| | ບົດທີ 5 | ມັດທາຍ ບົດທີ 5 | Matthew 5 |
| | ພຣະເຢຊູຊົງຕັ້ງຕົ້ນເທດສະໜາຢູ່ຈ້າຍພູ ເລື່ອງຄວາມສຸກ | | |
| | (ລກ. 6:20-23) | | |
1 | พอเหลียวเบิ่งเห็นคนหลวงหลายแล้ว พระเยซูเลยขึ้นไปเทิงภูเขา บัดพอเพิ่นนั่งลงแล้ว พวกลูกศิษย์ได้เข้ามาหาเพิ่น | ເມື່ອທອດພຣະເນດເຫັນຄົນຫລວງຫລາຍດັ່ງນັ້ນ ພຣະອົງກໍສະເດັດຂຶ້ນພູເມື່ອປະທັບລົງແລ້ວພວກສາວົກກໍເຂົ້າມາເຝົ້າ. | ພໍຫລຽວເບິ່ງເຫັນຄົນຫລວງຫລາຍແລ້ວ ພຣະເຢຊູເລີຍຂຶ້ນໄປເທິງພູເຂົາ ບັດພໍເພິ່ນນັ່ງລົງແລ້ວ ພວກລູກສິດໄດ້ເຂົ້າມາຫາເພິ່ນ | When Jesus saw the crowds, He went up on the mountain and sat down. His disciples came to Him, |
| | ຄຳວ່າ ໄຂພຣະໂອດນີ້ ກໍເຄີຍໃຊ້ເພື່ອແນະນຳຂໍ້ຄວາມສຳຄັນ (ເບິ່ງ ກຈກ. 8:35) | | |
2 | แล้วพระเยซูได้เอ่ยปาก ตั้งต้นสอนเขาว่า | ພຣະອົງຈິ່ງຊົງໄຂພຣະໂອດ ຕັ້ງຕົ້ນສັ່ງສອນເຂົາວ່າ, | ແລ້ວພຣະເຢຊູໄດ້ເອີ່ຍປາກ ຕັ້ງຕົ້ນສອນເຂົາວ່າ | and He began to teach them, saying: |
3 | "ส่วนผู้ที่ยากจนตกต่ำฝ่ายจิตวิญญาณ ผู้ฮั้นได้พรเป็นสุข ย้อนแผ่นดินสวรรค์เป็นของเขาอยู่แล้ว | “ຜູ້ໃດທີ່ຍາກຈົນຝ່າຍຈິດວິນຍານກໍເປັນສຸກ ເພາະວ່າແຜ່ນດິນສະຫວັນເປັນຂອງຜູ້ນັ້ນ. | “ສ່ວນຜູ້ທີ່ຍາກຈົນຕົກຕ່ຳຝ່າຍຈິດວິນຍານ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນລາຊະອານາຈັກສະຫວັນເປັນຂອງເຂົາຢູ່ແລ້ວ | “Blessed are the poor in spirit, for theirs is the kingdom of heaven. |
4 | ส่วนผู้ที่โศกเศร้าไว้ทุกข์ ผู้ฮั้นได้พรเป็นสุข ย้อนว่าเขาสิได้ฮับการปลอบโยน | ຜູ້ໃດໂສກເສົ້າກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ. | ສ່ວນຜູ້ທີ່ໂສກເສົ້າໄວ້ທຸກ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າເຂົາຊິໄດ້ຮັບການປອບໂຍນ | Blessed are those who mourn, for they will be comforted. |
5 | ส่วนผู้ที่มีใจอ่อนน้อม ผู้ฮั้นได้พรเป็นสุข ย้อนว่าเขาสิได้ฮับแผ่นดินโลกเป็นมรดก | ຜູ້ໃດມີໃຈອ່ອນຫວານກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍລະດົກ. | ສ່ວນຜູ້ທີ່ມີໃຈອ່ອນນ້ອມ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າເຂົາຊິໄດ້ຮັບແຜ່ນດິນໂລກເປັນມໍລະດົກ | Blessed are the meek, for they will inherit the earth. |
6 | ส่วนผู้ที่หิวกระหายตามความเที่ยงธรรม ผู้ฮั้นได้พรเป็นสุข ย้อนว่าเขาสิได้อิ่มหนำ | ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ. | ສ່ວນຜູ້ທີ່ຫິວກະຫາຍຕາມຄວາມທ່ຽງທຳ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າເຂົາຊິໄດ້ອິ່ມໜຳ | Blessed are those who hunger and thirst for righteousness, for they will be filled. |
7 | ส่วนผู้ที่มีใจเมตตา ผู้ฮั้นได้พรเป็นสุข ย้อนว่าเขาสิได้ฮับความเมตตาคือกัน | ຜູ້ໃດມີໃຈກະລຸນາກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະລຸນາຕອບ. | ສ່ວນຜູ້ທີ່ມີໃຈເມດຕາ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າເຂົາຊິໄດ້ຮັບຄວາມເມດຕາຄືກັນ | Blessed are the merciful, for they will be shown mercy. |
8 | ส่วนผู้ที่มีใจบริสุทธิ์ ผู้ฮั้นได้พรเป็นสุข ย้อนว่าเขาสิได้เห็นพระเจ้า | ຜູ້ໃດມີໃຈບໍລິສຸດກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ. | ສ່ວນຜູ້ທີ່ມີໃຈບໍລິສຸດ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າເຂົາຊິໄດ້ເຫັນພຣະເຈົ້າ | Blessed are the pure in heart, for they will see God. |
9 | ส่วนผู้ที่สร้างสันติภาพ ผู้ฮั้นได้พรเป็นสุข ย้อนว่าผู้คนสิได้เอิ้นเขาว่าเป็นลูกของพระเจ้า | ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດ. | ສ່ວນຜູ້ທີ່ສ້າງສັນຕິພາບ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າຜູ້ຄົນຊິໄດ້ເອີ້ນເຂົາວ່າເປັນລູກຂອງພຣະເຈົ້າ | Blessed are the peacemakers, for they will be called sons of God. |
10 | ส่วนผู้ที่ถืกข่มเหงย้อนความเที่ยงธรรม ผู้ฮั้นได้พรเป็นสุข ย้อนว่าแผ่นดินสวรรค์เป็นของเขาแล้ว | ຜູ້ໃດຖືກຂົ່ມເຫງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ ເພາະວ່າແຜ່ນດິນສະຫວັນເປັນຂອງຜູ້ນັ້ນ. | ສ່ວນຜູ້ທີ່ຖືກຂົ່ມເຫງຍ້ອນຄວາມທ່ຽງທຳ ຜູ້ນັ້ນໄດ້ພົນເປັນສຸກ ຍ້ອນວ່າລາຊະອານາຈັກສະຫວັນເປັນຂອງເຂົາແລ້ວ | Blessed are those who are persecuted because of righteousness, for theirs is the kingdom of heaven. |
11 | ส่วนผู้ที่ถืกคนประจาน นินทาใส่ร้ายเป็นความเท็จย้อนเห็นแก่เฮา ผู้ฮั้นได้พรเป็นสุข | “ເມື່ອເຂົາຈະຕິຕຽນຂົ່ມເຫງນິນທາວ່າຮ້າຍທ່ານທັງຫລາຍ ເປັນຄວາມບໍ່ຈິງທຸກຢ່າງ ເພາະເຫັນແກ່ເຮົາ ພວກທ່ານກໍເປັນສຸກ. | ສ່ວນຜູ້ທີ່ຖືກຄົນປະຈານ ນິນທາໃສ່ຮ້າຍເປັນຄວາມບໍ່ຈິງຍ້ອນເຫັນແກ່ເຮົາ ຜູ້ນັ້ນໄດ້ພົນເປັນສຸກ | Blessed are you when people insult you, persecute you, and falsely say all kinds of evil against you because of Me. |
12 | กะให้ดีอกดีใจไว้อย่างเหลือล้นเด้อ ย้อนว่าบำเหน็จรางวัลของเจ้ามีครบบริบูรณ์ในสวรรค์ คือคนเคยข่มเหงพวกผู้เป็นปากเป็นเสียงของพระเจ้าก่อนเจ้าคือกัน | ຈົ່ງຊົມຊື່ນຍິນດີ ເພາະວ່າບຳເໜັດຂອງທ່ານທັງຫລາຍມີບໍລິບູນໃນສະຫວັນ ເໝືອນດັ່ງນັ້ນແຫລະ, ເຂົາໄດ້ຂົ່ມເຫງຜູ້ປະກາດພຣະທຳທີ່ຢູ່ກ່ອນທ່ານທັງຫລາຍ. | ກໍໃຫ້ດີອົກດີໃຈໄວ້ຢ່າງເຫລືອລົ້ນເດີ້ ຍ້ອນວ່າບຳເໜັດລາງວັນຂອງເຈົ້າມີຄົບບໍລິບູນໃນສະຫວັນ ຄືຄົນເຄີຍຂົ່ມເຫງພວກຜູ້ເປັນປາກເປັນສຽງຂອງພຣະເຈົ້າກ່ອນເຈົ້າຄືກັນ | Rejoice and be glad, because great is your reward in heaven; for in the same way they persecuted the prophets before you. |
| | ເລື່ອງເກືອແລະຄວາມສະຫວ່າງ | | |
| | (ມຣກ. 9:50; ລກ. 14:34-35) | | |
13 | พวกเจ้าเป็นคือเกลือของโลก แต่คั่นเกลือฮั้นเมิ้ดรสซาติไปแล้ว สิใซ้เป็นเกลืออีกต่อไปได้จั่งใด มันกะบ่เป็นประโยชน์อีหยัง มีแต่สิถอกออกใส่ทางให้คนเหยียบไปเหยียบมาซื่อๆ | “ທ່ານທັງຫລາຍຄືເກືອສຳລັບໂລກ ແຕ່ຖ້າເກືອນັ້ນຈືດຈາງໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ແຕ່ນັ້ນໄປກໍບໍ່ມີປະໂຫຍດອັນໃດ ມີແຕ່ຈະຖິ້ມເສຍໃຫ້ຄົນຢຽບເທົ່ານັ້ນ. | ພວກເຈົ້າເປັນຄືເກືອຂອງໂລກ ແຕ່ຄັ່ນເກືອນັ້ນໝົດລົດຊາດໄປແລ້ວ ຊິໃຊ້ເປັນເກືອອີກຕໍ່ໄປໄດ້ຈັ່ງໃດ ມັນກໍບໍ່ເປັນປະໂຫຍດອີຫຍັງ ມີແຕ່ຊິຖອກອອກໃສ່ທາງໃຫ້ຄົນຢຽບໄປຢຽບມາຊື່ໆ | You are the salt of the earth. But if the salt loses its savor, how can it be made salty again? It is no longer good for anything, except to be thrown out and trampled by men. |
14 | แล้วพวกเจ้าเป็นแสงสว่างของโลกนำ คือเมืองใดๆ ซึ่งตั้งอยู่เทิงยอดเนินเขาสิบ่สามารถปิดบังไว้ได้เลย | “ພວກທ່ານຄືແສງສະຫວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງພູຈະບັງລັບໄວ້ບໍ່ໄດ້. | ແລ້ວພວກເຈົ້າເປັນແສງສະຫວ່າງຂອງໂລກນຳ ຄືເມືອງໃດໆ ຊຶ່ງຕັ້ງຢູ່ເທິງຍອດໂນນພູຊິບໍ່ສາມາດປິດບັງໄວ້ໄດ້ເລີຍ | You are the light of the world. A city on a hill cannot be hidden. |
15 | คือว่า เคยมีใผแหน่ที่ไต้ตะเกียง แล้วกะเอาคุถังกวบไว้ มีแต่สิตั้งไว้เทิงแท่นตะเกียง เพื่อสิส่องแสง๏ให้คู่คนในเฮือนฮั้นเห็นฮุ่ง | ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມແລ້ວເອົາບຸງມາກວມ ແຕ່ເຄີຍຕັ້ງໄວ້ເທິງຮອງຕີນໂຄມແລະມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຮືອນນັ້ນ. | ຄືວ່າ ເຄີຍມີໃຜແໜ່ທີ່ໄຕ້ຕະກຽງ ແລ້ວກໍເອົາຄຸໄວ້ ມີແຕ່ຊິຕັ້ງໄວ້ເທິງແທ່ນຕະກຽງ ເພື່ອຊິສ່ອງແສງໃຫ້ຄູ່ຄົນໃນເຮືອນນັ້ນເຫັນຮຸ່ງ | Neither do people light a lamp and put it under a basket. Instead, they set it on a lampstand, and it gives light to everyone in the house. |
16 | จั่งซั้น ให้แสงสว่างของเจ้าส่องออกไปต่อหน้าต่อตาของคนทั้งหลายเด้อ เพื่อเขาสิได้เห็น๏ความดีความงามที่เจ้าเฮ็ด แล้วเขากะสิยกย่องสรรเสริญพระเจ้าผู้เป็นพ่อของเจ้า ผู้เพิ่นอยู่ในสวรรค์ | ເໝືອນຢ່າງນັ້ນແຫລະ, ພວກທ່ານຈົ່ງສ່ອງແຈ້ງແກ່ຄົນທັງປວງ ເພື່ອວ່າ, ເມື່ອເຂົາເຫັນການດີທີ່ພວກທ່ານເຮັດເຂົາຈະໄດ້ສັນລະເສີນພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະຫວັນ. | ຈັ່ງຊັ້ນ ໃຫ້ແສງສະຫວ່າງຂອງເຈົ້າສ່ອງອອກໄປຕໍ່ໜ້າຕໍ່ຕາຂອງຄົນທັງຫລາຍເດີ້ ເພື່ອເຂົາຊິໄດ້ເຫັນຄວາມດີຄວາມງາມທີ່ເຈົ້າເຮັດ ແລ້ວເຂົາກໍຊິຍົກຍ້ອງສັນລະເສີນພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ເພິ່ນຢູ່ໃນສະຫວັນ | In the same way, let your light shine before men, that they may see your good deeds and glorify your Father in heaven. |
| | ເລື່ອງພຣະບັນຍັດ | | |
17 | อย่าไปคึดว่าเฮาหนิมาเพื่อสิทำลายกฎบัญญัติของพระเจ้าฮั้น หรือคำเว้าของผู้เป็นปากเป็นเสียงของเพิ่น เฮาบ่ได้มาเพื่อทำลายดอก แต่มาเพื่อสิให้สำเร็จ | “ຢ່າຄຶດວ່າເຮົາມາລຶບລ້າງພຣະບັນຍັດ ແລະຖ້ອຍຄຳຂອງຜູ້ປະກາດພຣະທຳເສຍ ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ. | ຢ່າໄປຄຶດວ່າເຮົານີ້ມາເພື່ອຊິທຳລາຍກົດບັນຍັດຂອງພຣະເຈົ້ານັ້ນ ຫລືຄຳເວົ້າຂອງຜູ້ເປັນປາກເປັນສຽງຂອງເພິ່ນ ເຮົາບໍ່ໄດ້ມາເພື່ອທຳລາຍດອກ ແຕ່ມາເພື່ອຊິໃຫ້ສຳເລັດ | Do not think that I have come to abolish the Law or the Prophets. I have not come to abolish them, but to fulfill them. |
18 | คือเฮาสิบอกความจริงให้พวกเจ้าโลด ว่า เถิงแม้นว่าฟ้ากับดินสิล่วงไป แม้นแต่อักษรเดียว หรือจุดเดียวในกฎบัญญัติ กะสิบ่สูญเสียไปจักหน่อย จนกว่าสิสำเร็จทั้งเมิ้ด | ເຮົາບອກທ່ານທັງຫລາຍຕາມຈິງວ່າ ຕາບໃດຟ້າແລະດິນຍັງຕັ້ງຢູ່ ແມ່ນແຕ່ຈຸດຫລືຂີດໃດໆ ກໍຈະບໍ່ສູນໄປຈາກພຣະບັນຍັດຈົນກວ່າສິ່ງທັງປວງນັ້ນຈະໄດ້ເກີດຂຶ້ນຄົບຖ້ວນ. | ຄືເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ເຖິງແມ່ນວ່າຟ້າກັບດິນຊິລ່ວງໄປ ແມ່ນແຕ່ອັກສອນດຽວ ຫລືຈຸດດຽວໃນກົດບັນຍັດ ກໍຊິບໍ່ສູນເສຍໄປຈັກໜ່ອຍ ຈົນກວ່າຊິສຳເລັດທັງໝົດ | For I tell you truly, until heaven and earth pass away, not a single jot, not a stroke of a pen, will disappear from the Law until everything is accomplished. |
19 | จั่งซั้น ผู้ใดกะตามที่บ่เฮ็ดตามข้อเล็กน้อยแม้นแต่ข้อเดียวในกฎบัญญัตินี้ ทั้งสอนคนอื่นบ่ให้เฮ็ดตามคือกัน ผู้ฮั้นสิเอิ้นกันว่า เป็นผู้เล็กน้อยที่สุดในแผ่นดินสวรรค์ แต่ผู้ใดที่เฮ็ดตาม กับสอนคนอื่นให้เฮ็ดตามคือกัน ผู้ฮั้นสิเอิ้นกันว่า เป็นใหญ่ในแผ่นดินสวรรค์ | ເຫດສັນນັ້ນຜູ້ໃດໄດ້ເຮັດໃຫ້ຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ເບົາບາງລົງ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ນ້ອຍທີ່ສຸດໃນແຜ່ນດິນສະຫວັນ ແຕ່ຜູ້ໃດທີ່ປະຕິບັດແລະສອນຕາມພຣະບັນຍັດ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ໃຫຍ່ໃນແຜ່ນດິນສະຫວັນ. | ຈັ່ງຊັ້ນ ຜູ້ໃດກໍຕາມທີ່ບໍ່ເຮັດຕາມຂໍ້ນ້ອຍໆແມ່ນແຕ່ຂໍ້ດຽວໃນກົດບັນຍັດນີ້ ທັງສອນຄົນອື່ນບໍ່ໃຫ້ເຮັດຕາມຄືກັນ ຜູ້ນັ້ນຊິເອີ້ນກັນວ່າ ເປັນຜູ້ນ້ອຍໆທີ່ສຸດໃນລາຊະອານາຈັກສະຫວັນ ແຕ່ຜູ້ໃດທີ່ເຮັດຕາມ ກັບສອນຄົນອື່ນໃຫ້ເຮັດຕາມຄືກັນ ຜູ້ນັ້ນຊິເອີ້ນກັນວ່າ ເປັນໃຫຍ່ໃນລາຊະອານາຈັກສະຫວັນ | So then, whoever breaks one of the least of these commandments and teaches others to do likewise will be called least in the kingdom of heaven; but whoever practices and teaches them will be called great in the kingdom of heaven. |
20 | คือ เฮาสิบอกพวกเจ้าโลด นอกจากความซอบธรรมของเจ้าสิเกินกว่าความซอบธรรมของเสมียนฯ กับพวกฟาริสี เจ้าสิบ่มีทางเข้าในแผ่นดินสวรรค์เป็นอันขาด | ເພາະເຮົາບອກທ່ານທັງຫລາຍວ່າ ຖ້າການຖືສິນທຳຂອງທ່ານບໍ່ລື່ນກວ່າການຖືສິນທຳຂອງພວກນັກທຳແລະພວກຟາຣີຊາຍ ພວກທ່ານຈະເຂົ້າໄປໃນແຜ່ນດິນສະຫວັນບໍ່ໄດ້ຈັກເທື່ອ. | ຄື ເຮົາຊິບອກພວກເຈົ້າໂລດ ນອກຈາກຄວາມຊອບທຳຂອງເຈົ້າຊິເກີນກວ່າຄວາມຊອບທຳຂອງນັກທຳກັບພວກຟາຣີຊາຍ ເຈົ້າຊິບໍ່ມີທາງເຂົ້າໃນລາຊະອານາຈັກສະຫວັນເປັນອັນຂາດ | For I tell you that unless your righteousness exceeds that of the scribes and Pharisees, you will never enter the kingdom of heaven. |
| | ເລື່ອງຄວາມຄຽດຮ້າຍ | | |
| | (ລກ. 12:57-59) | | |
21 | พวกเจ้าเคยได้ยินเถิงถ้อยคำโบราณว่า 'อย่าฆ่าคน' คั่นแม่นใผฆ่าคน ผู้ฮั้นสิต้องถืกพิพากษาลงโทษ | “ທ່ານທັງຫລາຍໄດ້ຍິນຄຳຊຶ່ງກ່າວໄວ້ແກ່ຄົນບູຮານວ່າ ‘ຢ່າຂ້າຄົນ ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກພິພາກສາລົງໂທດ’. | ພວກເຈົ້າເຄີຍໄດ້ຍິນເຖິງຖ້ອຍຄຳບູຮານວ່າ ‘ຢ່າຂ້າຄົນ’ ຄັ່ນແມ່ນໃຜຂ້າຄົນ ຜູ້ນັ້ນຊິຕ້ອງຖືກພິພາກສາລົງໂທດ | You have heard that it was said to the ancients, ‘Do not murder, and anyone who murders will be subject to judgment.’ |
22 | แต่เฮาสิบอกพวกเจ้าว่า ผู้ใดกะตามที่สิฮ้ายพี่น้องของโตโดยบ่มีเหตุ ผู้ฮั้นอาจสิถืกพิพากษาลงโทษ แล้วผู้ใดที่สิเว้ากับพี่น้องว่า 'มึงบ่มีประโยชน์' ผู้ฮั้นอาจสิถืกนำไปที่ศาลสูง กับผู้ใดสิว่า 'จัญไร' ผู้ฮั้นสิเป็นโทษเถิงไฟนรก | ແຕ່ຝ່າຍເຮົາ ເຮົາບອກພວກທ່ານວ່າ ຜູ້ໃດຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກໂທດ ຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ອ້າຍໂງ່’ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານສູງ ຜູ້ໃດຈະເວົ້າວ່າ ‘ອ້າຍບ້າ’ ຜູ້ນັ້ນຈະມີໂທດເຖິງໄຟນະລົກ. | ແຕ່ເຮົາຊິບອກພວກເຈົ້າວ່າ ຜູ້ໃດກໍຕາມທີ່ຊິຮ້າຍພີ່ນ້ອງຂອງໂຕໂດຍບໍ່ມີເຫດ ຜູ້ນັ້ນອາດຊິຖືກພິພາກສາລົງໂທດ ແລ້ວຜູ້ໃດທີ່ຊິເວົ້າກັບພີ່ນ້ອງວ່າ ‘ມຶງບໍ່ມີປະໂຫຍດ’ ຜູ້ນັ້ນອາດຊິຖືກນຳໄປທີ່ສານສູງ ກັບຜູ້ໃດຊິວ່າ ‘ຄົນໂງ່ຈ້າ’ ຜູ້ນັ້ນຊິເປັນໂທດເຖິງໄຟນະລົກ | But I tell you that anyone who is angry with his brother will be subject to judgment. Again, anyone who says to his brother, ‘Raca,’ will be subject to the Sanhedrin. But anyone who says, ‘You fool!’ will be subject to the fire of hell. |
23 | จั่งซั้น คั่นเจ้านำเครื่องบูซามาเถิงแท่นบูซาแล้ว กับคึดขึ้นได้ว่าพี่น้องยังมีเหตุขัดเคืองกับเจ้า | ດັ່ງນັ້ນ, ເມື່ອທ່ານກຳລັງນຳເຄື່ອງຖວາຍມາເຖິງແທ່ນບູຊາ ແລ້ວລະນຶກຂຶ້ນໄດ້ວ່າ ທ່ານມີຂໍ້ຂຸ້ນເຄືອງກັບອ້າຍນ້ອງຂອງຕົນດ້ວຍເລື່ອງໃດເລື່ອງໜຶ່ງ. | ຈັ່ງຊັ້ນ ຄັ່ນເຈົ້ານຳເຄື່ອງບູຊາມາເຖິງແທ່ນບູຊາແລ້ວ ກັບຄຶດຂຶ້ນໄດ້ວ່າພີ່ນ້ອງຍັງມີເຫດຂັດເຄືອງກັບເຈົ້າ | Therefore if you are offering your gift at the altar and there remember that your brother has something against you, |
24 | กะให้วางเครื่องบูซาไว้หน้าแท่นฮั้น แล้วหลบเมือคืนดีกับผู้ฮั้นเสียก่อน แล้วจั่งค่อยมาถวายเครื่องบูซาของเจ้า | ຈົ່ງວາງເຄື່ອງບູຊາໄວ້ຕໍ່ໜ້າແທ່ນນັ້ນກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສຍກ່ອນ ແລ້ວຈິ່ງມາຖວາຍເຄື່ອງບູຊາຂອງທ່ານ. | ກໍໃຫ້ວາງເຄື່ອງບູຊາໄວ້ໜ້າແທ່ນນັ້ນ ແລ້ວຫລົບເມືອຄືນດີກັບຜູ້ນັ້ນເສຍກ່ອນ ແລ້ວຈັ່ງຄ່ອຍມາຖວາຍເຄື່ອງບູຊາຂອງເຈົ້າ | leave your gift there before the altar. First go and be reconciled to your brother; then come and offer your gift. |
25 | ให้ปรองดองตกลงกันกับคู่ความอย่างไวๆ เด้อ บัดพวมอยู่ในเส้นทาง(ไปขึ้นศาล) นำกัน บ่ซั่นหย้านว่าหาลางเทื่อคู่ความฮั้นสิฟ้องร้องมอบเจ้าไว้กับผู้พิพากษา แล้วผู้พิพากษาสิมอบเจ้าไว้กับผู้คุมนักโทษ แล้วในที่สุดเจ้าสิต้องถืกโยนเข้าไปในคุก | ຈົ່ງຮີບປອງດອງກັບຄູ່ໂຈດຂອງຕົນ ໃນຂະນະທີ່ຍັງຢູ່ກາງທາງນຳກັນ ຢ້ານວ່າໂຈດນັ້ນຈະມອບທ່ານໄວ້ກັບຕຸລາການ ແລະຕຸລາການຈະມອບທ່ານໄວ້ກັບທຳມະໂຮງ ແລ້ວທ່ານຈະໄດ້ຖືກຂັງໄວ້ໃນຄຸກ. | ໃຫ້ປອງດອງຕົກລົງກັນກັບຄູ່ຄວາມຢ່າງໄວໆ ເດີ້ ບັດພວມຢູ່ໃນເສັ້ນທາງ(ໄປຂຶ້ນສານ) ນຳກັນ ບໍ່ຊັ່ນຢ້ານວ່າຫາລາງເທື່ອຄູ່ຄວາມນັ້ນຊິຟ້ອງຮ້ອງມອບເຈົ້າໄວ້ກັບຜູ້ພິພາກສາ ແລ້ວຜູ້ພິພາກສາຊິມອບເຈົ້າໄວ້ກັບຜູ້ຄຸມນັກໂທດ ແລ້ວໃນທີ່ສຸດເຈົ້າຊິຕ້ອງຖືກໂຍນເຂົ້າໄປໃນຄຸກ | Reconcile quickly with your adversary, while you are still on the way to court. Otherwise he may hand you over to the judge, and the judge may hand you over to the officer, and you may be thrown into prison. |
26 | เฮาสิบอกความจริงให้พวกเจ้าโลด ว่า พวกเจ้าสิออกจากบ่อนฮั้นบ่ได้ จนกว่าสิใซ้หนี้ครบ | ເຮົາບອກແກ່ທ່ານຕາມຄວາມຈິງວ່າ ທ່ານຈະອອກຈາກທີ່ນັ້ນບໍ່ໄດ້ຈົນກວ່າຈະໄດ້ໃຊ້ໜີ້ຈົນຄົບທຸກອັດ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ພວກເຈົ້າຊິອອກຈາກບ່ອນນັ້ນບໍ່ໄດ້ ຈົນກວ່າຊິໃຊ້ໜີ້ຄົບ | Truly I tell you, you will not get out until you have paid the last penny. |
| | ເລື່ອງການຫລິ້ນຊູ້ | | |
27 | พวกเจ้าได้ยิน ว่า มีคำกล่าวในโบราณว่า 'อย่าเล่นซู้ล่วงประเวณีผัวเมียเขา' | “ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ ‘ຢ່າຫລິ້ນຊູ້ສູ່ຜົວເມຍທ່ານ’ | ພວກເຈົ້າໄດ້ຍິນ ວ່າ ມີຄຳກ່າວໃນບູຮານວ່າ ‘ຢ່າຫລິ້ນຊູ້ຜົວເມຍເຂົາ’ | You have heard that it was said, ‘Do not commit adultery.’ |
28 | แต่เฮาบอกพวกเจ้าว่า คั่นแม่นใผเบิ่งแม่ญิงเพื่อให้เกิดใจกำหนัดในญิงฮั้น ผู้ฮั้นได้เล่นซู้ล่วงประเวณีในใจกับญิงฮั้นอยู่แล้ว | ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳໜັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ. | ແຕ່ເຮົາບອກພວກເຈົ້າວ່າ ຄັ່ນແມ່ນໃຜເບິ່ງແມ່ຍິງເພື່ອໃຫ້ເກີດໃຈກຳໜັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນຢູ່ແລ້ວ | But I tell you that anyone who looks at a woman to lust after her has already committed adultery with her in his heart. |
29 | คั่นตาขวาของเจ้าเป็นอุปสรรคให้หลงผิด กะให้ควักถิ้มโลด ย้อนว่าการที่เจ้าสิมีตาเพียงข้างเดียวสิเป็นประโยชน์ให้เจ้า ดีกว่ามีตาครบทั้งสองข้างแล้วต้องถืกถิ้มลงในนรก | ຖ້າຕາເບື້ອງຂວາຂອງທ່ານເຮັດໃຫ້ຕົວຫລົງຜິດ ຈົ່ງຄວັດອອກຖິ້ມເສຍ ເພາະການທີ່ເສຍອະໄວຍະວະສ່ວນໜຶ່ງກໍດີກວ່າໝົດທັງຕົວຈະຖືກຖິ້ມລົງໃນໝໍ້ນະລົກ. | ຄັ່ນຕາຂວາຂອງເຈົ້າເປັນອຸປະສັກໃຫ້ຫລົງຜິດ ກໍໃຫ້ຄວັກຖິ້ມໂລດ ຍ້ອນວ່າການທີ່ເຈົ້າຊິມີຕາພຽງຂ້າງດຽວຊິເປັນປະໂຫຍດໃຫ້ເຈົ້າ ດີກວ່າມີຕາຄົບທັງສອງຂ້າງແລ້ວຕ້ອງຖືກຖິ້ມລົງໃນນະລົກ | If your right eye causes you to sin, gouge it out and throw it away. It is better for you to lose one part of your body than for your whole body to be thrown into hell. |
30 | แล้วคั่นมือขวาของเจ้าเป็นอุปสรรคให้หลงผิดไป กะให้ตัดถิ้มโลด ย้อนว่ามันสิดีกว่าสำหรับเจ้า คั่นมือของเจ้าสูญเสียไปข้างเดียว แทนที่สิแล้วต้องถืกถิ้มลงในนรกเมิ้ดทั้งโต | ແລະຖ້າມືເບື້ອງຂວາຂອງທ່ານເຮັດໃຫ້ຫລົງຜິດ ຈົ່ງຕັດຖິ້ມເສຍ ເພາະການທີ່ເສຍອະໄວຍະວະສ່ວນໜຶ່ງກໍດີກວ່າໝົດທັງຕົວຈະຕ້ອງຕົກໃນໝໍ້ນະລົກ. | ແລ້ວຄັ່ນມືຂວາຂອງເຈົ້າເປັນອຸປະສັກໃຫ້ຫລົງຜິດໄປ ກໍໃຫ້ຕັດຖິ້ມໂລດ ຍ້ອນວ່າມັນຊິດີກວ່າສຳລັບເຈົ້າ ຄັ່ນມືຂອງເຈົ້າສູນເສຍໄປຂ້າງດຽວ ແທນທີ່ຊິແລ້ວຕ້ອງຖືກຖິ້ມລົງໃນນະລົກໝົດທັງໂຕ | And if your right hand causes you to sin, cut it off and throw it away. It is better for you to lose one part of your body than for your whole body to depart into hell. |
| | ເລື່ອງການຢ່າຮ້າງ | | |
| | (ມທ. 19:9; ມຣກ. 10:11-12; ລກ. 16:18) | | |
31 | เคยมีถ้อยคำว่า 'ใผกะตามที่สิหย่าเมีย กะให้เขายื่นใบหย่าให้เมียเป็นทางการ' | “ຍັງມີຄຳກ່າວໄວ້ວ່າ ‘ຖ້າຜູ້ໃດຈະປະຮ້າງເມຍຂອງຕົນ ກໍໃຫ້ເຮັດໜັງສືຢ່າຮ້າງໃຫ້ເມຍນັ້ນ’. | ເຄີຍມີຖ້ອຍຄຳວ່າ ‘ໃຜກໍຕາມທີ່ຊິປະກັນເມຍ ກໍໃຫ້ເຂົາຍື່ນໃບປະກັນໃຫ້ເມຍເປັນທາງການ’ | It has also been said, ‘Whoever divorces his wife must give her a certificate of divorce.’ |
32 | แต่เฮาบอกพวกเจ้าว่า คั่นแม่นใผสิหย่าเมีย ย้อนอื่นๆ นอกจากการเล่นซู้ล่วงประเวณีท่อฮั้น กะสิเฮ็ดให้นางล่วงประเวณีต่อไป กับใผสิแต่งกับนางผู้ฮั้นที่ถืกหย่าไปแล้ว ผู้ฮั้นที่แต่งกับนางกะท่อกับเล่นซู้ล่วงประเวณีนำ | ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຖ້າຜູ້ໃດຈະປະເມຍຂອງຕົນເພາະເຫດອື່ນ ນອກຈາກການຜິດກັບຊາຍອື່ນ ກໍທໍ່ກັບວ່າຜູ້ນັ້ນເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້ ແລະຖ້າຜູ້ໃດຈະຮັບຍິງຊຶ່ງປະຮ້າງຢ່າງນັ້ນມາເປັນເມຍຜູ້ນັ້ນກໍຖືກຜິດໃນຖານຫລິ້ນຊູ້ເໝືອນກັນ. | ແຕ່ເຮົາບອກພວກເຈົ້າວ່າ ຄັ່ນແມ່ນໃຜຊິປະກັນເມຍ ຍ້ອນອື່ນໆ ນອກຈາກການຫລິ້ນຊູ້ເທົານັ້ນ ກໍຊິເຮັດໃຫ້ນາງລ່ວງປະເວນີຕໍ່ໄປ ກັບໃຜຊິແຕ່ງກັບນາງຜູ້ນັ້ນທີ່ຖືກປະກັນໄປແລ້ວ ຜູ້ນັ້ນທີ່ແຕ່ງກັບນາງກໍທໍ່ກັບຫລິ້ນຊູ້ນຳ | But I tell you that anyone who divorces his wife, except for sexual immorality, brings adultery upon her. And he who marries a divorced woman commits adultery. |
| | ເລື່ອງການສາບານ | | |
33 | อีกแนวหนึ่ง พวกเจ้าเคยได้ยินถ้อยคำจากคนโบราณว่า 'อย่าให้คำสัตย์สาบานต่อคนเป็นความเท็จ แต่ให้ฮักษาคำสัตย์สาบานของเจ้าไว้ต่อหน้าองค์พระผู้เป็นเจ้า' | “ອີກປະການໜຶ່ງ ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ ‘ຢ່າເສຍຄຳສັດສາບານ ຄຳສາບານທີ່ທ່ານຖວາຍຕໍ່ອົງພຣະຜູ້ເປັນເຈົ້າແລ້ວຕ້ອງຮັກສາໄວ້ໃຫ້ໝັ້ນ’. | ອີກແນວໜຶ່ງ ພວກເຈົ້າເຄີຍໄດ້ຍິນຖ້ອຍຄຳຈາກຄົນບູຮານວ່າ ‘ຢ່າໃຫ້ສາບານຕໍ່ຄົນເປັນຄວາມບໍ່ຈິງ ແຕ່ໃຫ້ຮັກສາສາບານຂອງເຈົ້າໄວ້ຕໍ່ໜ້າອົງພຣະຜູ້ເປັນເຈົ້າ’ | Again, you have heard that it was said to the ancients, ‘Do not break your oath, but fulfill your vows to the Lord.’ |
34 | แต่เฮาบอกพวกเจ้าอีกว่า อย่าสาบานจักเทื่อเลย บ่ว่าสิอ้างเถิงสวรรค์กะดี อย่าเฮ็ดเลยย้อนว่าสวรรค์เป็นบัลลังก์ของพระเจ้า | ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າສາບານເລີຍ ໂດຍອ້າງເຖິງສະຫວັນກໍດີ, ເພາະສະຫວັນເປັນລາຊະບັນລັງຂອງພຣະເຈົ້າ. | ແຕ່ເຮົາບອກພວກເຈົ້າອີກວ່າ ຢ່າສາບານຈັກເທື່ອເລີຍ ບໍ່ວ່າຊິອ້າງເຖິງສະຫວັນກໍດີ ຢ່າເຮັດເລີຍຍ້ອນວ່າສະຫວັນເປັນບັນລັງຂອງພຣະເຈົ້າ | But I tell you not to swear at all: either by heaven, for it is God’s throne; |
35 | บ่ว่าสิอ้างเถิงแผ่นดินโลกกะดี อย่าเฮ็ดเลยย้อนว่าแผ่นดินโลกเป็นที่รองเท้าของเพิ่น หรือสิอ้างเถิงเมืองเยรูซาเล็มกะดี อย่าเฮ็ดเลยย้อนว่าเยรูซาเล็มฮั้นเป็นเมืองของกษัตริย์ผู้ยิ่งใหญ่ | ຫລືໂດຍອ້າງເຖິງແຜ່ນດິນໂລກກໍດີ ເພາະແຜ່ນດິນໂລກເປັນທີ່ຮອງພຣະບາດຂອງພຣະອົງ ຫລືໂດຍອ້າງເຖິງກຸງເຢຣູຊາເລັມກໍດີ ເພາະກຸງເຢຣູຊາເລັມເປັນທີ່ປະທັບຂອງພຣະມະຫາກະສັດ. | ບໍ່ວ່າຊິອ້າງເຖິງແຜ່ນດິນໂລກກໍດີ ຢ່າເຮັດເລີຍຍ້ອນວ່າແຜ່ນດິນໂລກເປັນທີ່ຮອງຕີນຂອງເພິ່ນ ຫລືຊິອ້າງເຖິງເມືອງເຢຣູຊາເລັມກໍດີ ຢ່າເຮັດເລີຍຍ້ອນວ່າເຢຣູຊາເລັມນັ້ນເປັນເມືອງຂອງກະສັດຜູ້ຍິ່ງໃຫຍ່ | or by the earth, for it is His footstool; or by Jerusalem, for it is the city of the great King. |
36 | แล้วอย่าสาบานอ้างเถิงหัวของโต ย้อนว่าขนาดเจ้ากะบ่สามารถสิเปลี่ยนสีของเส้นผมแม้นแต่เส้นเดียวบ่ว่าขาวหรือดำ | ຢ່າສາບານໂດຍອ້າງເຖິງຫົວຂອງຕົນ ເພາະທ່ານຈະເຮັດໃຫ້ຜົມຂາວຫລືດຳຈັກເສັ້ນດຽວກໍບໍ່ໄດ້. | ແລ້ວຢ່າສາບານອ້າງເຖິງຫົວຂອງໂຕ ຍ້ອນວ່າຂະໜາດເຈົ້າກໍບໍ່ສາມາດຊິປ່ຽນສີຂອງເສັ້ນຜົມແມ່ນແຕ່ເສັ້ນດຽວບໍ່ວ່າຂາວຫລືດຳ | Nor should you swear by your head, for you cannot make a single hair white or black. |
| | ຫລືວ່າ “ມາຈາກມານຮ້າຍ.” | | |
37 | แต่คั่นเจ้าสิเว้าว่า แม่น กะให้ว่าแม่น หรือคั่นว่า บ่ กะให้ว่าบ่ เว้าแค่นี้กะดีแล้ว ย้อนคั่นเว้าเกินกว่านี้อีกมันกะมาจากความซั่ว | ແຕ່ຈົ່ງໃຫ້ຖ້ອຍຄຳຂອງພວກທ່ານເປັນດັ່ງນີ້ ‘ແມ່ນ’ ກໍວ່າ ‘ແມ່ນ’ ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ເພາະຄຳເວົ້າເກີນນີ້ໄປມາຈາກຄວາມຊົ່ວ. | ແຕ່ຄັ່ນເຈົ້າຊິເວົ້າວ່າ ແມ່ນ ກໍໃຫ້ວ່າແມ່ນ ຫລືຄັ່ນວ່າ ບໍ່ ກໍໃຫ້ວ່າບໍ່ ເວົ້າແຄ່ນີ້ກໍດີແລ້ວ ຍ້ອນຄັ່ນເວົ້າເກີນກວ່ານີ້ອີກມັນກໍມາຈາກຄວາມຊົ່ວ | Simply let your ‘Yes’ be ‘Yes,’ and your ‘No,’ ‘No.’ Anything more comes from the evil one. |
| | ເລື່ອງການຕອບແທນແກ້ແຄ້ນ | | |
| | (ລກ. 6:29-30) | | |
38 | พวกเจ้าเคยได้ยินถ้อยคำว่า 'ตาต่อตา ฟันต่อฟัน' | “ພວກທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະແຂ້ວແທນແຂ້ວ’. | ພວກເຈົ້າເຄີຍໄດ້ຍິນຖ້ອຍຄຳວ່າ ‘ຕາຕໍ່ຕາ ແຂ້ວຕໍ່ແຂ້ວ’ | You have heard that it was said, ‘Eye for eye and tooth for tooth.’ |
39 | แต่เฮาบอกเจ้าว่า อย่าสู่ต่อต้านความซั่ว คือคั่นผู้ใดตบแก้มขวาของเจ้า กะให้หันแก้มซ้ายไปให้เขาตบอีก | ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານ ຈົ່ງປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນເໝືອນກັນ. | ແຕ່ເຮົາບອກເຈົ້າວ່າ ຢ່າສູ່ຕໍ່ຕ້ານຄວາມຊົ່ວ ຄືຄັ່ນຜູ້ໃດຕົບແກ້ມຂວາຂອງເຈົ້າ ກໍໃຫ້ຫັນແກ້ມຊ້າຍໄປໃຫ້ເຂົາຕົບອີກ | But I tell you not to resist an evil person. If someone slaps you on your right cheek, turn to him the other also; |
40 | คั่นผู้ใดอยากสิฟ้องเจ้าขึ้นศาลเพื่อสิริบเอาเสื้อนอกของเจ้า กะให้เอาเสื้อคลุมมอบให้เขานำ | ຖ້າຜູ້ໃດຢາກຟ້ອງເອົາເສື້ອຊັ້ນໃນຂອງທ່ານໄປ ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ເພິ່ນເໝືອນກັນ. | ຄັ່ນຜູ້ໃດຢາກຊິຟ້ອງເຈົ້າຂຶ້ນສານເພື່ອຊິຢຶດເອົາເສື້ອນອກຂອງເຈົ້າ ກໍໃຫ້ເອົາເສື້ອຄຸມມອບໃຫ້ເຂົານຳ | if someone wants to sue you and take your tunic, let him have your cloak as well; |
41 | แล้วคั่นผู้ใดสิบังคับใซ้เจ้าให้ไประยะทางหนึ่งกิโลเมตร กะให้ไปนำเขาเถิงระยะทางสองเท่า | ຖ້າຜູ້ໃດຈະເກນທ່ານໃຫ້ຍ່າງໄປໜຶ່ງຫລັກ ກໍໃຫ້ທ່ານໄປກັບເພິ່ນເຖິງສອງຫລັກ. | ແລ້ວຄັ່ນຜູ້ໃດຊິບັງຄັບໃຊ້ເຈົ້າໃຫ້ໄປລະຍະທາງໜຶ່ງກິໂລແມັດ ກໍໃຫ້ໄປນຳເຂົາເຖິງລະຍະທາງສອງເທົ່າ | and if someone forces you to go one mile, go with him two. |
42 | คั่นใผสิขออีหยังนำเจ้า กะอย่าหันหน้าหนีจากผู้ฮั้น ที่อยากขอยืมจากเจ้า | ຖ້າຜູ້ໃດຈະຂໍນຳທ່ານກໍຈົ່ງໃຫ້ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກທ່ານ. | ຄັ່ນໃຜຊິຂໍອີຫຍັງນຳເຈົ້າ ກໍຢ່າຫັນໜ້າໜີຈາກຜູ້ນັ້ນ ທີ່ຢາກຂໍຢືມຈາກເຈົ້າ | Give to the one who asks you, and do not turn away from the one who wants to borrow from you. |
| | ເລື່ອງຄວາມຮັກຕໍ່ສັດຕູ | | |
| | (ລກ. 6:27-28, 32-36) | | |
43 | พวกเจ้าเคยได้ยินถ้อยคำว่า 'ให้ฮักเพื่อนบ้านของเจ้า กับซังศัตรูของเจ้า' | ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ ‘ຈົ່ງຮັກເພື່ອນບ້ານແລະຊັງສັດຕູ’ | ພວກເຈົ້າເຄີຍໄດ້ຍິນຖ້ອຍຄຳວ່າ ‘ໃຫ້ຮັກເພື່ອນບ້ານຂອງເຈົ້າ ກັບຊັງສັດຕູຂອງເຈົ້າ’ | You have heard that it was said, ‘Love your neighbor and hate your enemy.’ |
44 | แต่เฮาบอกเจ้าว่า ให้ฮักศัตรูของเจ้า ให้อวยพรผู้ที่สาปแซ่งเจ้า ให้เฮ็ดดีกับผู้ที่ซังเจ้า กับให้อธิษฐานเว้านำพระเจ้าเพื่อผู้ที่ใซ้เจ้าอย่างเหยียดหยาม บ่ให้เกียรติกับดูหมิ่นข่มเหงเจ้า | ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຈົ່ງຮັກສັດຕູຂອງທ່ານ ຈົ່ງອ້ອນວອນສຳລັບຜູ້ທີ່ຂົ່ມເຫງທ່ານ. | ແຕ່ເຮົາບອກເຈົ້າວ່າ ໃຫ້ຮັກສັດຕູຂອງເຈົ້າ ໃຫ້ອວຍພອນຜູ້ທີ່ສາບແຊ່ງເຈົ້າ ໃຫ້ເຮັດດີກັບຜູ້ທີ່ຊັງເຈົ້າ ກັບໃຫ້ອະທິຖານເວົ້ານຳພຣະເຈົ້າເພື່ອຜູ້ທີ່ໃຊ້ເຈົ້າຢ່າງດູຖູກ ບໍ່ໃຫ້ກຽດກັບດູໝິ່ນຂົ່ມເຫງເຈົ້າ | But I tell you, love your enemies and pray for those who persecute you, |
45 | ให้เฮ็ดจั่งซี้เพื่อพวกเจ้าสิเป็นลูกที่ดีของพระเจ้า พ่อของเจ้าผู้เพิ่นสถิตในสวรรค์ ย้อนว่าพระเจ้าเพิ่นได้ให้ตะเว็นของเพิ่นขึ้นมาส่องสว่างทั้งให้คนดีคนซั่วอยู่คู่มื้อ กับได้ให้ฝนตกลงมาใส่คนเที่ยงธรรมกับคนอธรรมนำ | ເພື່ອທ່ານທັງຫລາຍຈະເກີດເປັນບຸດຂອງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ ເພາະພຣະອົງຊົງບັນດານໃຫ້ດວງຕາເວັນຂອງພຣະອົງຂຶ້ນສ່ອງສະຫວ່າງໃສ່ຄົນຊົ່ວແລະຄົນດີ ແລະຊົງໃຫ້ຝົນຕົກໃສ່ຄົນສິນທຳກັບຄົນບໍ່ມີສິນທຳສະເໝີກັນ. | ໃຫ້ເຮັດຈັ່ງຊີ້ເພື່ອພວກເຈົ້າຊິເປັນລູກທີ່ດີຂອງພຣະເຈົ້າ ພໍ່ຂອງເຈົ້າຜູ້ເພິ່ນສະຖິດໃນສະຫວັນ ຍ້ອນວ່າພຣະເຈົ້າເພິ່ນໄດ້ໃຫ້ຕະເວັນຂອງເພິ່ນຂຶ້ນມາສ່ອງສະຫວ່າງທັງໃຫ້ຄົນດີຄົນຊົ່ວຢູ່ຄູ່ມື້ ກັບໄດ້ໃຫ້ຝົນຕົກລົງມາໃສ່ຄົນທ່ຽງທຳກັບຄົນອະທຳນຳ | that you may be sons of your Father in heaven. He causes His sun to rise on the evil and the good, and sends rain on the righteous and the unrighteous. |
46 | คือคั่นเจ้าฮักแต่ผู้ที่ฮักเจ้า เจ้าสิได้ฮับการตอบแทนอีหยังเป็นรางวัล คือแม้นแต่พวกเก็บภาษีกะเฮ็ดจั่งซั้นบ่แม่นบ้อ | ຖ້າແມ່ນວ່າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບບຳເໜັດອັນໃດ ເຖິງພວກເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື. | ຄືຄັ່ນເຈົ້າຮັກແຕ່ຜູ້ທີ່ຮັກເຈົ້າ ເຈົ້າຊິໄດ້ຮັບການຕອບແທນອີຫຍັງເປັນລາງວັນ ຄືແມ່ນແຕ່ພວກເກັບພາສີກໍເຮັດຈັ່ງຊັ້ນບໍ່ແມ່ນບໍ້ | If you love those who love you, what reward will you get? Do not even tax collectors do the same? |
47 | แล้วคั่นเจ้าทักทายกันแต่พี่น้องของโตฝ่ายเดียว เจ้าได้เฮ็ดอีหยังดีหลายกว่าคนอื่นๆ แม้นแต่พวกเก็บภาษีกะเฮ็ดจั่งซั้นคือกันบ่แม่นบ้อ | ຖ້າທ່ານຄຳນັບພີ່ນ້ອງຂອງຕົນແຕ່ຝ່າຍດຽວ ທ່ານໄດ້ເຮັດສິ່ງໃດລື່ນຄົນອື່ນທັງປວງເຖິງຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື. | ແລ້ວຄັ່ນເຈົ້າທັກທາຍກັນແຕ່ພີ່ນ້ອງຂອງໂຕຝ່າຍດຽວ ເຈົ້າໄດ້ເຮັດອີຫຍັງດີຫລາຍກວ່າຄົນອື່ນໆ ແມ່ນແຕ່ພວກເກັບພາສີກໍເຮັດຈັ່ງຊັ້ນຄືກັນບໍ່ແມ່ນບໍ້ | And if you greet only your brothers, what are you doing more than others? Do not even Gentiles do the same? |
48 | จั่งซั้น ให้พวกเจ้าเป็นผู้ดีรอบคอบคือจั่งพระเจ้า ผู้เป็นพ่อของเจ้าผู้สถิตในสวรรค์ ซึ่งเพิ่นเป็นผู้ดีรอบคอบ" | ເຫດສັນນັ້ນທ່ານທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນຊົງເປັນຜູ້ດີທີ່ສຸດ. | ຈັ່ງຊັ້ນ ໃຫ້ພວກເຈົ້າເປັນຜູ້ດີສົມບູນຄືກັນກັບພຣະເຈົ້າ ຜູ້ເປັນພໍ່ຂອງເຈົ້າຜູ້ສະຖິດໃນສະຫວັນ ຊຶ່ງເພິ່ນເປັນຜູ້ດີສົມບູນ” | Be perfect, therefore, as your Heavenly Father is perfect. |