| | ບົດທີ 24 | ມັດທາຍ ບົດທີ 24 | Matthew 24 |
| | ພຣະວິຫານຈະຖືກທຳລາຍ | | |
| | (ມຣກ. 13:1-2; ລກ. 21:5-6) | | |
1 | ส่วนพระเยซูได้ออกจากพระวิหาร แล้วพวกลูกศิษย์ของเพิ่นมาชี้พวกตึกของพระวิหารให้เพิ่นเบิ่ง | ຝ່າຍພຣະເຢຊູສະເດັດອອກຈາກບໍລິເວນພຣະວິຫານ ເມື່ອກຳລັງສະເດັດໄປນັ້ນພວກສາວົກຂອງພຣະອົງໄດ້ມາຊື້ຕຶກທັງຫລາຍໃນບໍລິເວນພຣະວິຫານ ໃຫ້ພຣະອົງທອດພຣະເນດ. | ສ່ວນພຣະເຢຊູໄດ້ອອກຈາກພຣະວິຫານ ແລ້ວພວກລູກສິດຂອງເພິ່ນມາຊີ້ພວກຕຶກຂອງພຣະວິຫານໃຫ້ເພິ່ນເບິ່ງ | As Jesus left the temple and was walking away, His disciples came up to Him to point out its buildings. |
2 | พระเยซูจั่งเว้ากับเขาว่า "เห็นแนะ ตึกแนวหมู่นี้ เฮาสิบอกความจริงให้พวกเจ้าโลด ว่า ศิลาที่ซ้อนทับกันอยู่หนิ มันสิถืกทำลายให้พังกระจายไปเมิ้ด จนกว่าสิบ่มีจักก้อนที่ยังซ้อนทับกันอยู่" | ພຣະອົງຈິ່ງຊົງຕອບວ່າ, “ສິ່ງທັງປວງເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນດຽວ.” | ພຣະເຢຊູຈັ່ງເວົ້າກັບເຂົາວ່າ “ເຫັນແນະ ຕຶກແນວໝູ່ນີ້ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ສິລາທີ່ຊ້ອນທັບກັນຢູ່ນີ້ ມັນຊິຖືກທຳລາຍໃຫ້ພັງກະຈາຍໄປໝົດ ຈົນກວ່າຊິບໍ່ມີຈັກກ້ອນທີ່ຍັງຊ້ອນທັບກັນຢູ່” | “Do you see all these things?” He replied. “Truly I tell you, not one stone here will be left on another; every one will be toppled.” |
| | ເບື້ອງຕົ້ນຂອງຄວາມທຸກລຳບາກ | | |
| | (ມຣກ. 13:3-13; ລກ. 21:7-19) | | |
3 | บัดพระเยซูพวมนั่งอยู่เทิงภูเขาหมากกอกเทศ พวกลูกศิษย์มาหาเพิ่นเป็นส่วนโตเว้าว่า "ซ่อยบอกพวกผู้ข้าให้ฮู้จักแหน่ ว่าเหตุการณ์๏แนวหมู่นี้สิเกิดขึ้นยามใด กับสิมีเครื่องหมายสำคัญแบบใดที่สิบ่งบอกเถิงการหลบมาของท่าน กับการจบลงของโลกนี้" | ເມື່ອພຣະອົງປະທັບຢູ່ພູໝາກກອກເທດ ພວກສາວົກມາເຝົ້າພຣະອົງຕ່າງຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນໃນເວລາໃດ ສິ່ງໃດເປັນໝາຍສຳຄັນວ່າ ທ່ານຈະມາແລະສະໄໝເກົ່າຈະສິ້ນສຸດລົງ.” | ບັດພຣະເຢຊູພວມນັ່ງຢູ່ເທິງພູເຂົາໝາກກອກເທດ ພວກລູກສິດມາຫາເພິ່ນເປັນສ່ວນໂຕເວົ້າວ່າ “ຊ່ອຍບອກພວກຜູ້ຂ້າໃຫ້ຮູ້ຈັກແໜ່ ວ່າເຫດການແນວໝູ່ນີ້ຊິເກີດຂຶ້ນຍາມໃດ ກັບຊິມີເຄື່ອງໝາຍສຳຄັນແບບໃດທີ່ຊິບົ່ງບອກເຖິງການຫລົບມາຂອງທ່ານ ກັບການຈົບລົງຂອງໂລກນີ້” | While Jesus was sitting on the Mount of Olives, the disciples came to Him privately. “Tell us,” they said, “when will these things happen, and what will be the sign of Your coming and of the end of the age?” |
4 | พระเยซูตอบเขาว่า "ระวังให้ดีเด้อ อย่าให้ผู้ใดล่อลวงเจ้าให้หลง | ພຣະເຢຊູຊົງຕອບວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ. | ພຣະເຢຊູຕອບເຂົາວ່າ “ລະວັງໃຫ້ດີເດີ້ ຢ່າໃຫ້ຜູ້ໃດລໍ້ລວງເຈົ້າໃຫ້ຫລົງ | Jesus answered, “See to it that no one deceives you. |
5 | คือ สิมีหลายคนมาในนามของเฮา หาว่า 'เฮาหนิเป็นพระคริสต์ฮั้น' แล้วเขาสิล่อลวงหลายคนให้หลงไป | ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ ‘ເຮົານີ້ແຫລະ, ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ. | ຄື ຊິມີຫລາຍຄົນມາໃນນາມຂອງເຮົາ ຫາວ່າ ‘ເຮົານີ້ເປັນພຣະຄຣິດນັ້ນ’ ແລ້ວເຂົາຊິລໍ້ລວງຫລາຍຄົນໃຫ້ຫລົງໄປ | For many will come in My name, claiming, ‘I am the Christ,’ and will deceive many. |
6 | แล้ว บัดพอพวกเจ้าได้ยินข่าวลือเถิงว่ามีสงครามอยู่หม่องฮั้น อยู่หม่องนี้ บ่ให้ตกใจหย้านเลยเด้อ คือว่าแนวหมู่นี้สิต้องเป็นไปก่อน แต่สุดปลายฮั้นยังบ่ทันมาฮอดมาเถิง | ພວກທ່ານຈະໄດ້ຍິນເຖິງເລື່ອງການເສິກ ແລະຂ່າວເລົ່າລືເຖິງເລື່ອງການເສິກສົງຄາມ ຈົ່ງລະວັງ ຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ. | ແລ້ວ ບັດພໍພວກເຈົ້າໄດ້ຍິນຂ່າວລືເຖິງວ່າມີສົງຄາມຢູ່ໝ້ອງນັ້ນ ຢູ່ໝ້ອງນີ້ ບໍ່ໃຫ້ຕົກໃຈຢ້ານເລີຍເດີ້ ຄືວ່າແນວໝູ່ນີ້ຊິຕ້ອງເປັນໄປກ່ອນ ແຕ່ສຸດປາຍນັ້ນຍັງບໍ່ທັນມາຮອດມາເຖິງ | You will hear of wars and rumors of wars, but see to it that you are not alarmed. These things must happen, but the end is still to come. |
7 | คือ ประซาซาติสิลุกขึ้นต่อสู้ประซาซาติ แผ่นดินสิต่อสู้แผ่นดิน ทั้งสิเกิดการอดอยากหิวโหย กับสิเกิดโรคระบาดอย่างฮ้ายแฮง กับสิเกิดแผ่นดินไหวในหม่องต่างๆ | ດ້ວຍວ່າປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກີດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າງໆ. | ຄື ປະຊາຊາດຊິລຸກຂຶ້ນຕໍ່ສູ້ປະຊາຊາດ ລາຊະອານາຈັກຊິຕໍ່ສູ້ລາຊະອານາຈັກ ທັງຊິເກີດການອຶດຢາກຫິວໂຫຍ ກັບຊິເກີດພະຍາດລະບາດຢ່າງຮ້າຍແຮງ ກັບຊິເກີດແຜ່ນດິນໄຫວໃນໝ້ອງຕ່າງໆ | Nation will rise against nation, and kingdom against kingdom. There will be famines and earthquakes in various places. |
8 | เหตุการณ์แนวหมู่นี้ทั้งเมิ้ด สิเป็นขั้นตำอิดของยามโศกเศร้าอย่างฮ้ายแฮง | ເຫດການທັງປວງນີ້ເປັນເໝືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ. | ເຫດການແນວໝູ່ນີ້ທັງໝົດ ຊິເປັນຂັ້ນທຳອິດຂອງຍາມໂສກເສົ້າຢ່າງຮ້າຍແຮງ | All these are the beginning of birth pains. |
9 | แล้วในยามฮั้น พวกเขาสิมอบพวกเจ้าไว้ในขั้นทุกข์ยากลำบาก กับสิฆ่าเจ้า แล้วคู่ประซาซาติ๏สิซังพวกเจ้าย้อนเห็นแก่นามของเฮา | “ເມື່ອນັ້ນເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຂ້າທ່ານເສຍ ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ. | ແລ້ວໃນຍາມນັ້ນ ພວກເຂົາຊິມອບພວກເຈົ້າໄວ້ໃນຂັ້ນທຸກຍາກລຳບາກ ກັບຊິຂ້າເຈົ້າ ແລ້ວຄູ່ປະຊາຊາດຊິຊັງພວກເຈົ້າຍ້ອນເຫັນແກ່ນາມຂອງເຮົາ | Then they will deliver you over to be persecuted and killed, and you will be hated by all nations on account of My name. |
| | ພາສາເດີມວ່າ “ມອບກັນແລະກັນໄວ້.” | | |
10 | แล้วในยามฮั้น คนหลวงหลายสิสะดุดใจ แล้วสิทรยศต่อกัน กับเกียจซังกัน | ຄາວນັ້ນຈະມີຫລາຍຄົນສະດຸດໃຈ, ຈະຫັກຫລັງກັນແລະກັນ, ແລະຈະກຽດຊັງເຊິ່ງກັນແລະກັນ. | ແລ້ວໃນຍາມນັ້ນ ຄົນຫລວງຫລາຍຊິສະດຸດໃຈ ແລ້ວຊິທໍລະຍົດຕໍ່ກັນ ກັບກຽດຊັງກັນ | At that time many will fall away and will betray and hate one another, |
11 | แล้วสิมีผู้ทำนายเท็จหลายคนเกิดขึ้น แล้วเขาสิล่อลวงคนหลายคนให้หลง | ໝໍທຳນວາຍຂີ້ໂລບຫລາຍຄົນຈະເກີດຂຶ້ນ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ. | ແລ້ວຊິມີຜູ້ພະຍາກອນບໍ່ຈິງຫລາຍຄົນເກີດຂຶ້ນ ແລ້ວເຂົາຊິລໍ້ລວງຄົນຫລາຍຄົນໃຫ້ຫລົງ | and many false prophets will arise and mislead many. |
12 | แล้วความฮักของหลายคนสิจืดจางลง ย้อนความซั่วช้าเลวทรามสิทวีหลายขึ้น | ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະທຳຈະແຜ່ກວ້າງອອກໄປ. | ແລ້ວຄວາມຮັກຂອງຫລາຍຄົນຊິຈືດຈາງລົງ ຍ້ອນຄວາມຊົ່ວຊ້າເລວຊາມຊິທະວີຫລາຍຂຶ້ນ | Because of the multiplication of wickedness, the love of most will grow cold. |
13 | แต่ผู้ที่ทนเอาได้จนเถิงที่สุด ผู้ฮั้นสิรอดพ้นได้ | ແຕ່ຜູ້ໃດອົດທົນຈົນເຖິງທີ່ສຸດ ຜູ້ນັ້ນແຫລະ, ຈະໄດ້ລອກພົ້ນ. | ແຕ່ຜູ້ທີ່ທົນເອົາໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຊິລອດພົ້ນໄດ້ | But the one who perseveres to the end will be saved. |
14 | แล้วข่าวดีอันประเสริฐเรื่องแผ่นดินนี้ สิประกาศไปฮอดทั่วโลกให้เป็นคำพยานเถิงเฮา ต่อพวกประซาซาติ แล้วในยามฮั้นล่ะ การจบลงของโลก สิมาฮอดมาเถิง | ຂ່າວປະເສີດເລື່ອງລາຊະອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນຄຳພະຍານແກ່ທຸກໆ ຊາດແລ້ວທີ່ສຸດປາຍຈະມາເຖິງ.” | ແລ້ວຂ່າວດີອັນປະເສີດເລື່ອງລາຊະອານາຈັກນີ້ ຊິປະກາດໄປຮອດທົ່ວໂລກໃຫ້ເປັນຄຳພະຍານເຖິງເຮົາ ຕໍ່ພວກປະຊາຊາດ ແລ້ວໃນຍາມນັ້ນເນາະ ການຈົບລົງຂອງໂລກ ຊິມາຮອດມາເຖິງ | And this gospel of the kingdom will be preached in all the world as a testimony to all nations, and then the end will come. |
| | ຂໍ້ຄວາມນີ້ໝາຍເຖິງການເຮັດໃຫ້ພຣະວິຫານຊົ່ວມົວໝອງດ້ວຍຕັ້ງພຣະທຽມໃຫ້ເປັນທີ່ນັດສະການ. | | |
| | ຄວາມທຸກລຳບາກອັນໃຫຍ່ | | |
| | (ມຣກ. 13:14-23; ລກ. 21:20-24) | | |
15 | จั่งซั้น บัดพวกเจ้าเห็นผู้ที่เป็นตาซังฮั้นมา ตั้งโตยืนอยู่ในสถานศักดิ์สิทธิ์บริสุทธิ์ของพระเจ้า เป็นผู้ซึ่งเฮ็ดให้โลกเกิดการฮกฮ้างว่างเปล่า" แม่นผู้ฮั้นล่ะที่ดาเนียลผู้เป็นปากเป็นเสียงของพระเจ้าได้กล่าวเถิง (ผู้ใดที่ได้อ่านกะให้ผู้ฮั้นเข้าใจเด้อ) | “ເຫດສັນນັ້ນເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ໜ້າກຽດໜ້າຊັງ ທີ່ເຮັດໃຫ້ເກີດວິບັດຕັ້ງຢູ່ໃນສະຖານທີ່ສັກສິດ ຕາມພຣະທຳທີ່ຊົງໄດ້ກ່າວໄວ້ດ້ວຍດານີເອນຜູ້ປະກາດພຣະທຳນັ້ນ (ໃຫ້ຜູ້ອ່ານເຂົ້າໃຈເອົາ), | ຈັ່ງຊັ້ນ ບັດພວກເຈົ້າເຫັນສິ່ງທີ່ເປັນຕາຊັງນັ້ນມາ ຕັ້ງໂຕຢືນຢູ່ໃນສະຖານສັກສິດບໍລິສຸດຂອງພຣະເຈົ້າ ເປັນຜູ້ຊຶ່ງເຮັດໃຫ້ໂລກເກີດການຮົກຮ້າງຫວ່າງບໍ່” ແມ່ນຜູ້ນັ້ນເນາະທີ່ດານິເອນຜູ້ເປັນປາກເປັນສຽງຂອງພຣະເຈົ້າໄດ້ກ່າວເຖິງ (ຜູ້ໃດທີ່ໄດ້ອ່ານກໍໃຫ້ຜູ້ນັ້ນເຂົ້າໃຈເດີ້) | So when you see standing in the holy place ‘the abomination of desolation,’ described by the prophet Daniel (let the reader understand), |
16 | "บัดยามฮั้นมาฮอด ให้ผู้ที่อยู่ในแคว้นยูเดียฟ้าวหนีไปอยู่ภูเขาโลดเด้อ | ເມື່ອນັ້ນໃຫ້ຜູ້ທີ່ຢູ່ແຂວງຢູດາຍປົບໜີໄປຍັງພູ. | “ບັດຍາມນັ້ນມາຮອດ ໃຫ້ຜູ້ທີ່ຢູ່ໃນແຄວ້ນຢູດາຍຟ້າວໜີໄປຢູ່ພູເຂົາໂລດເດີ້ | then let those who are in Judea flee to the mountains. |
17 | แล้วอย่าให้ผู้ที่อยู่เทิงดาดฟ้าหลังคาเฮือน ลงมาเก็บข้าวของใดๆ ออกจากเฮือนของโตเด้อ | ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໃຫ້ຫລົງມາເກັບເອົາສິ່ງຂອງທີ່ຢູ່ໃນເຮືອນຂອງຕົນອອກໄປ. | ແລ້ວຢ່າໃຫ້ຜູ້ທີ່ຢູ່ເທິງດາດຟ້າຫຼັງຄາເຮືອນ ລົງມາເກັບເຂົ້າຂອງໃດໆ ອອກຈາກເຮືອນຂອງໂຕເດີ້ | Let no one on the housetop come down to retrieve anything from his house. |
18 | แล้วฝ่ายผู้ที่อยู่ตามท่งนา อย่าให้หลบเมือเพื่อเก็บเอาเสื้อผ้าหน้าแพรของโตเด้อ | ສ່ວນຜູ້ທີ່ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ. | ແລ້ວຝ່າຍຜູ້ທີ່ຢູ່ຕາມທົ່ງນາ ຢ່າໃຫ້ຫລົບເມືອເພື່ອເກັບເອົາເສື້ອຜ້າໜ້າແພຂອງໂຕເດີ້ | And let no one in the field return for his cloak. |
19 | แล้วระวังพินาศในมื้อฮั้นเด้อ ญิงผู้มีท้องกับญิงผู้มีลูกอ่อนกินนมอยู่ | ແຕ່ໃນວັນເຫລົ່ານັ້ນເປັນໝ້າເວດທະນາເຕັມທີຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່. | ແລ້ວລະວັງພິນາດໃນມື້ນັ້ນເດີ້ ຍິງຜູ້ມີທ້ອງກັບຍິງຜູ້ມີລູກອ່ອນກິນນົມຢູ່ | How miserable those days will be for pregnant and nursing mothers! |
20 | แต่ให้อธิษฐานขอนำพระเจ้าว่า ขออย่าให้มื้อที่เจ้าสิต้องหนีฮั้น เป็นยามหนาว หรือตรงมื้อพักงานของซาวยิว | ຈົ່ງອ້ອນວອນຂໍ ເພື່ອການທີ່ທ່ານຕ້ອງໜີນັ້ນຈະບໍ່ຕົກໃນລະດູໜາວຫລືໃນຊະບາໂຕ. | ແຕ່ໃຫ້ອະທິຖານຂໍນຳພຣະເຈົ້າວ່າ ຂໍຢ່າໃຫ້ມື້ທີ່ເຈົ້າຊິຕ້ອງໜີຫັ້ນ ເປັນລະດູໜາວ ຫລືກົງມື້ພັກງານຂອງຊາວຢິວ | Pray that your flight will not occur in the winter or on the Sabbath. |
21 | คือในยามฮั้นสิเกิดการทุกข์ยากแสนสาหัสอันใหญ่หลวงขึ้นมา อย่างที่บ่เคยมีมาจักเทื่อ ตั้งแต่ได้สร้าง๏โลกมาจนฮอดมื้อที่สิมาเถิงฮั้น กับสิบ่มีต่อไปอีกเลย | ດ້ວຍວ່າໃນຄາວນັ້ນຈະມີຄວາມທຸກລຳບາກອັນໃຫຍ່ຫລາຍຫລວງຢ່າງບໍ່ມີເຄີຍເກີດມີມາຕັ້ງແຕ່ຕົ້ນເດີມໂລກຈົນເຖິງບັດນີ້ ແລະເມື່ອໜ້າຈະບໍ່ມີຕໍ່ໄປອີກຈັກເທື່ອ. | ຄືໃນຍາມນັ້ນຊິເກີດການທຸກຍາກແສນສາຫັດອັນໃຫຍ່ຫລວງຂຶ້ນມາ ຢ່າງທີ່ບໍ່ເຄີຍມີມາຈັກເທື່ອ ຕັ້ງແຕ່ໄດ້ສ້າງໂລກມາຈົນຮອດມື້ທີ່ຊິມາເຖິງນັ້ນ ກັບຊິບໍ່ມີຕໍ່ໄປອີກເລີຍ | For at that time there will be great tribulation, unmatched from the beginning of the world until now, and never to be seen again. |
22 | แล้วนอกจากมื้อฮั้นยามฮั้นสิย่นสั้นเข้ามา สิบ่มีใผรอดมาได้เลย แต่ย้อนเห็นแก่ผู้ที่อยู่ในขอบเขตการเลือกสรรไว้ฮั้น มวลมื้อฮั้นกะสิย่นสั้นเข้ามา | ແລະຖ້າວັນທັງຫລາຍນັ້ນບໍ່ໄດ້ຊົງບັນດານໃຫ້ສັ້ນເຂົ້າ ຈະບໍ່ມີມະນຸດຄົນໃດລອດພົ້ນໄດ້ ແຕ່ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ ວັນເຫລົ່ານັ້ນຈິ່ງໄດ້ຊົງບັນດານໃຫ້ສັ້ນເຂົ້າ. | ແລ້ວນອກຈາກມື້ນັ້ນຍາມນັ້ນຊິຢົ້ນສັ້ນເຂົ້າມາ ຊິບໍ່ມີໃຜລອດມາໄດ້ເລີຍ ແຕ່ຍ້ອນເຫັນແກ່ຜູ້ທີ່ຢູ່ໃນຂອບເຂດການທີ່ພຣະເຈົ້າເລືອກໄວ້ນັ້ນ ມວນມື້ນັ້ນກໍຊິຢົ້ນສັ້ນເຂົ້າມາ | If those days had not been cut short, nobody would be saved. But for the sake of the elect, those days will be shortened. |
23 | แล้วตอนฮั้น คั่นมีใผสิบอกพวกเจ้าว่า 'นี่แน่ะ พระคริสต์อยู่หม่องฮั้นหม่องนี้' อย่าเซื่อเด็ดขาดเลย | ໃນເວລານັ້ນຖ້າຜູ້ໃດຈະບອກພວກທ່ານວ່າ ‘ເບິ່ງແມ, ອົງພຣະຄຣິດຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ຢ່າຊູ່ເຊື່ອ. | ແລ້ວຕອນນັ້ນ ຄັ່ນມີໃຜຊິບອກພວກເຈົ້າວ່າ ‘ນີ້ແຫລະ ພຣະຄຣິດຢູ່ໝ້ອງນັ້ນໝ້ອງນີ້’ ຢ່າເຊື່ອເດັດຂາດເລີຍ | At that time, if anyone says to you, ‘Look, here is the Christ!’ or ‘There He is,’ do not believe it. |
24 | ย้อนว่า สิมีพระคริสต์เทียมเท็จ กับผู้ทำนายเทียมเท็จเกิดขึ้นหลายราย กับสิมีเครื่องหมายสำคัญอันใหญ่หลวง กับแนวเป็นตางึดต่างๆ ได้เกิดขึ้น จนกว่าคั่นเป็นไปได้ แม้นแต่หมู่พวกผู้ที่เลือกสรรไว้ฮั้นอาจสิถืกล่อลวงได้นำ | ດ້ວຍວ່າຈະມີພຣະຄຣິດທຽມແລະໝໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ສະແດງໝາຍສຳຄັນອັນໃຫຍ່ແລະການອັດສະຈັນຕ່າງໆ ເພື່ອຖ້າເປັນໄດ້ ຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງ. | ຍ້ອນວ່າ ຊິມີພຣະຄຣິດປອມ ກັບຜູ້ພະຍາກອນບໍ່ຈິງເກີດຂຶ້ນຫລາຍລາຍ ກັບຊິມີເຄື່ອງໝາຍສຳຄັນອັນໃຫຍ່ຫລວງ ກັບແນວເປັນຕາງຶດຕ່າງໆ ໄດ້ເກີດຂຶ້ນ ຈົນກວ່າຄັ່ນເປັນໄປໄດ້ ແມ່ນແຕ່ໝູ່ພວກຜູ້ທີ່ພຣະເຈົ້າເລຶອກໄວ້ນັ້ນອາດຊິຖືກລໍ້ລວງໄດ້ນຳ | For false Christs and false prophets will appear and perform great signs and wonders that would deceive even the elect, if that were possible. |
25 | นี่แน่ะ เฮาได้บอกพวกเจ้าไว้ก่อนแล้วเด้อ | ນີ້ແຫລະ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນ. | ນີ້ແຫລະ ເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວເດີ້ | See, I have told you in advance. |
26 | จั่งซั้น คั่นใผสิบอกพวกเจ้าว่า 'นี่แน่ะ เพิ่นอยู่ในถิ่นแห้งแล้ง' กะอย่าออกไปหาเด้อ หรือ๏สิว่า 'นี่แน่ะ เพิ่นอยู่ในห้องลับฮั้น' กะอย่าเซื่อเลย | ດັ່ງນັ້ນຖ້າເຂົາບອກພວກທ່ານວ່າ ‘ເບິ່ງແມ, ທ່ານຜູ້ນັ້ນຢູ່ໃນປ່າ’ ພວກທ່ານຢ່າໄດ້ອອກໄປ ຫລືຖ້າເຂົາບອກວ່າ ‘ເບິ່ງແມ, ເພິ່ນຢູ່ໃນຫ້ອງ’ ກໍຢ່າຊູ່ເຊື່ອ. | ຈັ່ງຊັ້ນ ຄັ່ນໃຜຊິບອກພວກເຈົ້າວ່າ ‘ນີ້ແຫລະ ເພິ່ນຢູ່ໃນຖິ່ນແຫ້ງແລ້ງ’ ກໍຢ່າອອກໄປຫາເດີ້ ຫລືຊິວ່າ ‘ນີ້ແຫລະ ເພິ່ນຢູ່ໃນຫ້ອງລັບນັ້ນ’ ກໍຢ່າເຊື່ອເລີຍ | So if they tell you, ‘There He is in the wilderness,’ do not go out; or, ‘Here He is in the inner rooms,’ do not believe it. |
27 | คือว่า บัดสายฟ้าแลบอยู่ทางตะเว็นออก ได้ส่องแสงจ้าเห็นฮอดตะเว็นตกจั่งใด การหลบมาของเฮา ผู้เป็นบุตรมนุษย์ กะสิเป็นจั่งซั้น | ດ້ວຍວ່າຟ້າແມບເຫລື້ອມອອກມາແຕ່ທິດຕາເວັນອອກ ສ່ອງໄປເຖິງທິດຕາເວັ້ນຕົກຢ່າງໃດ ການທີ່ບຸດມະນຸດຈະສະເດັດມາກໍຈະເປັນດັ່ງນັ້ນ. | ຄືວ່າ ບັດສາຍຟ້າແມບຢູ່ທາງຕະເວັນອອກ ໄດ້ສ່ອງແສງຈ້າເຫັນຮອດຕະເວັນຕົກຈັ່ງໃດ ການຫລົບມາຂອງເຮົາ ຜູ້ເປັນບຸດມະນຸດ ກໍຊິເປັນຈັ່ງຊັ້ນ | For just as the lightning comes from the east and flashes as far as the west, so will be the coming of the Son of Man. |
28 | คือว่าซากศพสิอยู่หม่องใด ฝูงนกอีแฮ้งกะสิเวิ่นลุมล้อมอยู่หม่องฮั้น | ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ.” | ຄືວ່າຊາກສົບຊິຢູ່ໝ້ອງໃດ ຝູງນົກອີແຮ້ງກໍຊິເວີ່ນລຸ່ມລ້ອມຢູ່ໝ້ອງນັ້ນ | Wherever there is a carcass, there the vultures will gather. |
| | ການສະເດັດມາຂອງບຸດມະນຸດ | | |
| | (ມຣກ. 13:24-27; ລກ. 21:25-28) | | |
29 | แต่พอยามทุกข์ยากแสนสาหัสอันใหญ่หลวงฮั้นจบลงแล้ว 'ตะเว็นสิมืดไป ดวงเดือนสิบ่ส่องแสง ดวงดาวสิตกลงมาจากฟ้า แล้วอำนาจใดๆ ในฟ้าสวรรค์กะสิถืกสั่นสะเทือนสะท้านอย่างแฮง' | “ພໍໝົດຄວາມທຸກລຳບາກຂອງວັນເຫລົ່ານັ້ນແລ້ວ, ດວງອາທິດຈະມືດໄປ ແລະດວງຈັນຈະບໍ່ສ່ອງແສງດວງດາວທັງປວງຈະຕົກລົງຈາກຟ້າ ແລະບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ. | ແຕ່ພໍຍາມທຸກຍາກແສນສາຫັດອັນໃຫຍ່ຫລວງນັ້ນຈົບລົງແລ້ວ ‘ຕະເວັນຊິມືດໄປ ດວງເດືອນຊິບໍ່ສ່ອງແສງ ດວງດາວຊິຕົກລົງມາຈາກຟ້າ ແລ້ວອຳນາດໃດໆ ໃນຟ້າສະຫວັນກໍຊິຖືກສັ່ນສະເທືອນສະທ້ານຢ່າງແຮງ’ | Immediately after the tribulation of those days: ‘The sun will be darkened, and the moon will not give its light; the stars will fall from the sky, and the powers of the heavens will be shaken.’ |
30 | ยามฮั้นพอดี เครื่องหมายสำคัญของเฮาผู้เป็นบุตรมนุษย์ สิปรากฏขึ้นอยู่เทิงฟ้าสวรรค์ 'แล้วผู้คนคู่ตระกูลเมิ้ดทั่วโลก๏สิโศกเศร้าไว้ทุกข์' แล้ววางฮั้นเขาสิเห็นเฮาผู้เป็นบุตรมนุษย์ฮั้น ลงมาในเมฆอยู่เทิงท้องฟ้า ประกอบด้วยฤทธานุภาพกับพระสิริอันใหญ่หลวง | ເມື່ອນັ້ນໝາຍສຳຄັນຂອງບຸດມະນຸດຈະປະກົດຂຶ້ນໃນທ້ອງຟ້າ ມະນຸດທຸກຊາດທົ່ວໂລກຈະຕີອົກຮ້ອງໄຫ້ ແລ້ວຈະເຫັນບຸດມະນຸດກຳລັງສະເດັດມາເທິງເມກໃນທ້ອງຟ້າດ້ວຍລິດທານຸພາບແລະສະຫງ່າລາສີອັນຍິ່ງໃຫຍ່. | ຍາມນັ້ນພໍດີ ເຄື່ອງໝາຍສຳຄັນຂອງເຮົາຜູ້ເປັນບຸດມະນຸດ ຊິປາກົດຂຶ້ນຢູ່ເທິງຟ້າສະຫວັນ ‘ແລ້ວຜູ້ຄົນຄູ່ຕະກູນໝົດທົ່ວໂລກຊິໂສກເສົ້າໄວ້ທຸກ’ ແລ້ວວາງຫັ້ນເຂົາຊິເຫັນເຮົາຜູ້ເປັນບຸດມະນຸດນັ້ນ ລົງມາໃນເມກຢູ່ເທິງທ້ອງຟ້າ ປະກອບດ້ວຍລິດທານຸພາບກັບສະຫງ່າລາສີອັນໃຫຍ່ຫລວງ | At that time the sign of the Son of Man will appear in heaven, and all the tribes of the earth will mourn. They will see the Son of Man coming on the clouds of heaven, with power and great glory. |
31 | แล้วเพิ่นสิใซ้หมู่เทวทูตของเพิ่นมาพร้อมเสียงแตรอันโด่งดัง มาตุ้มโฮมหมู่พวกผู้ที่อยู่ในการเลือกสรรไว้ของเพิ่น ออกจากเข็มทิศทั้งสี่ จากสุดท้องฟ้าฟากนี้จนฮอดสุดท้องฟ้าฟากพู้น | ພຣະອົງໄດ້ໃຊ້ພວກເທວະດາຂອງຕົນໄປດ້ວຍສຽງແກອັນດັງ ໃຫ້ຮວບຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດຟ້າເບື້ອງນີ້ຈົນເຖິງທີ່ສຸດຟ້າເບື້ອງນັ້ນ.” | ແລ້ວເພິ່ນຊິໃຊ້ໝູ່ເທວະທູດຂອງເພິ່ນມາພ້ອມສຽງແກອັນໂດ່ງດັ່ງ ມາຕຸ້ມໂຮມໝູ່ພວກຜູ້ທີ່ຢູ່ໃນການທີ່ພຣະເຈົ້າເລືອກໄວ້ຂອງເພິ່ນ ອອກຈາກເຂັມຊີ້ທິດທັງສີ່ ຈາກສຸດທ້ອງຟ້າຟາກນີ້ຈົນຮອດສຸດທ້ອງຟ້າຟາກພູ້ນ | And He will send out His angels with a loud trumpet call, and they will gather His elect from the four winds, from one end of the heavens to the other. |
| | ຄຳອຸປະມາເລື່ອງຕົ້ນເດື່ອເທດ | | |
| | (ມຣກ. 13:28-31; ລກ. 21:29-33) | | |
32 | บัดนี้ ให้เฮียนฮู้ในคำเปรียบเทียบเรื่องต้นหมากเดื่อ บัดง่ามันยังอ่อนนิ่ม กับพวมสิแตกใบแล้ว พวกเจ้ากะฮู้กันว่ายามฮ้อนใกล้สิมาฮอดแล้ว | “ຈົ່ງຮຽນຄຳອຸປະມາຈາກຕົ້ນເດື່ອເທດ ເມື່ອກິ່ງກ້ານມັນແຕກໃບອ່ອນອອກພວກທ່ານກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງແລ້ວ. | ບັດນີ້ ໃຫ້ຮຽນຮູ້ໃນຄຳປຽບທຽບເລື່ອງຕົ້ນໝາກເດື່ອ ບັດງ່າມັນຍັງອ່ອນອ່ອນ ກັບພວມຊິແຕກໃບແລ້ວ ພວກເຈົ້າກໍຮູ້ກັນວ່າລະດູຮ້ອນໃກ້ຊິມາຮອດແລ້ວ | Now learn this lesson from the fig tree: As soon as its branches become tender and sprout leaves, you know that summer is near. |
33 | ในทำนองเดียวกัน บัดพวกเจ้าเห็นเหตุการณ์แนวหมู่นี้เป็นไปแล้ว ให้ฮู้กันว่าการเสด็จมาฮั้นใกล้สิมาฮอดแล้ว ดีบ่ดีกะอยู่หน้าประตูแล้ว | ຢ່າງນີ້ແຫລະ, ພວກທ່ານກໍເໝືອນກັນ ເມື່ອເຫັນເຫດການເຫລົ່ານັ້ນ ຈົ່ງຮູ້ວ່າພຣະອົງສະເດັດມາໃກ້ຈະເຖິງປະຕູແລ້ວ. | ໃນທຳນອງດຽວກັນ ບັດພວກເຈົ້າເຫັນເຫດການແນວໝູ່ນີ້ເປັນໄປແລ້ວ ໃຫ້ຮູ້ກັນວ່າການສະເດັດມານັ້ນໃກ້ຊິມາຮອດແລ້ວ ດີບໍ່ດີກໍຢູ່ໜ້າປະຕູແລ້ວ | So also, when you see all these things, you will know that He is near, right at the door. |
34 | เฮาสิบอกความจริงให้พวกเจ้าโลด ว่า ซั่วอายุของคนที่เฮาเว้า หนิสิบ่ได้ล่วงไปจนกว่าแนวหมู่นี้ทั้งเมิ้ดสิเป็นไปด้วยความสำเร็จ | ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໃນສະໄໝນີ້ຈະບໍລ່ວງລັບໄປກ່ອນເຫດການທັງປວງນີ້ບັງເກີດຂຶ້ນ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ຊົ່ວອາຍຸຂອງຄົນທີ່ເຮົາເວົ້າ ນີ້ຊິບໍ່ໄດ້ລ່ວງໄປຈົນກວ່າແນວໝູ່ນີ້ທັງໝົດຊິເປັນໄປດ້ວຍຄວາມສຳເລັດ | Truly I tell you, this generation will not pass away until all these things have happened. |
35 | คือว่า ฟ้าสวรรค์กับแผ่นดินโลก๏สิล่วงไป แต่ถ้อยคำของเฮาสิบ่ผ่านพ้นล่วงไปจักเทื่อเลย | ຟ້າແລະດິນກໍຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.” | ຄືວ່າ ຟ້າສະຫວັນກັບແຜ່ນດິນໂລກຊິລ່ວງໄປ ແຕ່ຖ້ອຍຄຳຂອງເຮົາຊິບໍ່ຜ່ານພົ້ນລ່ວງໄປຈັກເທື່ອເລີຍ | Heaven and earth will pass away, but My words will never pass away. |
| | ເລື່ອງວັນແລະໂມງທີ່ບໍ່ມີໃຜຮູ້ | | |
| | (ມຣກ. 13:32-37; ລກ. 17:26-30, 34-36) | | |
36 | แต่มื้อฮั้น โมงฮั้นที่เฮาสิมา บ่มีใผฮู้จักนำ แม้นแต่พวกเทวทูตในสวรรค์กะบ่ฮู้จัก มีแต่พระเจ้าผู้เป็นพ่อของเฮาที่ฮู้จัก | “ແຕ່ເລື່ອງວັນແລະໂມງນັ້ນບໍ່ມີໃຜຮູ້ ແມ່ນເທວະດາໃນສະຫວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ. | ແຕ່ມື້ນັ້ນ ໂມງນັ້ນທີ່ເຮົາຊິມາ ບໍ່ມີໃຜຮູ້ຈັກນຳ ແມ່ນແຕ່ພວກເທວະທູດໃນສະຫວັນກໍບໍ່ຮູ້ຈັກ ມີແຕ່ພຣະເຈົ້າຜູ້ເປັນພໍ່ຂອງເຮົາທີ່ຮູ້ຈັກ | No one knows about that day or hour, not even the angels in heaven, nor the Son, but only the Father. |
37 | คือสมัยของโนอาห์เป็นจั่งใด บัดเฮาผู้เป็นบุตรมนุษย์หลบมา กะสิเป็นจั่งซั้นคือกัน | ດ້ວຍວ່າສະໄໝຂອງໂນອາໄດ້ເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ. | ຄືສະໄໝຂອງໂນເອເປັນຈັ່ງໃດ ບັດເຮົາຜູ້ເປັນບຸດມະນຸດຫລົບມາ ກໍຊິເປັນຈັ່ງຊັ້ນຄືກັນ | As it was in the days of Noah, so will it be at the coming of the Son of Man. |
38 | โดยว่า ก่อนมื้อน้ำท่วมฮั้น คนทั้งหลายมีแต่กินกับดื่มกัน แต่งงานยกให้เป็นผัวเมียกัน จนฮอดมื้อที่โนอาห์เข้าในเฮือใหญ่ | ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມ, ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມຍກັນ, ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນນາວາ, | ໂດຍວ່າ ກ່ອນມື້ນ້ຳທ່ວມນັ້ນ ຄົນທັງຫລາຍມີແຕ່ກິນກັບດື່ມກັນ ແຕ່ງງານຍົກໃຫ້ເປັນຜົວເມຍກັນ ຈົນຮອດມື້ທີ່ໂນເອເຂົ້າໃນເຮືອໃຫຍ່ | For in the days before the flood, people were eating and drinking, marrying and giving in marriage, up to the day Noah entered the ark. |
39 | ในวางฮั้น คนบ่ฮู้เมื่อโตว่าอีหยังสิมา จนกว่าน้ำมาท่วม พัดพาเอาพวกเขาไปเมิ้ด แล้วบัดยามเฮาผู้เป็นบุตรมนุษย์สิมาฮั้น มันกะสิเป็นจั่งซั้นคือกัน | ແລະນ້ຳໄດ້ມາຖ້ວມກວາດເຂົາໄປໂດຍບໍ່ທັນໄດ້ຮູ້ຕົວຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ. | ໃນວາງຫັ້ນ ຄົນບໍ່ຮູ້ເມື່ອໂຕວ່າອີຫຍັງຊິມາ ຈົນກວ່ານ້ຳມາທ່ວມ ພັດພາເອົາພວກເຂົາໄປໝົດ ແລ້ວບັດຍາມເຮົາຜູ້ເປັນບຸດມະນຸດຊິມານັ້ນ ມັນກໍຊິເປັນຈັ່ງຊັ້ນຄືກັນ | And they were oblivious, until the flood came and swept them all away. So will it be at the coming of the Son of Man. |
40 | แต่ในยามที่สิมาฮั้น สิมีสองคนอยู่ท่งนานำกัน คนหนึ่งสิถืกฮับไป กับอีกคนหนึ่งสิยังอยู่ | ເມື່ອນັ້ນຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນໜຶ່ງໄປ ຈະຊົງປະຄົນໜຶ່ງໄວ້. | ແຕ່ໃນຍາມທີ່ຊິມານັ້ນ ຊິມີສອງຄົນຢູ່ທົ່ງນານຳກັນ ຄົນໜຶ່ງຊິຖືກຮັບໄປ ກັບອີກຄົນໜຶ່ງຊິຍັງຢູ່ | Two men will be in the field: one will be taken and the other left. |
41 | แล้วสิมีญิงสองคน พวมสิโม่แป้งอยู่ที่โม่ คนหนึ่งสิถืกฮับไป กับอีกคนหนึ่งสิยังอยู่ | ຈະມີຍິງສອງຄົນກຳລັງໂມ້ແປງຢູ່ທີ່ໂຮງໂມ້ ຈະຊົງຮັບຄົນໜຶ່ງໄວ້ ຈະຊົງປະຄົນໜຶ່ງໄວ້. | ແລ້ວຊິມີຍິງສອງຄົນ ພວມຊິໂມ້ແປ້ງຢູ່ທີ່ໂມ້ ຄົນໜຶ່ງຊິຖືກຮັບໄປ ກັບອີກຄົນໜຶ່ງຊິຍັງຢູ່ | Two women will be grinding at the mill: one will be taken and the other left. |
42 | จั่งซั้น ให้ระวังอยู่เด้อ ย้อนพวกเจ้าบ่ฮู้ว่าองค์พระผู้เป็นเจ้าของเจ้าสิมาในยามใด | ເຫດສັນນັ້ນພວກທ່ານຈິ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກທ່ານຈະສະເດັດມາໃນເວລາໃດ. | ຈັ່ງຊັ້ນ ໃຫ້ລະວັງຢູ່ເດີ້ ຍ້ອນພວກເຈົ້າບໍ່ຮູ້ວ່າອົງພຣະຜູ້ເປັນເຈົ້າຂອງເຈົ້າຊິມາໃນຍາມໃດ | Therefore keep watch, because you do not know the day on which your Lord will come. |
| | ຄືຍາມໜຶ່ງເປັນລະຍະສາມຊົ່ວໂມງໃນເວລາກາງຄືນ. | | |
43 | แต่ให้ฮู้กันไว้เด้อ คั่นว่าเจ้าของเฮือนฮู้ไว้ล่วงหน้าว่า ขโมยสิมายามใด เขากะสิ๏ระวังไว้ดีๆ บ่ยอมให้เฮือนลาวถืกบุกลุกเขาไปปล้นได้ | ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດ ຕົນຈະເຝົ້າລະວັງໄວ້ບໍ່ໃຫ້ຈົນເຈາະເຂົ້າເຮືອນໄດ້. | ແຕ່ໃຫ້ຮູ້ກັນໄວ້ເດີ້ ຄັ່ນວ່າເຈົ້າຂອງເຮືອນຮູ້ໄວ້ລ່ວງໜ້າວ່າ ຂະໂມຍຊິມາຍາມໃດ ເຂົາກໍຊິລະວັງໄວ້ດີໆ ບໍ່ຍອມໃຫ້ເຮືອນລາວຖືກບຸກລຸກເຂົາໄປປຸ້ນໄດ້ | But understand this: If the homeowner had known in which watch of the night the thief was coming, he would have kept watch and would not have let his house be broken into. |
44 | จั่งซั้น พวกเจ้าให้เตรียมโตไว้ให้พร้อมคือกัน ย้อนในโมงที่เจ้าบ่คึดบ่ฝันฮั้น เฮาผู้เป็นบุตรมนุษย์สิมาโลด | ເຫດສັນນັ້ນພວກທ່ານກໍເໝືອນກັນ ຈົ່ງຕຽມໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄຶດນັ້ນ ບຸດມະນຸດຈະສະເດັດມາ.” | ຈັ່ງຊັ້ນ ພວກເຈົ້າໃຫ້ກຽມໂຕໄວ້ໃຫ້ພ້ອມຄືກັນ ຍ້ອນໃນໂມງທີ່ເຈົ້າບໍ່ຄຶດບໍ່ຝັນນັ້ນ ເຮົາຜູ້ເປັນບຸດມະນຸດຊິມາໂລດ | For this reason, you also must be ready, because the Son of Man will come at an hour you do not expect. |
| | ເລື່ອງຂ້າໃຊ້ສັດຊື່ແລະຂ້າໃຊ້ຊົ່ວ | | |
| | (ລກ. 12:41-48) | | |
45 | บัดนี้ ใผเป็นผู้ฮับใซ้ที่จงรักภักดีกับมีสติปัญญา ที่นายได้ตั้งไว้เบิ่งแยงคนในคัวเฮือนของนาย แล้ว๏กะเลี้ยงอาหารการกินให้เขาตามเวลา | “ເຫດສັນນັ້ນຜູ້ໃດເປັນຂ້າໃຊ້ສັດຊື່ແລະສະຫລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເໜືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວລາ. | ບັດນີ້ ໃຜເປັນຜູ້ຮັບໃຊ້ທີ່ຈົ່ງຮັກພັກດີກັບມີສະຕິປັນຍາ ທີ່ນາຍໄດ້ຕັ້ງໄວ້ເບິ່ງແຍງຄົນໃນຄົວເຮືອນຂອງນາຍ ແລ້ວກໍລ້ຽງອາຫານການກິນໃຫ້ເຂົາຕາມເວລາ | Who then is the faithful and wise servant, whom the master has put in charge of his household, to give the others their food at the proper time? |
46 | ผู้ฮับใซ้ผู้ฮั้นกะสิได้พรเป็นสุข บัดยามนายของเขามาพ้อมาเห็นว่าเขาพวมเฮ็ดจั่งซั้น | ເມື່ອນາຍມາພົບຂ້າໃຊ້ຜູ້ນັ້ນກຳລັງເຮັດຢ່າງນັ້ນຢູ່ ມັນກໍເປັນສຸກ. | ຜູ້ຮັບໃຊ້ຜູ້ນັ້ນກໍຊິໄດ້ພົນເປັນສຸກ ບັດຍາມນາຍຂອງເຂົາມາພໍ້ມາເຫັນວ່າເຂົາພວມເຮັດຈັ່ງຊັ້ນ | Blessed is that servant whose master finds him doing so when he returns. |
47 | เฮาสิบอกความจริงให้พวกเจ้าโลด ว่า นายฮั้นสิตั้งคนใซ้ผู้ฮั้นไว้ให้เบิ่งแยงพวกข้าวของเครื่องใซ้ของลาวเมิ้ดคู่แนว | ເຮົາບອກພວກທ່ານຕາມຄວາມຈິງວ່າ ນາຍຈະຕັ້ງຜູ້ນັ້ນໄວ້ເໜືອບັນດາເຂົ້າຂອງໆ ຕົນ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ນາຍນັ້ນຊິຕັ້ງຄົນໃຊ້ຜູ້ນັ້ນໄວ້ໃຫ້ເບິ່ງແຍງພວກເຂົ້າຂອງເຄື່ອງໃຊ້ຂອງລາວໝົດຄູ່ແນວ | Truly I tell you, he will put him in charge of all his possessions. |
48 | แต่คั่นว่า ผู้ฮับใซ้ซั่วสิคึดในใจว่า 'นายของข้าคือสิบ่ได้มาง่ายดอก' | ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວແລະຄຶດວ່າ ‘ນາຍຂອງເຮົາມາຊັກຊ້າດອກ’, | ແຕ່ຄັ່ນວ່າ ຜູ້ຮັບໃຊ້ຊົ່ວຊິຄຶດໃນໃຈວ່າ ‘ນາຍຂອງຂ້າຄືຊິບໍ່ໄດ້ມາງ່າຍດອກ’ | But suppose that servant is wicked and says in his heart, ‘My master will be away a long time.’ |
49 | แล้วสิตั้งต้นเริ่มเฆี่ยนตีหมู่ผู้ฮับใซ้ กับสิกินดื่มมั่วสุมอยู่กับพวกขี้เมา | ແລ້ວຈຶ່ງຕັ້ງຕົ້ນທຸບຕີເພື່ອນຂ້າໃຊ້ດ້ວຍກັນ ທັງກິນແລະດື່ມ ນຳຄົນຂີ້ເຫລົ້າ, | ແລ້ວຊິຕັ້ງຕົ້ນເລີ່ມຄ້ຽນຕີໝູ່ຜູ້ຮັບໃຊ້ ກັບຊິກິນດື່ມຮວມກັນສຸມຢູ່ກັບພວກຂີ້ເມົາ | And he begins to beat his fellow servants and to eat and drink with drunkards. |
50 | นายของผู้ฮับใซ้ผู้ฮั้นสิมาในมื้อที่เขาบ่คาดคึด แล้วในโมงที่เขาบ่ฮู้เมื่อ | ນາຍຂອງຂ້າໃຊ້ຜູ້ນັ້ນຈະມາໃນວັນທີ່ມັນບໍ່ຄຶດ ແລະໃນໂມງທີ່ມັນບໍ່ຮູ້. | ນາຍຂອງຜູ້ຮັບໃຊ້ຜູ້ນັ້ນຊິມາໃນມື້ທີ່ເຂົາບໍ່ຄາດຄຶດ ແລ້ວໃນໂມງທີ່ເຂົາບໍ່ຮູ້ເມື່ອ | The master of that servant will come on a day he does not anticipate and at an hour he does not expect. |
51 | พอฮอดแล้ว นายกะสิลงโทษเขาอย่างฮ้ายแฮง แล้วให้เขามีหุ้นส่วนกับพวกหน้าซื่อใจคด ซึ่งในหม่องฮั้นมีแต่การฮ้องไห้กัดแข้วอยู่ตลอด" | ແລະຈະຜ່າມັນໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນໜ້າຊື່ໃຈຄົດ ບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່.” | ພໍຮອດແລ້ວ ນາຍກໍຊິລົງໂທດເຂົາຢ່າງຮ້າຍແຮງ ແລ້ວໃຫ້ເຂົາມີຫຸ້ນສ່ວນກັບພວກໜ້າຊື່ໃຈຄົດ ຊຶ່ງໃນໝ້ອງນັ້ນມີແຕ່ການຮ້ອງໄຫ້ກັດແຂ້ວຢູ່ຕະຫລອດ” | Then he will cut him to pieces and assign him a place with the hypocrites, where there will be weeping and gnashing of teeth. |