11

ປະຖົມມະການ

ບົດ‌ທີ 1Genesis 1
ພຣະ­ເຈົ້າ​ຊົງ​ສ້າງ​ໂລກ-
1ໃນ​ຕົ້ນ​ເດີມ​ນັ້ນ ພຣະ­ເຈົ້າ​ຊົງ​ນິ­ລະ­ມິດ­ສ້າງ​ແຜ່ນ‌ດິນ ແລະ​ສັບ‌ພະ​ທຸກ​ສິ່ງ​ໃນ​ທ້ອງຟ້າ.In the beginning God created the heavens and the earth.
2ໂລກ​ບໍ່​ທັນ​ມີ​ຮູບ‌ຮ່າງ​ເທື່ອ ຄວາມ‌ມືດ​ຫຸ້ມ​ຫໍ່​ມະຫາ‌ສະໝຸດ​ອັນ​ກວ້າງ​ໃຫຍ່​ໄພ‌ສານ ແລະ​ພຣະ‌ວິນຍານ​ຂອງ​ພຣະ­ເຈົ້າ​ຊົງ​ວົນ‌ວຽນ​ຢູ່​ເທິງ​ນ້ຳ.Now the earth was formless and void, and darkness was over the surface of the deep. And the Spirit of God was hovering over the surface of the waters.
3ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ແສງ‌ສະຫວ່າງ​ເກີດ​ມີ​ຂຶ້ນ” ແສງ‌ສະຫວ່າງ​ກໍ​ມີ​ຂຶ້ນ​ມາ.And God said, “Let there be light,” and there was light.
4ພຣະ‌ອົງ​ຈຶ່ງ​ຊົງ​ທອດ​ພຣະ‌ເນດ​ແສງ‌ສະຫວ່າງ​ດ້ວຍ​ຄວາມ​ພໍພຣະໄທ. ດັ່ງ‌ນັ້ນ ຈຶ່ງ​ຊົງ​ແຍກ​ແສງ‌ສະຫວ່າງ​ອອກ‌ຈາກ​ຄວາມ‌ມືດAnd seeing that the light was good, God separated the light from the darkness.
5ພຣະ‌ອົງ​ຊົງ​ເອີ້ນ​ແສງ‌ສະຫວ່າງ​ນັ້ນ​ວ່າ, “ກາງ‌ເວັນ” ແລະ​ຊົງ​ເອີ້ນ​ຄວາມ‌ມືດ​ນັ້ນ​ວ່າ, “ກາງ‌ຄືນ” ມື້​ຄືນ​ຜ່ານ‌ໄປ ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ໜຶ່ງ.God called the light “day,” and the darkness He called “night.” And there was evening, and there was morning—the first day.
6ຕໍ່‌ມາ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ວົງ​ໂຄ້ງ​ແຍກ​ນ້ຳ​ອອກ‌ຈາກ​ກັນ​ເປັນ​ສອງ​ສ່ວນ ຄື: ນ້ຳ​ຢູ່​ເທິງ​ວົງ​ໂຄ້ງ ແລະ​ນ້ຳ​ຢູ່​ລຸ່ມ​ວົງ​ໂຄ້ງ.”And God said, “Let there be an expanse between the waters, to separate the waters from the waters.”
7ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.So God made the expanse and separated the waters beneath it from the waters above. And it was so.
8ດັ່ງ‌ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ເຮັດ​ວົງ​ໂຄ້ງ ແລະ​ຊົງ​ເອີ້ນ​ວົງ​ໂຄ້ງ​ນັ້ນ​ວ່າ, “ຟ້າ” ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສອງ.God called the expanse “sky.” And there was evening, and there was morning—the second day.
9ຕໍ່‌ມາ​ອີກ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ນ້ຳ​ທີ່‌ຢູ່​ລຸ່ມ​ທ້ອງ‌ຟ້າ​ໂຮມ​ເຂົ້າ‌ກັນ​ຢູ່​ບ່ອນ​ດຽວ ເພື່ອ​ໃຫ້​ມີ​ວັດ‌ຖຸ​ແຫ້ງ​ປະ‌ກົດ​ຂຶ້ນ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.And God said, “Let the waters under the sky be gathered into one place, so that the dry land may appear.” And it was so.
10ພຣະ‌ອົງ​ຊົງ​ເອີ້ນ​ວັດ‌ຖຸ​ແຫ້ງ​ນັ້ນ​ວ່າ, “ແຜ່ນ‌ດິນ” ແລະ​ຊົງ​ເອີ້ນ​ນ້ຳ​ທີ່​ໂຮມ​ເຂົ້າ‌ກັນ​ນັ້ນ​ວ່າ, “ມະຫາ‌ສະໝຸດ” ພຣະ‌ອົງ​ຊົງ​ຊົມ​ສິ່ງ​ທີ່​ນິ­ລະ­ມິດ­ສ້າງ​ຂຶ້ນ​ມາ​ແລ້ວ​ນັ້ນ ກໍ​ຊົງ​ພໍພຣະໄທ.God called the dry land “earth,” and the collection of waters He called “seas.” And God saw that it was good.
11ຈຶ່ງ​ຊົງ​ສັ່ງ​ວ່າ, “ໃຫ້​ແຜ່ນ‌ດິນ​ເກີດ​ພືດ​ທຸກ​ຊະ‌ນິດ ທັງ​ແນວ​ເປັນ​ເມັດ ແລະ​ແນວ​ເປັນ​ໝາກ” ແລ້ວ​ທຸກ​ສິ່ງ​ກໍ‌ເກີດ​ມີ​ມາ.Then God said, “Let the earth bring forth vegetation, seed-bearing plants and fruit trees, each bearing fruit with seed according to its kind.” And it was so.
12ດັ່ງ‌ນັ້ນ ພືດ​ທຸກ​ຊະ‌ນິດ​ຈຶ່ງ​ເກີດ​ມີ​ຂຶ້ນ​ຕາມ​ທີ່​ພຣະ‌ອົງ​ຊົງ​ສັ່ງ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ ສິ່ງ​ທີ່​ຊົງ​ນິ­ລະ­ມິດ­ສ້າງ​ກໍ​ຊົງ​ພໍພຣະໄທ.The earth produced vegetation, seed-bearing plants according to their kinds and trees bearing fruit with seed according to their kinds. And God saw that it was good.
13ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສາມ.And there was evening, and there was morning—the third day.
14ຕໍ່‌ມາ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ດວງ​ແຈ້ງ​ໃນ​ທ້ອງ‌ຟ້າ ແຍກ​ກາງ‌ເວັນ ແລະ​ກາງ‌ຄືນ ແລະ​ໃຫ້​ກຳ‌ນົດ​ເວ‌ລາ​ຂອງ​ມື້ ຂອງ​ປີ ແລະ​ຂອງ​ລະດູການ.And God said, “Let there be lights in the expanse of the sky to distinguish between the day and the night, and to mark the seasons and days and years.
15ພ້ອມ​ທັງ​ສົ່ງ​ແສງ​ລົງ‌ມາ​ເທິງ​ແຜ່ນ‌ດິນ​ໂລກ ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.And let them serve as lights in the expanse of the sky to shine upon the earth.” And it was so.
16ດັ່ງ‌ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ສ້າງ​ດວງ​ແຈ້ງ​ໃຫຍ່​ສອງ​ດວງ ຄື​ດວງ​ຕາ‌ເວັນ ສຳ‌ລັບ​ຄອບ‌ຄອງ​ກາງ‌ເວັນ ແລະ​ດວງ‌ຈັນ​ສຳ‌ລັບ​ຄອບ‌ຄອງ​ກາງ‌ຄືນ ພຣະ‌ອົງ​ຍັງ​ໄດ້​ຊົງ​ສ້າງ​ໝູ່​ດວງ‌ດາວ​ຕ່າງໆ ອີກ.God made two great lights: the greater light to rule the day and the lesser light to rule the night. And He made the stars as well.
17ພຣະ‌ອົງ​ໄດ້​ຕັ້ງ​ດວງ​ຕາ‌ເວັນ ດວງ‌ຈັນ ແລະ​ດວງ‌ດາວ​ຕ່າງໆ ທີ່‌ຢູ່​ເທິງ​ຟ້າ ໃຫ້​ສົ່ງ​ແສງ‌ສະຫວ່າງ ລົງ​ມາ‌ສູ່​ແຜ່ນດິນໂລກ.God set these lights in the expanse of the sky to shine upon the earth,
18ເພື່ອ​ກຳ‌ນົດ​ກາງ‌ເວັນ​ກາງ‌ຄືນ ແລະ​ແຍກ​ແສງ‌ສະຫວ່າງ​ອອກ‌ຈາກ​ຄວາມ‌ມືດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສິ່ງ​ທີ່​ນິ­ລະ­ມິດ­ສ້າງ ກໍ​ຊົງ​ພໍພຣະໄທ.to preside over the day and the night, and to separate the light from the darkness. And God saw that it was good.
19ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສີ່.And there was evening, and there was morning—the fourth day.
20ແລ້ວ​ຕໍ່‌ມາ ພຣະ‌ອົງ​ຊົງ​ສັ່ງ​ວ່າ, “ໃຫ້​ສັດ​ຫລາຍ​ແນວ​ເກີດ​ຂຶ້ນ​ໃນ​ນ້ຳ ແລະ​ໃຫ້​ມີ​ນົກ​ບິນ​ໄປ​ມາ​ໃນ​ທ້ອງ‌ຟ້າ​ອາ­ກາດ” ແລ້ວ​ກໍ​ເປັນ​ດັ່ງນັ້ນ.And God said, “Let the waters teem with living creatures, and let birds fly above the earth in the open expanse of the sky.”
21ສະ‌ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ນິ­ລະ­ມິດ­ສ້າງ​ສັດ‌ທະ​ເລ​ຂະ‌ໜາດ​ໃຫຍ່ ແລະ​ສິ່ງ​ທີ່​ມີ‌ຊີວິດ​ທຸກ​ຊະ‌ນິດ​ເກີດ​ຂຶ້ນ​ມາ​ໃນ​ນ້ຳ ແລະ​ຊົງ​ສ້າງ​ນົກ​ທຸກ​ຊະ‌ນິດ​ໃນ​ທ້ອງ‌ຟ້າ​ອາ­ກາດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສິ່ງ​ທີ່​ນິ­ລະ­ມິດ­ສ້າງ ກໍ​ຊົງ​ພໍພຣະໄທ.So God created the great sea creatures and every living thing that moves, with which the waters teemed according to their kinds, and every bird of flight after its kind. And God saw that it was good.
22ແລ້ວ​ຊົງ​ອວຍ‌ພອນ​ແກ່​ສັດ​ເຫລົ່າ‌ນັ້ນ​ວ່າ, “ຈົ່ງ​ອອກ​ແມ່​ແຜ່​ລູກ​ໃຫ້​ເຕັມ​ມະຫາ‌ສະໝຸດ ແລະ​ໃຫ້​ມີ​ຝູງ​ນົກ​ແຜ່‌ຜາຍ​ຂະ‌ຫຍາຍ​ພັນ​ຫລາຍ​ຂຶ້ນ​ເທິງ​ແຜ່ນ‌ດິນ​ໂລກ.”Then God blessed them and said, “Be fruitful and multiply and fill the waters of the seas, and let birds multiply on the earth.”
23ມື້​ຄືນ​ຜ່ານ‌ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫ້າ.And there was evening, and there was morning—the fifth day.
24ຄັນ​ຕໍ່‌ມາ ພຣະ­ເຈົ້າ​ຊົງ​ສັ່ງ​ອີກ​ວ່າ, “ໃຫ້​ສັດ​ຕ່າງໆ ຄື​ສັດ‌ບ້ານ​ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ເກີດ​ມີ​ຂຶ້ນ​ທົ່ວ‌ໂລກ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.And God said, “Let the earth bring forth living creatures according to their kinds: livestock, land crawlers, and wild animals according to their kinds.” And it was so.
25ດັ່ງ‌ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ນິ­ລະ­ມິດ­ສ້າງ​ສັດ‌ບ້ານ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ທຸກ​ຊະ‌ນິດ ພຣະ‌ອົງ​ຊົງ​ທອດ​ພຣະ‌ເນດ​ສັດ​ເຫລົ່າ‌ນັ້ນ ກໍ​ຊົງ​ພໍພຣະໄທ.God made the beasts of the earth according to their kinds, the livestock according to their kinds, and everything that crawls upon the earth according to its kind. And God saw that it was good.
26ຄັນ​ແລ້ວ ພຣະ­ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ບັດ‌ນີ້​ເຮົາ​ຈະ​ສ້າງ​ມະ­ນຸດ​ໃຫ້​ມີ​ຮູບ‌ຮ່າງ​ຄ້າຍ‌ຄື​ເຮົາ​ເອງ ເຂົາ​ຈະ​ມີ​ອຳ‌ນາດ​ເໜືອກ​ວ່າ​ປາ ນົກ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ຕ່າງໆ.”Then God said, “Let Us make man in Our image, after Our likeness, to rule over the fish of the sea and the birds of the air, over the livestock, and over all the earth itself and every creature that crawls upon it.”
27ດັ່ງ‌ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ສ້າງ​ມະ­ນຸດ​ໃຫ້​ມີ​ຮູບ‌ຮ່າງ​ຄ້າຍຄື‌ກັນ​ກັບ​ພຣະ‌ອົງ ພຣະ‌ອົງ​ໄດ້​ຊົງ​ສ້າງ​ຊາຍ ແລະ​ຍິງ.So God created man in His own image; in the image of God He created him; male and female He created them.
28ຄັນ​ສ້າງ​ແລ້ວ ກໍ​ຊົງ​ອວຍ‌ພອນ​ໃຫ້​ແກ່​ເຂົາ​ວ່າ, “ຈົ່ງ​ມີ​ລູກ‌ເຕົ້າ​ໃຫ້​ມາກ​ຫລາຍ ໃຫ້​ເຊື້ອ‌ສາຍ​ຂອງ​ພວກ​ເຈົ້າ​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ເພື່ອ​ຄຸ້ມ‌ຄອງ​ໂລກ​ເຮົາ ໃຫ້​ພວກ​ເຈົ້າ​ມີ​ອຳ‌ນາດ​ເໜືອກ​ວ່າ​ປາ ນົກ ສັດ‌ປ່າ ແລະ​ສັດ‌ເລືອ‌ຄານ​ທຸກ​ຊະນິດ.”God blessed them and said to them, “Be fruitful and multiply, and fill the earth and subdue it; rule over the fish of the sea and the birds of the air and every creature that crawls upon the earth.”
29ພຣະ­ເຈົ້າ​ຊົງ​ກ່າວ​ຕໍ່‌ໄປ​ວ່າ, “ສຳ‌ລັບ​ພວກ​ເຈົ້າ​ເຮົາ​ໄດ້​ໃຫ້​ພືດ ແລະ​ໝາກ​ໄມ້​ທຸກ​ຊະ‌ນິດ​ເປັນ​ອາຫານ.Then God said, “Behold, I have given you every seed-bearing plant on the face of all the earth, and every tree whose fruit contains seed. They will be yours for food.
30ແຕ່​ສຳ‌ລັບ​ສັດ‌ປ່າ ສັດ‌ເລືອ‌ຄານ ແລະ​ຝູງ​ນົກ​ນັ້ນ​ເຮົາ​ໄດ້​ໃຫ້​ຫຍ້າ​ເປັນ​ອາ­ຫານ” ແລ້ວ​ສິ່ງ​ນັ້ນ​ກໍ‌ເກີດ​ມີ​ມາ.And to every beast of the earth and every bird of the air and every creature that crawls upon the earth—everything that has the breath of life in it—I have given every green plant for food.” And it was so.
31ພຣະ­ເຈົ້າ​ຊົງ​ທອດ​ພຣະ‌ເນດ​ສັບ‌ພະ​ທຸກ​ສິ່ງ​ທີ່​ຊົງ​ນິ­ລະ­ມິດ­ສ້າງ ກໍ​ຊົງ​ພໍ‌ພຣະໄທ​ຫລາຍ ມື້​ຄືນ​ຜ່ານ‌ໄປ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫົກ.And God looked upon all that He had made, and indeed, it was very good. And there was evening, and there was morning—the sixth day.