| | ບົດທີ 3 | ມັດທາຍ ບົດທີ 3 | Matthew 3 |
| | ການປະກາດຂອງໂຢຮັນບັບຕິສະໂຕ | | |
| | (ມຣກ. 1:1-8; ລກ. 3:1-9, 15-17; ຢຮ. 1:19-28) | | |
1 | ในยามฮั้น โยฮันผู้ให้ฮับพิธีจุ่มน้ำ มาประกาศในถิ่นแห้งแล้งของแคว้นยูเดีย | ຄາວນັ້ນໂຢຮັນບັບຕິສະໂຕມາປະກາດໃນປ່າແຂວງຢູດາຍວ່າ, | ໃນຍາມນັ້ນ ໂຢຮັນຜູ້ໃຫ້ຮັບພິທີຈຸ່ມນ້ຳ ມາປະກາດໃນຖິ່ນແຫ້ງແລ້ງຂອງແຄວ້ນຢູດາຍ | In those days John the Baptist came, preaching in the wilderness of Judea |
2 | เว้าว่า "ให้พวกเจ้ากลับใจใหม่เด้อ ย้อนว่าแผ่นดินสวรรค์ใกล้สิมาฮอดแล้ว" | “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະວ່າລາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.” | ເວົ້າວ່າ “ໃຫ້ພວກເຈົ້າກັບໃຈໃໝ່ເດີ້ ຍ້ອນວ່າລາຊະອານາຈັກສະຫວັນໃກ້ຊິມາຮອດແລ້ວ” | and saying, “Repent, for the kingdom of heaven is near.” |
3 | คือโยฮันผู้นี้ล่ะ ซึ่ง อิสยาห์ ผู้เป็นปากเป็นเสียงของพระเจ้าเว้าเถิงว่า 'มีเสียงของผู้หนึ่งฮ้องในถิ่นแห้งแล้ง บอกว่า ให้เตรียมหนทางไว้ให้พระผู้เป็นเจ้าเด้อ แล้วเฮ็ดให้หนทางของเพิ่นฮั้นให้มันซื่อตรงเด้อ' | ແມ່ນໂຢຮັນຜູ້ນີ້ແຫລະທີ່ເອຊາຢາຜູ້ປະກາດພຣະທຳໄດ້ກ່າວໄວ້ວ່າ, “ສຽງຂອງຜູ້ຮ້ອງໃນປ່າວ່າ ‘ຈົ່ງຈັດແຈງທາງແຫ່ງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ’.” | ຄືໂຢຮັນຜູ້ນີ້ເນາະ ຊຶ່ງ ເອຊາຢາ ຜູ້ເປັນປາກເປັນສຽງຂອງພຣະເຈົ້າເວົ້າເຖິງວ່າ “ມີສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງ ບອກວ່າ ໃຫ້ກຽມຫົນທາງໄວ້ໃຫ້ພຣະຜູ້ເປັນເຈົ້າເດີ້ ແລ້ວເຮັດໃຫ້ຫົນທາງຂອງເພິ່ນນັ້ນໃຫ້ມັນຊື່ກົງເດີ້” | This is he who was spoken of through the prophet Isaiah: “A voice of one calling in the wilderness, ‘Prepare the way for the Lord, make straight paths for Him.’” |
4 | แล้วโยฮันผู้นี้นุ่งเสื้อผ้าเฮ็ดด้วยขนอูฐ คาดแอวด้วยหนังสัตว์ กับแนวกินของลาวคือตั๊กแตนกับน้ำผึ้งป่า | ໂຢຮັນຜູ້ນີ້ນຸ່ງເສື້ອຜ້າເຮັດດ້ວຍຂົນໂອດໂອ, ໃຊ້ສາຍໜັງຮັດແອວ, ອາຫານຂອງເພິ່ນຄືຕັກແຕນແລະນ້ຳເຜີ້ງປ່າ. | ແລ້ວໂຢຮັນຜູ້ນີ້ນຸ່ງເສື້ອຜ້າເຮັດດ້ວຍຂົນອູດ ຄາດແອວດ້ວຍໜັງສັດ ກັບແນວກິນຂອງລາວຄືຕັກແຕນກັບນ້ຳຜຶ້ງປ່າ | John wore a garment of camel’s hair, with a leather belt around his waist. His food was locusts and wild honey. |
5 | ยามฮั้น ซาวเมืองเยรูซาเล็ม กับคนทั่วแคว้นยูเดีย พร้อมทั้งคนทั่วบริเวณล้อมรอบแม่น้ำจอร์แดน กะออกไปหาโยฮัน | ຂະນະນັ້ນໄທກຸງເຢຣູຊາເລັມແລະຄົນທົ່ວແຂວງຢູດາຍ ແລະຄົນທັງປວງທີ່ຢູ່ຕາມລຳນ້ຳຢໍແດນກໍອອກໄປຫາໂຢຮັນ. | ຍາມນັ້ນ ຊາວເມືອງເຢຣູຊາເລັມ ກັບຄົນທົ່ວແຄວ້ນຢູດາຍ ພ້ອມທັງຄົນທົ່ວບໍລິເວນລ້ອມຮອບແມ່ນ້ຳຢໍດາເນ ກໍອອກໄປຫາໂຢຮັນ | People went out to him from Jerusalem and all Judea and the whole region around the Jordan. |
6 | แล้วต่างคนต่างได้ฮับพิธีจุ่มน้ำจากโยฮันในแม่น้ำจอร์แดน ด้วยการสารภาพความผิดบาปของโต | ພວກເຂົາໄດ້ສາລະພາບຄວາມຜິດບາບຂອງຕົນ ແລະໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຢໍແດນ. | ແລ້ວຕ່າງຄົນຕ່າງໄດ້ຮັບພິທີຈຸ່ມນ້ຳຈາກໂຢຮັນໃນແມ່ນ້ຳຢໍດາເນ ດ້ວຍການສາລະພາບຄວາມຜິດບາບຂອງໂຕ | Confessing their sins, they were baptized by him in the Jordan River. |
7 | แต่บัดพอโยฮันเห็นพวกฟาริสีกับพวกสะดูสีพากันออกมาหลาย เพื่อฮับพิธีจุ่มน้ำแสดงการกลับใจใหม่นำลาว ลาวจั่งบอกพวกเขาว่า "โอ้ เจ้าซาติงูฮ้าย ใผเตือนเจ้าให้หนีจากโทษอันฮ้ายแฮงที่สิมาฮอดมาเถิงฮั้น | ຄັນໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍ ພາກັນມາຈຳນວນຫລວງຫລາຍເພື່ອຈະຮັບບັບຕິສະມາ ເພິ່ນຈິ່ງກ່າວແກ່ເຂົາວ່າ, “ອ້າຍຊາດງູຮ້າຍເຮີຍ, ໃຜໄດ້ບອກສູໃຫ້ປົບໜີຈາກພຣະພິໂລດທີ່ຈວນຈະມາເຖິງນັ້ນ. | ແຕ່ບັດພໍໂຢຮັນເຫັນພວກຟາຣີຊາຍກັບພວກຊາດູກາຍພາກັນອອກມາຫລາຍ ເພື່ອຮັບພິທີຈຸ່ມນ້ຳສະແດງການກັບໃຈໃໝ່ນຳລາວ ລາວຈັ່ງບອກພວກເຂົາວ່າ “ໂອ້ ເຈົ້າຊາດງູຮ້າຍ ໃຜເຕືອນເຈົ້າໃຫ້ໜີຈາກໂທດອັນຮ້າຍແຮງທີ່ຊິມາຮອດມາເຖິງນັ້ນ | But when John saw many of the Pharisees and Sadducees coming to his place of baptism, he said to them, “You brood of vipers, who warned you to flee from the coming wrath? |
8 | จั่งซั้น ให้แสดงผลของการกลับใจเด้อ ซึ่งพิสูจน์ว่าได้กลับใจใหม่อีหลี | ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃໝ່. | ຈັ່ງຊັ້ນ ໃຫ້ສະແດງຜົນຂອງການກັບໃຈເດີ້ ຊຶ່ງພິສູດວ່າໄດ້ກັບໃຈໃໝ່ອີ່ຫລີ | Produce fruit worthy of repentance. |
9 | แต่อย่านึกในใจว่า อับราฮัมเป็นพ่อของพวกเฮา คือเฮาสิบอกพวกเจ้าว่า พระเจ้าสามารถที่สิเฮ็ดให้ก้อนหินแนวหมู่นี้ ขึ้นมาเป็นลูกๆ ของอับราฮัมได้โลด | ແລະຢ່າຕັ້ງນຶກໃນໃຈວ່າ ‘ພວກເຮົາມີອັບຣາຮາມເປັນພໍ່ເຄົ້າ’ ເພາະເຮົາບອກພວກສູວ່າພຣະເຈົ້າຊົງລິດອາດຈະບັນດານໃຫ້ລູກຫລານເກີດຂຶ້ນແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້. | ແຕ່ຢ່ານຶກໃນໃຈວ່າ ອັບຣາຮາມເປັນພໍ່ຂອງພວກເຮົາ ຄືເຮົາຊິບອກພວກເຈົ້າວ່າ ພຣະເຈົ້າສາມາດທີ່ຊິເຮັດໃຫ້ກ້ອນຫີນແນວໝູ່ນີ້ ຂຶ້ນມາເປັນລູກໆ ຂອງອັບຣາຮາມໄດ້ໂລດ | And do not presume to say to yourselves, ‘We have Abraham as our father.’ For I tell you that out of these stones God can raise up children for Abraham. |
10 | คือ บัดนี้ขวานของพระเจ้า ได้วางใส่เหง้าของหมู่กกไม้ฮั้นแล้ว จั่งซั้นคู่กกที่บ่เกิดหมากเกิดผลอันดีสิต้องถืกบักลง โยนถิ้มใส่กองไฟโลด | ບັດນີ້ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ສັນນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກປ້ຳແລ້ວໂຍນຖິ້ມໃສ່ໄຟເສຍ. | ຄື ບັດນີ້ຂວານຂອງພຣະເຈົ້າ ໄດ້ວາງໃສ່ເຫງົ້າຂອງໝູ່ກົກໄມ້ນັ້ນແລ້ວ ຈັ່ງຊັ້ນຄູ່ກົກທີ່ບໍ່ເກີດໝາກເກີດຜົນອັນດີຊິຕ້ອງຖືກບັກລົງ ໂຍນຖິ້ມໃສ່ກອງໄຟໂລດ | The ax lies ready at the root of the trees, and every tree that does not produce good fruit will be cut down and thrown into the fire. |
11 | แม่นอยู่ เฮาหนิให้พวกเจ้าฮับจุ่มน้ำให้แสดงการกลับใจใหม่ แต่เพิ่นผู้ฮั้นที่สิมาตามหลังเฮา เพิ่นมีอำนาจหลายกว่าเฮาอีก ซึ่งเฮาเองบ่สมควรแม้นแต่สิถือเกิบให้เพิ่น แล้วเพิ่นกะสิให้การจุ่มโดยพระวิญญาณ กับโดยไฟ | “ຝ່າຍເຮົາ, ເຮົາໃຫ້ພວກສູຮັບບັບຕິສະມາດ້ວຍນ້ຳ ໝາຍເຖິງການຖິ້ມໃຈເກົ່າເອົາໃຈໃໝ່ກໍແມ່ນ ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີລິດກວ່າເຮົາອີກ, ຊຶ່ງເຮົາບໍ່ສົມຄວນຈະຈັບເກີບຂອງເພິ່ນໄປ ຝ່າຍຜູ້ນັ້ນຈະໃຫ້ພວກສູຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດ ແລະດ້ວຍໄຟ. | ແມ່ນຢູ່ ເຮົານີ້ໃຫ້ພວກເຈົ້າຮັບຈຸ່ມນ້ຳໃຫ້ສະແດງການກັບໃຈໃໝ່ ແຕ່ເພິ່ນຜູ້ນັ້ນທີ່ຊິມາຕາມຫລັງເຮົາ ເພິ່ນມີອຳນາດຫລາຍກວ່າເຮົາອີກ ຊຶ່ງເຮົາເອງບໍ່ສົມຄວນແມ່ນແຕ່ຊິຖືເກີບໃຫ້ເພິ່ນ ແລ້ວເພິ່ນກໍຊິໃຫ້ການຈຸ່ມໂດຍພຣະວິນຍານ ກັບໂດຍໄຟ | I baptize you with water for repentance, but after me will come One more powerful than I, whose sandals I am not worthy to carry. He will baptize you with the Holy Spirit and with fire. |
12 | ซึ่งมือของเพิ่นถือด้งฝัดข้าว พร้อมแล้วที่สิกวาดล้างลานข้าวของเพิ่นให้เมิ้ด แล้วสิเก็บข้าวของเพิ่นเมี้ยนไว้ในเล้าข้าว แต่เพิ่นกะสิเผาขี้แกลบด้วยไฟที่บ่ฮู้จักมอด" | ມືຂອງຜູ້ນັ້ນຖືດົ້ງຟັດເຂົ້າ ເພິ່ນຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເຂົ້າລີບນັ້ນ ເພິ່ນຈະເຜົາເສຍດ້ວຍໄຟທີ່ບໍ່ຮູ້ມອດ.” | ຊຶ່ງມືຂອງເພິ່ນຖືດົ້ງຝັດເຂົ້າ ພ້ອມແລ້ວທີ່ຊິກວາດລ້າງລານເຂົ້າຂອງເພິ່ນໃຫ້ໝົດ ແລ້ວຊິເກັບເຂົ້າຂອງເພິ່ນມ້ຽນໄວ້ໃນເລົ້າເຂົ້າ ແຕ່ເພິ່ນກໍຊິເຜົາຂີ້ແກບດ້ວຍໄຟທີ່ບໍ່ຮູ້ຈັກມອດ” | His winnowing fork is in His hand to clear His threshing floor and to gather His wheat into the barn; but He will burn up the chaff with unquenchable fire.” |
| | ພຣະເຢຊູຊົງຮັບບັບຕິສະມາ | | |
| | (ມຣກ. 1:9-11; ລກ. 3:21-22) | | |
13 | โยฮันเว้าแล้ว พระเยซูออกจากแคว้นกาลิลีมาหาลาวอยู่แม่น้ำจอร์แดน เพื่อสิฮับพิธีจุ่มน้ำนำลาว | ແລ້ວພຣະເຢຊູໄດ້ສະເດັດຈາກແຂວງຄາລີເລມາຫາໂຢຮັນທີ່ແມ່ນ້ຳຢໍແດນ ເພື່ອຈະຮັບບັບຕິສະມາຈາກເພິ່ນ. | ໂຢຮັນເວົ້າແລ້ວ ພຣະເຢຊູອອກຈາກແຄວ້ນກາລີເລມາຫາລາວຢູ່ແມ່ນ້ຳຢໍດາເນ ເພື່ອຊິຮັບພິທີຈຸ່ມນ້ຳນຳລາວ | At that time Jesus came from Galilee to the Jordan to be baptized by John. |
14 | แต่โยฮันบอกเพิ่นว่า "อย่าเลย ผู้ข้าต้องการสิฮับการจุ่มจากท่านต่างหาก แล้วเป็นหยังท่านออกมาหาผู้ข้าหนิ" | ແຕ່ໂຢຮັນທູນຫ້າມພຣະອົງວ່າ, “ຂ້ານ້ອຍຕ້ອງການຈະຮັບບັບຕິສະມາຈາກທ່ານ ແລ້ວທ່ານຈະມາຫາຂ້ານ້ອຍຫລື.” | ແຕ່ໂຢຮັນບອກເພິ່ນວ່າ “ຢ່າເລີຍ ຜູ້ຂ້າຕ້ອງການຊິຮັບການຈຸ່ມຈາກທ່ານຕ່າງຫາກ ແລ້ວເປັນຫຍັງທ່ານອອກມາຫາຜູ້ຂ້ານີ້” | But John tried to prevent Him, saying, “I need to be baptized by You, and do You come to me?” |
15 | แล้วพระเยซูตอบโยฮันว่า "บัดนี้ให้ยอมเฮ็ดให้ซะ ย้อนสมควรที่เฮาสิเฮ็ดตามคู่แนวให้มันถืกต้อง" แล้วลาวกะยอมเฮ็ดตามที่เพิ่นต้องการ | ແຕ່ພຣະເຢຊູຊົງຕອບໂຢຮັນວ່າ, “ບັດນີ້ຈົ່ງຍອມເທີນ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທຳທຸກປະການ” ແລ້ວໂຢຮັນກໍຍອມ. | ແລ້ວພຣະເຢຊູຕອບໂຢຮັນວ່າ “ບັດນີ້ໃຫ້ຍອມເຮັດໃຫ້ຊະ ຍ້ອນສົມຄວນທີ່ເຮົາຊິເຮັດຕາມຄູ່ແນວໃຫ້ມັນຖືກຕ້ອງ” ແລ້ວລາວກໍຍອມເຮັດຕາມທີ່ເພິ່ນຕ້ອງການ | “Let it be so now,” Jesus replied. “It is fitting for us to fulfill all righteousness in this way.” Then John permitted Him. |
16 | แล้วพอพระเยซูได้ฮับพิธีจุ่มน้ำแล้ว พอขึ้นจากน้ำมาพอดี นี่แน่ะ ท้องฟ้ากะแหวกออก แล้วเพิ่นเหลียวเบิ่งเห็นพระวิญญาณของพระเจ้าลงมาคือจั่งนกพิราบ มาอยู่นำเพิ่น | ຄັນພຣະອົງຊົງຮັບບັບຕິສະມາ ແລ້ວກໍສະເດັດຂຶ້ນຈາກນ້ຳທັນທີ ແລ້ວເບິ່ງແມ, ທ້ອງຟ້າກໍໄຂອອກ [ແກ່ພຣະອົງ] ແລະພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າເໝືອນດັ່ງນົກເຂົາສະເດັດລົງມາສະຖິດຢູ່ເທິງພຣະອົງ. | ແລ້ວພໍພຣະເຢຊູໄດ້ຮັບພິທີຈຸ່ມນ້ຳແລ້ວ ພໍຂຶ້ນຈາກນ້ຳມາພໍດີ ນີ້ແຫລະ ທ້ອງຟ້າກໍແຫວກອອກ ແລ້ວເພິ່ນຫລຽວເບິ່ງເຫັນພຣະວິນຍານຂອງພຣະເຈົ້າລົງມາຄືກັນກັບນົກເຂົາ ມາຢູ່ນຳເພິ່ນ | As soon as Jesus was baptized, He went up out of the water. Suddenly the heavens were opened, and He saw the Spirit of God descending like a dove and resting on Him. |
17 | แล้วนี่แน่ะ มีเสียงของผู้มีอำนาจเว้าจากฟ้าสวรรค์ว่า "เจ้าผู้นี้เป็นลูกที่ฮักของเฮา ซึ่งเฮาพอใจหลาย" | ແລະເບິ່ງແມ, ມີພຣະສຸລະສຽງຈາກຟ້າສະຫວັນຊົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ເຮົາຊອບໃຈຫລາຍໃນທ່ານ.” | ແລ້ວນີ້ແຫລະ ມີສຽງຂອງຜູ້ມີອຳນາດເວົ້າຈາກຟ້າສະຫວັນວ່າ “ເຈົ້າຜູ້ນີ້ເປັນລູກທີ່ຮັກຂອງເຮົາ ຊຶ່ງເຮົາພໍໃຈຫລາຍ” | And a voice from heaven said, “This is My beloved Son, in whom I am well pleased!” |