| | ບົດທີ 11 | ມັດທາຍ ບົດທີ 11 | Matthew 11 |
| | ລູກສິດຂອງໂຢຮັນມາໄຫວ້ພຣະເຢຊູ | | |
| | (ລກ. 7:18-35) | | |
1 | ต่อมา บัดพระเยซูเว้าสั่งลูกศิษย์สิบสองคนของเพิ่นไว้แล้ว เพิ่นกะออกจากหม่องฮั้น ไปบอกไปสอนกับประกาศในบ้านในเมืองต่างๆ ของคนอยู่ฮั้น | ເມື່ອພຣະເຢຊູຊົງສັ່ງພວກສາວົກສິບສອງຄົນຂອງຕົນແລ້ວ ພຣະອົງໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນແລະປ່າວປະກາດໃນເມືອງທັງຫລາຍຂອງເຂົາ. | ຕໍ່ມາ ບັດພຣະເຢຊູເວົ້າສັ່ງລູກສິດສິບສອງຄົນຂອງເພິ່ນໄວ້ແລ້ວ ເພິ່ນກໍອອກຈາກໝ້ອງນັ້ນ ໄປບອກໄປສອນກັບປະກາດໃນບ້ານໃນເມືອງຕ່າງໆ ຂອງຄົນຢູ່ຫັ້ນ | After Jesus had finished instructing His twelve disciples, He went on from there to teach and preach in the nearby towns. |
2 | บัดนี้โยฮัน ผู้ที่ให้คนฮับจุ่มน้ำฮั้น กะอยู่ในคุก ได้ยินเถิงกิจการของพระคริสต์ จั่งได้ใซ้ลูกศิษย์สองคนของลาวไปหา | ຝ່າຍໂຢຮັນ, ເມື່ອຢູ່ໃນຄຸກ ໄດ້ຍິນຂ່າວກິດຈະການຂອງພຣະຄຣິດ ກໍໄດ້ໃຊ້ສິດໄປທູນຖາມພຣະອົງວ່າ. | ບັດນີ້ໂຢຮັນ ຜູ້ທີ່ໃຫ້ຄົນຮັບຈຸ່ມນ້ຳນັ້ນ ກໍຢູ່ໃນຄຸກ ໄດ້ຍິນເຖິງກິດຈະການຂອງພຣະຄຣິດ ຈັ່ງໄດ້ໃຊ້ລູກສິດສອງຄົນຂອງລາວໄປຫາ | Meanwhile, John heard in prison about the works of Christ, and he sent two of his disciples |
3 | แล้วเขาถามพระเยซูว่า "ท่านเป็นผู้ที่สิมาฮั้นบ้อ หรือเฮาสิต้องคอยหาผู้อื่น" | “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອງຖ້າຜູ້ອື່ນ?” | ແລ້ວເຂົາຖາມພຣະເຢຊູວ່າ “ທ່ານເປັນຜູ້ທີ່ຊິມານັ້ນບໍ້ ຫລືເຮົາຊິຕ້ອງຄອຍຖ້າຫາຜູ້ອື່ນ” | to ask Him, “Are You the One who was to come, or should we look for someone else?” |
4 | พระเยซูจั่งตอบพวกเขาว่า "ให้ไปบอกโยฮันอีกเถิงแนวที่พวกเจ้าได้ยินได้เห็น | ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ຈົ່ງໄປແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນແລະໄດ້ເຫັນ. | ພຣະເຢຊູຈັ່ງຕອບພວກເຂົາວ່າ “ໃຫ້ໄປບອກໂຢຮັນອີກເຖິງແນວທີ່ພວກເຈົ້າໄດ້ຍິນໄດ້ເຫັນ | Jesus replied, “Go back and report to John what you hear and see: |
5 | คือว่า คนตาบอดกะหายบอดเห็นฮุ่งได้แล้ว คนง่อยกะย่างได้แล้ว คนเป็นขี้ทูตกะสะอาดเกี้ยงเซาเป็นดีแล้ว คนหูหนวกกะได้ยินแล้ว คนที่ตายไปกะเป็นขึ้นมาแล้ว กับข่าวดีอันประเสริฐฮั้นได้ประกาศต่อคนจนแล้ว | ຄືວ່າຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ. | ຄືວ່າ ຄົນຕາບອດກໍຫາຍບອດເຫັນຮຸ່ງໄດ້ແລ້ວ ຄົນເປັ້ຍກໍຍ່າງໄດ້ແລ້ວ ຄົນເປັນຂີ້ທູດກໍສະອາດກ້ຽງໝົດເປັນດີແລ້ວ ຄົນຫູໜວກກໍໄດ້ຍິນແລ້ວ ຄົນທີ່ຕາຍໄປກໍເປັນຂຶ້ນມາແລ້ວ ກັບຂ່າວດີອັນປະເສີດນັ້ນໄດ້ປະກາດຕໍ່ຄົນຈົນແລ້ວ | The blind receive sight, the lame walk, the lepers are cleansed, the deaf hear, the dead are raised, and good news is preached to the poor. |
6 | แล้วผู้ใดที่บ่สะดุดใจในเฮา ผู้ฮั้นสิได้พรเป็นสุข" | ບຸກຄົນໃດບໍ່ສະດຸດສົງໄສເພາະເຮົາ ຜູ້ນັ້ນກໍເປັນສຸກ.” | ແລ້ວຜູ້ໃດທີ່ບໍ່ສະດຸດໃຈໃນເຮົາ ຜູ້ນັ້ນຊິໄດ້ພົນເປັນສຸກ” | Blessed is the one who does not fall away on account of Me.” |
7 | แล้วบัดพวกลูกศิษย์ของโยฮันออกเมือแล้ว พระเยซูตั้งต้นเว้ากับหมู่คนอยู่ฮั้นเถิงโยฮันว่า "พวกเจ้าบัดได้ออกไปในถิ่นแห้งแล้ง ไปเพื่อเบิ่งอีหยัง ไปหาเบิ่งต้นอ้อไหวที่ถืกลมพัดไปมาบ้อ | ຄັນສິດເຫລົ່ານັ້ນກຳລັງອອກໄປ ພຣະເຢຊູຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື. | ແລ້ວບັດພວກລູກສິດຂອງໂຢຮັນອອກເມືອແລ້ວ ພຣະເຢຊູຕັ້ງຕົ້ນເວົ້າກັບໝູ່ຄົນຢູ່ຫັ້ນເຖິງໂຢຮັນວ່າ “ພວກເຈົ້າບັດໄດ້ອອກໄປໃນຖິ່ນແຫ້ງແລ້ງ ໄປເພື່ອເບິ່ງອີຫຍັງ ໄປຫາເບິ່ງຕົ້ນອໍ້ໄຫວທີ່ຖືກລົມພັດໄປມາບໍ້ | As John’s disciples were leaving, Jesus began to speak to the crowds about John: “What did you go out into the wilderness to see? A reed swaying in the wind? |
8 | พวกเจ้าได้ออกไปหาเบิ่งอีหยังแหน่ ไปหาเบิ่งคนนุ่งผ้าเนื้อนิ่มราคาแพงๆบ้อ นี่แน่ะ คนนุ่งผ้าเนื้อนิ่มจั่งซั้นมีแต่อยู่ในวังของกษัตริย์ | ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງລະອຽດອ່ອນນວນກໍຢູ່ໃນພະລາຊະວັງ. | ພວກເຈົ້າໄດ້ອອກໄປຫາເບິ່ງອີຫຍັງແໜ່ ໄປຫາເບິ່ງຄົນນຸ່ງຜ້າອ່ອນລາຄາແພງໆບໍ້ ນີ້ແຫລະ ຄົນນຸ່ງຜ້າອ່ອນຈັ່ງຊັ້ນມີແຕ່ຢູ່ໃນວັງຂອງກະສັດ | Otherwise, what did you go out to see? A man dressed in fine clothes? Look, those who wear fine clothing are found in kings’ palaces. |
9 | แต่พวกเจ้าได้ออกไปได้เห็นอีหยัง ได้เห็นผู้เป็นปากเป็นเสียงของพระเจ้าบ้อ แม่นแล้ว เฮาบอกพวกเจ้าว่า โยฮันฮั้น ลาวกะเป็นหลายกว่าผู้เป็นปากเป็นเสียงซื่อๆ ใด๋ | ແຕ່ພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະກາດພຣະທຳຫລື ແມ່ນແລ້ວ, ເຮົາບອກທ່ານທັງຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະກາດພຣະທຳອີກ. | ແຕ່ພວກເຈົ້າໄດ້ອອກໄປໄດ້ເຫັນອີຫຍັງ ໄດ້ເຫັນຜູ້ເປັນປາກເປັນສຽງຂອງພຣະເຈົ້າບໍ້ ແມ່ນແລ້ວ ເຮົາບອກພວກເຈົ້າວ່າ ໂຢຮັນນັ້ນ ລາວກໍເປັນຫລາຍກວ່າຜູ້ເປັນປາກເປັນສຽງຊື່ໆ ໄດ໋ | What then did you go out to see? A prophet? Yes, I tell you, and more than a prophet. |
10 | คือแม่นโตลาว ที่มีถ้อยคำเขียนไว้ว่า 'นี่แน่ะ เฮาใซ้ทูตของเฮาไปทางหน้าเพิ่น แล้วสิเตรียมหนทางไว้ทางหน้าเพิ่น' | ຄືໂຢຮັນຜູ້ນີ້ແຫລະ, ທີ່ພຣະຄຳພີຂຽນໄວ້ເຖິງເພິ່ນວ່າ, ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນໜ້າທ່ານ ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນໜ້າທ່ານ. | ຄືແມ່ນຜູ້ ທີ່ມີຖ້ອຍຄຳຂຽນໄວ້ວ່າ ‘ນີ້ແຫລະ ເຮົາໃຊ້ທູດຂອງເຮົາໄປທາງໜ້າເພິ່ນ ແລ້ວຊິກຽມຫົນທາງໄວ້ທາງໜ້າເພິ່ນ’ | This is the one about whom it is written: ‘Behold, I will send My messenger ahead of You, who will prepare Your way before You.’ |
11 | เฮาสิบอกความจริงให้พวกเจ้าโลด ว่า ในพวกคนซึ่งเกิดจากแม่ญิงฮั้น บ่มีใผใหญ่กว่าโยฮันผู้ให้ฮับพิธีจุ่มน้ำฮั้นดอก แต่ว่าผู้ที่ต่ำต้อยที่สุดในแผ่นดินสวรรค์กะใหญ่กว่าโยฮันอีก | ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ ແຕ່ຜູ້ນ້ອຍທີ່ສຸດໃນລາຊະອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນອີກ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ໃນພວກຄົນຊຶ່ງເກີດຈາກແມ່ຍິງນັ້ນ ບໍ່ມີໃຜໃຫຍ່ກວ່າໂຢຮັນຜູ້ໃຫ້ຮັບພິທີຈຸ່ມນ້ຳນັ້ນດອກ ແຕ່ວ່າຜູ້ທີ່ຕ່ຳຕ້ອຍທີ່ສຸດໃນລາຊະອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນອີກ | Truly I tell you, among those born of women there has risen no one greater than John the Baptist. Yet even the least in the kingdom of heaven is greater than he. |
12 | แล้วตั้งแต่สมัยโยฮันผู้ให้ฮับพิธีจุ่มน้ำมาฮอดมื้อนี้ แผ่นดินสวรรค์กะเป็นแนวที่คนได้ซอกหาด้วยใจฮ้อนฮน คึดอยากซิงเอาให้ได้โดยใซ้อำนาจ | ຕັ້ງແຕ່ຄາວໂຢຮັນບັບຕິສະໂຕເຖິງທຸກວັນນີ້ ລາຊະອານາຈັກສະຫວັນກໍເປັນທີ່ຍາດຊິງເອົາ ແລ້ວຜູ້ທີ່ມີໃຈຮຸນແຮງກໍເປັນຜູ້ຍາດເອົາໄດ້. | ແລ້ວຕັ້ງແຕ່ສະໄໝໂຢຮັນຜູ້ໃຫ້ຮັບພິທີຈຸ່ມນ້ຳມາຮອດມື້ນີ້ ລາຊະອານາຈັກສະຫວັນກໍເປັນແນວທີ່ຄົນໄດ້ຊອກຫາດ້ວຍໃຈຮ້ອນຮົນ ຄຶດຢາກຊິງເອົາໃຫ້ໄດ້ໂດຍໃຊ້ອຳນາດ | From the days of John the Baptist until now, the kingdom of heaven has been subject to violence, and the violent lay claim to it. |
13 | คือคำในบทของพวกผู้เป็นปากเป็นเสียงของพระเจ้า กับในบทของกฎบัญญัติได้พยากรณ์มาจนเถิงสมัยของโยฮันนี้ | ເພາະວ່າບັນດາຜູ້ປະກາດພຣະທຳກັບພຣະບັນຍັດໄດ້ທຳນວາຍມາຈົນເຖິງໂຢຮັນນີ້. | ຄືຄຳໃນບົດຂອງພວກຜູ້ເປັນປາກເປັນສຽງຂອງພຣະເຈົ້າ ກັບໃນບົດຂອງກົດບັນຍັດໄດ້ພະຍາກອນມາຈົນເຖິງສະໄໝຂອງໂຢຮັນນີ້ | For all the prophets and the Law prophesied until John. |
14 | คั่นพวกเจ้าสิยอมฮับในเรื่องนี้ โยฮันผู้นี้ล่ะ กะเป็นคือเอลียาห์ผู้ที่สอง ที่สิมาฮั้น | ຖ້າພວກທ່ານພໍໃຈຮັບເອົາຄຳນີ້ ກໍແມ່ນໂຢຮັນນີ້ແຫລະ ເປັນເອລີຢາທີ່ຈະມານັ້ນ. | ຄັ່ນພວກເຈົ້າຊິຍອມຮັບໃນເລື່ອງນີ້ ໂຢຮັນຜູ້ນີ້ເນາະ ກໍເປັນຄືເອລີຢາຜູ້ທີ່ສອງ ທີ່ຊິມານັ້ນ | And if you are willing to accept it, he is the Elijah who was to come. |
15 | ใผมีหูกะให้ฟังเอาเด้อ | ຜູ້ໃດມີຫູ ຈົ່ງຟັງເອົາເທີນ. | ໃຜມີຫູກໍໃຫ້ຟັງເອົາເດີ້ | He who has ears, let him hear. |
16 | แต่เฮาสิเปรียบคนยุคนี้คือปานอีหยังแหน่ เปรียบคือเด็กที่นั่งเล่นกลางตลาดฮ้องต่อหมู่ | “ເຮົາຈະປຽບຄົນສະໄໝນີ້ຄືກັບອັນໃດ ປຽບເໝືອນກັບໝູ່ເດັກນ້ອຍນັ່ງຢູ່ກາງຕະຫລາດຮ້ອງໃສ່ກັນວ່າ, | ແຕ່ເຮົາຊິປຽບຄົນຍຸກນີ້ຄືອີຫຍັງແໜ່ ປຽບຄືເດັກທີ່ນັ່ງຫລິ້ນກາງຕະຫລາດຮ້ອງຕໍ່ໝູ່ | To what can I compare this generation? They are like children sitting in the marketplaces and calling out to others: |
17 | เว้าว่า 'พวกข้อยได้เป่าปี่ให้พวกนางฟ้อนรำ แล้วนางบ่ได้ฟ้อนรำ พวกข้อยได้ฮ้องไห้เสียใจให้พวกนาง แต่พวกนางบ่ได้ฮ้องไห้เสียใจนำ' | ‘ຕູໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ ຕູໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ສູບໍ່ໄດ້ຕີອົກຕ້ອນຮັບ’. | ເວົ້າວ່າ ‘ພວກຂ້ອຍໄດ້ເປົ່າປີ່ໃຫ້ພວກນາງຟ້ອນລຳ ແລ້ວນາງບໍ່ໄດ້ຟ້ອນລຳ ພວກຂ້ອຍໄດ້ຮ້ອງໄຫ້ເສຍໃຈໃຫ້ພວກນາງ ແຕ່ພວກນາງບໍ່ໄດ້ຮ້ອງໄຫ້ເສຍໃຈນຳ’ | ‘We played the flute for you, and you did not dance; we sang a dirge, and you did not mourn.’ |
18 | คือโยฮันฮั้น ลาวบ่ได้กินได้ดื่ม แล้วเขาจั่งหาว่า 'ลาวมีผีเข้าสิงอยู่' | ເພາະວ່າໂຢຮັນໄດ້ມາບໍ່ກິນບໍ່ດື່ມ ແລ້ວເຂົາເວົ້າວ່າ ‘ມີຜີສິງຢູ່’. | ຄືໂຢຮັນນັ້ນ ລາວບໍ່ໄດ້ກິນໄດ້ດື່ມ ແລ້ວເຂົາຈັ່ງຫາວ່າ ‘ລາວມີຜີເຂົ້າສິງຢູ່’ | For John came neither eating nor drinking, and they say, ‘He has a demon!’ |
19 | ส่วนเฮาผู้เป็นบุตรมนุษย์ บัดเฮามามีทั้งกินทั้งดื่ม แล้วเขาจั่งหาว่า 'นี่แน่ะ เป็นคนขี้เมากินจุหลาย เป็นหมู่กันกับพวกเก็บภาษีกับพวกขี้บาป' จั่งใดกะตาม ภูมิปัญญาได้พิสูจน์ว่าถูกต้องแล้วตามผลของมัน" | ຝ່າຍບຸດມະນຸດໄດ້ມາທັງກິນແລະດື່ມ ເຂົາກໍເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນເພື່ອນຂອງຄົນເກັບພາສີແລະຄົນນອກສິນທຳ’ ແຕ່ສະຕິປັນຍາຂອງພຣະເຈົ້າກໍປະກົດວ່າ ຖືກຕ້ອງແລ້ວດ້ວຍຜົນແຫ່ງສະຕິປັນຍານັ້ນ.” | ສ່ວນເຮົາຜູ້ເປັນບຸດມະນຸດ ບັດເຮົາມາມີທັງກິນທັງດື່ມ ແລ້ວເຂົາຈັ່ງຫາວ່າ ‘ນີ້ແຫລະ ເປັນຄົນຂີ້ເມົາກິນຈຸຫລາຍ ເປັນໝູ່ກັນກັບພວກເກັບພາສີກັບພວກຂີ້ບາບ’ ຈັ່ງໃດກໍຕາມ ພູມິປັນຍາໄດ້ພິສູດວ່າຖືກຕ້ອງແລ້ວຕາມຜົນຂອງມັນ” | The Son of Man came eating and drinking, and they say, ‘Look at this glutton and drunkard, a friend of tax collectors and of sinners!’ But wisdom is vindicated by her actions.” |
| | ຊົງຕິຕຽນເມືອງຕ່າງໆ | | |
| | (ລກ. 10:13-15) | | |
20 | แล้วพระเยซูกะเริ่มติเตียนซาวเมืองต่างๆ ย้อนเขาบ่ได้กลับใจใหม่ แม้นแต่เพิ่นเคยได้เฮ็ดการอัศจรรย์แนวเป็นตางึด หลายแนวต่อหน้าต่อตาเขา | ແລ້ວພຣະອົງກໍຊົງຕັ້ງຕົ້ນຕິຕຽນເມືອງຕ່າງໆ ຄືບ່ອນທີ່ພຣະອົງໄດ້ຊົງກະທຳການອິດທິລິດເປັນສ່ວນຫລາຍນັ້ນ ເພາະເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃໝ່. | ແລ້ວພຣະເຢຊູກໍເລີ່ມຕິຕຽນຊາວເມືອງຕ່າງໆ ຍ້ອນເຂົາບໍ່ໄດ້ກັບໃຈໃໝ່ ແມ່ນແຕ່ເພິ່ນເຄີຍໄດ້ເຮັດການອັດສະຈັນແນວເປັນຕາງຶດ ຫລາຍແນວຕໍ່ໜ້າຕໍ່ຕາເຂົາ | Then Jesus began to denounce the cities in which most of His miracles had been performed, because they did not repent. |
21 | "ระวังพินาศเด้อ ซาวเมืองโคราซิน กับระวังพินาศเด้อ ซาวเมืองเบธไซดา ย้อนว่าคั่นการอัศจรรย์แนวเป็นตางึดที่เฮาได้เฮ็ดในหมู่พวกเจ้าฮั้น คือได้เฮ็ดในเมืองไทระกับเมือง ไซดอน ในสมัยก่อนฮั้น พวกเขาคือสิกลับใจ นุ่งผ้ากระสอบนั่งขี้เถ้า แต่โดนแล้ว | “ວິບັດແກ່ເຈົ້າ, ເມືອງໂຂຣາຊິນ ວິບັດແກ່ເຈົ້າ, ເມືອງເບັດຊາອີດາເຮີຍ ເພາະຖ້າການອິດທິລິດທີ່ໄດ້ກະທຳໃນຖ້າມກາງພວກເຈົ້ານັ້ນ ໄດ້ກະທຳໃນເມືອງຕີເຣ ແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃໝ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້ເທົ່າແຕ່ດົນນານມາແລ້ວ. | “ລະວັງພິນາດເດີ້ ຊາວເມືອງໂຂຣາຊີນ ກັບລະວັງພິນາດເດີ້ ຊາວເມືອງເບດໄຊດາ ຍ້ອນວ່າຄັ່ນການອັດສະຈັນແນວເປັນຕາງຶດທີ່ເຮົາໄດ້ເຮັດໃນໝູ່ພວກເຈົ້ານັ້ນ ຄືໄດ້ເຮັດໃນເມືອງຕີເຣກັບເມືອງ ຊີໂດນ ໃນສະໄໝກ່ອນນັ້ນ ພວກເຂົາຄືຊິກັບໃຈ ນຸ່ງຜ້າກະສອບນັ່ງຂີ້ເຖົ້າ ແຕ່ດົນນານ | “Woe to you, Chorazin! Woe to you, Bethsaida! For if the miracles that were performed in you had been performed in Tyre and Sidon, they would have repented long ago in sackcloth and ashes. |
22 | แต่เฮาสิบอกพวกเจ้าว่า ในมื้อพิพากษาที่สิมาฮอดฮั้น โทษของเมืองไทระ กับเมืองไซดอน กะสิเบากว่าโทษของพวกเจ้า | ແຕ່ເຮົາບອກພວກເຈົ້າວ່າ ໃນວັນພິພາກສາ ໂທດຂອງເມືອງຕີເຣແລະເມືອງຊີໂດນກໍຈະທົນງ່າຍກວ່າໂທດຂອງພວກເຈົ້າ. | ແຕ່ເຮົາຊິບອກພວກເຈົ້າວ່າ ໃນມື້ພິພາກສາທີ່ຊິມາຮອດຫັ້ນ ໂທດຂອງເມືອງຕີເຣ ກັບເມືອງຊີໂດນ ກໍຊິເບົາກວ່າໂທດຂອງພວກເຈົ້າ | But I tell you, it will be more bearable for Tyre and Sidon on the day of judgment than for you. |
23 | แล้วฝ่ายพวกเจ้า ซาวเมืองคาเปอรนาอุมเอ้ย พวกเจ้าได้ยกโตเองขึ้นส่ำฟ้าสวรรค์แล้ว แต่เจ้าสิต้องถืกลากลงมาเถิงนรก โดยว่าการอัศจรรย์แนวเป็นตางึดซึ่งเฮาได้เฮ็ดในหมู่พวกเจ้าฮั้น คั่นได้เฮ็ดในเมืองโสโดม เมืองฮั้นกะสิยังอยู่จนฮอดคู่มื้อนี้ | ແລະຝ່າຍເຈົ້າ, ເມືອງກາເປນາອູມເຮີຍ ເຈົ້າຈະຖືກຍົກຂຶ້ນພຽງຟ້າຫລື ແຕ່ເຈົ້າຈະຕ້ອງລົງໄປເຖິງແດນມໍລະນາ ດ້ວຍວ່າການອິດທິລິດທີ່ໄດ້ກະທຳໃນຖ້າມກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊໂດມ ເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້. | ແລ້ວຝ່າຍພວກເຈົ້າ ຊາວເມືອງກາເປນາອູມເອີຍ ພວກເຈົ້າໄດ້ຍົກຕົວເອງຂຶ້ນຟ້າສະຫວັນແລ້ວ ແຕ່ເຈົ້າຊິຕ້ອງຖືກລາກລົງມາເຖິງນະລົກ ໂດຍວ່າການອັດສະຈັນແນວເປັນຕາງຶດຊຶ່ງເຮົາໄດ້ເຮັດໃນໝູ່ພວກເຈົ້ານັ້ນ ຄັ່ນໄດ້ເຮັດໃນເມືອງໂສໂດມ ເມືອງນັ້ນກໍຊິຍັງຢູ່ຈົນຮອດຄູ່ມື້ນີ້ | And you, Capernaum, will you be lifted up to heaven? No, you will be brought down to Hades! For if the miracles that were performed in you had been performed in Sodom, it would have remained to this day. |
24 | แต่เฮาบอกพวกเจ้าว่า ในมื้อพิพากษาที่สิมาฮอดฮั้น โทษของเมืองโสโดมสิเบากว่าโทษของเจ้าเด้อ" | ເພາະເຫດນີ້ເຮົາບອກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະທົນງ່າຍກວ່າໂທດຂອງເຈົ້າ.” | ແຕ່ເຮົາບອກພວກເຈົ້າວ່າ ໃນມື້ພິພາກສາທີ່ຊິມາຮອດຫັ້ນ ໂທດຂອງເມືອງໂສໂດມຊິເບົາກວ່າໂທດຂອງເຈົ້າເດີ້” | But I tell you that it will be more bearable for Sodom on the day of judgment than for you.” |
| | ຊົງເອີ້ນເອົາບັນດາຜູ້ເມື່ອຍແລະທົນການໜັກ | | |
| | (ລກ. 10:21-22) | | |
25 | ยามฮั้นพระเยซูเว้าต่อพระเจ้าว่า "โอ้ ข้าแต่พระเจ้าผู้เป็นพ่อ กับเป็นพระเจ้าเหนือฟ้าสวรรค์กับแผ่นดินโลก ผู้ข้าขอขอบพระคุณพ่อ ที่พ่อได้ปิดบังสิ่งแนวหมู่นี้ไว้จากผู้มีปัญญากับผู้ฉลาด แล้วจั่งเผยให้พวกผู้เล็กน้อยที่บ่มีฐานะให้ฮู้จักนำ | ໃນເວລານັ້ນພຣະເຢຊູໄດ້ກາບທູນວ່າ, “ຂ້າແດ່ພຣະບິດາຜູ້ເປັນເຈົ້າສະຫວັນແລະແຜ່ນດິນໂລກ ຂ້າພຣະອົງສັນລະເສີນພຣະອົງ ເພາະພຣະອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ສະຫລາດ ແຕ່ໄດ້ຊົງສະແດງໃຫ້ເດັກນ້ອຍຮູ້. | ຍາມນັ້ນພຣະເຢຊູເວົ້າຕໍ່ພຣະເຈົ້າວ່າ “ໂອ້ ຂ້າແຕ່ພຣະເຈົ້າຜູ້ເປັນພໍ່ ກັບເປັນພຣະເຈົ້າເໜືອຟ້າສະຫວັນກັບແຜ່ນດິນໂລກ ຜູ້ຂ້າຂໍຂອບຄຸນພໍ່ ທີ່ພໍ່ໄດ້ປິດບັງສິ່ງແນວໝູ່ນີ້ໄວ້ຈາກຜູ້ມີປັນຍາກັບຜູ້ສະຫລາດ ແລ້ວຈັ່ງເຜີຍໃຫ້ພວກຜູ້ນ້ອຍໆທີ່ບໍ່ມີຖານະໃຫ້ຮູ້ຈັກນຳ | At that time Jesus declared, “I praise You, Father, Lord of heaven and earth, because You have hidden these things from the wise and learned, and revealed them to little children. |
26 | จั่งใดกะตาม การเฮ็ดจั่งซี้กะเป็นที่ซอบในสายตาของพ่อ | ຂ້າແດ່ພຣະບິດາ, ພຣະອົງຊົງເຫັນຊອບດັ່ງນັ້ນ.” | ຈັ່ງໃດກໍຕາມ ການເຮັດຈັ່ງຊີ້ກໍເປັນທີ່ຊອບໃນສາຍຕາຂອງພໍ່ | Yes, Father, for this was well-pleasing in Your sight. |
27 | พระเจ้าผู้เป็นพ่อได้มอบเมิ้ดคู่อันคู่แนวไว้ให้เฮาแล้ว แล้วบ่มีใผฮู้จักเฮาผู้เป็นพระบุตรนอกจากพ่อ แล้วบ่มีใผฮู้จักพ่อที่เป็นพระเจ้านอกจากเฮาผู้เป็นบุตร พร้อมทั้งผู้ที่เฮาผู้เป็นบุตรพอใจที่สิเผยให้ฮู้นำ | “ພຣະບິດາຂອງເຮົາໄດ້ຊົງມອບສິ່ງສາລະພັດໃຫ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາ ແລະບໍ່ມີຜູ້ໃດຮູ້ຈັກພຣະບິດານອກຈາກພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້. | ພຣະເຈົ້າຜູ້ເປັນພໍ່ໄດ້ມອບໝົດຄູ່ອັນຄູ່ແນວໄວ້ໃຫ້ເຮົາແລ້ວ ແລ້ວບໍ່ມີໃຜຮູ້ຈັກເຮົາຜູ້ເປັນພຣະບຸດນອກຈາກພໍ່ ແລ້ວບໍ່ມີໃຜຮູ້ຈັກພໍ່ທີ່ເປັນພຣະເຈົ້ານອກຈາກເຮົາຜູ້ເປັນບຸດ ພ້ອມທັງຜູ້ທີ່ເຮົາຜູ້ເປັນບຸດພໍໃຈທີ່ຊິເຜີຍໃຫ້ຮູ້ນຳ | All things have been entrusted to Me by My Father. No one knows the Son except the Father, and no one knows the Father except the Son, and those to whom the Son chooses to reveal Him. |
28 | ฝ่ายผู้ที่เหน็ดเหนื่อยเมื่อยล้า ที่หนักอกหนักใจ ให้มาหาเฮาเด้อ แล้วเฮาสิให้เจ้าเซาเหนื่อยเป็นสุข | “ບັນດາຜູ້ທີ່ເຮັດການໜັກໜ່ວງແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ. | ຝ່າຍຜູ້ທີ່ເໜັດເໜື່ອຍເມື່ອຍລ້າ ທີ່ໜັກອົກໜັກໃຈ ໃຫ້ມາຫາເຮົາເດີ້ ແລ້ວເຮົາຊິໃຫ້ເຈົ້າເຊົາເໜື່ອຍເປັນສຸກ | Come to Me, all you who are weary and burdened, and I will give you rest. |
29 | ให้แบกแอกของเฮาไว้เด้อ แล้วเฮียนฮู้จากเฮา ย้อนว่าเฮาอ่อนสุภาพ กับฮู้จักถ่อมลง แล้วเจ้าสิได้พ้อการพักผ่อนหย่อนใจเพื่อจิตใจของเจ้า | ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງທ່ານຈະໄດ້ພົບຄວາມເຊົາເມື່ອຍ. | ໃຫ້ແບກແອກຂອງເຮົາໄວ້ເດີ້ ແລ້ວຮຽນຮູ້ຈາກເຮົາ ຍ້ອນວ່າເຮົາອ່ອນສຸພາບ ກັບຮູ້ຈັກຖ່ອມລົງ ແລ້ວເຈົ້າຊິໄດ້ຮັບການພັກຜ່ອນຍ່ອນໃຈເພື່ອຈິດໃຈຂອງເຈົ້າ | Take My yoke upon you and learn from Me; for I am gentle and humble in heart, and you will find rest for your souls. |
30 | คือแอกของเฮากะแบกง่าย กับภาระของเฮากะเบา" | ດ້ວຍວ່າແອກຂອງເຮົາກໍພໍເໝາະແລະພາລະຂອງເຮົາກໍເບົາ.” | ຄືແອກຂອງເຮົາກໍແບກງ່າຍ ກັບພາລະຂອງເຮົາກໍເບົາ” | For My yoke is easy and My burden is light.” |