| | ບົດທີ 18 | ມັດທາຍ ບົດທີ 18 | Matthew 18 |
| | ໃຜເປັນໃຫຍ່ໃນສະຫວັນ | | |
| | (ມຣກ. 9:33-37; ລກ. 9:46-48) | | |
1 | ในยามฮั้นพอดี พวกลูกศิษย์มาหาพระเยซูเว้าว่า "ซ่อยบอกแหน่ แม่นใผสิเป็นใหญ่ในแผ่นดินสวรรค์ฮั้น" | ໃນເວລານັ້ນພວກສາວົກມາຫາພຣະເຢຊູທູນວ່າ, “ໃຜເປັນໃຫຍ່ໃນລາຊະອານາຈັກສະຫວັນ?”. | ໃນຍາມນັ້ນພໍດີ ພວກລູກສິດມາຫາພຣະເຢຊູເວົ້າວ່າ “ຊ່ອຍບອກແໜ່ ແມ່ນໃຜຊິເປັນໃຫຍ່ໃນລາຊະອານາຈັກສະຫວັນນັ້ນ” | At that time the disciples came to Jesus and asked, “Who then is the greatest in the kingdom of heaven?” |
2 | แล้วพระเยซูได้เอิ้นเด็กน้อยมาคนหนึ่ง ให้ไปยืนอยู่ในหมู่พวกลูกศิษย์ | ພຣະເຢຊູຊົງເອີ້ນເອົາເດັກນ້ອຍຄົນໜຶ່ງມາໃຫ້ຢືນຖ້າມກາງເຂົາ. | ແລ້ວພຣະເຢຊູໄດ້ເອີ້ນເດັກນ້ອຍມາຄົນໜຶ່ງ ໃຫ້ໄປຢືນຢູ່ໃນໝູ່ພວກລູກສິດ | Jesus invited a little child to stand among them. |
3 | แล้วเว้าว่า "เฮาสิบอกความจริงให้พวกเจ้าโลด ว่า นอกจากพวกเจ้าเปลี่ยนใจใหม่ ถ่อมโตลงคือปานเด็กน้อยหนิ เจ้าสิเข้าในแผ่นดินสวรรค์บ่ได้เลย | ແລ້ວຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈແລະກາຍເປັນເໝືອນເດັກນ້ອຍ ທ່ານຈະເຂົ້າໃນລາຊະແຜ່ນດິນສະຫວັນບໍ່ໄດ້ຈັກເທື່ອ. | ແລ້ວເວົ້າວ່າ “ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ນອກຈາກພວກເຈົ້າປ່ຽນໃຈໃໝ່ ຖ່ອມໂຕລົງຄືເດັກນ້ອຍນີ້ ເຈົ້າຊິເຂົ້າໃນລາຊະອານາຈັກສະຫວັນບໍ່ໄດ້ເລີຍ | “Truly I tell you,” He said, “unless you change and become like little children, you will never enter the kingdom of heaven. |
4 | คือ ผู้ใดกะตามที่ถ่อมใจลงคือเด็กน้อยคนนี้ ผู้ฮั้นสิเป็นใหญ่ในแผ่นดินสวรรค์ | ເຫດສັນນັ້ນຖ້າຜູ້ໃດຖ່ອມຕົວລົງເໝືອນເດັກນ້ອຍຜູ້ນີ້ ຜູ້ນັ້ນແຫລະ, ເປັນໃຫຍ່ໃນລາຊະອານາຈັກສະຫວັນ. | ຄື ຜູ້ໃດກໍຕາມທີ່ຖ່ອມໃຈລົງຄືເດັກນ້ອຍຄົນນີ້ ຜູ້ນັ້ນຊິເປັນໃຫຍ່ໃນລາຊະອານາຈັກສະຫວັນ | Therefore, whoever humbles himself like this little child is the greatest in the kingdom of heaven. |
5 | แล้วผู้ใดสิต้อนฮับเด็กน้อยคนหนึ่งคือเด็กผู้นี้ในนามของเฮา ผู้ฮั้นกะท่อกับต้อนฮับเฮา | ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ. | ແລ້ວຜູ້ໃດຊິຕ້ອນຮັບເດັກນ້ອຍຄົນໜຶ່ງຄືເດັກຜູ້ນີ້ໃນນາມຂອງເຮົາ ຜູ້ນັ້ນກໍທໍ່ກັບຕ້ອນຮັບເຮົາ | And whoever welcomes a little child like this in My name welcomes Me. |
| | ເຫດໃຫ້ຫລົງຜິດ | | |
| | (ມຣກ. 9:42-48; ລກ. 17:1-6) | | |
6 | แต่ผู้ใดที่เป็นอุปสรรคให้ผู้เล็กน้อยคนหนึ่งให้หลงผิดไปในพวกนี้ที่เซื่อในเฮา คั่นสิเอาหินโม่ก้อนใหญ่ผูกคอผู้ฮั้น แล้วถ่วงลงในทะเลหม่องลึกๆ กะสิดีกว่า | “ຖ້າຜູ້ໃດເຮັດໃຫ້ຄົນໜຶ່ງໃນໝູ່ເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຫລົງຜິດ ຖ້າເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນຈົມລົງນ້ຳທະເລເລິກເສຍກໍດີກວ່າ. | ແຕ່ຜູ້ໃດທີ່ເປັນອຸປະສັກໃຫ້ຜູ້ນ້ອຍໆຄົນໜຶ່ງໃຫ້ຫລົງຜິດໄປໃນພວກນີ້ທີ່ເຊື່ອໃນເຮົາ ຄັ່ນຊິເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລ້ວຖ່ວງລົງໃນທະເລໝ້ອງເລິກໆ ກໍຊິດີກວ່າ | But if anyone causes one of these little ones who believe in Me to stumble, it would be better for him to have a large millstone hung around his neck and to be drowned in the depths of the sea. |
7 | ระวังพินาศเด้อ คนโลกนี้ ย้อนการก่อเหตุให้คนสะดุดหลงผิด คือจำเป็นที่สิต้องมีการสะดุดให้หลงผิดอยู่แล้ว แต่ระวังพินาศเด้อ ผู้ที่ก่อเหตุฮั้น | ວິບັດແກ່ໂລກນີ້ເພາະເຫດທີ່ໃຫ້ເກີດການຫລົງຜິດ ເພາະວ່າຈຳເປັນຕ້ອງມີເຫດໃຫ້ຫລົງຜິດ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ. | ລະວັງພິນາດເດີ້ ຄົນໂລກນີ້ ຍ້ອນການກໍ່ເຫດໃຫ້ຄົນສະດຸດຫລົງຜິດ ຄືຈຳເປັນທີ່ຊິຕ້ອງມີການສະດຸດໃຫ້ຫລົງຜິດຢູ່ແລ້ວ ແຕ່ລະວັງພິນາດເດີ້ ຜູ້ທີ່ກໍ່ເຫດນັ້ນ | Woe to the world for the causes of sin. These stumbling blocks must come, but woe to the man through whom they come! |
8 | คือจั่งว่า คั่นมือหรือตีนของเจ้าเป็นอุปสรรคให้เจ้าหลงผิด ให้ตัดออกโยนถิ้มซะเด้อ คือซึ่งเจ้าสิใซ้ซีวิตด้วยมือด้วนตีนด้วน กะสิดีกว่ามีครบสองมือสองตีน แล้วสิถืกถิ้มลงในบึงไฟซึ่งไหม้อยู่ตลอดกาลเป็นนิตย์ | ຖ້າມືຫລືຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສຍ ທີ່ຈະເຂົ້າໃນຊີວິດດ້ວຍມືແລະຕີນກຸດຫລືພິການ ຍັງດີກວ່າມີມືແລະຕີນສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟທີ່ໄໝ້ຢູ່ເປັນນິດ. | ຄືກັນກັບວ່າ ຄັ່ນມືຫລືຕີນຂອງເຈົ້າເປັນອຸປະສັກໃຫ້ເຈົ້າຫລົງຜິດ ໃຫ້ຕັດອອກໂຍນຖິ້ມຊະເດີ້ ຄືຊຶ່ງເຈົ້າຊິໃຊ້ຊີວິດດ້ວຍມືດ້ວນຕີນດ້ວນ ກໍຊິດີກວ່າມີຄົບສອງມືສອງຕີນ ແລ້ວຊິຖືກຖິ້ມລົງໃນບຶງໄຟຊຶ່ງໄໝ້ຢູ່ຕະຫລອດການເປັນນິດ | If your hand or your foot causes you to sin, cut it off and throw it away. It is better for you to enter life crippled or lame than to have two hands and two feet and be thrown into the eternal fire. |
9 | แล้ว คั่นว่าตาของเจ้าเป็นอุปสรรคให้เจ้าหลงผิด กะให้ควักออกโยนมันถิ้มซะเด้อ คือซึ่งเจ้าสิใซ้ซีวิตด้วยตาข้างเดียว๏กะยังดีกว่ามีตาครบทั้งสอง แล้วสิถืกถิ้มลงในบึงไฟซึ่งไหม้อยู่ตลอดกาลเป็นนิตย์ | ຖ້າຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັດອອກຖິ້ມເສຍ ທີ່ຈະເຂົ້າໃນຊີວິດດ້ວຍຕາເບື້ອງດຽວ ຍັງດີກວ່າມີຕາສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟນະລົກ.” | ແລ້ວ ຄັ່ນວ່າຕາຂອງເຈົ້າເປັນອຸປະສັກໃຫ້ເຈົ້າຫລົງຜິດ ກໍໃຫ້ຄວັກອອກໂຍນມັນຖິ້ມຊະເດີ້ ຄືຊຶ່ງເຈົ້າຊິໃຊ້ຊີວິດດ້ວຍຕາຂ້າງດຽວກໍຍັງດີກວ່າມີຕາຄົບທັງສອງ ແລ້ວຊິຖືກຖິ້ມລົງໃນບຶງໄຟຊຶ່ງໄໝ້ຢູ່ຕະຫລອດການເປັນນິດ | And if your eye causes you to sin, gouge it out and throw it away. It is better for you to enter life with one eye than to have two eyes and be thrown into the fire of hell. |
| | ແກະທີ່ເສຍ | | |
| | (ມຣກ. 14:3-7) | | |
10 | ให้ระวังให้ดีเด้อ อย่าดูถูกดูหมิ่นผู้เล็กน้อยในพวกนี้แม้นแต่ผู้เดียว คือเฮาสิบอกพวกเจ้าว่า เทวทูตประจำโตของผู้เล็กน้อยอยู่เทิงสวรรค์ฮั้น ได้เห็นหน้าของพระเจ้าอยู่เสมอ ผู้เพิ่นซึ่งเป็นพ่อของเฮาอยู่ในสวรรค์ | “ຈົ່ງລະວັງໃຫ້ດີ ຢ່າຄຶດດູໝິ່ນເດັກນ້ອຍໝູ່ນີ້ຈັກຄົນໜຶ່ງ ດ້ວຍເຮົາບອກພວກທ່ານວ່າ ເທວະດາປະຈຳຂອງເຂົາໃນສະຫວັນເຝົ້າຢູ່ສະເໝີ ຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. | ໃຫ້ລະວັງໃຫ້ດີເດີ້ ຢ່າດູຖູກດູໝິ່ນຜູ້ນ້ອຍໆໃນພວກນີ້ແມ່ນແຕ່ຜູ້ດຽວ ຄືເຮົາຊິບອກພວກເຈົ້າວ່າ ເທວະທູດປະຈຳໂຕຂອງຜູ້ນ້ອຍໆຢູ່ເທິງສະຫວັນນັ້ນ ໄດ້ເຫັນໜ້າຂອງພຣະເຈົ້າຢູ່ສະເໝີ ຜູ້ເພິ່ນຊຶ່ງເປັນພໍ່ຂອງເຮົາຢູ່ໃນສະຫວັນ | See that you do not look down on any of these little ones. For I tell you that their angels in heaven always see the face of my Father in heaven. |
11 | คือเฮาผู้เป็นบุตรมนุษย์ได้มาเพื่อซ่อยผู้ซึ่งหลงทางไปฮั้นให้รอดพ้น | ດ້ວຍວ່າບຸດມະນຸດໄດ້ມາໂຜດເອົາອັນທີ່ຫລົງເສຍໄປນັ້ນໃຫ້ພົ້ນ. | ຄືເຮົາຜູ້ເປັນບຸດມະນຸດໄດ້ມາເພື່ອຊ່ອຍຜູ້ຊຶ່ງຫລົງທາງໄປຫັ້ນໃຫ້ລອດພົ້ນ | |
12 | พวกเจ้าคึดเห็นจั่งใด คั่นผู้หนึ่งมีแกะอยู่ร้อยโต กับโตหนึ่งหลงทางจากฝูงเฮี่ยไป บ่แม่นผู้ฮั้นสิบ่ปะแกะเก้าสิบเก้าโตไว้บ้อ แล้วขึ้นไปเทิงภูเขาซอกหาโตที่เฮี่ยไปฮั้น | ພວກທ່ານຄຶດເຫັນຢ່າງໃດ ຖ້າຜູ້ໜຶ່ງມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງຫລົງເສຍໄປຈາກຝູງ ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວໄປຊອກຫາໂຕທີ່ຫລົງເສຍໄປນັ້ນຫລື. | ພວກເຈົ້າຄຶດເຫັນຈັ່ງໃດ ຄັ່ນຜູ້ໜຶ່ງມີແກະຢູ່ຮ້ອຍໂຕ ກັບໂຕໜຶ່ງຫລົງທາງຈາກຝູງເຮ່ຍໄປ ບໍ່ແມ່ນຜູ້ນັ້ນຊິບໍ່ປະແກະເກົ້າສິບເກົ້າໂຕໄວ້ບໍ້ ແລ້ວຂຶ້ນໄປເທິງພູເຂົາຊອກຫາໂຕທີ່ເຮ່ຍໄປຫັ້ນ | What do you think? If a man has a hundred sheep and one of them goes astray, will he not leave the ninety-nine on the hills and go out to search for the one that is lost? |
13 | เฮาสิบอกความจริงให้พวกเจ้าโลด ว่า คั่นเป็นว่าเขาได้พ้อ เขากะสิชื่นชมยินดีในแกะโตฮั้น หลายกว่าแกะเก้าสิบเก้าโตที่บ่ได้หลงเฮี่ยไป | ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພົບແກະໂຕທີ່ເສຍ ຜູ້ນັ້ນຄົງມີຄວາມຊົມຊື່ນຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສຍໄປ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ຄັ່ນເປັນວ່າເຂົາໄດ້ຮັບ ເຂົາກໍຊິຊື່ນຊົມຢິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫລົງເຮ່ຍໄປ | And if he finds it, truly I tell you, he rejoices more over that one sheep than over the ninety-nine that did not go astray. |
14 | ในทำนองเดียวกัน พระเจ้าผู้เป็นพ่อของเจ้า ผู้เพิ่นสถิตในสวรรค์ เพิ่นบ่อยากให้ผู้เล็กน้อยในพวกนี้พินาศไป แม้นแต่คนเดียวเลย | ດັ່ງນັ້ນແຫລະ, ພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະຫວັນ ຈິ່ງບໍ່ຊົງປາດຖະໜາໃຫ້ຜູ້ນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ.” | ໃນທຳນອງດຽວກັນ ພຣະເຈົ້າຜູ້ເປັນພໍ່ຂອງເຈົ້າ ຜູ້ເພິ່ນສະຖິດໃນສະຫວັນ ເພິ່ນບໍ່ຢາກໃຫ້ຜູ້ນ້ອຍໆໃນພວກນີ້ພິນາດໄປ ແມ່ນແຕ່ຄົນດຽວເລີຍ | In the same way, your Father in heaven is not willing that any of these little ones should perish. |
| | ພີ່ນ້ອງຜູ້ເຮັດຜິດຕໍ່ທ່ານ | | |
| | (ລກ. 17:3) | | |
15 | หลายกว่าฮั้นอีก คั่นพี่น้องผู้หนึ่งของเจ้าเฮ็ดผิดต่อเจ้า ให้ไปบอกเขาเถิงความผิดฮั่นสองต่อสองท่อฮั้น คั่นเขาฮับฟังเจ้า เจ้าสิได้พี่น้องคืนมา | “ຖ້າພີ່ນ້ອງຂອງທ່ານເຮັດຜິດບາບ [ຕໍ່ທ່ານ] ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເພິ່ນສອງຕໍ່ສອງເທົ່ານັ້ນ ຖ້າເພິ່ນຍອມຟັງ ທ່ານກໍໄດ້ພີ່ນ້ອງຄືນມາ. | ຫລາຍກວ່ານັ້ນອີກ ຄັ່ນພີ່ນ້ອງຜູ້ໜຶ່ງຂອງເຈົ້າເຮັດຜິດຕໍ່ເຈົ້າ ໃຫ້ໄປບອກເຂົາເຖິງຄວາມຜິດນັ້ນສອງຕໍ່ສອງເທົານັ້ນ ຄັ່ນເຂົາຮັບຟັງເຈົ້າ ເຈົ້າຊິໄດ້ພີ່ນ້ອງຄືນມາ | If your brother sins against you, go and confront him privately. If he listens to you, you have won your brother over. |
16 | แต่คั่นว่า เขาบ่ยอมฮับฟังเจ้า กะให้นำคนหนึ่งหรือสองคนไปนำ ให้เป็นพยานสองสามปาก เพื่อคู่คำสิเป็นหลักฐานได้ | ແຕ່ຖ້າເພິ່ນບໍ່ຍອມຟັງ ທ່ານຈົ່ງເອົາຄົນໜຶ່ງຫລືສອງຄົນໄປນຳໃຫ້ເປັນພະຍານສອງສາມປາກ ເພື່ອທຸກຄຳຈະຖືເປັນຫລັກຖານໄດ້. | ແຕ່ຄັ່ນວ່າ ເຂົາບໍ່ຍອມຮັບຟັງເຈົ້າ ກໍໃຫ້ນຳຄົນໜຶ່ງຫລືສອງຄົນໄປນຳ ໃຫ້ເປັນພະຍານສອງສາມປາກ ເພື່ອຄູ່ຄຳຊິເປັນຫຼັກຖານໄດ້ | But if he will not listen, take one or two others along, so that ‘every matter may be established by the testimony of two or three witnesses.’ |
17 | แล้วคั่นว่า เขายังบ่ยอมฟังคนพวกฮั้น ให้ไปแจ้งเรื่องความผิดฮั้นต่อหน้ากลุ่มผู้เซื่อ แต่คั่นว่าเขายังบ่ฟังกลุ่มผู้เซื่ออีกกะให้ถือว่า เขาคือปานคนต่างซาติที่บ่ฮู้จักพระเจ้ากับคนเก็บภาษี | ຖ້າເພິ່ນບໍ່ຍອມຟັງຄົນເຫລົ່ານັ້ນ ຈົ່ງໄປແຈ້ງຄວາມນັ້ນຕໍ່ຄຣິສຕະຈັກ ແລະຖ້າເພິ່ນບໍ່ຍອມຟັງຄຣິສຕະຈັກອີກ ກໍໃຫ້ຖືເສຍວ່າເພິ່ນເປັນເໝືອນຄົນນອກສາດສະໜາແລະຄົນເກັບພາສີ. | ແລ້ວຄັ່ນວ່າ ເຂົາຍັງບໍ່ຍອມຟັງຄົນພວກນັ້ນ ໃຫ້ໄປແຈ້ງເລື່ອງຄວາມຜິດນັ້ນຕໍ່ໜ້າກຸ່ມຜູ້ເຊື່ອ ແຕ່ຄັ່ນວ່າເຂົາຍັງບໍ່ຟັງກຸ່ມຜູ້ເຊື່ອອີກກໍໃຫ້ຖືວ່າ ເຂົາຄືຄົນຕ່າງຊາດທີ່ບໍ່ຮູ້ຈັກພຣະເຈົ້າກັບຄົນເກັບພາສີ | If he refuses to listen to them, tell it to the church. And if he refuses to listen even to the church, regard him as you would a pagan or a tax collector. |
| | ເງິນຫລຽນນີ້ພໍສອງທໍ່ກັບເງິນສ່ວຍປະຈຳປີທີ່ຊາຍທຸກຄົນຕ້ອງເສຍເປັນຄ່າບຳລຸງການນະມັດສະການໃນພຣະວິຫານ. | | |
| | ເບິ່ງ ມທ. 16:19 (ໝາຍເຫດ) | | |
18 | เฮาสิบอกความจริงให้พวกเจ้าโลด ว่า แนวใดซึ่งพวกเจ้าตกลงสิผูกมัดไว้ในโลกนี้ กะสิถืกผูกมัดไว้ในสวรรค์นำ กับแนวใดซึ่งเจ้าตกลงสิปลดปล่อยในโลกนี้ กะสิถืกปลดปล่อยในสวรรค์คือกัน | ເຮົາບອກພວກທ່ານຕາມຄວາມຈິງວ່າ ສິ່ງໃດໆ ທີ່ພວກທ່ານຈະຜູກມັດໄວ້ ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ ແລະສິ່ງໃດໆທີ່ພວກທ່ານຈະແກ້ ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສຍແລ້ວໃນສະຫວັນເໝືອນກັນ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ແນວໃດຊຶ່ງພວກເຈົ້າຕົກລົງຊິຜູກມັດໄວ້ໃນໂລກນີ້ ກໍຊິຖືກຜູກມັດໄວ້ໃນສະຫວັນນຳ ກັບແນວໃດຊຶ່ງເຈົ້າຕົກລົງຊິປົດປ່ອຍໃນໂລກນີ້ ກໍຊິຖືກປົດປ່ອຍໃນສະຫວັນຄືກັນ | Truly I tell you, whatever you bind on earth will be bound in heaven, and whatever you loose on earth will be loosed in heaven. |
19 | เฮาสิบอกพวกเจ้าซ้ำอีกว่า คั่นสิมีสองคนในพวกเจ้าสิฮ่วมใจตกลงกันข้อใดข้อหนึ่งในโลกนี้ แล้วขอตามแนวฮั้น พระเจ้าผู้เป็นพ่อของเฮาผู้เพิ่นสถิตในสวรรค์กะสิเฮ็ดให้เขาโลด | ເຮົາບອກແກ່ພວກທ່ານອີກວ່າ ຖ້າໃນພວກທ່ານທີ່ຢູ່ໃນໂລກສອງຄົນຈະຮ່ວມໃຈກັນຂໍສິ່ງໜຶ່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນກໍຈະຊົງກະທຳໃຫ້. | ເຮົາຊິບອກພວກເຈົ້າຊ້ຳອີກວ່າ ຄັ່ນຊິມີສອງຄົນໃນພວກເຈົ້າຊິຮ່ວມໃຈຕົກລົງກັນຂໍ້ໃດຂໍ້ໜຶ່ງໃນໂລກນີ້ ແລ້ວຂໍຕາມແນວນັ້ນ ພຣະເຈົ້າຜູ້ເປັນພໍ່ຂອງເຮົາຜູ້ເພິ່ນສະຖິດໃນສະຫວັນກໍຊິເຮັດໃຫ້ເຂົາໂລດ | Again, I tell you truly that if two of you on the earth agree about anything you ask for, it will be done for you by My Father in heaven. |
20 | คือว่า หม่องใดที่มีสองสามคนฮ่วมกันในนามของเฮา เฮาสิอยู่นำหมู่พวกเขาอยู่ฮั้น" | ດ້ວຍວ່າມີສອງຫລືສາມຄົນປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ຖ້າມກາງເຂົາຢູ່ບ່ອນນັ້ນແຫລະ.” | ຄືວ່າ ໝ້ອງໃດທີ່ມີສອງສາມຄົນຮ່ວມກັນໃນນາມຂອງເຮົາ ເຮົາຊິຢູ່ນຳໝູ່ພວກເຂົາຢູ່ຫັ້ນ” | For where two or three gather together in My name, there am I with them.” |
| | ຄຳອຸປະມາເລື່ອງການອະໄພໂທດໃຫ້ກັນແລະກັນ | | |
21 | ยามฮั้น เปโตรมาเว้ากับพระเยซูว่า "ท่านเจ้าข้า พี่น้องของผู้ข้าสิเฮ็ดผิดต่อผู้ข้าจักเทื่อ ผู้ข้าจั่งสิต้องยกความผิดให้เขา ฮอดเจ็ดเทื่อบ้อ" | ເມື່ອນັ້ນເປໂຕໄດ້ມາທູນຖາມພຣະອົງວ່າ, “ນາຍເອີຍ, ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍຫລາຍເທື່ອ ຂ້ານ້ອຍຕ້ອງຍົກຜິດໃຫ້ເພິ່ນເຖິງຈັກເທື່ອ ເຖິງເຈັດເທື່ອຫລື?”. | ຍາມນັ້ນ ເປໂຕມາເວົ້າກັບພຣະເຢຊູວ່າ “ທ່ານເຈົ້າຂ້າ ພີ່ນ້ອງຂອງຜູ້ຂ້າຊິເຮັດຜິດຕໍ່ຜູ້ຂ້າຈັກເທື່ອ ຜູ້ຂ້າຈັ່ງຊິຕ້ອງຍົກຄວາມຜິດໃຫ້ເຂົາ ຮອດເຈັດເທື່ອບໍ້” | Then Peter came to Jesus and asked, “Lord, how many times shall I forgive my brother who sins against me? Up to seven times?” |
22 | พระเยซูตอบเขาว่า "เฮาบ่ว่าเพียงเจ็ดเทื่อท่อฮั้น แต่ฮอดเจ็ดสิบคูณด้วยเจ็ดเทื่อ | ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ. | ພຣະເຢຊູຕອບເຂົາວ່າ “ເຮົາບໍ່ວ່າພຽງເຈັດເທື່ອເທົານັ້ນ ແຕ່ຮອດເຈັດສິບຄູນດ້ວຍເຈັດເທື່ອ | Jesus answered, “I tell you, not just seven times, but seventy-seven times! |
23 | จั่งซั้น แผ่นดินสวรรค์๏เปรียบคือนายผู้หนึ่ง อยากสิคึดบัญชีผู้ฮับใซ้ของเพิ่น | “ເຫດສັນນັ້ນລາຊະອານາຈັກສະຫວັນປຽບເໝືອນເຈົ້າກະສັດອົງໜຶ່ງ ຊົງປະສົງຢາກຄິດບັນຊີເງິນທີ່ພວກຂ້າໃຊ້ເປັນໜີ້. | ຈັ່ງຊັ້ນ ລາຊະອານາຈັກສະຫວັນປຽບຄືນາຍຜູ້ໜຶ່ງ ຢາກຊິຄຶດບັນຊີຜູ້ຮັບໃຊ້ຂອງເພິ່ນ | Because of this, the kingdom of heaven is like a king who wanted to settle accounts with his servants. |
24 | บัดตั้งต้นเริ่มการคึดบัญชีฮั้น ได้มีคนหนึ่งถืกพามา ซึ่งผู้นี้เป็นหนี้กษัตริย์หนึ่งหมื่นตะลันต์ | ເມື່ອຊົງຕັ້ງຕົ້ນຄິດບັນຊີຢູ່ນັ້ນ ເຂົາພາຄົນຜູ້ໜຶ່ງທີ່ເປັນໜີ້ໝື່ນຕາລັນຕົນມາເຝົ້າ. | ບັດຕັ້ງຕົ້ນເລີ່ມການຄຶດບັນຊີນັ້ນ ໄດ້ມີຄົນໜຶ່ງຖືກພາມາ ຊຶ່ງຜູ້ນີ້ເປັນໜີ້ກະສັດໜຶ່ງໝື່ນຕາລັນຕົນ | As he began the settlements, a debtor was brought to him owing ten thousand talents. |
25 | ผู้ฮั้นบ่มีเงินสิใซ้หนี้ได้ นายเขาจั่งสั่งให้เขาขายโตเอง ทั้งเมียกับลูกนำ พร้อมทั้งเมิ้ดคู่อันคู่แนวที่เขามีอยู่ฮั้น เอามาใซ้หนี้ให้เมิ้ด | ເມື່ອຜູ້ນັ້ນບໍ່ມີສິ່ງໃດຈະໃຊ້ ທ່ານຈິ່ງສັ່ງໃຫ້ຂາຍຕົວກັບທັງເມຍແລະລູກ ແລະບັນດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ໜີ້ເສຍ. | ຜູ້ນັ້ນບໍ່ມີເງິນຊິໃຊ້ໜີ້ໄດ້ ນາຍເຂົາຈັ່ງສັ່ງໃຫ້ເຂົາຂາຍໂຕເອງ ທັງເມຍກັບລູກນຳ ພ້ອມທັງໝົດຄູ່ອັນຄູ່ແນວທີ່ເຂົາມີຢູ່ຫັ້ນ ເອົາມາໃຊ້ໜີ້ໃຫ້ໝົດ | Since the man was unable to pay, the master ordered that he be sold to pay his debt, along with his wife and children and everything he owned. |
26 | ลูกหนี้ผู้ฮั้นจั่งก้มกราบนายว่า 'ข้าแต่นายท่านเอ้ย ขอโปรดอดทนต่อผู้ข้าแหน่ท้อน แล้วผู้ข้าสิใซ้หนี้นายทั้งเมิ้ด' | ຄົນໃຊ້ຜູ້ນັ້ນຈິ່ງຂາບລົງວອນຕໍ່ທ່ານວ່າ, ‘ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນຜັນຂ້ານ້ອຍກ່ອນ ແລ້ວຂ້ານ້ອຍຈະຫາໃຊ້ແທນໃຫ້ໝົດ’. | ລູກໜີ້ຜູ້ນັ້ນຈັ່ງກົ້ມກາບນາຍວ່າ ‘ຂ້າແຕ່ນາຍທ່ານເອີຍ ຂໍກະລຸນາອົດທົນຕໍ່ຜູ້ຂ້າແໜ່ທ້ອນ ແລ້ວຜູ້ຂ້າຊິໃຊ້ໜີ້ນາຍທັງໝົດ’ | Then the servant fell on his knees before him. ‘Have patience with me,’ he begged, ‘and I will pay back everything.’ |
27 | แล้วนายของผู้ฮับใซ้ผู้ฮั้นมีใจเมตตา เลยปล่อยเขาไป ยกหนี้ให้เขาเมิ้ด | ເຈົ້າອົງນັ້ນມີພຣະໄທເມດຕາຈິ່ງປ່ອຍຕົວມັນໄປແລະຍົກໜີ້ໃຫ້ດ້ວຍ. | ແລ້ວນາຍຂອງຜູ້ຮັບໃຊ້ຜູ້ນັ້ນມີໃຈເມດຕາ ເລີຍປ່ອຍເຂົາໄປ ຍົກໜີ້ໃຫ້ເຂົາໝົດ | His master had compassion on him, forgave his debt, and released him. |
28 | แต่ผู้ฮับใซ้ผู้ฮั้นออกไปพ้อหมู่ผู้ฮับใซ้ผู้หนึ่ง ซึ่งเป็นหนี้เขาอยู่หนึ่งร้อยเดนาริอัน จั่งจับคนฮั้นบีบคอว่า 'ให้ใซ้หนี้เฮามาเมิ้ดแม่ะ' | ແຕ່ເມື່ອຂ້າໃຊ້ຜູ້ນັ້ນອອກໄປ ກໍພົບເພື່ອນຜູ້ໜຶ່ງທີ່ເປັນຂ້າໃຊ້ດ້ວຍກັນຊຶ່ງເປັນໜີ້ຕົນໜຶ່ງຮ້ອຍເດນາຣິອົນ ມັນຈິ່ງຈັບເພື່ອນຄົນນັ້ນບີບຄໍວ່າ ‘ເງິນທີ່ມຶງເປັນໜີ້ກູນັ້ນເອົາມາແທນເສຍແມ’. | ແຕ່ຜູ້ຮັບໃຊ້ຜູ້ນັ້ນອອກໄປພໍ້ໝູ່ຜູ້ຮັບໃຊ້ຜູ້ໜຶ່ງ ຊຶ່ງເປັນໜີ້ເຂົາຢູ່ໜຶ່ງຮ້ອຍເດນາຣິອົນ ຈັ່ງຈັບຄົນນັ້ນບີບຄໍວ່າ ‘ໃຫ້ໃຊ້ໜີ້ເຮົາມາໝົດແມ່ະ’ | But when that servant went out, he found one of his fellow servants who owed him a hundred denarii. He grabbed him and began to choke him, saying, ‘Pay back what you owe me.’ |
29 | หมู่ผู้ฮับใซ้ผู้ฮั้นได้กราบลงต่อหน้าอ้อนวอนว่า 'ขอโปรดอดทนต่อผู้ข้าเถิด แล้วผู้ข้าสิใซ้หนี้ทั้งเมิ้ด' | ເພື່ອນຄົນນັ້ນຈິ່ງຂາບລົງອ້ອນວອນວ່າ ‘ຂໍຜ່ອນຜັນໃຫ້ເຮົາເສຍກ່ອນທ້ອນ ແລ້ວເຮົາຈະໃຊ້ໃຫ້ທັງໝົດ’. | ໝູ່ຜູ້ຮັບໃຊ້ຜູ້ນັ້ນໄດ້ຂາບລົງຕໍ່ໜ້າອ້ອນວອນວ່າ ‘ຂໍກະລຸນາອົດທົນຕໍ່ຜູ້ຂ້າເຖີດ ແລ້ວຜູ້ຂ້າຊິໃຊ້ໜີ້ທັງໝົດ’ | So his fellow servant fell down and begged him, ‘Have patience with me, and I will pay you back.’ |
30 | แต่เขาผู้ที่ได้ฮับการยกหนี้มาแล้วกะบ่ยอม จั่งนำหมู่ผู้ฮับใซ้ลูกหนี้ฮั้นไปขังคุกไว้ จนกว่าสิใซ้หนี้ฮั้นให้เมิ้ด | ແຕ່ມັນບໍ່ຍອມຈິ່ງຈັບລູກໜີ້ຜູ້ນັ້ນໄປຂັງໄວ້ຈົນກວ່າຈະໃຊ້ໜີ້ນັ້ນ. | ແຕ່ເຂົາຜູ້ທີ່ໄດ້ຮັບການຍົກໜີ້ມາແລ້ວກໍບໍ່ຍອມ ຈັ່ງນຳໝູ່ຜູ້ຮັບໃຊ້ລູກໜີ້ນັ້ນໄປຂັງຄຸກໄວ້ ຈົນກວ່າຊິໃຊ້ໜີ້ນັ້ນໃຫ້ໝົດ | But he refused. Instead, he went and had the man thrown into prison until he could pay his debt. |
31 | ฝ่ายหมู่พวกผู้ฮับใซ้บัดเห็นเหตุการณ์แนวฮั้น กะพากันสลดใจอย่างใหญ่ จั่งนำเหตุการณ์ทั้งเมิ้ด ไปบอกนายของพวกเขา | ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດການຢ່າງນັ້ນກໍພາກັນທຸກໃຈຫລາຍຈິ່ງນຳເຫດການທັງປວງໄປກາບທູນຕໍ່ເຈົ້າອົງນັ້ນ. | ຝ່າຍໝູ່ພວກຜູ້ຮັບໃຊ້ບັດເຫັນເຫດການແນວນັ້ນ ກໍພາກັນສະຫລົດໃຈຢ່າງໃຫຍ່ ຈັ່ງນຳເຫດການທັງໝົດ ໄປບອກນາຍຂອງພວກເຂົາ | When his fellow servants saw what had happened, they were greatly distressed, and they went and recounted all of this to their master. |
32 | แล้วนายของเขาจั่งได้เอิ้นผู้ฮับใซ้ฮั้นมาเว้าว่า 'โอ้ เจ้าผู้ฮับใซ้ซั่วแท้ เฮาได้ยกหนี้ให้เจ้าเมิ้ดอยู่แล้ว ย้อนเจ้าได้อ้อนวอนขอนำเฮา | ທ່ານຈິ່ງເອີ້ນຂ້າໃຊ້ຜູ້ນັ້ນມາເຝົ້າແລ້ວຊົງກ່າວວ່າ ‘ອ້າຍຂີ້ຂ້າຊາດຊົ່ວເຮີຍ, ກູໄດ້ຍົກໜີ້ໃຫ້ມຶງທັງໝົດເພາະມຶງໄດ້ອ້ອນວອນຂໍນຳກູ. | ແລ້ວນາຍຂອງເຂົາຈັ່ງໄດ້ເອີ້ນຜູ້ຮັບໃຊ້ນັ້ນມາເວົ້າວ່າ ‘ໂອ້ ເຈົ້າຜູ້ຮັບໃຊ້ຊົ່ວແທ້ ເຮົາໄດ້ຍົກໜີ້ໃຫ້ເຈົ້າໝົດຢູ່ແລ້ວ ຍ້ອນເຈົ້າໄດ້ອ້ອນວອນຂໍນຳເຮົາ | Then the master summoned him and declared, ‘You wicked servant! I forgave all your debt because you begged me. |
33 | เจ้าควรสิเมตตาต่อหมู่ผู้ฮับใซ้นำกัน คือจั่งเฮาได้เมตตาเจ้าบ่แม่นบ้อ' | ມຶງຄວນຈະສົງສານເພື່ອນຂອງມຶງເໝືອນດັ່ງກູໄດ້ສົງສານມຶງ ບໍ່ແມ່ນຫລື’. | ເຈົ້າຄວນຊິເມດຕາຕໍ່ໝູ່ຜູ້ຮັບໃຊ້ນຳກັນ ຄືກັນກັບເຮົາໄດ້ເມດຕາເຈົ້າບໍ່ແມ່ນບໍ້’ | Shouldn't you have had mercy on your fellow servant, just as I had on you?’ |
34 | แล้วนายของเขากะอยากฮ้ายอย่างใหญ่จั่งมอบคนใซ้ผู้ฮั้นไว้ต่อเจ้าหน้าที่ให้ทรมานจนกว่าสิใซ้หนี้ให้เมิ้ด | ແລ້ວເຈົ້າອົງນັ້ນກໍຮ້າຍ ຈິ່ງມອບມັນໄວ້ແກ່ເຈົ້າໜ້າທີ່ໃຫ້ທໍລະມານຈົນກວ່າຈະໃຊ້ໜີ້ໃຫ້ໝົດ. | ແລ້ວນາຍຂອງເຂົາກໍຢາກຮ້າຍຢ່າງໃຫຍ່ຈັ່ງມອບຄົນໃຊ້ຜູ້ນັ້ນໄວ້ຕໍ່ເຈົ້າໜ້າທີ່ໃຫ້ທໍລະມານຈົນກວ່າຊິໃຊ້ໜີ້ໃຫ້ໝົດ | In anger his master turned him over to the jailers to be tortured, until he should repay all that he owed. |
35 | ในทำนองเดียวกัน พระเจ้าผู้เป็นพ่อของเฮา ผู้เพิ่นสถิตในสวรรค์ กะสิเฮ็ดกับพวกเจ้าคือกัน คั่นว่าเจ้าบ่ยกโทษความผิดให้พี่น้องของเจ้าด้วยใจจริง" | ຢ່າງນັ້ນແຫລະ, ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເຮັດດັ່ງນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່ນ້ອງຂອງຕົນດ້ວຍສຸດໃຈ.” | ໃນທຳນອງດຽວກັນ ພຣະເຈົ້າຜູ້ເປັນພໍ່ຂອງເຮົາ ຜູ້ເພິ່ນສະຖິດໃນສະຫວັນ ກໍຊິເຮັດກັບພວກເຈົ້າຄືກັນ ຄັ່ນວ່າເຈົ້າບໍ່ຍົກໂທດຄວາມຜິດໃຫ້ພີ່ນ້ອງຂອງເຈົ້າດ້ວຍໃຈຈິງ” | That is how My Heavenly Father will treat each of you unless you forgive your brother from your heart.” |