| | ບົດທີ 6 | ມັດທາຍ ບົດທີ 6 | Matthew 6 |
| | ເລື່ອງການທານ | | |
1 | "ระวังให้ดีเด้อ พวกเจ้าอย่าเฮ็ดทานของเจ้าต่อหน้าต่อตาผู้คนเพื่อให้เขาเห็น บ่ซั้นเจ้าสิบ่มีการตอบแทนอีหยังจากพระเจ้าเป็นรางวัล ผู้เป็นพ่อของเจ้าผู้เพิ่นสถิตในสวรรค์ | “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານເພື່ອອວດຄົນອື່ນ ເພາະຖ້າເຮັດຢ່າງນັ້ນທ່ານຈະບໍ່ໄດ້ຮັບບຳເໜັດຈາກພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ. | “ລະວັງໃຫ້ດີເດີ້ ພວກເຈົ້າຢ່າເຮັດທານຂອງເຈົ້າຕໍ່ໜ້າຕໍ່ຕາຜູ້ຄົນເພື່ອໃຫ້ເຂົາເຫັນ ບໍ່ຊັ້ນເຈົ້າຊິບໍ່ມີການຕອບແທນອີຫຍັງຈາກພຣະເຈົ້າເປັນລາງວັນ ຜູ້ເປັນພໍ່ຂອງເຈົ້າຜູ້ເພິ່ນສະຖິດໃນສະຫວັນ | Be careful not to perform your righteous acts before men to be seen by them. If you do, you will have no reward from your Father in heaven. |
2 | จั่งซั้น บัดเจ้าเฮ็ดทานของเจ้า อย่าเป่าแตรล่วงหน้าไว้คือจั่งพวกคนหน้าซื่อใจคดเฮ็ดในศาลาธรรมกับตามหนทาง เพื่อสิเอาหน้าเอาตาฮับการซมเซยจากหมู่คน เฮาสิบอกความจริงให้พวกเจ้าโลด ว่า พวกเขาฮั้นได้ฮับการตอบแทนเป็นรางวัลของเขาอยู่แล้ว | “ເຫດສັນນັ້ນເມື່ອທ່ານໃຫ້ທານ ຢ່າເປົ່າແກໄປກ່ອນໜ້າທ່ານ ເໝືອນດັ່ງຄົນໜ້າຊື່ໃຈຄົດເຄີຍເຮັດໃນໂຮງທຳມະເທດສະໜາແລະຕາມຖະໜົນ ເພື່ອໃຫ້ມະນຸດສັນລະເສີນ ເຮົາບອກພວກທ່ານຕາມຄວາມຈິງວ່າ, ເຂົາໄດ້ຮັບບຳເໜັດແລ້ວ. | ຈັ່ງຊັ້ນ ບັດເຈົ້າເຮັດທານຂອງເຈົ້າ ຢ່າເປົ່າແກລ່ວງໜ້າໄວ້ຄືກັນກັບພວກຄົນໜ້າຊື່ໃຈຄົດເຮັດໃນສາລາທຳກັບຕາມຫົນທາງ ເພື່ອຊິເອົາໜ້າເອົາຕາຮັບການຊົມເຊີຍຈາກໝູ່ຄົນ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ພວກເຂົານັ້ນໄດ້ຮັບການຕອບແທນເປັນລາງວັນຂອງເຂົາຢູ່ແລ້ວ | So when you give to the needy, do not sound a trumpet before you, as the hypocrites do in the synagogues and on the streets, to be praised by men. Truly I tell you, they already have their full reward. |
3 | แต่พวกเจ้าหนิ บัดเฮ็ดทานของเจ้า อย่าให้มือซ้ายฮู้จักแนวที่มือขวาได้เฮ็ดเด้อ | ຝ່າຍພວກທ່ານ, ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ. | ແຕ່ພວກເຈົ້ານີ້ ບັດເຮັດທານຂອງເຈົ້າ ຢ່າໃຫ້ມືຊ້າຍຮູ້ຈັກແນວທີ່ມືຂວາໄດ້ເຮັດເດີ້ | But when you give to the needy, do not let your left hand know what your right hand is doing, |
4 | เพื่อการเฮ็ดทานของเจ้าฮั้นสิอยู่ในที่ลับ แล้วพระเจ้าผู้เป็นพ่อของเจ้า ผู้สามารถเห็นในที่ลี้ลับ เพิ่นสิตอบแทนเจ้าเป็นรางวัลอย่างเปิดเผย | ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະບິດາຂອງພວກທ່ານຜູ້ຊົງເຫັນໃນທີ່ລັບລີ້ຈະຊົງໂຜດປະທານບຳເໜັດແກ່ທ່ານ. | ເພື່ອການເຮັດທານຂອງເຈົ້ານັ້ນຊິຢູ່ໃນທີ່ລັບ ແລ້ວພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ສາມາດເຫັນໃນທີ່ລີ້ລັບ ເພິ່ນຊິຕອບແທນເຈົ້າເປັນລາງວັນຢ່າງເປີດເຜີຍ | so that your giving may be in secret. And your Father, who sees what is done in secret, will reward you. |
| | ເລື່ອງການອ້ອນວອນ | | |
| | (ລກ. 11:2-4) | | |
5 | แล้วบัดพวกเจ้าอธิษฐานเว้านำพระเจ้า อย่าเฮ็ดคือคนหน้าซื่อใจคด ย้อนเขามักยืนอธิษฐานเว้านำพระเจ้าในศาลาธรรมกับตามหัวมุมหนทาง เพื่อสิให้ผู้คนเห็น เฮาสิบอกความจริงให้พวกเจ้าโลด ว่า พวกเขาฮั้นได้ฮับการตอบแทนเป็นรางวัลของเขาอยู่แล้ว | “ເມື່ອທ່ານທັງຫລາຍອ້ອນວອນຢ່າເປັນເໝືອນຄົນໜ້າຊື່ໃຈຄົດ ເພາະເຂົາຊອບຢືນອ້ອນວອນໃນໂຮງທຳມະເທດສະໜາແລະຕາມແຈຖະໜົນ ເພື່ອຈະໃຫ້ມະນຸດເຫັນ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເໜັດແລ້ວ. | ແລ້ວບັດພວກເຈົ້າອະທິຖານເວົ້ານຳພຣະເຈົ້າ ຢ່າເຮັດຄືຄົນໜ້າຊື່ໃຈຄົດ ຍ້ອນເຂົາມັກຢືນອະທິຖານເວົ້ານຳພຣະເຈົ້າໃນສາລາທຳກັບຕາມຫົວມຸມຫົນທາງ ເພື່ອຊິໃຫ້ຜູ້ຄົນເຫັນ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ພວກເຂົານັ້ນໄດ້ຮັບການຕອບແທນເປັນລາງວັນຂອງເຂົາຢູ່ແລ້ວ | And when you pray, do not be like the hypocrites. For they love to pray standing in the synagogues and on the street corners to be seen by men. Truly I tell you, they already have their full reward. |
6 | แต่พวกเจ้า บัดสิอธิษฐานเว้านำพระเจ้า กะให้เข้าห้องส่วนโต บัดอัดประตูแล้ว ให้อธิษฐานเว้านำพระเจ้าผู้เป็นพ่อของเจ้า ผู้เพิ่นสถิตในที่ลี้ลับ แล้วพระเจ้าผู้เป็นพ่อของเจ้า ผู้ซึ่งเห็นในที่ลี้ลับฮั้น เพิ่นสิตอบแทนเจ้าเป็นรางวัลอย่างเปิดเผย | ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວ ຈົ່ງອ້ອນວອນພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ຈະຊົງໂຜດປະທານບຳເໜັດແກ່ທ່ານ. | ແຕ່ພວກເຈົ້າ ບັດຊິອະທິຖານເວົ້ານຳພຣະເຈົ້າ ກໍໃຫ້ເຂົ້າຫ້ອງສ່ວນໂຕ ບັດອັດປະຕູແລ້ວ ໃຫ້ອະທິຖານເວົ້ານຳພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ເພິ່ນສະຖິດໃນທີ່ລີ້ລັບ ແລ້ວພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ຊຶ່ງເຫັນໃນທີ່ລີ້ລັບນັ້ນ ເພິ່ນຊິຕອບແທນເຈົ້າເປັນລາງວັນຢ່າງເປີດເຜີຍ | But when you pray, go into your inner room, shut your door, and pray to your Father, who is unseen. And your Father, who sees what is done in secret, will reward you. |
7 | แต่บัดเจ้าอธิษฐานเว้านำพระเจ้า อย่าใซ้คำซ้ำซากอันบ่เป็นประโยชน์คือจั่งคนต่างซาติมักเฮ็ด ย้อนเขาคึดว่าเว้าหลายๆ คำ พระเจ้าจั่งสิฮับฟัง | “ແຕ່ເມື່ອທ່ານອ້ອນວອນຢູ່ ຢ່າເວົ້າຊ້ຳຄຳເກົ່າເໝືອນຄົນຕ່າງຊາດເຄີຍເຮັດເພາະເຂົາຄຶດວ່າ ຖ້າເວົ້າຫລາຍຄຳພຣະເຈົ້າຈະຊົງໂຜດຮັບຟັງ. | ແຕ່ບັດເຈົ້າອະທິຖານເວົ້ານຳພຣະເຈົ້າ ຢ່າໃຊ້ຄຳຊ້ຳຊາກອັນບໍ່ເປັນປະໂຫຍດຄືກັນກັບຄົນຕ່າງຊາດມັກເຮັດ ຍ້ອນເຂົາຄຶດວ່າເວົ້າຫລາຍໆ ຄຳ ພຣະເຈົ້າຈັ່ງຊິຮັບຟັງ | And when you pray, do not babble on like pagans, for they think that by their many words they will be heard. |
8 | จั่งซั้น เจ้าอย่าเป็นคือพวกเขาเลย ย้อนว่าแนวใดที่เจ้าต้องการฮั้น พระเจ้าผู้เป็นพ่อของเจ้ากะฮู้จักก่อนเจ้าสิขอแล้ว | ສັນນັ້ນຢ່າເຮັດຄືເຂົາ ເພາະວ່າສິ່ງໃດທີ່ທ່ານຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ. | ຈັ່ງຊັ້ນ ເຈົ້າຢ່າເປັນຄືພວກເຂົາເລີຍ ຍ້ອນວ່າແນວໃດທີ່ເຈົ້າຕ້ອງການນັ້ນ ພຣະເຈົ້າຜູ້ເປັນພໍ່ຂອງເຈົ້າກໍຮູ້ຈັກກ່ອນເຈົ້າຊິຂໍແລ້ວ | Do not be like them, for your Father knows what you need before you ask Him. |
9 | กะให้พวกเจ้าให้อธิษฐานเว้านำพระเจ้าแนวนี้ ว่า ข้าแต่พระเจ้า ผู้เป็นพ่อของผู้ข้าทั้งหลาย ผู้เพิ่นสถิตในสวรรค์ ขอให้พระนามของพ่อเป็นที่เคารพบูซา | ເຫດສັນນີ້ພວກທ່ານຈົ່ງອ້ອນວອນຕາມຢ່າງນີ້ວ່າ, ‘ຂ້າແດ່ພຣະບິດາຂອງຂ້າພຣະອົງທັງຫລາຍ ຜູ້ຊົງສະຖິດໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ໂຄລົບບູຊາ. | ກໍໃຫ້ພວກເຈົ້າໃຫ້ອະທິຖານເວົ້ານຳພຣະເຈົ້າແນວນີ້ ວ່າ ຂ້າແຕ່ພຣະເຈົ້າ ຜູ້ເປັນພໍ່ຂອງຜູ້ຂ້າທັງຫລາຍ ຜູ້ເພິ່ນສະຖິດໃນສະຫວັນ ຂໍໃຫ້ພຣະນາມຂອງພໍ່ເປັນທີ່ເຄົາລົບບູຊາ | So then, this is how you should pray: ‘Our Father in heaven, hallowed be Your name, |
10 | ขอให้แผ่นดินของพ่อมาตั้งอยู่ คือขอให้เป็นไปตามพระประสงค์ของพ่อตามแผ่นดินโลก คือจั่งอยู่ในสวรรค์ | ຂໍໃຫ້ພຣະລາຊະອານາຈັກຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງ ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ. | ຂໍໃຫ້ລາຊະອານາຈັກຂອງພໍ່ມາຕັ້ງຢູ່ ຄືຂໍໃຫ້ເປັນໄປຕາມພຣະປະສົງຂອງພໍ່ຕາມແຜ່ນດິນໂລກ ຄືກັນກັບຢູ່ໃນສະຫວັນ | Your kingdom come, Your will be done, on earth as it is in heaven. |
11 | แล้วขอประทานข้าวปลาอาหารประจำมื้อให้พวกผู้ข้านำ | ຂໍຊົງໂຜດປະທານອາຫານປະຈຳວັນ ໃຫ້ແກ່ຂ້າພຣະອົງທັງຫລາຍໃນກາລະວັນນີ້. | ແລ້ວຂໍປະທານເຂົ້າປາອາຫານປະຈຳມື້ໃຫ້ພວກຜູ້ຂ້ານຳ | Give us this day our daily bread. |
12 | กับขอให้อภัยการล่วงละเมิดของผู้ข้า คือจั่งผู้ข้าให้อภัยการล่วงละเมิดของผู้อื่นๆ | ຂໍຊົງໂຜດຍົກໂທດໃຫ້ຂ້າພຣະອົງ ເໝືອນຂ້າພຣະອົງຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ. | ກັບຂໍໃຫ້ອະໄພການລ່ວງລະເມີດຂອງຜູ້ຂ້າ ຄືກັນກັບຜູ້ຂ້າໃຫ້ອະໄພການລ່ວງລະເມີດຂອງຜູ້ອື່ນໆ | And forgive us our debts, as we also have forgiven our debtors. |
| | ຫລືວ່າ “ຈາກມານຮ້າຍ.” | | |
13 | แล้วขออย่านำผู้ข้าเข้าไปสู่การทดลอง แต่ขอซ่อยกอบกู้ผู้ข้าให้พ้นจากความซั่วฮ้ายต่างหาก ย้อนว่าแผ่นดินกับฤทธิ์เดชกับพระสิริเป็นของพ่อสืบๆไปเป็นนิตย์ อาเมน | ແລະຂໍຢ່າພາຂ້າພຣະອົງເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍ [ເຫດວ່າລາຊະອານາຈັກ, ລິດອຳນາດ, ແລະພຣະລັດສະໝີ ກໍເປັນຂອງພຣະອົງສືບໆ ໄປເປັນນິດ. ອາແມນ’.] | ແລ້ວຂໍຢ່ານຳຜູ້ຂ້າເຂົ້າໄປສູ່ການທົດລອງ ແຕ່ຂໍຊ່ອຍກອບກູ້ຜູ້ຂ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍຕ່າງຫາກ ຍ້ອນວ່າລາຊະອານາຈັກກັບລິດເດດກັບສະຫງ່າລາສີເປັນຂອງພໍ່ສືບໆໄປເປັນນິດ ອາເມນ | And lead us not into temptation, but deliver us from the evil one.’ |
14 | ย้อนว่าคั่นเจ้าให้อภัยความผิดของคนอื่น พระเจ้าผู้เป็นพ่อของเจ้า ผู้อยู่ในสวรรค์ เพิ่นสิให้อภัยความผิดของเจ้านำ | ເພາະວ່າຖ້າທ່ານຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ. | ຍ້ອນວ່າຄັ່ນເຈົ້າໃຫ້ອະໄພຄວາມຜິດຂອງຄົນອື່ນ ພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ຢູ່ໃນສະຫວັນ ເພິ່ນຊິໃຫ້ອະໄພຄວາມຜິດຂອງເຈົ້ານຳ | For if you forgive men their trespasses, your Heavenly Father will also forgive you. |
15 | แต่คั่นเจ้าบ่ยอมให้อภัยความผิดของคนอื่น พระเจ้าผู้เป็นพ่อของเจ้า ผู้อยู่ในสวรรค์ เพิ่นสิบ่ยอมให้อภัยความผิดของเจ้าคือกัน | ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເໝືອນກັນ. | ແຕ່ຄັ່ນເຈົ້າບໍ່ຍອມໃຫ້ອະໄພຄວາມຜິດຂອງຄົນອື່ນ ພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ຢູ່ໃນສະຫວັນ ເພິ່ນຊິບໍ່ຍອມໃຫ້ອະໄພຄວາມຜິດຂອງເຈົ້າຄືກັນ | But if you do not forgive men their trespasses, neither will your Father forgive yours. |
| | ເລື່ອງສິນອົດອາຫານ | | |
16 | หลายกว่าฮั้นอีก บัดเจ้าถือการอดอาหาร อย่าเฮ็ดหน้าเศร้าหมองคือคนหน้าซื่อใจคดฮั้น คือพวกเขามักเฮ็ดหน้าฮุบหน้าเหี่ยว เพื่อสิให้คนเห็นว่าเขาพวมถือศีลอดอาหาร เฮาสิบอกความจริงให้พวกเจ้าโลด ว่า พวกเขาฮั้นได้ฮับการตอบแทนเป็นรางวัลของเขาอยู่แล้ว | “ເມື່ອທ່ານຖືສິນອົດອາຫານ ຢ່າເຮັດໜ້າເສົ້າໝອງເໝືອນຄົນໜ້າຊື່ໃຈຄົດ ດ້ວຍວ່າເຂົາເຮັດໜ້າໝອງເພື່ອຈະໃຫ້ມະນຸດເຫັນວ່າເຂົາຖືສິນອົດອາຫານ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເໜັດແລ້ວ. | ຫລາຍກວ່ານັ້ນອີກ ບັດເຈົ້າຖືການອົດອາຫານ ຢ່າເຮັດໜ້າເສົ້າໝອງຄືຄົນໜ້າຊື່ໃຈຄົດນັ້ນ ຄືພວກເຂົາມັກເຮັດໜ້າຮຸບໜ້າຫ່ຽວ ເພື່ອຊິໃຫ້ຄົນເຫັນວ່າເຂົາພວມຖືສິນອົດອາຫານ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ພວກເຂົານັ້ນໄດ້ຮັບການຕອບແທນເປັນລາງວັນຂອງເຂົາຢູ່ແລ້ວ | When you fast, do not be somber like the hypocrites, for they disfigure their faces to show men they are fasting. Truly I tell you, they already have their full reward. |
17 | แต่ฝ่ายพวกเจ้า บัดถือการอดอาหาร ให้เอาน้ำมันลูบหัวกับส่วยหน้าไว้ | ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາຫານ ຈົ່ງລ້າງໜ້າແລະເອົານ້ຳມັນທາຫົວ. | ແຕ່ຝ່າຍພວກເຈົ້າ ບັດຖືການອົດອາຫານ ໃຫ້ເອົານ້ຳມັນລູບຫົວກັບສ່ວຍໜ້າໄວ້ | But when you fast, anoint your head and wash your face, |
18 | เพื่อเจ้าสิบ่ให้คนเห็นว่าพวมถือศีลอดอาหาร แต่ให้เฮ็ดต่อหน้าต่อตาพระเจ้า ผู้เป็นพ่อของเจ้า ผู้สถิตในที่ลี้ลับ แล้วพ่อของเจ้าผู้ซึ่งเห็นในที่ลี้ลับฮั้น เพิ่นกะสิตอบแทนเจ้าเป็นรางวัลอย่างเปิดเผย | ເພື່ອຈະບໍ່ໃຫ້ມະນຸດເຫັນວ່າທ່ານຖືສິນອົດອາຫານ ແຕ່ໃຫ້ປະກົດແກ່ພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລະພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ກໍຈະຊົງໂຜດປະທານບຳເໜັດແກ່ທ່ານ. | ເພື່ອເຈົ້າຊິບໍ່ໃຫ້ຄົນເຫັນວ່າພວມຖືສິນອົດອາຫານ ແຕ່ໃຫ້ເຮັດຕໍ່ໜ້າຕໍ່ຕາພຣະເຈົ້າ ຜູ້ເປັນພໍ່ຂອງເຈົ້າ ຜູ້ສະຖິດໃນທີ່ລີ້ລັບ ແລ້ວພໍ່ຂອງເຈົ້າຜູ້ຊຶ່ງເຫັນໃນທີ່ລີ້ລັບນັ້ນ ເພິ່ນກໍຊິຕອບແທນເຈົ້າເປັນລາງວັນຢ່າງເປີດເຜີຍ | so that your fasting will not be obvious to men, but only to your Father, who is unseen. And your Father, who sees what is done in secret, will reward you. |
| | ເລື່ອງຊັບສົມບັດໃນສະຫວັນ | | |
| | (ລກ. 12:33-34) | | |
19 | แล้วอย่าสะสมทรัพย์สมบัติไว้ให้โตเองในโลกนี้เด้อ แนวที่โตมอดกับขี้สนิมสิกัดกินได้ กับที่พวกขี้ขโมยสิเจาะเอาลักไปได้ | “ຢ່າຮິບໂຮມຊັບສົມບັດໄວ້ສຳລັບຕົນໃນໂລກ ຊຶ່ງເປັນບ່ອນມອດແລະຂີ້ໝ້ຽງກັດກິນແລະເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້. | ແລ້ວຢ່າສະສົມຊັບສົມບັດໄວ້ໃຫ້ໂຕເອງໃນໂລກນີ້ເດີ້ ແນວທີ່ມອດກັບຂີ້ໝ້ຽງຊິກັດກິນໄດ້ ກັບທີ່ພວກຂີ້ລັກຊິເຈາະເອົາລັກໄປໄດ້ | Do not store up for yourselves treasures on earth, where moth and rust destroy, and where thieves break in and steal. |
20 | แต่ให้สะสมทรัพย์สมบัติไว้ให้โตเองในสวรรค์เด้อ ที่โตมอดกับขี้สนิมสิบ่สามารถกัดกินได้ กับที่พวกขี้ขโมยสิบ่สามารถเจาะเอาลักไปได้ | ແຕ່ຈົ່ງຮິບໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນມອດແລະຂີ້ໝ້ຽງກັດກິນບໍ່ໄດ້ ແລະທັງໂຈນເຈາະແລະລັກເອົາບໍ່ໄດ້. | ແຕ່ໃຫ້ສະສົມຊັບສົມບັດໄວ້ໃຫ້ໂຕເອງໃນສະຫວັນເດີ້ ທີ່ມອດກັບຂີ້ໝ້ຽງຊິບໍ່ສາມາດກັດກິນໄດ້ ກັບທີ່ພວກຂີ້ລັກຊິບໍ່ສາມາດເຈາະເອົາລັກໄປໄດ້ | But store up for yourselves treasures in heaven, where moth and rust do not destroy, and where thieves do not break in and steal. |
21 | ย้อนว่าทรัพย์สมบัติของเจ้าอยู่หม่องใด ใจของเจ้าสิอยู่หม่องฮั้นนำ | ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ. | ຍ້ອນວ່າຊັບສົມບັດຂອງເຈົ້າຢູ່ໝ້ອງໃດ ໃຈຂອງເຈົ້າຊິຢູ່ໝ້ອງນັ້ນນຳ | For where your treasure is, there your heart will be also. |
| | ເລື່ອງຄວາມສະຫວ່າງຂອງຮ່າງກາຍ | | |
| | (ລກ. 11:34-36) | | |
22 | ตาเป็นความสว่างของร่างกาย จั่งซั้นคั่นตาของเจ้าดี เมิ้ดทั้งโตกะสิเต็มไปด้วยความสว่างนำ | “ຕາເປັນດວງສະຫວ່າງຂອງຮ່າງກາຍ ຖ້າຕາຂອງທ່ານປົກກະຕິດີ ຮ່າງກາຍທຸກສ່ວນກໍສະຫວ່າງດີ. | ຕາເປັນຄວາມສະຫວ່າງຂອງຮ່າງກາຍ ຈັ່ງຊັ້ນຄັ່ນຕາຂອງເຈົ້າດີ ໝົດທັງໂຕກໍຊິເຕັມໄປດ້ວຍຄວາມສະຫວ່າງນຳ | The eye is the lamp of the body. If your vision is clear, your whole body will be full of light. |
23 | แต่ คั่นตาของเจ้าซั่ว ทั้งโตของเจ้ากะสิเต็มไปด้วยความมืด จั่งซั้นคั่นความสว่างในโตเจ้ามืดไป ความมืดฮั้นสิหนาทึบส่ำใด | ແຕ່ຖ້າຕາຂອງທ່ານບໍ່ປົກກະຕິດີ ຮ່າງກາຍທຸກສ່ວນຂອງທ່ານກໍມືດໄປ ເຫດສັນນັ້ນ, ຖ້າຄວາມສະຫວ່າງທີ່ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະໜາທຶບພຽງໃດໜໍ. | ແຕ່ ຄັ່ນຕາຂອງເຈົ້າຊົ່ວ ທັງໂຕຂອງເຈົ້າກໍຊິເຕັມໄປດ້ວຍຄວາມມືດ ຈັ່ງຊັ້ນຄັ່ນຄວາມສະຫວ່າງໃນໂຕເຈົ້າມືດໄປ ຄວາມມືດນັ້ນຊິໜາທຶບສ່ຳໃດ | But if your vision is poor, your whole body will be full of darkness. If then the light within you is darkness, how great is that darkness! |
| | ເລື່ອງພຣະເຈົ້າແລະເງິນຄຳ | | |
| | (ລກ. 16:13) | | |
24 | บ่มีใผสามารถฮับใซ้นายสองนายได้ ย้อนว่าเขาสิซังนายฝ่ายหนึ่งกับสิฮักแพงนายอีกฝ่ายหนึ่ง หรือสิเข้าข้างนายฝ่ายหนึ่งกับสิดูหมิ่นนายอีกฝ่ายหนึ่ง สรุปแล้วเจ้าสิฮับใซ้พระเจ้ากับฮับใซ้ข้าวของเงินทองพร้อมกันบ่ได้เลย | “ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ແລະໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ແລະປະໝາດຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້. | ບໍ່ມີໃຜສາມາດຮັບໃຊ້ນາຍສອງນາຍໄດ້ ຍ້ອນວ່າເຂົາຊິຊັງນາຍຝ່າຍໜຶ່ງກັບຊິຮັກແພງນາຍອີກຝ່າຍໜຶ່ງ ຫລືຊິເຂົ້າຂ້າງນາຍຝ່າຍໜຶ່ງກັບຊິດູໝິ່ນນາຍອີກຝ່າຍໜຶ່ງ ສະຫລຸບແລ້ວເຈົ້າຊິຮັບໃຊ້ພຣະເຈົ້າກັບຮັບໃຊ້ເຂົ້າຂອງເງິນທອງພ້ອມກັນບໍ່ໄດ້ເລີຍ | No one can serve two masters: Either he will hate the one and love the other, or he will be devoted to the one and despise the other. You cannot serve both God and money. |
| | ເລື່ອງຄວາມກະວົນກະວາຍ | | |
| | (ລກ. 12:22-34) | | |
25 | จั่งซั้น เฮาบอกพวกเจ้าว่า อย่าวุ่นวายเถิงซีวิตของโตว่า สิเอาอีหยังกิน หรือสิเอาอีหยังดื่ม กับอย่าวุ่นวายเถิงร่างกายของโตว่า สิเอาอีหยังมานุ่งห่ม คือซีวิตสำคัญหลายกว่าข้าวปลาอาหารบ่แม่นบ้อ กับร่างกายสำคัญหลายกว่าเครื่องนุ่งห่มบ่แม่นบ้อ | “ດ້ວຍເຫດນັ້ນເຮົາຈິ່ງບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ແລະຢ່າກະວົນກະວາຍເຖິງຮ່າງກາຍຂອງຕົນວ່າ ຈະນຸ່ງຫຍັງ ຊີວິດກໍລື່ນກວ່າອາຫານບໍ່ແມ່ນຫລື ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນຫລື. | ຈັ່ງຊັ້ນ ເຮົາບອກພວກເຈົ້າວ່າ ຢ່າວຸ້ນວາຍເຖິງຊີວິດຂອງໂຕວ່າ ຊິເອົາອີຫຍັງກິນ ຫລືຊິເອົາອີຫຍັງດື່ມ ກັບຢ່າວຸ້ນວາຍເຖິງຮ່າງກາຍຂອງໂຕວ່າ ຊິເອົາອີຫຍັງມານຸ່ງຫົ່ມ ຄືຊີວິດສຳຄັນຫລາຍກວ່າເຂົ້າປາອາຫານບໍ່ແມ່ນບໍ້ ກັບຮ່າງກາຍສຳຄັນຫລາຍກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ້ | Therefore I tell you, do not worry about your life, what you will eat or drink; or about your body, what you will wear. Is not life more than food, and the body more than clothes? |
26 | ให้ เบิ่งนกในอากาศดู้ มันบ่ได้หว่าน บ่ได้เกี่ยว บ่ได้สะสมไว้ในเล้า แต่พระเจ้าผู้เป็นพ่อของพวกเจ้า ผู้เพิ่นสถิตในสวรรค์ ได้เลี้ยงนกไว้อยู่ พวกเจ้ามีคุณค่าแฮงหลายกว่าพวกนกบ่แม่นบ้อ | ຈົ່ງເບິ່ງນົກປ່າ ມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ແຕ່ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນກໍຍັງຊົງລ້ຽງນົກນັ້ນ ພວກທ່ານປະເສີດຫລາຍກວ່ານົກບໍ່ແມ່ນຫລື. | ໃຫ້ ເບິ່ງນົກໃນອາກາດ ມັນບໍ່ໄດ້ຫວ່ານ ບໍ່ໄດ້ກ່ຽວ ບໍ່ໄດ້ສະສົມໄວ້ໃນເລົ້າ ແຕ່ພຣະເຈົ້າຜູ້ເປັນພໍ່ຂອງພວກເຈົ້າ ຜູ້ເພິ່ນສະຖິດໃນສະຫວັນ ໄດ້ລ້ຽງນົກໄວ້ຢູ່ ພວກເຈົ້າມີຄຸນຄ່າແຮງຫລາຍກວ່າພວກນົກບໍ່ແມ່ນບໍ້ | Look at the birds of the air: They do not sow or reap or gather into barns—and yet your Heavenly Father feeds them. Are you not much more valuable than they? |
27 | มีใผในพวกเจ้าแหน่ อาจต่อความสูงโตเองขึ้นอีกศอกเดียวโดยความวุ่นวายได้บ้อ (บ่มีดอก) | ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍອາດຕໍ່ຊີວິດຂອງຕົນໃຫ້ຍາວອອກໄປອີກຈັກສອກໜຶ່ງໄດ້ຫລື. | ມີໃຜໃນພວກເຈົ້າແໜ່ ອາດຕໍ່ຄວາມສູງໂຕເອງຂຶ້ນອີກສອກດຽວໂດຍຄວາມວຸ້ນວາຍໄດ້ບໍ້ (ບໍ່ມີດອກ) | Who of you by worrying can add a single hour to his life? |
28 | คั่นจั่งซั้น พวกเจ้าวุ่นวายแนวนุ่งห่มย้อนหยัง ให้พิจารณาเบิ่งดูดอกไม้ลิลลี่อันขาวงามในท่งนา ว่ามันงอกงามเจริญขึ้นได้จั่งใด มันบ่เฮ็ดงาน บ่ปั่นด้ายทอผ้าเลย | ເປັນສັນໃດ ທ່ານທັງຫລາຍຈິ່ງກະວົນກະວາຍເຖິງເຄື່ອງນຸ່ງຫົ່ມ ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງວ່າ ມັນຈະເລີນໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນຝ້າຍ. | ຄັ່ນຈັ່ງຊັ້ນ ພວກເຈົ້າວຸ້ນວາຍແນວນຸ່ງຫົ່ມຍ້ອນຫຍັງ ໃຫ້ພິຈາລະນາເບິ່ງດອກໄມ້ປ່າອັນຂາວງາມໃນທົ່ງນາ ວ່າມັນງອກງາມຈະເລີນຂຶ້ນໄດ້ຈັ່ງໃດ ມັນບໍ່ເຮັດງານ ບໍ່ປັ່ນດ້າຍຕຳແຜ່ນເລີຍ | And why do you worry about clothes? Consider how the lilies of the field grow: They do not labor or spin. |
29 | แต่เฮาบอกพวกเจ้าว่า ขนาดกษัตริย์ซาโลมอนบัดแต่งโตเต็มด้วยสง่าราศีของเพิ่น กะบ่ได้งดงามท่อดอกไม้แนวหมู่นี้จักดอกเลย | ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນ, ເມື່ອບໍລິບູນດ້ວຍສະຫງ່າລາສີ ກໍບໍ່ໄດ້ຊົງເຄື່ອງງາມທໍ່ດອກໄມ້ເຫລົ່ານີ້ດອກໜຶ່ງ. | ແຕ່ເຮົາບອກພວກເຈົ້າວ່າ ຂະໜາດກະສັດໂຊໂລໂມນບັດແຕ່ງໂຕເຕັມດ້ວຍຄວາມສະຫງ່າຂອງເພິ່ນ ກໍບໍ່ໄດ້ງົດງາມທໍ່ດອກໄມ້ແນວໝູ່ນີ້ຈັກດອກເລີຍ | Yet I tell you that not even Solomon in all his glory was adorned like one of these. |
30 | จั่งซั้น คั่นพระเจ้าได้ตกแต่งหญ้าดอกไม้ที่ท่งนาให้งดงาม ซึ่งเป็นอยู่มื้อนี้ แต่พอมื้ออื่นสิถืกลกโยนเข้าไปในเตาไฟ เพิ่นสิบ่สามารถตกแต่งเจ้าให้งามหลายกว่าดอกไม้ฮั้นบ่แม่นบ้อ โอ้ ผู้มีความเซื่อน้อยเอ้ย | ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນຢູ່ມື້ນີ້ແລະມື້ໜ້າຕ້ອງຖືກຖິ້ມໃສ່ເຕົາໄຟ ໂອຜູ້ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະບໍ່ຊົງຕົກແຕ່ງທ່ານຫລາຍກວ່ານັ້ນອີກຫລື. | ຈັ່ງຊັ້ນ ຄັ່ນພຣະເຈົ້າໄດ້ຕົກແຕ່ງຫຍ້າດອກໄມ້ທີ່ທົ່ງນາໃຫ້ງົດງາມ ຊຶ່ງເປັນຢູ່ມື້ນີ້ ແຕ່ພໍມື້ອື່ນຊິຖືກຫລົກໂຍນເຂົ້າໄປໃນເຕົາໄຟ ເພິ່ນຊິບໍ່ສາມາດຕົກແຕ່ງເຈົ້າໃຫ້ງາມຫລາຍກວ່າດອກໄມ້ນັ້ນບໍ່ແມ່ນບໍ້ ໂອ້ ຜູ້ມີຄວາມເຊື່ອນ້ອຍເອີຍ | If that is how God clothes the grass of the field, which is here today and tomorrow is thrown into the furnace, will He not much more clothe you, O you of little faith? |
31 | จั่งซั้น อย่าวุ่นวายเลย ว่าสิเอาอีหยังกิน หรือสิเอาอีหยังดื่ม หรือสิเอาอีหยังนุ่งห่ม | ເຫດສັນນັ້ນຢ່າກະວົນກະວາຍວ່າ ‘ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ ຫລືຈະນຸ່ງຫົ່ມຫຍັງ’. | ຈັ່ງຊັ້ນ ຢ່າວຸ້ນວາຍເລີຍ ວ່າຊິເອົາອີຫຍັງກິນ ຫລືຊິເອົາອີຫຍັງດື່ມ ຫລືຊິເອົາອີຫຍັງນຸ່ງຫົ່ມ | Therefore do not worry, saying, ‘What shall we eat?’ or ‘What shall we drink?’ or ‘What shall we wear?’ |
32 | ย้อนว่าพวกคนต่างซาติที่บ่ฮู้จักพระเจ้ากะยังซอกแต่แนวหมู่นี้ แต่พระเจ้าผู้เป็นพ่อของเจ้า ผู้เพิ่นสถิตในสวรรค์ได้ฮู้จักแล้วว่า เจ้าต้องการแนวหมู่นี้อยู่แล้ว | ເພາະວ່າພວກຕ່າງຊາດສະແຫວງຫາສິ່ງຂອງທັງປວງນີ້ ແຕ່ວ່າພຣະບິດາຂອງທ່ານທັງຫລາຍຜູ້ຊົງສະຖິດຢູ່ໃນສະຫວັນ ຊົງຊາບແລ້ວວ່າພວກທ່ານຕ້ອງການສິ່ງທັງປວງເຫລົ່ານີ້. | ຍ້ອນວ່າພວກຄົນຕ່າງຊາດທີ່ບໍ່ຮູ້ຈັກພຣະເຈົ້າກໍຍັງຊອກແຕ່ແນວໝູ່ນີ້ ແຕ່ພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ເພິ່ນສະຖິດໃນສະຫວັນໄດ້ຮູ້ຈັກແລ້ວວ່າ ເຈົ້າຕ້ອງການແນວໝູ່ນີ້ຢູ່ແລ້ວ | For the pagans strive after all these things, and your Heavenly Father knows that you need them. |
33 | แต่ให้พวกเจ้าแสวงหาแผ่นดินของพระเจ้า กับความเที่ยงธรรมของเพิ่นก่อน แล้วเพิ่นสิได้เพิ่มเติมเมิ้ดคู่อันคู่แนวให้เจ้า | ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສະແຫວງຫາລາຊະອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລະພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ. | ແຕ່ໃຫ້ພວກເຈົ້າສະແຫວງຫາລາຊະອານາຈັກຂອງພຣະເຈົ້າ ກັບຄວາມທ່ຽງທຳຂອງເພິ່ນກ່ອນ ແລ້ວເພິ່ນຊິໄດ້ເພິ່ມເຕິມໝົດຄູ່ອັນຄູ່ແນວໃຫ້ເຈົ້າ | But seek first the kingdom of God and His righteousness, and all these things will be added unto you. |
34 | จั่งซั้น อย่าคึดแต่มื้ออื่นเลย ย้อนว่ามื้ออื่นกะสิมีการวุ่นวายของมันเอง แต่ละมื้อกะมีความยุ่งยากพออยู่แล้ว" | ເຫດສັນນັ້ນຢ່າກະວົນກະວາຍເຖິງມື້ອື່ນ ເພາະວ່າມື້ອື່ນຄົງມີການກະວົນກະວາຍສຳລັບມັນເອງ ຄວາມທຸກໃນວັນໃດກໍພໍແລ້ວໃນວັນນັ້ນ. | ຈັ່ງຊັ້ນ ຢ່າຄຶດແຕ່ມື້ອື່ນເລີຍ ຍ້ອນວ່າມື້ອື່ນກໍຊິມີການວຸ້ນວາຍຂອງມັນເອງ ແຕ່ລະມື້ກໍມີຄວາມຫຍຸ້ງຍາກພໍຢູ່ແລ້ວ” | Therefore do not worry about tomorrow, for tomorrow will worry about itself. Today has enough trouble of its own. |