| | ບົດທີ 2 | ມັດທາຍ ບົດທີ 2 | Matthew 2 |
| | ພວກໂຫລາຈານມາຈາກທິດຕາເວັນອອກ | | |
1 | บัดยามพระเยซูได้เกิดอยู่บ้านเบธเลเฮม๏แคว้นยูเดียในรัชกาลของกษัตริย์เฮโรดฮั้น นี่แน่ะ อยู่มามีพวกนักปราชญ์จากทางตะเว็นออก ได้เดินทางมายังเมืองเยรูซาเล็ม | ເມື່ອພຣະເຢຊູຊົງປະສູດຢູ່ບ້ານເບັດເລເຮັມແຂວງຢູດາຍໃນສະໄໝຂອງກະສັດເຮໂຣດເບິ່ງແມ, ມີພວກໂຫລາຈານຈາກທິດຕາເວັນອອກມາຍັງກຸງເຢຣູຊາເລັມ. | ບັດຍາມພຣະເຢຊູໄດ້ເກີດຢູ່ບ້ານເບັດເລເຮັມແຄວ້ນຢູດາຍໃນລັດຊະການຂອງກະສັດເຮໂຣດນັ້ນ ນີ້ແຫລະ ຢູ່ມາມີພວກນັກປັດຊະຍາຈາກທາງຕະເວັນອອກ ໄດ້ເດິນທາງມາຍັງເມືອງເຢຣູຊາເລັມ | After Jesus was born in Bethlehem in Judea, during the time of King Herod, Magi from the east arrived in Jerusalem, |
| | ຫລື “ເຫັນດາວຂອງເພິ່ນທາງທິດຕາເວັນອອກ.” | | |
2 | มาถามเฮโรดว่า "เด็กน้อยที่เกิดมาเป็นกษัตริย์ของซนซาติยิวฮั้นอยู่ใส คือเฮาได้เห็นดาวของเพิ่นอยู่เทิงฟ้าในทางตะเว็นออก พวกเฮาจั่งมาหวังสิเคารพบูซาเพิ่น" | ຖາມວ່າ, “ກຸມມານຜູ້ເກີດມາເປັນກະສັດຂອງຊາດຢິວນັ້ນຢູ່ທີ່ໃດ ເພາະເຮົາໄດ້ເຫັນດາວຂອງທ່ານປະກົດຂຶ້ນ ເຮົາຈິ່ງມາເພື່ອຈະຂາບໄຫວ້ທ່ານ.” | ມາຖາມເຮໂຣດວ່າ “ເດັກນ້ອຍທີ່ເກີດມາເປັນກະສັດຂອງຊົນຊາດຢິວນັ້ນຢູ່ໃສ ຄືເຮົາໄດ້ເຫັນດາວຂອງເພິ່ນຢູ່ເທິງຟ້າໃນທາງຕະເວັນອອກ ພວກເຮົາຈັ່ງມາຫວັງຊິເຄົາລົບບູຊາເພິ່ນ” | asking, “Where is the One who has been born King of the Jews? We saw His star in the east and have come to worship Him.” |
3 | บัดพอกษัตริย์เฮโรดได้ยินจั่งซั้นแล้ว ใจเขากะวุ่นวาย พร้อมทั้งเมิ้ดคู่คนในเมืองเยรูซาเล็ม | ຄັນກະສັດເຮໂຣດຊົງໄດ້ຍິນດັ່ງນີ້ແລ້ວກໍວຸ່ນວາຍພຣະໄທ ທັງໄທກຸງເຢຣູຊາເລັມກໍພ້ອມກັນວຸ່ນວາຍດ້ວຍ. | ບັດພໍກະສັດເຮໂຣດໄດ້ຍິນຈັ່ງຊັ້ນແລ້ວ ໃຈເຂົາກໍວຸ້ນວາຍ ພ້ອມທັງໝົດຄູ່ຄົນໃນເມືອງເຢຣູຊາເລັມ | When King Herod heard this, he was disturbed, and all Jerusalem with him. |
4 | แล้วพอบัดกษัตริย์เฮโรดได้เอิ้นคณะหัวหน้าผู้นำเครื่องถวายเมิ้ดคู่คน พร้อมทั้งพวกเสมียนฯ ฮั้นที่มาจากประชาชนมาโฮมกัน แล้วลาวจั่งได้ถามพวกเขาว่า ผู้เป็นพระคริสต์ฮั้นสิเกิดอยู่ใส | ເມື່ອກະສັດຊົງຮັບສັ່ງໃຫ້ປະຊຸມບັນດາປະໂລຫິດຕົນໃຫຍ່ກັບພວກນັກທຳຂອງປະຊາຊົນ ພຣະອົງຈິ່ງຊົງຖາມເຂົາວ່າ, “ຜູ້ເປັນພຣະຄຣິດນັ້ນຈະບັງເກີດຢູ່ທີ່ໃດ.” | ແລ້ວພໍບັດກະສັດເຮໂຣດໄດ້ເອີ້ນຄະນະຫົວໜ້າປະໂລຫິດໝົດຄູ່ຄົນ ພ້ອມທັງພວກນັກທຳ ນັ້ນທີ່ມາຈາກປະຊາຊົນມາໂຮມກັນ ແລ້ວລາວຈັ່ງໄດ້ຖາມພວກເຂົາວ່າ ຜູ້ເປັນພຣະຄຣິດນັ້ນຊິເກີດຢູ່ໃສ | When he had assembled all the chief priests and scribes of the people, he inquired where the Christ was to be born. |
5 | พวกเขาเลยบอกเฮโรดว่า "ซิเกิดอยู่บ้านเบธเลเฮมแคว้นยูเดีย ย้อนว่ามีผู้เป็นปากเป็นเสียงของพระเจ้าได้เขียนไว้จั่งซี้ | ເຂົາທູນຕອບວ່າ, “ໃນບ້ານເບັດເລເຮັມແຂວງຢູດາຍເພາະຜູ້ປະກາດພຣະທຳໄດ້ຂຽນໄວ້ດັ່ງນີ້ວ່າ, | ພວກເຂົາເລີຍບອກເຮໂຣດວ່າ “ຊິເກີດຢູ່ບ້ານເບັດເລເຮັມແຄວ້ນຢູດາຍ ຍ້ອນວ່າມີຜູ້ເປັນປາກເປັນສຽງຂອງພຣະເຈົ້າໄດ້ຂຽນໄວ້ຈັ່ງຊີ້ | “In Bethlehem in Judea,” they replied, “for this is what the prophet has written: |
6 | ว่า 'บ้านเบธเลเฮมในแผ่นดินยูเดียเอ้ย แม้นว่าเจ้าเป็นหมู่บ้านเล็กน้อยที่สุด ในพวกผู้ครอบครองของยูเดียทั้งเมิ้ด จังใดกะตาม สิมีผู้ปกครองผู้ยิ่งใหญ่สำคัญ ผู้หนึ่ง ที่สิออกมาจากเจ้า เป็นผู้ที่สิปกครองคนอิสราเอล ซนซาติของเฮาฮั้น'" | ‘ບ້ານເບັດເລເຮັມໃນແຜ່ນດິນຢູດາຍເອີຍ ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນຖ້າມກາງພວກເຈົ້ານາຍຂອງຢູດາຍ ເພາະວ່າເຈົ້ານາຍຜູ້ໜຶ່ງຈະອອກມາຈາກເຈົ້າ ຜູ້ຊຶ່ງຈະປົກຄອງອິສຣາເອນໄພ່ພົນຂອງເຮົາ’.” | ວ່າ ‘ບ້ານເບັດເລເຮັມໃນແຜ່ນດິນຢູດາຍເອີຍ ແມ່ນວ່າເຈົ້າເປັນໝູ່ບ້ານນ້ອຍໆທີ່ສຸດ ໃນພວກຜູ້ປົກຄອງຂອງຢູດາຍທັງໝົດ ຈັງໃດກໍຕາມ ຊິມີຜູ້ປົກຄອງຜູ້ຍິ່ງໃຫຍ່ສຳຄັນ ຜູ້ໜຶ່ງ ທີ່ຊິອອກມາຈາກເຈົ້າ ເປັນຜູ້ທີ່ຊິປົກຄອງຄົນອິດສະຣາເອນ ຊົນຊາດຂອງເຮົານັ້ນ’” | ‘But you, Bethlehem, in the land of Judah, are by no means least among the rulers of Judah, for out of you will come a ruler who will be the shepherd of My people Israel.’” |
7 | หลังจากฮั้น เฮโรดจั่งเชิญพวกนักปราชญ์เข้ามาเป็นการลับ สอบถามเขาอย่างถี่ถ้วนเถิงยามที่ดาวฮั้นได้ปรากฏขึ้น | ແລ້ວເຮໂຣດໄດ້ຊົງເອີ້ນພວກໂຫລາຈານເຂົ້າມາເປັນການລັບ ຊົງຖາມເຂົາໄດ້ຄວາມຖ້ວນຖີ່ເຖິງເວລາທີ່ດາວນັ້ນໄດ້ປະກົດຂຶ້ນ. | ຫລັງຈາກນັ້ນ ເຮໂຣດຈັ່ງເຊີນພວກນັກປັດຊະຍາເຂົ້າມາເປັນການລັບ ສອບຖາມເຂົາຢ່າງຖີ່ຖ້ວນເຖິງຍາມທີ່ດາວນັ້ນໄດ້ປາກົດຂຶ້ນ | Then Herod called the Magi secretly and learned from them the exact time the star had appeared. |
8 | แล้วเฮโรดได้ให้พวกนักปราชญ์ไปบ้านเบธเลเฮมสั่งไว้ว่า "ให้ไปซอกหาเด็กน้อยฮั้นเด้อ บัดพ้อแล้วให้หลบคืนมาแจ้งเฮา เพื่อเฮาสิได้ไปเคารพบูซาผู้ฮั้นนำ" | ແລ້ວກະສັດໄດ້ຊົງໃຫ້ພວກໂຫລາຈານໄປຍັງບ້ານເບັດເລເຮັມສັ່ງວ່າ, “ຈົ່ງໄປຄົ້ນຫາກຸມມານນັ້ນດ້ວຍຄັກແນ່ ເມື່ອພົບແລ້ວຈົ່ງກັບມາບອກເຮົາເພື່ອເຮົາຈະໄດ້ໄປຂາບໄຫວ້ທ່ານເໝືອນກັນ.” | ແລ້ວເຮໂຣດໄດ້ໃຫ້ພວກນັກປັດຊະຍາໄປບ້ານເບັດເລເຮັມສັ່ງໄວ້ວ່າ “ໃຫ້ໄປຊອກຫາເດັກນ້ອຍນັ້ນເດີ້ ບັດພໍ້ແລ້ວໃຫ້ຫລົບຄືນມາແຈ້ງເຮົາ ເພື່ອເຮົາຊິໄດ້ໄປເຄົາລົບບູຊາຜູ້ນັ້ນນຳ” | And sending them to Bethlehem, he said: “Go and search carefully for the Child, and when you find Him, report to me, so that I too may go and worship Him.” |
9 | บัดพวกเขาได้ฟังกษัตริย์แล้ว เขากะได้ออกไป แล้วนี่แน่ะ ดาวซึ่งเขาได้เห็นในทางตะเว็นออกฮั้นกะได้นำหน้าเขาไปก่อน จนมาอยู่เทิงหม่องที่เด็กน้อยอยู่ฮั้น | ເມື່ອພວກໂຫລາຈານໄດ້ຍິນຄຳສັ່ງດັ່ງນີ້ກໍພາກັນອອກໄປ ເບິ່ງແມ, ດາວທີ່ເຂົາໄດ້ເຫັນເມື່ອປະກົດຂຶ້ນນັ້ນກໍໄດ້ນຳໜ້າເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ. | ບັດພວກເຂົາໄດ້ຟັງກະສັດແລ້ວ ເຂົາກໍໄດ້ອອກໄປ ແລ້ວນີ້ແຫລະ ດາວຊຶ່ງເຂົາໄດ້ເຫັນໃນທາງຕະເວັນອອກນັ້ນກໍໄດ້ນຳໜ້າເຂົາໄປກ່ອນ ຈົນມາຢູ່ເທິງໝ້ອງທີ່ເດັກນ້ອຍຢູ່ຫັ້ນ | After they had heard the king, they went on their way, and the star they had seen in the east went ahead of them until it stood over the place where the Child was. |
10 | บัดพวกนักปราชญ์ได้เห็นดาวฮั้นแล้ว เขากะดีอกดีใจอย่างเหลือล้น | ເມື່ອພວກໂຫລາຈານໄດ້ເຫັນດາວນັ້ນແລ້ວກໍມີຄວາມຊົມຊື່ນຍິນດີອັນໃຫຍ່. | ບັດພວກນັກປັດຊະຍາໄດ້ເຫັນດາວນັ້ນແລ້ວ ເຂົາກໍດີອົກດີໃຈຢ່າງເຫລືອລົ້ນ | When they saw the star, they rejoiced with great delight. |
11 | แล้วบัดพวกเขาเข้าไปในเฮือน พอได้เห็นเด็กน้อยกับนางมารีย์ผู้เป็นแม่แล้ว จั่งกราบนมัสการเด็กน้อยฮั้น แล้วได้เอาทรัพย์สมบัติของเขาออกมา เป็นของฝาก คือ ทองคำ กำยาน กับมดยอบ ถวายบูชาเด็กน้อย | ຄັນເຂົ້າໄປໃນເຮືອນກໍພົບກຸມມານກັບນາງມາຣິອາມານດາຂອງເພິ່ນ ພວກເຂົາຈິ່ງກົ້ມລົງຂາບໄຫວ້ກຸມມານນັ້ນ ແລ້ວໄຂຫີບເອົາຊັບຂອງເຂົາອອກມາຖວາຍແກ່ກຸມມານເປັນເຄື່ອງໂຄລົບ ຄື ຄຳ, ກຳຍານ, ແລະຢາງໄມ້ຫອມ. | ແລ້ວບັດພວກເຂົາເຂົ້າໄປໃນເຮືອນ ພໍໄດ້ເຫັນເດັກນ້ອຍກັບນາງມາຣິອາຜູ້ເປັນແມ່ແລ້ວ ຈັ່ງຂາບນະມັດສະການເດັກນ້ອຍນັ້ນ ແລ້ວໄດ້ເອົາຊັບສົມບັດຂອງເຂົາອອກມາ ເປັນຂອງຝາກ ຄື ທອງຄຳ ກຳຍານ ກັບຢາງໄມ້ຫອມ ຖວາຍບູຊາເດັກນ້ອຍ | On coming to the house, they saw the Child with His mother Mary, and they fell down and worshiped Him. Then they opened their treasures and presented Him with gifts of gold and frankincense and myrrh. |
12 | แล้วพวกนักปราชญ์ พอได้ฮับคำเตือนจากพระเจ้าในความฝัน ว่าบ่ให้กลับไปหาเฮโรด เขาเลยกลับเมือบ้านของเขาโดยทางอื่น | ພຣະເຈົ້າຊົງເຕືອນເຂົາທາງຄວາມຝັນບໍ່ໃຫ້ກັບໄປເຝົ້າເຮໂຣດ ດັ່ງນັ້ນເຂົາຈິ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ. | ແລ້ວພວກນັກປັດຊະຍາ ພໍໄດ້ຮັບຄຳເຕືອນຈາກພຣະເຈົ້າໃນຄວາມຝັນ ວ່າບໍ່ໃຫ້ກັບໄປຫາເຮໂຣດ ເຂົາເລີຍກັບເມືອບ້ານຂອງເຂົາໂດຍທາງອື່ນ | And having been warned in a dream not to return to Herod, they withdrew to their country by another route. |
| | ໂຢເຊັບພາກຸມມານໄປປະເທດເອຢິບ | | |
13 | บัดเขาเดินทางออกไปแล้ว นี่แน่ะ เทวทูตขององค์พระผู้เป็นเจ้าได้มาปรากฎอยู่ต่อหน้าโยเซฟในความฝัน บอกว่า "ให้ลุกขึ้นพาเด็กน้อยกับแม่หนีไปประเทศอียิปต์เดี๋ยวนี้ แล้วให้คอยถ้าอยู่ฮั้นจนกว่าเฮาสิบอกเจ้า ย้อนว่าเฮโรดสิซอกหาเด็กน้อยฮั้นเพื่ออยากสิฆ่าสิทำร้าย" | ເມື່ອເຂົາໄປແລ້ວ ເບິ່ງແມ, ມີເທວະດາຕົນໜຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບທາງຄວາມຝັນແລ້ວກ່າວວ່າ, “ຈົ່ງລຸກຂຶ້ນພາກຸມມານແລະມານດາໜີໄປຍັງປະເທດເອຢິບ ແລ້ວຄອຍຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ ເພາະວ່າເຮໂລດຈະຊອກຫາກຸມມານເພື່ອຈະປະຫານຊີວິດເສຍ.” | ບັດເຂົາເດິນທາງອອກໄປແລ້ວ ນີ້ແຫລະ ເທວະທູດຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດຢູ່ຕໍ່ໜ້າໂຢເຊບໃນຄວາມຝັນ ບອກວ່າ “ໃຫ້ລຸກຂຶ້ນພາເດັກນ້ອຍກັບແມ່ໜີໄປປະເທດເອຢິບທັນທີ ແລ້ວໃຫ້ຄອຍຖ້າຢູ່ຫັ້ນຈົນກວ່າເຮົາຊິບອກເຈົ້າ ຍ້ອນວ່າເຮໂຣດຊິຊອກຫາເດັກນ້ອຍນັ້ນເພື່ອຢາກຊິຂ້າຊິເຮັດຮ້າຍ” | When the magi had gone, an angel of the Lord appeared to Joseph in a dream. “Get up!” he said. “Take the Child and His mother and flee to Egypt. Stay there until I tell you, for Herod is going to search for the Child to kill Him.” |
14 | แล้วในยามกลางคืน โยเซฟจั่งลุกขึ้นพาเด็กน้อยกับแม่ เดินทางออกไปยังประเทศอียิปต์ | ໂຢເຊັບໄດ້ລຸກຂຶ້ນແລ້ວພາກຸມມານແລະມານດາໜີໄປຍັງປະເທດເອຢິບໃນເວລາກາງຄືນ ແລະໄດ້ຢູ່ທີ່ນັ້ນຈົນເຮໂລດສິ້ນພຣະຊົນແລ້ວ. | ແລ້ວໃນຍາມກາງຄືນ ໂຢເຊບຈັ່ງລຸກຂຶ້ນພາເດັກນ້ອຍກັບແມ່ ເດິນທາງອອກໄປຍັງປະເທດເອຢິບ | So he got up, took the Child and His mother by night, and withdrew to Egypt, |
15 | แล้วกะอยู่ฮั้นจนฮอดเฮโรดตาย แนวหมู่นี้ได้เกิดขึ้นเพื่อสิให้เป็นไปตามพระคำขององค์พระผู้เป็นเจ้าซึ่งผู้เป็นปากเป็นเสียงของเพิ่นได้เว้าไว้ว่า 'เฮาได้เอิ้นลูกซายของเฮาออกมาจากประเทศอียิปต์' | ການທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເລັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທຳວ່າ, “ເຮົາໄດ້ເອີ້ນບຸດຂອງເຮົາອອກມາຈາກປະເທດເອຢິບ.” | ແລ້ວກໍຢູ່ຫັ້ນຈົນຮອດເຮໂຣດຕາຍ ແນວໝູ່ນີ້ໄດ້ເກີດຂຶ້ນເພື່ອຊິໃຫ້ເປັນໄປຕາມພຣະຄຳຂອງອົງພຣະຜູ້ເປັນເຈົ້າຊຶ່ງຜູ້ເປັນປາກເປັນສຽງຂອງເພິ່ນໄດ້ເວົ້າໄວ້ວ່າ “ເຮົາໄດ້ເອີ້ນລູກຊາຍຂອງເຮົາອອກມາຈາກປະເທດເອຢິບ” | where he stayed until the death of Herod. This fulfilled what the Lord had spoken through the prophet: “Out of Egypt I called My Son.” |
| | ການປະຫານຊີວິດພວກເດັກນ້ອຍ | | |
16 | พอบัดเฮโรดเห็นว่าพวกนักปราชญ์เว้าหยอกเล่นกับลาว กะอยากฮ้ายอย่างใหญ่ จั่งสั่งให้ออกไปฆ่าเด็กในบ้านเบธเลเฮมกับหม่องใกล้เคียงให้ตายทั้งเมิ้ดบ่ให้เหลือ ตั้งแต่อายุสองปีลงมา ซึ่งพอดีกันกับยามที่เฮโรดได้สอบถามพวกนักปราชญ์แต่ตำอิดฮั้น | ຄັນເຮໂຣດຊົງເຫັນວ່າພວກໂຫລາຈານຫລອກລວງຕົນກໍຊົງຮ້າຍຫລາຍ ຈິ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງໝົດໃນບ້ານເບັດເລເຮັມແລະທີ່ໃກ້ຄຽງທົ່ວໄປ ຕັ້ງແຕ່ອາຍຸສອງຂວບລົງມາ ຊຶ່ງພໍດີກັບເວລາທີ່ກະສັດຊົງຊາບຈາກພວກໂຫລາຈານນັ້ນ. | ພໍບັດເຮໂຣດເຫັນວ່າພວກນັກປັດຊະຍາເວົ້າເລ່ລ້ຽມກັບລາວ ກໍຢາກຮ້າຍຢ່າງໃຫຍ່ ຈັ່ງສັ່ງໃຫ້ອອກໄປຂ້າເດັກໃນບ້ານເບັດເລເຮັມກັບໝ້ອງໃກ້ຄຽງໃຫ້ຕາຍທັງໝົດບໍ່ໃຫ້ເຫລືອ ຕັ້ງແຕ່ອາຍຸສອງປີລົງມາ ຊຶ່ງພໍດີກັນກັບຍາມທີ່ເຮໂຣດໄດ້ສອບຖາມພວກນັກປັດຊະຍາແຕ່ທຳອິດນັ້ນ | When Herod saw that he had been outwitted by the Magi, he was filled with rage. Sending orders, he put to death all the boys in Bethlehem and its vicinity who were two years old and under, according to the time he had learned from the Magi. |
17 | ฮั้นกะเป็นไปตามพระคำของพระเจ้าที่เว้าโดยเยเรมีย์ผู้เป็นปากเป็นเสียงของเพิ่นว่า | ເມື່ອນັ້ນກໍສຳເລັດຕາມທີ່ຊົງກ່າວໄວ້ໂດຍເຢເຣມີຢາຜູ້ປະກາດພຣະທຳວ່າ, | ນັ້ນກໍເປັນໄປຕາມພຣະຄຳຂອງພຣະເຈົ້າທີ່ເວົ້າໂດຍເຢເຣມີຢາຜູ້ເປັນປາກເປັນສຽງຂອງເພິ່ນວ່າ | Then what was spoken through the prophet Jeremiah was fulfilled: |
18 | 'ในหมู่บ้านรามาห์ฮั้นกะได้ยินเสียงฮ้องไห้เสียใจกับโศกเศร้าอย่างขนาด คือเป็นเสียงของนางราเชลฮ้องไห้ย้อนลูกๆ ของนาง นางจั่งบ่ยอมฮับการเล้าโลมปลอบใจ ย้อนว่าลูกทั้งหลายฮั้นบ่มีแล้ว' | “ໄດ້ຍິນສຽງໃນບ້ານຣາມາ ເປັນສຽງຮ້ອງໄຫ້ແລະສຽງໂອຍຮ່ຳໄຮ ຄືນາງຣາເຄນຮ້ອງໄຫ້ນຳລູກທັງຫລາຍຂອງຕົນ ນາງບໍ່ຮັບຟັງຄວາມເລົ້າໂລມເພາະລູກນັ້ນບໍ່ມີແລ້ວ.” | “ໃນໝູ່ບ້ານຣາມານັ້ນກໍໄດ້ຍິນສຽງຮ້ອງໄຫ້ເສຍໃຈກັບໂສກເສົ້າຢ່າງຂະໜາດ ຄືເປັນສຽງຂອງນາງຣາເຊັນຮ້ອງໄຫ້ຍ້ອນລູກໆ ຂອງນາງ ນາງຈັ່ງບໍ່ຍອມຮັບການເລົ້າໂລມປອບໃຈ ຍ້ອນວ່າລູກທັງຫລາຍນັ້ນບໍ່ມີແລ້ວ” | “A voice is heard in Ramah, weeping and great mourning, Rachel weeping for her children, and refusing consolation, because they are no more.” |
| | ໂຢເຊັບພາກຸມມານກັບຄືນແຜ່ນດິນອິສຣາເອນ | | |
19 | แต่นี่แน่ะ บัดเฮโรดตายแล้ว เทวทูตองค์หนึ่งขององค์พระผู้เป็นเจ้า ได้มาปรากฏในความฝันของโยเซฟที่ประเทศอียิปต์ | ຄັນເຮໂຣດສິ້ນພຣະຊົນແລ້ວ ມີເທວະດາຕົນໜຶ່ງຂອງພຣະຜູ້ເປັນເຈົ້າມາປະກົດແກ່ໂຢເຊັບ ທາງຄວາມຝັນທີ່ປະເທດເອຢິບ. | ແຕ່ນີ້ແຫລະ ບັດເຮໂຣດຕາຍແລ້ວ ເທວະທູດອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປາກົດໃນຄວາມຝັນຂອງໂຢເຊບທີ່ປະເທດເອຢິບ | After Herod died, an angel of the Lord appeared in a dream to Joseph in Egypt. |
20 | สั่งว่า "ให้ลุกขึ้นพาเด็กน้อยกับแม่หลบไปยังแผ่นดินอิสราเอล ย้อนว่าพวกคนที่ซอกหาซีวิตของเด็กน้อยฮั้นได้ตายไปแล้ว" | ສັ່ງວ່າ, “ຈົ່ງລຸກຂຶ້ນພາກຸມມານກັບມານດາໄປຍັງແຜ່ນດິນອິສຣາເອນ ເພາະຜູ້ທີ່ຊອກຫາຈະປະຫານຊີວິດກຸມມານນັ້ນຕາຍແລ້ວ.” | ສັ່ງວ່າ “ໃຫ້ລຸກຂຶ້ນພາເດັກນ້ອຍກັບແມ່ຫລົບໄປຍັງແຜ່ນດິນອິດສະຣາເອນ ຍ້ອນວ່າພວກຄົນທີ່ຊອກຫາຊີວິດຂອງເດັກນ້ອຍນັ້ນໄດ້ຕາຍໄປແລ້ວ” | “Get up!” he said. “Take the Child and His mother and go to the land of Israel, for those seeking the Child’s life are now dead.” |
21 | โยเซฟจั่งลุกขึ้นพาเด็กน้อยกับแม่ พาเมือแผ่นดินอิสราเอล | ໂຢເຊັບຈິ່ງລຸກຂຶ້ນພາກຸມມານກັບມານດາມາຍັງແຜ່ນດິນອິສຣາເອນ. | ໂຢເຊບຈັ່ງລຸກຂຶ້ນພາເດັກນ້ອຍກັບແມ່ ພາເມືອແຜ່ນດິນອິດສະຣາເອນ | So Joseph got up, took the Child and His mother, and went to the land of Israel. |
22 | แต่บัดพอได้ข่าวว่า อารเคลาอัส ผู้เป็นลูกของเฮโรด ครอบครองอยู่แคว้นยูเดียแทนพ่อ กะเกิดหย้านที่สิไปอยู่ฮั้น จั่งอ้อมไปทางแคว้นกาลิลีตามคำเตือนจากพระเจ้าที่ได้ฮับในความฝัน | ແຕ່ເມື່ອໄດ້ຍິນຂ່າວວ່າ ອາເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນບິດາ ໂຢເຊັບກໍຢ້ານບໍ່ກ້າໄປທີ່ນັ້ນ ແລະເມື່ອໄດ້ຮັບຄຳເຕືອນຈາກພຣະເຈົ້າທາງຄວາມຝັນ ໂຢເຊັບກໍເລີຍໄປຍັງແຂວງຄາລີເລ. | ແຕ່ບັດພໍໄດ້ຂ່າວວ່າ ອາເຄລາວ ຜູ້ເປັນລູກຂອງເຮໂຣດ ປົກຄອງຢູ່ແຄວ້ນຢູດາຍແທນພໍ່ ກໍເກີດຢ້ານທີ່ຊິໄປຢູ່ຫັ້ນ ຈັ່ງອ້ອມໄປທາງແຄວ້ນກາລີເລຕາມຄຳເຕືອນຈາກພຣະເຈົ້າທີ່ໄດ້ຮັບໃນຄວາມຝັນ | But when he learned that Archelaus was reigning in Judea in place of his father Herod, he was afraid to go there. And having been warned in a dream, he withdrew to the district of Galilee, |
23 | แล้วพอมาฮอดเมืองหนึ่งชื่อว่า นาซาเร็ธ ลาวกะตั้งหลักตั้งฐานอยู่ฮั้น กะเพื่อสิเป็นไปตามพระคำของพระเจ้าซึ่งพวกผู้เป็นปากเป็นเสียงของเพิ่นได้เว้าไว้ว่า 'เขาสิเอิ้นเพิ่นว่าซาวนาซาเร็ธ' | ຈິ່ງໄປອາໃສຢູ່ເມືອງໜຶ່ງຊື່ນາຊາເຣັດ ເພື່ອຈະສຳເລັດຕາມທີ່ຊົງກ່າວໄວ້ໂດຍຜູ້ປະກາດພຣະທຳວ່າ, “ທ່ານຈະຖືກເອີ້ນວ່າ ‘ໄທນາຊາເຣັດ’.” | ແລ້ວພໍມາຮອດເມືອງໜຶ່ງຊື່ວ່າ ນາຊາເຣັດ ລາວກໍຕັ້ງຫລັກຕັ້ງຖານຢູ່ຫັ້ນ ກໍເພື່ອຊິເປັນໄປຕາມພຣະຄຳຂອງພຣະເຈົ້າຊຶ່ງພວກຜູ້ເປັນປາກເປັນສຽງຂອງເພິ່ນໄດ້ເວົ້າໄວ້ວ່າ “ເຂົາຊິເອີ້ນເພິ່ນວ່າຊາວນາຊາເຣັດ” | and he went and lived in a town called Nazareth. So was fulfilled what was spoken through the prophets: “He will be called a Nazarene.” |