่น พวกเขากะโหดเหี้ยมขนาด จนบ่มีใผกล้าย่างผ่านไปทางฮั้นได้ເມື່ອ​ພຣະ­ອົງ​ສະ­ເດັດ​ຂ້າມ​ຟາກ​ໄປ​ເຖິງ​ເຂດ­ແດນ​ຊາວ​ຄາ­ດາ­ຣາ ມີ​ສອງ​ຄົນ­ທີ່​ມີ​ຜີ​ສິງ​ຢູ່​ອອກ­ຈາກ​ປ່າ­ຊ້າ​ມາ​ພົບ​ພຣະ­ອົງ ເຂົາ​ໂຫດ­ຮ້າຍ​ປານ​ນັ້ນ​ຈົນ​ບໍ່­ມີ​ຜູ້­ໃດ​ອາດ​ທຽວ​ທາງ​ນັ້ນ​ໄດ້.ແລ້ວ​ບັດ​ພຣະ­ເຢ­ຊູ​ຂ້າມ​ຟາກ​ໄປ​ເຖິງ​ແດນ​ກາ­ດາ­ຣາ​ແລ້ວ ມີ­ຄົນ​ສອງ​ຄົນ­ທີ່​ຖືກ​ຜີ­ຮ້າຍ ໄດ້​ອອກ­ຈາກ​ໝ້ອງ​ອຸບ­ໂມງ​ຝັງ​ສົບ​ມາ​ພໍ້​ເພິ່ນ ພວກ­ເຂົາ​ກໍ​ໂຫດ­ຫ້ຽມ​ຂະ­ໜາດ ຈົນ​ບໍ່​ມີ​ໃຜ​ກ້າ​ຍ່າງ​ຜ່ານ­ໄປ​ທາງ​ນັ້ນ​ໄດ້When Jesus arrived on the other side in the region of the Gadarenes, He was met by two demon-possessed men coming from the tombs. They were so violent that no one could pass that way.
29 แล้วนี่แน่ะ เขากะฮ้องขึ้นว่า "พระเยซูผู้เป็นพระบุตรของพระเจ้าเอ้ย พวกเฮามีอีหยังเกี่ยวข้องกับท่านแหน่ ท่านมานี้เพื่อสิทรมานพวกเฮาก่อนสิฮอดยามสั่นบ้อ"ເບິ່ງ​ແມ, ເຂົາ​ຮ້ອງ​ໃສ່​ພຣະ­ອົງ​ທູນ​ວ່າ, “ໂອ ບຸດ​ພຣະ­ເຈົ້າ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ­ກັບ​ເຮົາ​ດ້ວຍ​ເຫດ­ໃດ ຈະ​ມາ​ທໍ­ລະ­ມານ​ເຮົາ​ກ່ອນ​ເວ­ລາ​ກຳ­ນົດ​ຫລື.”ແລ້ວ​ນີ້­ແຫລະ ເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ “ພຣະ­ເຢ­ຊູ​ຜູ້​ເປັນ​ພຣະ­ບຸດ​ຂອງ​ພຣະ­ເຈົ້າ​ເອີຍ ພວກ​ເຮົາ​ມີ​ອີຫ­ຍັງ​ກ່ຽວ­ຂ້ອງ­ກັບ​ທ່ານ​ແໜ່ ທ່ານ​ມາ​ນີ້​ເພື່ອ­ຊິ​ທໍ­ລະ­ມານ​ພວກ​ເຮົາ​ກ່ອນ​ຊິ​ຮອດ​ຍາມ​ສັ່ນ​ບໍ້”“What do You want with us, Son of God?” they shouted. “Have You come here to torture us before the appointed time?”
30 แล้วมีหมูฝูงใหญ่พวมหากินอยู่ห่างๆ จากฮั้นออกไปໄກ​ຈາກ​ທີ່​ນັ້ນ​ມີ​ໝູ​ຝູງ​ໃຫຍ່​ກຳ­ລັງ​ຫາ​ກິນ​ຢູ່.ແລ້ວ​ມີ​ໝູ​ຝູງ​ໃຫຍ່​ພວມ​ຫາ​ກິນ​ຢູ່​ຫ່າງໆ ຈາກ­ຫັ້ນ​ອອກ​ໄປIn the distance a large herd of pigs was feeding.
31 ผีพวกฮั้นได้อ้อนวอนพระเยซูว่า "คั่นท่านขับพวกเฮาออก กะขออนุญาตให้เข้าสิงอยู่ในฝูงหมูฮั้นท้อน"ຜີ​ເຫລົ່າ­ນັ້ນ​ຈິ່ງ​ໄດ້​ທູນ​ຂໍ​ພຣະ­ອົງ​ວ່າ, “ຖ້າ​ທ່ານ​ຂັບ­ໄລ່​ພວກ­ເຮົາ​ອອກ ກໍ​ຂໍ​ໃຫ້​ພວກ­ເຮົາ​ເຂົ້າ­ໄປ​ສິງ​ຢູ່­ໃນ​ໝູ​ຝູງ​ນັ້ນ​ທ້ອນ.”ຜີ​ພວກ​ນັ້ນ​ໄດ້​ອ້ອນ­ວອນ​ພຣະ­ເຢ­ຊູ​ວ່າ “ຄັ່ນ​ທ່ານ​ຂັບ​ພວກ​ເຮົາ​ອອກ ກໍ​ຂໍ​ອະ­ນຸ­ຍາດ​ໃຫ້​ເຂົ້າ​ສິງ​ຢູ່­ໃນ​ຝູງ​ໝູ​ນັ້ນ​ທ້ອນ”So the demons begged Jesus, “If You drive us out, send us into the herd of pigs.”
32 พระเยซูจั่งเว้ากับผีพวกฮั้นว่า "ไปถะแม่ะ" ผีพวกฮั้นกะเลยออกไปเข้าสิงอยู่ในฝูงหมู แล้วนี่แน่ะ หมูทั้งฝูงฮั้นกะตื่นแล่นลงไปโดดหน้าผาซันๆ ลงน้ำทะเลจมน้ำตายเมิ้ดພຣະ­ອົງ​ຊົງ​ບອກ​ຜິ​ເຫລົ່າ­ນັ້ນ​ວ່າ, “ໄປ​ເສຍ” ຜີ​ເຫລົ່າ­ນັ້ນ​ກໍ​ອອກ​ໄປ​ເຂົ້າ​ສິງ​ຢູ່­ໃນ​ຝູງ​ໝູ ແລະ​ເບິ່ງ​ແມ, ໝູ​ທັງ​ຝູງ​ນັ້ນ​ໄດ້​ຟ້າວ​ແລ່ນ​ລົງ​ຈາກ​ຕາ​ຫລິ່ງ​ຊັນ​ໂຕນ​ໃສ່​ທະ­ເລ­ຕາຍ​ດິກ​ນ້ຳ​ໝົດ.ພຣະ­ເຢ­ຊູ​ຈັ່ງ​ເວົ້າ​ກັບ​ຜີ​ພວກ​ນັ້ນ​ວ່າ “ໄປ​ແມະ” ຜີ​ພວກ​ນັ້ນ​ກໍ​ເລີຍ​ອອກ​ໄປ​ເຂົ້າ​ສິງ​ຢູ່­ໃນ​ຝູງ​ໝູ ແລ້ວ​ນີ້­ແຫລະ ໝູ​ທັງ​ຝູງ​ນັ້ນ​ກໍ​ຕື່ນ​ແລ່ນ​ລົງ​ໄປ​ໂດດ​ໜ້າ​ຜາ​ຊັນໆ ລົງ​ນ້ຳ​ທະ­ເລ​ຈົມ​ນ້ຳ​ຕາຍ​ໝົດ“Go!” He told them. So they came out and went into the pigs, and the whole herd rushed down the steep bank into the sea and perished in the waters.
33 แล้วฝ่ายพวกคนเลี้ยงหมูกะแล่นหนีเข้าไปในนคร แล้วได้บอกเถิงเหตุการณ์ที่เป็นไปฮั้น กับแนวที่เกิดขึ้นกับคนที่เคยมีผีเข้าสิงอยู่ฮั้นຝ່າຍ​ຄົນ​ລ້ຽງ​ໝູ​ກໍ­ພາ­ກັນ​ປົບ​ໜີ​ເຂົ້າ­ໄປ​ໃນ​ເມືອງ ເລົ່າ​ບັນ­ດາ​ການ​ຊຶ່ງ​ເປັນ​ໄປ­ນັ້ນ​ກັບ​ເຫດ​ທີ່​ເກີດ​ຂຶ້ນ​ແກ່​ຄົນ­ທີ່​ມີ​ຜີ​ສິງ​ຢູ່.ແລ້ວ​ຝ່າຍ​ພວກ​ຄົນ​ລ້ຽງ​ໝູ​ກໍ​ແລ່ນ​ໜີ​ເຂົ້າ­ໄປ​ໃນ​ນະ­ຄອນ ແລ້ວ​ໄດ້​ບອກ​ເຖິງ​ເຫດ­ການ​ທີ່​ເປັນ​ໄປ­ຫັ້ນ ກັບ​ແນວ​ທີ່­ເກິດ­ຂື້ນ​ກັບ​ຄົນ­ທີ່​ເຄີຍ​ມີ​ຜີ​ເຂົ້າ​ສິງ​ຢູ່­ຫັ້ນThose tending the pigs ran off into the town and reported all this, including the account of the demon-possessed men.
34 แล้วนี่แน่ะ คนทั้งเมิ้ดในนครฮั้นได้พากันออกมาพ้อพระเยซู บัดพ้อเพิ่นแล้ว เขาจั่งอ้อนวอนขอให้เพิ่นออกจากเขตแดนของเขาไปซะແລະ​ເບິ່ງ​ແມ, ຄົນ​ທັງ​ເມືອງ​ກໍ­ພາ­ກັນ​ອອກ​ມາ​ຫາ​ພຣະ­ເຢ­ຊູ ເມື່ອ​ພົບ​ພຣະ­ອົງ​ແລ້ວ​ເຂົາ​ຈິ່ງ​ອ້ອນ­ວອນ​ທູນ​ຂໍ​ໃຫ້​ພຣະ­ອົງ​ອອກ​ໄປ​ເສຍ​ຈາກ​ເຂດ­ແດນ​ຂອງ​ເຂົາ.ແລ້ວ​ນີ້­ແຫລະ ຄົນ​ທັງ­ໝົດ​ໃນ​ນະ­ຄອນ​ນັ້ນ​ໄດ້​ພາ­ກັນ​ອອກ​ມາ​ພໍ້​ພຣະ­ເຢ­ຊູ ບັດ​ພໍ້​ເພິ່ນ​ແລ້ວ ເຂົາ​ຈັ່ງ​ອ້ອນ­ວອນ​ຂໍ​ໃຫ້​ເພິ່ນ​ອອກ­ຈາກ​ເຂດ­ແດນ​ຂອງ​ເຂົາ​ໄປ​ຊະThen the whole town went out to meet Jesus. And when they saw Him, they begged Him to leave their region.