| | ບົດທີ 13 | ມັດທາຍ ບົດທີ 13 | Matthew 13 |
| | ຄຳອຸປະມາເລື່ອງຜູ້ຫວ່ານ | | |
| | (ມຣກ. 4:1-9; ລກ. 8:4-8) | | |
1 | ในมื้อเดียวกันฮั้น พระเยซูได้ลงจากเฮือน ออกไปนั่งอยู่ซายทะเล | ໃນວັນນັ້ນພຣະເຢຊູໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງທະເລ. | ໃນມື້ດຽວກັນນັ້ນ ພຣະເຢຊູໄດ້ລົງຈາກເຮືອນ ອອກໄປນັ່ງຢູ່ຊາຍທະເລ | That same day Jesus went out of the house and sat by the sea. |
2 | แล้วมีคนหลวงหลายได้พากันมาหาเพิ่น พระเยซูจั่งลงไปนั่งอยู่ในเฮือ แล้วคนพวกฮั้นกะยืนอยู่เทิงตะฝั่ง | ມີຄົນຫລວງຫລາຍພາກັນມາຫາພຣະອົງ ເພາະເຫດນັ້ນພຣະອົງຈິ່ງສະເດັດເຂົ້າປະທັບຢູ່ໃນເຮືອ ແລະຝູງຄົນເຫລົ່ານັ້ນກໍຢືນຢູ່ແຄມຝັ່ງ. | ແລ້ວມີຄົນຫລວງຫລາຍໄດ້ພາກັນມາຫາເພິ່ນ ພຣະເຢຊູຈັ່ງລົງໄປນັ່ງຢູ່ໃນເຮືອ ແລ້ວຄົນພວກນັ້ນກໍຢືນຢູ່ເທິງຝັ່ງ | Such large crowds gathered around Him that He got into a boat and sat down, while all the people stood on the shore. |
3 | แล้วพระเยซูจั่งได้เว้ากับเขาหลายอันหลายแนวเป็นคำเปรียบเทียบว่า "นี่แน่ะ มีผู้หว่านคนหนึ่งออกไปหว่านเม็ดข้าว | ແລ້ວພຣະອົງຊົງກ່າວກັບເຂົາຫລາຍປະການເປັນຄຳອຸປະມາວ່າ, “ເບິ່ງແມ, ມີຄົນໜຶ່ງອອກໄປຫວ່ານພືດ. | ແລ້ວພຣະເຢຊູຈັ່ງໄດ້ເວົ້າກັບເຂົາຫລາຍອັນຫລາຍແນວເປັນຄຳປຽບທຽບວ່າ “ນີ້ແຫລະ ມີຜູ້ຫວ່ານຄົນໜຶ່ງອອກໄປຫວ່ານເມັດເຂົ້າ | And He told them many things in parables, saying, “A farmer went out to sow his seed. |
4 | แล้วบัดพวมหว่านอยู่ฮั้น ลางเม็ดกะตกตามแคมทาง แล้วนกกะลงมากินเมิ้ด | ເມື່ອກຳລັງຫວ່ານຢູ່ນັ້ນລາງເມັດກໍຕົກຕາມທາງ ແລ້ວນົກກໍມາກິນເສຍ. | ແລ້ວບັດພວມຫວ່ານຢູ່ຫັ້ນ ລາງເມັດກໍຕົກຕາມແຄມທາງ ແລ້ວນົກກໍລົງມາກິນໝົດ | And as he was sowing, some seed fell along the path, and the birds came and devoured it. |
5 | ลางเม็ดกะตกใส่หม่องที่เป็นพื้นหิน มีเนื้อดินบางๆ จั่งงอกขึ้นโดยไวย้อนดินบ่ลึก | ລາງເມັດກໍຕົກໃສ່ບ່ອນຫີນຫລາຍດິນໜ້ອຍ ຈິ່ງງອກຂຶ້ນໂລດເພາະດິນບໍ່ເລິກ. | ລາງເມັດກໍຕົກໃສ່ໝ້ອງທີ່ເປັນພື້ນຫີນ ມີເນື້ອດິນບາງໆ ຈັ່ງງອກຂຶ້ນໂດຍໄວຍ້ອນດິນບໍ່ເລິກ | Some fell on rocky ground, where it did not have much soil. It sprang up quickly, because the soil was shallow. |
6 | แล้วบัดตะเว็นขึ้น มันกะถืกแดดเผาย้อนบ่มีฮากเลยเหี่ยวไป | ແຕ່ເມື່ອຕາເວັນອອກມາກໍແຫ້ມ ຈິ່ງຫ່ຽວແຫ້ງໄປເພາະບໍ່ມີຮາກ. | ແລ້ວບັດຕະເວັນຂຶ້ນ ມັນກໍຖືກແດດເຜົາຍ້ອນບໍ່ມີຮາກເລີຍຫ່ຽວໄປ | But when the sun rose, the seedlings were scorched, and they withered because they had no root. |
7 | แล้วลางเม็ดกะตกอยู่กลางหนาม แต่หนามได้งอกขึ้นก่อนเลยปกคลุมมันไว้ | ລາງເມັດກໍຕົກກາງພຸ່ມໜາມ ໜາມກໍປົ່ງຂຶ້ນຫຸ້ມຮັດເສຍ. | ແລ້ວລາງເມັດກໍຕົກຢູ່ກາງໜາມ ແຕ່ໜາມໄດ້ງອກຂຶ້ນກ່ອນເລີຍປົກຄຸມມັນໄວ້ | Other seed fell among thorns, which grew up and choked the seedlings. |
8 | แล้วลางเม็ดกะตกใส่ดินดี แล้วเกิดผล ได้ร้อยเท่าบ้าง หกสิบเท่าบ้าง สามสิบเท่าบ้าง | ລາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນເມັດໜຶ່ງຮ້ອຍຕໍ່, ເມັດໜຶ່ງຫົກສິບຕໍ່, ເມັດໜຶ່ງສາມສິບຕໍ່. | ແລ້ວລາງເມັດກໍຕົກໃສ່ດິນດີ ແລ້ວເກີດຜົນ ໄດ້ຮ້ອຍເທົ່າແດ່ ຫົກສິບເທົ່າແດ່ ສາມສິບເທົ່າແດ່ | Still other seed fell on good soil and produced a crop—a hundredfold, sixtyfold, or thirtyfold. |
9 | ใผมีหูกะให้ฟังเอาเด้อ" | ຜູ້ໃດມີຫູ ຈົ່ງຟັງເອົາ.” | ໃຜມີຫູກໍໃຫ້ຟັງເອົາເດີ້” | He who has ears, let him hear.” |
| | ຈຸດມຸ່ງໝາຍຂອງຄຳອຸປະມາ | | |
| | (ມຣກ. 4:10-12; ລກ. 8:9-10) | | |
10 | แล้วฝ่ายพวกลูกศิษย์จั่งถามพระเยซูว่า "เป็นหยังท่านจั่งเว้ากับพวกเขาเป็นแต่คำเปรียบเทียบซื่อๆ" | ຝ່າຍພວກສາວົກຈິ່ງມາທູນພຣະອົງວ່າ, “ເຫດສັນໃດທ່ານຈິ່ງກ່າວກັບເຂົາເປັນຄຳອຸປະມາ.” | ແລ້ວຝ່າຍພວກລູກສິດຈັ່ງຖາມພຣະເຢຊູວ່າ “ເປັນຫຍັງທ່ານຈັ່ງເວົ້າກັບພວກເຂົາເປັນແຕ່ຄຳປຽບທຽບຊື່ໆ” | Then the disciples came to Jesus and asked, “Why do You speak to the people in parables?” |
11 | เพิ่นจั่งตอบพวกลูกศิษย์ว่า "ย้อนว่า ถ้อยคำอันลึกลับเรื่องแผ่นดินสวรรค์ฮั้นได้มอบให้พวกเจ้าที่สิฮู้จักนำ แต่สำหรับพวกคนภายนอกฮั้นกะบ่เลย | ພຣະອົງຊົງຕອບເຂົາວ່າ, “ຂໍ້ຄວາມເລິກລັບເລື່ອງລາຊະອານາຈັກສະຫວັນຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ແຕ່ຄົນເຫລົ່ານັ້ນບໍ່ຊົງໂຜດໃຫ້ຮູ້. | ເພິ່ນຈັ່ງຕອບພວກລູກສິດວ່າ “ຍ້ອນວ່າ ຖ້ອຍຄຳອັນເລິກລັບເລື່ອງລາຊະອານາຈັກສະຫວັນນັ້ນໄດ້ມອບໃຫ້ພວກເຈົ້າທີ່ຊິຮູ້ຈັກນຳ ແຕ່ສຳລັບພວກຄົນພາຍນອກຫັ້ນກໍບໍ່ເລີຍ | He replied, “The knowledge of the mysteries of the kingdom of heaven has been given to you, but not to them. |
12 | คือว่าผู้ใดมีอยู่แล้ว กะสิเติมให้ผู้ฮั้นเพิ่มอีก แต่ผู้ใดที่บ่มี แม้นแต่แนวที่เขามีอยู่แล้ว กะสิเอาออกไปจากเขา | ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກ ແລະຜູ້ນັ້ນຈະມີບໍລິບູນ ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສຍ. | ຄືວ່າຜູ້ໃດມີຢູ່ແລ້ວ ກໍຊິເຕີມໃຫ້ຜູ້ນັ້ນເພີ່ມອີກ ແຕ່ຜູ້ໃດທີ່ບໍ່ມີ ແມ່ນແຕ່ແນວທີ່ເຂົາມີຢູ່ແລ້ວ ກໍຊິເອົາອອກໄປຈາກເຂົາ | Whoever has will be given more, and he will have an abundance. Whoever does not have, even what he has will be taken away from him. |
13 | จั่งซั้น เฮาจั่งเว้ากับพวกเขาเป็นคำเปรียบเทียบ ย้อนว่าเถิงแม้นเขาเห็นกะคือบ่เห็น เถิงได้ยินกะคือบ่ได้ยิน กับบ่เข้าใจนำ | ດ້ວຍເຫດນີ້ແຫລະ, ເຮົາຈິ່ງກ່າວແກ່ເຂົາເປັນຄຳອຸປະມາເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ, ເມື່ອເຂົາຟັງກໍບໍ່ໄດ້ຍິນ, ແລະບໍ່ເຂົ້າໃຈ. | ຈັ່ງຊັ້ນ ເຮົາຈັ່ງເວົ້າກັບພວກເຂົາເປັນຄຳປຽບທຽບ ຍ້ອນວ່າເຖິງແມ່ນເຂົາເຫັນກໍຄືບໍ່ເຫັນ ເຖິງໄດ້ຍິນກໍຄືບໍ່ໄດ້ຍິນ ກັບບໍ່ເຂົ້າໃຈນຳ | This is why I speak to them in parables: ‘Though seeing, they do not see; though hearing, they do not hear or understand.’ |
14 | แล้วคำทำนายของอิสยาห์กะสำเร็จอยู่ในคนพวกฮั้นที่ว่า 'พวกเจ้าสิได้ยิน แต่สิบ่เข้าใจ แล้วสิเบิ่งเห็น แต่สิบ่ได้ฮู้จักเลย | ຄຳທຳນວາຍຂອງເອຊາຢາກໍຖືກຕ້ອງກັບເຂົາ ຄືຄຳທີ່ວ່າ, ‘ເຈົ້າທັງຫລາຍຈະໄດ້ຍິນແທ້ ແຕ່ຈະບໍ່ເຂົ້າໃຈຈັກເທື່ອ ຈະໄດ້ເຫັນແທ້ ແຕ່ຈະບໍ່ໄດ້ສັງເກດຈັກເທື່ອ. | ແລ້ວຄຳທຳນາຍຂອງເອຊາຢາກໍສຳເລັດຢູ່ໃນຄົນພວກນັ້ນທີ່ວ່າ ‘ພວກເຈົ້າຊິໄດ້ຍິນ ແຕ່ຊິບໍ່ເຂົ້າໃຈ ແລ້ວຊິເບິ່ງເຫັນ ແຕ່ຊິບໍ່ໄດ້ຮູ້ຈັກເລີຍ | In them the prophecy of Isaiah is fulfilled: ‘You will be ever hearing but never understanding; you will be ever seeing but never perceiving. |
15 | ย้อนว่า จิตใจของซนซาตินี้กะหนาปึกเป็นเซ่อๆ ซ่าๆ อยู่ หูของเขากะตึง ตาของเขากะปิดไว้แล้ว เกรงว่าในยามใดเขาอาจสิเห็นด้วยตา กับได้ยินด้วยหู กับเข้าใจด้วยใจ แล้วสิหันมากลับใจใหม่ แล้วเฮาจั่งสิปัวเขาให้เซาเป็นดี' | ດ້ວຍວ່າໃຈຂອງພົນລະເມືອງນີ້ກໍປຶກໜາ, ຫູກໍໜັກ, ຕາຂອງເຂົາກໍຫລັບເສຍ ຢ້ານວ່າເຂົາຈະສັງເກດດ້ວຍຕາ ແລະຈະໄດ້ຍິນດ້ວຍຫູແລະຈະຮູ້ດ້ວຍໃຈ ແລ້ວຈະຕ່າວກັບມາ ແລະເຮົາຈະເຮັດໃຫ້ເຂົາດີ’. | ຍ້ອນວ່າ ຈິດໃຈຂອງຊົນຊາດນີ້ກໍໜາປຶກເປັນເຊີ່ໆ ຊ່າໆ ຢູ່ ຫູຂອງເຂົາກໍຕຶງ ຕາຂອງເຂົາກໍປິດໄວ້ແລ້ວ ຢ້ານວ່າໃນຍາມໃດເຂົາອາດຊິເຫັນດ້ວຍຕາ ກັບໄດ້ຍິນດ້ວຍຫູ ກັບເຂົ້າໃຈດ້ວຍໃຈ ແລ້ວຊິຫັນມາກັບໃຈໃໝ່ ແລ້ວເຮົາຈັ່ງຊິປົວເຂົາໃຫ້ເຊົາເປັນດີ’ | For this people’s heart has grown callous; they hardly hear with their ears, and they have closed their eyes. Otherwise they might see with their eyes, hear with their ears, understand with their hearts, and turn, and I would heal them.’ |
16 | แต่ฝ่ายพวกเจ้า ตาของเจ้ากะได้พรเป็นสุขแล้วย้อนเจ้าได้เห็น กับหูของเจ้ากะได้พรเป็นสุขแล้วย้อนเจ้าได้ยิน | ແຕ່ຕາຂອງພວກທ່ານກໍເປັນສຸກເພາະໄດ້ເຫັນ ແລະຫູຂອງພວກທ່ານກໍເປັນສຸກເພາະໄດ້ຍິນ. | ແຕ່ຝ່າຍພວກເຈົ້າ ຕາຂອງເຈົ້າກໍໄດ້ພົນເປັນສຸກແລ້ວຍ້ອນເຈົ້າໄດ້ເຫັນ ກັບຫູຂອງເຈົ້າກໍໄດ້ພົນເປັນສຸກແລ້ວຍ້ອນເຈົ້າໄດ້ຍິນ | But blessed are your eyes because they see, and your ears because they hear. |
17 | คือเฮาสิบอกความจริงให้พวกเจ้าโลด ว่า ผู้เป็นปากเป็นเสียงของพระเจ้ากับผู้เที่ยงธรรมหลายคนอยากสิเห็น๏สิ่งที่ตาของพวกเจ้าได้เห็น แต่เขาบ่ได้เห็น กับอยากสิได้ยิน๏สิ่งที่หูของพวกเจ้าได้ยิน แต่เขาบ่ได้ยิน | ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ປະກາດພຣະທຳແລະຜູ້ມີສິນທຳຫລາຍຄົນ ໄດ້ປາດຖະໜາຢາກເຫັນຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ ເຂົາປາດຖະໜາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ ແຕ່ບໍ່ໄດ້ຍິນ. | ຄືເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ຜູ້ເປັນປາກເປັນສຽງຂອງພຣະເຈົ້າກັບຜູ້ທ່ຽງທຳຫລາຍຄົນຢາກຊິເຫັນສິ່ງທີ່ຕາຂອງພວກເຈົ້າໄດ້ເຫັນ ແຕ່ເຂົາບໍ່ໄດ້ເຫັນ ກັບຢາກຊິໄດ້ຍິນສິ່ງທີ່ຫູຂອງພວກເຈົ້າໄດ້ຍິນ ແຕ່ເຂົາບໍ່ໄດ້ຍິນ | For truly I tell you, many prophets and righteous men longed to see what you see but did not see it, and to hear what you hear but did not hear it. |
| | ຊົງອະທິບາຍເລື່ອງຄຳອຸປະມາເລື່ອງຜູ້ຫວ່ານ | | |
| | (ມຣກ. 4:13-20; ລກ. 8:11-15) | | |
18 | จั่งซั้น ให้พวกเจ้าฮับฟังคำเปรียบเทียบเรื่องผู้หว่านเม็ดข้าวเด้อ | “ເຫດສັນນັ້ນທ່ານທັງຫລາຍຈົ່ງຟັງຄຳອຸປະມາເລື່ອງຜູ້ຫວ່ານພືດນັ້ນ. | ຈັ່ງຊັ້ນ ໃຫ້ພວກເຈົ້າຮັບຟັງຄຳປຽບທຽບເລື່ອງຜູ້ຫວ່ານເມັດເຂົ້າເດີ້ | Consider, then, the parable of the sower: |
19 | คือ บัดผู้ใดได้ยินพระคำของพระเจ้าเรื่องแผ่นดินของเพิ่นฮั้นแต่บ่เข้าใจ มารร้ายกะมาจิกเอาพระคำที่หว่านในใจของเขาฮั้นออกไปซะ อันนี้กะได้แก่ผู้ซึ่งฮับเม็ดข้าวที่ตกตามแคมทาง | ເມື່ອຜູ້ໃດໄດ້ຍິນພຣະທຳເລື່ອງລາຊະອານາຈັກນັ້ນ ແຕ່ບໍ່ເຂົ້າໃຈ ມານຮ້າຍມາຍາດເອົາເມັດທີ່ຫວ່ານໃນໃຈຄົນນັ້ນໄປເສຍ ນັ້ນແຫລະ, ໄດ້ແກ່ເມັດທີ່ຫວ່ານລົງຕາມທາງ. | ຄື ບັດຜູ້ໃດໄດ້ຍິນພຣະຄຳຂອງພຣະເຈົ້າເລື່ອງລາຊະອານາຈັກຂອງເພິ່ນນັ້ນແຕ່ບໍ່ເຂົ້າໃຈ ພະຍາມານຮ້າຍກໍມາຈີກເອົາພຣະຄຳທີ່ຫວ່ານໃນໃຈຂອງເຂົານັ້ນອອກໄປຊະ ອັນນີ້ກໍໄດ້ແກ່ຜູ້ຊຶ່ງຮັບເມັດເຂົ້າທີ່ຕົກຕາມແຄມທາງ | When anyone hears the message of the kingdom but does not understand it, the evil one comes and snatches away what was sown in his heart. This is the seed sown along the path. |
20 | กับผู้ที่ฮับเอาเม็ดข้าวที่ตกใส่ดินบางที่มีพื้นหินฮั้น ได้แก่ผู้ที่ได้ยินพระคำของพระเจ้า แล้วกะฮับเอาโลดด้วยความดีใจ | ແລະເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທຳ ແລ້ວກໍຮັບເອົາທັນທີດ້ວຍຄວາມຍິນດີ. | ກັບຜູ້ທີ່ຮັບເອົາເມັດເຂົ້າທີ່ຕົກໃສ່ດິນບາງທີ່ມີພື້ນຫີນນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະຄຳຂອງພຣະເຈົ້າ ແລ້ວກໍຮັບເອົາໂລດດ້ວຍຄວາມດີໃຈ | The seed sown on rocky ground is the one who hears the word and promptly receives it with joy. |
21 | แต่บ่มีฮากในโตเอง เลยทนอยู่น้อยหนึ่ง คือบัดเกิดการทุกข์ยากลำบากหรือการข่มเหงต่างๆ ย้อนพระคำของพระเจ้าฮั้น เป็นอุปสรรคให้ใจเขาสะดุ้งแฮงเลยเลิกไป | ແຕ່ບໍ່ມີຮາກໃນຕົວເອງຈິ່ງທົນຢູ່ຊົ່ວຄາວ ແລະເມື່ອເກີດຄວາມຍາກລຳບາກ ຫລືການຂົ່ມເຫງເພາະພຣະທຳນັ້ນ ຕົນກໍທໍ້ຖອຍໃຈເສຍທັນທີ. | ແຕ່ບໍ່ມີຮາກໃນໂຕເອງ ເລີຍທົນຢູ່ນ້ອຍໜຶ່ງ ຄືບັດເກີດການທຸກຍາກລຳບາກຫລືການຂົ່ມເຫງຕ່າງໆ ຍ້ອນພຣະຄຳຂອງພຣະເຈົ້ານັ້ນ ເປັນອຸປະສັກໃຫ້ໃຈເຂົາສະດຸ້ງແຮງເລີຍເລີກໄປ | But since he has no root, he remains for only a season. When trouble or persecution comes because of the word, he quickly falls away. |
22 | ผู้ที่ฮับเม็ดข้าวที่ตกอยู่กลางหนามฮั้น ได้แก่ผู้ที่ได้ฮับฟังพระคำของพระเจ้า ฟังแล้วการวิตกกังวลตามค่านิยมทางโลกนี้ กับการล่อลวงทางทรัพย์สินเงินทอง กะเลยฮัดหุ้มเอาพระคำของพระเจ้าไว้ การเกิดผลของผู้ฮั้นกะเลยเซาไปตาม | ແລະເມັດທີ່ຫວ່ານຕົກກາງພຸ່ມໜາມ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທຳ ແລ້ວຄວາມກັງວົນຕາມທຳມະດາໂລກ ແລະຄວາມຫລອກລວງແຫ່ງຊັບສົມບັດ ກໍຫຸ້ມຮັດພຣະທຳນັ້ນເສຍຈິ່ງບໍ່ເກີດຜົນ. | ຜູ້ທີ່ຮັບເມັດເຂົ້າທີ່ຕົກຢູ່ກາງໜາມນັ້ນ ໄດ້ແກ່ຜູ້ທີ່ໄດ້ຮັບຟັງພຣະຄຳຂອງພຣະເຈົ້າ ຟັງແລ້ວການວິຕົກກັງວົນຕາມຄ່ານິຍົມທາງໂລກນີ້ ກັບການລໍ້ລວງທາງຊັບສິນເງິນທອງ ກໍເລີຍຮັດຫຸ້ມເອົາພຣະຄຳຂອງພຣະເຈົ້າໄວ້ ການເກີດຜົນຂອງຜູ້ນັ້ນກໍເລີຍເຊົາໄປຕາມ | The seed sown among the thorns is the one who hears the word, but the worries of this life and the deceitfulness of wealth choke the word, and it becomes unfruitful. |
23 | ส่วนผู้ที่ฮับเม็ดข้าวที่ตกในดินดีฮั้น ได้แก่ผู้ที่ได้ยินพระคำของพระเจ้า แล้วเข้าใจ ผู้ฮั้นเลยเกิดผลในซีวิตร้อยเท่าบ้าง หกสิบเท่าบ้าง สามสิบเท่าบ้าง" | ສ່ວນເມັດທີ່ຫວ່ານຕົກລົງໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳແລະເຂົ້າໃຈ ຜູ້ນັ້ນກໍເກີດຜົນໄດ້ຮ້ອຍຕໍ່ແດ່, ຫົກສິບຕໍ່ແດ່, ແລະສາມສິບຕໍ່ແດ່.” | ສ່ວນຜູ້ທີ່ຮັບເມັດເຂົ້າທີ່ຕົກໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະຄຳຂອງພຣະເຈົ້າ ແລ້ວເຂົ້າໃຈ ຜູ້ນັ້ນເລີຍເກີດຜົນໃນຊີວິດຮ້ອຍເທົ່າແດ່ ຫົກສິບເທົ່າແດ່ ສາມສິບເທົ່າແດ່” | But the seed sown on good soil is the one who hears the word and understands it. He indeed bears fruit and produces a crop—a hundredfold, sixtyfold, or thirtyfold.” |
| | ຄຳອຸປະມາເລື່ອງເຂົ້ານົກປົນເຂົ້າດີ | | |
24 | แล้วพระเยซูได้เว้าคำเปรียบเทียบอีกเรื่องหนึ่งให้พวกเขาฟังว่า "แผ่นดินสวรรค์เปรียบคือซายคนหนึ่ง ได้หว่านเม็ดข้าวพันธุ์ดีในนาของโต | ພຣະອົງຊົງກ່າວຄຳອຸປະມາອີກເລື່ອງໜຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ລາຊະອານາຈັກສະຫວັນປຽບເໝືອນຄົນຜູ້ໜຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ. | ແລ້ວພຣະເຢຊູໄດ້ເວົ້າຄຳປຽບທຽບອີກເລື່ອງໜຶ່ງໃຫ້ພວກເຂົາຟັງວ່າ “ລາຊະອານາຈັກສະຫວັນປຽບຄືຜູ້ຊາຍຄົນໜຶ່ງ ໄດ້ຫວ່ານເມັດເຂົ້າພັນດີໃນນາຂອງໂຕ | Jesus presented another parable to them: “The kingdom of heaven is like a man who sowed good seed in his field. |
25 | แต่บัดคนใซ้ นอนหลับอยู่ ทางศัตรูของซายคนฮั้น ลักมาหว่านข้าวละมานปนกับข้าวพันธุ์ดีฮั้นไว้ แล้วกะหลบหนีไป | ແຕ່ເມື່ອຄົນທັງຫລາຍກຳລັງນອນຫລັບຢູ່ ສັດຕູຂອງຜູ້ນັ້ນມາຫວ່ານເຂົ້ານົກໃສ່ຖ້າມກາງເຂົ້າດີ ແລ້ວກໍໜີເສຍ. | ແຕ່ບັດຄົນໃຊ້ ນອນຫລັບຢູ່ ທາງສັດຕູຂອງຜູ້ຊາຍຄົນນັ້ນ ລັກມາຫວ່ານເຂົ້າລະມານປົນກັບເຂົ້າພັນດີນັ້ນໄວ້ ແລ້ວກໍຫລົບໜີໄປ | But while everyone was asleep, his enemy came and sowed weeds among the wheat, and slipped away. |
26 | บัดต้นข้าวฮั้นแตกหน่องอกขึ้นออกฮวงแล้ว ข้าวละมานกะได้เติบโตขึ้นมานำ | ຄັນເຂົ້າດີນັ້ນງອກຂຶ້ນເປັນຮວງແລ້ວ ເຂົ້ານົກກໍປະກົດຂຶ້ນເໝືອນກັນ. | ບັດຕົ້ນເຂົ້ານັ້ນແຕກໜໍ່ງອກຂຶ້ນອອກຮວງແລ້ວ ເຂົ້າລະມານກໍໄດ້ເຕີບໂຕຂຶ້ນມານຳ | When the wheat sprouted and bore grain, then the weeds also appeared. |
27 | พวกผู้ฮับใซ้ของนายเฮือนจั่งมาบอกนายว่า 'นายเจ้าข้า นายได้หว่านข้าวพันธุ์ดีในนาของนายบ่แม่นบ้อ แต่ข้าวละมานฮั้นมาแต่ไส' | ພວກຂ້ອຍໃຊ້ຂອງເຈົ້າເຮືອນມາແຈ້ງຄວາມແກ່ນາຍວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນຫລື ແລ້ວເຂົ້ານົກມາແຕ່ໃສ.’ | ພວກຜູ້ຮັບໃຊ້ຂອງນາຍເຮືອນຈັ່ງມາບອກນາຍວ່າ ‘ນາຍເຈົ້າຂ້າ ນາຍໄດ້ຫວ່ານເຂົ້າພັນດີໃນນາຂອງນາຍບໍ່ແມ່ນບໍ້ ແຕ່ເຂົ້າລະມານນັ້ນມາແຕ່ໄສ’ | The owner’s servants came to him and said, ‘Sir, didn’t you sow good seed in your field? Where then did the weeds come from?’ |
28 | นายกะตอบพวกเขาว่า 'นี้เป็นการเฮ็ดของศัตรูเฮา' พวกผู้ฮับใซ้จั่งถามนายว่า 'นายอยากสิให้พวกเฮาไปลกเก็บข้าวละมานฮั้นออกบ้อ' | ຝ່າຍນາຍກໍຕອບວ່າ ‘ນີ້ແມ່ນການເຮັດຂອງສັດຕູ’ ພວກຂ້ອຍໃຊ້ຈິ່ງຖາມນາຍວ່າ ‘ຖ້າຢ່າງນັ້ນນາຍຢາກໃຫ້ໝູ່ຂ້ານ້ອຍໄປເກັບເຂົ້ານົກນັ້ນຫລື?’. | ນາຍກໍຕອບພວກເຂົາວ່າ ‘ນີ້ເປັນການເຮັດຂອງສັດຕູເຮົາ’ ພວກຜູ້ຮັບໃຊ້ຈັ່ງຖາມນາຍວ່າ ‘ນາຍຢາກຊິໃຫ້ພວກເຮົາໄປຫລົກເກັບເຂົ້າລະມານນັ້ນອອກບໍ້’ | ‘An enemy did this,’ he replied. So the servants asked him, ‘Do you want us to go and pull them up?’ |
29 | แต่นายตอบว่า 'อย่าเลย หย้านว่าบัดพวมลกข้าวละมานฮั้นออกข้าวพันธุ์ดีของเฮาสิถืกดึงออกมานำ | ນາຍຈິ່ງຕອບວ່າ ‘ຢ່າຊູ່ໄປ ເພາະເມື່ອພວກເຈົ້າຫລົກເຂົ້ານົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ. | ແຕ່ນາຍຕອບວ່າ ‘ຢ່າເລີຍ ຢ້ານວ່າບັດພວມຫລົກເຂົ້າລະມານນັ້ນອອກເຂົ້າພັນດີຂອງເຮົາຊິຖືກດຶງອອກມານຳ | ‘No,’ he said, ‘if you pull the weeds now, you might uproot the wheat with them. |
30 | ให้ทั้งสองใหญ่ไปพร้อมกันจนเถิงยามเก็บเกี่ยว แล้วในยามเก็บเกี่ยวฮั้น เฮาสิสั่งพวกคนเกี่ยวไว้ว่า "ให้เก็บเอาข้าวละมานออกก่อน มัดเป็นฟ่อนๆ ไว้เพื่อเผาไฟซะ แต่ข้าวพันธุ์ดีฮั้น ให้ขนเอาไปเมี้ยนไว้ในเล้าข้าวของเฮา" | ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງລະດູກ່ຽວ ແລະໃນເວລາກ່ຽວນັ້ນເຮົາຈະສັ່ງພວກກ່ຽວວ່າ, ຈົ່ງເກັບເຂົ້ານົກກ່ອນ, ມັດເປັນຟ່ອນເຜົາໄຟເສຍ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ’.” | ໃຫ້ທັງສອງໃຫຍ່ໄປພ້ອມກັນຈົນເຖິງຍາມເກັບກ່ຽວ ແລ້ວໃນຍາມເກັບກ່ຽວນັ້ນ ເຮົາຊິສັ່ງພວກຄົນກ່ຽວໄວ້ວ່າ “ໃຫ້ເກັບເອົາເຂົ້າລະມານອອກກ່ອນ ມັດເປັນຟ່ອນໆ ໄວ້ເພື່ອເຜົາໄຟຊະ ແຕ່ເຂົ້າພັນດີນັ້ນ ໃຫ້ຂົນເອົາໄປມ້ຽນໄວ້ໃນເລົ້າເຂົ້າຂອງເຮົາ”’ | Let both grow together until the harvest. At that time I will tell the harvesters: First collect the weeds and tie them in bundles to be burned; then gather the wheat into my barn.’” |
| | ຄຳອຸປະມາເລື່ອງເມັດຜັກກາດ | | |
| | (ມຣກ. 4:30-32; ລກ. 13:18-19) | | |
31 | พระเยซูยังเว้าคำเปรียบเทียบอีกเรื่องหนึ่งให้เขาฟังว่า "แผ่นดินสวรรค์เปรียบคือเม็ดมัสตาร์ดเม็ดหนึ่ง ซึ่งซายคนหนึ่งเอาไปเพาะปลูกไว้ในไฮ่นาของโต | ພຣະອົງຍັງຊົງກ່າວຄຳອຸປະມາອີກເລື່ອງໜຶ່ງໃຫ້ເຂົາຟັງວ່າ, “ລາຊະອານາຈັກສະຫວັນປຽບເໝືອນແກ່ນຜັກກາດເມັດໜຶ່ງ ທີ່ຄົນຜູ້ໜຶ່ງເອົາໄປຫວ່ານໃນສວນຂອງຕົນ. | ພຣະເຢຊູຍັງເວົ້າຄຳປຽບທຽບອີກເລື່ອງໜຶ່ງໃຫ້ເຂົາຟັງວ່າ ‘ລາຊະອານາຈັກສະຫວັນປຽບຄືເມັດຜັກກາດເມັດໜຶ່ງ ຊຶ່ງຜູ້ຊາຍຄົນໜຶ່ງເອົາໄປເພາະປຸກໄວ້ໃນໄຮ່ນາຂອງໂຕ | Jesus put before them another parable: “The kingdom of heaven is like a mustard seed that a man planted in his field. |
| | ໃນປະເທດນັ້ນມີຕົ້ນຜັກກາດລາງແນວສູງເຖິງສາມສີ່ແມັດ. | | |
32 | ซึ่งเม็ดมัสตาร์ดฮั้นกะน้อยกว่าเม็ดอื่นๆ ทั้งเมิ้ด แต่บัดออกงอกโตขึ้นแล้ว มันกะยิ่งใหญ่ที่สุดในพวกกอไม้ทั้งเมิ้ด จั่งเติบโตเป็นกกไม้ใหญ่อีหลีเถิงพวกนกจั่งมาเฮ็ดฮังอาศัยอยู่ตามง่าของกกฮั้นได้" | ເມັດນັ້ນນ້ອຍກວ່າເມັດທັງປວງ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນ ແລະກາຍເປັນຕົ້ນໄມ້ຈົນກວ່ານົກປ່າໄດ້ມາເຮັດຄອນອາໃສຢູ່ຕາມກິ່ງກ້ານມັນ.” | ຊຶ່ງເມັດຜັກກາດນັ້ນກໍນ້ອຍກວ່າເມັດອື່ນໆ ທັງໝົດ ແຕ່ບັດອອກງອກໂຕຂຶ້ນແລ້ວ ມັນກໍຍິ່ງໃຫຍ່ທີ່ສຸດໃນພວກກໍໄມ້ທັງໝົດ ຈັ່ງເຕີບໂຕເປັນກົກໄມ້ໃຫຍ່ອີ່ຫລີເຖິງພວກນົກຈັ່ງມາເຮັດຮັງອາໄສຢູ່ຕາມງ່າຂອງກົກນັ້ນໄດ້’ | Although it is the smallest of all seeds, yet it grows into the largest of garden plants and becomes a tree, so that the birds of the air come and nest in its branches.” |
| | ຄຳອຸປະມາເລື່ອງເຊື້ອແປ້ງ | | |
| | (ລກ. 13:20-21) | | |
33 | แล้วพระเยซูยังเว้าคำเปรียบเทียบให้เขาฟังอีกเรื่องหนึ่งว่า "แผ่นดินสวรรค์เปรียบคือเซื้อฟู ซึ่งแม่ญิงผู้หนึ่งได้เอามาเจือลงในแป้งสามถัง แล้วมันกะลามไปจนแป้งฮั้นฟูขึ้นทั้งเมิ้ด" | ພຣະອົງຊົງກ່າວຄຳອຸປະມາອີກເລື່ອງໜຶ່ງໃຫ້ເຂົາຟັງວ່າ, “ລາຊະອານາຈັກສະຫວັນປຽບເໝືອນເຊື້ອແປ້ງ ທີ່ຜູ້ຍິງຄົນໜຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງໝົດ.” | ແລ້ວພຣະເຢຊູຍັງເວົ້າຄຳປຽບທຽບໃຫ້ເຂົາຟັງອີກເລື່ອງໜຶ່ງວ່າ ‘ລາຊະອານາຈັກສະຫວັນປຽບຄືເຊື້ອຟູ ຊຶ່ງແມ່ຍິງຜູ້ໜຶ່ງໄດ້ເອົາມາເຈືອລົງໃນແປ້ງສາມຖັງ ແລ້ວມັນກໍລາມໄປຈົນແປ້ງນັ້ນຟູຂຶ້ນທັງໝົດ’ | He told them still another parable: “The kingdom of heaven is like yeast that a woman took and mixed into three measures of flour, until all of it was leavened.” |
| | ການທີ່ພຣະເຢຊູຊົງໃຊ້ຄຳອຸປະມາ | | |
| | (ມຣກ. 4:33-34) | | |
34 | ถ้อยคำแนวหมู่นี้ทั้งเมิ้ด พระเยซูได้เว้ากับหมู่คนหลวงหลายเป็นแต่คำเปรียบเทียบ แล้วนอกจากใซ้คำเปรียบเทียบเพิ่นกะบ่ได้เว้าอีหยังกับพวกเขาอีกเลย | ຂໍ້ຄວາມເຫລົ່ານີ້ພຣະເຢຊູຊົງກ່າວແກ່ປວງຊົນເປັນຄຳອຸປະມາທັງໝົດ ແລະນອກຈາກຄຳອຸປະມາພຣະອົງບໍ່ໄດ້ຊົງກ່າວກັບເຂົາຈັກປະການ. | ຖ້ອຍຄຳແນວໝູ່ນີ້ທັງໝົດ ພຣະເຢຊູໄດ້ເວົ້າກັບໝູ່ຄົນຫລວງຫລາຍເປັນແຕ່ຄຳປຽບທຽບ ແລ້ວນອກຈາກໃຊ້ຄຳປຽບທຽບເພິ່ນກໍບໍ່ໄດ້ເວົ້າອີຫຍັງກັບພວກເຂົາອີກເລີຍ | Jesus spoke all these things to the crowds in parables. He did not tell them anything without using a parable. |
35 | ทั้งนี้กะเพื่อสิให้เป็นไปตามพระคำของพระเจ้าที่เว้าไว้โดยผู้เป็นปากเป็นเสียงของเพิ่นว่า 'เฮาสิเว้าคำเปรียบเทียบด้วยปากเฮา กับเฮาสิกล่าวถ้อยคำซึ่งถืกปิดซ่อนไว้ตั้งแต่ก่อนสิสร้างโลก' | ທັງນີ້ເພື່ອຈະໃຫ້ສຳເລັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທຳວ່າ, “ເຮົາຈະອ້າປາກເປັນຄຳອຸປະມາ ເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ແຮກສ້າງໂລກ.” | ທັງນີ້ກໍເພື່ອຊິໃຫ້ເປັນໄປຕາມພຣະຄຳຂອງພຣະເຈົ້າທີ່ເວົ້າໄວ້ໂດຍຜູ້ເປັນປາກເປັນສຽງຂອງເພິ່ນວ່າ ‘ເຮົາຊິເວົ້າຄຳປຽບທຽບດ້ວຍປາກເຮົາ ກັບເຮົາຊິກ່າວຖ້ອຍຄຳຊຶ່ງຖືກປິດຊ່ອນໄວ້ຕັ້ງແຕ່ກ່ອນຊິສ້າງໂລກ’ | So was fulfilled what was spoken through the prophet: “I will open My mouth in parables; I will utter things hidden since the foundation of the world.” |
| | ຊົງອະທິບາຍຄຳອຸປະມາເລື່ອງເຂົ້ານົກ | | |
36 | แล้วพอพระเยซูได้ส่งคนพวกฮั้นเมือแล้ว กะได้เข้าไปในเฮือน พวกลูกศิษย์ของเพิ่นกะเลยมาขอนำเพิ่นว่า "ซ่อยอธิบายให้พวกผู้ข้าเข้าใจแหน่คำเปรียบเทียบเรื่องข้าวละมานในไฮ่นาฮั้น" | ແລ້ວພຣະເຢຊູໄດ້ສະເດັດໄປຈາກຄົນເຫລົ່ານັ້ນເຂົ້າໄປໃນເຮືອນ ພວກສາວົກມາເຝົ້າພຣະອົງທູນວ່າ, “ຂໍທ່ານໂຜດອະທິບາຍໃຫ້ພວກຂ້ານ້ອຍເຂົ້າໃຈຄຳອຸປະມາເລື່ອງເຂົ້ານົກໃນນານັ້ນແດ່.” | ແລ້ວພໍພຣະເຢຊູໄດ້ສົ່ງຄົນພວກນັ້ນເມືອແລ້ວ ກໍໄດ້ເຂົ້າໄປໃນເຮືອນ ພວກລູກສິດຂອງເພິ່ນກໍເລີຍມາຂໍນຳເພິ່ນວ່າ ‘ຊ່ອຍອະທິບາຍໃຫ້ພວກຜູ້ຂ້າເຂົ້າໃຈແໜ່ຄຳປຽບທຽບເລື່ອງເຂົ້າລະມານໃນໄຮ່ນານັ້ນ’ | Then Jesus dismissed the crowds and went into the house. His disciples came to Him and said, “Explain to us the parable of the weeds in the field.” |
37 | พระเยซูเลยตอบเขาว่า "ผู้หว่านเม็ดข้าวดีฮั้นได้แก่เฮาผู้เป็นบุตรมนุษย์ | ພຣະອົງຊົງຕອບເຂົາວ່າ, “ຜູ້ຫວ່ານເມັດດີນັ້ນຄືບຸດມະນຸດ. | ພຣະເຢຊູເລີຍຕອບເຂົາວ່າ ‘ຜູ້ຫວ່ານເມັດເຂົ້າດີນັ້ນໄດ້ແກ່ເຮົາຜູ້ເປັນບຸດມະນຸດ | He replied, “The One who sows the good seed is the Son of Man. |
38 | ไฮ่นาฮั้นได้แก่โลกนี้ ส่วนเม็ดข้าวดีได้แก่ลูกๆ ของแผ่นดินฯ แต่ข้าวละมานฮั้นได้แก่ลูกๆ ของเจ้ามารร้าย | ແລະນານັ້ນຄືແຜ່ນດິນໂລກ ສ່ວນເມັດດີນັ້ນໄດ້ແກ່ພົນລະເມືອງແຫ່ງລາຊະອານາຈັກ ແຕ່ເຂົ້ານົກໄດ້ແກ່ພົນລະເມືອງຂອງມານຮ້າຍ. | ໄຮ່ນານັ້ນໄດ້ແກ່ໂລກນີ້ ສ່ວນເມັດເຂົ້າດີໄດ້ແກ່ລູກໆ ຂອງລາຊະອານາຈັກ ແຕ່ເຂົ້າລະມານນັ້ນໄດ້ແກ່ລູກໆ ຂອງເຈົ້າພະຍາມານຮ້າຍ | The field is the world, and the good seed represents the sons of the kingdom. The weeds are the sons of the evil one, |
39 | ศัตรูผู้หว่านข้าวละมานได้แก่ผีมารซาตาน ยามเก็บเกี่ยวได้แก่การจบลงของโลกนี้ กับผู้เก็บเกี่ยวฮั้นได้แก่พวกเทวทูตของเฮา | ສັດຕູຜູ້ຫວ່ານເຂົ້ານົກຄືພະຍາມານ ລະດູກ່ຽວໄດ້ແກ່ຄາວສຸດໂລກ ແລະຜູ້ກ່ຽວນັ້ນຄືພວກເທວະດາ. | ສັດຕູຜູ້ຫວ່ານເຂົ້າລະມານໄດ້ແກ່ຜີພະຍາມານຊາຕານ ຍາມເກັບກ່ຽວໄດ້ແກ່ການຈົບລົງຂອງໂລກນີ້ ກັບຜູ້ເກັບກ່ຽວນັ້ນໄດ້ແກ່ພວກເທວະທູດຂອງເຮົາ | and the enemy who sows them is the devil. The harvest is the end of the age, and the harvesters are angels. |
40 | จั่งซั้น การที่เขาเก็บเกี่ยวข้าวละมานไปเผาไฟเป็นไปจั่งใด การจบลงของโลกนี้กะสิเป็นไปจั่งซั้น | ເຫດສັນນັ້ນເຂົາເກັບເຂົ້ານົກເຜົາໄຟເສຍຢ່າງໃດ ຄາວສຸດໂລກກໍຈະເປັນຢ່າງນັ້ນ. | ຈັ່ງຊັ້ນ ການທີ່ເຂົາເກັບກ່ຽວເຂົ້າລະມານໄປເຜົາໄຟເປັນໄປຈັ່ງໃດ ການຈົບລົງຂອງໂລກນີ້ກໍຊິເປັນໄປຈັ່ງຊັ້ນ | As the weeds are collected and burned in the fire, so will it be at the end of the age. |
41 | คือเฮาผู้เป็นบุตรมนุษย์สิใซ้พวกเทวทูตของเฮาออกไปเก็บรวบรวมเมิ้ดคู่แนวที่เป็นอุปสรรคให้สะดุ้งหลงผิด พร้อมกับพวกผู้ที่เฮ็ดความซั่วช้าเลวทราม | ບຸດມະນຸດຈະໃຊ້ພວກເທວະດາຂອງເພິ່ນອອກໄປ ເຂົາຈະເກັບກວາດທຸກສິ່ງທີ່ເຮັດໃຫ້ຫລົງຜິດ ກັບບັນດາຜູ້ທີ່ເຮັດຊົ່ວອອກໄປຈາກລາຊະແຜ່ນດິນຂອງເພິ່ນ. | ຄືເຮົາຜູ້ເປັນບຸດມະນຸດຊິໃຊ້ພວກເທວະທູດຂອງເຮົາອອກໄປເກັບລວບລວມໝົດຄູ່ແນວທີ່ເປັນອຸປະສັກໃຫ້ສະດຸ້ງຫລົງຜິດ ພ້ອມກັບພວກຜູ້ທີ່ເຮັດຄວາມຊົ່ວຊ້າເລວຊາມ | The Son of Man will send out His angels, and they will weed out of His kingdom every cause of sin and all who practice lawlessness. |
42 | แล้วเทวทูตเฮา สิโยนมันถิ้มลงในเตาใหญ่ที่มีไฟลุกแฮงแสงจ้า หม่องที่สิมีการฮ้องไห้กัดแข้วอยู่ตลอด | ແລ້ວຈະເອົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ. | ແລ້ວເທວະທູດເຮົາ ຊິໂຍນມັນຖິ້ມລົງໃນເຕົາໃຫຍ່ທີ່ມີໄຟລຸກແຮງແສງຈ້າ ໝ້ອງທີ່ຊິມີການຮ້ອງໄຫ້ກັດແຂ້ວຢູ່ຕະຫລອດ | And they will throw them into the fiery furnace, where there will be weeping and gnashing of teeth. |
43 | ในยามฮั้นผู้เที่ยงธรรม๏สิส่องแสงจ้าสะท้อนออกไปคือจั่งตะเว็น อยู่ในแผ่นดินของพระเจ้า ผู้เป็นพ่อของเขา ใผมีหูกะให้ฟังเอาเด้อ" | ຄາວນັ້ນພວກສິນທຳຈະຮຸ່ງເຮືອງໃນລາຊະແຜ່ນດິນພຣະບິດາຂອງເຂົາ ເໝືອນດັ່ງດວງອາທິດ ຜູ້ໃດມີຫູ ຈົ່ງຟັງເອົາ. | ໃນຍາມນັ້ນຜູ້ທ່ຽງທຳຊິສ່ອງແສງຈ້າສະທ້ອນອອກໄປຄືກັນກັບຕະເວັນ ຢູ່ໃນລາຊະອານາຈັກຂອງພຣະເຈົ້າ ຜູ້ເປັນພໍ່ຂອງເຂົາ ໃຜມີຫູກໍໃຫ້ຟັງເອົາເດີ້’ | Then the righteous will shine like the sun in the kingdom of their Father. He who has ears, let him hear. |
| | ຄຳອຸປະມາເລື່ອງຊັບທີ່ເຊື່ອງໄວ້ | | |
44 | อีกแนวหนึ่ง แผ่นดินสวรรค์เปรียบคือขุมทรัพย์ที่ถืกซ่อนไว้กลางท่งนาท่งหนึ่ง ซึ่งบัดมีคนหนึ่งได้พ้อ กะเลยเสื่องไว้อีก แล้วออกไปขายเมิ้ดคู่อันคู่แนวที่เขามีอยู่ ด้วยความดีอกดีใจ แล้วเอาเงินไปซื้อท่งนาฮั้นไว้เป็นของโต | “ລາຊະອານາຈັກສະຫວັນປຽບເໝືອນຊັບທີ່ເຊື່ອງໄວ້ໃນທົ່ງນາ ຊຶ່ງມີຜູ້ໜຶ່ງໄດ້ພົບແລ້ວຈິ່ງເຊື່ອງໄວ້ອີກ ແລະເພາະຄວາມຍິນດີຈິ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ແລ້ວໄປຊື້ນານັ້ນ. | ອີກແນວໜຶ່ງ ລາຊະອານາຈັກສະຫວັນປຽບຄືຂຸມຊັບທີ່ຖືກຊ່ອນໄວ້ກາງທົ່ງນາທົ່ງໜຶ່ງ ຊຶ່ງບັດມີຄົນໜຶ່ງໄດ້ຮັບ ກໍເລີຍເຊື່ອງໄວ້ອີກ ແລ້ວອອກໄປຂາຍໝົດຄູ່ອັນຄູ່ແນວທີ່ເຂົາມີຢູ່ ດ້ວຍຄວາມດີອົກດີໃຈ ແລ້ວເອົາເງິນໄປຊື້ທົ່ງນານັ້ນໄວ້ເປັນຂອງໂຕ | The kingdom of heaven is like treasure hidden in a field. When a man found it, he hid it again, and in his joy he went and sold all he had and bought that field. |
| | ຄຳອຸປະມາເລື່ອງໄຂ່ມຸກທີ່ມີຄ່າແພງ | | |
45 | แล้วอีกแนวหนึ่ง แผ่นดินสวรรค์เปรียบคือพ่อค้าที่ซอกหาไข่มุกอย่างดี | “ອີກປະການໜຶ່ງລາຊະອານາຈັກສະຫວັນປຽບເໝືອນພໍ່ຄ້າຜູ້ໜຶ່ງທີ່ຊອກຫາໄຂ່ມຸກຢ່າງດີ. | ແລ້ວອີກແນວໜຶ່ງ ລາຊະອານາຈັກສະຫວັນປຽບຄືພໍ່ຄ້າທີ່ຊອກຫາໄຂ່ມຸກຢ່າງດີ | Again, the kingdom of heaven is like a merchant in search of fine pearls. |
46 | ซึ่งบัดลาวได้พ้อไข่มุกที่ล้ำค่าเม็ดหนึ่ง จั่งออกไปขายเมิ้ดคู่อันคู่แนวที่เขามีอยู่ แล้วไปซื้อไข่มุกเม็ดฮั้น | ເມື່ອໄດ້ພົບໄຂ່ມຸກເມັດໜຶ່ງທີ່ມີຄ່າຫລາຍ ກໍໄປຂາຍທຸກສິ່ງທີ່ຕົນມີຢູ່ແລ້ວໄປຊື້ໄຂ່ມຸກນັ້ນ. | ຊຶ່ງບັດລາວໄດ້ຮັບໄຂ່ມຸກທີ່ລ້ຳຄ່າເມັດໜຶ່ງ ຈັ່ງອອກໄປຂາຍໝົດຄູ່ອັນຄູ່ແນວທີ່ເຂົາມີຢູ່ ແລ້ວໄປຊື້ໄຂ່ມຸກເມັດນັ້ນ | When he found one very precious pearl, he went away and sold all he had and bought it. |
| | ຄຳອຸປະມາເລື່ອງມອງ | | |
47 | อีกแนวหนึ่ง แผ่นดินสวรรค์เปรียบคืออวนที่ลากอยู่ในทะเล จั่งติดปลาเมิ้ดคู่แนว | “ອີກປະການໜຶ່ງລາຊະອານາຈັກສະຫວັນປຽບເໝືອນມອງທີ່ຖິ້ມລົງໃນທະເລ ຮ່ວມເອົາປາທຸກຊະນິດ. | ອີກແນວໜຶ່ງ ລາຊະອານາຈັກສະຫວັນປຽບຄືອວນທີ່ລາກຢູ່ໃນທະເລ ຈັ່ງຕິດປາໝົດຄູ່ແນວ | Once again, the kingdom of heaven is like a net that was cast into the sea and caught all kinds of fish. |
48 | ซึ่งบัดอวนฮั้นเต็มแล้วเขากะลากขึ้นตะฝั่ง แล้วนั่งลงเลือกเอาแต่ปลาโตดีๆ ใส่เข่งไว้ แต่ปลาบ่เป็นตาเอาฮั้นกะถิ้มซะ | ເມື່ອເຕັມແລ້ວກໍດຶງຂຶ້ນເທິງຝັ່ງ ນັ່ງລົງເລືອກເອົາໂຕດີໃສ່ໃນກະຕ່າ ສ່ວນໂຕບໍ່ດີນັ້ນກໍຖິ້ມເສຍ. | ຊຶ່ງບັດອວນນັ້ນເຕັມແລ້ວເຂົາກໍລາກຂຶ້ນຝັ່ງ ແລ້ວນັ່ງລົງເລືອກເອົາແຕ່ປາໂຕດີໆ ໃສ່ເຂັ່ງໄວ້ ແຕ່ປາບໍ່ເປັນຕາເອົານັ້ນກໍຖິ້ມຊະ | When it was full, the men pulled it ashore. Then they sat down and sorted the good fish into containers, but threw the bad away. |
49 | คือในยามการจบลงของโลกที่สิมาฮั้น มันกะสิเป็นจั่งซั้น คือพวกเทวทูตสิออกมาแยกคัดคนซั่วออกจากคนเที่ยงธรรม | ໃນຄາວສຸດໂລກກໍຈະເປັນຢ່າງນັ້ນແຫລະ ພວກເທວະດາຈະອອກມາແຍກຄົນຊົ່ວອອກຈາກຄົນສິນທຳ. | ຄືໃນຍາມການຈົບລົງຂອງໂລກທີ່ຊິມານັ້ນ ມັນກໍຊິເປັນຈັ່ງຊັ້ນ ຄືພວກເທວະທູດຊິອອກມາແຍກຄັດຄົນຊົ່ວອອກຈາກຄົນທ່ຽງທຳ | So will it be at the end of the age: The angels will come and separate the wicked from the righteous, |
50 | แล้วกะสิโยนถิ้มคนซั่วฮั้นลงในเตาใหญ่ที่มีไฟลุกแฮงแสงจ้า เป็นหม่องที่สิมีการฮ้องไห้กัดแข้วอยู่ตลอด" | ແລ້ວຈະເອົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ. | ແລ້ວກໍຊິໂຍນຖິ້ມຄົນຊົ່ວນັ້ນລົງໃນເຕົາໃຫຍ່ທີ່ມີໄຟລຸກແຮງແສງຈ້າ ເປັນໝ້ອງທີ່ຊິມີການຮ້ອງໄຫ້ກັດແຂ້ວຢູ່ຕະຫລອດ” | and throw them into the fiery furnace, where there will be weeping and gnashing of teeth. |
| | ຄຳອຸປະມາເລື່ອງຂອງໃໝ່ແລະຂອງເກົ່າ | | |
51 | เว้าแล้วพระเยซูถามเขาว่า "ถ้อยคำแนวหมู่นี้พวกเจ้าเข้าใจแล้วบ้อ" เขาตอบเพิ่นว่า "เข้าใจ ท่านเจ้าข้า" | “ຂໍ້ຄວາມເຫລົ່ານີ້ພວກທ່ານເຂົ້າໃນແລ້ວຫລື” ເຂົາທູນຕອບວ່າ, “ໂດຍ, ເຂົ້າໃຈແລ້ວ.” | ເວົ້າແລ້ວພຣະເຢຊູຖາມເຂົາວ່າ “ຖ້ອຍຄຳແນວໝູ່ນີ້ພວກເຈົ້າເຂົ້າໃຈແລ້ວບໍ້” ເຂົາຕອບເພິ່ນວ່າ “ເຂົ້າໃຈ ທ່ານເຈົ້າຂ້າ” | Have you understood all these things?” “Yes,” they answered. |
52 | แล้วพระเยซูเว้ากับเขาว่า "จั่งซั้น เสมียนฯ คู่คนที่ได้ฮับการสอนเถิงแผ่นดินสวรรค์ เปรียบคือปานนายเฮือนที่สินำเอาทั้งของใหม่กับของเก่าออกจากคลังของเขา" | ຝ່າຍພຣະອົງຊົງກ່າວກັບເຂົາວ່າ, “ດ້ວຍເຫດນັ້ນນັກທຳທຸກຄົນທີ່ໄດ້ຮຽນຮູ້ເຖິງລາຊະອານາຈັກສະຫວັນ ກໍເໝືອນເຈົ້າເຮືອນທີ່ເອົາຂອງໃໝ່ທັງຂອງເກົ່າອອກມາຈາກສາງຂອງຕົນ.” | ແລ້ວພຣະເຢຊູເວົ້າກັບເຂົາວ່າ “ຈັ່ງຊັ້ນ ນັກທຳຄູ່ຄົນທີ່ໄດ້ຮັບການສອນເຖິງລາຊະອານາຈັກສະຫວັນ ປຽບຄືນາຍເຮືອນທີ່ຊິນຳເອົາທັງຂອງໃໝ່ກັບຂອງເກົ່າອອກຈາກຄັງຂອງເຂົາ” | Then He told them, “For this reason, every scribe who has been discipled in the kingdom of heaven is like a homeowner who brings out of his storeroom new treasures as well as old.” |
| | ໄທນາຊາເຣັດມີໃຈໜ່າຍພຣະອົງ | | |
| | (ມຣກ. 6:1-6; ລກ. 4:16:30) | | |
53 | ต่อมาบัดพระเยซูได้เว้าคำเปรียบเทียบแนวหมู่นี้เมิ้ดแล้ว เพิ่นกะออกจากหม่องฮั้นไป | ເມື່ອພຣະເຢຊູຊົງກ່າວຄຳອຸປະມາເຫລົ່ານີ້ສິ້ນສຸດລົງແລ້ວ ກໍສະເດັດໄປຈາກທີ່ນັ້ນ. | ຕໍ່ມາບັດພຣະເຢຊູໄດ້ເວົ້າຄຳປຽບທຽບແນວໝູ່ນີ້ໝົດແລ້ວ ເພິ່ນກໍອອກຈາກໝ້ອງນັ້ນໄປ | When Jesus had finished these parables, He withdrew from that place. |
54 | แล้วบัดพระเยซูมาฮอดบ้านเมืองของเพิ่นแล้ว เพิ่นกะสอนในศาลาธรรมของพวกเขา จนคนทั้งหลายอยู่ฮั้นแปลกใจหลาย แล้วเว้ากันว่า "คนผู้นี้มีสติปัญญากับการอัศจรรย์แนวเป็นตางึดนี้มาแต่ไส | ເມື່ອສະເດັດມາເຖິງເມືອງເດີມຂອງພຣະອົງແລ້ວ ກໍຊົງສັ່ງສອນຄົນທັງຫລາຍໃນໂຮງທຳມະເທດສະໜາຂອງເຂົາ ຈົນເຂົາງຶດປະຫລາດໃຈແລ້ວເວົ້າກັນວ່າ, “ຜູ້ນີ້ໄດ້ສະຕິປັນຍາແລະການອິດທິລິດຢ່າງນີ້ມາແຕ່ໃສ. | ແລ້ວບັດພຣະເຢຊູມາຮອດບ້ານເມືອງຂອງເພິ່ນແລ້ວ ເພິ່ນກໍສອນໃນສາລາທຳຂອງພວກເຂົາ ຈົນຄົນທັງຫລາຍຢູ່ຫັ້ນແປກໃຈຫລາຍ ແລ້ວເວົ້າກັນວ່າ “ຄົນຜູ້ນີ້ມີສະຕິປັນຍາກັບການອັດສະຈັນແນວເປັນຕາງຶດນີ້ມາແຕ່ໄສ | Coming to His hometown, He taught the people in their synagogue, and they were astonished. “Where did this man get such wisdom and miraculous powers?” they asked. |
55 | คนผู้นี้เป็นลูกซายของซ่างไม้ฮั้นบ่แม่นบ้อ แล้วแม่ของเขาชื่อมารีย์บ่แม่นบ้อ กับพวกน้องซายของเขาชื่อยากอบ โยเสส ซีโมน กับยูดาสบ่แม่นบ้อ | ຄົນຜູ້ນີ້ເປັນລູກຊ່າງໄມ້ນັ້ນ ບໍ່ແມ່ນຫລື ແມ່ຂອງລາວຊື່ມາຣິອາ ບໍ່ແມ່ນຫລື ພວກນ້ອງຊາຍຂອງລາວຊື່ ຢາໂກໂບ, ໂຢເຊັບ, ຊີໂມນ, ແລະຢູດາ ບໍ່ແມ່ນຫລື. | ຄົນຜູ້ນີ້ເປັນລູກຊາຍຂອງຊ່າງໄມ້ນັ້ນບໍ່ແມ່ນບໍ້ ແລ້ວແມ່ຂອງເຂົາຊື່ມາຣິອາບໍ່ແມ່ນບໍ້ ກັບພວກນ້ອງຊາຍຂອງເຂົາຊື່ຢາໂກໂບ ໂຢເສ ຊີໂມນ ກັບຢູດາບໍ່ແມ່ນບໍ້ | “Isn’t this the carpenter’s son? Isn’t His mother’s name Mary, and aren’t His brothers James, Joseph, Simon, and Judas? |
56 | แล้วพวกน้องสาวของเขาคู่คนกะอยู่กับเฮาทางนี้บ่แม่นบ้อ ถ้าเป็นจั่งซั้น ซายผู้นี้ได้ปัญญากับการอัศจรรย์ แนวหมู่นี้มาแต่ไสสั่น" | ແລະພວກນ້ອງສາວຂອງລາວກໍຢູ່ກັບໝູ່ເຮົາບໍ່ແມ່ນຫລື ລາວຈິ່ງໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ.” | ແລ້ວພວກນ້ອງສາວຂອງເຂົາຄູ່ຄົນກໍຢູ່ກັບເຮົາທາງນີ້ບໍ່ແມ່ນບໍ້ ຖ້າເປັນຈັ່ງຊັ້ນ ຜູ້ຊາຍຜູ້ນີ້ໄດ້ປັນຍາກັບການອັດສະຈັນ ແນວໝູ່ນີ້ມາແຕ່ໄສສັ່ນ” | Aren’t all His sisters with us as well? Where then did this man get all these things?” |
57 | แล้วพวกไทบ้านจั่งเกิดการสะดุดบ่พอใจในเพิ่น ส่วนพระเยซูกะเว้ากับเขาว่า "ผู้เป็นปากเป็นเสียงของพระเจ้าสิบ่ขาดการนับถือ เว้นแต่อยู่ในบ้านเมืองของเขาเอง กับในครัวเฮือนของเขานำ" | ເຂົາຈິ່ງມີໃນໜ່າຍແໜງພຣະອົງ ແຕ່ພຣະເຢຊູຊົງກ່າວກັບເຂົາວ່າ, “ຜູ້ປະກາດພຣະທຳຈະບໍ່ຂາດຄວາມນັບຖື ເວັ້ນໄວ້ແຕ່ໃນເມືອງເດີມແລະໃນຄົວເຮືອນຂອງຕົນ.” | ແລ້ວພວກໄທບ້ານຈັ່ງເກີດການສະດຸດບໍ່ພໍໃຈໃນເພິ່ນ ສ່ວນພຣະເຢຊູກໍເວົ້າກັບເຂົາວ່າ “ຜູ້ເປັນປາກເປັນສຽງຂອງພຣະເຈົ້າຊິບໍ່ຂາດການນັບຖື ເວັ້ນແຕ່ຢູ່ໃນບ້ານເມືອງຂອງເຂົາເອງ ກັບໃນເຮືອນຂອງເຂົານຳ” | And they took offense at Him. But Jesus said to them, “Only in his hometown and in his own household is a prophet without honor.” |
58 | แล้วเพิ่นบ่ได้เฮ็ดการอัศจรรย์แนวเป็นตางึดหลายปานใดอยู่ในเมืองฮั้น ย้อนว่าพวกเขาบ่มีความเซื่อเลย | ໃນທີ່ນັ້ນພຣະອົງບໍ່ໄດ້ຊົງກະທຳການອິດທິລິດຫລາຍເພາະເຂົາບໍ່ມີຄວາມເຊື່ອ. | ແລ້ວເພິ່ນບໍ່ໄດ້ເຮັດການອັດສະຈັນແນວເປັນຕາງຶດຫລາຍປານໃດຢູ່ໃນເມືອງນັ້ນ ຍ້ອນວ່າພວກເຂົາບໍ່ມີຄວາມເຊື່ອເລີຍ | And He did not do many miracles there, because of their unbelief. |