| | ບົດທີ 16 | ມັດທາຍ ບົດທີ 16 | Matthew 16 |
| | ຂໍໃຫ້ຊົງສະແດງໝາຍສຳຄັນ | | |
| | (ມຣກ. 8:11-13; ລກ. 12:54-56) | | |
1 | บัดนี้ พวกฟาริสี กับพวกสะดูสีได้มาหา อยากทดลองพระเยซู จั่งแกล้งขอให้เพิ่นแสดงเครื่องหมายสำคัญจากฟ้าสวรรค์ให้เขาเห็น | ພວກຟາຣີຊາຍກັບພວກຊາດູກາຍໄດ້ມາທົດລອງພຣະອົງ ໂດຍຂໍໃຫ້ພຣະອົງຊົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນໃຫ້ເຂົາເຫັນ. | ບັດນີ້ ພວກຟາຣີຊາຍ ກັບພວກຊາດູກາຍໄດ້ມາຫາ ຢາກທົດລອງພຣະເຢຊູ ຈັ່ງແກ້ງຂໍໃຫ້ເພິ່ນສະແດງເຄື່ອງໝາຍສຳຄັນຈາກຟ້າສະຫວັນໃຫ້ເຂົາເຫັນ | Then the Pharisees and Sadducees came and tested Jesus by asking Him to show them a sign from heaven. |
2 | พระเยซูตอบเขาว่า "พอฮอดค่ำพวกเจ้าเว้ากันว่า 'มื้ออื่นอากาศสิสดใสดีย้อนท้องฟ้าสีแดง' | ພຣະອົງຊົງຕອບເຂົາວ່າ, “[ເມື່ອຄ່ຳມາພວກທ່ານເຄີຍເວົ້າວ່າ ‘ອາກາດຈະດີເພາະຟ້າສີແດງ’. | ພຣະເຢຊູຕອບເຂົາວ່າ “ພໍຮອດຄ່ຳພວກເຈົ້າເວົ້າກັນວ່າ ‘ມື້ອື່ນອາກາດຊິສົດໃສດີຍ້ອນທ້ອງຟ້າສີແດງ’ | But He replied, “When evening comes, you say, ‘The weather will be fair, for the sky is red,’ |
3 | แล้วในยามเซ้าพวกเจ้าเว้าว่า 'มื้อนี้สิเกิดพายุฝนย้อนท้องฟ้าแดงคึ้มๆ' โอ้ พวกหน้าซื่อใจคดเอ้ย พวกเจ้าสามารถอ่านท้องฟ้าออกได้ แต่เครื่องหมายสำคัญของกาลเวลา พวกเจ้าบ่สามารถอ่านออกซั่นบ้อ | ແລະເວລາເຊົ້າພວກທ່ານກໍເວົ້າວ່າ ‘ມື້ນີ້ຈະເກີດພາຍຸເພາະຟ້າສີແດງ ແລະມືດມົວ’ ທ້ອງຟ້ານັ້ນພວກທ່ານຍັງສັງເກດຮູ້ ແຕ່ໝາຍສຳຄັນແຫ່ງສະໄໝຕ່າງໆ ພວກທ່ານບໍ່ອາດສັງເກດໄດ້]. | ແລ້ວໃນຍາມເຊົ້າພວກເຈົ້າເວົ້າວ່າ ‘ມື້ນີ້ຊິເກີດພາຍຸຝົນຍ້ອນທ້ອງຟ້າແດງຄຶ້ມໆ’ ໂອ້ ພວກໜ້າຊື່ໃຈຄົດເອີຍ ພວກເຈົ້າສາມາດອ່ານທ້ອງຟ້າອອກໄດ້ ແຕ່ເຄື່ອງໝາຍສຳຄັນຂອງການເວລາ ພວກເຈົ້າບໍ່ສາມາດອ່ານອອກຊັ່ນບໍ້ | and in the morning, ‘Today it will be stormy, for the sky is red and overcast.’ You know how to interpret the appearance of the sky, but not the signs of the times! |
4 | พวกซาติซั่วที่เล่นซู้นอกใจพระเจ้า ซอกหาแต่เครื่องหมายสำคัญ แต่สิบ่มีให้เขาดอก เว้นแต่เครื่องหมายสำคัญของโยนาห์ท่อฮั้น ผู้เป็นปากเป็นเสียงของพระเจ้า" เว้าแล้วพระเยซูกะออกจากเขาไป | ຄົນສະໄໝຊົ່ວແລະຄຶດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນ ແຕ່ຈະບໍ່ຊົງໂຜດໝາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ໝາຍສຳຄັນເລື່ອງໂຢນາ” ແລ້ວພຣະອົງກໍສະເດັດຈາກເຂົາໄປ. | ພວກຊາດຊົ່ວທີ່ຫລິ້ນຊູ້ນອກໃຈພຣະເຈົ້າ ຊອກຫາແຕ່ເຄື່ອງໝາຍສຳຄັນ ແຕ່ຊິບໍ່ມີໃຫ້ເຂົາດອກ ເວັ້ນແຕ່ເຄື່ອງໝາຍສຳຄັນຂອງໂຢນາເທົານັ້ນ ຜູ້ເປັນປາກເປັນສຽງຂອງພຣະເຈົ້າ” ເວົ້າແລ້ວພຣະເຢຊູກໍອອກຈາກເຂົາໄປ | A wicked and adulterous generation demands a sign, but none will be given it except the sign of Jonah.” Then He left them and went away. |
| | ເຊື້ອແປ້ງຂອງພວກຟາຣີຊາຍແລະຊາດູກາຍ | | |
| | (ມຣກ. 8:14-21) | | |
5 | ฝ่ายพวกลูกศิษย์ของเพิ่น บัดข้ามฟากฮั้นแล้ว๏กะฮู้เมื่อโตว่าได้ลืมเอาขนมปังไปนำ | ຝ່າຍພວກສາວົກເມື່ອຂ້າມໄປຟາກນັ້ນກໍໄດ້ລືມເອົາເຂົ້າຈີ່ໄປນຳ. | ຝ່າຍພວກລູກສິດຂອງເພິ່ນ ບັດຂ້າມຟາກນັ້ນແລ້ວກໍຮູ້ເມື່ອໂຕວ່າໄດ້ລືມເອົາເຂົ້າຈີ່ໄປນຳ | When they crossed to the other side, the disciples forgot to take bread. |
6 | พระเยซูเว้ากับเขาว่า "ให้สังเกตกับคอยระวังเซื้อฟูของพวกฟาริสีกับพวกสะดูสีให้ดีๆ เด้อ" | ພຣະເຢຊູຊົງບອກເຂົາວ່າ, “ຈົ່ງສັງເກດແລະລະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍໃຫ້ດີ.” | ພຣະເຢຊູເວົ້າກັບເຂົາວ່າ “ໃຫ້ສັງເກດກັບຄອຍຖ້າລະວັງເຊື້ອຟູຂອງພວກຟາຣີຊາຍກັບພວກຊາດູກາຍໃຫ້ດີໆ ເດີ້” | “Watch out!” Jesus told them. “Beware of the yeast of the Pharisees and Sadducees.” |
7 | บัดนี้พวกลูกศิษย์จั่งงงปรึกษากันว่า "เป็นย้อนเฮาลืมเอาขนมปังฮั้นมาบ้อ" | ພວກສາວົກກໍເວົ້າກັນຢູ່ວ່າ, “ເຫັນຈະເປັນເພາະໝູ່ເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.” | ບັດນີ້ພວກລູກສິດຈັ່ງງົງປຶກສາກັນວ່າ “ເປັນຍ້ອນເຮົາລືມເອົາເຂົ້າຈີ່ນັ້ນມາບໍ້” | They discussed this among themselves and concluded, “It is because we did not bring any bread.” |
8 | ส่วนพระเยซูกะฮู้จักความเว้าของเขาจั่งบอกเขาว่า "โอ้ ผู้มีความเซื่อน้อย เป็นหยังจั่งเว้ากันแต่เรื่องการบ่เอาขนมปังมา | ແຕ່ພຣະເຢຊູຊົງຊາບຈິ່ງຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍເຫດໃດພວກທ່ານຈິ່ງເວົ້າກັນແລະກັນເຖິງເລື່ອງບໍ່ໄດ້ເອົາເຂົ້າຈີ່ມານຳ. | ສ່ວນພຣະເຢຊູກໍຮູ້ຈັກຄວາມເວົ້າຂອງເຂົາຈັ່ງບອກເຂົາວ່າ “ໂອ້ ຜູ້ມີຄວາມເຊື່ອນ້ອຍ ເປັນຫຍັງຈັ່ງເວົ້າກັນແຕ່ເລື່ອງການບໍ່ເອົາເຂົ້າຈີ່ມາ | Aware of their conversation, Jesus said, “You of little faith, why are you debating among yourselves about having no bread? |
9 | พวกเจ้ายังบ่ทันเข้าใจบ้อ จื่อบ่ได้บ้อ เรื่องขนมปังห้าก้อนกับห้าพันคนฮั้น พวกเจ้าได้เก็บอันที่เหลืออยู่ได้จักกระบุง | ພວກທ່ານຍັງບໍ່ທັນສັງເກດແລະຈື່ບໍ່ໄດ້ຫລື ເລື່ອງເຂົ້າຈີ່ຫ້າກ້ອນສຳລັບຄົນຫ້າພັນນັ້ນ ພວກທ່ານເກັບໄດ້ຈັກບຸງ. | ພວກເຈົ້າຍັງບໍ່ທັນເຂົ້າໃຈບໍ້ ຈື່ບໍ່ໄດ້ບໍ້ ເລື່ອງເຂົ້າຈີ່ຫ້າກ້ອນກັບຫ້າພັນຄົນນັ້ນ ພວກເຈົ້າໄດ້ເກັບອັນທີ່ເຫລືອຢູ່ໄດ້ຈັກກະບຸງ | Do you still not understand? Do you not remember the five loaves for the five thousand, and how many basketfuls you gathered? |
10 | กับขนมปังเจ็ดก้อนกับสี่พันคนฮั้น พวกเจ้าได้เก็บอันที่เหลืออยู่ได้จักกระบุง | ຫລືເລື່ອງເຂົ້າຈີ່ເຈັດກ້ອນສຳລັບຄົນສີ່ພັນນັ້ນ ພວກທ່ານເກັບໄດ້ຈັກບຸງ. | ກັບເຂົ້າຈີ່ເຈັດກ້ອນກັບສີ່ພັນຄົນນັ້ນ ພວກເຈົ້າໄດ້ເກັບອັນທີ່ເຫລືອຢູ່ໄດ້ຈັກກະບຸງ | Or the seven loaves for the four thousand, and how many basketfuls you gathered? |
11 | เป็นจั่งใดพวกเจ้าเถิงบ่เข้าใจเลย ว่าเฮาบ่ได้เว้ากับพวกเจ้าเรื่องขนมปังดอก แต่ได้เตือนให้พวกเจ้าระวังเซื้อฟูของพวกฟาริสีกับพวกสะดูสีให้ดี" | ເປັນສັນໃດພວກທ່ານຈິ່ງບໍ່ສັງເກດຮູ້ວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເລື່ອງເຂົ້າຈີ່ ແຕ່ໃຫ້ລະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.” | ເປັນຈັ່ງໃດພວກເຈົ້າເຖິງບໍ່ເຂົ້າໃຈເລີຍ ວ່າເຮົາບໍ່ໄດ້ເວົ້າກັບພວກເຈົ້າເລື່ອງເຂົ້າຈີ່ດອກ ແຕ່ໄດ້ເຕືອນໃຫ້ພວກເຈົ້າລະວັງເຊື້ອຟູຂອງພວກຟາຣີຊາຍກັບພວກຊາດູກາຍໃຫ້ດີ” | How do you not understand that I was not telling you about bread? But beware of the yeast of the Pharisees and Sadducees.” |
12 | พอเพิ่นเว้าแล้ว พวกลูกศิษย์กะนึกออกเข้าใจได้ว่า เพิ่นเตือนให้ระวังหลักคำสอนของพวกฟาริสีกับพวกสะดูสี บ่แม่นให้ระวังเซื้อฟูขนมปัง | ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ລະວັງເຊື້ອແປ້ງນັ້ນ ແຕ່ໃຫ້ລະວັງຄຳສອນຂອງພວກຟາຣີຊາຍແລະພວກຊາດູກາຍ. | ພໍເພິ່ນເວົ້າແລ້ວ ພວກລູກສິດກໍນຶກອອກເຂົ້າໃຈໄດ້ວ່າ ເພິ່ນເຕືອນໃຫ້ລະວັງຫລັກຄຳສອນຂອງພວກຟາຣີຊາຍກັບພວກຊາດູກາຍ ບໍ່ແມ່ນໃຫ້ລະວັງເຊື້ອຟູເຂົ້າຈີ່ | Then they understood that He was not telling them to beware of the yeast used in bread, but of the teaching of the Pharisees and Sadducees. |
| | ເປໂຕຍອມຮັບວ່າພຣະເຢຊູຊົງເປັນພຣະຄຣິດ | | |
| | (ມຣກ. 8:27-30; ລກ. 9:18-21) | | |
13 | บัดพอพระเยซูเข้าไปในเขตเมืองซีซารียาของฟีลิปปี เพิ่นจั่งถามพวกลูกศิษย์ของเพิ่นว่า "คนเว้ากันว่า เฮาผู้เป็นบุตรมนุษย์ เป็นใผ" | ຄັນພຣະເຢຊູສະເດັດເຂົ້າໄປໃນເຂດເມືອງກາຍຊາເຣຍຟີລິບປອຍ ພຣະອົງຊົງຖາມພວກສາວົກຂອງຕົນວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດແມ່ນຜູ້ໃດ.” | ບັດພໍພຣະເຢຊູເຂົ້າໄປໃນເຂດເມືອງກາຍຊາເຣຍຂອງຟີລິບປອຍ ເພິ່ນຈັ່ງຖາມພວກລູກສິດຂອງເພິ່ນວ່າ “ຄົນເວົ້າກັນວ່າ ເຮົາຜູ້ເປັນບຸດມະນຸດ ເປັນໃຜ” | When Jesus came to the region of Caesarea Philippi, He questioned His disciples: “Who do people say the Son of Man is?” |
14 | ลูกศิษย์ตอบว่า "ผู้ลางคนว่าเป็นโยฮันผู้ให้ฮับพิธีจุ่มน้ำ แต่ผู้ลางคนว่าเป็นเอลียาห์ แล้วอีกผู้ลางคนว่าเป็นเยเรมีย์ หรือลางเทื่อเป็นคนๆ หนึ่งในพวกผู้เป็นปากเป็นเสียงของพระเจ้า" | ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢຮັນບັບຕິສະໂຕ ແລະຄົນອື່ນວ່າເປັນເອລີຢາ ແຕ່ຄົນອື່ນອີກວ່າເປັນເຢເຣມີຢາ ຫລືເປັນຄົນໜຶ່ງໃນພວກຜູ້ປະກາດພຣະທຳ.” | ລູກສິດຕອບວ່າ “ຜູ້ລາງຄົນວ່າເປັນໂຢຮັນຜູ້ໃຫ້ຮັບພິທີຈຸ່ມນ້ຳ ແຕ່ຜູ້ລາງຄົນວ່າເປັນເອລີຢາ ແລ້ວອີກຜູ້ລາງຄົນວ່າເປັນເຢເຣມີຢາ ຫລືລາງເທື່ອເປັນຄົນໆ ໜຶ່ງໃນພວກຜູ້ເປັນປາກເປັນສຽງຂອງພຣະເຈົ້າ” | They replied, “Some say John the Baptist; others say Elijah; and still others, Jeremiah or one of the prophets.” |
15 | พระเยซูถามเขาว่า "แล้วพวกเจ้าเด๋ พวกเจ้าว่าเฮาเป็นใผสั่น" | ພຣະອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ.” | ພຣະເຢຊູຖາມເຂົາວ່າ “ແລ້ວພວກເຈົ້າເດ໋ ພວກເຈົ້າວ່າເຮົາເປັນໃຜສັ່ນ” | “But what about you?” Jesus asked. “Who do you say I am?” |
16 | ซีโมนเปโตรกะเว้าขึ้นว่า "ท่านเป็นพระคริสต์ พระบุตรของพระเจ้าที่ดำรงอยู่" | ຊີໂມນເປໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.” | ຊີໂມນເປໂຕກໍເວົ້າຂຶ້ນວ່າ “ທ່ານເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າທີ່ດຳລົງຢູ່” | Simon Peter answered, “You are the Christ, the Son of the living God.” |
17 | พระเยซูตอบเขาว่า "ซีโมน ลูกโยนาเอ้ย เจ้ากะได้พรเป็นสุขแล้ว ย้อนว่าเนื้อหนังกับเลือดบ่ได้เปิดเผยความจริงนี้ให้เจ้าดอก แต่พระเจ้าต่างหาก ผู้เป็นพ่อของเฮา ผู้เพิ่นสถิตในสวรรค์ เพิ่นกะได้เผยให้เจ้าฮู้จัก | ພຣະເຢຊູຊົງກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາເອີຍ, ທ່ານກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ໄດ້ສະແດງຄຳນີ້ແກ່ທ່ານ ແຕ່ແມ່ນພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນຊົງໃຫ້ຊາບ. | ພຣະເຢຊູຕອບເຂົາວ່າ “ຊີໂມນ ລູກໂຢນາເອີຍ ເຈົ້າກໍໄດ້ພົນເປັນສຸກແລ້ວ ຍ້ອນວ່າເນື້ອໜັງກັບເລືອດບໍ່ໄດ້ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າດອກ ແຕ່ພຣະເຈົ້າຕ່າງຫາກ ຜູ້ເປັນພໍ່ຂອງເຮົາ ຜູ້ເພິ່ນສະຖິດໃນສະຫວັນ ເພິ່ນກໍໄດ້ເຜີຍໃຫ້ເຈົ້າຮູ້ຈັກ | Jesus replied, “Blessed are you, Simon son of Jonah! For this was not revealed to you by flesh and blood, but by My Father in heaven. |
| | ແປວ່າກ້ອນຫີນ. | | |
18 | แล้วเฮากะบอกเจ้าอีกว่า เจ้าคือเปโตร แล้วเฮาสิสร้างกลุ่มผู้เซื่อของเฮาไว้เทิงศิลาหนิ แล้วประตูนรก๏สิบ่สามารถมีชัยต่อกลุ่มผู้เซื่อฮั้นได้เลย | ຝ່າຍເຮົາ, ເຮົາບອກທ່ານວ່າທ່ານຄືເປໂຕ ເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍລະນາຈະ ‘ມີໄຊຕໍ່ຄຣິສຕະຈັກນັ້ນບໍ່ໄດ້. | ແລ້ວເຮົາກໍບອກເຈົ້າອີກວ່າ ເຈົ້າຄືເປໂຕ ແລ້ວເຮົາຊິສ້າງກຸ່ມຜູ້ເຊື່ອຂອງເຮົາໄວ້ເທິງສິລານີ້ ແລ້ວປະຕູນະລົກຊິບໍ່ສາມາດມີໄຊຕໍ່ກຸ່ມຜູ້ເຊື່ອນັ້ນໄດ້ເລີຍ | And I tell you that you are Peter, and on this rock I will build My church, and the gates of Hades will not prevail against it. |
| | ໝາຍຄວາມວ່າ “ປະກາດວ່າເປັນສິ່ງຕ້ອງຫ້າມແລ້ວ.” | | |
| | ໝາຍຄວາມວ່າ “ປະກາດວ່າເປັນສິ່ງທີ່ອະນຸຍາດແລ້ວ.” | | |
19 | แล้วเฮาสิมอบพวงลูกกุญแจของแผ่นดินสวรรค์ไว้ให้พวกเจ้า แล้วแนวใดซึ่งพวกเจ้าตกลงสิผูกมัดไว้ในโลกนี้ กะสิถืกผูกมัดไว้ในสวรรค์นำ กับแนวใดซึ่งพวกเจ้าตกลงสิปลดปล่อยออกในโลกนี้ กะสิถืกปลดปล่อยในสวรรค์คือกัน" | ເຮົາຈະມອບຂໍກະແຈແຫ່ງແຜ່ນດິນສະຫວັນໄວ້ໃຫ້ທ່ານ ທ່ານຈະຜູກມັດສິ່ງໃດໄວ້ ໃນໂລກ, ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ ທ່ານຈະແກ້ສິ່ງໃດ ໃນໂລກ, ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສະຫວັນ.” | ແລ້ວເຮົາຊິມອບພວງລູກກຸນແຈຂອງລາຊະອານາຈັກສະຫວັນໄວ້ໃຫ້ພວກເຈົ້າ ແລ້ວແນວໃດຊຶ່ງພວກເຈົ້າຕົກລົງຊິຜູກມັດໄວ້ໃນໂລກນີ້ ກໍຊິຖືກຜູກມັດໄວ້ໃນສະຫວັນນຳ ກັບແນວໃດຊຶ່ງພວກເຈົ້າຕົກລົງຊິປົດປ່ອຍອອກໃນໂລກນີ້ ກໍຊິຖືກປົດປ່ອຍໃນສະຫວັນຄືກັນ” | I will give you the keys of the kingdom of heaven. Whatever you bind on earth will be bound in heaven, and whatever you loose on earth will be loosed in heaven.” |
20 | แล้วเพิ่นได้สั่งห้ามพวกลูกศิษย์ของเพิ่นไว้ บ่ให้บอกผู้ใดว่า เพิ่นเป็นพระเยซูซึ่งเป็นพระคริสต์ฮั้น | ແລ້ວພຣະອົງຊົງຫ້າມພວກສາວົກ ບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະຄຣິດ. | ແລ້ວເພິ່ນໄດ້ສັ່ງຫ້າມພວກລູກສິດຂອງເພິ່ນໄວ້ ບໍ່ໃຫ້ບອກຜູ້ໃດວ່າ ເພິ່ນເປັນພຣະເຢຊູຊຶ່ງເປັນພຣະຄຣິດນັ້ນ | Then He admonished the disciples not to tell anyone that He was the Christ. |
| | ພຣະເຢຊູຊົງທຳນວາຍເຖິງມໍລະນາພາບຂອງພຣະອົງ | | |
| | (ມຣກ. 8:31 9:1; ລກ. 9:22-27) | | |
21 | ตั้งแต่ยามฮั้นมา พระเยซูได้ตั้งต้นเริ่มเผยให้พวกลูกศิษย์ของเพิ่นฮู้จักว่า เพิ่นสิต้องไปเมืองเยรูซาเล็ม แล้วสิต้องทนทุกข์ทรมานหลายอันหลายแนว จากพวกผู้หลักผู้ใหญ่ กับพวกหัวหน้าผู้นำเครื่องถวาย กับพวกเสมียนฯ เถิงถืกประหารซีวิต แล้วในมื้อที่สามสิได้เป็นขึ้นมาจากตาย | ຕັ້ງແຕ່ເວລານັ້ນມາພຣະເຢຊູຊົງຕັ້ງຕົ້ນສະແດງແກ່ພວກສາວົກຂອງຕົນວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢຣູຊາເລັມ ແລະຈະຕ້ອງທົນທຸກທໍລະມານຫລາຍປະການຈາກພວກເຖົ້າແກ່, ຈາກພວກປະໂລຫິດຕົນໃຫຍ່, ແລະຈາກພວກນັກທຳເຂົາຈະໄດ້ຂ້າພຣະອົງເສຍ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາ. | ຕັ້ງແຕ່ຍາມນັ້ນມາ ພຣະເຢຊູໄດ້ຕັ້ງຕົ້ນເລີ່ມເຜີຍໃຫ້ພວກລູກສິດຂອງເພິ່ນຮູ້ຈັກວ່າ ເພິ່ນຊິຕ້ອງໄປເມືອງເຢຣູຊາເລັມ ແລ້ວຊິຕ້ອງທົນທຸກທໍລະມານຫລາຍອັນຫລາຍແນວ ຈາກພວກຜູ້ຫລັກຜູ້ໃຫຍ່ ກັບພວກຫົວໜ້າປະໂລຫິດ ກັບພວກນັກທຳເຖິງຖືກປະຫານຊີວິດ ແລ້ວໃນມື້ທີ່ສາມຊິໄດ້ເປັນຂຶ້ນມາຈາກຕາຍ | From that time on Jesus began to show His disciples that He must go to Jerusalem and suffer many things at the hands of the elders, chief priests, and scribes, and that He must be killed and on the third day be raised to life. |
22 | บัดนี้พอฟังแล้ว เปโตรกะนำพระเยซูออกไปจักน้อยเว้ากันเป็นส่วนโต ท้วงเพิ่นว่า "ท่านเจ้าข้า ขออย่าให้เป็นจั่งซั้นเลย อย่าให้เหตุร้ายฮั้นเป็นไปนำท่านเด้อ" | ຝ່າຍເປໂຕໄດ້ພາພຣະອົງໄປຕ່າງຫາກ ແລ້ວຕັ້ງຕົ້ນທູນຫ້າມພຣະອົງຢ່າງແຂງແຮງວ່າ, “ນາຍເອີຍ, ຂໍທ່ານຈົ່ງໄດ້ຮັບຄວາມເມດຕາ ການນີ້ຈະບໍ່ເກີດມີແກ່ທ່ານຈັກເທື່ອ.” | ບັດນີ້ພໍຟັງແລ້ວ ເປໂຕກໍນຳພຣະເຢຊູອອກໄປຈັກນ້ອຍເວົ້າກັນເປັນສ່ວນໂຕ ທ້ວງເພິ່ນວ່າ “ທ່ານເຈົ້າຂ້າ ຂໍຢ່າໃຫ້ເປັນຈັ່ງຊັ້ນເລີຍ ຢ່າໃຫ້ເຫດຮ້າຍນັ້ນເປັນໄປນຳທ່ານເດີ້” | Peter took Him aside and began to rebuke Him. “Far be it from You, Lord!” he said. “This shall never happen to You!” |
23 | แต่พระเยซูหันหน้ามาเว้าอย่างแฮงกับเปโตรว่า "ไปให้พ้น อ้ายผีมารซาตาน เจ้าผู้เป็นอุปสรรคที่ขวางทางเฮาไว้ ย้อนว่าเจ้าบ่ได้คึดคือจั่งพระเจ้า แต่คึดคือจั่งคนธรรมดาโลกซื่อๆ" | ພຣະອົງຊົງຫັນພຣະພັກໄປຫາເປໂຕແລ້ວຊົງກ່າວວ່າ, “ອ້າຍຊາຕານເຮີຍ, ຈົ່ງຖອຍໜີຈາກເຮົາເສຍ ເຈົ້າເປັນສິ່ງກີດຂວາງເຮົາ ເພາະເຈົ້າຄຶດຢ່າງມະນຸດ ບໍ່ຄຶດຢ່າງພຣະເຈົ້າ.” | ແຕ່ພຣະເຢຊູຫັນໜ້າມາເວົ້າຢ່າງແຮງກັບເປໂຕວ່າ “ໄປໃຫ້ພົ້ນ ອ້າຍຜີພະຍາມານຊາຕານ ເຈົ້າຜູ້ເປັນອຸປະສັກທີ່ຂວາງທາງເຮົາໄວ້ ຍ້ອນວ່າເຈົ້າບໍ່ໄດ້ຄຶດຄືກັນກັບພຣະເຈົ້າ ແຕ່ຄຶດຄືກັນກັບຄົນທຳມະດາໂລກຊື່ໆ” | But Jesus turned and said to Peter, “Get behind Me, Satan! You are a stumbling block to Me. For you do not have in mind the things of God, but the things of men.” |
24 | ยามฮั้นพระเยซูจั่งเว้ากับพวกลูกศิษย์ของเพิ่นว่า "คั่นผู้ใดอยากตามเฮามา ให้ผู้ฮั้นปฏิเสธความปรารถนาของโตเอง แล้วฮับเอาหลักประหารของโตแบกตามเฮามา | ຂະນະນັ້ນພຣະເຢຊູຊົງບອກພວກສາວົກຂອງຕົນວ່າ, “ຖ້າຜູ້ໃດຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສຍ ແລ້ວຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ. | ຍາມນັ້ນພຣະເຢຊູຈັ່ງເວົ້າກັບພວກລູກສິດຂອງເພິ່ນວ່າ “ຄັ່ນຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນປະຕິເສດຄວາມປາດຖະໜາຂອງໂຕເອງ ແລ້ວຮັບເອົາໄມ້ກາງແຂນຂອງໂຕແບກຕາມເຮົາມາ | Then Jesus told His disciples, “If anyone wants to come after Me, he must deny himself and take up his cross and follow Me. |
25 | คือ ผู้ใดคึดอยากสิเอาซีวิตของโตเองรอด ซีวิตของผู้ฮั้นสิสูญเสียไป แต่ผู้ใดสละซีวิตโตเองย้อนเห็นแก่เฮา ผู้ฮั้นสิได้ซีวิตรอด | ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ ແຕ່ຖ້າຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະພົ້ນຊີວິດ. | ຄື ຜູ້ໃດຄຶດຢາກຊິເອົາຊີວິດຂອງໂຕເອງລອດ ຊີວິດຂອງຜູ້ນັ້ນຊິສູນເສຍໄປ ແຕ່ຜູ້ໃດສະລະຊີວິດໂຕເອງຍ້ອນເຫັນແກ່ເຮົາ ຜູ້ນັ້ນຊິໄດ້ຊີວິດລອດ | For whoever wants to save his life will lose it, but whoever loses his life for My sake will find it. |
26 | คือ คั่นผู้ใดสิได้สิ่งของทั้งเมิ้ดของโลก แต่ในสุดท้ายจิตวิญญาณของโตเองสิต้องสูญเสียไป ผู้ฮั้นสิได้ประโยชน์อีหยัง หรือว่า ผู้ฮั้นสิเอาอีหยังไปแลกเอาจิตวิญญาณของโตเองให้รอด | ເຫດວ່າຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງເສຍຊີວິດອັນແທ້ຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ ຫລືຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ. | ຄື ຄັ່ນຜູ້ໃດຊິໄດ້ສິ່ງຂອງທັງໝົດຂອງໂລກ ແຕ່ໃນສຸດທ້າຍຈິດວິນຍານຂອງໂຕເອງຊິຕ້ອງສູນເສຍໄປ ຜູ້ນັ້ນຊິໄດ້ປະໂຫຍດອີຫຍັງ ຫລືວ່າ ຜູ້ນັ້ນຊິເອົາອີຫຍັງໄປແລກເອົາຈິດວິນຍານຂອງໂຕເອງໃຫ້ລອດ | What will it profit a man if he gains the whole world, yet forfeits his soul? Or what can a man give in exchange for his soul? |
27 | โดยว่า เฮาผู้เป็นบุตรมนุษย์ สิมาด้วยพระสิริอันรุ่งเรืองของพระเจ้าผู้เป็นพ่อ พร้อมด้วยหมู่เทวทูตทั้งหลายอันมีฤทธิ์ของเพิ่น ในยามฮั้นเฮาสิมอบบำเหน็จรางวัลให้คู่คนตามการงานที่เขาได้เฮ็ด | ເພາະບຸດມະນຸດຈະມາດ້ວຍສະຫງ່າລາສີແຫ່ງພຣະບິດາຂອງຕົນ ແລະພ້ອມດ້ວຍພວກເທວະດາຂອງພຣະອົງ ເມື່ອນັ້ນພຣະອົງຈະຊົງປະທານບຳເໜັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ. | ໂດຍວ່າ ເຮົາຜູ້ເປັນບຸດມະນຸດ ຊິມາດ້ວຍສະຫງ່າລາສີອັນຮຸ່ງເຮືອງຂອງພຣະເຈົ້າຜູ້ເປັນພໍ່ ພ້ອມດ້ວຍໝູ່ເທວະທູດທັງຫລາຍອັນມີລິດຂອງເພິ່ນ ໃນຍາມນັ້ນເຮົາຊິມອບບຳເໜັດລາງວັນໃຫ້ຄູ່ຄົນຕາມການງານທີ່ເຂົາໄດ້ເຮັດ | For the Son of Man will come in His Father’s glory with His angels, and then He will repay each one according to what he has done. |
28 | เฮาสิบอกความจริงให้พวกเจ้าโลด ว่า ในพวกเจ้าที่ยืนอยู่หนิ มีผู้ลางคนสิบ่ซิมความตาย จนกว่าสิได้เห็นเฮาผู้เป็นบุตรมนุษย์ลงมาสู่แผ่นดินของเขา" | ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນພວກຄົນທີ່ຢືນຢູ່ນີ້ມີລາງຄົນທີ່ຈະບໍ່ຮູ້ລົດຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດສະເດັດມາດ້ວຍລາຊະອຳນາດຂອງພຣະອົງ.” | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ໃນພວກເຈົ້າທີ່ຢືນຢູ່ນີ້ ມີຜູ້ລາງຄົນຊິບໍ່ຊິມຄວາມຕາຍ ຈົນກວ່າຊິໄດ້ເຫັນເຮົາຜູ້ເປັນບຸດມະນຸດລົງມາສູ່ລາຊະອານາຈັກຂອງເພິ່ນ” | Truly I tell you, some who are standing here will not taste death until they see the Son of Man coming in His kingdom.” |