| | ບົດທີ 15 | ມັດທາຍ ບົດທີ 15 | Matthew 15 |
| | ເລື່ອງຮີດຄອງທີ່ສືບມາແຕ່ບູຮານ | | |
| | (ມຣກ. 7:1-16) | | |
1 | หว่างฮั้น พวกเสมียนฯ กับพวกฟาริสี ซึ่งมาจากเมืองเยรูซาเล็ม มาถามพระเยซูว่า | ເມື່ອນັ້ນພວກຟາຣີຊາຍແລະພວກນັກທຳອອກມາຈາກກຸງເຢຣູຊາເລັມ ຈິ່ງທູນຖາມພຣະເຢຊູວ່າ. | ຫວ່າງນັ້ນ ພວກນັກທຳກັບພວກຟາຣີຊາຍ ຊຶ່ງມາຈາກເມືອງເຢຣູຊາເລັມ ມາຖາມພຣະເຢຊູວ່າ | Then some Pharisees and scribes came to Jesus from Jerusalem and asked, |
2 | "เป็นหยังพวกลูกศิษย์ของเจ้าจั่งละเมิดประเพณีที่สืบทอดมาจากพวกพ่อตระกูลของไทเฮา คือเขาบ่ได้ล้างมือก่อนกิน" | “ເປັນຫຍັງພວກສິດຂອງທ່ານຈິ່ງລະເມີດຕໍ່ຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານນັ້ນ ດ້ວຍວ່າເຂົາບໍ່ລ້າງມືກ່ອນຮັບປະທານອາຫານ?”. | “ເປັນຫຍັງພວກລູກສິດຂອງເຈົ້າຈັ່ງລະເມີດປະເພນີທີ່ສືບທອດມາຈາກພວກບັນພະບຸລຸດຂອງເຮາ ຄືເຂົາບໍ່ໄດ້ລ້າງມືກ່ອນກິນ” | “Why do Your disciples break the tradition of the elders? They do not wash their hands before they eat.” |
3 | แต่พระเยซูได้ตอบเขาว่า "แล้วเป็นหยังพวกเจ้าจั่งละเมิดกฎบัญญัติของพระเจ้าด้วยประเพณีของพวกเจ้าเอง | ພຣະອົງຊົງຕອບເຂົາວ່າ, “ເຫດສັນໃດພວກທ່ານຈິ່ງລະເມີດຕໍ່ຂໍ້ບັນຍັດຂອງພຣະເຈົ້າ ດ້ວຍເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ. | ແຕ່ພຣະເຢຊູໄດ້ຕອບເຂົາວ່າ “ແລ້ວເປັນຫຍັງພວກເຈົ້າຈັ່ງລະເມີດກົດບັນຍັດຂອງພຣະເຈົ້າດ້ວຍປະເພນີຂອງພວກເຈົ້າເອງ | Jesus replied, “And why do you break the command of God for the sake of your tradition? |
4 | คือ พระเจ้าได้สั่งไว้ว่า 'ให้เกียรติพ่อแม่ของโต' แล้ว 'ผู้ใดแช่งด่าพ่อแม่ของโต ผู้ฮั้นต้องถืกลงโทษเถิงตาย' | ເພາະພຣະເຈົ້າໄດ້ຊົງບັນຍັດໄວ້ວ່າ ‘ຈົ່ງນັບຖືບິດາມານດາຂອງເຈົ້າ’ ແລະ ‘ຜູ້ໃດໝິ່ນປະໝາດບິດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ’. | ຄື ພຣະເຈົ້າໄດ້ສັ່ງໄວ້ວ່າ ‘ໃຫ້ກຽດພໍ່ແມ່ຂອງໂຕ’ ແລ້ວ ‘ຜູ້ໃດສາບແຊ່ງພໍ່ແມ່ຂອງໂຕ ຜູ້ນັ້ນຕ້ອງຖືກລົງໂທດເຖິງຕາຍ’ | For God said: ‘Honor your father and mother’ and ‘Anyone who curses his father or mother must be put to death.’ |
5 | แต่พวกเจ้าหนิกลับสอนกันว่า "ผู้ใดที่สิบอกพ่อแม่ว่า 'แนวใดของผู้ข้าที่อาจเป็นประโยชน์ให้พ่อแม่ แนวฮั้นกะเป็นของถวายพระเจ้าแล้ว | ແຕ່ຝ່າຍພວກທ່ານກັບເວົ້າວ່າ ‘ຜູ້ໃດທີ່ຈະເວົ້າກັບບິດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍໃຫ້ແລ້ວ.” | ແຕ່ພວກເຈົ້ານີ້ກັບສອນກັນວ່າ ‘ຜູ້ໃດທີ່ຊິບອກພໍ່ແມ່ວ່າ “ແນວໃດຂອງຜູ້ຂ້າທີ່ອາດເປັນປະໂຫຍດໃຫ້ພໍ່ແມ່ ແນວນັ້ນກໍເປັນຂອງຖວາຍພຣະເຈົ້າແລ້ວ” | But you say that if anyone says to his father or mother, ‘The help you would have received from me has been given to God,’ |
| | ຫລືວ່າ “ພຣະບັນຍັດ” | | |
6 | ผู้ฮั้นบ่จำเป็นสิให้เกียรติพ่อแม่ของโต" การที่พวกเจ้าสอนจั่งซั้น กะเฮ็ดให้กฎบัญญัติของพระเจ้าจืดจางไป บ่มีประโยชน์อีหยัง ตามประเพณีของพวกเจ้าหนิ | ຜູ້ນັ້ນຈິ່ງບໍ່ຕ້ອງນັບຖືບິດາມານດາຂອງຕົນ’ ດັ່ງນັ້ນແຫລະ, ພວກທ່ານໄດ້ລຶບລ້າງພຣະທຳ ຂອງພຣະເຈົ້າ ເພາະເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ. | ຜູ້ນັ້ນບໍ່ຈຳເປັນຊິໃຫ້ກຽດພໍ່ແມ່ຂອງໂຕ’ ການທີ່ພວກເຈົ້າສອນຈັ່ງຊັ້ນ ກໍເຮັດໃຫ້ກົດບັນຍັດຂອງພຣະເຈົ້າຈືດຈາງໄປ ບໍ່ມີປະໂຫຍດອີຫຍັງ ຕາມປະເພນີຂອງພວກເຈົ້ານີ້ | he need not honor his father or mother with it. Thus you nullify the word of God for the sake of your tradition. |
7 | โอ้ พวกหน้าซื่อใจคดเอ้ย ผู้เป็นปากเป็นเสียงอิสยาห์ได้เว้าถืกต้องพอแฮงแล้วเถิงพวกเจ้าหนิ | ໂອ ຄົນໜ້າຊື່ໃຈຄົດເຮີຍ, ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກທ່ານວ່າ. | ໂອ້ ພວກໜ້າຊື່ໃຈຄົດເອີຍ ຜູ້ເປັນປາກເປັນສຽງເອຊາຢາໄດ້ເວົ້າຖືກຕ້ອງພໍແຮງແລ້ວເຖິງພວກເຈົ້ານີ້ | You hypocrites! Isaiah prophesied correctly about you: |
8 | ว่า 'คนพวกนี้เข้ามาใกล้เฮาด้วยขี้ปาก๏ของเขา กับให้เกียรติเฮาแต่ขี้สบของเขาซื่อๆ แต่ว่าจิตใจของเขาห่างไกลจากเฮาอย่างไกลลิบ | ‘ພົນລະເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກເຮົາ. | ວ່າ ‘ຄົນພວກນີ້ເຂົ້າມາໃກ້ເຮົາດ້ວຍປາກຂອງເຂົາ ກັບໃຫ້ກຽດເຮົາແຕ່ສົບຂອງເຂົາຊື່ໆ ແຕ່ວ່າຈິດໃຈຂອງເຂົາຫ່າງໄກຈາກເຮົາຢ່າງໄກຫລາຍ | ‘These people honor Me with their lips, but their hearts are far from Me. |
9 | คือการที่เขาพวกนี้เคารพบูซาเฮากะไร้สาระ คือเขาเอาบทสอนของคนมาอ้างว่าเป็นหลักคำสอนของพระเจ้า | ເຂົານະມັດສະການເຮົາໂດຍອັບປະໂຫຍດ ດ້ວຍເອົາບົດບັດຍັດຂອງມະນຸດ ມາຕູ່ວ່າເປັນພຣະໂອວາດ’.” | ຄືການທີ່ເຂົາພວກນີ້ເຄົາລົບບູຊາເຮົາກໍຂາດສາລະ ຄືເຂົາເອົາບົດສອນຂອງຄົນມາອ້າງວ່າເປັນຫລັກຄຳສອນຂອງພຣະເຈົ້າ ’” | They worship Me in vain; they teach as doctrine the precepts of men.’” |
| | ສິ່ງທີ່ເຮັດໃຫ້ມະນຸດຊົ່ວມົວໝອງ | | |
| | (ມຣກ. 7:14-23) | | |
10 | เว้าแล้วพระเยซูกะเอิ้นพวกคนหลวงหลายอยู่ฮั้นมา แล้วได้บอกเขาว่า "ให้ฟังเอากับเข้าใจเด้อ | ແລ້ວພຣະອົງຊົງເອີ້ນເອົາປະຊາຊົນແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າໃຈສາ. | ເວົ້າແລ້ວພຣະເຢຊູກໍເອີ້ນພວກຄົນຫລວງຫລາຍຢູ່ຫັ້ນມາ ແລ້ວໄດ້ບອກເຂົາວ່າ “ໃຫ້ຟັງເອົາກັບເຂົ້າໃຈເດີ້ | Jesus called the crowd to Him and said, “Listen and understand. |
11 | แนวใดที่เข้าไปในปาก กะบ่ได้พาเฮ็ดให้คนเป็นมลทินดอก แต่แนวที่ออกมาจากปากฮั้นล่ะ เป็นแนวที่พาเฮ็ดให้คนเป็นมลทิน" | ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.” | ແນວໃດທີ່ເຂົ້າໄປໃນປາກ ກໍບໍ່ໄດ້ພາເຮັດໃຫ້ຄົນເປັນມົນທິນດອກ ແຕ່ແນວທີ່ອອກມາຈາກປາກນັ້ນເນາະ ເປັນແນວທີ່ພາເຮັດໃຫ້ຄົນເປັນມົນທິນ” | A man is not defiled by what enters his mouth, but by what comes out of it.” |
12 | ยามฮั้น พวกลูกศิษย์มาเว้ากับเพิ่นว่า "ท่านฮู้บ้อว่า บัดพวกฟาริสีได้ยินคำเว้าฮั้น เขากะสะดุดบ่พอใจเลย" | ຂະນະນັ້ນພວກສາວົກມາທູນຖາມພຣະອົງວ່າ, “ທ່ານຊາບແລ້ວຫລືວ່າເມື່ອພວກຟາຣີຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສຍໃຈ.” | ຍາມນັ້ນ ພວກລູກສິດມາເວົ້າກັບເພິ່ນວ່າ “ທ່ານຮູ້ບໍ້ວ່າ ບັດພວກຟາຣີຊາຍໄດ້ຍິນຄຳເວົ້ານັ້ນ ເຂົາກໍສະດຸດບໍ່ພໍໃຈເລີຍ” | Then the disciples came to Him and said, “Are You aware that the Pharisees were offended when they heard this?” |
13 | พระเยซูจั่งตอบว่า "กกไม้ใดที่พระเจ้าผู้เป็นพ่อของเฮา (ผู้เพิ่นสถิตในสวรรค์) บ่ได้ปลูก กกฮั้นสิต้องถืกถอนออกเมิ้ดทั้งฮาก | ພຣະອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສຍ. | ພຣະເຢຊູຈັ່ງຕອບວ່າ “ກົກໄມ້ໃດທີ່ພຣະເຈົ້າຜູ້ເປັນພໍ່ຂອງເຮົາ (ຜູ້ເພິ່ນສະຖິດໃນສະຫວັນ) ບໍ່ໄດ້ປຸກ ກົກນັ້ນຊິຕ້ອງຖືກຖອນອອກໝົດທັງຮາກ | But Jesus replied, “Every plant that My Heavenly Father has not planted will be pulled up by its roots. |
14 | อย่าลำไลพวกเขาเลย คือพวกนี้เป็นคนตาบอดจูงคนตาบอดไป คือว่า คั่นคนตาบอดจูงคนตาบอด เขาทั้งสองสิมีแต่พากันตกคลองเอาโลด" | ຊ່າງເຂົາເທາະ ເຂົາເປັນຄົນນຳທາງຕາບອດ ຖ້າຄົນຕາບອດຈູງຄົນຕາບອດໄປເຂົາທັງສອງກໍຈະຕົກໃນຂຸມ.” | ຢ່າສົນນຳພວກເຂົາເລີຍ ຄືພວກນີ້ເປັນຄົນຕາບອດຈູງຄົນຕາບອດໄປ ຄືວ່າ ຄັ່ນຄົນຕາບອດຈູງຄົນຕາບອດ ເຂົາທັງສອງຊິມີແຕ່ພາກັນຕົກຄອງເອົາໂລດ” | Disregard them! They are blind guides. If a blind man leads a blind man, both will fall into a pit.” |
15 | ฝ่ายเปโตรได้ขอเพิ่นว่า "ซ่อยอธิบายคำเปรียบเทียบนี้ให้พวกผู้ข้าฮู้จักนำแหน่" | ຝ່າຍເປໂຕຈິ່ງທູນພຣະອົງວ່າ, “ຂໍທ່ານໂຜດແກ້ໄຂຄຳອຸປະມານີ້ໃຫ້ພວກຂ້ານ້ອຍແດ່.” | ຝ່າຍເປໂຕໄດ້ຂໍເພິ່ນວ່າ “ຊ່ອຍອະທິບາຍຄຳປຽບທຽບນີ້ໃຫ້ພວກຜູ້ຂ້າຮູ້ຈັກນຳແໜ່” | Peter said to Him, “Explain this parable to us.” |
16 | ส่วนพระเยซูเลยตอบว่า "พวกเจ้ายังขาดความเข้าใจบ้อ | ພຣະເຢຊູຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າໃຈເໝືອນກັນຫລື. | ສ່ວນພຣະເຢຊູເລີຍຕອບວ່າ “ພວກເຈົ້າຍັງຂາດຄວາມເຂົ້າໃຈບໍ້ | “Do you still not understand?” Jesus asked. |
17 | คือพวกเจ้ายังบ่ทันเข้าใจดี ว่าอีหยังๆ ที่เข้าไปในปากกะกลืนลงในท้อง แล้วกะถ่ายออกไป | ພວກທ່ານບໍ່ໄດ້ສັງເກດຫລືວ່າ ສິ່ງໃດທີ່ເຂົ້າໄປໃນປາກກໍລົງໃນທ້ອງແລ້ວກໍຖ່າຍອອກມາ. | ຄືພວກເຈົ້າຍັງບໍ່ທັນເຂົ້າໃຈດີ ວ່າອີຫຍັງໆ ທີ່ເຂົ້າໄປໃນປາກກໍກືນລົງໃນທ້ອງ ແລ້ວກໍຖ່າຍອອກໄປ | “Do you not yet realize that whatever enters the mouth goes into the stomach and then is eliminated? |
18 | แต่แนวที่ออกจากปากฮั้น กะต้องออกมาจากใจซะก่อน แนวฮั้นล่ะได้เฮ็ดให้คนเป็นมลทิน | ແຕ່ສິ່ງທີ່ອອກຈາກປາກກໍອອກມາຈາກໃຈ ສິ່ງນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວໝອງ. | ແຕ່ແນວທີ່ອອກຈາກປາກນັ້ນ ກໍຕ້ອງອອກມາຈາກໃຈຊະກ່ອນ ແນວນັ້ນເນາະໄດ້ເຮັດໃຫ້ຄົນເປັນມົນທິນ | But the things that come out of the mouth come from the heart, and these things defile a man. |
19 | คือแนวฮั่นที่ออกมาจากใจของคน มีแต่ความคึดซั่วฮ้าย คือการฆ่า การผิดผัวผิดเมีย การเล่นซู้ล่วงประเวณี การลักขโมย การเป็นพยานเท็จ การเว้าหมิ่นประมาท | ເພາະວ່າຄວາມຄຶດຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະຍານບໍ່ຈິງ, ແລະການນິນທາ ກໍອອກມາຈາກໃຈ. | ຄືແນວນັ້ນທີ່ອອກມາຈາກໃຈຂອງຄົນ ມີແຕ່ຄວາມຄຶດຊົ່ວຮ້າຍ ຄືການຂ້າ ການຜິດຜົວຜິດເມຍ ການຫລິ້ນຊູ້ ການລັກເອົາ ການເປັນພະຍານບໍ່ຈິງ ການເວົ້າໝິ່ນປະມາດ | For out of the heart come evil thoughts, murder, adultery, sexual immorality, theft, false testimony, and slander. |
20 | สิ่งแนวหมู่นี้ล่ะ เป็นแนวที่เฮ็ดให้คนเป็นมลทิน แต่ว่าการกินโดยบ่ล้างมือก่อน ส่ำนี้บ่ได้เฮ็ดให้คนเป็นมลทินดอก" | ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ ແຕ່ການຮັບປະທານອາຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.” | ສິ່ງແນວໝູ່ນີ້ເນາະ ເປັນແນວທີ່ເຮັດໃຫ້ຄົນເປັນມົນທິນ ແຕ່ວ່າການກິນໂດຍບໍ່ລ້າງມືກ່ອນ ສ່ຳນີ້ບໍ່ໄດ້ເຮັດໃຫ້ຄົນເປັນມົນທິນດອກ” | These are what defile a man, but eating with unwashed hands does not defile him.” |
| | ຄວາມເຊື່ອຂອງຍິງຊາດການາອານ | | |
| | (ມຣກ. 7:24-30) | | |
21 | เว้าแล้วพระเยซูได้ออกจากหม่องฮั้น เข้าไปทางเขตเมืองไทระกับเมืองไซดอน | ແລ້ວພຣະເຢຊູໄດ້ສະເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີເຣແລະເມືອງຊິໂດນ. | ເວົ້າແລ້ວພຣະເຢຊູໄດ້ອອກຈາກໝ້ອງນັ້ນ ເຂົ້າໄປທາງເຂດເມືອງຕີເຣກັບເມືອງຊີໂດນ | Leaving that place, Jesus withdrew to the district of Tyre and Sidon. |
22 | แล้วนี่แน่ะ มีญิงซาวคานาอันคนหนึ่งมาจากเขตแดนฮั้น ฮ้องวอนขอเพิ่นว่า "โอ้ พระเยซูผู้เพิ่นเป็นลูกดาวิดเจ้าข้า ขอโปรดเมตตาผู้ข้าท้อน คือลูกสาวของผู้ข้าถืกผีเข้าครอบงำไว้อยู่ เป็นทุกข์เป็นยากหลายขนาด" | ມີຍິງຊາດການາອານຄົນໜຶ່ງມາຈາກເຂດນັ້ນຮ້ອງທູນພຣະອົງວ່າ, “ນາຍຜູ້ເປັນບຸດດາວິດເອີຍ, ຂໍໂຜດເມດຕາຂ້ານ້ອຍແດ່ທ້ອນ ລູກສາວຂອງຂ້ານ້ອຍມີຄວາມລຳບາກຫລາຍຍ້ອນຜີຮ້າຍບັງຄັບ.” | ແລ້ວນີ້ແຫລະ ມີຍິງຊາວການາອານຄົນໜຶ່ງມາຈາກເຂດແດນນັ້ນ ຮ້ອງວອນຂໍເພິ່ນວ່າ “ໂອ້ ພຣະເຢຊູຜູ້ເພິ່ນເປັນລູກດາວິດເຈົ້າຂ້າ ຂໍກະລຸນາເມດຕາຜູ້ຂ້າທ້ອນ ຄືລູກສາວຂອງຜູ້ຂ້າຖືກຜີເຂົ້າຄອບງຳໄວ້ຢູ່ ເປັນທຸກເປັນຍາກຫລາຍຂະໜາດ” | And a Canaanite woman from that region came to Him, crying out, “Lord, Son of David, have mercy on me! My daughter is miserably possessed by a demon.” |
23 | ส่วนพระเยซูกะบ่ได้ตอบเขาจักคำเลย ฝ่ายพวกลูกศิษย์ของเพิ่นได้ขอนำเพิ่นว่า "ไล่นางนี้ออกไปซะ ย้อนเขามีแต่ฮ้องแบบนี้ตามพวกเฮามา" | ຝ່າຍພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ມັນເມືອເສຍ ເພາະມັນຮ້ອງຕາມເຮົາມາ.” | ສ່ວນພຣະເຢຊູກໍບໍ່ໄດ້ຕອບເຂົາຈັກຄຳເລີຍ ຝ່າຍພວກລູກສິດຂອງເພິ່ນໄດ້ຂໍນຳເພິ່ນວ່າ “ໄລ່ນາງນີ້ອອກໄປຊະ ຍ້ອນເຂົາມີແຕ່ຮ້ອງແບບນີ້ຕາມພວກເຮົາມາ” | But Jesus did not answer a word. So His disciples came and urged Him, “Send her away, for she keeps crying out after us.” |
24 | แต่พระเยซูตอบว่า "เฮาบ่ได้ฮับการใซ้มาเพื่อหาซาติอื่นๆ นอกจากแกะหลงทางของพี่น้องซาวอิสราเอลท่อฮั้น" | ພຣະອົງຊົງຕອບວ່າ, “ເຮົາບໍ່ໄດ້ຮັບໃຊ້ມາຫາຜູ້ໃດ ເວັ້ນແຕ່ຝູງແກະທີ່ເສຍແລ້ວ ຄືກະກຸນອິສຣາເອນ.” | ແຕ່ພຣະເຢຊູຕອບວ່າ “ເຮົາບໍ່ໄດ້ຮັບການໃຊ້ມາເພື່ອຫາຊາດອື່ນໆ ນອກຈາກແກະຫລົງທາງຂອງພີ່ນ້ອງຊາວອິດສະຣາເອນເທົານັ້ນ” | He answered, “I was sent only to the lost sheep of the house of Israel.” |
25 | ฝ่ายแม่ญิงฮั้นกะมากราบมาไหว้พระเยซูเว้าว่า "ท่านเจ้าข้า ขอซ่อยผู้ข้าแหน่ท้อน" | ຝ່າຍຍິງນັ້ນໄດ້ມາຂາບທູນພຣະອົງວ່າ, “ນາຍເອີຍ, ຂໍໂຜດຊ່ອຍຂ້ານ້ອຍແດ່ທ້ອນ.” | ຝ່າຍແມ່ຍິງນັ້ນກໍມາຂາບມາໄຫວ້ພຣະເຢຊູເວົ້າວ່າ “ທ່ານເຈົ້າຂ້າ ຂໍຊ່ອຍຜູ້ຂ້າແໜ່ທ້ອນ” | The woman came and knelt before him. “Lord, help me!” she said. |
26 | แต่เพิ่นตอบนางว่า "มันบ่สมควรแล้ว ที่สิเอาแนวกินของลูกๆ โยนลงให้หมากินดอก" | ພຣະອົງຊົງຕອບວ່າ, “ບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ແກ່ໝານ້ອຍ.” | ແຕ່ເພິ່ນຕອບນາງວ່າ “ມັນບໍ່ສົມຄວນແລ້ວ ທີ່ຊິເອົາແນວກິນຂອງລູກໆ ໂຍນລົງໃຫ້ໝາກິນດອກ” | But Jesus replied, “It is not right to take the children’s bread and toss it to the dogs.” |
27 | แล้วแม่ญิงฮั้นตอบฮับว่า "แม่นความอยู่ ท่านเจ้าข้า แต่ตามหลักแล้ว หมากินของเดนที่ตกจากโต๊ะของนายเฮือนบ่แม่นตี่" | ຍິງນັ້ນທູນຕອບວ່າ, “ຈິງຢູ່ຂ້ານ້ອຍ ແຕ່ເຖິງແມ່ນໝານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ.” | ແລ້ວແມ່ຍິງນັ້ນຕອບຮັບວ່າ “ແມ່ນຄວາມຢູ່ ທ່ານເຈົ້າຂ້າ ແຕ່ຕາມຫລັກແລ້ວ ໝາກິນເສດເຫລືອທີ່ຕົກຈາກໂຕະຂອງນາຍເຮືອນບໍ່ແມ່ນຕີ່” | “Yes, Lord,” she said, “even the dogs eat the crumbs that fall from their master’s table.” |
28 | บัดนี้พระเยซูตอบนางว่า "โอ้ ญิงเอ้ย เจ้ามีความเซื่อหลายอีหลี ให้เป็นไปตามความปรารถนาของนางเด้อ" แล้วลูกสาวของนางได้เซาเป็นดีแต่โมงฮั้นมา | ແລ້ວພຣະເຢຊູຊົງຕອບຍິງນັ້ນວ່າ, “ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ໃຫ້ເປັນໄປຕາມຄວາມປະສົງຂອງເຈົ້າເທີນ” ລູກສາວຂອງຍິງນັ້ນກໍດີເປັນປົກກະຕິຕັ້ງແຕ່ໂມງນັ້ນ. | ບັດນີ້ພຣະເຢຊູຕອບນາງວ່າ “ໂອ້ ຍິງເອີຍ ເຈົ້າມີຄວາມເຊື່ອຫລາຍອີ່ຫລີ ໃຫ້ເປັນໄປຕາມຄວາມປາດຖະໜາຂອງນາງເດີ້” ແລ້ວລູກສາວຂອງນາງໄດ້ເຊົາເປັນດີແຕ່ໂມງນັ້ນມາ | “O woman,” Jesus answered, “your faith is great! Let it be done for you as you desire.” And her daughter was healed from that very hour. |
| | ຊົງໂຜດຫລາຍຄົນໃຫ້ດີ | | |
29 | แล้วพระเยซูได้ออกจากหม่องฮั้น มาทางทะเลกาลิลี แล้วขึ้นไปเทิงภูเขา นั่งลงอยู่ฮั้น | ພຣະເຢຊູໄດ້ສະເດັດອອກຈາກທີ່ນັ້ນລຽບຝັ່ງທະເລຄາລີເລໄປ ແລ້ວສະເດັດຂຶ້ນພູຊົງປະທັບນັ່ງລົງທີ່ນັ້ນ. | ແລ້ວພຣະເຢຊູໄດ້ອອກຈາກໝ້ອງນັ້ນ ມາທາງທະເລກາລີເລ ແລ້ວຂຶ້ນໄປເທິງພູເຂົາ ນັ່ງລົງຢູ່ຫັ້ນ | Moving on from there, Jesus went along the Sea of Galilee. Then He went up on a mountain and sat down. |
30 | แล้วมีคนหลวงหลายได้มาหาเพิ่น ได้พาคนง่อย คนตาบอด คนปากกืก คนพิการ กับเป็นแนวอื่นๆ อีกหลายแนว มาวางลงต่อหน้าพระเยซู แล้วเพิ่นได้ปัวเขาให้เซาเป็นดีเมิ้ด | ແລະມີປະຊາຊົນຈຳນວນຫລາຍມາຫາພຣະອົງ ເຂົາພາຄົນຂາເສັ້ງ, ຄົນຕາບອດ, ຄົນແຂນຂາເສັ້ງ, ຄົນປາກກືກ, ແລະຄົນເຈັບອື່ນໆຫລາຍຄົນ ມາວາງໄວ້ແທບພຣະບາດຂອງພຣະເຢຊູ ແລ້ວພຣະອົງໄດ້ຊົງໂຜດໃຫ້ເຂົາດີ. | ແລ້ວມີຄົນຫລວງຫລາຍໄດ້ມາຫາເພິ່ນ ໄດ້ພາຄົນເປັ້ຍ ຄົນຕາບອດ ຄົນປາກກືກ ຄົນພິການ ກັບເປັນແນວອື່ນໆ ອີກຫລາຍແນວ ມາວາງລົງຕໍ່ໜ້າພຣະເຢຊູ ແລ້ວເພິ່ນໄດ້ປົວເຂົາໃຫ້ເຊົາເປັນດີໝົດ | Large crowds came to Him, bringing the lame, the blind, the crippled, the mute, and many others, and laid them at His feet, and He healed them. |
31 | พวกคนอยู่ฮั้นจั่งแปลกใจเป็นตางึดหลายบัดเห็นคนปากกืกเว้าได้ คนพิการเซาเป็นคนแข็งแฮงดี คนง่อยย่างได้สบาย คนตาบอดเห็นได้ แล้วเขาจั่งสรรเสริญพระเจ้าของซนซาติอิสราเอลฮั้น | ຈົນຝູງຄົນເຫລົ່ານັ້ນງຶດອັດສະຈັນໃຈ ເມື່ອເຫັນຄົນປາກກືກປາກໄດ້, ຄົນແຂນຂາເສັ້ງດີປົກກະຕິ, ຄົນຂາເສັ້ງຍ່າງໄປໄດ້, ແລະຄົນຕາບອດເຫັນໄດ້ ແລ້ວເຂົາຈິ່ງສັນລະເສີນພຣະເຈົ້າຂອງຊາດອິສຣາເອນ. | ພວກຄົນຢູ່ຫັ້ນຈັ່ງແປກໃຈເປັນຕາງຶດຫລາຍບັດເຫັນຄົນປາກກືກເວົ້າໄດ້ ຄົນພິການເຊົາເປັນຄົນແຂງແຮງດີ ຄົນເປັ້ຍຍ່າງໄດ້ສະບາຍ ຄົນຕາບອດເຫັນໄດ້ ແລ້ວເຂົາຈັ່ງສັນລະເສີນພຣະເຈົ້າຂອງຊົນຊາດອິດສະຣາເອນນັ້ນ | The crowd was amazed when they saw the mute speaking, the crippled restored, the lame walking, and the blind seeing. And they glorified the God of Israel. |
| | ຊົງລ້ຽງຄົນສີ່ພັນ | | |
| | (ມຣກ. 8:1-10) | | |
32 | ส่วนพระเยซูกะเอิ้นพวกลูกศิษย์ของเพิ่นมาบอกว่า "เฮาอิตนคนหลวงหลายพวกนี้ ย้อนเขาติดตามเฮามาฮอดสามมื้อแล้ว แล้วเขาบ่มีแนวสิกิน เฮาเลยบ่อยากส่งเขาเมือบัดยังอดหิว หย้านว่าเขาสิเมิ้ดแฮงตามทาง" | ຝ່າຍພຣະເຢຊູຊົງເອີ້ນພວກສາວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນເຮົາບໍ່ຢາກໃຫ້ເຂົາກັບໄປໃນຂະນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ.” | ສ່ວນພຣະເຢຊູກໍເອີ້ນພວກລູກສິດຂອງເພິ່ນມາບອກວ່າ “ເຮົາອິຕົນຄົນຫລວງຫລາຍພວກນີ້ ຍ້ອນເຂົາຕິດຕາມເຮົາມາຮອດສາມມື້ແລ້ວ ແລ້ວເຂົາບໍ່ມີແນວຊິກິນ ເຮົາເລີຍບໍ່ຢາກສົ່ງເຂົາເມືອບັດຍັງອົດຫິວ ຢ້ານວ່າເຂົາຊິໝົດແຮງຕາມທາງ” | Then Jesus called His disciples to Him and said, “I have compassion for this crowd, because they have already been with Me three days and have nothing to eat. I do not want to send them away hungry, or they may faint along the way.” |
33 | พวกลูกศิษย์เลยเว้ากับเพิ่นว่า "ในถิ่นแห้งแล้งนี้ พวกผู้ข้าสิหาแนวกินอยู่ไส พอสิเลี้ยงคนหลายขนาดนี้ให้อิ่มได้" | ພວກສາວົກທູນຖາມພຣະອົງວ່າ, “ໃນປ່າຢ່າງນີ້ພວກຂ້ານ້ອຍຈະຊອກອາຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້.” | ພວກລູກສິດເລີຍເວົ້າກັບເພິ່ນວ່າ “ໃນຖິ່ນແຫ້ງແລ້ງນີ້ ພວກຜູ້ຂ້າຊິຫາແນວກິນຢູ່ໄສ ພໍຊິລ້ຽງຄົນຫລາຍຂະໜາດນີ້ໃຫ້ອິ່ມໄດ້” | The disciples replied, “Where in this desolate place could we find enough bread to feed such a large crowd?” |
34 | แล้วพระเยซูเลยถามเขาว่า "เจ้ามีขนมปังจักก้อน" เขาตอบว่า "มีอยู่เจ็ดก้อน กับปลาน้อยสองสามโต" | ພຣະເຢຊູຊົງຖາມເຂົາວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ່ອນກັບປານ້ອຍສອງສາມໂຕ.” | ແລ້ວພຣະເຢຊູເລີຍຖາມເຂົາວ່າ “ເຈົ້າມີເຂົ້າຈີ່ຈັກກ້ອນ” ເຂົາຕອບວ່າ “ມີຢູ່ເຈັດກ້ອນ ກັບປານ້ອຍສອງສາມໂຕ” | “How many loaves do you have?” Jesus asked. “Seven,” they replied, “and a few small fish.” |
35 | แล้วเพิ่นกะสั่งให้พวกคนหลวงหลายนั่งลงกับพื้นดิน | ພຣະອົງຈິ່ງຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມດິນ. | ແລ້ວເພິ່ນກໍສັ່ງໃຫ້ພວກຄົນຫລວງຫລາຍນັ່ງລົງກັບພື້ນດິນ | And He directed the crowd to sit down on the ground. |
36 | แล้วเพิ่นฮับเอาขนมปังเจ็ดก้อนกับปลาฮั้นขึ้นมาขอบพระคุณพระเจ้า แล้วจั่งบิออกเป็นซิ้นๆ ส่งให้พวกลูกศิษย์ของเพิ่น พวกลูกศิษย์กะเลยแจกให้คนทั้งหลายอยู่ฮั้น | ແລ້ວຊົງຮັບເຂົ້າຈີ່ເຈັດກ້ອນກັບປາເຫລົ່ານັ້ນມາໂມທະນາພຣະຄຸນ ຈິ່ງຊົງຫັກຍື່ນໃຫ້ພວກສາວົກຂອງຕົນ ພວກສາວົກກໍໄດ້ແຈກຢາຍໃຫ້ປະຊາຊົນ. | ແລ້ວເພິ່ນຮັບເອົາເຂົ້າຈີ່ເຈັດກ້ອນກັບປານັ້ນຂຶ້ນມາຂອບຄຸນພຣະເຈົ້າ ແລ້ວຈັ່ງບິອອກເປັນທ່ອນໆ ສົ່ງໃຫ້ພວກລູກສິດຂອງເພິ່ນ ພວກລູກສິດກໍເລີຍແຈກໃຫ້ຄົນທັງຫລາຍຢູ່ຫັ້ນ | Taking the seven loaves and the fish, He gave thanks and broke them. Then He gave them to the disciples, and the disciples gave them to the people. |
37 | แล้วพวกเขาได้กินอิ่มเมิ้ดคู่คน แนวกินที่เหลืออยู่ฮั้น เขาเก็บได้เจ็ดกระบุงเต็ม | ແລະຄົນທັງປວງໄດ້ກິນອີ່ມໝົດທຸກຄົນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ. | ແລ້ວພວກເຂົາໄດ້ກິນອິ່ມໝົດຄູ່ຄົນ ແນວກິນທີ່ເຫລືອຢູ່ຫັ້ນ ເຂົາເກັບໄດ້ເຈັດກະບຸງເຕັມ | They all ate and were satisfied, and the disciples picked up seven basketfuls of broken pieces that were left over. |
38 | แล้วจำนวนคนที่ได้กินฮั้น นอกจากแม่ญิงกับพวกเด็ก มีผู้ซายประมาณสี่พันคน | ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ. | ແລ້ວຈຳນວນຄົນທີ່ໄດ້ກິນນັ້ນ ນອກຈາກແມ່ຍິງກັບພວກເດັກ ມີຜູ້ຊາຍປະມານສີ່ພັນຄົນ | A total of four thousand men were fed, in addition to women and children. |
39 | แล้วพอเพิ่นได้ส่งคนหลวงหลายพวกฮั้นออกไปแล้ว จั่งลงเฮือมายังฝั่งเขตเมืองมักดาลา | ເມື່ອຊົງສັ່ງໃຫ້ເຂົາເລີກໄປແລ້ວ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາຄາດານ. | ແລ້ວພໍເພິ່ນໄດ້ສົ່ງຄົນຫລວງຫລາຍພວກນັ້ນອອກໄປແລ້ວ ຈັ່ງລົງເຮືອມາຍັງຝັ່ງເຂດເມືອງມັກດາລາ | After Jesus had dismissed the crowds, He got into the boat and went to the region of Magadan. |