| | ບົດທີ 10 | ມັດທາຍ ບົດທີ 10 | Matthew 10 |
| | ຊົງເອີ້ນເອົາສາວົກສິບສອງຄົນ | | |
| | (ມຣກ. 3:13-19; ລກ. 6:12-16) | | |
1 | แล้วบัดพระเยซูได้เอิ้นลูกศิษย์สิบสองคนของเพิ่นมาแล้ว เพิ่นกะมอบอำนาจให้เขาขับไล่ผีโสมมออกได้ กับให้ปัวโรคภัยไข้เจ็บเมิ้ดคู่แนวให้เซาดีได้ | ເມື່ອພຣະອົງຊົງເອີ້ນສາວົກສິບສອງຄົນມາແລ້ວ ກໍຊົງປະທານໃຫ້ເຂົາມີອຳນາດເໜືອຜີຖ່ອຍຮ້າຍ ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພະຍາດທັງຄວາມເຈັບໄຂ້ທຸກຢ່າງດີໄດ້. | ແລ້ວບັດພຣະເຢຊູໄດ້ເອີ້ນລູກສິດສິບສອງຄົນຂອງເພິ່ນມາແລ້ວ ເພິ່ນກໍມອບອຳນາດໃຫ້ເຂົາຂັບໄລ່ຜີໂສໂຄກອອກໄດ້ ກັບໃຫ້ປົວໂລກໄພໄຂ້ເຈັບໝົດຄູ່ແນວໃຫ້ເຊົາດີໄດ້ | And calling His twelve disciples to Him, Jesus gave them authority over unclean spirits, so that they could drive them out and heal every disease and sickness. |
2 | บัดนี้ซื่อของทูตพิเศษสิบสองคนฮั้นมีจั่งซี้ คนตำอิดชื่อซีโมนที่เอิ้นว่าเปโตร กับอันดรูว์ น้องซายของเปโตร ยากอบลูกซายเศเบดี กับโยฮันน้องซายของยากอบ | ພວກອັກຄະສາວົກສິບສອງຄົນມີຊື່ດັ່ງນີ້: ຜູ້ກົກຊື່ຊີໂມນທີ່ເອີ້ນວ່າເປໂຕ ກັບອັນເດອານ້ອງຊາຍຂອງຕົນ, ຢາໂກໂບລູກເຊເບດາຍ ກັບໂຢຮັນນ້ອງຊາຍຂອງຕົນ. | ບັດນີ້ຊື່ຂອງທູດພິເສດສິບສອງຄົນນັ້ນມີຈັ່ງຊີ້ ຄົນທຳອິດຊື່ຊີໂມນທີ່ເອີ້ນວ່າເປໂຕ ກັບອັນເດອາ ນ້ອງຊາຍຂອງເປໂຕ ຢາໂກໂບລູກຊາຍເຊເບດາຍ ກັບໂຢຮັນນ້ອງຊາຍຂອງຢາໂກໂບ | These are the names of the twelve apostles: first Simon, called Peter, and his brother Andrew; James son of Zebedee, and his brother John; |
3 | ฟีลิป กับบารโธโลมิว โธมัส กับ มัทธิวคนเก็บภาษีฮั้น ยากอบลูกซายของอัลเฟอัส กับเลบเบอัสผู้ที่มีชื่ออีกว่าธัดเดอัส | ຟີລິບແລະບາຣະໂທໂລມາຍ, ໂທມາແລະມັດທາຍຜູ້ເກັບພາສີ. | ຟີລິບ ກັບບາຣະໂທໂລມາຍ ໂທມາ ກັບ ມັດທາຍຄົນເກັບພາສີນັ້ນ ຢາໂກໂບລູກຊາຍຂອງອາລະຟາຍ ກັບເລບເບອັດຜູ້ທີ່ມີຊື່ອີກວ່າທັດເດອັດ | Philip and Bartholomew; Thomas and Matthew the tax collector; James son of Alphaeus, and Thaddaeus; |
4 | ซีโมนซาวคานาอัน กับยูดาสอิสคาริโอท แม่นผู้นี้ที่ได้ทรยศพระเยซู | ຢາໂກໂບລູກອາລະຟາຍແລະທາດາຍ, ຊີໂມນພັກຊາດນິຍົມ ແລະຢູດາອິສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະອົງນັ້ນ. | ຊີໂມນຊາວການາອານ ກັບຢູດາອິດສະກາຣິອົດ ແມ່ນຜູ້ນີ້ທີ່ໄດ້ທໍລະຍົດພຣະເຢຊູ | Simon the Zealot, and Judas Iscariot, who later betrayed Jesus. |
| | ຊົງໃຊ້ສາວົກສິບສອງຄົນໄປ | | |
| | (ມຣກ. 6:7-13; ລກ. 9:1-6) | | |
5 | สิบสองคนนี้พระเยซูได้ใซ้ให้ออกไปกับสั่งเขาว่า "อย่าไปหาพวกต่างซาติ กับอย่าเข้าไปในเมืองของซาวสะมาเรีย | ພວກສິບສອງຄົນນີ້ພຣະເຢຊູຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນທາງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາມາເຣຍ. | ສິບສອງຄົນນີ້ພຣະເຢຊູໄດ້ໃຊ້ໃຫ້ອອກໄປກັບສັ່ງເຂົາວ່າ “ຢ່າໄປຫາພວກຕ່າງຊາດ ກັບຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ | These twelve Jesus sent out with the following instructions: “Do not go onto the road of the Gentiles or enter any town of the Samaritans. |
6 | แต่ให้ไปหาฝูงแกะที่หลงทางไปฮั้น คือพี่น้องซาวอิสราเอลเด้อ | ແຕ່ຈົ່ງໄປຫາຝູງແກະທີ່ເສຍແລ້ວ ຄືກະກູນອິສຣາເອນນັ້ນດີກວ່າ. | ແຕ່ໃຫ້ໄປຫາຝູງແກະທີ່ຫລົງທາງໄປຫັ້ນ ຄືພີ່ນ້ອງຊາວອິດສະຣາເອນເດີ້ | Go rather to the lost sheep of Israel. |
7 | แล้วบัดพวมไปอยู่ฮั้น กะให้ประกาศว่า 'แผ่นดินสวรรค์ใกล้สิมาฮอดแล้ว' | ໃນຂະນະທີ່ພວກທ່ານໄປຈົ່ງປ່າວປະກາດວ່າ ‘ລາຊະອານາຈັກສະຫວັນມາໃກ້ແລ້ວ’. | ແລ້ວບັດພວມໄປຢູ່ຫັ້ນ ກໍໃຫ້ປະກາດວ່າ ‘ລາຊະອານາຈັກສະຫວັນໃກ້ຊິມາຮອດແລ້ວ’ | As you go, preach this message: ‘The kingdom of heaven is near.’ |
8 | ให้ปัวคนเจ็บไข้ได้ป่วยให้เซา คนโรคขี้ทูตให้เซา สะอาดดีคือเก่า คนตายแล้วให้เป็นขึ้นมาอีก กับให้ขับไล่ผีออก พวกเจ้าได้ฮับความซ่อยเหลือ โดยบ่ต้องเสียค่าอีหยัง จั่งให้ซ่อยคนอื่น โดยบ่คึดค่าคือกัน | ຄົນເຈັບໄຂ້ຈົ່ງເຮັດໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້ທູດຈົ່ງໃຫ້ດີສະອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສຍ ທ່ານທັງຫລາຍໄດ້ຮັບລ້າໆ ຈົ່ງໃຫ້ລ້າໆ. | ໃຫ້ປົວຄົນເຈັບໄຂ້ໄດ້ປ່ວຍໃຫ້ເຊົາ ຄົນພະຍາດຂີ້ທູດໃຫ້ເຊົາ ສະອາດດີຄືເກົ່າ ຄົນຕາຍແລ້ວໃຫ້ເປັນຂຶ້ນມາອີກ ກັບໃຫ້ຂັບໄລ່ຜີອອກ ພວກເຈົ້າໄດ້ຮັບຄວາມຊ່ອຍເຫລືອ ໂດຍບໍ່ຕ້ອງເສຍຄ່າອີຫຍັງ ຈັ່ງໃຫ້ຊ່ອຍຄົນອື່ນ ໂດຍບໍ່ຄຶດຄ່າຄືກັນ | Heal the sick, raise the dead, cleanse the lepers, drive out demons. Freely you have received; freely give. |
9 | บ่ให้เอาทองคำ หรือเงิน หรือทองแดงใส่เข็มคัดของเจ้าไว้ | ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະເປົາສາຍຮັດແອວຂອງຕົນໄປ. | ບໍ່ໃຫ້ເອົາທອງຄຳ ຫລືເງິນ ຫລືທອງແດງໃສ່ເຂັມຄັດຂອງເຈົ້າໄວ້ | Do not carry any gold or silver or copper in your belts. |
10 | กับบ่ให้เอาย่ามไปนำตามทาง หรือเสื้อคลุมสองโต หรือเกิบ หรือไม้เท้า ย้อนว่าคนงานสมควรที่สิได้ฮับแนวกิน | ຢ່າເອົາຖົງໄປໃຊ້ຕາມທາງ, ຫລືເສື້ອສອງໂຕ, ຫລືເກີບ, ຫລືໄມ້ເທົ້າ ເພາະວ່າຄົນງານກໍສົມຄວນຈະໄດ້ຮັບອາຫານກິນ. | ກັບບໍ່ໃຫ້ເອົາຍ່າມໄປນຳຕາມທາງ ຫລືເສື້ອຄຸມສອງໂຕ ຫລືເກີບ ຫລືໄມ້ເຖົ້າ ຍ້ອນວ່າຄົນງານສົມຄວນທີ່ຊິໄດ້ຮັບແນວກິນ | Take no bag for the road, or second tunic, or sandals, or staff; for the worker is worthy of his provisions. |
11 | บัดพวกเจ้ามาเถิงบ้านใดเมืองใด กะให้คอยเบิ่งว่าใผเป็นคนเหมาะดีในหม่องฮั้น แล้วให้ไปอาศัยกับผู้ฮั้นจนกว่าสิจากไป | ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດຈົ່ງຖາມເບິ່ງວ່າ ຜູ້ໃດເປັນຜູ້ສົມຄວນ ແລ້ວໃຫ້ໄປອາໃສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ. | ບັດພວກເຈົ້າມາເຖິງບ້ານໃດເມືອງໃດ ກໍໃຫ້ຄອຍຖ້າເບິ່ງວ່າໃຜເປັນຄົນເໝາະດີໃນໝ້ອງນັ້ນ ແລ້ວໃຫ້ໄປອາໄສກັບຜູ້ນັ້ນຈົນກວ່າຊິຈາກໄປ | Whatever town or village you enter, find out who is worthy and stay at his house until you move on. |
12 | แล้วบัดยามพวกเจ้าขึ้นเฮือนใด กะให้กล่าวพรให้ครัวเฮือนฮั้น | ຂະນະເມື່ອຂຶ້ນເຮືອນຈົ່ງຄຳນັບໄທເຮືອນນັ້ນ. | ແລ້ວບັດຍາມພວກເຈົ້າຂຶ້ນເຮືອນໃດ ກໍໃຫ້ກ່າວພົນໃຫ້ເຮືອນນັ້ນ | As you enter the house, greet its occupants. |
13 | แล้วคั่นแม่นครัวเฮือนใดเหมาะดีที่สิฮับพร กะให้สันติสุขของเจ้าสถิตอยู่กับครัวเฮือนฮั้น แต่คั่นครัวเฮือนใดบ่เหมาะดีที่สิฮับพร กะให้สันติสุขของเจ้ากลับคืนมาอยู่กับเจ้า | ຖ້າຄົວເຮືອນນັ້ນສົມຄວນຮັບພອນກໍໃຫ້ຄວາມສະຫງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນສົມຄວນຮັບພອນກໍໃຫ້ຄວາມສະຫງົບສຸກນັ້ນກັບຄືນມາສູ່ທ່ານອີກ. | ແລ້ວຄັ່ນແມ່ນເຮືອນໃດເໝາະດີທີ່ຊິຮັບພົນ ກໍໃຫ້ສັນຕິສຸກຂອງເຈົ້າສະຖິດຢູ່ກັບເຮືອນນັ້ນ ແຕ່ຄັ່ນເຮືອນໃດບໍ່ເໝາະດີທີ່ຊິຮັບພົນ ກໍໃຫ້ສັນຕິສຸກຂອງເຈົ້າກັບຄືນມາຢູ່ກັບເຈົ້າ | If the home is worthy, let your peace rest on it; if it is not, let your peace return to you. |
14 | แล้วคั่นผู้ใดบ่ต้อนฮับพวกเจ้า กับบ่ฟังคำของเจ้า บัดสิออกจากเฮือนฮั้นเมืองฮั้น กะให้ปัดฝุ่นของเมืองฮั้นที่ติดเกิบเจ้าออกซะเด้อ | ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ ຈົ່ງອອກຈາກເຮືອນນັ້ນຫລືເມືອງນັ້ນ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງທ່ານອອກເສຍ. | ແລ້ວຄັ່ນຜູ້ໃດບໍ່ຕ້ອນຮັບພວກເຈົ້າ ກັບບໍ່ຟັງຄຳຂອງເຈົ້າ ບັດຊິອອກຈາກເຮືອນນັ້ນເມືອງນັ້ນ ກໍໃຫ້ປັດຝຸ່ນຂອງເມືອງນັ້ນທີ່ຕິດເກີບເຈົ້າອອກຊະເດີ້ | And if anyone will not welcome you or heed your words, shake the dust off your feet when you leave that home or town. |
15 | เฮาสิบอกความจริงให้พวกเจ้าโลด ว่า ในมื้อพิพากษาที่สิมาฮั้น โทษที่สิลงใส่เมืองโสโดมกับเมืองโกโมราห์ สิเบากว่าโทษของเมืองฮั้น(ที่บ่ต้อนฮับเจ้า) | ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊໂດມແລະເມືອງໂກໂມຣາອາດຈະທົນງ່າຍກວ່າໂທດຂອງເມືອງນັ້ນ. | ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ໃນມື້ພິພາກສາທີ່ຊິມານັ້ນ ໂທດທີ່ຊິລົງໃສ່ເມືອງໂສໂດມກັບເມືອງໂກໂມຣາ ຊິເບົາກວ່າໂທດຂອງເມືອງນັ້ນ(ທີ່ບໍ່ຕ້ອນຮັບເຈົ້າ) | Truly I tell you, it will be more bearable for Sodom and Gomorrah on the day of judgment than for that town. |
| | ເລື່ອງການຕໍ່ສູ້ທີ່ຕ້ອງເກີດຂຶ້ນ | | |
| | (ມຣກ. 13:9 13; ລກ. 21:12-17) | | |
16 | นี่แน่ะ เฮาใซ้พวกเจ้าออกไปคือจั่งแกะอยู่ในฝูงหมาป่า จั่งซั้นให้พวกเจ้าฉลาดคือปานงู กับไร้เดียงสาคือปานนกพิราบ | “ດັ່ງນີ້ເຮົາໃຊ້ພວກທ່ານໄປເໝືອນດັ່ງແກະຢູ່ຖ້າມກາງຝູງໝາໄນ ສັນນັ້ນຈົ່ງສະຫລາດເໝືອນງູແລະອ່ອນສຸພາບເໝືອນນົກເຂົາ. | ນີ້ແຫລະ ເຮົາໃຊ້ພວກເຈົ້າອອກໄປຄືກັນກັບແກະຢູ່ໃນຝູງໝາປ່າ ຈັ່ງຊັ້ນໃຫ້ພວກເຈົ້າສະຫລາດຄືງູ ກັບອ່ອນສຸພາບຄືນົກເຂົາ | Behold, I am sending you out like sheep among wolves; therefore be as shrewd as snakes and as innocent as doves. |
17 | แต่ให้ระวังพวกผู้คนไว้ให้ดีเด้อ ย้อนว่าพวกเขาสิมอบพวกเจ้าไว้กับศาลสภาแซนเฮดริน แล้วพวกเขาสิเฆี่ยนสิตีพวกเจ้าในศาลาธรรมของเขา | ແຕ່ຈົ່ງລະວັງຄົນທັງຫລາຍ ເພາະເຂົາຈະມອບທ່ານກັບສານສູງ ແລະຈະຂ້ຽນທ່ານໃນໂຮງທຳມະເທດສະໜາຂອງເຂົາ. | ແຕ່ໃຫ້ລະວັງພວກຜູ້ຄົນໄວ້ໃຫ້ດີເດີ້ ຍ້ອນວ່າພວກເຂົາຊິມອບພວກເຈົ້າໄວ້ກັບສານສະພາແຊນເຮດຣິນ ແລ້ວພວກເຂົາຊິຂ້ຽນຊິຕີພວກເຈົ້າໃນສາລາທຳຂອງເຂົາ | But beware of men; for they will hand you over to their councils and flog you in their synagogues. |
18 | กับพวกเจ้าสิถืก๏ลากไปอยู่ต่อหน้าพวกเจ้าเมืองกับพวกกษัตริย์ ย้อนเจ้าเห็นแก่เฮา นี่กะเพื่อพวกเจ้าสิได้เป็นพยานต่อเขา กับต่อคนต่างซาติเถิงเฮานำ | ເຂົາຈະພາພວກທ່ານໄປຫາເຈົ້າເມືອງແລະກະສັດເພາະເຫັນແກ່ເຮົາ ເພື່ອໃຫ້ເປັນພະຍານແກ່ເຂົາແລະແກ່ຄົນຕ່າງຊາດເໝືອນກັນ. | ກັບພວກເຈົ້າຊິຖືກລາກໄປຢູ່ຕໍ່ໜ້າພວກເຈົ້າເມືອງກັບພວກກະສັດ ຍ້ອນເຈົ້າເຫັນແກ່ເຮົາ ນີ້ກໍເພື່ອພວກເຈົ້າຊິໄດ້ເປັນພະຍານຕໍ່ເຂົາ ກັບຕໍ່ຄົນຕ່າງຊາດເຖິງເຮົານຳ | On My account, you will be brought before governors and kings as witnesses to them and to the Gentiles. |
19 | แต่บัดเขามอบเจ้าไว้ฮั้น อย่าสู่คึดหลายเด้อ ว่าสิเว้าอีหยังหรือจั่งใด ย้อนบัดเถิงยามฮั้นแล้ว คำที่เจ้าสิต้องเว้า พระเจ้า กะสิให้เจ้าโลด | ແຕ່ເມື່ອເຂົາຈະມອບທ່ານໄວ້ນັ້ນ ຢ່າຄຶດອຸກໃຈວ່າຈະເວົ້າຢ່າງໃດຫລືຈະກ່າວອັນໃດເພາະວ່າຄຳທີ່ທ່ານຈະກ່າວນັ້ນ ພຣະເຈົ້າຈະຊົງປະທານໃຫ້ແກ່ທ່ານໃນໂມງນັ້ນ. | ແຕ່ບັດເຂົາມອບເຈົ້າໄວ້ນັ້ນ ຢ່າສູ່ຄຶດຫລາຍເດີ້ ວ່າຊິເວົ້າອີຫຍັງຫລືຈັ່ງໃດ ຍ້ອນບັດເຖິງຍາມນັ້ນແລ້ວ ຄຳທີ່ເຈົ້າຊິຕ້ອງເວົ້າ ພຣະເຈົ້າ ກໍຊິໃຫ້ເຈົ້າໂລດ | But when they hand you over, do not worry about how to respond or what to say. In that hour you will be given what to say. |
20 | ย้อนว่าผู้ที่สิเว้าฮั้น กะบ่แม่นโตเจ้าเอง แต่เป็นพระวิญญาณของพระเจ้าผู้เป็นพ่อของเจ้าต่างหาก เพิ่นสิเป็นผู้บอกความไว้ในใจของเจ้า | ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະວິນຍານແຫ່ງພຣະບິດາຂອງພວກທ່ານຊົງເປັນຜູ້ກ່າວໃນທ່ານ. | ຍ້ອນວ່າຜູ້ທີ່ຊິເວົ້ານັ້ນ ກໍບໍ່ແມ່ນໂຕເຈົ້າເອງ ແຕ່ເປັນພຣະວິນຍານຂອງພຣະເຈົ້າຜູ້ເປັນພໍ່ຂອງເຈົ້າຕ່າງຫາກ ເພິ່ນຊິເປັນຜູ້ບອກຄວາມໄວ້ໃນໃຈຂອງເຈົ້າ | For it will not be you speaking, but the Spirit of your Father speaking through you. |
21 | แล้วอ้ายกะสิมอบน้องไว้ให้ถืกประหาร พ่อสิมอบลูก กับลูกกะสิทรยศต่อพ่อแม่ให้ถืกประหารคือกัน | ອ້າຍກັບນ້ອງຕ່າງຄົນກໍຈະມອບກັນໄວ້ ພໍ່ຈະມອບລູກ ແລະລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ. | ແລ້ວອ້າຍກໍຊິມອບນ້ອງໄວ້ໃຫ້ຖືກປະຫານ ພໍ່ຊິມອບລູກ ກັບລູກກໍຊິທໍລະຍົດຕໍ່ພໍ່ແມ່ໃຫ້ຖືກປະຫານຄືກັນ | Brother will betray brother to death, and a father his child; children will rise against their parents and have them put to death. |
22 | แล้วเมิ้ดคู่คนกะสิซังเจ้าย้อนเจ้าเห็นแก่นามของเฮา แต่ผู้ที่ทนได้เถิงสุดท้าย ผู้ฮั้นกะสิพ้น | ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ໃດທີ່ທົນໄດ້ເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ. | ແລ້ວໝົດຄູ່ຄົນກໍຊິຊັງເຈົ້າຍ້ອນເຈົ້າເຫັນແກ່ນາມຂອງເຮົາ ແຕ່ຜູ້ທີ່ທົນໄດ້ເຖິງສຸດທ້າຍ ຜູ້ນັ້ນກໍຊິພົ້ນ | You will be hated by everyone on account of My name, but the one who perseveres to the end will be saved. |
23 | แต่บัดเขาข่มเหงเจ้าในเมืองฮั้นเมืองนี้ กะให้หนีไปอยู่อีกเมืองหนึ่ง เฮาสิบอกความจริงให้พวกเจ้าโลด ว่า ก่อนที่เจ้าสิไปฮอดทั่วคู่เมืองในอิสราเอล เฮาผู้เป็นบุตรมนุษย์ฮั้นสิมา | ເມື່ອເຂົາຂົ່ມເຫງພວກທ່ານໃນເມືອງໜຶ່ງ ຈົ່ງໜີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນທີ່ພວກທ່ານຈະໄປທົ່ວເມືອງຕ່າງໆ ທັງໝົດໃນປະເທດອິສຣາເອນ ບຸດມະນຸດຈະມາແລ້ວ. | ແຕ່ບັດເຂົາຂົ່ມເຫງເຈົ້າໃນເມືອງນັ້ນເມືອງນີ້ ກໍໃຫ້ໜີໄປຢູ່ອີກເມືອງໜຶ່ງ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ກ່ອນທີ່ເຈົ້າຊິໄປຮອດທົ່ວຄູ່ເມືອງໃນອິດສະຣາເອນ ເຮົາຜູ້ເປັນບຸດມະນຸດນັ້ນຊິມາ | When they persecute you in one town, flee to the next. Truly I tell you, you will not reach all the towns of Israel before the Son of Man comes. |
24 | คือลูกศิษย์สิบ่ใหญ่กว่าครู กับทาสสิบ่ใหญ่กว่านาย | “ສິດບໍ່ໃຫຍ່ກວ່າຄູ ແລະຂ້ອຍໃຊ້ບໍ່ໃຫຍ່ກວ່ານາຍຂອງຕົນ. | ຄືລູກສິດຊິບໍ່ໃຫຍ່ກວ່າຄູ ກັບຂ້າທາດຊິບໍ່ໃຫຍ່ກວ່ານາຍ | A disciple is not above his teacher, nor a servant above his master. |
25 | คือคั่นลูกศิษย์สิท่อครูของเขา กับทาสใซ้สิท่อนายกะสิดี แล้วคั่นคนสิเอิ้นใส่เจ้าของเฮือนว่าเป็น เบเอลเซบูล เขากะสิเอิ้นใส่ไทเฮือนว่า๏เป็นมารคือกันแฮงหลายส่ำใด | ຖ້າສິດຈະສະເໝີຄູ ແລະຂ້ອຍໃຊ້ສະເໝີນາຍຂອງຕົນກໍພໍດີແລ້ວ ຖ້າເຂົາໄດ້ເອີ້ນເຈົ້າເຮືອນວ່າ ເບເອນເຊບຸບ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າໃດໜໍ. | ຄືຄັ່ນລູກສິດຊິທໍ່ຄູຂອງເຂົາ ກັບຄົນໃຊ້ຊິທໍ່ນາຍກໍຊິດີ ແລ້ວຄັ່ນຄົນຊິເອີ້ນໃສ່ເຈົ້າຂອງເຮືອນວ່າເປັນ ເບເອນເຊບູນ ເຂົາກໍຊິເອີ້ນໃສ່ໄທເຮືອນວ່າເປັນພະຍາມານຄືກັນແຮງຫລາຍສ່ຳໃດ | It is enough for a disciple to be like his teacher, and a servant like his master. If the head of the house has been called Beelzebul, how much more the members of his household! |
| | ຜູ້ທີ່ເຮົາຄວນຢ້ານ | | |
| | (ລກ. 12:2-7) | | |
26 | จั่งซั้นอย่าสู่หย้านเขาเด้อ ย้อนว่าบ่มีแนวใดปิดบังไว้ที่สิบ่ถืกเปิดเผย หรือเสื่องไว้๏ที่สิบ่นำออกมาให้ฮู้เห็น | “ເຫດສັນນັ້ນຢ່າຊູ່ຢ້ານເຂົາ ເພາະວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ ຫລືສິ່ງລັບທີ່ບໍ່ປະກົດໃຫ້ຮູ້. | ຈັ່ງຊັ້ນຢ່າສູ່ຢ້ານເຂົາເດີ້ ຍ້ອນວ່າບໍ່ມີແນວໃດປິດບັງໄວ້ທີ່ຊິບໍ່ຖືກເປີດເຜີຍ ຫລືເຊື່ອງໄວ້ທີ່ຊິບໍ່ນຳອອກມາໃຫ້ຮູ້ເຫັນ | So do not be afraid of them. For there is nothing concealed that will not be disclosed, and nothing hidden that will not be made known. |
27 | คือแนวที่เฮาบอกพวกเจ้าในที่มืด กะให้ออกไปเว้าในที่แจ้งเด้อ กับแนวที่เจ้าได้ยินเข้าหูค่อยๆ กะให้ประกาศจากดาดฟ้าหลังคาบ้านนำเด้อ | ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ ແລະສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິ່ມ ຈົ່ງປ່າວປະກາດເທິງຫລັງຄາເຮືອນ. | ຄືແນວທີ່ເຮົາບອກພວກເຈົ້າໃນທີ່ມືດ ກໍໃຫ້ອອກໄປເວົ້າໃນທີ່ແຈ້ງເດີ້ ກັບແນວທີ່ເຈົ້າໄດ້ຍິນເຂົ້າຫູຄ່ອຍໆ ກໍໃຫ້ປະກາດຈາກຫຼັງຄາເຮືອນນຳເດີ້ | What I tell you in the dark, speak in the light; what is whispered in your ear, proclaim from the housetops. |
28 | กับอย่าสู่หย้านผู้ที่สามารถฆ่าเพียงแต่กาย แต่บ่สามารถที่สิฆ่าจิตวิญญาณนำ แต่ว่าให้หย้านผู้เพิ่นมีฤทธิ์อำนาจที่สิทำร้ายทั้งจิตวิญญาณทั้งกายให้พินาศในนรกได้ | ຢ່າຊູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະອົງຜູ້ຊົງລິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງກາຍຈິບຫາຍໃນໝໍ້ນະລົກ. | ກັບຢ່າສູ່ຢ້ານຜູ້ທີ່ສາມາດຂ້າພຽງແຕ່ກາຍ ແຕ່ບໍ່ສາມາດທີ່ຊິຂ້າຈິດວິນຍານນຳ ແຕ່ວ່າໃຫ້ຢ້ານຜູ້ເພິ່ນມີລິດອຳນາດທີ່ຊິເຮັດຮ້າຍທັງຈິດວິນຍານທັງກາຍໃຫ້ພິນາດໃນນະລົກໄດ້ | Do not be afraid of those who kill the body but cannot kill the soul. Instead, fear the One who can destroy both soul and body in hell. |
29 | คือนกกระจอกสองโตขายแค่บาทเดียวบ่แม่นบ้อ แล้วแม้นแต่โตเดียวสิตกดินกะบ่ได้นอกจากพระเจ้าผู้เป็นพ่อของเจ้าเพิ่นกะฮู้โลด | ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນຫລື ແຕ່ຖ້າພຣະບິດາຂອງທ່ານບໍ່ຊົງເຫັນຊອບ ນົກນັ້ນແມ່ນແຕ່ໂຕດຽວຈະຕົກລົງດິນກໍບໍ່ໄດ້. | ຄືນົກຈອກສອງໂຕຂາຍແຄ່ກີບດຽວບໍ່ແມ່ນບໍ້ ແລ້ວແມ່ນແຕ່ໂຕດຽວຊິຕົກດິນກໍບໍ່ໄດ້ນອກຈາກພຣະເຈົ້າຜູ້ເປັນພໍ່ຂອງເຈົ້າເພິ່ນກໍຮູ້ໂລດ | Are not two sparrows sold for a penny? Yet not one of them will fall to the ground apart from the will of your Father. |
30 | แล้วแม้นแต่เส้นผมของพวกเจ้า เพิ่นกะนับไว้แล้วเมิ้ดคู่เส้น | ເຖິງຜົມຂອງທ່ານກໍຊົງນັບໄວ້ແລ້ວໝົດທຸກເສັ້ນ. | ແລ້ວແມ່ນແຕ່ເສັ້ນຜົມຂອງພວກເຈົ້າ ເພິ່ນກໍນັບໄວ້ແລ້ວໝົດຄູ່ເສັ້ນ | And even the very hairs of your head are all numbered. |
31 | จั่งซั้นอย่าสู่หย้านอีหยังเลย พวกเจ้ามีคุณค่าหลายกว่านกกระจอกหลายโตบ่แม่นบ้อ | ເຫດສັນນັ້ນຢ່າຊູ່ຢ້ານ ຝ່າຍພວກທ່ານກໍປະເສີດກວ່ານົກຈອກຫລາຍໂຕ. | ຈັ່ງຊັ້ນຢ່າສູ່ຢ້ານອີຫຍັງເລີຍ ພວກເຈົ້າມີຄຸນຄ່າຫລາຍກວ່ານົກຈອກຫລາຍໂຕບໍ່ແມ່ນບໍ້ | So do not be afraid; you are worth more than many sparrows. |
| | ການຮັບພຣະຄຣິດຕໍ່ໜ້າມະນຸດ | | |
| | (ລກ. 12:8-9) | | |
32 | จั่งซั้น ผู้ใดกะตามที่สิ๏ฮับปากว่าฮู้จักเฮาต่อหน้าผู้คน เฮากะสิฮับผู้ฮั้นต่อหน้าพระเจ้าผู้เป็นพ่อของเฮา ผู้เพิ่นสถิตในสวรรค์นำ | “ດັ່ງນັ້ນທຸກຄົນທີ່ຈະຮັບເຮົາຕໍ່ໜ້າມະນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນເໝືອນກັນ. | ຈັ່ງຊັ້ນ ຜູ້ໃດກໍຕາມທີ່ຊິຮັບປາກວ່າຮູ້ຈັກເຮົາຕໍ່ໜ້າຜູ້ຄົນ ເຮົາກໍຊິຮັບຜູ້ນັ້ນຕໍ່ໜ້າພຣະເຈົ້າຜູ້ເປັນພໍ່ຂອງເຮົາ ຜູ້ເພິ່ນສະຖິດໃນສະຫວັນນຳ | Therefore everyone who confesses Me before men, I will also confess him before My Father in heaven. |
33 | แต่ผู้ใดที่สิปฏิเสธเฮาต่อหน้าผู้คน เฮาสิปฏิเสธผู้ฮั้นต่อหน้าพระเจ้าผู้เป็นพ่อของเฮา ผู้เพิ่นสถิตในสวรรค์คือกัน | ແຕ່ຜູ້ທີ່ປະຕິເສດເຮົາຕໍ່ໜ້າມະນຸດ ຝ່າຍເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນເໝືອນກັນ. | ແຕ່ຜູ້ໃດທີ່ຊິປະຕິເສດເຮົາຕໍ່ໜ້າຜູ້ຄົນ ເຮົາຊິປະຕິເສດຜູ້ນັ້ນຕໍ່ໜ້າພຣະເຈົ້າຜູ້ເປັນພໍ່ຂອງເຮົາ ຜູ້ເພິ່ນສະຖິດໃນສະຫວັນຄືກັນ | But whoever denies Me before men, I will also deny him before My Father in heaven. |
| | ບໍ່ແມ່ນຊົງນຳຄວາມສະຫງົບສຸກແຕ່ໃຊ້ດາບ | | |
| | (ລກ. 12:51-53; 14:26-27) | | |
34 | อย่าสู่คึดว่าเฮามาเพื่อสินำสันติภาพมาสู่โลก เฮาบ่ได้นำสันติภาพมาดอก แต่ได้นำดาบมาต่างหาก | “ຢ່າຄຶດວ່າເຮົາມາເພື່ອຈະນຳຄວາມສະຫງົບສຸກມາສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ເຮົາມາເພື່ອຈະໃຫ້ມີດາບ. | ຢ່າສູ່ຄຶດວ່າເຮົາມາເພື່ອຊິນຳສັນຕິພາບມາສູ່ໂລກ ເຮົາບໍ່ໄດ້ນຳສັນຕິພາບມາດອກ ແຕ່ໄດ້ນຳດາບມາຕ່າງຫາກ | Do not assume that I have come to bring peace to the earth; I have not come to bring peace, but a sword. |
35 | คือเฮามาเพื่อสิให้ลูกซายผิดใจกันกับพ่อของโต กับลูกสาวผิดใจกันกับแม่ กับลูกสะใภ้ผิดใจกันกับแม่ผัว | ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ. | ຄືເຮົາມາເພື່ອຊິໃຫ້ລູກຊາຍຜິດໃຈກັນກັບພໍ່ຂອງໂຕ ກັບລູກສາວຜິດໃຈກັນກັບແມ່ ກັບລູກໃພ້ຜິດໃຈກັນກັບແມ່ຜົວ | For I have come to turn ‘A man against his father, a daughter against her mother, a daughter-in-law against her mother-in-law. |
36 | คือคนเฮือนเดียวกัน กะสิขัดใจเป็นคู่อาริกันและกัน | ແລະຜູ້ທີ່ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດຕູຕໍ່ກັນ. | ຄືຄົນເຮືອນດຽວກັນ ກໍຊິຂັດໃຈເປັນສັດຕູກັນແລະກັນ | A man’s enemies will be the members of his own household.’ |
37 | ผู้ใดที่ฮักพ่อแม่หลายกว่าฮักเฮา ผู้ฮั้นบ่สมควรที่สิไปกับเฮา กับผู้ใดฮักลูกซายญิงหลายกว่าฮักเฮา ผู้ฮั้นบ่สมควรที่สิไปกับเฮา | ຜູ້ໃດທີ່ຮັກພໍ່ແມ່ຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມກັບເຮົາ. | ຜູ້ໃດທີ່ຮັກພໍ່ແມ່ຫລາຍກວ່າຮັກເຮົາ ຜູ້ນັ້ນບໍ່ສົມຄວນທີ່ຊິໄປກັບເຮົາ ກັບຜູ້ໃດຮັກລູກຊາຍຍິງຫລາຍກວ່າຮັກເຮົາ ຜູ້ນັ້ນບໍ່ສົມຄວນທີ່ຊິໄປກັບເຮົາ | Anyone who loves his father or mother more than Me is not worthy of Me; anyone who loves his son or daughter more than Me is not worthy of Me; |
38 | กับผู้ใดที่บ่ฮับเอาหลักประหารของโตแล้วตามเฮาไป ผู้ฮั้นบ่สมควรที่สิไปกับเฮาคือกัน | ແລະຜູ້ໃດທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດຕາມເຮົາມາ ຜູ້ນັ້ນກໍບໍ່ສົມກັບເຮົາ. | ກັບຜູ້ໃດທີ່ບໍ່ຮັບເອົາໄມ້ກາງແຂນຂອງໂຕແລ້ວຕາມເຮົາໄປ ຜູ້ນັ້ນບໍ່ສົມຄວນທີ່ຊິໄປກັບເຮົາຄືກັນ | and anyone who does not take up his cross and follow Me is not worthy of Me. |
39 | คือว่า ผู้ใดคึดอยากเอาซีวิตรอด ผู้ฮั้นสิเสียซีวิตไป แต่ผู้ใดที่อุทิศซีวิตของโตย้อนเห็นแก่เฮา ผู้ฮั้นกะสิได้ซีวิตรอด | ຜູ້ທີ່ຈະເອົາຊີວິດຂອງຕົນໄວ້ກໍຕ້ອງເສຍຊີວິດນັ້ນ ແຕ່ຜູ້ທີ່ຍອມເສຍຊີວິດຂອງຕົນເພາະເຫັນແກ່ເຮົາ ກໍຈະໄດ້ພົບຊີວິດ. | ຄືວ່າ ຜູ້ໃດຄຶດຢາກເອົາຊີວິດລອດ ຜູ້ນັ້ນຊິເສຍຊີວິດໄປ ແຕ່ຜູ້ໃດທີ່ອຸທີດຊີວິດຂອງໂຕຍ້ອນເຫັນແກ່ເຮົາ ຜູ້ນັ້ນກໍຊິໄດ້ຊີວິດລອດ | Whoever finds his life will lose it, and whoever loses his life for My sake will find it. |
| | ເລື່ອງຄ່າບຳເໜັດ | | |
| | (ມຣກ. 9:41) | | |
40 | แล้วผู้ที่ต้อนฮับพวกเจ้ากะท่อกับต้อนฮับเฮา แล้วผู้ที่ต้อนฮับเฮา กะท่อกับต้อนฮับผู้เพิ่นที่ใซ้เฮามา | “ຜູ້ທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ ຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ. | ແລ້ວຜູ້ທີ່ຕ້ອນຮັບພວກເຈົ້າກໍທໍ່ກັບຕ້ອນຮັບເຮົາ ແລ້ວຜູ້ທີ່ຕ້ອນຮັບເຮົາ ກໍທໍ່ກັບຕ້ອນຮັບຜູ້ເພິ່ນທີ່ໃຊ້ເຮົາມາ | He who receives you receives Me, and he who receives Me receives the One who sent Me. |
41 | แล้วผู้ที่ต้อนฮับผู้เป็นปากเป็นเสียงของพระเจ้า ย้อนว่าเป็นผู้เป็นปากเป็นเสียง กะสิได้บำเหน็จรางวัลอย่างผู้เป็นปากเป็นเสียงฮั้นนำ แล้วผู้ที่ต้อนฮับผู้เที่ยงธรรม ย้อนว่าเป็นผู้เที่ยงธรรม กะสิได้บำเหน็จรางวัลอย่างผู้เที่ยงธรรมฮั้นนำ | ຜູ້ທີ່ຮັບຕ້ອນຜູ້ປະກາດພຣະທຳເພາະເປັນຜູ້ປະກາດພຣະທຳກໍຈະໄດ້ບຳເໜັດເໝືອນຜູ້ປະກາດພຣະທຳ ແລະຜູ້ທີ່ຮັບຕ້ອນຄົນສິນທຳເພາະເປັນຄົນສິນທຳ ກໍຈະໄດ້ບຳເໜັດເໝືອນຄົນສິນທຳ. | ແລ້ວຜູ້ທີ່ຕ້ອນຮັບຜູ້ເປັນປາກເປັນສຽງຂອງພຣະເຈົ້າ ຍ້ອນວ່າເປັນຜູ້ເປັນປາກເປັນສຽງ ກໍຊິໄດ້ບຳເໜັດລາງວັນຢ່າງຜູ້ເປັນປາກເປັນສຽງນັ້ນນຳ ແລ້ວຜູ້ທີ່ຕ້ອນຮັບຜູ້ທ່ຽງທຳ ຍ້ອນວ່າເປັນຜູ້ທ່ຽງທຳ ກໍຊິໄດ້ບຳເໜັດລາງວັນຢ່າງຜູ້ທ່ຽງທຳນັ້ນນຳ | Whoever receives a prophet because he is a prophet will receive a prophet’s reward, and whoever receives a righteous man because he is a righteous man will receive a righteous man’s reward. |
42 | แล้วผู้ใดสิเอาน้ำเย็นให้ผู้เล็กน้อยส่ำนี้ให้กิน โดยในนามของลูกศิษย์ของเฮา เฮาสิบอกความจริงให้พวกเจ้าโลด ว่า ผู้ฮั้นสิบ่ได้ขาดบำเหน็จรางวัลจักหน่อยเลย" | ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຈະເອົານ້ຳເປັນແຕ່ຈອກດຽວ ໃຫ້ແກ່ຄົນເລັກນ້ອຍຜູ້ໜຶ່ງໃນຈຳພວກນີ້ດື່ມເພາະເປັນສິດ ຜູ້ນັ້ນຈະບໍ່ຂາດບຳເໜັດຂອງຕົນຈັກເທື່ອ.” | ແລ້ວຜູ້ໃດຊິເອົານ້ຳເຢັນໃຫ້ຜູ້ນ້ອຍໆສ່ຳນີ້ໃຫ້ກິນ ໂດຍໃນນາມຂອງລູກສິດຂອງເຮົາ ເຮົາຊິບອກຄວາມຈິງໃຫ້ພວກເຈົ້າໂລດ ວ່າ ຜູ້ນັ້ນຊິບໍ່ໄດ້ຂາດບຳເໜັດລາງວັນຈັກໜ່ອຍເລີຍ” | And if anyone gives even a cup of cold water to one of these little ones because he is My disciple, truly I tell you, he will never lose his reward.” |