| | ບົດທີ 7 | ມັດທາຍ ບົດທີ 7 | Matthew 7 |
| | ເລື່ອງການກ່າວໂທດຜູ້ອື່ນ | | |
| | (ລກ. 6:37-38, 41-42) | | |
1 | "พวกเจ้าอย่าตัดสินประเมินค่าผู้อื่นเด้อ เพื่อพวกเจ้าสิบ่ถืกการตัดสินประเมินค่านำ | “ຢ່າກ່າວໂທດໃສ່ເຂົາເພື່ອພຣະເຈົ້າຈະບໍ່ຊົງກ່າວໂທດໃສ່ທ່ານ. | “ພວກເຈົ້າຢ່າຕັດສິນປະມານຄ່າຜູ້ອື່ນເດີ້ ເພື່ອພວກເຈົ້າຊິບໍ່ຖືກການຕັດສິນປະມານຄ່ານຳ | Do not judge, or you will be judged. |
2 | ย้อนว่าเจ้าตัดสินประเมินค่าผู้อื่นจั่งใด เจ้ากะสิถืกการตัดสินประเมินค่าจั่งซั้นคือกัน กับเจ้าสิตวงอิหยังให้เขาแบบใด เจ้ากะสิได้ฮับการตวงแบบเดียวกันฮั้นคืนมา | ເພາະວ່າທ່ານຈະກ່າວໂທດໃສ່ເຂົາຢ່າງໃດ ພຣະເຈົ້າຈະຊົງກ່າວໂທດໃສ່ທ່ານຢ່າງນັ້ນ ພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ. | ຍ້ອນວ່າເຈົ້າຕັດສິນປະມານຄ່າຜູ້ອື່ນຈັ່ງໃດ ເຈົ້າກໍຊິຖືກການຕັດສິນປະມານຄ່າຈັ່ງຊັ້ນຄືກັນ ກັບເຈົ້າຊິຕວງອິຫຍັງໃຫ້ເຂົາແບບໃດ ເຈົ້າກໍຊິໄດ້ຮັບການຕວງແບບດຽວກັນນັ້ນຄືນມາ | For with the same judgment you pronounce, you will be judged; and with the measure you use, it will be measured to you. |
3 | แล้วเป็นหยังพวกเจ้าจั่งจ้องเบิ่งผงฝุ่นที่อยู่ในตาพี่น้องของเจ้า แต่บ่พิจารณาเถิงท่อนไม้บักใหญ่ในตาของโตเอง | ເປັນຫຍັງທ່ານຈິ່ງຫລຽວເຫັນຂີ້ເຫຍື້ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນທ່ານບໍ່ຮູ້ສຶກ. | ແລ້ວເປັນຫຍັງພວກເຈົ້າຈັ່ງຈ້ອງເບິ່ງຜົງຝຸ່ນທີ່ຢູ່ໃນຕາພີ່ນ້ອງຂອງເຈົ້າ ແຕ່ບໍ່ພິຈາລະນາເຖິງທ່ອນໄມ້ບັກໃຫຍ່ໃນຕາຂອງໂຕເອງ | Why do you look at the speck in your brother’s eye, but fail to notice the beam in your own eye? |
4 | หรือ เป็นหยังเจ้าสิบอกพี่น้องของเจ้าว่า 'ให้เฮาซ่อยเอาออกผงฝุ่นฮั้นออกจากตาของเจ้า' แต่นี่แน่ะ คือบ่สนใจท่อนไม้อยู่ในตาของโตเอง | ຫລືເປັນສັນໃດທ່ານຈິ່ງກ່າວແກ່ພີ່ນ້ອງຂອງທ່ານວ່າ ‘ໃຫ້ຂ້ອຍເຂ່ຍຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ແຕ່ເບິ່ງແມ, ໄມ້ທັງທ່ອນມີຢູ່ໃນຕາຂອງທ່ານເອງ. | ຫລື ເປັນຫຍັງເຈົ້າຊິບອກພີ່ນ້ອງຂອງເຈົ້າວ່າ ‘ໃຫ້ເຮົາຊ່ອຍເອົາອອກຜົງຝຸ່ນນັ້ນອອກຈາກຕາຂອງເຈົ້າ’ ແຕ່ນີ້ແຫລະ ຄືບໍ່ສົນໃຈທ່ອນໄມ້ຢູ່ໃນຕາຂອງໂຕເອງ | How can you say to your brother, ‘Let me take the speck out of your eye,’ while there is still a beam in your own eye? |
5 | โอเจ้า ผู้หน้าซื่อใจคดเอ้ย ให้เอาท่อนไม้ออกจากตาของโตเองก่อน แล้วเจ้าสิเห็นได้ซัด สามารถสิซ่อยเอาออกผงฝุ่นเม็ดฮั้นออกจากตาพี่น้องของเจ้าได้ | ໂອ ຄົນໜ້າຊື່ໃຈຄົດເຮີຍ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງທ່ານກ່ອນແລ້ວທ່ານຈະເຫັນໄດ້ຄັກ ຈິ່ງຈະເຂ່ຍຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງຕົນໄດ້. | ໂອເຈົ້າ ຜູ້ໜ້າຊື່ໃຈຄົດເອີຍ ໃຫ້ເອົາທ່ອນໄມ້ອອກຈາກຕາຂອງໂຕເອງກ່ອນ ແລ້ວເຈົ້າຊິເຫັນໄດ້ຊັດ ສາມາດຊິຊ່ອຍເອົາອອກຜົງຝຸ່ນເມັດນັ້ນອອກຈາກຕາພີ່ນ້ອງຂອງເຈົ້າໄດ້ | You hypocrite! First take the beam out of your own eye, and then you will see clearly to remove the speck from your brother’s eye. |
6 | อย่าเอาแนวที่บริสุทธิ์โยนให้หมา กับอย่าโยนไข่มุกของเจ้าให้หมู หย้านว่ามันสิเหยียบย่ำไปย่ำมา แล้วสิหันหลบมากัดโตเจ้านำ | “ຢ່າເອົາຂອງປະເສີດໃຫ້ແກ່ໝາ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢ່ຳເສຍແລະຈະຕ່າວມາຂົບຈີກທ່ານດ້ວຍ. | ຢ່າເອົາແນວທີ່ບໍລິສຸດໂຍນໃຫ້ໝາ ກັບຢ່າໂຍນໄຂ່ມຸກຂອງເຈົ້າໃຫ້ໝູ ຢ້ານວ່າມັນຊິຢຽບຢ່ຳໄປຢ່ຳມາ ແລ້ວຊິຫັນຫລົບມາກັດໂຕເຈົ້ານຳ | Do not give dogs what is holy; do not throw your pearls before swine. If you do, they may trample them under their feet, and then turn and tear you to pieces. |
| | ເລື່ອງການຂໍ, ການຊອກ, ແລະການເຄາະ | | |
| | (ລກ. 11:9-13; 6:31) | | |
7 | ให้ขอแล้วสิได้ ให้ซอกหาแล้วสิพ้อ ให้เคาะแล้วสิได้เปิดให้เจ้า | “ຈົ່ງໝັ່ນຂໍແລ້ວຈະຊົງປະທານໃຫ້ ຈົ່ງໝັ່ນຊອກແລ້ວຈະພົບ ຈົ່ງໝັ້ນເຄາະແລ້ວຈະຊົງໄຂໃຫ້. | ໃຫ້ຂໍແລ້ວຊິໄດ້ ໃຫ້ຊອກຫາແລ້ວຊິພໍ້ ໃຫ້ເຄາະແລ້ວຊິໄດ້ເປີດໃຫ້ເຈົ້າ | Ask and it will be given to you; seek and you will find; knock and the door will be opened to you. |
8 | ย้อนว่าคู่คนที่ขอกะสิได้ฮับ คนที่ซอกหากะสิได้พ้อ กับคนที่เคาะกะสิเปิดให้เขา | ເພາະວ່າທຸກຄົນທີ່ໝັ່ນຂໍກໍໄດ້ຮັບ ທຸກຄົນທີ່ໝັ່ນຊອກກໍພົບ ທຸກຄົນທີ່ໝັ່ນເຄາະກໍຊົງໄຂໃຫ້. | ຍ້ອນວ່າຄູ່ຄົນທີ່ຂໍກໍຊິໄດ້ຮັບ ຄົນທີ່ຊອກຫາກໍຊິໄດ້ຮັບ ກັບຄົນທີ່ເຄາະກໍຊິເປີດໃຫ້ເຂົາ | For everyone who asks receives; he who seeks finds; and to him who knocks, the door will be opened. |
9 | ในพวกเจ้ามีใผแหน่ที่สิเอาก้อนหินให้ลูก บัดเขาขอขนมปัง | ໃນພວກທ່ານມີຜູ້ໃດແດ່ ຖ້າລູກຂໍເຂົ້າປັ້ນໜຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້. | ໃນພວກເຈົ້າມີໃຜແໜ່ທີ່ຊິເອົາກ້ອນຫີນໃຫ້ລູກ ບັດເຂົາຂໍເຂົ້າຈີ່ | Which of you, if his son asks for bread, will give him a stone? |
10 | หรือ เอางูให้ บัดลูกขอปลา | ຫລືຖ້າລູກຂໍປາຈະບໍ່ໄດ້ເອົາງູໃຫ້ຕີ້. | ຫລື ເອົາງູໃຫ້ ບັດລູກຂໍປາ | Or if he asks for a fish, will give him a snake? |
11 | คั่นพวกเจ้าผู้เป็นคนชาติซั่ว กะยังฮู้จักที่สิให้แนวดีให้ลูกๆ ของโตเอง แฮงหลายกว่าฮั้น พระเจ้าผู้เป็นพ่อของพวกเจ้า ผู้เพิ่นสถิตในสวรรค์ สิมอบของดีให้กับผู้ที่ขอจากเพิ่นหลายส่ำใด | ເຫດສັນນັ້ນ ຖ້າພວກທ່ານຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ ຈະຊົງປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ. | ຄັ່ນພວກເຈົ້າຜູ້ເປັນຄົນຊາດຊົ່ວ ກໍຍັງຮູ້ຈັກທີ່ຊິໃຫ້ແນວດີໃຫ້ລູກໆ ຂອງໂຕເອງ ແຮງຫລາຍກວ່ານັ້ນ ພຣະເຈົ້າຜູ້ເປັນພໍ່ຂອງພວກເຈົ້າ ຜູ້ເພິ່ນສະຖິດໃນສະຫວັນ ຊິມອບຂອງດີໃຫ້ກັບຜູ້ທີ່ຂໍຈາກເພິ່ນຫລາຍສ່ຳໃດ | So if you who are evil know how to give good gifts to your children, how much more will your Father in heaven give good things to those who ask Him! |
12 | จั่งซั้น สิ่งเมิ้ดคู่อันคู่แนวที่เจ้าอยากให้ผู้คนเฮ็ดให้เจ้า กะให้เฮ็ดจั่งซั้นให้เขาก่อน ย้อนว่าอันนี่คือกฎบัญญัติกับคำของผู้เป็นปากเป็นเสียงของพระเจ้า | ດັ່ງນັ້ນສິ່ງໃດໆ ທີ່ທ່ານປາດຖະໜາໃຫ້ເຂົາເຮັດແກ່ທ່ານ ທ່ານຈົ່ງເຮັດກັບເຂົາທຸກປະການເໝືອນກັນ ເພາະອັນນັ້ນຄືພຣະບັນຍັດແລະຄຳສັ່ງສອນຂອງບັນດາຜູ້ປະກາດພຣະທຳ. | ຈັ່ງຊັ້ນ ສິ່ງໝົດຄູ່ອັນຄູ່ແນວທີ່ເຈົ້າຢາກໃຫ້ຜູ້ຄົນເຮັດໃຫ້ເຈົ້າ ກໍໃຫ້ເຮັດຈັ່ງຊັ້ນໃຫ້ເຂົາກ່ອນ ຍ້ອນວ່າອັນນີ້ຄືກົດບັນຍັດກັບຄຳຂອງຜູ້ເປັນປາກເປັນສຽງຂອງພຣະເຈົ້າ | In everything, then, do to others as you would have them do to you. For this is the essence of the Law and the prophets. |
| | ເລື່ອງປະຕູຄັບແຄບ | | |
| | (ລກ. 13:24) | | |
13 | ให้เข้าไปทางประตูแคบ ย้อนว่าประตูใหญ่กับทางกว้างฮั้นนำไปเถิงความพินาศ แล้วคนที่เข้าไปทางฮั้นมีหลาย | “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະວ່າປະຕູກໍກວ້າງແລະທາງກໍກວ້າງຂວາງທີ່ນຳໄປເຖິງຄວາມຈິບຫາຍນັ້ນ ມີຫລາຍຄົນເຂົ້າໄປຕາມທາງນັ້ນ. | ໃຫ້ເຂົ້າໄປທາງປະຕູແຄບ ຍ້ອນວ່າປະຕູໃຫຍ່ກັບທາງກວ້າງນັ້ນນຳໄປເຖິງຄວາມພິນາດ ແລ້ວຄົນທີ່ເຂົ້າໄປທາງນັ້ນມີຫລາຍ | Enter through the narrow gate. For wide is the gate and broad is the way that leads to destruction, and many enter through it. |
14 | ย้อนว่าประตูซึ่งนำไปเถิงซีวิตฮั้นกะคับกับทางกะแคบ ผู้ที่หาพ้อกะมีน้อย | ເພາະວ່າປະຕູທີ່ນຳໄປສູ່ຊີວິດກໍຄັບແລະທາງກໍແຄບ ບໍ່ມີຫລາຍຄົນພົບທາງນັ້ນ. | ຍ້ອນວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບກັບທາງກໍແຄບ ຜູ້ທີ່ຫາພໍ້ກໍມີນ້ອຍ | But small is the gate and narrow the way that leads to life, and only a few find it. |
| | ເລື່ອງຮູ້ເຫດໄດ້ດ້ວຍຜົນ | | |
| | (ລກ. 6:43-44) | | |
15 | ให้ระวังผู้เป็นปากเป็นเสียงเท็จเด้อ ผู้ที่มาหาเจ้าปลอมโตว่าเป็นโตแกะ แต่ส่วนใจของเขาโหดเหี้ยมคือปานหมาป่า | “ພວກທ່ານຈົ່ງລະວັງຜູ້ປະກາດພຣະທຳບໍ່ຈິງ ທີ່ປອມຕົວຄືແກະມາຫາທ່ານ ແຕ່ພາຍໃນເຂົາເປັນໝາໄນຕົວຮ້າຍ. | ໃຫ້ລະວັງຜູ້ພະຍາກອນບໍ່ຈິງເດີ້ ຜູ້ທີ່ມາຫາເຈົ້າປອມໂຕວ່າເປັນໂຕແກະ ແຕ່ສ່ວນໃຈຂອງເຂົາໂຫດຫ້ຽມຄືໝາປ່າ | Beware of false prophets. They come to you in sheep’s clothing, but inwardly they are ravenous wolves. |
16 | เจ้าสิสามารถฮู้จักเขา อ่านออกได้ด้วยผลงานของเขาโลด คือเป็นไปได้บ้อที่คนสิเด็ดเอาหมากองุ่นจากเครือหนาม หรือว่าบิดหมากเดื่อจากกกหนาม | ທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ ເຂົາເຄີຍເກັບໝາກອະງຸ່ນຈາກເຄືອມີໜາມຫລື ແລະເຂົາເຄີຍເກັບໝາກເດື່ອເທດຈາກຕົ້ນມີໜາມຫລື. | ເຈົ້າຊິສາມາດຮູ້ຈັກເຂົາ ອ່ານອອກໄດ້ດ້ວຍຜົນງານຂອງເຂົາໂລດ ຄືເປັນໄປໄດ້ບໍ້ທີ່ຄົນຊິເດັດເອົາໝາກອະງຸ່ນຈາກເຄືອໜາມ ຫລືວ່າບິດໝາກເດື່ອຈາກກົກໜາມ | By their fruit you will recognize them. Are grapes gathered from thornbushes, or figs from thistles? |
17 | จั่งใดกะตาม กกไม้ดีคู่กกมักสิออกหมากออกผลแนวดี แต่กกไม้บ่ดีมักสิออกหมากออกผลแนวบ่ดี | ດັ່ງນັ້ນໄມ້ດີທຸກຕົ້ນຍ່ອມເກີດຜົນດີ ແຕ່ຕົ້ນໄມ້ບໍ່ດີກໍເກີດຜົນບໍ່ດີ. | ຈັ່ງໃດກໍຕາມ ກົກໄມ້ດີຄູ່ກົກມັກຊິອອກໝາກອອກຜົນແນວດີ ແຕ່ກົກໄມ້ບໍ່ດີມັກຊິອອກໝາກອອກຜົນແນວບໍ່ດີ | Likewise, every good tree bears good fruit, but a bad tree bears bad fruit. |
18 | คือว่า กกไม้อันดีสิเกิดผลแนวบ่ดีกะเป็นไปบ่ได้ หรือกกไม้อันบ่ดีสิเกิดผลแนวดีกะเป็นไปบ่ได้คือกัน | ຕົ້ນໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫລືຕົ້ນໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້. | ຄືວ່າ ກົກໄມ້ອັນດີຊິເກີດຜົນແນວບໍ່ດີກໍເປັນໄປບໍ່ໄດ້ ຫລືກົກໄມ້ອັນບໍ່ດີຊິເກີດຜົນແນວດີກໍເປັນໄປບໍ່ໄດ້ຄືກັນ | A good tree cannot bear bad fruit, and a bad tree cannot bear good fruit. |
19 | กกไม้คู่กกซึ่งบ่เกิดผลดีสิต้องถืกบักลง แล้วกะโยนถิ้มใส่ไฟ | ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຕ້ອງຖືກປ້ຳຖິ້ມໃສ່ໄຟເສຍ. | ກົກໄມ້ຄູ່ກົກຊຶ່ງບໍ່ເກີດຜົນດີຊິຕ້ອງຖືກບັກລົງ ແລ້ວກໍໂຍນຖິ້ມໃສ່ໄຟ | Every tree that does not bear good fruit is cut down and thrown into the fire. |
20 | จั่งซั้น เจ้าสิฮู้จักพวกเขาที่เว้ามาหนิ ได้กะย้อนผลงานของเขา | ເຫດສັນນັ້ນພວກທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ. | ຈັ່ງຊັ້ນ ເຈົ້າຊິຮູ້ຈັກພວກເຂົາທີ່ເວົ້າມານີ້ ໄດ້ກໍຍ້ອນຜົນງານຂອງເຂົາ | So then, by their fruit you will recognize them. |
| | ເລື່ອງການຊົງປະຕິເສດ | | |
| | (ລກ. 13:25-27) | | |
21 | บ่แม่นคู่คนที่ฮ้องต่อเฮาว่า "ท่านเจ้าข้า ท่านเจ้าข้า" สิได้เข้าในแผ่นดินสวรรค์ มีแต่ผู้ที่เฮ็ดตามจุดประสงค์ของพระเจ้าผู้เป็นพ่อของเฮา ผู้เพิ่นสถิตในสวรรค์จั่งสิเข้าได้ | “ບໍ່ແມ່ນໝົດທຸກຄົນທີ່ກ່າວແກ່ເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ’ ຈະເຂົ້າໃນແຜ່ນດິນສະຫວັນ ເຂົ້າໄດ້ແຕ່ຜູ້ທີ່ເຮັດຕາມນ້ຳພຣະໄທພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. | ບໍ່ແມ່ນຄູ່ຄົນທີ່ຮ້ອງຕໍ່ເຮົາວ່າ ‘ທ່ານເຈົ້າຂ້າ ທ່ານເຈົ້າຂ້າ’ ຊິໄດ້ເຂົ້າໃນລາຊະອານາຈັກສະຫວັນ ມີແຕ່ຜູ້ທີ່ເຮັດຕາມຈຸດປະສົງຂອງພຣະເຈົ້າຜູ້ເປັນພໍ່ຂອງເຮົາ ຜູ້ເພິ່ນສະຖິດໃນສະຫວັນຈັ່ງຊິເຂົ້າໄດ້ | Not everyone who says to Me, ‘Lord, Lord,’ will enter the kingdom of heaven, but only he who does the will of My Father in heaven. |
22 | คือบัดพอฮอดมื้อฮั้น สิมีคนหลายขนาดฮ้องต่อเฮาว่า "ท่านเจ้าข้า ท่านเจ้าข้า ผู้ข้าได้ทำนายในพระนามของท่าน กับได้ขับไล่ผีออกในพระนามของท่าน กับได้เฮ็ดการแนวเป็นตางึดหลายขนาดในพระนามของท่านบ่แม่นบ้อ" | ເມື່ອເຖິງວັນນັ້ນຈະມີຫລາຍຄົນຮ້ອງໃສ່ເຮົາວ່າ ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້າພຣະອົງໄດ້ປະກາດພຣະທຳໃນພຣະນາມຂອງພຣະອົງ ໄດ້ຂັບໄລ່ຜີອອກໃນພຣະນາມຂອງພຣະອົງ ແລະໄດ້ເຮັດການອິດທິລິດຫລາຍປະການໃນພຣະນາມຂອງພຣະອົງບໍ່ແມ່ນຫລື’. | ຄືບັດພໍຮອດມື້ນັ້ນ ຊິມີຄົນຫລາຍຂະໜາດຮ້ອງຕໍ່ເຮົາວ່າ ‘ທ່ານເຈົ້າຂ້າ ທ່ານເຈົ້າຂ້າ ຜູ້ຂ້າໄດ້ທຳນາຍໃນພຣະນາມຂອງທ່ານ ກັບໄດ້ຂັບໄລ່ຜີອອກໃນພຣະນາມຂອງທ່ານ ກັບໄດ້ເຮັດການແນວເປັນຕາງຶດຫລາຍຂະໜາດໃນພຣະນາມຂອງທ່ານບໍ່ແມ່ນບໍ້’ | Many will say to Me on that day, ‘Lord, Lord, did we not prophesy in Your name, and in Your name drive out demons and perform many miracles?’ |
23 | ในยามฮั้นเฮาสิบอกพวกเขาโลด ว่า "เฮาบ่เคยฮู้จักเจ้าเลย เจ้าผู้เฮ็ดความซั่วช้าเลวทราม ให้ไปเสียให้พ้นจากหน้าเฮาเด้อ" | ເມື່ອນັ້ນເຮົາຈະໄດ້ປະກາດແກ່ເຂົາວ່າ ‘ເຮົາບໍ່ຮູ້ຈັກພວກເຈົ້າຈັກເທື່ອ ເຈົ້າຜູ້ເຮັດການຊົ່ວເຮີຍ, ຈົ່ງພ່າຍໜີໃຫ້ພົ້ນຈາກເຮົາເສຍ’. | ໃນຍາມນັ້ນເຮົາຊິບອກພວກເຂົາໂລດ ວ່າ ‘ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ ເຈົ້າຜູ້ເຮັດຄວາມຊົ່ວຊ້າເລວຊາມ ໃຫ້ໄປເສຍໃຫ້ພົ້ນຈາກໜ້າເຮົາເດີ້’ | Then I will tell them plainly, ‘I never knew you; depart from Me, you workers of lawlessness!’ |
| | ເລື່ອງຮາກຕຶກສອງຢ່າງ | | |
| | (ລກ. 6:47-49) | | |
24 | จั่งซั้นผู้ใดที่ได้ยินพวกถ้อยคำของเฮา แล้วได้เฮ็ดตาม ผู้ฮั้นคือเป็นคนมีสติปัญญาสร้างเฮือนของโตไว้เทิงศิลา | “ເຫດສັນນັ້ນທຸກຄົນທີ່ຟັງຄຳເຫລົ່ານີ້ຂອງເຮົາແລະປະຕິບັດຕາມ ຄົນນັ້ນກໍປຽບເໝືອນຄົນສະຫລາດທີ່ກໍ່ສ້າງຕຶກຂອງຕົນເທິງດານຫີນ. | ຈັ່ງຊັ້ນຜູ້ໃດທີ່ໄດ້ຍິນພວກຖ້ອຍຄຳຂອງເຮົາ ແລ້ວໄດ້ເຮັດຕາມ ຜູ້ນັ້ນຄືເປັນຄົນມີສະຕິປັນຍາສ້າງເຮືອນຂອງໂຕໄວ້ເທິງສິລາ | Therefore everyone who hears these words of Mine and acts on them is like a wise man who built his house on the rock. |
25 | พอฝนตกมาน้ำกะท่วม ลมกะพัดแฮงทั่งใส่เฮือน แต่เฮือนฮั้นบ่ได้พังลง ย้อนว่ามีศิลาเป็นฐานราก | ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ແຕ່ຕຶກນັ້ນກໍບໍ່ພັງເພລົງ ເພາະຮາກມັນຕັ້ງຢູ່ເທິງຫີນ. | ພໍຝົນຕົກມານ້ຳກໍທ່ວມ ລົມກໍພັດແຮງທັ່ງໃສ່ເຮືອນ ແຕ່ເຮືອນນັ້ນບໍ່ໄດ້ພັງລົງ ຍ້ອນວ່າມີສິລາເປັນຮາກຖານ | The rain fell, the torrents raged, and the winds blew and beat against that house; yet it did not fall, because its foundation was on the rock. |
26 | แต่ส่วนผู้ใดที่ได้ยินพวกถ้อยคำของเฮาหนิ แต่บ่เฮ็ดตาม เขาคือเป็นคนโง่ สร้างเฮือนของโตไว้เทิงขี้ทราย | ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລະບໍ່ປະຕິບັດຕາມ ຄົນນັ້ນກໍປຽບເໝືອນຄົນໂງ່ທີ່ກໍ່ສ້າງຕຶກຂອງຕົນເທິງຫາດຊາຍ. | ແຕ່ສ່ວນຜູ້ໃດທີ່ໄດ້ຍິນພວກຖ້ອຍຄຳຂອງເຮົານີ້ ແຕ່ບໍ່ເຮັດຕາມ ເຂົາຄືເປັນຄົນໂງ່ ສ້າງເຮືອນຂອງໂຕໄວ້ເທິງດິນຊາຍ | But everyone who hears these words of Mine and does not act on them is like a foolish man who built his house on sand. |
27 | พอฝนตกมาน้ำกะท่วม ลมกะพัดแฮงทั่งใส่เฮือน แล้วเฮือนที่สร้างเทิงทรายฮั้นกะพังทลายลงโลด แล้วการพังทลายลงของเฮือนฮั้นกะใหญ่พิลึก | ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ຕຶກນັ້ນກໍເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.” | ພໍຝົນຕົກມານ້ຳກໍທ່ວມ ລົມກໍພັດແຮງທັ່ງໃສ່ເຮືອນ ແລ້ວເຮືອນທີ່ສ້າງເທິງຊາຍນັ້ນກໍພັງທະລາຍລົງໂລດ ແລ້ວການພັງທະລາຍລົງຂອງເຮືອນນັ້ນກໍໃຫຍ່ພິເລິກ” | The rain fell, the torrents raged, and the winds blew and beat against that house, and it fell—and great was its collapse!” |
| | ຊົງສັ່ງສອນດ້ວຍອຳນາດ | | |
28 | ต่อมาบัดพอพระเยซูเว้าพวกถ้อยคำแนวหมู่นี้แล้ว พวกคนอยู่ฮั้นกะแปลกใจเป็นตางึดนำคำสอนของเพิ่น | ຢູ່ມາເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ປະຊາຊົນທັງປວງກໍປະຫລາດໃຈໃນການສັ່ງສອນຂອງພຣະອົງ. | ຕໍ່ມາບັດພໍພຣະເຢຊູເວົ້າພວກຖ້ອຍຄຳແນວໝູ່ນີ້ແລ້ວ ພວກຄົນຢູ່ຫັ້ນກໍແປກໃຈເປັນຕາງຶດນຳຄຳສອນຂອງເພິ່ນ | When Jesus had finished saying these things, the crowds were astonished at His teaching, |
29 | ย้อนว่าเพิ่นได้สอนเขาอย่างคนมีสิทธิอำนาจอีหลี บ่คือพวกเสมียนฯ ฮั้น | ເພາະວ່າພຣະອົງຊົງສັ່ງສອນເຂົາເໝືອນຜູ້ມີລິດອຳນາດ ແລະບໍ່ເໝືອນພວກນັກທຳຂອງເຂົາ. | ຍ້ອນວ່າເພິ່ນໄດ້ສອນເຂົາຢ່າງຄົນມີສິດທິອຳນາດອີ່ຫລີ ບໍ່ຄືພວກນັກທຳນັ້ນ | because He taught as one who had authority, and not as their scribes. |