| | ບົດທີ 22 | ມັດທາຍ ບົດທີ 22 | Matthew 22 |
| | ຄຳອຸປະມາເລື່ອງພິທີອະພິເສກ | | |
| | (ລກ. 14:15-24) | | |
1 | แล้วพระเยซูเว้ากับเขาเป็นคำเปรียบเทียบอีกว่า | ພຣະເຢຊູຊົງກ່າວກັບເຂົາເປັນຄຳອຸປະມາອີກວ່າ, | ແລ້ວພຣະເຢຊູເວົ້າກັບເຂົາເປັນຄຳປຽບທຽບອີກວ່າ | Once again, Jesus spoke to them in parables: |
2 | "แผ่นดินสวรรค์เปรียบคือกษัตริย์องค์หนึ่ง ซึ่งได้จัดพิธีแต่งงานให้ลูกซายของลาว | “ລາຊະອານາຈັກສະຫວັນປຽບເໝືອນກະສັດອົງໜຶ່ງໄດ້ຊົງຈັດການລ້ຽງ ເນື່ອງໃນພິທີອະພິເສກມະເຫສີໃຫ້ລາຊະບຸດຂອງຕົນ. | “ລາຊະອານາຈັກສະຫວັນປຽບຄືກະສັດອົງໜຶ່ງ ຊຶ່ງໄດ້ຈັດພິທີແຕ່ງງານໃຫ້ລູກຊາຍຂອງລາວ | “The kingdom of heaven is like a king who prepared a wedding banquet for his son. |
3 | แล้วได้ใซ้พวกผู้ฮับใซ้ออกไปเอิ้นเอาผู้ที่ได้ฮับการเชิญมาในงานการแต่งฮั้น แต่พวกเขาบ่อ๏ยอมมาเลย | ພຣະອົງຊົງໃຊ້ພວກຂ້າໃຊ້ໄປເອີ້ນຜູ້ທີ່ຮັບເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ. | ແລ້ວໄດ້ໃຊ້ພວກຜູ້ຮັບໃຊ້ອອກໄປເອີ້ນເອົາຜູ້ທີ່ໄດ້ຮັບການເຊີນມາໃນງານການແຕ່ງນັ້ນ ແຕ່ພວກເຂົາບໍ່ຍອມມາເລີຍ | He sent his servants to call those he had invited to the banquet, but they refused to come. |
4 | แล้วอีกเทื่อหนึ่ง ลาวจั่งใซ้พวกผู้ฮับใซ้ผู้อื่นไปอีก สั่งว่า 'ให้บอกผู้ฮับเชิญฮั้นว่า นี่แน่ะ เฮาได้จัดงานเลี้ยงไว้แล้ว งัวกับสัตว์อ้วนพีอย่างอื่นฮั้นเฮากะฆ่าเตรียมไว้เมิ้ดแล้ว สิ่งสารพัดอื่นๆ กะเตรียมพร้อมนำ ให้มาเป็นเกียรติฮ่วมพิธีการแต่งงานนี้เถอะ' | ພຣະອົງຈິ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກ ສັ່ງເຂົາວ່າ ‘ຈົ່ງບອກພວກຮັບເຊີນນັ້ນວ່າ, “ເບິ່ງແມ, ເຮົາໄດ້ຈັດງານລ້ຽງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ສິ່ງສາລະພັດກໍຕຽມໄວ້ພ້ອມແລ້ວ ຈົ່ງມາໃນງານອະພິເສກນັ້ນເທີນ” | ແລ້ວອີກເທື່ອໜຶ່ງ ລາວຈັ່ງໃຊ້ພວກຜູ້ຮັບໃຊ້ຜູ້ອື່ນໄປອີກ ສັ່ງວ່າ ‘ໃຫ້ບອກຜູ້ຮັບເຊີນນັ້ນວ່າ ນີ້ແຫລະ ເຮົາໄດ້ຈັດງານລ້ຽງໄວ້ແລ້ວ ງົວກັບສັດອ້ວນຢ່າງອື່ນນັ້ນເຮົາກໍຂ້າກຽມໄວ້ໝົດແລ້ວ ສິ່ງສາລະພັດອື່ນໆ ກໍກຽມພ້ອມນຳ ໃຫ້ມາເປັນກຽດຮ່ວມພິທີການແຕ່ງງານນີ້ເຖິ’ | Again, he sent other servants and said, ‘Tell those who have been invited that I have prepared my dinner. My oxen and fattened cattle have been killed, and everything is ready. Come to the wedding banquet.’ |
5 | แต่พวกเขากะเมินเฉยกับหัวเราะเยาะเย้ย ต่างคนต่างออกไปไฮ่นาของโต ต่างกะออกไปค้าขายตามเคย | ແຕ່ເຂົາກໍເພີກເສີຍແລະໜີເສຍ ຜູ້ໜຶ່ງໄປໄຮ່ໄປນາ ແລະຜູ້ໜຶ່ງໄປຄ້າຂາຍ. | ແຕ່ພວກເຂົາກໍເມີນເສີຍກັບຫົວເຍາະເຍີ້ຍ ຕ່າງຄົນຕ່າງອອກໄປໄຮ່ນາຂອງໂຕ ຕ່າງກໍອອກໄປຄ້າຂາຍຕາມເຄີຍ | But they paid no attention and went away, one to his field, another to his business. |
6 | แล้วส่วนคนที่เหลืออยู่ กะจับพวกผู้ฮับใซ้ของกษัตริย์ เว้าแนวเหยียดหยาม เฮ็ดสุ่มสี่สุ่มห้าใส่ แล้วกะฆ่าถิ้ม | ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສຍ. | ແລ້ວສ່ວນຄົນທີ່ເຫລືອຢູ່ ກໍຈັບພວກຜູ້ຮັບໃຊ້ຂອງກະສັດ ເວົ້າແນວດູຖູກ ເຮັດສຸມສີ່ສຸມຫ້າໃສ່ ແລ້ວກໍຂ້າຖິ້ມ | The rest seized his servants, mistreated them, and killed them. |
7 | แต่บัดกษัตริย์องค์ฮั้นได้ยินแล้ว ลาวกะเกิดโกรธฮ้ายอย่างใหญ่ จั่งสั่งให้ยกกองทหารไป ปราบฆาตกรพวกฮั้น แล้วเผาเมืองเขาให้เมิ้ดเกลี้ยง | ກະສັດອົງນັ້ນກໍຊົງພະພີໂລດ ຈິ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຂີວິດຄາຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເຮືອນຂອງເຂົາເສຍ. | ແຕ່ບັດກະສັດອົງນັ້ນໄດ້ຍິນແລ້ວ ລາວກໍເກີດຄຽດຮ້າຍຢ່າງໃຫຍ່ ຈັ່ງສັ່ງໃຫ້ຍົກກອງທະຫານໄປ ຂ້າບໍ່ເລື່ອກພວກນັ້ນ ແລ້ວເຜົາເມືອງເຂົາໃຫ້ໝົດກ້ຽງ | The king was enraged, and he sent his troops to destroy those murderers and burn their city. |
8 | แล้วเพิ่นจั่งสั่งพวกผู้ฮับใซ้ของเพิ่นว่า 'งานแต่งกะพร้อมอยู่ แต่ผู้ที่ได้ฮับเชิญฮั้นบ่สมกับงาน | ແລ້ວພຣະອົງຈິ່ງຊົງຮັບສັ່ງຂ້າໃຊ້ວ່າ, ‘ງານສົມລົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ. | ແລ້ວເພິ່ນຈັ່ງສັ່ງພວກຜູ້ຮັບໃຊ້ຂອງເພິ່ນວ່າ ‘ງານແຕ່ງກໍພ້ອມຢູ່ ແຕ່ຜູ້ທີ່ໄດ້ຮັບເຊີນນັ້ນບໍ່ສົມກັບງານ | Then he said to his servants, ‘The wedding banquet is ready, but those I invited were not worthy. |
9 | จั่งซั้น ให้ออกไปตามหนทางต่างๆ แล้วพ้อคนหลายท่อใดกะให้เชิญมาเป็นเกียรติฮ่วมในพิธีแต่งงานนี้' | ເຫດສັນນີ້ຈົ່ງອອກໄປທີ່ທາງຄົບ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້.’ | ຈັ່ງຊັ້ນ ໃຫ້ອອກໄປຕາມຫົນທາງຕ່າງໆ ແລ້ວພໍ້ຄົນຫລາຍທໍ່ໃດກໍໃຫ້ເຊີນມາເປັນກຽດຮ່ວມໃນພິທີແຕ່ງງານນີ້’ | Go therefore to the crossroads and invite to the banquet as many as you can find.’ |
10 | บัดนี้ ผู้ฮับใซ้พวกฮั้นจั่งออกไปเชิญเมิ้ดคู่คนตามหนทางต่างๆ แล้วได้พ้อหลายส่ำใด กะได้เซิญให้มาฮ่วมงาน ทั้งผู้ดีกับผู้บ่ดี จนงานแต่งฮั้นเต็มล้นด้วยแขก | ພວກຂ້າໃຊ້ນັ້ນຈິ່ງອອກໄປຕາມຖະໜົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານນີ້ ຈົນຫ້ອງພິທີສົມລົດເຕັມດ້ວຍແຂກ. | ບັດນີ້ ຜູ້ຮັບໃຊ້ພວກນັ້ນຈັ່ງອອກໄປເຊີນໝົດຄູ່ຄົນຕາມຫົນທາງຕ່າງໆ ແລ້ວໄດ້ຮັບຫລາຍສ່ຳໃດ ກໍໄດ້ເຊີນໃຫ້ມາຮ່ວມງານ ທັງຜູ້ດີກັບຜູ້ບໍ່ດີ ຈົນງານແຕ່ງນັ້ນເຕັມລົ້ນດ້ວຍແຂກ | So the servants went out into the streets and gathered everyone they could find, both evil and good, and the wedding hall was filled with guests. |
11 | แล้วบัดกษัตริย์องค์ฮั้นเข้ามาเบิ่งแขก กะเห็นผู้หนึ่งบ่ได้ใส่เสื้อสำหรับงานแต่ง | “ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກ ກໍຊົງເຫັນຜູ້ໜຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ. | ແລ້ວບັດກະສັດອົງນັ້ນເຂົ້າມາເບິ່ງແຂກ ກໍເຫັນຜູ້ໜຶ່ງບໍ່ໄດ້ໃສ່ເສື້ອສຳລັບງານແຕ່ງ | But when the king came in to see the guests, he spotted a man who was not dressed in wedding clothes. |
12 | กษัตริย์จั่งถามเขาว่า 'มิตรสหายเอ้ย เป็นหยังเจ้าจั่งเข้ามาโดยบ่มีเสื้อสำหรับงานแต่ง' ผู้ฮั้นกะมิดอยู่เว้าบ่ออก | ພຣະອົງຊົງຖາມຜູ້ນັ້ນວ່າ ‘ສະຫາຍເອີຍ, ເຫດໃດທ່ານຈິ່ງອາດເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມລົດ’ ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ. | ກະສັດຈັ່ງຖາມເຂົາວ່າ ‘ມິດສະຫາຍເອີຍ ເປັນຫຍັງເຈົ້າຈັ່ງເຂົ້າມາໂດຍບໍ່ມີເສື້ອສຳລັບງານແຕ່ງ’ ຜູ້ນັ້ນກໍມິດຢູ່ເວົ້າບໍ່ອອກ | ‘Friend,’ he asked, ‘how did you get in here without wedding clothes?’ But the man was speechless. |
13 | บัดนี้ กษัตริย์ได้สั่งพวกผู้ฮับใซ้ของเพิ่นว่า 'ให้มัดมือมัดตีนคนนี้เอาไปโยนถิ้มในที่มืดอันลึกที่สุดอยู่ทางนอกฮั้น หม่องที่มีการฮ้องไห้กัดแข้วอยู่ตลอด' | ກະສັດຈິ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ ‘ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສຍບ່ອນມືດພາຍນອກ’ ທີ່ນັ້ນມີການຮ້ອງໃຫ້ແລະຂົບແຂ້ວຢູ່. | ບັດນີ້ ກະສັດໄດ້ສັ່ງພວກຜູ້ຮັບໃຊ້ຂອງເພິ່ນວ່າ ‘ໃຫ້ມັດມືມັດຕີນຄົນນີ້ເອົາໄປໂຍນຖິ້ມໃນທີ່ມືດອັນເລິກທີ່ສຸດຢູ່ທາງນອກນັ້ນ ໝ້ອງທີ່ມີການຮ້ອງໄຫ້ກັດແຂ້ວຢູ່ຕະຫລອດ’ | Then the king told the servants, ‘Tie him hand and foot and throw him outside into the outer darkness, where there will be weeping and gnashing of teeth.’ |
14 | คือผู้ที่ได้เอิ้นได้เชิญมากะมีหลาย แต่ผู้ที่ได้เลือกกะมีน้อย" | ດ້ວຍວ່າຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີໜ້ອຍ.” | ຄືຜູ້ທີ່ໄດ້ເອີ້ນໄດ້ເຊີນມາກໍມີຫລາຍ ແຕ່ຜູ້ທີ່ໄດ້ເລືອກກໍມີນ້ອຍ” | For many are called, but few are chosen.” |
| | ບັນຫາເລື່ອງການເສຍສ່ວຍ | | |
| | (ມຣກ. 12:13-17; ລກ. 20:20-26) | | |
15 | ยามฮั้นพวกฟาริสีไปปรึกษากันว่า สิจับผิดในถ้อยคำของเยซูผู้นี้ได้จั่งใด | ເມື່ອນັ້ນພວກຟາຣີຊາຍໄປປຶກສາກັນ ເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້. | ຍາມນັ້ນພວກຟາຣີຊາຍໄປປຶກສາກັນວ່າ ຊິຈັບຜິດໃນຖ້ອຍຄຳຂອງເຢຊູຜູ້ນີ້ໄດ້ຈັ່ງໃດ | Then the Pharisees went out and plotted to trap Jesus in His words. |
16 | พวกเขาจั่งใซ้พวกลูกศิษย์ของพวกเขากับของเฮโรด ให้ไปเว้ากับเยซูฮั้นว่า "อาจารย์เจ้าข้า พวกเฮาฮู้จักอยู่ว่าเจ้าเป็นคนซื่อสัตย์ ที่สอนทางของพระเจ้าด้วยความสัตย์จริง บ่ได้เอาใจผู้ใด ย้อนว่าเจ้าบ่ได้เห็นแก่หน้าผู้ใดเลย | ເຂົາຈິ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່ ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ໂດຍບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ. | ພວກເຂົາຈັ່ງໃຊ້ພວກລູກສິດຂອງພວກເຂົາກັບຂອງເຮໂຣດ ໃຫ້ໄປເວົ້າກັບເຢຊູນັ້ນວ່າ “ອາຈານເຈົ້າຂ້າ ພວກເຮົາຮູ້ຈັກຢູ່ວ່າເຈົ້າເປັນຄົນຊື່ສັດ ທີ່ສອນທາງຂອງພຣະເຈົ້າດ້ວຍຄວາມສັດຈິງ ບໍ່ໄດ້ເອົາໃຈຜູ້ໃດ ຍ້ອນວ່າເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດເລີຍ | They sent their disciples to Him along with the Herodians. “Teacher,” they said, “we know that You are honest and that You teach the way of God in accordance with the truth. You defer to no one, because You pay no attention to external appearance. |
| | ໝາຍຄວາມວ່າ ຖືກຕ້ອງພຣະບັນຍັດ | | |
17 | จั่งซั้น ซ่อยบอกพวกผู้ข้าว่า เจ้าคึดเห็นจั่งใด การที่สิส่งส่วยให้ซีซาร์ฮั้น ถืกต้องตามกฎบัญญัติบ้อ" | ເຫດສັນນັ້ນຂໍໂຜດໃຫ້ພວກຂ້າພະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ ການທີ່ເສຍສ່ວຍໃຫ້ແກ່ກາຍຊານັ້ນສົມຄວນ ຫລືບໍ່.” | ຈັ່ງຊັ້ນ ຊ່ອຍບອກພວກຜູ້ຂ້າວ່າ ເຈົ້າຄຶດເຫັນຈັ່ງໃດ ການທີ່ຊິສົ່ງສ່ວຍໃຫ້ກາຍຊານັ້ນ ຖືກຕ້ອງຕາມກົດບັນຍັດບໍ້” | So tell us what You think. Is it lawful to pay taxes to Caesar or not?” |
18 | แต่พระเยซูฮู้ไว้ล่วงหน้าเถิงแผนการอันซั่วฮ้ายเลวทรามในใจของเขา จั่งเว้าว่า "พวกหน้าซื่อใจคด เป็นหยังเจ้าจั่งมาลองใจเฮา | ຝ່າຍພຣະເຢຊູຊົງຊາບເຈດຕະນາຮ້າຍຂອງເຂົາ ຈິ່ງຊົງກ່າວວ່າ, “ໂອ ຄົນໜ້າຊື່ໃຈຄົດເອີຍ, ຈະມາທົດລອງເຮົາເຮັດຫຍັງ. | ແຕ່ພຣະເຢຊູຮູ້ໄວ້ລ່ວງໜ້າເຖິງແຜນການອັນຊົ້ວຮ້າຍເລວຊາມໃນໃຈຂອງເຂົາ ຈັ່ງເວົ້າວ່າ “ພວກໜ້າຊື່ໃຈຄົດ ເປັນຫຍັງເຈົ້າຈັ່ງມາລອງໃຈເຮົາ | But Jesus knew their evil intent and said, “You hypocrites, why are you testing Me? |
19 | ให้เอาเงินที่สิเสียส่วยฮั้นมาให้เฮาเบิ่งดู" เขาจั่งเอาเงินตราเหรียญหนึ่งมาให้เพิ่น | ຈົ່ງເອົາເງິນທີ່ຈະເສຍສ່ວຍນັ້ນມາໃຫ້ເຮົາເບິ່ງ” ເຂົາຈິ່ງເອົາເງິນໜຶ່ງເດນາລີອົນມາໃຫ້ພຣະອົງ. | ໃຫ້ເອົາເງິນທີ່ຊິເສຍສ່ວຍນັ້ນມາໃຫ້ເຮົາເບິ່ງ” ເຂົາຈັ່ງເອົາເງິນຕາຫລຽນໜຶ່ງມາໃຫ້ເພິ່ນ | Show Me the coin used for the tax.” And they brought Him a denarius. |
20 | ได้แล้ว พระเยซูถามเขาว่า "ฮูปกับคำจารึกนี้เป็นของใผ" | ພຣະເຢຊູຈິ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາລຶກນີ້ເປັນຂອງໃຜ.” | ໄດ້ແລ້ວ ພຣະເຢຊູຖາມເຂົາວ່າ “ຮູບກັບຄຳຈາລຶກນີ້ເປັນຂອງໃຜ” | “Whose image is this,” He asked, “and whose inscription?” |
21 | พวกเขาตอบพระเยซูว่า "ของซีซาร์" แล้วเพิ่นบอกเขาว่า "จั่งซั้นแนวที่เป็นของซีซาร์กะให้ซีซาร์ซะ แล้วแนวที่เป็นของพระเจ้ากะให้ถวายให้พระเจ้าเด้อ" | ເຂົາທູນວ່າ, “ເປັນຂອງກາຍຊາ” ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແກ່ພຣະເຈົ້າ.” | ພວກເຂົາຕອບພຣະເຢຊູວ່າ “ຂອງກາຍຊາ” ແລ້ວເພິ່ນບອກເຂົາວ່າ “ຈັ່ງຊັ້ນແນວທີ່ເປັນຂອງກາຍຊາກໍໃຫ້ກາຍຊາຊະ ແລ້ວແນວທີ່ເປັນຂອງພຣະເຈົ້າກໍໃຫ້ຖວາຍໃຫ້ພຣະເຈົ້າເດີ້” | “Caesar’s,” they answered. So Jesus told them, “Give to Caesar what is Caesar’s, and to God what is God’s.” |
22 | บัดเขาได้ยินคำตอบของเพิ่นแล้ว เขากะแปลกใจเป็นตางึด เขาจั่งออกจากเพิ่นไปพากันหลบเมือ | ເມື່ອເຂົາໄດ້ຍິນດັ່ງນີ້ກໍມີຄວາມປະຫລາດໃຈຈິ່ງພາກັນໜີຈາກພຣະອົງໄປ. | ບັດເຂົາໄດ້ຍິນຄຳຕອບຂອງເພິ່ນແລ້ວ ເຂົາກໍແປກໃຈເປັນຕາງຶດ ເຂົາຈັ່ງອອກຈາກເພິ່ນໄປພາກັນຫລົບເມືອ | And when they heard this, they were amazed. So they left Him and went away. |
| | ບັນຫາເລື່ອງການຄືນມາຈາກຕາຍ | | |
| | (ມຣກ. 12:18-27; ລກ. 20:27-40) | | |
23 | ในมื้อฮั้นพอดี มีพวกสะดูสีมาหาพระเยซู พวกนี้เซื่อว่า บ่มีการเป็นขึ้นมาจากตาย เขาจั่งส้อถามเพิ่นว่า | ໃນວັນດຽວກັນນັ້ນມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າ ບໍ່ມີການຄືນມາຈາກຕາຍ. | ໃນມື້ນັ້ນພໍດີ ມີພວກຊາດູກາຍມາຫາພຣະເຢຊູ ພວກນີ້ເຊື່ອວ່າ ບໍ່ມີການເປັນຂຶ້ນມາຈາກຕາຍ ເຂົາຈັ່ງສໍ້ຖາມເພິ່ນວ່າ | That same day the Sadducees, who say there is no resurrection, came to Jesus and questioned Him. |
24 | ถามว่า "อาจารย์เจ้าข้า โมเสสสั่งว่า 'คั่นผู้ซายตายยังบ่ทันมีลูก ตามประเพณี น้องซายต้องฮับเอาเมียของอ้ายผู้ตายฮั้น ให้เขามีลูกเพื่อสิซ่อยสืบตระกูลแทนพี่ชาย' | ເຂົາທູນຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ສັງໄວ້ວ່າ ‘ຖ້າຜູ້ໃດຕາຍໃນເມືອຍັງບໍ່ມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໄພ້ໄວ້ເປັນພັນລະຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ.’ | ຖາມວ່າ “ອາຈານເຈົ້າຂ້າ ໂມເຊສັ່ງວ່າ ‘ຄັ່ນຜູ້ຊາຍຕາຍຍັງບໍ່ທັນມີລູກ ຕາມປະເພນີ ນ້ອງຊາຍຕ້ອງຮັບເອົາເມຍຂອງອ້າຍຜູ້ຕາຍນັ້ນ ໃຫ້ເຂົາມີລູກເພື່ອຊິຊ່ອຍສືບຕະກູນແທນອ້າຍ’ | “Teacher,” they said, “Moses declared that if a man dies without having children, his brother is to marry the widow and raise up offspring for him. |
25 | บัดนี้ ในพวกเขามีพี่น้องผู้ซายอยู่เจ็ดคน อ้ายกกมีเมียแล้วกะตายปะเมียยังบ่ทันมีลูก เมียผู้ตายจั่งไปอยู่กับน้องซาย | ໃນພວກເຮົາມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມຍແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມຍໄວ້ໃຫ້ແກ່ນ້ອງຊາຍ. | ບັດນີ້ ໃນພວກເຂົາມີພີ່ນ້ອງຜູ້ຊາຍຢູ່ເຈັດຄົນ ອ້າຍກົກມີເມຍແລ້ວກໍຕາຍປະເມຍຍັງບໍ່ທັນມີລູກ ເມຍຜູ້ຕາຍຈັ່ງໄປຢູ່ກັບນ້ອງຊາຍ | Now there were seven brothers among us. The first one married and died without having children. So he left his wife to his brother. |
26 | ซายคนที่สอง กับสามกะคือกัน จนฮอดคนที่เจ็ด | ສ່ວນນ້ອງຜູ້ຖ້ວນສອງແລະຖ້ວນສາມກໍຢ່າງດຽວກັນ ຈົນເຖິງຜູ້ຖ້ວນເຈັດ. | ຜູ້ຊາຍຄົນທີ່ສອງ ກັບສາມກໍຄືກັນ ຈົນຮອດຄົນທີ່ເຈັດ | The same thing happened to the second and third brothers, down to the seventh. |
27 | แล้วในที่สุดญิงฮั้นกะตายคือกัน | ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ. | ແລ້ວໃນທີ່ສຸດຍິງນັ້ນກໍຕາຍຄືກັນ | And last of all, the woman died. |
28 | จั่งซั้นในมื้อที่สิเป็นขึ้นมาจากตายฮั้น ญิงฮั้นสิเป็นเมียของซายผู้ใดในเจ็ดคนฮั้น คือนางได้เป็นเมียของคนทั้งเจ็ดแล้ว" | ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມຍຂອງຜູ້ໃດໃນເຈັດຄົນນັ້ນ ດ້ວຍວ່ານາງໄດ້ເປັນເມຍຂອງຊາຍທັງເຈັດຄົນແລ້ວ.” | ຈັ່ງຊັ້ນໃນມື້ທີ່ຊິເປັນຂຶ້ນມາຈາກຕາຍນັ້ນ ຍິງນັ້ນຊິເປັນເມຍຂອງຜູ້ຊາຍຜູ້ໃດໃນເຈັດຄົນນັ້ນ ຄືນາງໄດ້ເປັນເມຍຂອງຄົນທັງເຈັດແລ້ວ” | In the resurrection, then, whose wife will she be of the seven? For all of them were married to her.” |
29 | พระเยซูตอบเขาว่า "พวกเจ้าเข้าใจผิดแล้ว แม่นย้อนพวกเจ้าบ่ฮู้พระคำ กับบ่ฮู้จักฤทธิ์เดชของพระเจ้านำ | ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະບໍ່ຮູ້ຈັກພຣະຄຳພີຫລືລິດເດດຂອງພຣະເຈົ້າ. | ພຣະເຢຊູຕອບເຂົາວ່າ “ພວກເຈົ້າເຂົ້າໃຈຜິດແລ້ວ ແມ່ນຍ້ອນພວກເຈົ້າບໍ່ຮູ້ພຣະຄຳ ກັບບໍ່ຮູ້ຈັກລິດເດດຂອງພຣະເຈົ້ານຳ | Jesus answered, “You are mistaken because you do not know the Scriptures or the power of God. |
30 | คือว่า สิบ่มีการแต่งงานกัน กับการยกให้เป็นผัวเมียกันอีก ในมื้อที่คนสิเป็นขึ้นมาจากตายฮั้นดอก แต่สิเป็นคือพวกเทวทูตของพระเจ้าในสวรรค์ | ເພາະເມື່ອມະນຸດເປັນຄືນມານັ້ນຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມຍກັນອີກ ແຕ່ເຂົາຈະເປັນເໝືອນເທວະດາໃນສະຫວັນ. | ຄືວ່າ ຊິບໍ່ມີການແຕ່ງງານກັນ ກັບການຍົກໃຫ້ເປັນຜົວເມຍກັນອີກ ໃນມື້ທີ່ຄົນຊິເປັນຂຶ້ນມາຈາກຕາຍນັ້ນດອກ ແຕ່ຊິເປັນຄືພວກເທວະທູດຂອງພຣະເຈົ້າໃນສະຫວັນ | In the resurrection, people will neither marry nor be given in marriage. Instead, they will be like the angels in heaven. |
31 | แต่เรื่องคนเป็นขึ้นมาจากตายฮั้น พวกเจ้ายังบ่ได้อ่านซั่นบ้อ หม่องที่พระเจ้าได้เว้าไว้ให้พวกเจ้าว่า | ແຕ່ເລື່ອງຄົນຕາຍເປັນຄືນມານັ້ນ ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລືຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ, | ແຕ່ເລື່ອງຄົນເປັນຂຶ້ນມາຈາກຕາຍນັ້ນ ພວກເຈົ້າຍັງບໍ່ໄດ້ອ່ານຊັ່ນບໍ້ ໝ້ອງທີ່ພຣະເຈົ້າໄດ້ເວົ້າໄວ້ໃຫ້ພວກເຈົ້າວ່າ | But concerning the resurrection of the dead, have you not read what God said to you: |
32 | 'เฮาหนิเป็นพระเจ้าของอับราฮัม เป็นพระเจ้าของอิสอัค กับเป็นพระเจ้าของยาโคบ' จั่งซี้ล่ะ พระเจ้าบ่ได้เป็นพระเจ้าของคนตาย แต่เป็นพระเจ้าของคนเป็น" | ‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ’ ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ.” | ‘ເຮົານີ້ເປັນພຣະເຈົ້າຂອງອັບຣາຮາມ ເປັນພຣະເຈົ້າຂອງອິຊາກ ກັບເປັນພຣະເຈົ້າຂອງຢາໂຄບ’ ຈັ່ງຊີ້ເນາະ ພຣະເຈົ້າບໍ່ໄດ້ເປັນພຣະເຈົ້າຂອງຄົນຕາຍ ແຕ່ເປັນພຣະເຈົ້າຂອງຄົນເປັນ” | ‘I am the God of Abraham, the God of Isaac, and the God of Jacob?’ He is not the God of the dead, but of the living.” |
33 | แล้วพอพวกคนหลวงหลายได้ยินฮั้น กะประทับใจในหลักคำสอนของพระเยซู | ເມື່ອຄົນທັງປວງໄດ້ຍິນດັ່ງນີ້ກໍປະລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ. | ແລ້ວພໍພວກຄົນຫລວງຫລາຍໄດ້ຍິນນັ້ນ ກໍປະທັບໃຈໃນຫລັກຄຳສອນຂອງພຣະເຢຊູ | When the crowds heard this, they were astonished at His teaching. |
| | ພຣະບັນຍັດຂໍ້ໃຫຍ່ | | |
| | (ມຣກ. 12:28-34; ລກ. 10:25-28) | | |
34 | แต่บัดพวกฟาริสีได้ยิน ว่าเพิ่นเฮ็ดพวกสะดูสีให้เมิ้ดปัญญาปากบ่ออกซ้ำ จั่งมาตุ้มโฮมกัน | ຝ່າຍພວກຟາຣີຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ເຂົາຈິ່ງປະຊຸມກັນ. | ແຕ່ບັດພວກຟາຣີຊາຍໄດ້ຍິນ ວ່າເພິ່ນເຮັດພວກຊາດູກາຍໃຫ້ໝົດປັນຍາປາກບໍ່ອອກຊ້ຳ ຈັ່ງມາຕຸ້ມໂຮມກັນ | And when the Pharisees heard that Jesus had silenced the Sadducees, they themselves gathered together. |
35 | แล้วมีนักกฎบัญญัติผู้หนึ่งในพวกเขา อยากลองใจพระเยซูเลยถามเพิ่นว่า | ໃນຈຳພວກເຂົາມີທຳບັນດິດຜູ້ໜຶ່ງທົດລອງຖາມພຣະອົງວ່າ, | ແລ້ວມີນັກກົດບັນຍັດຜູ້ໜຶ່ງໃນພວກເຂົາ ຢາກລອງໃຈພຣະເຢຊູເລີຍຖາມເພິ່ນວ່າ | One of them, an expert in the law, tested Him with a question: |
36 | "อาจารย์เจ้าข้า ในกฎบัญญัติฮั้น ข้อใดเป็นเอกเป็นใหญ่กว่าหมู่" | “ອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່.” | “ອາຈານເຈົ້າຂ້າ ໃນກົດບັນຍັດນັ້ນ ຂໍ້ໃດເປັນເອກເປັນໃຫຍ່ກວ່າໝູ່” | “Teacher, which commandment is the greatest in the Law?” |
37 | พระเยซูตอบเขาว่า "คือ 'ให้ฮักองค์พระผู้เป็นพระเจ้าของเจ้า ด้วยสุดจิตสุดใจของเจ้า กับด้วยสิ้นสุดความนึกคึดของเจ้า' | ພຣະເຢຊູຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ | ພຣະເຢຊູຕອບເຂົາວ່າ “ຄື ‘ໃຫ້ຮັກອົງພຣະຜູ້ເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດຈິດສຸດໃຈຂອງເຈົ້າ ກັບດ້ວຍສຳເລັດຄວາມນຶກຄຶດຂອງເຈົ້າ’ | Jesus declared, “‘Love the Lord your God with all your heart and with all your soul and with all your mind.’ |
38 | นี้ล่ะ เป็นข้อในกฎบัญญัติที่เป็นเอกเป็นใหญ่ | ນັ້ນແຫລະ, ເປັນພຣະບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ. | ນີ້ເນາະ ເປັນຂໍ້ໃນກົດບັນຍັດທີ່ເປັນເອກເປັນໃຫຍ່ | This is the first and greatest commandment. |
39 | ข้อที่สองกะคือกัน คือ 'ให้ฮักเพื่อนบ้านคือฮักโตเอง' | ຂໍ້ທີສອງກໍເໝືອນກັນ ຄື ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ | ຂໍ້ທີ່ສອງກໍຄືກັນ ຄື ‘ໃຫ້ຮັກເພື່ອນບ້ານຄືຮັກໂຕເອງ’ | And the second is like it: ‘Love your neighbor as yourself.’ |
40 | หนังสือกฎบัญญัติกับหนังสือคำพยากรณ์ทั้งเมิ้ดกะขึ้นอยู่กับกฎบัญญัติสองข้อนี้" | ພຣະບັນຍັດແລະຖ້ອຍຄຳຂອງຜູ້ປະກາດພຣະທຳທັງໝົດ ກໍຂຶ້ນຢູ່ກັບພຣະບັນຍັດຂອງຂໍ້ນີ້.” | ໜັງສືກົດບັນຍັດກັບໜັງສືຄຳພະຍາກອນທັງໝົດກໍຂຶ້ນຢູ່ກັບກົດບັນຍັດສອງຂໍ້ນີ້” | All the Law and the Prophets hang on these two commandments.” |
| | ບັນຫາເລື່ອງບຸດດາວິດ | | |
| | (ມຣກ. 12:35-38; ລກ. 20:41-44) | | |
41 | บัดพวกฟาริสียังตุ้มโฮมกันอยู่ฮั้น พระเยซูกะถามพวกเขาว่า | ເມື່ອພວກຟາຣີຊາຍຍັງປະຊຸມກັນຢູ່ ພຣະເຢຊູຊົງຖາມເຂົາ, | ບັດພວກຟາຣີຊາຍຍັງຕຸ້ມໂຮມກັນຢູ່ຫັ້ນ ພຣະເຢຊູກໍຖາມພວກເຂົາວ່າ | While the Pharisees were assembled, Jesus questioned them: |
42 | "พวกเจ้าคึดจั่งใดเรื่องพระคริสต์ฮั้น เพิ่นเป็นลูกของใผสั่น" เขาเลยตอบเพิ่นว่า "เป็นลูกของดาวิด" | ວ່າ, “ພວກທ່ານຄຶດເຫັນຢ່າງໃດດ້ວຍເລື່ອງພຣະຄຣິດ ເພິ່ນເປັນເຊື່ອສາຍຂອງຜູ້ໃດ” ເຂົາທູນຕອບວ່າ, “ເປັນເຊື່ອສາຍຂອງດາວິດ.” | “ພວກເຈົ້າຄຶດຈັ່ງໃດເລື່ອງພຣະຄຣິດນັ້ນ ເພິ່ນເປັນລູກຂອງໃຜສັ່ນ” ເຂົາເລີຍຕອບເພິ່ນວ່າ “ເປັນລູກຂອງດາວິດ” | “What do you think about the Christ? Whose son is He?” “David’s,” they answered. |
43 | เพิ่นถามเขาย้ำอีกว่า "คั่นจั่งซั้น เป็นหยังดาวิด โดยการทรงนำของพระวิญญาณ จั่งได้เอิ้นพระคริสต์ฮั้นว่า นายซีวิตของลาว จั่งเว้าว่า | ພຣະອົງຈິ່ງຊົງຖາມເຂົາວ່າ, “ຖ້າຢ່າງນັ້ນເຫດສັນໃດດາວິດ ໂດຍເດດພຣະວິນຍານຈິ່ງໄດ້ເອີ້ນພຣະອົງວ່າ ‘ອົງພຣະຜູ້ເປັນເຈົ້າ’ ດ້ວຍໄດ້ກ່າວວ່າ, | ເພິ່ນຖາມເຂົາຢ້ຳອີກວ່າ “ຄັ່ນຈັ່ງຊັ້ນ ເປັນຫຍັງດາວິດ ໂດຍການຊົງນຳຂອງພຣະວິນຍານ ຈັ່ງໄດ້ເອີ້ນພຣະຄຣິດນັ້ນວ່າ ນາຍຊີວິດຂອງລາວ ຈັ່ງເວົ້າວ່າ | Jesus said to them, “How then does David in the Spirit call Him Lord? For he says: |
44 | 'พระผู้เป็นนายซีวิตฮั้น ได้เว้ากับนายซีวิตของเฮา ว่า ให้ท่านนั่งอยู่ทางขวาของเฮา จนกว่าเฮาสิเฮ็ดให้ศัตรูของท่านเป็นตั่งฮองเท้าของท่าน' | ‘ພຣະຜູ້ເປັນເຈົ້າໄດ້ຊົງບອກຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” | ‘ພຣະຜູ້ເປັນນາຍຊີວິດນັ້ນ ໄດ້ເວົ້າກັບນາຍຊີວິດຂອງເຮົາ ວ່າ ໃຫ້ທ່ານນັ່ງຢູ່ທາງຂວາຂອງເຮົາ ຈົນກວ່າເຮົາຊິເຮັດໃຫ້ສັດຕູຂອງທ່ານເປັນຕັ່ງຕີນຂອງທ່ານ’ | ‘The Lord said to my Lord, “Sit at My right hand, until I put Your enemies under Your feet.”’ |
45 | บัดนี้ คั่นดาวิดเอิ้นท่านว่า เป็นนายซีวิตของลาว ท่านสิเป็นลูกเป็นหลานของลาวได้จั่งใด" | ເຫດສັນນີ້ຖ້າດາວິດເອີ້ນພຣະຄຣິດວ່າ ‘ພຣະຜູ້ເປັນເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ.” | ບັດນີ້ ຄັ່ນດາວິດເອີ້ນທ່ານວ່າ ເປັນນາຍຊີວິດຂອງລາວ ທ່ານຊິເປັນລູກເປັນຫລານຂອງລາວໄດ້ຈັ່ງໃດ” | So if David calls Him Lord, how can He be David’s son?” |
46 | ถามแล้ว บ่มีใผสามารถตอบพระเยซูได้เลย แม้นแต่คำเดียว ตั้งแต่มื้อฮั้นมา บ่มีใผกล้าซักถามเพิ่นอีหยังอีกต่อไป | ບໍ່ມີຜູ້ໃດອາດຈະຕອບພຣະອົງໄດ້ຈັກຄຳ ຕັ້ງແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະອົງອີກ. | ຖາມແລ້ວ ບໍ່ມີໃຜສາມາດຕອບພຣະເຢຊູໄດ້ເລີຍ ແມ່ນແຕ່ຄຳດຽວ ຕັ້ງແຕ່ມື້ນັ້ນມາ ບໍ່ມີໃຜກ້າຊັກຖາມເພິ່ນອີຫຍັງອີກຕໍ່ໄປ | No one was able to answer a word, and from that day on no one dared to question Him any further. |