|  |  | ບົດທີ 13 | ກິດຈະການ ບົດທີ 13 | Acts 13 | 
|---|
|  |  | ຕາມພາສາເດີມອາດຈະເວົ້າ “ຜູ້ມີແມ່ນົມຜູ້ດຽວກັນ...” |  | - | 
|---|
|  |  | ເລື່ອງບາຣະນາບາແລະໂຊໂລ |  | - | 
|---|
| 1 | บัดนี้ ในกลุ่มผู้เซื่อในเมืองอันทิโอก มีผู้เป็นปากเป็นเสียงกับผู้สอนผู้ลางคน คือ บารนาบัส กับสิเมโอนที่เอิ้นว่านิเกอร์ กับลูสิอัสซาวเมืองไซรีน กับมานาเอนผู้ที่ใหญ่โตขึ้นมานำกันกับเจ้าเมืองเฮโรด กับเซาโล | ຄາວນັ້ນຄຣິສຕະຈັກທີ່ຢູ່ໃນເມືອງອັນຕີໂອເຂຍ ມີລາງຄົນເປັນຜູ້ປະກາດພຣະທຳແລະອາຈານ ຄືບາຣະນາບາ, ຊີເມໂອນຜູ້ເອີ້ນວ່ານີເກີ, ກັບລູກີໂອໄທເມືອງກີເຣເນ, ມານາເອນຜູ້ເປັນເພື່ອນສະໜິດ  ກັບເຮໂຣດຜູ້ເປັນເຈົ້າເມືອງ, ແລະໂຊໂລ. | ບັດນີ້ ໃນກຸ່ມຜູ້ເຊື່ອໃນເມືອງອັນຕີໂອເຂຍ ມີຜູ້ເປັນປາກເປັນສຽງກັບຜູ້ສອນຜູ້ລາງຄົນ ຄື ບາຣະນາບາ ກັບຊີເມໂອນທີ່ເອີ້ນວ່ານີເກີ ກັບລູກີໂອຊາວເມືອງກີເຣເນ ກັບມານາເອນຜູ້ທີ່ໃຫຍ່ໂຕຂຶ້ນມານຳກັນກັບເຈົ້າເມືອງເຮໂຣດ ກັບໂຊໂລ | In the church at Antioch there were prophets and teachers: Barnabas, Simeon called Niger, Lucius of Cyrene, Manaen (a childhood companion of Herod the tetrarch), and Saul. | 
|---|
| 2 | บัดคนหมู่ฮั้นพวมปรนนิบัติฮับใซ้พระผู้เป็นเจ้า กับถือศีลอดข้าวอยู่ พระวิญญาณได้เว้ากับเขาว่า "ให้เอาบารนาบัสกับเซาโลออกไว้เพื่อการงานแนวที่เฮาได้เอิ้นได้เลือกเขา" | ເມື່ອເຂົາກຳລັງປະຕິບັດນະມັດສະການອົງພຣະຜູ້ເປັນເຈົ້າແລະຖືສິນອົດອາຫານຢູ່ ພຣະວິນຍານບໍລິສຸດໄດ້ຊົງສັ່ງວ່າ, “ຈົ່ງຄັດເອົາບາຣະນາບາກັບໂຊໂລຕັ້ງໄວ້ໃຫ້ເຮົາ ສຳລັບການທີ່ເຮົາເອີ້ນໃຫ້ເຂົາເຮັດນັ້ນ.” | ບັດຄົນໝູ່ນັ້ນພວມຮັບໃຊ້ພຣະຜູ້ເປັນເຈົ້າ ກັບຖືສິນອົດເຂົ້າຢູ່ ພຣະວິນຍານໄດ້ເວົ້າກັບເຂົາວ່າ “ໃຫ້ເອົາບາຣະນາບາກັບໂຊໂລອອກໄວ້ເພື່ອການງານແນວທີ່ເຮົາໄດ້ເອີ້ນໄດ້ເລືອກເຂົາ” | While they were worshiping the Lord and fasting, the Holy Spirit said, “Set apart for Me Barnabas and Saul for the work to which I have called them.” | 
|---|
| 3 | หลังจากอดข้าวกับอธิษฐานจบแล้ว หมู่พวกเขากะได้วางมือใส่บารนาบัสกับเซาโลแล้วได้ใซ้เขาออกไป | ເມື່ອຖືສິນອົດອາຫານແລະໄຫວ້ວອນແລ້ວກໍໄດ້ວາງມືໃສ່ບາຣະນາບາແລະໂຊໂລ ຈິ່ງໃຫ້ເຂົາອອກໄປ. | ຫລັງຈາກອົດເຂົ້າກັບອະທິຖານຈົບແລ້ວ ໝູ່ພວກເຂົາກໍໄດ້ວາງມືໃສ່ບາຣະນາບາກັບໂຊໂລແລ້ວໄດ້ໃຊ້ເຂົາອອກໄປ | So after they had fasted and prayed, they laid their hands on them and sent them off. | 
|---|
|  |  | ການປະກາດທີ່ເກາະກຸບໂຣ |  | - | 
|---|
| 4 | แล้วโดยการนำพาของพระวิญญาณ เขาทั้งสองได้ลงไปเมืองเซลูเคียแล้วจั่งแล่นเฮือใบจากฮั่นไปเกาะไซปรัส | ເຫດສັນນັ້ນທ່ານທັງສອງຜູ້ໄດ້ຮັບໃຊ້ໄປຈາກພຣະວິນຍານບໍລິສຸດ ກໍໄດ້ລົງໄປເຖິງເມືອງເຊລູເກຍ ແລະຈາກທີ່ນັ້ນກໍໄດ້ລົງເຮືອສະເພົາເດີນທາງໄປເຖິງເກາະກຸບໂຣ. | ແລ້ວໂດຍການນຳພາຂອງພຣະວິນຍານ ເຂົາທັງສອງໄດ້ລົງໄປເມືອງເຊລູເກຍແລ້ວຈັ່ງແລ່ນເຮືອໃບຈາກນັ້ນໄປເກາະກຸບໂຣ | Then Barnabas and Saul, sent forth by the Holy Spirit, went down to Seleucia and sailed from there to Cyprus. | 
|---|
| 5 | บัดฮอดเมืองซาลามิสแล้ว พวกเขาได้ประกาศพระคำของพระเจ้าในศาลาธรรมของพวกยิว   แล้ว ยอห์น-มาระโก ได้ไปนำ เป็นผู้ซ่อยเขา | ຄັນມາເຖິງເມືອງຊາລາມີແລ້ວ ທ່ານທັງສອງໄດ້ປະກາດພຣະທຳຂອງພຣະເຈົ້າໃນໂຮງທຳມະເທດສະໜາຂອງຊາວຢິວ ແລະເຂົາມີໂຢຮັນເປັນຜູ້ປະຕິບັດ. | ບັດຮອດເມືອງຊາລາມີແລ້ວ ພວກເຂົາໄດ້ປະກາດພຣະຄຳຂອງພຣະເຈົ້າໃນສາລາທຳຂອງພວກຢິວ   ແລ້ວ ໂຢຮັນ-ມາຣະໂກ ໄດ້ໄປນຳ ເປັນຜູ້ຊ່ອຍເຂົາ | When they arrived at Salamis, they proclaimed the word of God in the Jewish synagogues. And John was with them as their helper. | 
|---|
| 6 | บัดได้เลาะไปทั่วเกาะแล้ว เขาจั่งไปยังเมืองปาโฟส ในเมืองฮั้นเขาได้พ้อคนหนึ่งที่เป็นพ่อมดหมอผี กับเป็นผู้ทำนายเทียมเท็จ ซึ่งเป็นคนยิวซื่อ บารเยซู | ເມື່ອໄດ້ຜ່ານຕະຫລອດທົ່ວເກາະນັ້ນໄປເຖິງເມືອງປາໂຟແລ້ວ ກໍໄດ້ມາພົບຊາຍຄົນໜຶ່ງເປັນໝໍເວດມົນ, ເປັນໝໍທຳນວາຍປອມ, ເປັນຄົນຊາດຢິວຊື່ບາຣະເຢຊູ. | ບັດໄດ້ເລາະໄປທົ່ວເກາະແລ້ວ ເຂົາຈັ່ງໄປຍັງເມືອງປາໂຟ ໃນເມືອງນັ້ນເຂົາໄດ້ຮັບຄົນໜຶ່ງທີ່ເປັນພໍ່ມົດໝໍຜີ ກັບເປັນຜູ້ພະຍາກອນບໍ່ຈິງ ຊຶ່ງເປັນຄົນຢິວຊື່ ບາຣະເຢຊູ | They traveled through the whole island as far as Paphos, where they found a Jewish sorcerer and false prophet named Bar-Jesus, | 
|---|
| 7 | คนผู้นี้อยู่กับผู้ว่าราชการเมืองซื่อว่า เสอร์จีอัสเปาโล ผู้นี้เป็นคนฉลาดรอบคอบ จั่งได้เซิญบารนาบัสกับเซาโลมา ต้องการอยากฟังพระคำของพระเจ้า | ຄົນນີ້ຢູ່ກັບຜູ້ປົກຄອງຊື່ເຊຄີໂອໂປໂລ ເປັນຜູ້ສະຫລຽວສະຫລາດ ທ່ານຜູ້ນັ້ນໄດ້ເອີ້ນເອົາບາຣະນາບາກັບໂຊໂລ ແລະປາດຖະໜາຈະຟັງພຣະທຳຂອງພຣະເຈົ້າ. | ຄົນຜູ້ນີ້ຢູ່ກັບຜູ້ວ່າລາຊະການເມືອງຊື່ວ່າ ເຊຄີໂອໂປໂລ ຜູ້ນີ້ເປັນຄົນສະຫລາດອ້ອມຄອບ ຈັ່ງໄດ້ເຊີນບາຣະນາບາກັບໂຊໂລມາ ຕ້ອງການຢາກຟັງພຣະຄຳຂອງພຣະເຈົ້າ | an attendant of the proconsul, Sergius Paulus. The proconsul, a man of intelligence, summoned Barnabas and Saul because he wanted to hear the word of God. | 
|---|
| 8 | แต่เอลีมาส ผู้เป็นพ่อมดหมอผี (ซื่อจริงแปลว่าจั่งซั้น) ได้ต่อต้านบารนาบัสกับเซาโล ย้อนบ่อยากให้ผู้ว่าเซื่อ | ແຕ່ເອລີມາໝໍເວດມົນນັ້ນ (ຊື່ຂອງເພິ່ນມີຄວາມໝາຍດັ່ງນັ້ນ) ໄດ້ຕໍ່ຕ້ານບາຣະນາບາແລະໂຊໂລ ໂດຍພະຍາຍາມຈະແຍກຜູ້ປົກຄອງນັ້ນໃຫ້ໜີຈາກຄວາມເຊື່ອ. | ແຕ່ເອລີມາ ຜູ້ເປັນພໍ່ມົດໝໍຜີ (ຊື່ຈິງແປວ່າຈັ່ງຊັ້ນ) ໄດ້ຕໍ່ຕ້ານບາຣະນາບາກັບໂຊໂລ ຍ້ອນບໍ່ຢາກໃຫ້ຜູ້ວ່າເຊື່ອ | But Elymas the sorcerer (for that is what his name means) opposed them and tried to turn the proconsul from the faith. | 
|---|
| 9 | บัดนี้ เซาโล (ที่ชื่อว่าเปาโล) ซึ่งประกอบด้วยพระวิญญาณ ได้เพ่งตาจ้องใส่เอลีมาส | ແຕ່ໂຊໂລຜູ້ມີຊື່ອີກວ່າໂປໂລ ເຕັມໄປດ້ວຍພຣະວິນຍານບໍລິສຸດໄດ້ເພ່ງເບິ່ງເອລີມາ. | ບັດນີ້ ໂຊໂລ (ທີ່ຊື່ວ່າໂປໂລ) ຊຶ່ງປະກອບດ້ວຍພຣະວິນຍານ ໄດ້ເພ່ງຕາຈ້ອງໃສ່ເອລີມາ | Then Saul, who was also called Paul, filled with the Holy Spirit, looked directly at Elymas | 
|---|
| 10 | แล้วเว้าว่า "โอ เจ้าผู้เต็มไปด้วยกลอุบายกับเล่ห์เหลี่ยมอันร้ายกาจคู่อย่าง เจ้าผู้เป็นลูกของพญามารแท้ๆ เป็นศัตรู ต่อต้านทางซอบธรรมคู่แนว มื้อใดเจ้าสิเซาบิดเบือนทางซื่อตรงของพระผู้เป็นเจ้า | ແລ້ວເວົ້າວ່າ, “ໂອ ລູກພະຍາມານເອີຍ, ຜູ້ເປັນສັດຕູຂອງບັນດາຄວາມຊອບທຳ ຕົວເຕັມໄປດ້ວຍອຸບາຍແລະການຊົ່ວຊ້າທຸກຢ່າງ ຕົວຈະບໍ່ເຊົາພະຍາຍາມເຮັດຫົນທາງຊື່ຂອງພຣະຜູ້ເປັນເຈົ້າໃຫ້ຄົດໂຄ້ງໄປຫລື. | ແລ້ວເວົ້າວ່າ “ໂອ ເຈົ້າຜູ້ເຕັມໄປດ້ວຍກົນອຸບາຍກັບເລ້ຫລ່ຽມອັນຮ້າຍກາດຄູ່ຢ່າງ ເຈົ້າຜູ້ເປັນລູກຂອງພະຍາມານແທ້ໆ ເປັນສັດຕູ ຕໍ່ຕ້ານທາງຊອບທຳຄູ່ແນວ ມື້ໃດເຈົ້າຊິເຊົາບິດເບືອນທາງຊື່ກົງຂອງພຣະຜູ້ເປັນເຈົ້າ | and said, “O child of the devil and enemy of all righteousness! You are full of all kinds of deceit and trickery. Will you never stop perverting the straight ways of the Lord? | 
|---|
| 11 | แล้วบัดนี้ นี่แน่ะ มือของพระผู้เป็นเจ้าได้จับบายเจ้า แต่นี้ไปเจ้าสิตาบอดบ่เห็นฮุ่งเลย จนฮอดยามเวลาที่กำหนดไว้"  แล้วในหว่างฮั้นพอดี มีเงามืดปกคลุมเอลีมาสไว้ เขาจั่งงมซาวไปซาวมาหาคนจูงมือเขา | ເບິ່ງແມ, ບັດນີ້ພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍລົງຢູ່ເທິງຕົວ ຕົວຈະຕາບອດບໍ່ເຫັນຕາເວັນຈົນເຖິງເວລາກຳນົດ” ໃນທັນໃດນັ້ນຄວາມມືດມົວໄດ້ຕົກໃສ່ເອລີມາ ເອລີມາກໍຍ່າງງົມໄປມາຊອກຫາຄົນເພື່ອຈູງມືຕົນ. | ແລ້ວບັດນີ້ ນີ້ແຫລະ ມືຂອງພຣະຜູ້ເປັນເຈົ້າໄດ້ຈັບບາຍເຈົ້າ ແຕ່ນີ້ໄປເຈົ້າຊິຕາບອດບໍ່ເຫັນຮຸ່ງເລີຍ ຈົນຮອດຍາມເວລາທີ່ກຳນົດໄວ້”  ແລ້ວໃນຫວ່າງນັ້ນພໍດີ ມີເງົາມືດປົກຄຸມເອລີມາໄວ້ ເຂົາຈັ່ງງົມຊາວໄປຊາວມາຫາຄົນຈູງມືເຂົາ | Now look, the hand of the Lord is against you, and for a time you will be blind and unable to see the light of the sun.” Immediately mist and darkness came over him, and he groped about, seeking someone to lead him by the hand. | 
|---|
| 12 | บัดผู้ว่าได้เห็นเหตุการณ์ที่เกิดขึ้นฮั้น จั่งฮับเซื่ออยู่กับหม่อง ทึ่งใจในหลักคำสอนของพระผู้เป็นเจ้า | ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນກໍໄດ້ເຊື່ອ ແລະອັດສະຈັນໃຈເພາະໂອວາດຄຳສອນຂອງອົງພຣະຜູ້ເປັນເຈົ້າ. | ບັດຜູ້ວ່າໄດ້ເຫັນເຫດການທີ່ເກິດຂື້ນນັ້ນ ຈັ່ງຮັບເຊື່ອຢູ່ກັບໝ້ອງ ສັງເກດໃຈໃນຫລັກຄຳສອນຂອງພຣະຜູ້ເປັນເຈົ້າ | When the proconsul saw what had happened, he believed, for he was astonished at the teaching about the Lord. | 
|---|
|  |  | ການປະກາດທີ່ເມືອງອັນຕີໂອເຂຍໃນປີຊີເດຍ |  | - | 
|---|
| 13 | แล้วบัดนี้ เปาโลกับหมู่พวกของเขากะได้ลงเฮือแล่นออกจากเมืองปาโฟส ไปยังเมืองเปอร์กาในแคว้นปัมฟีเลีย แล้วส่วนยอห์นฮั้นกะได้แยกจากหมู่พวก ลบเมือเมืองเยรูซาเล็ม | ຝ່າຍໂປໂລກັບພວກຂອງທ່ານໄດ້ລົງເຮືອສະເພົາເດີນທາງໄປຈາກເມືອງປາໂຟໄປຍັງເມືອງເປເຄໃນແຂວງປຳຟີເລຍ ສ່ວນໂຢຮັນໄດ້ປະເຂົາໄວ້ແລ້ວກັບເມືອຍັງກຸງເຢຣູຊາເລັມ. | ແລ້ວບັດນີ້ ໂປໂລກັບໝູ່ພວກຂອງເຂົາກໍໄດ້ລົງເຮືອແລ່ນອອກຈາກເມືອງປາໂຟ ໄປຍັງເມືອງເປເຄໃນແຄວ້ນປຳຟີເລຍ ແລ້ວສ່ວນໂຢຮັນນັ້ນກໍໄດ້ແຍກຈາກໝູ່ພວກ ຫລົບເມືອເມືອງເຢຣູຊາເລັມ | After setting sail from Paphos, Paul and his companions came to Perga in Pamphylia, where John left them to return to Jerusalem. | 
|---|
| 14 | แต่บัดพวกฮั้นเดินทางจากเมืองเปอร์กาไปแล้ว ได้ไปฮอดเมืองอันทิโอกในแคว้นปิสิเดีย พวกเขาได้เข้าไปนั่งลงในศาลาธรรม เป็นมื้อหยุดพักวันสะบาโต | ແຕ່ພວກນັ້ນໄດ້ເດີນທາງຕໍ່ໄປຈາກເມືອງເປເຄ ມາເຖິງເມືອງອັນຕີໂອເຂຍໃນແຂວງປີຊີເດຍ ແລະໃນວັນຊະບາໂຕເຂົາໄດ້ເຂົ້າໄປໃນໂຮງທຳມະເທດສະໜາແລະນັ່ງລົງ. | ແຕ່ບັດພວກນັ້ນເດິນທາງຈາກເມືອງເປເຄໄປແລ້ວ ໄດ້ໄປຮອດເມືອງອັນຕີໂອເຂຍໃນແຄວ້ນປີຊີເດຍ ພວກເຂົາໄດ້ເຂົ້າໄປນັ່ງລົງໃນສາລາທຳ ເປັນມື້ຢຸດພັກວັນຊະບາໂຕ | And from Perga, they traveled inland to Pisidian Antioch, where they entered the synagogue on the Sabbath and sat down. | 
|---|
| 15 | แล้วบัดอ่านกฎบัญญัติของโมเสส กับคำของผู้เป็นปากเป็นเสียงของพระเจ้าแล้ว คณะบริหารของศาลาธรรมจั่งใซ้คนไปเซิญเปาโลกับบารนาบัสว่า "ท่านพี่น้องเอ้ย คั่นท่านมีคำหนุนน้ำใจพี่น้องคนอยู่นี่ กะเซิญแบ่งปันให้เถอะ" | ເມື່ອອ່ານພຣະບັນຍັດແລະໜັງສືຂອງຜູ້ປະກາດພຣະທຳແລ້ວພວກຜູ້ປົກຄອງໂຮງທຳໄດ້ໃຊ້ຄົນໄປບອກບາຣະນາບາແລະໂປໂລວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຄຳເຕືອນສະຕິປະການໃດສຳລັບພົນລະເມືອງ ເຊີນກ່າວໄປ.” | ແລ້ວບັດອ່ານກົດບັນຍັດຂອງໂມເຊ ກັບຄຳຂອງຜູ້ເປັນປາກເປັນສຽງຂອງພຣະເຈົ້າແລ້ວ ຄະນະບໍລິຫານຂອງສາລາທຳຈັ່ງໃຊ້ຄົນໄປເຊີນໂປໂລກັບບາຣະນາບາວ່າ “ທ່ານພີ່ນ້ອງເອີຍ ຄັ່ນທ່ານມີຄຳໜຸນນ້ຳໃຈພີ່ນ້ອງຄົນຢູ່ນີ້ ກໍເຊີນແບ່ງປັນໃຫ້ເຖິ” | After the reading from the Law and the Prophets, the synagogue leaders sent word to them: “Brothers, if you have a word of encouragement for the people, please speak.” | 
|---|
| 16 | บัดนี้ เปาโลจั่งยืนขึ้น โบกมือแล้วตั้งต้นเว้าว่า "ท่านผู้ที่เป็นซนซาติอิสราเอลกับเจ้าทั้งหลายผู้ที่ยำเกรงพระเจ้า กรุณาฟังเอาเถอะ | ຝ່າຍໂປໂລໄດ້ຢືນຂຶ້ນກວັກມືແລ້ວກ່າວວ່າ, “ພວກທ່ານທີ່ເປັນຊົນຊາດອິດສະຣາເອນ ແລະທ່ານທັງຫລາຍທີ່ຢຳເກງພຣະເຈົ້າເອີຍ, ເຊີນຟັງເທີນ. | ບັດນີ້ ໂປໂລຈັ່ງຢືນຂຶ້ນ ແກວງມືແລ້ວຕັ້ງຕົ້ນເວົ້າວ່າ “ທ່ານຜູ້ທີ່ເປັນຊົນຊາດອິດສະຣາເອນກັບເຈົ້າທັງຫລາຍຜູ້ທີ່ເຄົາລົບພຣະເຈົ້າ ກະລຸນາຟັງເອົາເຖິ | Paul stood up, motioned with his hand, and began to speak: “Men of Israel and you Gentiles who fear God, listen to me! | 
|---|
| 17 | "คือ พระเจ้าของซนซาติอิสราเอลหนิ ได้เลือกพวกพ่อตระกูลของพวกเฮาไว้ กับได้อวยพรเขาให้เจริญแม้นแต่ตอนยังเป็นคนต่างแดนในประเทศอียิปต์ แล้วเพิ่นจั่งได้นำหน้าเขาออกมาจากประเทศฮั้นโดยมือของเพิ่นที่ประกอบด้วยฤทธิ์กำลัง | ພຣະເຈົ້າຂອງພົນລະເມືອງອິດສະຣາເອນນີ້ໄດ້ຊົງເລືອກບັນພະບຸລຸດຂອງເຮົາໄວ້ ແລະໄດ້ໃຫ້ເຂົາຈະເລີນມີກຽດຂຶ້ນ ເມື່ອຍັງເປັນແຂກເມືອງຢູ່ແຜ່ນດິນເອຢິບ ແລ້ວໄດ້ຊົງນຳເຂົາອອກຈາກແຜ່ນດິນນັ້ນ ດ້ວຍພຣະຫັດອັນຊົງລິດອັນສູງ. | ຄື ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ ໄດ້ເລືອກພວກພໍ່ຕະກູນຂອງພວກເຮົາໄວ້ ກັບໄດ້ອວຍພອນເຂົາໃຫ້ຈະເລີນແມ່ນແຕ່ຕອນຍັງເປັນຄົນຕ່າງແດນໃນປະເທດເອຢິບ ແລ້ວເພິ່ນຈັ່ງໄດ້ນຳໜ້າເຂົາອອກມາຈາກປະເທດນັ້ນໂດຍມືຂອງເພິ່ນທີ່ປະກອບດ້ວຍລິດກຳລັງ | The God of the people of Israel chose our fathers. He made them into a great people during their stay in Egypt, and with an uplifted arm He led them out of that land. | 
|---|
|  |  | ສຳເນົາສະບັບບາງສະບັບມີຂໍ້ຄວາມວ່າ “ບຳລຸງລ້ຽງເຂົາ” ແທນທີ່ຈະວ່າ “ອົດທົນ... ເຂົາ.” |  | - | 
|---|
| 18 | แล้วเพิ่นได้ทนเอาต่อพฤติกรรมอันบ่ดีของเขา ในถิ่นแห้งแล้งเป็นเวลาประมาณสี่สิบปี | ແລ້ວພຣະເຈົ້າໄດ້ຊົງອົດທົນຕໍ່ການປະຕິບັດຂອງເຂົາ  ໃນປ່າປະມານສີ່ສິບປີ. | ແລ້ວເພິ່ນໄດ້ທົນເອົາຕໍ່ພຶດຕິກຳອັນບໍ່ດີຂອງເຂົາ ໃນຖິ່ນແຫ້ງແລ້ງເປັນເວລາປະມານສີ່ສິບປີ | He endured their conduct for about forty years in the wilderness. | 
|---|
| 19 | แล้วบัดเพิ่นได้กวาดล้างคนเจ็ดซนซาติออกจากแผ่นดินคานาอันแล้ว เพิ่นได้แบ่งปันแผ่นดินฮั้นให้พวกเขาโดยการยกให้เป็นมรดก | ເມື່ອພຣະອົງໄດ້ຊົງລ້າງຜານຊົນເຈັດຊາດໃນແຜ່ນດິນການາອານແລ້ວກໍຊົງຍົກແຜ່ນດິນຂອງຊາດເຫລົ່ານັ້ນ ໃຫ້ເປັນມໍລະດົກແກ່ບັນພະບຸລຸດຂອງເຮົາ. | ແລ້ວບັດເພິ່ນໄດ້ກວາດລ້າງຄົນເຈັດຊົນຊາດອອກຈາກດິນແດນການາອານແລ້ວ ເພິ່ນໄດ້ແບ່ງປັນດິນແດນນັ້ນໃຫ້ພວກເຂົາໂດຍການຍົກໃຫ້ເປັນມໍລະດົກ | And having vanquished seven nations in Canaan, He gave their land to His people as an inheritance. | 
|---|
| 20 | อยู่มา พระเจ้าได้ให้พวกเขามีพวกผู้วินิจฉัย เป็นซ่วงเวลาประมาณ สี่ร้อยห้าสิบปี จนฮอดสมัยที่ซามูเอลได้เป็นผู้เป็นปากเป็นเสียงของพระเจ้า | ປະມານສີ່ຮ້ອຍຫ້າສິບປີພາຍຫລັງນັ້ນ ພຣະອົງໄດ້ຊົງປະທານພວກຜູ້ຕັດສີນໃຫ້ປົກຄອງເຂົາ ຈົນເຖິງຄາວຂອງຊາມູເອນຜູ້ປະກາດພຣະທຳ. | ຢູ່ມາ ພຣະເຈົ້າໄດ້ໃຫ້ພວກເຂົາມີພວກພວກຜູ້ປົກຄອງ ເປັນຍາມເວລາປະມານ ສີ່ຮ້ອຍຫ້າສິບປີ ຈົນຮອດສະໄໝທີ່ຊາມູເອນໄດ້ເປັນຜູ້ເປັນປາກເປັນສຽງຂອງພຣະເຈົ້າ | All this took about 450 years. After this, God gave them judges until the time of Samuel the prophet. | 
|---|
| 21 | หลังจากฮั้นมา พวกเขาคึดอยากได้กษัตริย์  พระเจ้ากะเลยให้ ซาอูล ลูกซายของคีช จากเผ่าเบนยามิน ให้เป็นกษัตริย์ครบสี่สิบปี | ຄາວນັ້ນເຂົາໄດ້ຂໍໃຫ້ມີກະສັດ ພຣະເຈົ້າຈິ່ງຊົງປະທານຊາອູນບຸດຂອງກີເຊຈາກຕະກຸນເບັນຢາມິນ ໃຫ້ເປັນກະສັດຂອງເຂົາຄົບສີ່ສິບປີ. | ຫລັງຈາກນັ້ນມາ ພວກເຂົາຄຶດຢາກໄດ້ກະສັດ  ພຣະເຈົ້າກໍເລີຍໃຫ້ ຊາອູນ ລູກຊາຍຂອງກີເຊ ຈາກເຜົ່າເບັນຢາມິນ ໃຫ້ເປັນກະສັດຄົບສີ່ສິບປີ | Then the people asked for a king, and God gave them forty years under Saul son of Kish, from the tribe of Benjamin. | 
|---|
| 22 | บัดปลดซาอูลออกแล้ว พระเจ้าได้ตั้งดาวิดขึ้นเป็นกษัตริย์ของพวกเขา ซึ่งพระเจ้าออกคำพยานเถิงดาวิดว่า "เฮาได้พ้อดาวิด ลูกซายของเจสซี เป็นคนที่สิเฮ็ดตามใจมักของเฮา แล้วเฮ็ดตามจุดประสงค์ของเฮาให้เมิ้ด" | ເມື່ອຊົງຖອດຊາອູນແລ້ວ ພຣະອົງໄດ້ຊົງຕັ້ງດາວິດຂຶ້ນເປັນກະສັດຂອງເຂົາ ແລະຊົງເປັນພະຍານກ່າວເຖິງເລື່ອງດາວິດນີ້ວ່າ ‘ເຮົາໄດ້ພົບດາວິດບຸດຂອງເຢຊາຍ ເປັນຄົນທີ່ຖືກໃຈເຮົາ ເປັນຜູ້ທີ່ຈະເຮັດຕາມຄວາມປະສົງຂອງເຮົາທຸກປະການ.’ | ບັດປົດຊາອູນອອກແລ້ວ ພຣະເຈົ້າໄດ້ຕັ້ງດາວິດຂຶ້ນເປັນກະສັດຂອງພວກເຂົາ ຊຶ່ງພຣະເຈົ້າອອກຄຳພະຍານເຖິງດາວິດວ່າ ‘ເຮົາໄດ້ຮັບດາວິດ ລູກຊາຍຂອງເຢຊາຍ ເປັນຄົນທີ່ຊິເຮັດຕາມໃຈມັກຂອງເຮົາ ແລ້ວເຮັດຕາມຈຸດປະສົງຂອງເຮົາໃຫ້ໝົດ’ | After removing Saul, He raised up David as their king and testified about him: ‘I have found David son of Jesse a man after My own heart; he will carry out My will in its entirety.’ | 
|---|
| 23 | แล้วจากเซื้อสายของดาวิดนี้เอง พระเจ้าได้โปรดให้พระผู้โปรดของซนซาติอิสราเอลเกิดมา ซึ่งเป็นไปตามคำมั่นสัญญาของเพิ่น แม่นพระเยซูคริสต์นี้เอง | ພຣະເຈົ້າໄດ້ຊົງນຳເອົາພຣະຜູ້ໂຜດໃຫ້ພົ້ນ ຄືພຣະເຢຊູ ອອກມາຈາກເຊື້ອສາຍຂອງດາວິດນີ້ ໃຫ້ແກ່ຊົນຊາດອິດສະຣາເອນ ຕາມພຣະສັນຍາຂອງພຣະອົງ. | ແລ້ວຈາກເຊື້ອສາຍຂອງດາວິດນີ້ເອງ ພຣະເຈົ້າໄດ້ໂຜດໃຫ້ພຣະຜູ້ໂຜດຂອງຊົນຊາດອິດສະຣາເອນເກີດມາ ຊຶ່ງເປັນໄປຕາມຄຳໝັ້ນສັນຍາຂອງເພິ່ນ ແມ່ນພຣະເຢຊູຄຣິດນີ້ເອງ | From the descendants of this man, God has brought to Israel the Savior Jesus, as He promised. | 
|---|
| 24 | แล้วก่อนที่เพิ่นมาฮั้น โยฮันได้ตั้งต้นประกาศให้ประซาซนอิสราเอลทั้งเมิ้ด ฮับจุ่มน้ำแสดงการกลับใจใหม่ | ກ່ອນທີ່ພຣະເຢຊູສະເດັດມາປະກົດ ໂຢຮັນໄດ້ປະກາດບັບຕິສະມາອັນກ່ຽວກັບການຖິ້ມໃຈເກົ່າເອົາໃຈໃໝ່ ໃຫ້ແກ່ພົນລະເມືອງອິດສະຣາເອນທົ່ວໄປ. | ແລ້ວກ່ອນທີ່ເພິ່ນມານັ້ນ ໂຢຮັນໄດ້ຕັ້ງຕົ້ນປະກາດໃຫ້ປະຊາຊົນອິດສະຣາເອນທັງໝົດ ຮັບຈຸ່ມນ້ຳສະແດງການກັບໃຈໃໝ່ | Before the arrival of Jesus, John preached a baptism of repentance to all the people of Israel. | 
|---|
| 25 | แล้วบัดโยฮันใกล้สิแล้วการงานของลาว ลาวจั่งถามคนว่า "พวกเจ้าคึดว่าข้อยหนิแม่นผู้ใด ข้อยบ่แม่นเพิ่นผู้ฮั้นดอก แต่นี่แน่ะ สิมีเพิ่นผู้หนึ่งมาตอนหลังข้อย ซึ่งโตข้อยเองดีบ่พอที่สิแก้สายเกิบให้เพิ่นเลย" | ເມື່ອໂຢຮັນປະຕິບັດໜ້າທີ່ຂອງຕົນໃກ້ຈະສຳເລັດ ທ່ານໄດ້ກ່າວວ່າ ‘ທ່ານທັງຫລາຍຄຶດເຫັນວ່າເຮົາຄືຜູ້ໃດ ເຮົາບໍ່ແມ່ນຕົນນັ້ນແທ້ ແຕ່ເບິ່ງແມ, ພາຍຫລັງເຮົາຈະມີຄົນໜຶ່ງມາ ຊຶ່ງເຮົາຈະແກ້ເກີບຈາກຕີນຂອງທ່ານກໍບໍ່ສົມຄວນ.’ | ແລ້ວບັດໂຢຮັນໃກ້ຊິແລ້ວການງານຂອງລາວ ລາວຈັ່ງຖາມຄົນວ່າ ‘ພວກເຈົ້າຄຶດວ່າຂ້ອຍນີ້ແມ່ນຜູ້ໃດ ຂ້ອຍບໍ່ແມ່ນເພິ່ນຜູ້ນັ້ນດອກ ແຕ່ນີ້ແຫລະ ຊິມີເພິ່ນຜູ້ໜຶ່ງມາຕອນຫລັງຂ້ອຍ ຊຶ່ງໂຕຂ້ອຍເອງດີບໍ່ພໍທີ່ຊິແກ້ສາຍເກີບໃຫ້ເພິ່ນເລີຍ’ | As John was completing his course, he said, ‘Who do you suppose I am? I am not that One. But He is coming after me whose sandals I am not worthy to untie.’ | 
|---|
| 26 | พี่น้องทั้งหลาย เอ้ย ผู้เป็นลูกหลานตามเซื้อสายของพ่ออับราฮัม พร้อมกับผู้ใดในพวกเจ้าที่ยำเกรงพระเจ้า ข่าวดีเรื่องความรอดพ้นนี้ได้ส่งมายังพวกเจ้าแล้ว | “ທ່ານແລະພີ່ນ້ອງທັງຫລາຍຜູ້ເປັນເຊື້ອຊາດຂອງອັບຣາຮາມ ແລະຄົນທັງຫລາຍໃນພວກທ່ານທີ່ຢຳເກງພຣະເຈົ້າເອີຍ ຂ່າວສານເລື່ອງຄວາມລອດພົ້ນນີ້ໄດ້ຊົງຝາກມາເຖິງພວກເຮົານີ້ເອງ. | ພີ່ນ້ອງທັງຫລາຍ ເອີຍ ຜູ້ເປັນລູກຫລານຕາມເຊື້ອສາຍຂອງພໍ່ອັບຣາຮາມ ພ້ອມກັບຜູ້ໃດໃນພວກເຈົ້າທີ່ເຄົາລົບພຣະເຈົ້າ ຂ່າວດີເລື່ອງຄວາມລອດພົ້ນນີ້ໄດ້ສົ່ງມາຍັງພວກເຈົ້າແລ້ວ | Brothers, children of Abraham, and you Gentiles who fear God, it is to us that this message of salvation has been sent. | 
|---|
| 27 | คือฝ่ายซาวเมืองเยรูซาเล็มกับคณะผู้นำของเขาฮั้น เนื่องจากว่าเขาบ่ได้ฮู้จักกับพระเจ้า กับบ่เข้าใจคำพยากรณ์ของพวกผู้เป็นปากเป็นเสียงของเพิ่นฮั้น ซึ่งเขาเคยอ่านกันในคู่มื้อหยุดพักวันสะบาโต พวกนี้จั่งได้เฮ็ดให้คำพยากรณ์ฮั้นสำเร็จ โดยได้ลงโทษเพิ่นจั่งฮอดฆ่าเลย | ຝ່າຍຊາວກຸງເຢຣູຊາເລັມກັບພວກຜູ້ປົກຄອງບໍ່ໄດ້ຮູ້ຈັກພຣະອົງແລະບໍ່ໄດ້ເຂົ້າໃຈຖ້ອຍຄຳຂອງພວກຜູ້ປະກາດພຣະທຳ ທີ່ເຂົາເຄີຍໄດ້ອ່ານທຸກວັນຊະບາໂຕ ຈິ່ງເຮັດໃຫ້ສຳເລັດຕາມຖ້ອຍຄຳເຫລົ່ານັ້ນດ້ວຍການພິພາກສາລົງໂທດພຣະອົງ. | ຄືຝ່າຍຊາວເມືອງເຢຣູຊາເລັມກັບຄະນະຜູ້ນຳຂອງເຂົານັ້ນ ເນື່ອງຈາກວ່າເຂົາບໍ່ໄດ້ຮູ້ຈັກກັບພຣະເຈົ້າ ກັບບໍ່ເຂົ້າໃຈຄຳພະຍາກອນຂອງພວກຜູ້ເປັນປາກເປັນສຽງຂອງເພິ່ນນັ້ນ ຊຶ່ງເຂົາເຄີຍອ່ານກັນໃນຄູ່ມື້ຢຸດພັກວັນຊະບາໂຕ ພວກນີ້ຈັ່ງໄດ້ເຮັດໃຫ້ຄຳພະຍາກອນນັ້ນສຳເລັດ ໂດຍໄດ້ລົງໂທດເພິ່ນຈັ່ງຮອດຂ້າເລີຍ | The people of Jerusalem and their rulers did not recognize Jesus, yet in condemning Him they fulfilled the words of the prophets that are read every Sabbath. | 
|---|
| 28 | เถิงแม้นว่าเขาบ่ได้เห็นความผิดแนวใดในเพิ่นที่สมควรสิประหารให้ตาย พวกเขากะยังขอร้องปีลาตให้ขึงประหารเพิ่น | ເຖິງແມ່ນເຂົາບໍ່ໄດ້ພົບຄວາມຜິດປະການໃດໃນພຣະອົງທີ່ຄວນຈະໃຫ້ຕາຍ ເຂົາຍັງຂໍປີລາດໃຫ້ຂ້າພຣະອົງເສຍ. | ເຖິງແມ່ນວ່າເຂົາບໍ່ໄດ້ເຫັນຄວາມຜິດແນວໃດໃນເພິ່ນທີ່ສົມຄວນຊິປະຫານໃຫ້ຕາຍ ພວກເຂົາກໍຍັງຂໍຮ້ອງປີລາດໃຫ້ຄຶງປະຫານເພິ່ນ | And though they found no ground for a death sentence, they asked Pilate to have Him executed. | 
|---|
| 29 | แล้วบัดเขาเฮ็ดตามคำพยากรณ์ฮั้นจนสำเร็จเมิ้ดตามที่มีเขียนไว้เรื่องเพิ่น เขาจั่งเอาศพของเพิ่นลงจากหลักไม้ไปเมี้ยนไว้ในอุโมงค์ | ເມື່ອໄດ້ເຮັດທຸກຢ່າງໃຫ້ສຳເລັດຕາມພຣະຄຳພີຂຽນໄວ້ເຖິງເລື່ອງພຣະອົງແລ້ວ ເຂົາໄດ້ອັນເຊີນພຣະສົບຂອງພຣະອົງລົງຈາກເສົາໄມ້ນັ້ນ ໄປບັນຈຸໄວ້ໃນອຸບໂມງ. | ແລ້ວບັດເຂົາເຮັດຕາມຄຳພະຍາກອນນັ້ນຈົນສຳເລັດໝົດຕາມທີ່ມີຂຽນໄວ້ເລື່ອງເພິ່ນ ເຂົາຈັ່ງເອົາສົບຂອງເພິ່ນລົງຈາກຫລັກໄມ້ໄປມ້ຽນໄວ້ໃນອຸບໂມງ | When they had carried out all that was written about Him, they took Him down from the tree and laid Him in a tomb. | 
|---|
| 30 | แต่ว่าพระเจ้าได้โปรดให้เพิ่นเป็นขึ้นมาจากตาย | ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງຊົງຄືນພຣະຊົນ. | ແຕ່ວ່າພຣະເຈົ້າໄດ້ໂຜດໃຫ້ເພິ່ນເປັນຂຶ້ນມາຈາກຕາຍ | But God raised Him from the dead, | 
|---|
| 31 | แล้วมีคนหลวงหลายได้พ้อได้เห็นเพิ่นเป็นเวลาหลายมื้อ จากแคว้นกาลิลีไปฮอดเมืองเยรูซาเล็ม ซึ่งบัดนี้คนหมู่ฮั้นได้เป็นหลักฐานพยานยืนยัน เถิงความจริงเรื่องเพิ่นเพื่อคนทั้งหลาย | ໃນລະຫວ່າງຫລາຍວັນພຣະອົງໄດ້ຊົງປະກົດແກ່ຄົນທັງຫລາຍ ທີ່ຕາມພຣະອົງມາຈາກແຂວງຄາລີເລຂຶ້ນມາຍັງກຸງເຢຣູຊາເລັມ ບັດນີ້ຄົນນັ້ນແຫລະ, ເປັນພະຍານຝ່າຍພຣະອົງໃຫ້ແກ່ພົນລະເມືອງ. | ແລ້ວມີຄົນຫລວງຫລາຍໄດ້ຮັບໄດ້ເຫັນເພິ່ນເປັນເວລາຫລາຍມື້ ຈາກແຄວ້ນຄາລີເລໄປຮອດເມືອງເຢຣູຊາເລັມ ຊຶ່ງບັດນີ້ຄົນໝູ່ນັ້ນໄດ້ເປັນຫຼັກຖານພະຍານຢືນຢັນ ເຖິງຄວາມຈິງເລື່ອງເພິ່ນເພື່ອຄົນທັງຫລາຍ | and for many days He appeared to those who had accompanied Him from Galilee to Jerusalem. They are now His witnesses to our people. | 
|---|
| 32 | แล้วบัดนี้ พวกเฮาจั่งป่าวประกาศเรื่องข่าวประเสริฐนี้ให้พวกเจ้า ซึ่งเป็นตามคำมั่นสัญญาที่พระเจ้าให้ไว้กับพวกพ่อตระกูลของเฮาฮั้น | ຝ່າຍພວກເຮົາໄດ້ນຳຂ່າວປະເສີດນີ້ມາແຈ້ງແກ່ທ່ານທັງຫລາຍວ່າ ພຣະສັນຍາຊຶ່ງຊົງປະທານແກ່ບັນພະບຸລຸດຂອງພວກເຮົາ. | ແລ້ວບັດນີ້ ພວກເຮົາຈັ່ງປ່າວປະກາດເລື່ອງຂ່າວປະເສີດນີ້ໃຫ້ພວກເຈົ້າ ຊຶ່ງເປັນຕາມຄຳໝັ້ນສັນຍາທີ່ພຣະເຈົ້າໃຫ້ໄວ້ກັບພວກພໍ່ຕະກູນຂອງເຮົານັ້ນ | And now we proclaim to you the good news: What God promised our fathers | 
|---|
|  |  | ພາສາເດີມວ່າ “ບົດທີໜຶ່ງ” ອັນນີ້ກໍເພາະວ່າສະໄໝນັ້ນເຂົາຖືເອົາບົດທີໜຶ່ງກັບບົດທີສອງເໝືອນເປັນບົດດຽວ. |  | - | 
|---|
| 33 | พระเจ้าได้เฮ็ดให้คำทำนายฮั้นสำเร็จแล้ว ให้พวกเฮาผู้เป็นลูกหลานของคนหมู่ฮั้น โดยว่าเพิ่นได้โปรดให้พระเยซูเป็นขึ้นมาจากตายแล้ว คือจั่งที่มีคำทำนายเขียนไว้ในหนังสือสดุดีบทที่สองว่า "เจ้าเป็นบุตรโทนของเฮา แม่นมื้อนี้ล่ะเฮาสิให้การเกิดให้เจ้า" | ພຣະເຈົ້າໄດ້ຊົງບັນດານໃຫ້ພຣະສັນຍານັ້ນສຳເລັດແລ້ວແກ່ເຮົາຜູ້ເປັນລູກຫລານຂອງເຂົາ ຄືໃນການທີ່ພຣະອົງຊົງບັນດານໃຫ້ພຣະເຢຊູຊົງຄືນພຣະຊົນ ເໝືອນມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນບົດທີສອງ  ວ່າ, ‘ທ່ານເປັນບຸດຂອງເຮົາ ຝ່າຍເຮົາໃນວັນນີ້ເຮົາໃຫ້ກຳເນີດທ່ານ.’ | ພຣະເຈົ້າໄດ້ເຮັດໃຫ້ຄຳທຳນາຍນັ້ນສຳເລັດແລ້ວ ໃຫ້ພວກເຮົາຜູ້ເປັນລູກຫລານຂອງຄົນໝູ່ນັ້ນ ໂດຍວ່າເພິ່ນໄດ້ໂຜດໃຫ້ພຣະເຢຊູເປັນຂຶ້ນມາຈາກຕາຍແລ້ວ ຄືກັນກັບທີ່ມີຄຳທຳນາຍຂຽນໄວ້ໃນໜັງສືເພງສັນລະເສີນບົດທີສອງວ່າ ‘ເຈົ້າເປັນບຸດໂທນຂອງເຮົາ ແມ່ນມື້ນີ້ເນາະເຮົາຊິໃຫ້ການເກີດໃຫ້ເຈົ້າ’ | He has fulfilled for us, their children, by raising up Jesus. As it is written in the second Psalm: ‘You are My Son; today I have become Your Father.’ | 
|---|
| 34 | การที่พระเจ้าได้ให้พระเยซูเป็นขึ้นมาจากตายฮั้น จั่งบ่มีการกลับไปสู่แดนเปื่อยเน่าอีกเลย พระเจ้าจั่งสัญญาไว้อย่างแน่นอนอีกว่า "เฮาสิเมตตาเจ้าตามที่เฮาได้สัญญาไว้กับดาวิดฮั้น" | ດ້ວຍການທີ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງຊົງຄືນພຣະຊົນ ບໍ່ໃຫ້ຫລົບສູ່ຄວາມເນົ່າເປື່ອຍອີກຈັກເທື່ອນັ້ນ ພຣະອົງໄດ້ຊົງກ່າວດັ່ງນີ້ວ່າ, ‘ເຮົາຈະໃຫ້ສິ່ງບໍລິສຸດໝັ້ນຄົງແກ່ທ່ານທັງຫລາຍ ຊຶ່ງໄດ້ສັນຍາໄວ້ກັບດາວິດແລ້ວ.’ | ການທີ່ພຣະເຈົ້າໄດ້ໃຫ້ພຣະເຢຊູເປັນຂຶ້ນມາຈາກຕາຍນັ້ນ ຈັ່ງບໍ່ມີການກັບໄປສູ່ແດນເປື່ອຍເນົ່າອີກເລີຍ ພຣະເຈົ້າຈັ່ງສັນຍາໄວ້ຢ່າງແນ່ນອນອີກວ່າ ‘ເຮົາຊິເມດຕາເຈົ້າຕາມທີ່ເຮົາໄດ້ສັນຍາໄວ້ກັບດາວິດນັ້ນ’ | In fact, God raised Him from the dead never to see decay. As He has said: ‘I will give you the holy and sure blessings I promised to David.’ | 
|---|
| 35 | แล้วเพิ่นได้ลงไว้ในสดุดีอีกบทหนึ่งว่า "พระเจ้าสิบ่ยอมให้องค์บริสุทธิ์ของเพิ่นเห็นการเปื่อยเน่าเลย" | ເຫດສັນນັ້ນພຣະອົງໄດ້ຊົງກ່າວໄວ້ໃນບົດອື່ນເໝືອນກັນວ່າ, ‘ພຣະອົງຈະບໍ່ໃຫ້ຜູ້ບໍລິສຸດຂອງພຣະອົງ ປະສົບຄວາມເນົ່າເປື່ອຍ.’ | ແລ້ວເພິ່ນໄດ້ລົງໄວ້ໃນເພງສັນລະເສີນອີກບົດໜຶ່ງວ່າ ‘ພຣະເຈົ້າຊິບໍ່ຍອມໃຫ້ອົງບໍລິສຸດຂອງເພິ່ນເຫັນການເປື່ອຍເນົ່າເລີຍ’ | So also, He says in another Psalm: ‘You will not let your Holy One see decay.’ | 
|---|
| 36 | โดยว่า ส่วนกษัตริย์ดาวิดฮั้น หลังจากลาวปฏิบัติหน้าที่ในการปกครองซนซาติของลาวตามพระประสงค์ของพระเจ้า แล้วลาวกะล่วงหลับไป ได้ถืกเมี้ยนไว้กับพวกพ่อตระกูลของลาว แล้วได้เข้าสู่การเปื่อยเน่า | ຝ່າຍດາວິດ, ເມື່ອໄດ້ປະຕິບັດໃນຄາວອາຍຸຂອງທ່ານຕາມພຣະປະສົງຂອງພຣະເຈົ້າແລ້ວໄດ້ລ່ວງລັບໄປຮ່ວມຢູ່ກັບບັນພະບຸລຸດຂອງທ່ານ ກໍໄດ້ປະສົບຄວາມເນົ່າເປື່ອຍ. | ໂດຍວ່າ ສ່ວນກະສັດດາວິດນັ້ນ ຫລັງຈາກລາວປະຕິບັດໜ້າທີ່ໃນການປົກຄອງຊົນຊາດຂອງລາວຕາມພຣະປະສົງຂອງພຣະເຈົ້າ ແລ້ວລາວກໍລ່ວງຫລັບໄປ ໄດ້ຖືກມ້ຽນໄວ້ກັບພວກພໍ່ຕະກູນຂອງລາວ ແລ້ວໄດ້ເຂົ້າສູ່ການເປື່ອຍເນົ່າ | For when David had served God’s purpose in his own generation, he fell asleep. His body was buried with his fathers and saw decay. | 
|---|
| 37 | แต่ว่า เพิ่นผู้ที่พระเจ้าได้โปรดให้เป็นขึ้นมาจากตายฮั้น บ่ได้พ้อได้เห็นการเปื่อยเน่าเลย | ແຕ່ພຣະອົງຜູ້ຊຶ່ງພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນນັ້ນ ກໍບໍ່ໄດ້ປະສົບຄວາມເນົ່າເປື່ອຍ. | ແຕ່ວ່າ ເພິ່ນຜູ້ທີ່ພຣະເຈົ້າໄດ້ກະລຸນາໃຫ້ເປັນຂຶ້ນມາຈາກຕາຍນັ້ນ ບໍ່ໄດ້ຮັບໄດ້ເຫັນການເປື່ອຍເນົ່າເລີຍ | But the One whom God raised from the dead did not see decay. | 
|---|
| 38 | จั่งซั้น พี่น้องทั้งหลายเอ้ย ขอให้เข้าใจว่า โดยทางผู้ซายผู้นี้เอง พวกเฮาได้ประกาศการให้อภัยยกโทษบาปให้พวกเจ้าฟัง | ເຫດສັນນີ້ພີ່ນ້ອງທັງຫລາຍເອີຍ, ຈົ່ງເຂົ້າໃຈວ່າ, ໂດຍພຣະອົງນັ້ນແຫລະ, ຈິ່ງໄດ້ປະກາດການຍົກຜິດບາບແກ່ທ່ານທັງຫລາຍ. | ຈັ່ງຊັ້ນ ພີ່ນ້ອງທັງຫລາຍເອີຍ ຂໍໃຫ້ເຂົ້າໃຈວ່າ ໂດຍທາງຜູ້ຊາຍຜູ້ນີ້ເອງ ພວກເຮົາໄດ້ປະກາດການໃຫ້ອະໄພຍົກໂທດບາບໃຫ້ພວກເຈົ້າຟັງ | Therefore let it be known to you, brothers, that through Jesus the forgiveness of sins is proclaimed to you. | 
|---|
| 39 | แล้วโดยเพิ่นผู้ฮั้น คู่คนที่ฮับเซื่อสิพ้นโทษจากคู่อย่าง จั่งได้เป็นผู้ซอบธรรมต่อหน้าพระเจ้าได้ ซึ่งพวกเจ้าบ่สามารถเป็นผู้ซอบธรรมได้โดยทางกฎบัญญัติของโมเสสฮั้น | ແລະໂດຍພຣະອົງນັ້ນທຸກຄົນທີ່ເຊື່ອຈະໄດ້ຖືກຊົງຊຳລະທຸກຢ່າງ ຊຶ່ງຈະຊຳລະບໍ່ໄດ້ຕາມພຣະບັນຍັດຂອງໂມເຊ. | ແລ້ວໂດຍເພິ່ນຜູ້ນັ້ນ ຄູ່ຄົນທີ່ຮັບເຊື່ອຊິພົ້ນໂທດຈາກຄູ່ຢ່າງ ຈັ່ງໄດ້ເປັນຜູ້ຊອບທຳຕໍ່ໜ້າພຣະເຈົ້າໄດ້ ຊຶ່ງພວກເຈົ້າບໍ່ສາມາດເປັນຜູ້ຊອບທຳໄດ້ໂດຍທາງກົດບັນຍັດຂອງໂມເຊນັ້ນ | Through Him everyone who believes is justified from everything you could not be justified from by the Law of Moses. | 
|---|
| 40 | จั่งซั้น ระวังให้ดีเด้อ หย้านว่าเหตุร้ายที่พวกผู้เป็นปากเป็นเสียงได้กล่าวเถิงฮั้นสิตกใส่พวกเจ้า | ເຫດສັນນັ້ນຈົ່ງລະວັງໃຫ້ດີ ຢ້ານວ່າຄຳທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທຳນັ້ນ ຈະໄດ້ມາຖືກພວກທ່ານ, | ຈັ່ງຊັ້ນ ລະວັງໃຫ້ດີເດີ້ ຢ້ານວ່າເຫດຮ້າຍທີ່ພວກຜູ້ເປັນປາກເປັນສຽງໄດ້ກ່າວເຖິງນັ້ນຊິຕົກໃສ່ພວກເຈົ້າ | Watch out, then, that what was spoken by the prophets does not happen to you: | 
|---|
| 41 | ที่ว่า "นี่แน่ะ เจ้าผู้ที่มักลบหลู่หมิ่นประมาท ให้แปลกใจแล้วตกสู่ความพินาศเด้อ คือว่า เฮาพวมเฮ็ดเหตุการณ์ใหญ่แนวหนึ่งในยุคสมัยของเจ้า เป็นเหตุการณ์ที่ว่า แม้นแต่สิมีคนมาป่าวประกาศให้แล้ว พวกเจ้าสิบ่ยอมเซื่อเลย'" | ຄືວ່າ, ‘ເບິ່ງແມ, ສູຜູ້ໝິ່ນປະໝາດເຮີຍ ຈົ່ງປະຫລາດໃຈແລະຈິບຫາຍເສຍ ດ້ວຍວ່າຝ່າຍເຮົາໄດ້ກະທຳການໃນສະໄໝຂອງສູ ເປັນການທີ່ສູຈະບໍ່ເຊື່ອເປັນແນ່ ແມ່ນວ່າມີຜູ້ມາເລົ່າໃຫ້ຟັງແລ້ວກໍຕາມ’.” | ທີ່ວ່າ ‘ນີ້ແຫລະ ເຈົ້າຜູ້ທີ່ມັກລົບຫລູ່ໝິ່ນປະມາດ ໃຫ້ແປກໃຈແລ້ວຕົກສູ່ຄວາມພິນາດເດີ້ ຄືວ່າ ເຮົາພວມເຮັດເຫດການໃຫຍ່ແນວໜຶ່ງໃນຍຸກສະໄໝຂອງເຈົ້າ ເປັນເຫດການທີ່ວ່າ ແມ່ນແຕ່ຊິມີຄົນມາປ່າວປະກາດໃຫ້ແລ້ວ ພວກເຈົ້າຊິບໍ່ຍອມເຊື່ອເລີຍ’” | ‘Look, you scoffers, wonder and perish; for I am doing a work in your days that you would never believe, even if someone told you.’” | 
|---|
| 42 | บัดพวกยิวได้ออกไปจากศาลาธรรมแล้ว พวกคนต่างซาติอยู่ฮั้นกะอ้อนวอนอยากให้ประกาศถ้อยคำฮั้นปันเขาฟังอีก ในมื้อหยุดพักวันสะบาโตสัปดาห์หน้า | ເມື່ອທ່ານທັງສອງກຳລັງຍ່າງອອກໄປ ເຂົາກໍອ້ອນວອນຂໍໃຫ້ທ່ານເລົ່າຂໍ້ຄວາມທັງຫລາຍນີ້ໃຫ້ເຂົາຟັງອີກໃນວັນຊະບາໂຕໜ້າ. | ບັດພວກຢິວໄດ້ອອກໄປຈາກສາລາທຳແລ້ວ ພວກຄົນຕ່າງຊາດຢູ່ຫັ້ນກໍອ້ອນວອນຢາກໃຫ້ປະກາດຖ້ອຍຄຳນັ້ນໃຫ້ເຂົາຟັງອີກ ໃນມື້ຢຸດພັກວັນຊະບາໂຕອາທິດໜ້າ | As Paul and Barnabas were leaving the synagogue, the people urged them to continue this message on the next Sabbath. | 
|---|
| 43 | บัดการประซุมเลิกแล้ว พวกยิวหลายคนพร้อมกับคนอื่นๆ ที่เข้าความเซื่อนำคนยิว ซึ่งยำเกรงพระเจ้าได้ติดตามเปาโลกับบารนาบัสออกไป เขาทั้งสองจั่งหนุนน้ำใจซวนหมู่พวกเขาให้ตั้งมั่นอยู่ในพระกรุณาธิคุณของพระเจ้าต่อๆ ไป | ເມື່ອທີ່ປະຊຸມເລີກແລ້ວມີຄົນຢິວແລະຄົນທີ່ເຂົ້າຮີດຄອງຢິວຜູ້ຢຳເກງພຣະເຈົ້າ ໄດ້ຕິດຕາມໂປໂລແລະບາຣະນາບາໄປທ່ານທັງສອງຈິ່ງກ່າວຕັກເຕືອນໃຫ້ເຂົາຕັ້ງໝັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າ. | ບັດການປະຊຸມເລີກແລ້ວ ພວກຢິວຫລາຍຄົນພ້ອມກັບຄົນອື່ນໆ ທີ່ເຂົ້າຄວາມເຊື່ອນຳຄົນຢິວ ຊຶ່ງເຄົາລົບພຣະເຈົ້າໄດ້ຕິດຕາມໂປໂລກັບບາຣະນາບາອອກໄປ ເຂົາທັງສອງຈັ່ງໜຸນນ້ຳໃຈຊວນໝູ່ພວກເຂົາໃຫ້ຕັ້ງໝັ້ນຢູ່ໃນພຣະກະລຸນາທິຄຸນຂອງພຣະເຈົ້າຕໍ່ໆ ໄປ | After the synagogue was dismissed, many of the Jews and devout converts to Judaism followed Paul and Barnabas, who spoke to them and urged them to continue in the grace of God. | 
|---|
| 44 | บัดมื้อหยุดพักวันสะบาโตสัปดาห์หน้ามาฮอดแล้ว คนเกือบเมิ้ดเมืองได้ออกมาตุ้มโฮมกัน เพื่อฮับฟังพระคำของพระเจ้า | ຄັນເຖິງວັນຊະບາໂຕໜ້າ ຄົນເກືອບໝົດທັງເມືອງໄດ້ມາປະຊຸມກັນຟັງພຣະທຳຂອງພຣະເຈົ້າ. | ບັດມື້ຢຸດພັກວັນຊະບາໂຕອາທິດໜ້າມາຮອດແລ້ວ ຄົນເກືອບໝົດເມືອງໄດ້ອອກມາຕຸ້ມໂຮມກັນ ເພື່ອຮັບຟັງພຣະຄຳຂອງພຣະເຈົ້າ | On the following Sabbath, nearly the whole city gathered to hear the word of the Lord. | 
|---|
| 45 | แต่บัดพวกยิวเห็นคนหลวงหลายฮั้น กะเกิดเต็มไปด้วยความอิจฉาริษยา ได้เว้าคัดค้านถ้อยคำของเปาโล ฮอดการโต้แย้งกับการสบประมาทนำ | ແຕ່ເມື່ອພວກຢິວເຫັນຄົນຫລວງຫລາຍດັ່ງນັ້ນ ກໍເຕັມໄປດ້ວຍຄວາມເຫິງສາ ຈິ່ງຄັດຄ້ານຕໍ່ຄຳກ່າວຂອງໂປໂລແລະໝິ່ນປະໝາດທ່ານ. | ແຕ່ບັດພວກຢິວເຫັນຄົນຫລວງຫລາຍນັ້ນ ກໍເກີດເຕັມໄປດ້ວຍຄວາມອິດສາບັງບຽດ ໄດ້ເວົ້າຄັດຄ້ານຖ້ອຍຄຳຂອງໂປໂລ ຮອດການໂຕ້ຖຽງກັບການສົບປະໝາດນຳ | But when the Jews saw the crowds, they were filled with jealousy, and they blasphemously contradicted what Paul was saying. | 
|---|
| 46 | แล้วเปาโลกับบารนาบัสเกิดมีใจกล้าขึ้นมาได้เว้าว่า "จำเป็นแล้วที่สิต้องป่าวประกาศพระคำของพระเจ้านี้ให้พวกยิวเจ้าฟังก่อน แต่ในกรณีที่พวกเจ้าปัดออกบ่ยอมฟัง จั่งได้ตัดสินว่าโตเองบ่สมควรที่สิได้ซีวิตนิรันดร์เลย นี่แน่ะ บัดนี้พวกเฮาสิมุ่งหน้าออกไปหาคนต่างซาติเป็นการดีกว่า | ຝ່າຍໂປໂລກັບບາຣະນາບາມີໃຈກ້າຫານໄດ້ກ່າວວ່າ, “ຈຳເປັນທີ່ຈະຕ້ອງກ່າວພຣະທຳຂອງພຣະເຈົ້າໃຫ້ທ່ານທັງຫລາຍຟັງກ່ອນ ແຕ່ຍ້ອນທ່ານທັງຫລາຍປັດຖິ້ມພຣະທຳນັ້ນ ແລະຖືວ່າຕົນບໍ່ສົມຄວນກັບຊີວິດອັນຕະຫລອດໄປເປັນນິດ ດັ່ງນີ້ເຮົາກໍປິ່ນໜ້າໄປຫາພວກຕ່າງຊາດ. | ແລ້ວໂປໂລກັບບາຣະນາບາເກີດມີໃຈກ້າຂຶ້ນມາໄດ້ເວົ້າວ່າ “ຈຳເປັນແລ້ວທີ່ຊິຕ້ອງປ່າວປະກາດພຣະຄຳຂອງພຣະເຈົ້ານີ້ໃຫ້ພວກຢິວເຈົ້າຟັງກ່ອນ ແຕ່ໃນກໍລະນີທີ່ພວກເຈົ້າປັດອອກບໍ່ຍອມຟັງ ຈັ່ງໄດ້ຕັດສິນວ່າໂຕເອງບໍ່ສົມຄວນທີ່ຊິໄດ້ຊີວິດອັນຕະຫລອດໄປເປັນນິດເລີຍ ນີ້ແຫລະ ບັດນີ້ພວກເຮົາຊິມຸ້ງໜ້າອອກໄປຫາຄົນຕ່າງຊາດເປັນການດີກວ່າ | Then Paul and Barnabas answered them boldly: “It was necessary to speak the word of God to you first. But since you reject it and do not consider yourselves worthy of eternal life, we now turn to the Gentiles. | 
|---|
| 47 | คือพระผู้เป็นเจ้าเองได้สั่งเฮาไว้จั่งซี้แล้วว่า "เฮาได้ตั้งเจ้าไว้ ให้เป็นแสงสว่างให้คนต่างซาติ เพื่อเจ้าสิเป็นเหตุให้คนทั้งหลายได้ความรอดพ้นฮอดสุดปลายแผ่นดินโลก" | ເພາະຢ່າງນີ້ແຫລະ, ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງເຮົາວ່າ, ‘ເຮົາໄດ້ຕັ້ງທ່ານໄວ້ໃຫ້ເປັນແສງສະຫວ່າງຂອງຄົນຕ່າງຊາດເພື່ອທ່ານຈະເປັນເຫດໃຫ້ພົ້ນເຖິງທີ່ສຸດປາຍແຜ່ນດິນໂລກ’.” | ຄືພຣະຜູ້ເປັນເຈົ້າເອງໄດ້ສັ່ງເຮົາໄວ້ຈັ່ງຊີ້ແລ້ວວ່າ ‘ເຮົາໄດ້ຕັ້ງເຈົ້າໄວ້ ໃຫ້ເປັນແສງສະຫວ່າງໃຫ້ຄົນຕ່າງຊາດ ເພື່ອເຈົ້າຊິເປັນເຫດໃຫ້ຄົນທັງຫລາຍໄດ້ຄວາມລອດພົ້ນຮອດສຸດປາຍແຜ່ນດິນໂລກ’” | For this is what the Lord has commanded us: ‘I have made you a light for the Gentiles, to bring salvation to the ends of the earth.’” | 
|---|
| 48 | แล้วบัดคนต่างซาติได้ยินจั่งซั้น กะเกิดมีความยินดีอย่างใหญ่ จั่งได้ยกย่องสรรเสริญพระคำของพระผู้เป็นเจ้า แล้วคนทั้งหลายที่เห็นดีเห็นซอบที่สิเลือกฮับเอาซีวิตนิรันดร์ กะได้เซื่อ | ຝ່າຍຄົນຕ່າງຊາດເມື່ອໄດ້ຍິນດັ່ງນັ້ນແລ້ວກໍມີຄວາມຍິນດີ ແລະໄດ້ສັນລະເສີນພຣະທຳຂອງພຣະເຈົ້າ ແລະຄົນທັງຫລາຍທີ່ທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດອັນຕະຫລອດໄປເປັນນິດກໍໄດ້ວາງໃຈເຊື່ອ. | ແລ້ວບັດຄົນຕ່າງຊາດໄດ້ຍິນຈັ່ງຊັ້ນ ກໍເກີດມີຄວາມຍິນດີຢ່າງໃຫຍ່ ຈັ່ງໄດ້ຍົກຍ້ອງສັນລະເສີນພຣະຄຳຂອງພຣະຜູ້ເປັນເຈົ້າ ແລ້ວຄົນທັງຫລາຍທີ່ເຫັນດີເຫັນຊອບທີ່ຊິເລືອກຮັບເອົາຊີວິດອັນຕະຫລອດໄປເປັນນິດ ກໍໄດ້ເຊື່ອ | When the Gentiles heard this, they rejoiced and glorified the word of the Lord, and all who were appointed for eternal life believed. | 
|---|
| 49 | แล้วพระคำของพระผู้เป็นเจ้าได้แพร่ออกไปตลอดฮอดทั่วเมิ้ดเขตแดนฮั้น | ແລະພຣະທຳຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ໄປທົ່ວຂອບເຂດນັ້ນ. | ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ແພ່ອອກໄປຕະຫລອດຮອດທົ່ວໝົດເຂດແດນນັ້ນ | And the word of the Lord spread throughout that region. | 
|---|
| 50 | แต่พวกยิวอยู่ฮั้นได้ปลุกระดมยุยงพวกแม่ญิงสูงศักดิ์ของเมือง ที่นับถือพระเจ้า พร้อมกับพวกผู้ซายที่เป็นผู้หลักผู้ใหญ่ในเมืองฮั้น พวกเขาจั่งได้เคี่ยวเข็ญไล่เปาโลกับบารนาบัสออกจากเขตเมืองของเขา | ແຕ່ພວກຢິວໄດ້ຍົວະຍົງພວກຜູ້ຍິງທີ່ມີກຽດຕິຍົດ ຊຶ່ງຢຳເກງພຣະເຈົ້າກັບທັງຜູ້ຊາຍທີ່ເປັນໃຫຍ່ໃນເມືອງນັ້ນ ໄດ້ກໍ່ການຂົ່ມເຫງໂປໂລແລະບາຣະນາບາ ຈິ່ງຂັບໄລ່ທ່ານທັງສອງອອກຈາກເຂດແດນຂອງເຂົາ. | ແຕ່ພວກຢິວຢູ່ຫັ້ນໄດ້ປຸກລະດົມຍຸຍົງພວກແມ່ຍິງສູງສັກຂອງເມືອງ ທີ່ນັບຖືພຣະເຈົ້າ ພ້ອມກັບພວກຜູ້ຊາຍທີ່ເປັນຜູ້ຫລັກຜູ້ໃຫຍ່ໃນເມືອງນັ້ນ ພວກເຂົາຈັ່ງໄດ້ຊຸກຍູ້ໄລ່ໂປໂລກັບບາຣະນາບາອອກຈາກເຂດເມືອງຂອງເຂົາ | The Jews, however, incited the religious women of prominence and the leading men of the city. They stirred up persecution against Paul and Barnabas and drove them out of their district. | 
|---|
| 51 | ฝ่ายเปาโลกับบารนาบัส จั่งปัดฝุ่นออกจากเกิบของเขาเพื่อแสดงการประท้วง แล้วกะไปทางเขตเมืองอิโคนียูม | ຝ່າຍໂປໂລກັບບາຣະນາບາກໍຕັດສຳພັນ ດ້ວຍສັ່ນຂີ້ຝຸ່ນທີ່ຕິດຕີນອອກ ແລ້ວກໍໄປຍັງເມືອງອີໂກນີອົມ. | ຝ່າຍໂປໂລກັບບາຣະນາບາ ຈັ່ງປັດຝຸ່ນອອກຈາກເກີບຂອງເຂົາເພື່ອສະແດງການປະທ້ວງ ແລ້ວກໍໄປທາງເຂດເມືອງອີໂກນີອົມ | So they shook the dust off their feet in protest against them and went to Iconium. | 
|---|
| 52 | ฝ่ายพวกลูกศิษย์ฮั่นกะเต็มไปด้วยความดีอกดีใจ แล้วประกอบด้วยพระวิญญาณนำ | ແຕ່ພວກສິດກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍພຣະວິນຍານບໍລິສຸດ. | ຝ່າຍພວກລູກສິດນັ້ນກໍເຕັມໄປດ້ວຍຄວາມດີອົກດີໃຈ ແລ້ວປະກອບດ້ວຍພຣະວິນຍານນຳ | And the disciples were filled with joy and with the Holy Spirit. | 
|---|