| | ບົດທີ 27 | ມັດທາຍ ບົດທີ 27 | Matthew 27 |
| | ຊົງຖືກພາໄປຕໍ່ໜ້າປີລາດ | | - |
| | (ມຣກ. 15:1; ລກ. 23:1-2; ຢຮ. 18:28-32) | | - |
1 | พอแจ้งแล้ว พวกหัวหน้าผู้นำเครื่องถวาย กับพวกผู้หลักผู้ใหญ่ของประซาซน ได้ปรึกษากันเรื่องการต่อต้านพระเยซู เพื่อหาซ่องทางที่สิประหารเพิ่น | ເມື່ອຮຸ່ງເຊົ້າພວກປະໂລຫິດຕົນໃຫຍ່ທັງໝົດແລະພວກເຖົ້າແກ່ຂອງພົນລະເມືອງ ໄດ້ປຶກສາກັນຕໍ່ສູ້ພຣະເຢຊູເພື່ອຈະປະຫານຊີວິດພຣະອົງເສຍ. | ພໍແຈ້ງແລ້ວ ພວກຫົວໜ້າປະໂລຫິດ ກັບພວກຜູ້ຫລັກຜູ້ໃຫຍ່ຂອງປະຊາຊົນ ໄດ້ປຶກສາກັນເລື່ອງການຕໍ່ຕ້ານພຣະເຢຊູ ເພື່ອຫາຊ່ອງທາງທີ່ຊິປະຫານເພິ່ນ | When morning came, all the chief priests and elders of the people conspired against Jesus to put Him to death. |
2 | พอพวกเขามัดมือเพิ่นแล้ว กะ๏พาไปมอบไว้กับเจ้าเมือง ซื่อว่า ปอนทิอัส ปีลาต | ເຂົາໄດ້ມັດພຣະອົງພາໄປມອບໃຫ້ປີລາດຜູ້ປົກຄອງ. | ພໍພວກເຂົາມັດມືເພິ່ນແລ້ວ ກໍພາໄປມອບໄວ້ກັບເຈົ້າເມືອງ ຊື່ວ່າ ປົນຕີໂອ ປີລາດ | They bound Him, led Him away, and handed Him over to Pilate the governor. |
| | ຄວາມຕາຍຂອງຢູດາອິສະກາຣີອົດ | | - |
3 | ฝ่ายยูดาส ผู้ทรยศพระเยซูฮั้น พอได้เห็นว่าเพิ่นต้องถืกปรับโทษอย่างฮ้ายแฮง กะเลยกลับใจ เอาเงินสามสิบเหรียญฮั้น มาคืนให้พวกหัวหน้าผู้นำเครื่องถวาย กับพวกผู้หลักผู้ใหญ่ของประซาซน | ຝ່າຍຢູດາຜູ້ທໍລະຍົດຕໍ່ພຣະອົງນັ້ນ ເມື່ອເຫັນວ່າພຣະອົງຕ້ອງຖືກໂທດກໍກິນແໜງຈິ່ງນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະໂລຫິດຕົນໃຫຍ່ແລະແລະພວກເຖົ້າແກ່. | ຝ່າຍຢູດາ ຜູ້ທໍລະຍົດພຣະເຢຊູນັ້ນ ພໍໄດ້ເຫັນວ່າເພິ່ນຕ້ອງຖືກປັບໂທດຢ່າງຮ້າຍແຮງ ກໍເລີຍກັບໃຈ ເອົາເງິນສາມສິບຫລຽນນັ້ນ ມາຄືນໃຫ້ພວກຫົວໜ້າປະໂລຫິດ ກັບພວກຜູ້ຫລັກຜູ້ໃຫຍ່ຂອງປະຊາຊົນ | When Judas, who had betrayed Him, saw that Jesus was condemned, he was filled with remorse and returned the thirty pieces of silver to the chief priests and elders. |
4 | จั่งบอกเขาว่า "ข้อยหนิบาปหนักหลายแล้ว ที่ข้อยได้ทรยศคนเลือดบริสุทธิ์" แล้วพวกฮั้นจั่งตอบว่า "การฮั้นบ่เกี่ยวกับพวกเฮาดอก เจ้าต้องแบกเอาเอง" | ໂດຍເວົ້າວ່າ, “ຂ້ານ້ອຍຜິດແລ້ວ ເພາະໄດ້ມອບຜູ້ບໍ່ມີຜິດໃຫ້ເຖິງຄວາມຕາຍ” ຄົນເຫລົ່ານັ້ນຕອບວ່າ, “ການນັ້ນແມ່ນທຸລະອັນໃດກັບພວກເຮົາ ໃຫ້ເປັນທຸລະຂອງເຈົ້າເອງ.” | ຈັ່ງບອກເຂົາວ່າ “ຂ້ອຍນີ້ບາບໜັກຫລາຍແລ້ວ ທີ່ຂ້ອຍໄດ້ທໍລະຍົດຄົນເລືອດບໍລິສຸດ” ແລ້ວພວກນັ້ນຈັ່ງຕອບວ່າ “ການນັ້ນບໍ່ກ່ຽວກັບພວກເຮົາດອກ ເຈົ້າຕ້ອງແບກເອົາເອງ” | “I have sinned by betraying innocent blood,” he said. “What is that to us?” they replied. “You bear the responsibility.” |
5 | บัดนี้ยูดาสกะเลยแก่งเงินสามสิบ เหรียญฮั้นถิ้มลงในพระวิหาร แล้วกะออกไปผูกคอตาย | ຢູດາຈິ່ງຖິ້ມເງິນໄວ້ໃນພຣະວິຫານແລະຈາກໄປແລ້ວອອກໄປຜູກຄໍຕາຍເສຍ. | ບັດນີ້ຢູດາກໍເລີຍແກ່ງເງິນສາມສິບ ຫລຽນນັ້ນຖິ້ມລົງໃນພຣະວິຫານ ແລ້ວກໍອອກໄປຜູກຄໍຕາຍ | So Judas threw the silver into the temple and left. Then he went away and hanged himself. |
| | ພາສາເດີມວ່າ “ເປັນຄ່າເລືອດ” | | - |
6 | พวกหัวหน้าผู้นำเครื่องถวายจั่งเก็บเอาเงินฮั้นมาแล้วว่า "เป็นการผิดกฎบัญญัติ๏ที่สิเก็บเงินฮั้นไว้ในคลังพระวิหาร ย้อนเป็นค่าเลือด" | ພວກປະໂລຫິດຕົນໃຫຍ່ໄດ້ເກັບເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ ເພາະເປັນຄ່າຕັດຊີວິດ.” | ພວກຫົວໜ້າປະໂລຫິດຈັ່ງເກັບເອົາເງິນນັ້ນມາແລ້ວວ່າ “ເປັນການຜິດກົດບັນຍັດທີ່ຊິເກັບເງິນນັ້ນໄວ້ໃນຄັງພຣະວິຫານ ຍ້ອນເປັນຄ່າເລືອດ” | The chief priests picked up the pieces of silver and said, “It is unlawful to put this into the treasury, since it is blood money.” |
7 | เขากะปรึกษากันแล้ว จั่งเอาเงินฮั้นไปซื้อท่งของช่างปั้นหม้อดินไว้ สำหรับเป็นป่าซ้าฝังศพคนต่างบ้านต่างเมือง | ເຂົາໄດ້ປຶກສາຕົກລົງກັນແລ້ວຈິ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນໝໍ້ ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ. | ເຂົາກໍປຶກສາກັນແລ້ວ ຈັ່ງເອົາເງິນນັ້ນໄປຊື້ທົ່ງຂອງຊ່າງປັ້ນໝໍ້ດິນໄວ້ ສຳລັບເປັນປ່າຊ້າຝັງສົບຄົນຕ່າງບ້ານຕ່າງເມືອງ | After conferring together, they used the money to buy the potter’s field as a burial place for foreigners. |
8 | ย้อนเหตุนี้ ท่งฮั้นจั่งเอิ้นกันว่า ท่งเลือด จนฮอดคู่มื้อนี้ | ເພາະສັນນັ້ນເຂົາຈິ່ງເອີ້ນທີ່ດິນນັ້ນວ່າ ດິນເລືອດຈົນເຖິງທຸກວັນນີ້. | ຍ້ອນເຫດນີ້ ທົ່ງນັ້ນຈັ່ງເອີ້ນກັນວ່າ ທົ່ງເລືອດ ຈົນຮອດຄູ່ມື້ນີ້ | That is why it has been called the Field of Blood to this day. |
9 | จั่งเป็นไปตามที่พระคำได้กล่าวไว้โดยเยเรมีย์ ผู้เป็นปากเป็นเสียงของพระเจ้า ว่า 'แล้วพวกเขาได้เอาเงินสามสิบเหรียญฮั้น ซึ่งเป็นราคาที่ซาวอิสราเอลประเมินให้กับเขา | ເມື່ອນັ້ນກໍສຳເລັດຕາມພຣະທຳທີ່ຊົງບອກໄວ້ດ້ວຍເຢເຣມີຢາຜູ້ປະກາດພຣະທຳ ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນລາຄາຜູ້ທີ່ເຂົາຄາດລາຄາໄວ້ ຄືຜູ້ທີ່ເຜົ່າພັນຂອງອິດສະຣາເອນບາງຄົນໄດ້ຕີລາຄານັ້ນ. | ຈັ່ງເປັນໄປຕາມທີ່ພຣະຄຳໄດ້ກ່າວໄວ້ໂດຍເຢເຣມີຢາ ຜູ້ເປັນປາກເປັນສຽງຂອງພຣະເຈົ້າ ວ່າ “ແລ້ວພວກເຂົາໄດ້ເອົາເງິນສາມສິບຫລຽນນັ້ນ ຊຶ່ງເປັນລາຄາທີ່ຊາວອິດສະຣາເອນຕີລາຄາໃຫ້ກັບເຂົາ | Then what was spoken through Jeremiah the prophet was fulfilled: “They took the thirty pieces of silver, the price set on Him by the people of Israel, |
10 | 'แล้วไปซื้อท่งของช่างปั้นหม้อดิน ตามที่องค์พระผู้เป็นเจ้าได้บอกผู้ข้าไว้' | ແລ້ວເຂົາໄດ້ເອົາເງິນນັ້ນໄຫ້ເປັນຄ່າສຳລັບນາຂອງຊ່າງປັ້ນໝໍ້ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພຣະເຈົ້າໄວ້.” | ແລ້ວໄປຊື້ທົ່ງຂອງຊ່າງປັ້ນໝໍ້ດິນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກຜູ້ຂ້າໄວ້” | and they gave them for the potter’s field, as the Lord had commanded me.” |
| | ປີລາດໄຕ່ຖາມພຣະເຢຊູ | | - |
| | (ມຣກ. 15:4-5; ລກ. 23:3-4; ຢຮ. 18:33-38) | | - |
11 | แล้วส่วนพระเยซู บัดเพิ่นยืนอยู่ต่อหน้าเจ้าเมือง เจ้าเมืองจั่งถามเพิ่นว่า "เจ้าเป็นกษัตริย์ของพวกยิวบ้อ" พระเยซูตอบลาวว่า "ท่านเว้าถืกแล้ว" | ເມື່ອພຣະເຢຊູຊົງຢືນຢູ່ຕໍ່ໜ້າຜູ້ປົກຄອງ ຜູ້ປົກຄອງຈິ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື.” ພຣະເຢຊູຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ.” | ແລ້ວສ່ວນພຣະເຢຊູ ບັດເພິ່ນຢືນຢູ່ຕໍ່ໜ້າເຈົ້າເມືອງ ເຈົ້າເມືອງຈັ່ງຖາມເພິ່ນວ່າ “ເຈົ້າເປັນກະສັດຂອງພວກຢິວບໍ້” ພຣະເຢຊູຕອບລາວວ່າ “ທ່ານເວົ້າຖືກແລ້ວ” | Meanwhile Jesus stood before the governor, who questioned Him: “Are You the King of the Jews?” “You have said so,” Jesus replied. |
12 | คือตอนพวกหัวหน้าผู้นำเครื่องถวาย กับพวกผู้หลักผู้ใหญ่ได้ฟ้องกล่าวโทษเพิ่น พระเยซูบ่ได้ตอบอีหยังเลย | ເມື່ອພວກປະໂລຫິດຕົນໃຫຍ່ແລະພວກເຖົ້າແກ່ໄດ້ກ່າວໂທດໃສ່ພຣະອົງ ພຣະອົງກໍບໍ່ໄດ້ຊົງຕອບປະການໃດ. | ຄືຕອນພວກຫົວໜ້າປະໂລຫິດ ກັບພວກຜູ້ຫລັກຜູ້ໃຫຍ່ໄດ້ຟ້ອງກ່າວໂທດເພິ່ນ ພຣະເຢຊູບໍ່ໄດ້ຕອບອີຫຍັງເລີຍ | And when He was accused by the chief priests and elders, He gave no answer. |
13 | แล้วปีลาตจั่งถามเพิ่นว่า "เจ้าบ่ได้ยินบ้อ ข้อคดีที่เขาฟ้องใส่เจ้าหนิ มันกะมีหลายข้อแท้" | ປີລາດຈິ່ງກ່າວແກ່ພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຫລືເຂົາເບີກພະຍານຕໍ່ສູ້ເຈົ້າຫລາຍປະການເທົ່າໃດ.” | ແລ້ວປີລາດຈັ່ງຖາມເພິ່ນວ່າ “ເຈົ້າບໍ່ໄດ້ຍິນບໍ້ ຂໍ້ຄະດີທີ່ເຂົາຟ້ອງໃສ່ເຈົ້ານີ້ ມັນກໍມີຫລາຍຂໍ້ແທ້” | Then Pilate asked Him, “Do You not hear how many charges they are bringing against You?” |
14 | แต่พระเยซูกะมิดอยู่ บ่ได้ตอบลาวจักคำ เจ้าเมืองกะเลยงงอย่างใหญ่ | ແຕ່ພຣະເຢຊູບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກຄອງປະຫລາດໃຈຫລາຍ. | ແຕ່ພຣະເຢຊູກໍມິດຢູ່ ບໍ່ໄດ້ຕອບລາວຈັກຄຳ ເຈົ້າເມືອງກໍເລີຍງົງຢ່າງໃຫຍ່ | But Jesus gave no answer, not even to a single charge, much to the governor’s amazement. |
| | ພຣະເຢຊູຖືກພິພາກສາເຖິງສິ້ນພຣະຊົນ | | - |
| | (ມຣກ. 15:6-15; ລກ. 23:13-45; ຢຮ. 18:39-19:16) | | - |
15 | บัดนี้ ในเทศกาลเลี้ยงฉลองมื้อกู้ซาติฮั้น ตามประเพณีเจ้าเมืองเคยปล่อยนักโทษคนหนึ่งตามใจซอบของหมู่ประซาซน | ໃນຄາວເທດສະການນັ້ນຜູ້ປົກຄອງເຄີຍປ່ອຍນັກໂທດຄົນໜຶ່ງ ໃຫ້ແກ່ປະຊາຊົນຕາມທີ່ເຂົາຮ້ອງຂໍ. | ບັດນີ້ ໃນເທດສະການລ້ຽງສະຫລອງມື້ກູ້ຊາດນັ້ນ ຕາມປະເພນີເຈົ້າເມືອງເຄີຍປ່ອຍນັກໂທດຄົນໜຶ່ງຕາມໃຈຊອບຂອງໝູ່ປະຊາຊົນ | Now it was the governor’s custom at the feast to release to the crowd a prisoner of their choosing. |
16 | ยามฮั้น มีนักโทษหัวโจกคนหนึ่งชื่อ บารับบัส | ຄາວນັ້ນມີນັກໂທດຄົນໜຶ່ງຜູ້ທີ່ເຂົາຮູ້ຈັກທົ່ວໄປ ຊື່ບາຣາບາ. | ຍາມນັ້ນ ມີນັກໂທດຫົວໂຈກຄົນໜຶ່ງຊື່ ບາຣາບາ | At that time they were holding a notorious prisoner named Barabbas. |
17 | จั่งซั้น บัดหมู่ประซาซนมาตุ้มโฮมกันแล้ว เจ้าเมืองปีลาตได้ถามขึ้นมาว่า "พวกเจ้าอยากสิให้เฮาปล่อยผู้ใดให้เจ้า บารับบัส หรือ พระเยซู ที่เอิ้นกันว่า พระคริสต์" | ເມື່ອປະຊາຊົນມາປະຊຸມກັນແລ້ວປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍເຢຊູບາຣາບາ ຫລືເຢຊູທີ່ເອີ້ນວ່າພຣະຄຣິດ.” | ຈັ່ງຊັ້ນ ບັດໝູ່ປະຊາຊົນມາຕຸ້ມໂຮມກັນແລ້ວ ເຈົ້າເມືອງປີລາດໄດ້ຖາມຂຶ້ນມາວ່າ “ພວກເຈົ້າຢາກຊິໃຫ້ເຮົາປ່ອຍຜູ້ໃດໃຫ້ເຈົ້າ ບາຣາບາ ຫລື ພຣະເຢຊູ ທີ່ເອີ້ນກັນວ່າ ພຣະຄຣິດ” | So when the crowd had assembled, Pilate asked them, “Which one do you want me to release to you: Barabbas, or Jesus who is called Christ?” |
18 | คือปีลาตฮู้อยู่แล้วว่า พวกหัวหน้าเขาได้มอบพระเยซูไว้ย้อนอิจฉาเพิ่น | ເພາະປີລາດຮູ້ຢູ່ວ່າເຂົາໄດ້ມອບພຣະອົງໄວ້ດ້ວຍຄວາມອິດສາ. | ຄືປີລາດຮູ້ຢູ່ແລ້ວວ່າ ພວກຫົວໜ້າເຂົາໄດ້ມອບພຣະເຢຊູໄວ້ຍ້ອນອິດສາເພິ່ນ | For he knew it was out of envy that they had handed Jesus over to him. |
19 | บัดยามปีลาตนั่งบัลลังก์พิพากษาอยู่ฮั้น พอดีเมียลาวได้ฝากความมาแจ้งลาวว่า "อย่าไปยุ่งกับคนเที่ยงธรรมผู้นี้เลย ย้อนว่ามื้อนี้ฉันทุกข์ใจหลายอันหลายแนวในความฝันย้อนผู้ฮั้น" | ຂະນະທີ່ປີລາດນັ່ງຢູ່ບ່ອນພິພາກສານັ້ນ ພັນລະຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວພັນກັບເລື່ອງຄົນທີ່ບໍ່ມີຜິດນັ້ນ ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມທຸກໃຈຫລາຍຍ້ອນຄວາມຝັນກ່ຽວຜູ້ນັ້ນ.” | ບັດຍາມປີລາດນັ່ງບັນລັງພິພາກສາຢູ່ຫັ້ນ ພໍດີເມຍລາວໄດ້ຝາກຄວາມມາແຈ້ງລາວວ່າ “ຢ່າໄປຫຍຸ້ງກັບຄົນທ່ຽງທຳຜູ້ນີ້ເລີຍ ຍ້ອນວ່າມື້ນີ້ຂ້ອຍທຸກໃຈຫລາຍອັນຫລາຍແນວໃນຄວາມຝັນຍ້ອນຜູ້ນັ້ນ” | While Pilate was sitting on the judgment seat, his wife sent him this message: “Have nothing to do with that innocent man, for I have suffered terribly in a dream today because of Him.” |
20 | ฝ่ายพวกหัวหน้าผู้นำเครื่องถวาย กับพวกผู้หลักผู้ใหญ่กะ๏ยุยงหมู่คนทั้งหลายอยู่ฮั้น ให้ขอปล่อยบารับบัส แล้วให้ทำร้ายพระเยซู | ຝ່າຍພວກປະໂລຫິດຕົນໃຫຍ່ກັບພວກເຖົ້າແກ່ໄດ້ຍົວະຍົງປະຊາຊົນ ໃຫ້ຂໍປ່ອຍບາຣາບາແລະໃຫ້ຂ້າພຣະເຢຊູເສຍ. | ຝ່າຍພວກຫົວໜ້າປະໂລຫິດ ກັບພວກຜູ້ຫລັກຜູ້ໃຫຍ່ກໍຍຸຍົງໝູ່ຄົນທັງຫລາຍຢູ່ຫັ້ນ ໃຫ້ຂໍປ່ອຍບາຣາບາ ແລ້ວໃຫ້ເຮັດຮ້າຍພຣະເຢຊູ | But the chief priests and elders persuaded the crowds to ask for Barabbas and to have Jesus put to death. |
21 | เจ้าเมืองจั่งถามเขาซ้ำอีกว่า "ในสองคนนี้เจ้าสิให้เฮาปล่อยคนใด" พวกเขาตอบว่า "บารับบัสๆ" | ຜູ້ປົກຄອງຈິ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ” ເຂົາຕອບວ່າ, “ບາຣາບາ.” | ເຈົ້າເມືອງຈັ່ງຖາມເຂົາຊ້ຳອີກວ່າ “ໃນສອງຄົນນີ້ເຈົ້າຊິໃຫ້ເຮົາປ່ອຍຄົນໃດ” ພວກເຂົາຕອບວ່າ “ບາຣາບາ ໆ” | “Which of the two do you want me to release to you?” asked the governor. “Barabbas,” they replied. |
22 | ปีลาตจั่งถามพวกเขาว่า "แล้วสิให้เฮาเฮ็ดอีหยังกับพระเยซู ที่เอิ้นกันว่า พระคริสต์" พวกเขาพากันฮ้องต่อปีลาตว่า "ให้เขาโดนขึงที่หลักประหารโลดเด้อ" | ແລ້ວປີລາດຈິ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງໃດ ແກ່ເຢຊູຜູ້ເອີ້ນວ່າພຣະຄຣິດ” ເຂົາພາກັນຕອບວ່າ, “ໃຫ້ຄຶງເສຍທີ່ໄມ້ກາງແຂນ.” | ປີລາດຈັ່ງຖາມພວກເຂົາວ່າ “ແລ້ວຊິໃຫ້ເຮົາເຮັດອີຫຍັງກັບພຣະເຢຊູ ທີ່ເອີ້ນກັນວ່າ ພຣະຄຣິດ” ພວກເຂົາພາກັນຮ້ອງຕໍ່ປີລາດວ່າ “ໃຫ້ເຂົາໃຫ້ຄຶງໄວ້ທີ່ໄມ້ກາງແຂນໂລດເດີ້” | “What then should I do with Jesus who is called Christ?” Pilate asked. They all answered, “Crucify Him!” |
23 | แล้วเจ้าเมืองปีลาตถามว่า "ขึงย้อนหยัง เขาได้เฮ็ดซั่วอีหยัง" แต่พวกเขาแฮงฮ้องกันว่า "ให้ขึงเขาที่หลักประหารเด้อ" | ຜູ້ປົກຄອງຈິ່ງເວົ້າວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ” ເຂົາແຮ່ງພາກັນຮ້ອງຂຶ້ນວ່າ, “ໃຫ້ຄຶງເສຍທີ່ໄມ້ກາງແຂນ.” | ແລ້ວເຈົ້າເມືອງປີລາດຖາມວ່າ “ຄຶງຍ້ອນຫຍັງ ເຂົາໄດ້ເຮັດຊົ່ວອີຫຍັງ” ແຕ່ພວກເຂົາແຮງຮ້ອງກັນວ່າ “ໃຫ້ຄຶງເຂົາທີ່ໄມ້ກາງແຂນເດີ້” | “Why?” asked Pilate. “What evil has He done?” But they shouted all the louder, “Crucify Him!” |
| | “ດ້ວຍເລື່ອງຄວາມຕາຍ” ພາສາເດີມວ່າ “ດ້ວຍເລື່ອງເລືອດ.” | | - |
24 | บัดปีลาตเห็นว่าบ่ได้การ มีแต่สิเกิดซุลมุนวุ่นวายขึ้น ปีลาตกะเลยเอาน้ำล้างมือต่อหน้าหมู่คนอยู่ฮั้น แล้วประกาศว่า "เฮาบ่มีผิดในเรื่องเลือดของคนเที่ยงธรรมคนนี้เลย ให้พวกเจ้าฮับผิดซอบเอาเองโลด" | ເມື່ອປີລາດເຫັນວ່າບໍ່ໄດ້ຜົນ ມີແຕ່ການວຸ້ນວາຍກຳລັງເກີດຂຶ້ນ ຈິ່ງໄດ້ເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນ ໂດຍກ່າວວ່າ, “ເຮົາບໍ່ມີຜິດດ້ວຍເລື່ອງຄວາມຕາຍ ຂອງຜູ້ນີ້ ໃຫ້ເປັນທຸລະຂອງພວກເຈົ້າເອງ.” | ບັດປີລາດເຫັນວ່າບໍ່ໄດ້ການ ມີແຕ່ຊິເກີດຊຸນມຸນວຸ້ນວາຍຂຶ້ນ ປີລາດກໍເລີຍເອົານ້ຳລ້າງມືຕໍ່ໜ້າໝູ່ຄົນຢູ່ຫັ້ນ ແລ້ວປະກາດວ່າ “ເຮົາບໍ່ມີຜິດໃນເລື່ອງເລືອດຂອງຄົນທ່ຽງທຳຄົນນີ້ເລີຍ ໃຫ້ພວກເຈົ້າຮັບຜິດຊອບເອົາເອງໂລດ” | When Pilate saw that he was accomplishing nothing, but that instead a riot was breaking out, he took water and washed his hands before the crowd. “I am innocent of this man’s blood,” he said. “You bear the responsibility.” |
25 | บัดนี้ หมู่คนอยู่ฮั้นฮ้องพร้อมกันว่า "ให้เลือดของเขาตกอยู่กับเฮาเอาโลด พร้อมทั้งลูกหลานของเฮานำ" | ແລະປະຊາຊົນພາກັນຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາກັບທັງລູກຫລານຂອງເຮົາ.” | ບັດນີ້ ໝູ່ຄົນຢູ່ຫັ້ນຮ້ອງພ້ອມກັນວ່າ “ໃຫ້ເລືອດຂອງເຂົາຕົກຢູ່ກັບເຮົາເອົາໂລດ ພ້ອມທັງລູກຫລານຂອງເຮົານຳ” | All the people answered, “His blood be on us and on our children!” |
26 | แล้วปีลาตเลยปล่อย บารับบัส ให้พวกเขา กับพอได้เฆี่ยนตีพระเยซูแล้ว ปีลาตเลยมอบเพิ่นไว้ให้ถืกขึงที่หลักประหาร | ປີລາດຈິ່ງປ່ອຍບາຣາບາໃຫ້ເຂົາ ແລະເມື່ອໃຫ້ຂ້ຽນພຣະເຢຊູແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ. | ແລ້ວປີລາດເລີຍປ່ອຍ ບາຣາບາ ໃຫ້ພວກເຂົາ ກັບພໍໄດ້ຄ້ຽນຕີພຣະເຢຊູແລ້ວ ປີລາດເລີຍມອບເພິ່ນໄວ້ໃຫ້ຖືກຄຶງທີ່ໄມ້ກາງແຂນ | So Pilate released Barabbas to them. But he had Jesus flogged and handed Him over to be crucified. |
| | ຢ່າງໜ້ອຍຈຳນວນຫ້າຮ້ອຍຄົນ. | | - |
| | ພວກທະຫານຫົວລໍ້ພຣະເຢຊູ | | - |
| | (ມຣກ. 15:16-20; ຢຮ. 19:2-3) | | - |
27 | แล้วทหารของเจ้าเมืองปีลาตได้นำพระเยซูไปไว้ในกองบัญชาการทหารที่เอิ้นกันว่า ปรีโทเรียม แล้วกะฮวมทหารทั้งกองล้อมเพิ่นไว้ | ເມື່ອນັ້ນ ພວກທະຫານຂອງຜູ້ປົກຄອງໄດ້ພາພຣະເຢຊູເຂົ້າໄປໃນປະໄຣໂຕຣຽນແລ້ວໄດ້ຮວບຮວມທະຫານທັງກອງ ມາອ້ອມພຣະອົງໄວ້. | ແລ້ວທະຫານຂອງເຈົ້າເມືອງປີລາດໄດ້ນຳພຣະເຢຊູໄປໄວ້ໃນກອງບັນຊາການທະຫານທີ່ເອີ້ນກັນວ່າ ປະໄຣໂຕຣຽນ ແລ້ວກໍຮ່ວມກັນທະຫານທັງກອງລ້ອມເພິ່ນໄວ້ | Then the governor’s soldiers took Jesus into the Praetorium and gathered the whole company around Him. |
28 | แล้วพวกทหารฮั้นกะถอดเสื้อคลุมของเพิ่นออก เอาเสื้อคลุมสีแดงเข้มมาสวมใส่เพิ่น | ເຂົາໄດ້ເລີກເຄື່ອງທົງຂອງພຣະອົງອອກ ແລ້ວເອົາເສື້ອສີແດງມານຸ່ງໃຫ້. | ແລ້ວພວກທະຫານນັ້ນກໍຖອດເສື້ອຄຸມຂອງເພິ່ນອອກ ເອົາເສື້ອຄຸມສີແດງເຂັ້ມມາສວມໃສ່ເພິ່ນ | They stripped Him and put a scarlet robe on Him. |
29 | แล้วพวกเขาเอาเครือหนามมาสานเป็นมงกุฎ แล้วจั่งสุบใส่หัวของเพิ่นไว้ เฮ็ดแล้วกะเอาไม้อ้อมาใส่มือขวาให้เป็นคทา ของเพิ่น แล้วเขาได้คุกเข่าลงต่อหน้าเพิ่น จั่งเยาะเย้ยเพิ่นว่า "ขอทรงพระเจริญ กษัตริย์ของพวกยิวเจ้าข้า" | ເຂົາໄດ້ເອົາເຄືອໜາມຖ້າຖັກເປັນໂຄ້ງແທນພວງມາໄລສຸບໃສ່ພຣະສຽນຂອງພຣະອົງ ແລ້ວເອົາໄມ້ອໍ້ໃຫ້ພຣະອົງຖືໄວ້ໃນພຣະຫັດເບື້ອງຂວາ ແລະຄຸເຂົ່າລົງຕໍ່ພຣະພັກພຣະອົງ ກ່າວຄຳເຍາະເຍີ້ຍຫົວລໍ້ພຣະອົງວ່າ, “ກະສັດຂອງຊາດຢິວເຮີຍ, ຈົ່ງຊົງພຣະຈະເລີນເທີນ.” | ແລ້ວພວກເຂົາເອົາເຄືອໜາມມາສານເປັນມົງກຸດ ແລ້ວຈັ່ງສຸບໃສ່ຫົວຂອງເພິ່ນໄວ້ ເຮັດແລ້ວກໍເອົາໄມ້ອໍ້ມາໃສ່ມືຂວາໃຫ້ເປັນຄະທາ ຂອງເພິ່ນ ແລ້ວເຂົາໄດ້ຄຸກເຂົ່າລົງຕໍ່ໜ້າເພິ່ນ ຈັ່ງເຍາະເຍີ້ຍເພິ່ນວ່າ “ຂໍຊົງພຣະຈະເລີນ ກະສັດຂອງພວກຢິວເຈົ້າຂ້າ” | And they twisted together a crown of thorns and set it on His head. They put a staff in His right hand and knelt down before Him to mock Him, saying, “Hail, King of the Jews!” |
30 | แล้วพวกเขาถ่มน้ำลายใส่เพิ่น กับเอาไม้อ้อฮั้นฟาดใส่หัวเพิ่น | ເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະໄດ້ເອົາໄມ້ອໍ້ນັ້ນຕີພຣະສຽນພຣະອົງ. | ແລ້ວພວກເຂົາຖົ່ມນ້ຳລາຍໃສ່ເພິ່ນ ກັບເອົາໄມ້ອໍ້ນັ້ນຟາດໃສ່ຫົວເພິ່ນ | Then they spat on Him and took the staff and struck Him on the head repeatedly. |
31 | แล้วบัดพวกเขาเยาะเย้ยถากถางพระเยซู เขากะถอดเสื้อคลุมสีแดงฮั้นออก แล้วได้เอาเสื้อคลุมของเพิ่นมาใส่ให้ จั่งนำออกไปเพื่อสิขึงประหาร | ເມື່ອເຍາະເຍີ້ຍພຣະອົງແລ້ວເຂົາໄດ້ຖອດເສື້ອນັ້ນອອກ ແລ້ວເອົາເຄື່ອງທົງຂອງພຣະອົງມານຸ່ງໃຫ້ ຈິ່ງພາພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ. | ແລ້ວບັດພວກເຂົາເຍາະເຍີ້ຍຖາກຖາງພຣະເຢຊູ ເຂົາກໍຖອດເສື້ອຄຸມສີແດງນັ້ນອອກ ແລ້ວໄດ້ເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ ຈັ່ງນຳອອກໄປເພື່ອຊິຄຶງປະຫານ | After they had mocked Him, they removed the robe and put His own clothes back on Him. Then they led Him away to crucify Him. |
| | ການຄຶງທີ່ໄມ້ກາງແຂນ | | - |
| | (ມຣກ. 15:21-32; ລກ. 23:26-43; ຢຮ. 19:17-27) | | - |
32 | แล้วบัดพวกเขาพวมนำออกมา เขาได้เห็นซายซาวไซรีนคนหนึ่งชื่อ ซีโมน เลยบังคับเขาให้แบกเอาหลักประหารของพระเยซูไป | ເມື່ອກຳລັງອອກໄປນັ້ນເຂົາໄດ້ພົບໄທກີເຣເນຄົນໜຶ່ງທີ່ຊື່ຊີໂມນ ຈິ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ. | ແລ້ວບັດພວກເຂົາພວມນຳອອກມາ ເຂົາໄດ້ເຫັນຜູ້ຊາຍຊາວກີເຣເນຄົນໜຶ່ງຊື່ ຊີໂມນ ເລີຍບັງຄັບເຂົາໃຫ້ແບກເອົາໄມ້ກາງແຂນຂອງພຣະເຢຊູໄປ | Along the way they found a man from Cyrene, named Simon, and they forced him to carry the cross of Jesus. |
33 | บัดพวกเขามาเถิงเนินเขาหม่องที่เอิ้นกันว่า กลโกธา ซึ่งแปลว่า หัวกะโหลก | ເມື່ອມາເຖິງບ່ອນໜຶ່ງເອີ້ນວ່າໂຄລະໂຄທາ (ທີ່ແປວ່າ ບ່ອນກະໂຫລກຫົວ), | ບັດພວກເຂົາມາເຖິງໂນນພູໝ້ອງທີ່ເອີ້ນກັນວ່າ ໂຄລະໂຄທາ ຊຶ່ງແປວ່າ ກະໂຫລກຫົວ | And when they came to a place called Golgotha, which means The Place of the Skull, |
34 | พวกเขาจั่งเอาน้ำส้มองุ่นผสมกับน้ำขม มาให้พระเยซูฮับดื่ม แต่พอเพิ่นซิมเบิ่งแล้วกะบ่ยอมกิน | ເຂົາໄດ້ເອົາເຫລົ້າແວງປະສົມກັບນ້ຳບີມາໃຫ້ພຣະອົງສະເຫວີຍ ແຕ່ເມື່ອຊົງຊີມແລ້ວ ພຣະອົງບໍ່ຊົງຍອມສະເຫວີຍ. | ພວກເຂົາຈັ່ງເອົານ້ຳສົ້ມອະງຸ່ນປະສົມກັບນ້ຳຂົມ ມາໃຫ້ພຣະເຢຊູຮັບດື່ມ ແຕ່ພໍເພິ່ນຊີມເບິ່ງແລ້ວກໍບໍ່ຍອມກິນ | they offered Him wine to drink, mixed with gall; but after tasting it, He refused to drink it. |
35 | แล้วพวกเขาได้ขึงประหารพระเยซูอยู่ฮั้น แล้วกะจับฉลากแบ่งปันเสื้อผ้าของเพิ่น ซึ่งเป็นไปตามพระคำของพระเจ้าโดยผู้เป็นปากเป็นเสียงที่กล่าวว่า 'เสื้อผ้าของผู้ข้า เขาแบ่งปันกัน ส่วนแนวปกคลุมของผู้ข้าฮั้น เขากะจับฉลากกัน' | ເມື່ອໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ ເຂົາກໍເອົາເຄື່ອງທົງຂອງພຣະອົງມາຈົກສະຫລາກແບ່ງປັນກັນ. | ແລ້ວພວກເຂົາໄດ້ຄຶງປະຫານພຣະເຢຊູຢູ່ຫັ້ນ ແລ້ວກໍຈັບສະຫລາກແບ່ງປັນເສື້ອຜ້າຂອງເພິ່ນ ຊຶ່ງເປັນໄປຕາມພຣະຄຳຂອງພຣະເຈົ້າໂດຍຜູ້ເປັນປາກເປັນສຽງທີ່ກ່າວວ່າ “ເສື້ອຜ້າຂອງຜູ້ຂ້າ ເຂົາແບ່ງປັນກັນ ສ່ວນແນວປົກຄຸມຂອງຜູ້ຂ້ານັ້ນ ເຂົາກໍຈັບສະຫລາກກັນ” | When they had crucified Him, they divided up His garments by casting lots. |
36 | เฮ็ดแล้วพวกเขากะนั่งเฝ้าเบิ่งเพิ่นอยู่ฮั้น | ແລ້ວກໍພາກັນນັ່ງເຝົ້າພຣະອົງຢູ່ທີ່ນັ້ນ. | ເຮັດແລ້ວພວກເຂົາກໍນັ່ງເຝົ້າເບິ່ງເພິ່ນຢູ່ຫັ້ນ | And sitting down, they kept watch over Him there. |
37 | แล้วมีป้ายติดหลักประหารไว้อยู่เถิงหัวของพระเยซู เป็นข้อหาที่ลงโทษเพิ่นว่า "ผู้นี้คือเยซู กษัตริย์ของซนซาติยิว" | ເຂົາໄດ້ເອົາຂໍ້ຄວາມກ່າວໂທດຕິດໄວ້ເໜືອພຣະສຽນຂອງພຣະອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄືເຢຊູກະສັດຂອງຊາດຢິວ.” | ແລ້ວມີທາຕິດໄມ້ກາງແຂນໄວ້ຢູ່ເຖິງຫົວຂອງພຣະເຢຊູ ເປັນຂໍ້ຫາທີ່ລົງໂທດເພິ່ນວ່າ “ຜູ້ນີ້ຄືເຢຊູ ກະສັດຂອງຊົນຊາດຢິວ” | Above His head they posted the written charge against Him: This is Jesus, the King of the Jews. |
38 | ในฮั้น มีโจรผู้ร้ายสองคน อยู่คนละข้าง ถืกขึงประหารไว้พร้อมนำเพิ่น ทางขวาคนหนึ่ง ทางซ้ายอีกคนหนึ่ง | ເວລານັ້ນເຂົາໄດ້ເອົາໂຈນສອງຄົນຄຶງໄວ້ກັບພຣະອົງ ເບື້ອງຂວາຄົນໜຶ່ງເບື້ອງຊ້າຍຄົນໜຶ່ງ. | ໃນນັ້ນ ມີໂຈນຜູ້ຮ້າຍສອງຄົນ ຢູ່ຄົນລະຂ້າງ ຖືກຄຶງປະຫານໄວ້ພ້ອມນຳເພິ່ນ ທາງຂວາຄົນໜຶ່ງ ທາງຊ້າຍອີກຄົນໜຶ່ງ | Two robbers were crucified with Him, one on His right hand and the other on His left. |
39 | แล้วคู่คนที่ผ่านไปมาฮั้น กะส่ายหัว ด่าทอเหยียดหยามพระเยซู | ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ ກໍໝິ່ນປະໝາດພຣະອົງແລະສັ່ນຫົວ, | ແລ້ວຄູ່ຄົນທີ່ຜ່ານໄປມານັ້ນ ກໍສ່າຍຫົວ ດ່າດູຖູກພຣະເຢຊູ | And those who passed by heaped abuse on Him, shaking their heads |
40 | เว้าใส่เพิ่นว่า "เจ้าผู้ที่ว่า สิทำลายพระวิหาร แล้วสิสร้างขึ้นใหม่ในสามมื้อฮั้น คั่นเจ้าเป็นพระบุตรของพระเจ้าอีหลี กะให้ซ่อยโตเองให้รอดล่ะแม่ ให้ลงมาจากหลักประหารเอาโลดเด้อ" | ໂດຍກ່າວວ່າ, “ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃໝ່ໃນສາມວັນເຮີຍ, ຈົ່ງຊ່ອຍຕົວເອງໃຫ້ພົ້ນ ຖ້າເຈົ້າເປັນບຸດຂອງພຣະເຈົ້າ ແລະຈົ່ງລົງມາຈາກໄມ້ກາງແຂນແມ.” | ເວົ້າໃສ່ເພິ່ນວ່າ “ເຈົ້າຜູ້ທີ່ວ່າ ຊິທຳລາຍພຣະວິຫານ ແລ້ວຊິສ້າງຂຶ້ນໃໝ່ໃນສາມມື້ນັ້ນ ຄັ່ນເຈົ້າເປັນພຣະບຸດຂອງພຣະເຈົ້າອີ່ຫລີ ກໍໃຫ້ຊ່ອຍໂຕເອງໃຫ້ລອດເນາະແມ່ ໃຫ້ລົງມາຈາກໄມ້ກາງແຂນເອົາໂລດເດີ້” | and saying, “You who are going to destroy the temple and rebuild it in three days, save Yourself! If You are the Son of God, come down from the cross!” |
41 | ฝ่ายพวกหัวหน้าผู้นำเครื่องถวาย กับเสมียนฯ พร้อมทั้งพวกผู้หลักผู้ใหญ่ กะเยาะเย้ยใส่เพิ่นคือกัน | ໃນທຳນອງດຽວກັນນັ້ນພວກພະໂລຫິດຕົນໃຫຍ່ ກັບພວກນັກທຳແລະພວກຜູ້ເຖົ້າແກ່ກໍໄດ້ເຍາະເຍີ້ຍພຣະອົງວ່າ, | ຝ່າຍພວກຫົວໜ້າປະໂລຫິດ ກັບນັກທຳພ້ອມທັງພວກຜູ້ຫລັກຜູ້ໃຫຍ່ ກໍເຍາະເຍີ້ຍໃສ່ເພິ່ນຄືກັນ | In the same way, the chief priests, scribes, and elders mocked Him, saying, |
42 | เว้าว่า "เขาซ่อยคนอื่นให้รอดได้ แต่ซ่อยโตเองให้รอดบ่ได้ คั่นคนผู้นี้เป็นกษัตริย์ของซาติอิสราเอลอีหลี กะให้เขาลงมาจากหลักประหารอยู่เดี๋ยวนี้ แล้วพวกเฮาสิเซื่อเขา | “ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້ ແຕ່ຊ່ອຍຕົວເອງບໍ່ໄດ້ ມັນເປັນກະສັດອິດສະຣາເອນ ໃຫ້ມັນລົງມາຈາກໄມ້ກາງເຂນດຽວນີ້ເທາະແລ້ວພວກເຮົາຈະໄດ້ເຊື້ອຖືມັນ. | ເວົ້າວ່າ “ເຂົາຊ່ອຍຄົນອື່ນໃຫ້ລອດໄດ້ ແຕ່ຊ່ອຍໂຕເອງໃຫ້ລອດບໍ່ໄດ້ ຄັ່ນຄົນຜູ້ນີ້ເປັນກະສັດຂອງຊາດອິດສະຣາເອນອີ່ຫລີ ກໍໃຫ້ເຂົາລົງມາຈາກໄມ້ກາງແຂນຢູ່ທັນທີ ແລ້ວພວກເຮົາຊິເຊື່ອເຂົາ | “He saved others, but He cannot save Himself. He is the King of Israel! Let Him come down now from the cross, and we will believe in Him. |
43 | เขาวางใจในพระเจ้า กะให้พระเจ้าซ่อยเขาให้รอดเดี๋ยวนี้เอาโลด คั่นว่าพระเจ้าพอใจในโตเขาอีหลี คือจั่งเขาฮับปาก๏ว่า 'เฮาหนิเป็นพระบุตรของพระเจ้า' ตามที่เขาเว้าฮั่น" | ‘ທ່ານໄດ້ວາງໃຈໃນພຣະເຈົ້າ ຖ້າພຣະເຈົ້າຊົງພໍພຣະໄທໃນທ່ານ ກໍໃຫ້ພຣະເຈົ້າໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້’ ເພາະມັນໄດ້ເວົ້າວ່າ ‘ເຮົາເປັນບຸດຂອງພຣະເຈົ້າ’.” | ເຂົາວາງໃຈໃນພຣະເຈົ້າ ກໍໃຫ້ພຣະເຈົ້າຊ່ອຍເຂົາໃຫ້ລອດທັນທີເອົາໂລດ ຄັ່ນວ່າພຣະເຈົ້າພໍໃຈໃນໂຕເຂົາອີ່ຫລີ ຄືກັນກັບເຂົາຮັບປາກວ່າ ‘ເຮົານີ້ເປັນພຣະບຸດຂອງພຣະເຈົ້າ’ ຕາມທີ່ເຂົາເວົ້ານັ້ນ” | He trusts in God. Let God deliver Him now if He wants Him. For He said, ‘I am the Son of God.’” |
44 | ฝ่ายโจรสองคนฮั้นที่ถืกขึงประหารกับเพิ่น กะยังเว้ายัดใส่หน้าเพิ่น เป็นคำหยาบซ้าคือกัน | ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເໝືອນກັນ. | ຝ່າຍໂຈນສອງຄົນນັ້ນທີ່ຖືກຄຶງປະຫານກັບເພິ່ນ ກໍຍັງເວົ້າຍັດໃສ່ໜ້າເພິ່ນ ເປັນຄຳຫຍາບຊ້າຄືກັນ | In the same way, even the robbers who were crucified with Him berated Him. |
| | ປັດຈຸບັນນີ້ເຄີຍເວົ້າວ່າ ເວລາທ່ຽງ. | | - |
| | ປັດຈຸບັນເຄີຍເວົ້າວ່າ ບ່າຍສາມໂມງ. | | - |
| | ຊົງສິ້ນພຣະຊົນ | | - |
| | (ມຣກ. 15:33-41; ລກ. 23:44-49; ຢຮ. 19:28-30) | | - |
45 | แล้วในยามฮั้นพอดี เกิดมีความมืดครอบคลุมฮอดทั่วแผ่นดิน จากเที่ยง ไปฮอดบ่ายสาม | ແລ້ວໄດ້ເກີດການມືດມົວທົ່ວແຜ່ນດິນຕັ້ງແຕ່ຫົກໂມງ ຈົນເຖິງເກົ້າໂມງ. | ແລ້ວໃນຍາມນັ້ນພໍດີ ເກີດມີຄວາມມືດຄອບຄຸມຮອດທົ່ວແຜ່ນດິນ ຈາກທ່ຽງ ໄປຮອດບ່າຍສາມ | From the sixth hour until the ninth hour darkness came over all the land. |
46 | แล้วพอ๏ประมาณบ่ายสามฮั้นเอง พระเยซูได้ฮ้องออกเสียงดังเป็นภาษาแอระเมอิก ว่า "เอลี เอลี ลามาสะบักธานี" แปลว่า "พระเจ้าของผู้ข้าๆ เป็นหยังพระองค์ท่านจั่งหันหลังใส่ผู้ข้า" | ຄັນປະມານເກົ້າໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ, “ເອລີໆ ແລມາ ຊາບັກທານີ” (ແປວ່າ, “ພຣະເຈົ້າຂອງຂ້າພຣະອົງ, ພຣະເຈົ້າຂອງຂ້າພຣະອົງເອີຍ, ເຫດສັນໃດຈິ່ງຊົງປະຖິ້ມຂ້າພຣະອົງເສຍ”). | ແລ້ວພໍປະມານບ່າຍສາມນັ້ນເອງ ພຣະເຢຊູໄດ້ຮ້ອງອອກສຽງດັ່ງເປັນພາສາແອຣະເມອິກ ວ່າ “ເອລີໆ ລາມາສະບັກທານີ” ແປວ່າ “ພຣະເຈົ້າຂອງຜູ້ຂ້າໆ ເປັນຫຍັງພຣະອົງທ່ານຈັ່ງຫັນຫລັງໃສ່ຜູ້ຂ້າ” | About the ninth hour, Jesus cried out in a loud voice, “Eli, Eli, lema sabachthani?” which means, “My God, My God, why have you forsaken Me?” |
47 | แล้วผู้ลางคนที่ยืนอยู่ฮั้น บัดพอได้ยินกะเว้ากันว่า "คนผู้นี้เอิ้นหาผู้ทำนายเอลียาห์" | ບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາເອລີຢາ.” | ແລ້ວຜູ້ລາງຄົນທີ່ຢືນຢູ່ຫັ້ນ ບັດພໍໄດ້ຍິນກໍເວົ້າກັນວ່າ “ຄົນຜູ້ນີ້ເອີ້ນຫາຜູ້ທຳນາຍເອລີຢາ” | When some of those standing there heard this, they said, “He is calling Elijah.” |
48 | ในยามฮั้นพอดี มีคนหนึ่งในพวกเขาได้แล่นออกไปเอาฟองน้ำชุบน้ำส้มองุ่น เสียบใส่ปลายไม้อ้อ ยื่นขึ้นให้เพิ่นกิน | ໃນທັນໃດນັ້ນມີຜູ້ໜຶ່ງໃນພວກເຂົາແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ ແລ້ວສຽບໃສ່ປາຍໄມ້ອໍ້ຍື່ນໃຫ້ພຣະອົງສະເຫວີຍ. | ໃນຍາມນັ້ນພໍດີ ມີຄົນໜຶ່ງໃນພວກເຂົາໄດ້ແລ່ນອອກໄປເອົາຟອງນ້ຳຊຸບນ້ຳສົ້ມອະງຸ່ນ ສຽບໃສ່ປາຍໄມ້ອໍ້ ຍື່ນຂຶ້ນໃຫ້ເພິ່ນກິນ | One of them quickly ran and brought a sponge. He filled it with vinegar, put it on a reed, and held it up for Jesus to drink. |
49 | แต่คนอื่นๆ อยู่ฮั้นบอกว่า "อย่าเพิ่งเด้อ ให้เฮาคอยเบิ่งดู ว่าเอลียาห์สิมาซ่อยเขาให้รอดอยู่บ้อ" | ແຕ່ຄົນອື່ນເວົ້າວ່າ, “ຟ້າວເທື່ອ, ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ອຍມັນໃຫ້ພົ້ນຫລືບໍ່.” | ແຕ່ຄົນອື່ນໆ ຢູ່ຫັ້ນບອກວ່າ “ຢ່າຫາກໍ່ເດີ້ ໃຫ້ເຮົາຄອຍຖ້າເບິ່ງ ວ່າເອລີຢາຊິມາຊ່ອຍເຂົາໃຫ້ລອດຢູ່ບໍ້” | But the others said, “Leave Him alone. Let us see if Elijah comes to save Him.” |
50 | ส่วนพระเยซู พอเพิ่นได้ฮ้องเสียงดังออกมาอีกเทื่อหนึ่ง กะได้ปล่อยจิตวิญญาณของเพิ่นให้ออกไป | ສ່ວນພຣະເຢຊູກໍຊົງຮ້ອງສຽງດັ່ງຂຶ້ນອີກ ແລ້ວຊົງປ່ອຍຈິດວິນຍານໄປ. | ສ່ວນພຣະເຢຊູ ພໍເພິ່ນໄດ້ຮ້ອງສຽງດັ່ງອອກມາອີກເທື່ອໜຶ່ງ ກໍໄດ້ປ່ອຍຈິດວິນຍານຂອງເພິ່ນໃຫ້ອອກໄປ | When Jesus had cried out again in a loud voice, He yielded up His spirit. |
51 | แล้วนี่แน่ะ ม่านใหญ่ที่กั้นห้องศักดิ์สิทธิ์ไว้ ในพระวิหารกะถืกฉีกขาดออกเป็นสองท่อนจากเทิงลงไปล่าง แผ่นดินกะไหว ศิลาใหญ่กะแตกร้าวกัน | ແລະເບິ່ງແມ, ຜ້າກັ້ງໃນພຣະວິຫານກໍຊົງຖືກຈີກໄປສອງຕ່ອນ ຕັ້ງແຕ່ເທິງລົງເຖິງລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ສີລາກໍແຕກອອກຈາກກັນ. | ແລ້ວນີ້ແຫລະ ມ່ານໃຫຍ່ທີ່ກັ້ນຫ້ອງສັກສິດໄວ້ ໃນພຣະວິຫານກໍຖືກຈີກຂາດອອກເປັນສອງທ່ອນຈາກເທິງລົງໄປລຸມ ແຜ່ນດິນກໍໄຫວ ສິລາໃຫຍ່ກໍແຕກຮ້າວກັນ | At that moment the veil of the temple was torn in two from top to bottom. The earth quaked and the rocks were split. |
52 | แล้วพวกอุโมงค์ฝังศพกะถืกเปิดออก แล้วศพของคนของพระเจ้าหลายคนที่ล่วงหลับไปแล้วกะได้เป็นขึ้นมา | ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ລ່ວງລັບໄປແລ້ວກໍເປັນຄືນມາ. | ແລ້ວພວກອຸບໂມງຝັງສົບກໍຖືກເປີດອອກ ແລ້ວສົບຂອງຄົນຂອງພຣະເຈົ້າຫລາຍຄົນທີ່ລ່ວງຫລັບໄປແລ້ວກໍໄດ້ເປັນຂຶ້ນມາ | The tombs broke open, and the bodies of many saints who had fallen asleep were raised. |
53 | แล้วจั่งออกจากอุโมงค์หลังจากพระเยซูเป็นขึ้นมาจากตายฮั้น แล้วจั่งพากันเข้าไปในนครบริสุทธิ์ (คือเมืองเยรูซาเล็ม) แสดงโตต่อหลายคนอยู่ฮั้นให้เห็น | ເຂົາທັງຫລາຍຈິ່ງພາກັນອອກຈາກອຸບໂມງ ແລະເມື່ອພຣະເຢຊູຊົງເປັນຄືນມາແລ້ວກໍໄດ້ເຂົ້າໄປໃນນະຄອນສັກສິດ ປະກົດຕົວໃຫ້ຫລາຍຄົນເຫັນ. | ແລ້ວຈັ່ງອອກຈາກອຸບໂມງຫລັງຈາກພຣະເຢຊູເປັນຂຶ້ນມາຈາກຕາຍນັ້ນ ແລ້ວຈັ່ງພາກັນເຂົ້າໄປໃນນະຄອນບໍລິສຸດ (ຄືເມືອງເຢຣູຊາເລັມ) ສະແດງໂຕຕໍ່ຫລາຍຄົນຢູ່ຫັ້ນໃຫ້ເຫັນ | After Jesus’ resurrection, when they had come out of the tombs, they entered the holy city and appeared to many people. |
54 | บัดนี้ ฝ่ายนายร้อยกับหมู่ทหารผู้ที่เฝ้าเบิ่งพระเยซูอยู่นำกันฮั้น บัดพอได้เห็นแผ่นดินไหว กับเหตุการณ์แนวต่างๆ ที่เป็นไปฮั้น กะพากันหย้านเมิ้ดแฮง เว้ากันว่า "แท้จริงแล้ว เพิ่นผู้นี้ แม่นพระบุตรของพระเจ้าอีหลี" | ສ່ວນນາຍຮ້ອຍແລະທະຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນດິນຫວັ່ນໄຫວແລະເຫດການທັງປວງທີ່ເກີດຂຶ້ນນັ້ນ ກໍພາກັນຢ້ານຫລາຍຈິ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ.” | ບັດນີ້ ຝ່າຍນາຍຮ້ອຍກັບໝູ່ທະຫານຜູ້ທີ່ເຝົ້າເບິ່ງພຣະເຢຊູຢູ່ນຳກັນນັ້ນ ບັດພໍໄດ້ເຫັນແຜ່ນດິນໄຫວ ກັບເຫດການແນວຕ່າງໆ ທີ່ເປັນໄປຫັ້ນ ກໍພາກັນຢ້ານໝົດແຮງ ເວົ້າກັນວ່າ “ແທ້ຈິງແລ້ວ ເພິ່ນຜູ້ນີ້ ແມ່ນພຣະບຸດຂອງພຣະເຈົ້າອີ່ຫລີ” | When the centurion and those with him who were guarding Jesus saw the earthquake and all that had happened, they were terrified and said, “Truly this was the Son of God.” |
55 | แล้วกะมีญิงหลายคนที่พากันเบิ่งแต่ไกลๆ พวกนี้ล่ะ ได้ติดตามปรนนิบัติฮับใซ้พระเยซูมาจากแคว้นกาลิลีมา | ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຍິງທີ່ໄດ້ຕິດຕາມແລະບົວລະບັດພຣະເຢຊູຕັ້ງແຕ່ແຂວງຄາລີເລມາ. | ແລ້ວກໍມີຍິງຫລາຍຄົນທີ່ພາກັນເບິ່ງແຕ່ໄກໆ ພວກນີ້ເນາະ ໄດ້ຕິດຕາມຮັບໃຊ້ພຣະເຢຊູມາຈາກແຄວ້ນຄາລີເລມາ | And many women were there, watching from a distance. They had followed Jesus from Galilee to minister to Him. |
56 | ในญิงพวกฮั้น มีมารีย์ ซาวมักดาลา กับมีมารีย์ แม่ของยากอบกับโยเสส แม่นเมียเศเบดี แม่ของลูกลาวฮั้น | ໃນພວກນັ້ນມີມາຣິອາໄທມັກດາລາ, ມາຣິອາມານດາຂອງຢາໂກໂບແລະໂຢເຊັບກັບມານດາຂອງລູກຊາຍຂອງເຊເບດາຍ. | ໃນຍິງພວກນັ້ນ ມີມາຣິອາ ຊາວມັກດາລາ ກັບມີມາຣິອາ ແມ່ຂອງຢາໂກໂບກັບໂຢເຊ ແມ່ນເມຍເຊເບດາຍ ແມ່ຂອງລູກລາວນັ້ນ | Among them were Mary Magdalene, Mary the mother of James and Joseph, and the mother of Zebedee’s sons. |
| | ການວາງພຣະສົບໃສ່ອຸບໂມງ | | - |
| | (ມຣກ. 15:42-47; ລກ. 23:50-56; ຢຮ. 19:38-42) | | - |
57 | บัดพอค่ำลง มีเศรษฐีคนหนึ่งที่มาจากบ้านอาริมาเธีย ชื่อว่า โยเซฟ ผู้นี้กะเป็นลูกศิษย์ของพระเยซูคือกัน | ເມື່ອຄ່ຳມາແລ້ວມີເສດຖີຄົນໜຶ່ງຊື່ໂຢເຊັບ ເປັນໄທບ້ານອາຣີມາທາຍ ຊຶ່ງໄດ້ເຂົ້າເປັນສິດຂອງພຣະເຢຊູເໝືອນກັນ. | ບັດພໍຄ່ຳລົງ ມີຄົນຮັ່ງມີຄົນໜຶ່ງທີ່ມາຈາກບ້ານອາຣີມາທາຍ ຊື່ວ່າ ໂຢເຊັບ ຜູ້ນີ້ກໍເປັນລູກສິດຂອງພຣະເຢຊູຄືກັນ | When it was evening, there came a rich man from Arimathea named Joseph, who himself was a disciple of Jesus. |
58 | เขาได้เข้าไปหาปีลาตเพื่อขอศพพระเยซู ปีลาตจั่งสั่งให้มอบศพเพิ่นฮั้นให้ไว้กับเขา | ທ່ານຜູ້ນີ້ໄດ້ໄປຫາປີລາດຂໍເອົາພຣະສົບພຣະເຢຊູ ປີລາດຈິ່ງຊົງໃຫ້ມອບພຣະສົບນັ້ນແກ່ເພິ່ນ. | ເຂົາໄດ້ເຂົ້າໄປຫາປີລາດເພື່ອຂໍສົບພຣະເຢຊູ ປີລາດຈັ່ງສັ່ງໃຫ້ມອບສົບເພິ່ນນັ້ນໃຫ້ໄວ້ກັບເຂົາ | He went to Pilate to ask for the body of Jesus, and Pilate ordered that it be given to him. |
59 | บัดโยเซฟได้ฮับศพเพิ่นมาแล้ว เขากะเอาผ้าป่านที่สะอาดพันหุ้มไว้ | ໂຢເຊັບກໍອັນເຊີນເອົາພຣະສົບ ແລ້ວເອົາຜ້າປ່ານສະອາດຫຸ້ມຫໍ່ໄວ້, | ບັດໂຢເຊັບໄດ້ຮັບສົບເພິ່ນມາແລ້ວ ເຂົາກໍເອົາຜ້າປ່ານທີ່ສະອາດພັນຫຸ້ມໄວ້ | So Joseph took the body, wrapped it in a clean linen cloth, |
60 | แล้วได้เอาศพของเพิ่น วางลงไว้ในอุโมงค์อันใหม่เอี่ยมของลาวเอง ซึ่งลาวได้สกัดไว้ในหน้าผาหิน วางลงแล้วลาวกะยู้หินกลมแผ่นใหญ่ลงปิดปากอุโมงค์ไว้ เฮ็ดแล้ว๏กะจากไป | ແລະອັນເຊີນພຣະສົບໄປບັນຈຸວາງໃນອຸບໂມງໃໝ່ຂອງຕົນ ຊຶ່ງທ່ານໄດ້ສະກັດໄວ້ໃນຫີນ ແລ້ວກື່ງຫີນໃຫຍ່ກ້ອນໜຶ່ງອັດປາກອຸບໂມງໄວ້ຈິ່ງໜີໄປ. | ແລ້ວໄດ້ເອົາສົບຂອງເພິ່ນ ວາງລົງໄວ້ໃນອຸບໂມງອັນໃໝ່ອ່ຽມຂອງລາວເອງ ຊຶ່ງລາວໄດ້ສະກັດໄວ້ໃນໜ້າຜາຫີນ ວາງລົງແລ້ວລາວກໍຍູ້ຫີນມົນແຜ່ນໃຫຍ່ລົງປິດປາກອຸບໂມງໄວ້ ເຮັດແລ້ວກໍຈາກໄປ | and placed it in his own new tomb that he had cut into the rock. Then he rolled a great stone across the entrance to the tomb and went away. |
61 | แล้วฝ่ายมารีย์ ซาวมักดาลา กับมารีย์อีกคนหนึ่งฮั้น กะนั่งอยู่ทางหน้าอุโมงค์ | ຝ່າຍມາຣິອາໄທມັກດາລາມາຣິອາອີກຄົນໜຶ່ງນັ້ນ ກໍນັ່ງຢູ່ຕໍ່ໜ້າອຸບໂມງ. | ແລ້ວຝ່າຍມາຣິອາ ຊາວມັກດາລາ ກັບມາຣິອາອີກຄົນໜຶ່ງນັ້ນ ກໍນັ່ງຢູ່ທາງໜ້າອຸບໂມງ | Mary Magdalene and the other Mary were sitting there opposite the tomb. |
| | ທະຫານຍາມເຝົ້າທີ່ອຸບໂມງ | | - |
62 | บัดมื้อต่อมาจากมื้อจัดเตรียม (คือจุดเริ่มต้นของมื้อพักงานของซาวยิว) พวกหัวหน้าผู้นำเครื่องถวาย กับพวกฟาริสี ได้พากันไปหาปีลาต | ວັນໜ້າມາ ຄືວັນຖັດຈາກວັນຈັດແຈງ ພວກປະໂລຫິດຕົນໃຫຍ່ກັບພວກຟາຣີຊາຍໄດ້ພາກັນໄປຫາປີລາດ, | ບັດມື້ຕໍ່ມາຈາກມື້ຈັດກຽມ (ຄືຈຸດເລີ່ມຕົ້ນຂອງມື້ພັກງານຂອງຊາວຢິວ) ພວກຫົວໜ້າປະໂລຫິດ ກັບພວກຟາຣີຊາຍ ໄດ້ພາກັນໄປຫາປີລາດ | The next day, the one after Preparation Day, the chief priests and Pharisees assembled before Pilate. |
63 | เว้ากับปีลาตว่า "ท่านปีลาตเจ้าข้า พวกผู้ข้าจำได้ว่า คนล่อลวงผู้ฮั้น บัดเขายังมีซีวิตอยู่เคยเว้าว่า 'ล่วงไปสามมื้อแล้วเขาสิเป็นขึ้นมาใหม่' | ຮຽນວ່າ, “ທ່ານທີ່ນັບຖື, ພວກຜູ້ຂ້າຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີວິດຢູ່ ມັນໄດ້ເວົ້າວ່າ ‘ພາຍຫລັງສາມວັນແລ້ວເຮົາຈະເປັນຄືນມາ’. | ເວົ້າກັບປີລາດວ່າ “ທ່ານປີລາດເຈົ້າຂ້າ ພວກຜູ້ຂ້າຈຳໄດ້ວ່າ ຄົນລໍ້ລວງຜູ້ນັ້ນ ບັດເຂົາຍັງມີຊີວິດຢູ່ເຄີຍເວົ້າວ່າ ‘ລ່ວງໄປສາມມື້ແລ້ວເຂົາຊິເປັນຂຶ້ນມາໃໝ່’ | “Sir,” they said, “we remember that while He was alive that deceiver said, ‘After three days I will rise again.’ |
64 | จั่งซั้น ขอออกคำสั่ง ให้กองทหารออกไปเฝ้าอุโมงค์ให้มั่นคง จนฮอดมื้อที่สาม หย้านว่าลูกศิษย์ของเขาอาจสิมาในยามกลางคืน มาลักเอาศพฮั้นออกไป แล้วประกาศกับประซาซนว่า เขาผู้ฮั้นได้เป็นขึ้นมาจากตายแล้วอีหลี แล้วแผนการหลอกลวงฮั้น กะสิแฮงแย่กว่าเทื่อก่อนอีก" | ດ້ວຍເຫດນັ້ນຂໍທ່ານບັນຊາສັ່ງໃຫ້ເຝົ້າອຸບໂມງໄວ້ຢ່າງແຂງແຮງຈົນເຖິງວັນຖ້ວນສາມ ຢ້ານວ່າພວກສາວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົນລະເມືອງວ່າ ‘ເພິ່ນເປັນຄືນມາຈາກຕາຍແລ້ວ’ ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ.” | ຈັ່ງຊັ້ນ ຂໍອອກຄຳສັ່ງ ໃຫ້ກອງທະຫານອອກໄປເຝົ້າອຸບໂມງໃຫ້ໝັ້ນຄົງ ຈົນຮອດມື້ທີ່ສາມ ຢ້ານວ່າລູກສິດຂອງເຂົາອາດຊິມາໃນຍາມກາງຄືນ ມາລັກເອົາສົບນັ້ນອອກໄປ ແລ້ວປະກາດກັບປະຊາຊົນວ່າ ເຂົາຜູ້ນັ້ນໄດ້ເປັນຂຶ້ນມາຈາກຕາຍແລ້ວອີ່ຫລີ ແລ້ວແຜນການຫລອກລວງນັ້ນ ກໍຊິຮ້າຍແຮງກວ່າເທື່ອກ່ອນອີກ” | So give the order that the tomb be secured until the third day. Otherwise, His disciples may come and steal Him away and tell the people He has risen from the dead. And this last deception would be worse than the first.” |
| | ຫລືວ່າ “ຈົ່ງເອົາທະຫານຍາມໝູ່ໜຶ່ງໄປເຝົ້າ...” | | - |
65 | ปีลาตจั่งบอกเขาว่า "มีให้อยู่แล้ว ให้พวกเจ้าเอากองทหารไปฮักษาความปลอดภัยให้มั่นคงท่อที่สิเฮ็ดได้" | ປີລາດໄດ້ບອກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງໄປເຝົ້າ ໃຫ້ແຂງແຮງຕາມຄວາມເຫັນຂອງພວກທ່ານ.” | ປີລາດຈັ່ງບອກເຂົາວ່າ “ມີໃຫ້ຢູ່ແລ້ວ ໃຫ້ພວກເຈົ້າເອົາກອງທະຫານໄປຮັກສາຄວາມປອດໄພໃຫ້ໝັ້ນຄົງທໍ່ທີ່ຊິເຮັດໄດ້” | “You have a guard,” Pilate said. “Go, make the tomb as secure as you know how.” |
66 | จั่งซั้น พวกเขาจั่งออกไปพร้อมกองทหาร เฮ็ดอุโมงค์ฮั้นให้มั่นคง ปิดสนิทโดยลงตราเครื่องหมาย๏ทับเซือกไว้อยู่ที่หิน แล้วจั่งจัดยามทหารเบิ่งแยงเฝ้าอยู่ประจำ | ແລະເຂົາກໍໄດ້ພາກັນໄປເຮັດໃຫ້ອຸບໂມງນັ້ນໝັ້ນຄົງ ໂດຍປະທັບຕາໃສ່ຫີນໄວ້ແລະຕັ້ງທະຫານຍາມໃຫ້ເຝົ້າຢູ່. | ຈັ່ງຊັ້ນ ພວກເຂົາຈັ່ງອອກໄປພ້ອມກອງທະຫານ ເຮັດອຸບໂມງນັ້ນໃຫ້ໝັ້ນຄົງ ປິດສະນິດໂດຍລົງຕາເຄື່ອງໝາຍທັບເຊືອກໄວ້ຢູ່ທີ່ຫີນ ແລ້ວຈັ່ງຈັດຍາມທະຫານເບິ່ງແຍງເຝົ້າຢູ່ປະຈຳ | So they went and secured the tomb by sealing the stone and posting the guard. |