| | ບົດທີ 19 | ມັດທາຍ ບົດທີ 19 | Matthew 19 |
| | ຊົງສອນເລື່ອງລັກສະນະຜົວເມຍ | | |
| | (ມຣກ. 10:1-12; ລກ. 16:18) | | |
1 | แล้วต่อมา บัดพระเยซูเว้าถ้อยคำพวกนี้เมิ้ดแล้ว เพิ่นได้ออกจากแคว้นกาลิลี เข้าไปในเขตแดนแคว้นยูเดียฟากแม่น้ำจอร์แดนข้างพู้น | ເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ພຣະອົງໄດ້ສະເດັດຈາກແຂວງຄາລີເລ ເຂົ້າໄປໃນເຂດແດນແຂວງຢູດາຍຟາກແມ່ນ້ຳຢໍແດນເບື້ອງນັ້ນ. | ແລ້ວຕໍ່ມາ ບັດພຣະເຢຊູເວົ້າຖ້ອຍຄຳພວກນີ້ໝົດແລ້ວ ເພິ່ນໄດ້ອອກຈາກແຄວ້ນກາລີເລ ເຂົ້າໄປໃນເຂດແດນແຄວ້ນຢູດາຍຟາກແມ່ນ້ຳຢໍດາເນຂ້າງພູ້ນ | When Jesus had finished saying these things, He left Galilee and went into the region of Judea beyond the Jordan. |
2 | แล้วมีหมู่คนหลายขนาดได้ตามพระเยซูไป แล้วเพิ่นได้ปัวโรคภัยไข้เจ็บของพวกเขาให้เซาเป็นดีเมิ้ดคู่คนอยู่หม่องฮั้น | ມີປະຊາຊົນຫລວງຫລາຍຕິດຕາມພຣະອົງໄປ ແລ້ວພຣະອົງໄດ້ຊົງໂຜດໃຫ້ເຂົາດີພະຍາດໃນທີ່ນັ້ນ. | ແລ້ວມີໝູ່ຄົນຫລາຍຂະໜາດໄດ້ຕາມພຣະເຢຊູໄປ ແລ້ວເພິ່ນໄດ້ປົວໂລກໄພໄຂ້ເຈັບຂອງພວກເຂົາໃຫ້ເຊົາເປັນດີໝົດຄູ່ຄົນຢູ່ໝ້ອງນັ້ນ | Large crowds followed Him, and He healed them there. |
3 | แล้วพวกฟาริสี๏มาลองใจพระเยซูจั่งถามเพิ่นเป็นปัญหาว่า "ผู้ซายสิหย่าเมียของโตย้อนสาเหตุหยังกะตาม มันสิถืกตามกฎบัญญัติสั่นบ้อ" | ຝ່າຍພວກຟາຣີຊາຍໄດ້ເຂົ້າມາທົດລອງພຣະອົງທູນວ່າ, “ທີ່ຜູ້ຊາຍຈະຢ່າຮ້າງກັບເມຍເພາະເຫດໃດກໍຕາມ ຈະຖືກຕ້ອງຕາມກົດບັດຍັດຫລື.” | ແລ້ວພວກຟາຣີຊາຍມາລອງໃຈພຣະເຢຊູຈັ່ງຖາມເພິ່ນເປັນບັນຫາວ່າ “ຜູ້ຊາຍຊິປະກັນເມຍຂອງໂຕຍ້ອນສາເຫຕຸຫຍັງກໍຕາມ ມັນຊິຖືກຕາມກົດບັນຍັດສັ່ນບໍ້” | Then some Pharisees came and tested Him by asking, “Is it lawful for a man to divorce his wife for any reason?” |
4 | พระเยซูจั่งตอบเขาว่า "พวกเจ้าบ่ได้อ่านบ้อ ว่าพระเจ้าผู้เพิ่นสร้างโตคนแต่ตำอิดฮั้น 'ได้สร้างเขาให้เป็นซายกับญิง' | ພຣະອົງຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ ‘ພຣະຜູ້ຊົງສ້າງມະນຸດແຕ່ເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງ’. | ພຣະເຢຊູຈັ່ງຕອບເຂົາວ່າ “ພວກເຈົ້າບໍ່ໄດ້ອ່ານບໍ້ ວ່າພຣະເຈົ້າຜູ້ເພິ່ນສ້າງໂຕຄົນແຕ່ທຳອິດນັ້ນ ‘ໄດ້ສ້າງເຂົາໃຫ້ເປັນຜູ້ຊາຍກັບຍິງ’ | Jesus answered, “Have you not read that from the beginning the Creator ‘made them male and female’ |
5 | กับเพิ่นได้เว้าว่า 'ย้อนเหตุนี้ล่ะ ผู้ซายสิออกจากพ่อแม่ของเขา แล้วสิไปผูกพันอยู่กับเมียเขา แล้วเขาทั้งสองสิกลายเป็นเนื้อหนังอันหนึ่งอันเดียวกัน' | ໂດຍຊົງກ່າວວ່າ ‘ດ້ວຍເຫດນັ້ນຜູ້ຊາຍຈິ່ງລະພໍ່ແມ່ນຂອງຕົນໄປຜູກພັນຢູ່ກັບເມຍ ແລະເຂົາທັງສອງຈະເປັນກາຍອັນດຽວກັນ. | ກັບເພິ່ນໄດ້ເວົ້າວ່າ ‘ຍ້ອນເຫດນີ້ເນາະ ຜູ້ຊາຍຊິອອກຈາກພໍ່ແມ່ຂອງເຂົາ ແລ້ວຊິໄປຜູກພັນຢູ່ກັບເມຍເຂົາ ແລ້ວເຂົາທັງສອງຊິກາຍເປັນເນື້ອໜັງອັນໜຶ່ງອັນດຽວກັນ’ | and said, ‘For this reason a man will leave his father and mother and be united to his wife, and the two will become one flesh’? |
6 | เขาจั่งบ่เป็นสองอีกต่อไป แต่สิเป็นเนื้อหนังอันหนึ่งอันเดียวกัน จั่งซั้นผู้ที่พระเจ้าให้เป็นอันหนึ่งอันเดียวกันฮั้นแล้ว อย่าให้ผู้ใดเฮ็ดให้เขาแตกแยกกันเลย" | ເຂົາຈິ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ’ ເຫດສັນນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ເຂົ້າຮ່ວມແອກກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ.” | ເຂົາຈັ່ງບໍ່ເປັນສອງອີກຕໍ່ໄປ ແຕ່ຊິເປັນເນື້ອໜັງອັນໜຶ່ງອັນດຽວກັນ ຈັ່ງຊັ້ນຜູ້ທີ່ພຣະເຈົ້າໃຫ້ເປັນອັນໜຶ່ງອັນດຽວກັນນັ້ນແລ້ວ ຢ່າໃຫ້ຜູ້ໃດເຮັດໃຫ້ເຂົາແຕກແຍກກັນເລີຍ” | So they are no longer two, but one flesh. Therefore what God has joined together, let man not separate.” |
7 | แล้วพวกฟาริสีจั่งถามเพิ่นซ้ำอีกว่า "คั่นจั่งซั้น เป็นหยังโมเสสได้สั่งให้ยื่นหนังสือหย่ากันเป็นทางการ ให้หย่าเมียได้" | ເຂົາຈິ່ງຢ້ອນຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈິ່ງສັ່ງໃຫ້ເຮັດໜັງສືຢ່າຮ້າງ ແລ້ວໃຫ້ປະໄດ້”. | ແລ້ວພວກຟາຣີຊາຍຈັ່ງຖາມເພິ່ນຊ້ຳອີກວ່າ “ຄັ່ນຈັ່ງຊັ້ນ ເປັນຫຍັງໂມເຊໄດ້ສັ່ງໃຫ້ຍື່ນໜັງສືປະກັນກັນເປັນທາງການ ໃຫ້ປະກັນເມຍໄດ້” | “Why then,” they asked, “did Moses order a man to give his wife a certificate of divorce and send her away?” |
8 | พระเยซูโต้ตอบเขาว่า "โมเสสได้ยอมให้พวกเจ้าหย่าเมียของโต ย้อนเหตุว่าจิตใจของพวกเจ้าแข็งกระด้าง แต่ตำอิดมามันบ่ได้เป็นจั่งซั้น | ພຣະອົງຊົງຕອບເຂົາວ່າ, “ທີ່ໂມເຊໄດ້ອະນຸຍາດໃຫ້ພວກທ່ານປະເມຍຂອງຕົນໄດ້ ກໍເພາະໃຈຂອງພວກທ່ານແຂງກະດ້າງ ແຕ່ເມື່ອເດີມບໍ່ເປັນຢ່າງນັ້ນ. | ພຣະເຢຊູໂຕ້ຕອບເຂົາວ່າ “ໂມເຊໄດ້ຍອມໃຫ້ພວກເຈົ້າປະກັນເມຍຂອງໂຕ ຍ້ອນເຫດວ່າຈິດໃຈຂອງພວກເຈົ້າແຂງກະດ້າງ ແຕ່ທຳອິດມາມັນບໍ່ໄດ້ເປັນຈັ່ງຊັ້ນ | Jesus replied, “It was because of your hardness of heart that Moses permitted you to divorce your wives; but it was not this way from the beginning. |
9 | แล้วเฮาบอกพวกเจ้าว่า ผู้ใดหย่าเมียของโต (เว้นแต่เมียเป็นซู้) แล้วไปเอาเมียใหม่กะผิดประเวณี กับว่าซายผู้ใดที่ฮับเอาเมียเดิมที่ถืกหย่าแล้วฮั้น มาเป็นเมียของโต มันกะผิดประเวณีคือกัน" | ຝ່າຍເຮົາບອກພວກທ່ານວ່າ ຜູ້ໃດຈະປະເມຍຂອງຕົນໂດຍເມຍບໍ່ເປັນຊູ້ກັບຊາຍອື່ນແລ້ວໄປເອົາເມຍໃໝ່ ຜູ້ນັ້ນມີຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່ຮ້າງນັ້ນມາເປັນເມຍ ກໍຜິດໃນຖານຫລິ້ນຊູ້ເໝືອນກັນ.” | ແລ້ວເຮົາບອກພວກເຈົ້າວ່າ ຜູ້ໃດປະກັນເມຍຂອງໂຕ (ເວັ້ນແຕ່ເມຍເປັນຊູ້) ແລ້ວໄປເອົາເມຍໃໝ່ກໍຜິດປະເວນີ ກັບວ່າຜູ້ຊາຍຜູ້ໃດທີ່ຮັບເອົາເມຍເດີມທີ່ຖືກປະກັນແລ້ວນັ້ນ ມາເປັນເມຍຂອງໂຕ ມັນກໍຜິດປະເວນີຄືກັນ” | Now I tell you that whoever divorces his wife, except for sexual immorality, and marries another woman, commits adultery.” |
10 | บัดนี้ พวกลูกศิษย์ของพระเยซูจั่งบอกเพิ่นว่า "คั่นเป็นจั่งซั้น เถิงเรื่องซายกับเมียของเขา บ่เอาเมียกะสิดีกว่าเนาะ" | ພວກສາວົກຈິ່ງທູນພຣະອົງວ່າ, “ຖ້າລັກສະນະຜົວເມຍເປັນຢ່າງນັ້ນ ການເອົາຜົວເມຍກໍບໍ່ເປັນປະໂຫຍດ.” | ບັດນີ້ ພວກລູກສິດຂອງພຣະເຢຊູຈັ່ງບອກເພິ່ນວ່າ “ຄັ່ນເປັນຈັ່ງຊັ້ນ ເຖິງເລື່ອງຜູ້ຊາຍກັບເມຍຂອງເຂົາ ບໍ່ເອົາເມຍກໍຊິດີກວ່າເນາະ” | His disciples said to Him, “If this is the case between a man and his wife, it is better not to marry.” |
11 | แต่เพิ่นตอบเขาว่า "บ่แม่นคู่คนที่สามารถฮับตามถ้อยคำเรื่องการเป็นโสดนี้ได้ มีแต่ผู้ที่พระเจ้าโปรดให้ความสามารถกะสิฮับได้ | ພຣະອົງຊົງຕອບເຂົາວ່າ, “ບໍ່ແມ່ນໝົດທຸກຄົນທີ່ຈະຮັບປະຕິບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ. | ແຕ່ເພິ່ນຕອບເຂົາວ່າ “ບໍ່ແມ່ນຄູ່ຄົນທີ່ສາມາດຮັບຕາມຖ້ອຍຄຳເລື່ອງການເປັນໂສດນີ້ໄດ້ ມີແຕ່ຜູ້ທີ່ພຣະເຈົ້າໂຜດໃຫ້ຄວາມສາມາດກໍຊິຮັບໄດ້ | “Not everyone can accept this word,” He replied, “but only those to whom it has been given. |
12 | คือมีผู้ลางคนเป็นขันทีเกิดมาแต่ท้องแม่ กับผู้ลางคนที่ถืกคนอื่นเฮ็ดเขาให้เป็นขันทีกะมี แล้วกะมีผู้ลางคนที่บ่แต่ง ซึ่งยกเว้นไว้ย้อนเห็นแก่แผ่นดินสวรรค์ของพระเจ้า ใผที่สามารถฮับเอาการยกเว้นแนวนี้ได้ กะให้เขาฮับเอาซะ" | ດ້ວຍຜູ້ທີ່ເປັນຕອນແຕ່ກຳເນີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນຕອນກໍມີ ຜູ້ທີ່ເຮັດໃຫ້ຕົນເອງເປັນຕອນເພາະເຫັນແກ່ລາຊະອານາຈັກກໍມີ ໃຜຮັບປະຕິບັດໄດ້ກໍໃຫ້ຮັບເອົາ.” | ຄືມີຜູ້ລາງຄົນເປັນບັນເດາະເກີດມາແຕ່ທ້ອງແມ່ ກັບຜູ້ລາງຄົນທີ່ຖືກຄົນອື່ນເຮັດເຂົາໃຫ້ເປັນບັນເດາະກໍມີ ແລ້ວກໍມີຜູ້ລາງຄົນທີ່ບໍ່ແຕ່ງ ຊຶ່ງຍົກເວັ້ນໄວ້ຍ້ອນເຫັນແກ່ລາຊະອານາຈັກສະຫວັນຂອງພຣະເຈົ້າ ໃຜທີ່ສາມາດຮັບເອົາການຍົກເວັ້ນແນວນີ້ໄດ້ ກໍໃຫ້ເຂົາຮັບເອົາຊະ” | For there are eunuchs who were born that way; others were made that way by men; and still others live like eunuchs for the sake of the kingdom of heaven. The one who can accept this should accept it.” |
| | ຊົງອວຍພອນເດັກນ້ອຍ | | |
| | (ມຣກ. 10:13-16; ລກ. 18:15-17) | | |
13 | ยามฮั้น มีการพาเด็กน้อยมาหาพระเยซู เพื่อสิให้เพิ่นวางมืออธิษฐานเว้านำพระเจ้าเพื่อเขา แต่พวกลูกศิษย์กะเลยเว้าให้เขา | ຂະນະນັ້ນເຂົາໄດ້ພາພວກເດັກນ້ອຍມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງວາງພຣະຫັດແລະອ້ອນວອນເພື່ອເຂົາ ແຕ່ພວກສາວົກໄດ້ຫ້າມປາມໄວ້. | ຍາມນັ້ນ ມີການພາເດັກນ້ອຍມາຫາພຣະເຢຊູ ເພື່ອຊິໃຫ້ເພິ່ນວາງມືອະທິຖານເວົ້ານຳພຣະເຈົ້າເພື່ອເຂົາ ແຕ່ພວກລູກສິດກໍເລີຍເວົ້າໃຫ້ເຂົາ | Then the little children were brought to Jesus for Him to place His hands on them and pray for them. And the disciples rebuked those who brought them. |
| | ພາສາເດີມອາດຈະໝາຍຄວາມວ່າ “ເປັນກຳມະສິດຂອງ” ຫລືວ່າ “ເປັນທີ່ປະກອບດ້ວຍ” | | |
14 | แต่พระเยซูบอกว่า "ปล่อยให้๏เด็กน้อยเข้ามาหาเฮาโลดเด้อ อย่าห้ามเขาไว้เลยเด้อ ย้อนว่าแผ่นดินสวรรค์๏เป็นของคนอย่างเด็กน้อยพวกนี้อยู่แล้ว" | ຝ່າຍພຣະເຢຊູຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າລາຊະແຜ່ນດິນເປັນຂອງ ຄົນທີ່ເໝືອນເດັກນ້ອຍເຫລົ່ານີ້ແຫລະ.” | ແຕ່ພຣະເຢຊູບອກວ່າ “ປ່ອຍໃຫ້ເດັກນ້ອຍເຂົ້າມາຫາເຮົາໂລດເດີ້ ຢ່າຫ້າມເຂົາໄວ້ເລີຍເດີ້ ຍ້ອນວ່າລາຊະອານາຈັກສະຫວັນເປັນຂອງຄົນຢ່າງເດັກນ້ອຍພວກນີ້ຢູ່ແລ້ວ” | But Jesus said, “Let the little children come to Me, and do not hinder them! For the kingdom of heaven belongs to such as these.” |
15 | เว้าแล้วเพิ่นได้วางมือของเพิ่นเทิงเด็กน้อยพวกฮั้น แล้วกะออกจากหม่องฮั้นไป | ເມື່ອພຣະອົງຊົງວາງພຣະຫັດໃສ່ພວກເດັກນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ. | ເວົ້າແລ້ວເພິ່ນໄດ້ວາງມືຂອງເພິ່ນເທິງເດັກນ້ອຍພວກນັ້ນ ແລ້ວກໍອອກຈາກໝ້ອງນັ້ນໄປ | And after He had placed His hands on them, He went on from there. |
| | ເລື່ອງເສດຖີໜຸ່ມ | | |
| | (ມຣກ. 10:17-31; ລກ. 18:18-30) | | |
16 | แล้วนี่แน่ะ มีซายคนหนึ่งมาเว้ากับพระเยซูว่า "อาจารย์ผู้ดีเอ้ย ผู้ข้าสิต้องเฮ็ดแนวดีอีหยังจั่งสิได้ซีวิตนิรันดร์" | ແລະເບິ່ງແມ, ມີຄົນໜຶ່ງເຂົ້າມາທູນພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດດີປະການໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ.” | ແລ້ວນີ້ແຫລະ ມີຜູ້ຊາຍຄົນໜຶ່ງມາເວົ້າກັບພຣະເຢຊູວ່າ “ອາຈານຜູ້ດີເອີຍ ຜູ້ຂ້າຊິຕ້ອງເຮັດແນວດີອີຫຍັງຈັ່ງຊິໄດ້ຊີວິດອັນຕະຫລອດໄປເປັນນິດ” | Just then, a man came up to Jesus and inquired, “Teacher, what good thing must I do to obtain eternal life?” |
17 | พระเยซูตอบเขาว่า "เจ้าเอิ้นเฮาว่าเป็นผู้ดีย้อนหยัง บ่มีใผเป็นผู้ดีอีหลีนอกจากพระเจ้าแต่ผู้เดียวเพิ่นท่อฮั้น แต่คั่นเจ้าอยากสิเข้าสู่ซีวิตนิรันดร์ กะให้ฮักษากฎบัญญัติไว้เด้อ" | ພຣະອົງຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້ດີມີແຕ່ຜູ້ດຽວ ຖ້າທ່ານປາດຖະໜາຈະເຂົ້າໃນຊີວິດ ໃຫ້ຖືຮັກສາຂໍ້ບັນຍັດທັງຫລາຍໄວ້.” | ພຣະເຢຊູຕອບເຂົາວ່າ “ເຈົ້າເອີ້ນເຮົາວ່າເປັນຜູ້ດີຍ້ອນຫຍັງ ບໍ່ມີໃຜເປັນຜູ້ດີອີ່ຫລີນອກຈາກພຣະເຈົ້າແຕ່ຜູ້ດຽວເພິ່ນເທົານັ້ນ ແຕ່ຄັ່ນເຈົ້າຢາກຊິເຂົ້າສູ່ຊີວິດອັນຕະຫລອດໄປເປັນນິດ ກໍໃຫ້ຮັກສາກົດບັນຍັດໄວ້ເດີ້” | “Why do you ask Me about what is good?” Jesus replied, “There is only One who is good. If you want to enter life, keep the commandments.” |
18 | ซายคนฮั้นถามพระเยซูว่า "กฎบัญญัติข้อใดแหน่" พระเยซูตอบว่า "อย่าฆ่าคน อย่าเล่นซู้ล่วงประเวณี อย่าลักทรัพย์ของเพิ่น อย่าเป็นพยานเท็จตัวะเขา | ຜູ້ນັ້ນທູນຖາມວ່າ, “ພຣະບັນຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ‘ຢ່າຂ້າຄົນ, ຢ່າມິດສາຈານຈາກຜົວຈາກເມຍ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ. | ຜູ້ຊາຍຄົນນັ້ນຖາມພຣະເຢຊູວ່າ “ກົດບັນຍັດຂໍ້ໃດແໜ່” ພຣະເຢຊູຕອບວ່າ “ຢ່າຂ້າຄົນ ຢ່າຫລິ້ນຊູ້ ຢ່າລັກຊັບຂອງເພິ່ນ ຢ່າເປັນພະຍານບໍ່ຈິງ | “Which ones?” the man asked. Jesus answered, “‘Do not murder, do not commit adultery, do not steal, do not bear false witness, |
19 | ให้เกียรติพ่อแม่ของโต กับให้ฮักแพงเพื่อนบ้านคือจั่งฮักโตเอง" | ຈົ່ງນັບຖືບິດາມານດາຂອງຕົນ ແລະຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ’.” | ໃຫ້ກຽດພໍ່ແມ່ຂອງໂຕ ກັບໃຫ້ຮັກແພງເພື່ອນບ້ານຄືກັນກັບຮັກໂຕເອງ” | honor your father and mother, and love your neighbor as yourself.’” |
20 | คนหนุ่มฮั้นเลยบอกพระเยซูว่า "ข้อแนวหมู่นี้ผู้ข้าได้ถือฮักษาไว้คู่แนวตั้งแต่เป็นเด็กมาอยู่แล้ว ผู้ข้ายังขาดอีหยังบ้อ" | ຄົນໜຸ່ມນັ້ນທູນຖາມພຣະອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້ານ້ອຍໄດ້ຖືຮັກສາມາແລ້ວ ຂ້ານ້ອຍຍັງຂາດສິ່ງໃດອີກ.” | ຄົນໜຸ່ມນັ້ນເລີຍບອກພຣະເຢຊູວ່າ “ຂໍ້ແນວໝູ່ນີ້ຜູ້ຂ້າໄດ້ຖືຮັກສາໄວ້ຄູ່ແນວຕັ້ງແຕ່ເປັນເດັກມາຢູ່ແລ້ວ ຜູ້ຂ້າຍັງຂາດອີຫຍັງບໍ້” | “All these I have kept,” said the young man. “What do I still lack?” |
21 | พระเยซูจั่งบอกเขาว่า "คั่นเจ้าอยากเป็นผู้ดีครบถ้วน กะให้ไปขายพวกทรัพย์สิ่งของๆ เจ้าเด้อ แล้วแจกจ่ายให้คนยากจนซะ จั่งสิมีทรัพย์สมบัติในสวรรค์ แล้วให้ตามเฮามาเด้อ" | ພຣະເຢຊູຊົງຕອບວ່າ, “ຖ້າທ່ານປາດຖະໜາຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ ແຈກທານແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສະຫວັນແລະຈົ່ງຕາມເຮົາມາເສຍ.” | ພຣະເຢຊູຈັ່ງບອກເຂົາວ່າ “ຄັ່ນເຈົ້າຢາກເປັນຜູ້ດີຄົບຖ້ວນ ກໍໃຫ້ໄປຂາຍພວກຊັບສິ່ງຂອງໆ ເຈົ້າເດີ້ ແລ້ວແຈກຈ່າຍໃຫ້ຄົນຍາກຈົນຊະ ຈັ່ງຊິມີຊັບສົມບັດໃນສະຫວັນ ແລ້ວໃຫ້ຕາມເຮົາມາເດີ້” | Jesus told him, “If you want to be perfect, go, sell your possessions and give to the poor, and you will have treasure in heaven. Then come, follow Me.” |
22 | บัดคนหนุ่มได้ยินถ้อยคำฮั้น เขากะออกไปอย่างทุกข์ใจหลาย ย้อนเขามีทรัพย์สมบัติหลายขนาด | ເມື່ອຄົນໜຸ່ມໄດ້ຍິນດັ່ງນັ້ນກໍອອກໄປເປັນທຸກໜັກໃຈເພາະຕົນມີຊັບສິ່ງຂອງຈຳນວນຫລາຍ. | ບັດຄົນໜຸ່ມໄດ້ຍິນຖ້ອຍຄຳນັ້ນ ເຂົາກໍອອກໄປຢ່າງທຸກໃຈຫລາຍ ຍ້ອນເຂົາມີຊັບສົມບັດຫລາຍຂະໜາດ | When the young man heard this, he went away in sorrow, because he had great wealth. |
23 | บัดนี้ พระเยซูเว้ากับพวกลูกศิษย์ของเพิ่นว่า "เฮาสิบอกความจริงให้พวกเจ้าโลด ว่า คนมั่งมีสิเข้าในแผ่นดินสวรรค์กะสิเป็นการยาก | ພຣະເຢຊູຊົງກ່າວກັບພວກສາວົກຂອງຕົນວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນຮັ່ງມີຈະເຂົ້າໄປໃນລາຊະແຜ່ນດິນສະຫວັນກໍຍາກ. | ບັດນີ້ ພຣະເຢຊູເວົ້າກັບພວກລູກສິດຂອງເພິ່ນວ່າ “ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ຄົນຮັ່ງມີຊິເຂົ້າໃນລາຊະອານາຈັກສະຫວັນກໍຊິເປັນການຍາກ | Then Jesus said to His disciples, “Truly I tell you, it is hard for a rich man to enter the kingdom of heaven. |
24 | แล้วเฮาสิบอกพวกเจ้าอีกว่า โตอูฐสิลอดฮูเข็มกะง่ายกว่าคนมั่งมีสิเข้าในแผ่นดินของพระเจ้าได้" | ເຮົາບອກພວກທ່ານອີກວ່າ ໂຕໂອດໂອຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ.” | ແລ້ວເຮົາຊິບອກພວກເຈົ້າອີກວ່າ ໂຕອູດຊິລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຊິເຂົ້າໃນລາຊະອານາຈັກຂອງພຣະເຈົ້າໄດ້” | Again I tell you, it is easier for a camel to pass through the eye of a needle than for a rich man to enter the kingdom of God.” |
25 | บัดพวกลูกศิษย์ของเพิ่น พอได้ยินแล้ว๏กะแปลกใจเป็นตางึดหลาย จั่งเว้าว่า "คั่นจั่งซั้นใผสิรอดพ้นได้" | ເມື່ອພວກສາວົກໄດ້ຍິນດັ່ງນັ້ນກໍປະຫລາດໃຈຫລາຍ ຈິ່ງເວົ້າວ່າ, “ຖ້າຢ່າງນັ້ນໃຜຈະພົ້ນໄດ້.” | ບັດພວກລູກສິດຂອງເພິ່ນ ພໍໄດ້ຍິນແລ້ວກໍແປກໃຈເປັນຕາງຶດຫລາຍ ຈັ່ງເວົ້າວ່າ “ຄັ່ນຈັ່ງຊັ້ນໃຜຊິລອດພົ້ນໄດ້” | When the disciples heard this they were greatly astonished and asked, “Who then can be saved?” |
26 | แต่พระเยซูเหลียวเบิ่งพวกลูกศิษย์ จั่งเว้ากับเขาว่า "สำหรับคน มันกะเป็นไปบ่ได้เลย แต่สำหรับพระเจ้า เมิ้ดคู่แนวกะเป็นไปได้โลด" | ພຣະເຢຊູທອດພຣະເນດພວກສາວົກແລ້ວຊົງກ່າວວ່າ, “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.” | ແຕ່ພຣະເຢຊູຫລຽວເບິ່ງພວກລູກສິດ ຈັ່ງເວົ້າກັບເຂົາວ່າ “ສຳລັບຄົນ ມັນກໍເປັນໄປບໍ່ໄດ້ເລີຍ ແຕ່ສຳລັບພຣະເຈົ້າ ໝົດຄູ່ແນວກໍເປັນໄປໄດ້ໂລດ” | But Jesus looked at them and said, “With man this is impossible, but with God all things are possible.” |
27 | แล้วเปโตรได้เว้าขึ้นมาว่า "นี่แน่ะ พวกผู้ข้าได้สละเมิ้ดคู่แนว แล้วได้ติดตามมาแล้ว (ต่างกับซายหนุ่มผู้ฮั้น) พวกผู้ข้าสิได้อีหยังตอบแทนแหน่" | ແລ້ວເປໂຕທູນຕອບວ່າ, “ເບິ່ງແມ, ຂ້ານ້ອຍທັງຫລາຍໄດ້ສະຫລະໝົດທຸກສິ່ງແລ້ວ ແລະໄດ້ຕິດຕາມທ່ານມາ ພວກຂ້ານ້ອຍຈະໄດ້ຫຍັງແດ່?”. | ແລ້ວເປໂຕໄດ້ເວົ້າຂຶ້ນມາວ່າ “ນີ້ແຫລະ ພວກຜູ້ຂ້າໄດ້ສະລະໝົດຄູ່ແນວ ແລ້ວໄດ້ຕິດຕາມມາແລ້ວ (ຕ່າງກັບຜູ້ຊາຍໜຸ່ມຜູ້ນັ້ນ) ພວກຜູ້ຂ້າຊິໄດ້ອີຫຍັງຕອບແທນແໜ່” | “Look,” Peter replied, “we have left everything to follow You. What then will there be for us?” |
28 | พระเยซูเลยเว้ากับเขาว่า "เฮาสิบอกความจริงให้พวกเจ้าโลด คือพวกเจ้าผู้ที่ติดตามเฮามาหนิ ในยุคที่สิมาบัดเฮาผู้เป็นบุตรมนุษย์ สินั่งบัลลังก์ของเฮา ที่ประกอบด้วยพระสิริอันรุ่งเรืองฮั้น ฝ่ายพวกเจ้ากะสินั่งบัลลังก์สิบสองบัลลังก์ กับสิพิพากษาซนซาติอิสราเอลสิบสองตระกูลฮั้นเลย | ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນໂລກໃໝ່ ຄາວເມື່ອບຸດມະນຸດຈະນັ່ງເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານທີ່ຕິດຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນ ພິພາກສາພວກອິສຣາເອນ ສິບສອງຕະກຸນເໝືອນກັນ. | ພຣະເຢຊູເລີຍເວົ້າກັບເຂົາວ່າ “ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ຄືພວກເຈົ້າຜູ້ທີ່ຕິດຕາມເຮົາມານີ້ ໃນຍຸກທີ່ຊິມາບັດເຮົາຜູ້ເປັນບຸດມະນຸດ ຊິນັ່ງບັນລັງຂອງເຮົາ ທີ່ປະກອບດ້ວຍສະຫງ່າລາສີອັນຮຸ່ງເຮືອງນັ້ນ ຝ່າຍພວກເຈົ້າກໍຊິນັ່ງບັນລັງສິບສອງບັນລັງ ກັບຊິພິພາກສາຊົນຊາດອິດສະຣາເອນສິບສອງຕະກູນນັ້ນເລີຍ | Jesus said to them, “Truly I tell you, in the renewal of all things, when the Son of Man sits on His glorious throne, you who have followed Me will also sit on twelve thrones, judging the twelve tribes of Israel. |
29 | แล้วคู่คนที่สละเฮือน พี่น้องซายญิง พ่อแม่ เมีย ลูก ที่ดิน ย้อนเห็นแก่นามของเฮา ผู้ฮั้นสิได้ผลตอบแทนร้อยเท่า กับสิได้ซีวิตนิรันดร์เป็นมรดกนำ | ຜູ້ໃດສະຫລະເຮືອນ, ຫລືອ້າຍເອື້ອຍນ້ອງ, ຫລືບິດາມານດາ, ຫລືລູກ ຫລືໄຮ່ນາເພາະເຫັນແກ່ນາມຂອງເຮົາ ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍລະດົກຄືຊີວິດອັນຕະຫລອດໄປເປັນນິດ. | ແລ້ວຄູ່ຄົນທີ່ສະລະເຮືອນ ພີ່ນ້ອງຊາຍຍິງ ພໍ່ແມ່ ເມຍ ລູກ ທີ່ດິນ ຍ້ອນເຫັນແກ່ນາມຂອງເຮົາ ຜູ້ນັ້ນຊິໄດ້ຜົນຕອບແທນຮ້ອຍເທົ່າ ກັບຊິໄດ້ຊີວິດອັນຕະຫລອດໄປເປັນນິດເປັນມໍລະດົກນຳ | And everyone who has left houses or brothers or sisters or father or mother or wife or children or fields for the sake of My name will receive a hundredfold and will inherit eternal life. |
30 | แต่มีหลายคนที่มีอันดับสูงกะสิกลายเป็นอันดับต่ำ แล้วผู้ที่มีอันดับต่ำกะสิกลายเป็นอันดับสูง" | ແຕ່ມີຫລາຍຄົນທີ່ເປັນຕົ້ນຈະກັບເປັນປາຍ ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ.” | ແຕ່ມີຫລາຍຄົນທີ່ມີອັນດັບສູງກໍຊິກາຍເປັນອັນດັບຕ່ຳ ແລ້ວຜູ້ທີ່ມີອັນດັບຕ່ຳກໍຊິກາຍເປັນອັນດັບສູງ” | But many who are first will be last, and the last will be first. |