| | ບົດທີ 1 | ມັດທາຍ ບົດທີ 1 | Matthew 1 |
| | ລຳດັບເຊື້ອວົງຂອງພຣະເຢຊູຄຣິດ | | |
| | (ລກ. 3:23-28) | | |
1 | หนังสือเซื้อสายวงศ์ตระกูลของพระเยซูคริสต์ตามลำดับ ผู้เพิ่นเป็นลูกหลานของกษัตริย์ดาวิด กับเป็นลูกหลานของอับราฮัมนำ | ໜັງສືລຳດັບເຊື້ອວົງຂອງພຣະເຢຊູຄຣິດ ຜູ້ເປັນເຊື້ອສາຍຂອງດາວິດ ຜູ້ສືບກະກູນເນື່ອງມາຈາກອັບຣາຮາມ. | ໜັງສືເຊື້ອສາຍວົງຕະກູນຂອງພຣະເຢຊູຄຣິດຕາມລຳດັບ ຜູ້ເພິ່ນເປັນລູກຫລານຂອງກະສັດດາວິດ ກັບເປັນລູກຫລານຂອງອັບຣາຮາມນຳ | This is the record of the genealogy of Jesus Christ, the son of David, the son of Abraham: |
2 | อับราฮัมได้ลูกซายซื่อว่า อิสอัค แล้วอิสอัคได้ลูกซายซื่อว่า ยาโคบ แล้วยาโคบได้ลูกซายซื่อว่า ยูดาห์ กับพี่น้องของเขา | ອັບຣາຮາມມີບຸດຊາຍຊື່ອີຊາກ ອີຊາກມີບຸດຊາຍຊື່ຢາໂຄບ ຢາໂຄບມີບຸດຊາຍຊື່ຢູດາ ແລະອ້າຍນ້ອງຂອງຕົນ. | ອັບຣາຮາມໄດ້ລູກຊາຍຊື່ວ່າ ອິຊາກ ແລ້ວອິຊາກໄດ້ລູກຊາຍຊື່ວ່າ ຢາໂຄບ ແລ້ວຢາໂຄບໄດ້ລູກຊາຍຊື່ວ່າ ຢູດາ ກັບພີ່ນ້ອງຂອງເຂົາ | Abraham was the father of Isaac, Isaac the father of Jacob, and Jacob the father of Judah and his brothers. |
3 | แล้วยูดาห์ได้ลูกซายสองคนซื่อว่า เปเรศ กับ เศ-ราห์ เกิดจากนางทามาร์ แล้วเปเรศได้ลูกซายซื่อว่า เฮสโรน แล้วเฮสโรนได้ลูกซายซื่อว่า ราม | ຢູດາມີບຸດຊາຍຊື່ເປເຣັດແລະເຊຣາ ເກີດຈາກນາງຕາມາ ເປເຣັດມີບຸດຊາຍຊື່ເຮດຊະໂຣນ, ເຮດຊະໂຣນມີບຸດຊາຍຊື່ຣາມ. | ແລ້ວຢູດາໄດ້ລູກຊາຍສອງຄົນຊື່ວ່າ ເປເຣັດ ກັບ ເຊຣາ ເກີດຈາກນາງຕາມາ ແລ້ວເປເຣັດໄດ້ລູກຊາຍຊື່ວ່າ ເຮັດຊະໂຣນ ແລ້ວເຮັດຊະໂຣນໄດ້ລູກຊາຍຊື່ວ່າ ຣາມ | Judah was the father of Perez and Zerah by Tamar, Perez the father of Hezron, and Hezron the father of Ram. |
4 | แล้วรามได้ลูกซายซื่อว่า อัมมีนาดับ แล้วอัมมีนาดับได้ลูกซายซื่อว่า นาโชน แล้วนาโชนได้ลูกซายซื่อว่า สัลโมน | ຣາມມີບຸດຊາຍຊື່ອຳມີນາດາບ ອຳມີນາດາບມີບຸດຊາຍຊື່ນາໂຊນ ນາໂຊນມີບຸດຊາຍຊື່ຊັນໂມນ. | ແລ້ວຣາມໄດ້ລູກຊາຍຊື່ວ່າ ອຳມີນາດາບ ແລ້ວອຳມີນາດາບໄດ້ລູກຊາຍຊື່ວ່າ ນາໂຊນ ແລ້ວນາໂຊນໄດ້ລູກຊາຍຊື່ວ່າ ຊານໂມນ | Ram was the father of Amminadab, Amminadab the father of Nahshon, and Nahshon the father of Salmon. |
5 | แล้วสัลโมนได้ลูกซายซื่อว่า โบอาส เกิดจากนางราหับ แล้วโบอาสได้ลูกซายซื่อว่า โอเบด เกิดจากนางรูธ แล้วโอเบดได้ลูกซายซื่อว่า เจสซี | ຊັນໂມນມີບຸດຊາຍຊື່ໂບອາດ ເກີດຈາກນາງຣາຮາບ ໂບອາດມີບຸດຊາຍຊື່ໂອເບັດ ເກີດຈາກນາງຣຸດ ໂອເບັດມີບຸດຊາຍຊື່ເຢຊີ. | ແລ້ວຊານໂມນໄດ້ລູກຊາຍຊື່ວ່າ ໂບອາດ ເກີດຈາກນາງຣາຫັບ ແລ້ວໂບອາດໄດ້ລູກຊາຍຊື່ວ່າ ໂອເບັດ ເກີດຈາກນາງຣຸດ ແລ້ວໂອເບັດໄດ້ລູກຊາຍຊື່ວ່າ ເຢຊາຍ | Salmon was the father of Boaz by Rahab, Boaz the father of Obed by Ruth, Obed the father of Jesse, |
6 | แล้วเจสซีได้ลูกซายซื่อว่า ดาวิด ผู้เป็นกษัตริย์ฮั่น แล้วดาวิดผู้เป็นกษัตริย์ได้ลูกซายซื่อว่า ซาโลมอน เกิดจากนางซึ่งแต่ก่อนเป็นเมียของ ทหาร อุรีอาห์ | ເຢຊີມີບຸດຊາຍຊື່ດາວິດ ຜູ້ຊົງເປັນກະສັດ. ກະສັດດາວິດຊົງມີບຸດຊາຍຊື່ໂຊໂລໂມນ ຊົງເກີດຈາກນາງຊຶ່ງແຕ່ກ່ອນເປັນພັນລະຍາຂອງອູຣີຢາ. | ແລ້ວເຢຊາຍໄດ້ລູກຊາຍຊື່ວ່າ ດາວິດ ຜູ້ເປັນກະສັດນັ້ນ ແລ້ວດາວິດຜູ້ເປັນກະສັດໄດ້ລູກຊາຍຊື່ວ່າ ໂຊໂລໂມນ ເກີດຈາກນາງຊຶ່ງແຕ່ກ່ອນເປັນເມຍຂອງ ທະຫານ ອູຣີຢາ | and Jesse the father of David the king. Next: David was the father of Solomon by Uriah’s wife, |
7 | แล้วซาโลมอนได้ลูกซายซื่อว่า เรโหโบอัม แล้วเรโหโบอัมได้ลูกซายซื่อว่า อาบียาห์ แล้วอาบียาห์ได้ลูกซายซื่อว่า อาสา | ກະສັດໂຊໂລໂມນຊົງມີບຸດຊາຍຊື່ເຣໂຮໂບອາມ ເຣໂຮໂບອາມມີບຸດຊາຍຊື່ອະບີຢາ ອະບີຢາມີບຸດຊາຍຊື່ອາຊາ. | ແລ້ວໂຊໂລໂມນໄດ້ລູກຊາຍຊື່ວ່າ ເຣໂຮໂບອຳ ແລ້ວເຣໂຮໂບອຳໄດ້ລູກຊາຍຊື່ວ່າ ອາບີຢາ ແລ້ວອາບີຢາໄດ້ລູກຊາຍຊື່ວ່າ ອາສາ | Solomon the father of Rehoboam, Rehoboam the father of Abijah, and Abijah the father of Asa. |
8 | แล้วอาสาได้ลูกซายซื่อว่า เยโฮชาฟัท แล้วเยโฮชาฟัทได้ลูกซายซื่อว่า โยรัม แล้วโยรัมได้ลูกซายซื่อว่า อุสซียาห์ | ອາຊາມີບຸດຊາຍຊື່ເຢໂຮຊາຟັດ ເຢໂຮຊາຟັດມີບຸດຊາຍຊື່ໂຢຣາມ ໂຢຣາມມີບຸດຊາຍຊື່ອຸດຊີຢາ. | ແລ້ວອາສາໄດ້ລູກຊາຍຊື່ວ່າ ເຢໂຮຊາຟັດ ແລ້ວເຢໂຮຊາຟັດໄດ້ລູກຊາຍຊື່ວ່າ ໂຢຣັມ ແລ້ວໂຢຣັມໄດ້ລູກຊາຍຊື່ວ່າ ອຸດຊີຢາ | Asa was the father of Jehoshaphat, Jehoshaphat the father of Joram, and Joram the father of Uzziah. |
9 | แล้วอุสซียาห์ได้ลูกซายซื่อว่า โยธาม แล้วโยธามได้ลูกซายซื่อว่า อาหัส แล้วอาหัสได้ลูกซายซื่อว่า เฮเซคียาห์ | ອຸດຊີຢາມີບຸດຊາຍຊື່ໂຢທາມ ໂຢທາມມີບຸດຊາຍຊື່ອາຮາດ ອາຮາດມີບຸດຊາຍຊື່ເຮເຊກີຢາ. | ແລ້ວອຸດຊີຢາໄດ້ລູກຊາຍຊື່ວ່າ ໂຢທາມ ແລ້ວໂຢທາມໄດ້ລູກຊາຍຊື່ວ່າ ອາຫັດ ແລ້ວອາຫັດໄດ້ລູກຊາຍຊື່ວ່າ ເຮເຊຄີຢາ | Uzziah was the father of Jotham, Jotham the father of Ahaz, and Ahaz the father of Hezekiah. |
10 | แล้วเฮเซคียาห์ได้ลูกซายซื่อว่ามนัสเสห์ แล้วมนัสเสห์ได้ลูกซายซื่อว่าอาโมน แล้วอาโมนได้ลูกซายซื่อว่าโยสิยาห์ | ເຮເຊກີຢາມີບຸດຊາຍຊື່ມານາເຊ ມານາເຊມີບຸດຊາຍຊື່ອາໂມນ ອາໂມນມີບຸດຊາຍຊື່ໂຢສີຢາ. | ແລ້ວເຮເຊຄີຢາໄດ້ລູກຊາຍຊື່ວ່າມານາເຊ ແລ້ວມານາເຊໄດ້ລູກຊາຍຊື່ວ່າອາໂມນ ແລ້ວອາໂມນໄດ້ລູກຊາຍຊື່ວ່າໂຢຊີຢາ | Hezekiah was the father of Manasseh, Manasseh the father of Amos, Amos the father of Josiah, |
11 | แล้วโยสิยาห์ได้ลูกซายซื่อว่า เยโคนิยาห์ กับพวกพี่น้องของเขา ซึ่งอยู่ในยามที่ซนซาติเขาตกเป็นเชลย ถืกนำออกไปอยู่นครใหญ่บาบิโลน | ໂຢສີຢາມີບຸດຊາຍຊື່ເຢໂຮຢາກິນ ກັບພວກອ້າຍນ້ອງຂອງຕົນ ເກີດໃນເວລາຖືກກວາດໄປຍັງກຸງບາບີໂລນ. | ແລ້ວໂຢຊີຢາໄດ້ລູກຊາຍຊື່ວ່າ ເຢໂຄນິຢາ ກັບພວກພີ່ນ້ອງຂອງເຂົາ ຊຶ່ງຢູ່ໃນຍາມທີ່ຊົນຊາດເຂົາຕົກເປັນຊະເລີຍ ຖືກນຳອອກໄປຢູ່ນະຄອນໃຫຍ່ບາບິໂລນ | and Josiah the father of Jeconiah and his brothers at the time of the exile to Babylon. |
12 | หลังจากพวกเขาตกเป็นเชลย ถืกนำออกไปอยู่นครใหญ่บาบิโลนแล้ว เยโคนิยาห์กะได้ลูกซายซื่อว่า เชอัลทิเอล แล้วเชอัลทิเอลได้ลูกซายซื่อว่า เศรุบบาเบล | ຄັນຖືກກວາດໄປຍັງກຸງບາບີໂລນແລ້ວ ເຢໂຮຢາກິນກໍມີບຸດຊາຍຊື່ເຊອານຕີເອນ ເຊອານຕີເອນມີບຸດຊາຍຊື່ເຊຣູບາເບນ. | ຫລັງຈາກພວກເຂົາຕົກເປັນຊະເລີຍ ຖືກນຳອອກໄປຢູ່ນະຄອນໃຫຍ່ບາບິໂລນແລ້ວ ເຢໂຄນິຢາກໍໄດ້ລູກຊາຍຊື່ວ່າ ເຊອານຕີເອນ ແລ້ວເຊອານຕີເອນໄດ້ລູກຊາຍຊື່ວ່າ ເຊຣູບາເບັນ | After the exile to Babylon: Jeconiah was the father of Shealtiel, Shealtiel the father of Zerubbabel, |
13 | แล้วเศรุบบาเบลได้ลูกซายซื่อว่า อาบีอูด แล้วอาบีอูดได้ลูกซายซื่อว่า เอลียาคิม แล้วเอลียาคิมได้ลูกซายซื่อว่า อาซอร์ | ເຊຣູບາເບນມີບຸດຊາຍຊື່ອາບີອຸດ ອາບີອຸດມີບຸດຊາຍຊື່ເອລີຢາກີມ ເອລີຢາກີມມີບຸດຊາຍຊື່ອາໂຊ. | ແລ້ວເຊຣູບາເບັນໄດ້ລູກຊາຍຊື່ວ່າ ອາບີອູດ ແລ້ວອາບີອູດໄດ້ລູກຊາຍຊື່ວ່າ ເອລີຢາກິມ ແລ້ວເອລີຢາກິມໄດ້ລູກຊາຍຊື່ວ່າ ອາໂຊ | Zerubbabel the father of Abiud, Abiud the father of Eliakim, and Eliakim the father of Azor. |
14 | แล้วอาซอร์ได้ลูกซายซื่อว่า ศาโดก แล้วศาโดกได้ลูกซายซื่อว่า อาคิม แล้วอาคิมได้ลูกซายซื่อว่า เอลีอูด | ອາໂຊມີບຸດຊາຍຊື່ຊາໂດກ ຊາໂດກມີບຸດຊາຍຊື່ອາຂີມ ອາຂີມມີບຸດຊາຍຊື່ເອລີອຸດ. | ແລ້ວອາໂຊໄດ້ລູກຊາຍຊື່ວ່າ ສາໂດກ ແລ້ວສາໂດກໄດ້ລູກຊາຍຊື່ວ່າ ອາຄິມ ແລ້ວອາຄິມໄດ້ລູກຊາຍຊື່ວ່າ ເອລີອູດ | Azor was the father of Zadok, Zadok the father of Achim, and Achim the father of Eliud. |
15 | แล้วเอลีอูดได้ลูกซายซื่อว่า เอเลอาซาร์ แล้วเอเลอาซาร์ได้ลูกซายซื่อว่า มัทธาน แล้วมัทธานได้ลูกซายซื่อว่า ยาโคบ | ເອລີອຸດມີບຸດຊາຍຊື່ເອເລອາຊາ ເອເລອາຊາມີບຸດຊາຍຊື່ມັດທານ ມັດທານມີບຸດຊາຍຊື່ຢາໂຄບ. | ແລ້ວເອລີອູດໄດ້ລູກຊາຍຊື່ວ່າ ເອເລອາຊາ ແລ້ວເອເລອາຊາໄດ້ລູກຊາຍຊື່ວ່າ ມັທທານ ແລ້ວມັທທານໄດ້ລູກຊາຍຊື່ວ່າ ຢາໂຄບ | Eliud was the father of Eleazar, Eleazar the father of Matthan, Matthan the father of Jacob, |
16 | แล้วยาโคบได้ลูกซายซื่อว่า โยเซฟ ผู้เป็นผัวของนางมารีย์ ผู้คลอดพระเยซูที่เอิ้นกันว่าพระคริสต์ ได้เกิดมาจากนางมารีย์ฮั้นเอง | ຢາໂຄບມີບຸດຊາຍຊື່ໂຢເຊັບ ຜູ້ເປັນສາມີຂອງນາງມາຣິອາ ພຣະເຢຊູຜູ້ທີ່ເອີ້ນວ່າພຣະຄຣິດ ກໍຊົງບັງເກີດມາຈາກນາງມາຣິອາຜູ້ນີ້. | ແລ້ວຢາໂຄບໄດ້ລູກຊາຍຊື່ວ່າ ໂຢເຊບ ຜູ້ເປັນຜົວຂອງນາງມາຣິອາ ຜູ້ເກີດພຣະເຢຊູທີ່ເອີ້ນກັນວ່າພຣະຄຣິດ ໄດ້ເກີດມາຈາກນາງມາຣິອານັ້ນເອງ | and Jacob the father of Joseph, the husband of Mary, of whom was born Jesus, who is called Christ. |
17 | จั่งซั้น ตั้งแต่อับราฮัมลงมาจนฮอดดาวิดจั่งเป็นสิบสี่ซั่วอายุคน กับนับตั้งแต่ดาวิดลงมาจนฮอดตกเป็นเชลย ถืกนำออกไปอยู่นครใหญ่บาบิโลนเป็นสิบสี่ซั่วอายุคน กับนับตั้งแต่ตกเป็นเชลยในกรุงบาบิโลน จนฮอดพระคริสต์มีอีกสิบสี่ซั่วอายุคน | ດັ່ງນັ້ນນັບຕັ້ງແຕ່ອັບຣາຮາມລົງມາຈົນເຖິງກະສັດດາວິດຈິ່ງເປັນສິບສີ່ຊົ່ວຄົນ ນັບຕັ້ງແຕ່ກະສັດດາວິດຈົນເຖິງຄາວຖືກກວາດໄປຍັງກຸງບາບີໂລນ ເປັນເວລາສິບສີ່ຊົ່ວຄົນ ແລະນັບຕັ້ງແຕ່ຄາວຖືກກວາດໄປຍັງກຸງບາບີໂລນຈົນເຖິງພຣະຄຣິດ ເປັນເວລາສິບສີ່ຊົ່ວຄົນ. | ຈັ່ງຊັ້ນ ຕັ້ງແຕ່ອັບຣາຮາມລົງມາຈົນຮອດດາວິດຈັ່ງເປັນສິບສີ່ຊົ່ວອາຍຸຄົນ ກັບນັບຕັ້ງແຕ່ດາວິດລົງມາຈົນຮອດຕົກເປັນຊະເລີຍ ຖືກນຳອອກໄປຢູ່ນະຄອນໃຫຍ່ບາບິໂລນເປັນສິບສີ່ຊົ່ວອາຍຸຄົນ ກັບນັບຕັ້ງແຕ່ຕົກເປັນຊະເລີຍໃນບາບິໂລນ ຈົນຮອດພຣະຄຣິດມີອີກສິບສີ່ຊົ່ວອາຍຸຄົນ | In all, then, there were fourteen generations from Abraham to David, fourteen from David to the exile to Babylon, and fourteen from the exile to the Christ. |
| | ພຣະກຳເນີດຂອງພຣະເຢຊູຄຣິດ | | |
| | (ລກ. 2:1-7) | | |
18 | บัดนี้ เรื่องการเกิดของพระเยซูคริสต์กะเป็นจั่งซี้ คือนางมารีย์ผู้เป็นแม่ฮั้น ตอนได้หมั้นกันกับโยเซฟแต่ตำอิด ปรากฏว่านางมีท้องก่อนที่สิมีการสมสู่นำกัน เป็นด้วยการอัศจรรย์ของพระวิญญาณบริสุทธิ์ของพระเจ้า | ເລື່ອງພຣະກຳເນີດຂອງພຣະເຢຊູຄຣິດເປັນດັ່ງນີ້: ຄືນາງມາຣິອາຜູ້ເປັນມານດາຂອງພຣະເຢຊູນັ້ນ ໄດ້ເປັນຄູ່ໝັ້ນກັບໂຢເຊັບແລ້ວ ກ່ອນເວລາເຂົາໄດ້ເປັນຄູ່ຜົວເມຍກັນກໍປະກົດວ່າ ນາງມີທ້ອງແລ້ວດ້ວຍລິດເດດພຣະວິນຍານບໍລິສຸດ. | ບັດນີ້ ເລື່ອງການເກີດຂອງພຣະເຢຊູຄຣິດກໍເປັນຈັ່ງຊີ້ ຄືນາງມາຣິອາຜູ້ເປັນແມ່ນັ້ນ ຕອນໄດ້ໝັ້ນກັນກັບໂຢເຊບແຕ່ທຳອິດ ປາກົດວ່ານາງມີທ້ອງກ່ອນທີ່ຊິມີການສົມສູ່ນຳກັນ ເປັນດ້ວຍການອັດສະຈັນຂອງພຣະວິນຍານບໍລິສຸດຂອງພຣະເຈົ້າ | This is how the birth of Jesus Christ came about: His mother Mary was pledged in marriage to Joseph, but before they came together, she was found to be with Child through the Holy Spirit. |
19 | แล้วพอโยเซฟ คู่หมั้นซิเป็นผัวของนาง โดยที่ว่าเป็นคนยุติธรรม ลาวกะบ่อยากเปีดเผยความเป็นไปของนางโดยบ่อยากเฮ็ดเป็นโตอย่างแนวบ่ดีให้คนฮู้ไปทั่ว เลยคึดว่าสิถอนหมั้นอย่างลับๆ | ຝ່າຍໂຢເຊັບຜູ້ເປັນຄູ່ໝັ້ນຂອງນາງເປັນຄົນມີສິນທຳ ແຕ່ປານນັ້ນເພິ່ນບໍ່ຢາກໃຫ້ເລື່ອງນີ້ເປັນທີ່ອັບອາຍຂາຍໜ້າແກ່ນາງ ຈິ່ງຕັດສີນໃຈວ່າຈະຖອນໝັ້ນເສຍຢ່າງລັບໆ. | ແລ້ວພໍໂຢເຊບ ຄູ່ໝັ້ນຊິເປັນຜົວຂອງນາງ ໂດຍທີ່ວ່າເປັນຄົນຍຸດຕິທຳ ລາວກໍບໍ່ຢາກເປີດເຜີຍຄວາມເປັນໄປຂອງນາງໂດຍບໍ່ຢາກເຮັດເປັນໂຕຢ່າງແນວບໍ່ດີໃຫ້ຄົນຮູ້ໄປທົ່ວ ເລີຍຄຶດວ່າຊິຖອນໝັ້ນຢ່າງລັບໆ | Because Joseph her husband was a righteous man and was unwilling to disgrace her publicly, he resolved to divorce her quietly. |
20 | แต่พอโยเซฟพวมคึดอยู่ฮั้น นี่แน่ะ เทวทูตขององค์พระผู้เป็นเจ้า ได้มาปรากฎอยู่ต่อหน้าโยเซฟในความฝัน บอกว่า "โยเซฟ ลูกดาวิดเอ้ย อย่าสู่หย้านเด้อ ที่สิฮับเอามารีย์มาเป็นเมียของเจ้าเลย ย้อนว่า ลูกน้อยที่อยู่ในท้องของนางฮั้นเป็นโดยเดชพระวิญญาณบริสุทธิ์ของพระเจ้า | ແຕ່ເມື່ອໂຢເຊັບຍັງຄຶດໃນເລື່ອງນີ້ຢູ່ ກໍມີເທວະດາຕົນໜຶ່ງຂອງພຣະຜູ້ເປັນເຈົ້າມາປະກົດແກ່ໂຢເຊັບໃນຄວາມຝັນວ່າ, “ໂຢເຊັບບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມຍຂອງເຈົ້າ ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍເດດພຣະວິນຍານບໍລິສຸດ. | ແຕ່ພໍໂຢເຊບພວມຄຶດຢູ່ຫັ້ນ ນີ້ແຫລະ ເທວະທູດຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປາກົດຢູ່ຕໍ່ໜ້າໂຢເຊບໃນຄວາມຝັນ ບອກວ່າ “ໂຢເຊບ ລູກດາວິດເອີຍ ຢ່າສູ່ຢ້ານເດີ້ ທີ່ຊິຮັບເອົາມາຣິອາມາເປັນເມຍຂອງເຈົ້າເລີຍ ຍ້ອນວ່າ ລູກນ້ອຍທີ່ຢູ່ໃນທ້ອງຂອງນາງນັ້ນເປັນໂດຍອຳນາດພຣະວິນຍານບໍລິສຸດຂອງພຣະເຈົ້າ | But after he had pondered these things, an angel of the Lord appeared to him in a dream and said, “Joseph, son of David, do not be afraid to embrace Mary as your wife, for the One conceived in her is from the Holy Spirit. |
21 | แล้วนางสิได้ลูกซาย ซึ่งเจ้าสิเอิ้นซื่อของเด็กซายฮั้นว่า เยซู ย้อนว่าผู้ฮั้นสิโปรดซ่อยซนซาติของเพิ่นให้รอดพ้นจากความผิดบาปของเขาทั้งหลาย" | ນາງຈະປະສູດບຸດ ແລ້ວເຈົ້າຈົ່ງຖວາຍນາມທ່ານວ່າ ‘ເຢຊູ’ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ.” | ແລ້ວນາງຊິໄດ້ລູກຊາຍ ຊຶ່ງເຈົ້າຊິເອີ້ນຊື່ຂອງເດັກຜູ້ຊາຍນັ້ນວ່າ ເຢຊູ ຍ້ອນວ່າຜູ້ນັ້ນຊິໂຜດຊ່ອຍຊົນຊາດຂອງເພິ່ນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາທັງຫລາຍ” | She will give birth to a Son, and you are to give Him the name Jesus, because He will save His people from their sins.” |
22 | แนวหมู่นี้ได้เกิดขึ้นกะเพื่อ๏สิให้เป็นไปตามพระคำของพระเจ้า ตามที่องค์พระผู้เป็นเจ้าได้เว้าไว้กับผู้เป็นปากเป็นเสียงของเพิ่นว่า | ການທັງປວງນີ້ເກີດຂຶ້ນເພື່ອຈະໃຫ້ສຳເລັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທຳວ່າ. | ແນວໝູ່ນີ້ໄດ້ເກີດຂຶ້ນກໍເພື່ອຊິໃຫ້ເປັນໄປຕາມພຣະຄຳຂອງພຣະເຈົ້າ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ເວົ້າໄວ້ກັບຜູ້ເປັນປາກເປັນສຽງຂອງເພິ່ນວ່າ | All this took place to fulfill what the Lord had said through the prophet: |
23 | "นี่แน่ะ ญิงพรหมจารีคนหนึ่งสิตั้งท้อง กับสิออกลูกซายคนหนึ่ง กับผู้คนสิเอิ้นซื่อของเพิ่นว่า อิมมานูเอล แปลว่า พระเจ้าอยู่กับเฮา" | “ເບິ່ງແມ, ຍິງພົມຈະລີນັ້ນຈະມີທ້ອງແລະປະສູດບຸດຄົນໜຶ່ງ, ແລະເຂົາຈະເອີ້ນຊື່ບຸດນັ້ນວ່າ ‘ເອມານູເອນ’” (ແປວ່າ “ພຣະເຈົ້າຊົງສະຖິດຢູ່ກັບເຮົາທັງຫລາຍ”). | “ນີ້ແຫລະ ຍິງພົມມະຈາລີຄົນໜຶ່ງຊິຕັ້ງທ້ອງ ກັບຊິອອກລູກຊາຍຄົນໜຶ່ງ ກັບຜູ້ຄົນຊິເອີ້ນຊື່ຂອງເພິ່ນວ່າ ເອມານູເອນ ແປວ່າ ພຣະເຈົ້າຢູ່ກັບເຮົາ” | “Behold, the virgin will be with child and will give birth to a son, and they will call Him Immanuel” (which means, “God with us”). |
24 | บัดโยเซฟตื่นขึ้นกะเฮ็ดตามคำซึ่งเทวทูตขององค์พระผู้เป็นเจ้าได้สั่งลาวฮั้น เลยฮับนางมาเป็นเมียของลาว | ເມື່ອໂຢເຊັບຕື່ນຂຶ້ນກໍເຮັດຕາມຄຳທີ່ເທວະດາຂອງພຣະຜູ້ເປັນເຈົ້າສັ່ງນັ້ນ ຄືຮັບເອົານາງມາຣິອາມາເປັນພັນລະຍາຂອງຕົນ. | ບັດໂຢເຊບຕື່ນຂຶ້ນກໍເຮັດຕາມຄຳຊຶ່ງເທວະທູດຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງລາວນັ້ນ ເລີຍຮັບນາງມາຣິອາເປັນເມຍຂອງລາວ | When Joseph woke up, he did as the angel of the Lord had commanded him, and embraced Mary as his wife. |
25 | แต่ลาวบ่ได้ฮ่วมสมสู่กันกับนางจนกว่านางออกลูกซายผู้กกฮั้น แล้วลาวจั่งตั้งซื่อเด็กน้อยว่า เยซู | ແຕ່ບໍ່ໄດ້ສົມສູ່ຢູ່ກັບນາງຈົນປະສູດບຸດຊາຍແລ້ວ ແລະໂຢເຊັບໄດ້ເອີ້ນຊື່ບຸດນັ້ນວ່າ “ເຢຊູ”. | ແຕ່ລາວບໍ່ໄດ້ຮ່ວມສົມສູ່ກັນກັບນາງຈົນກວ່ານາງອອກລູກຊາຍຜູ້ກົກນັ້ນ ແລ້ວລາວຈັ່ງຕັ້ງຊື່ເດັກນ້ອຍວ່າ ເຢຊູ | But he had no union with her until she gave birth to a Son. And he gave Him the name Jesus. |