ຂ່າວປະ­ເສີດເລື່ອງພຣະ­ເຢຊູ­ຄຣິດຮຽບ­ຮຽງໂດຍໂຢ­ຮັນ

ພຣະທຳບັງເກີດເປັນມະນຸດ

1ເມື່ອຕົ້ນເດີມນັ້ນພຣະ­ທຳຊົງເປັນຢູ່ແລ້ວ ພຣະ­ທຳນັ້ນຊົງສະ­ຖິດຢູ່ກັບພຣະ­ເຈົ້າ ພຣະ­ທຳນັ້ນແຫລະ, ຊົງເປັນພຣະ­ເຈົ້າ. 2ເມື່ອຕົ້ນເດີມນັ້ນ ພຣະ­ທຳຊົງສະ­ຖິດຢູ່ກັບພຣະ­ເຈົ້າ. 3ພຣະ­ເຈົ້າຊົງສ້າງສິ່ງທັງປວງຂຶ້ນມາໂດຍພຣະ­ທຳ ໃນບັນ­ດາສິ່ງທີ່ເປັນມານັ້ນ ບໍ່ມີຈັກສິ່ງທີ່ເປັນມາໂດຍນອກ­ຈາກພຣະ­ທຳ. 4ພຣະ­ທຳນັ້ນຊົງມີຊີ­ວິດຢູ່ໃນພຣະ­ອົງເອງ ແລະຊີ­ວິດນັ້ນເປັນ­ຄວາມສະ­ຫວ່າງຂອງມະ­ນຸດ­ສະ­ໂລກ. 5ຄວາມສະ­ຫວ່າງກໍສ່ອງເຂົ້າມາໃນຄວາມມືດ ແລະຄວາມມືດນັ້ນບໍ່ໄດ້ຊະ­ນະຕໍ່ຄວາມສະ­ຫວ່າງ.

6ແລະເກີດມີຊາຍຄົນໜຶ່ງທີ່ພຣະ­ເຈົ້າຊົງໃຊ້ມາ ຊື່­ວ່າໂຢ­ຮັນ. 7ທ່ານໄດ້ມາເປັນພະ­ຍານ ເພື່ອອ້າງຄວາມພະ­ຍານເລື່ອງຄວາມສະ­ຫວ່າງນັ້ນ ເພື່ອຄົນທັງປວງຈະໄດ້ເຊື່ອດ້ວຍທ່ານ. 8ທ່ານບໍ່ແມ່ນຄວາມສະ­ຫວ່າງ ແຕ່ມາເປັນພະ­ຍານກ່ຽວເລື່ອງຄວາມສະ­ຫວ່າງນັ້ນ. 9ອັນນີ້ຄືຄວາມສະ­ຫວ່າງອັນແທ້ຈິງ ທີ່ຂະ­ນະນັ້ນກຳ­ລັງເຂົ້າມາໃນໂລກ ແລະສ່ອງເຖິງຄົນທັງປວງ. 10ພຣະ­ອົງຊົງສະ­ຖິດຢູ່ໃນໂລກ ຊຶ່ງພຣະ­ເຈົ້າຊົງສ້າງຂຶ້ນດ້ວຍພຣະ­ອົງນັ້ນ ແຕ່ໂລກບໍ່ໄດ້ຮູ້­ຈັກພຣະ­ອົງ. 11ພຣະ­ອົງໄດ້ສະ­ເດັດມາຍັງບ້ານເມືອງຂອງພຣະ­ອົງ ແລະຊາວ­ບ້ານຊາວເມືອງຂອງພຣະ­ອົງບໍ່ໄດ້ຕ້ອນ­ຮັບພຣະ­ອົງ. 12ແຕ່ສ່ວນບັນ­ດາຜູ້ທີ່ຕ້ອນ­ຮັບພຣະ­ອົງ ຄືຜູ້ທີ່ເຊື່ອໃນພຣະ­ນາມຂອງພຣະ­ອົງ ພຣະ­ອົງກໍຊົງປະ­ທານສິດໃຫ້ກາຍ­ເປັນບຸດຂອງພຣະ­ເຈົ້າ. 13ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອຫລືກາມ, ຫລືຄວາມປະ­ສົງຂອງມະ­ນຸດ ແຕ່ເກີດຈາກພຣະ­ເຈົ້າ.

14ພຣະ­ທຳໄດ້ຊົງບັງ­ເກີດເປັນມະ­ນຸດ ແລະຊົງອາໃສຢູ່ຖ້າມ­ກາງເຮົາທັງ­ຫລາຍບໍ­ລິ­ບູນດ້ວຍພຣະ­ຄຸນແລະຄວາມຈິງ ເຮົາທັງ­ຫລາຍໄດ້ເຫັນສະ­ຫງ່າລາ­ສີຂອງພຣະ­ອົງຄືສະ­ຫງ່າລາ­ສີອັນສົມກັບພຣະ­ບຸດອົງດຽວຂອງພຣະ­ບິ­ດາ. 15ໂຢ­ຮັນໄດ້ເປັນພະ­ຍານໃຫ້ແກ່ພຣະ­ອົງແລະຮ້ອງປະ­ກາດວ່າ, “ຜູ້ນີ້ແຫລະ, ຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ ‘ຜູ້ທີ່ມາພາຍ­ຫລັງເຮົາກໍຈະອອກກ່ອນໜ້າເຮົາ ເພາະທ່ານເປັນຢູ່ກ່ອນເຮົາ’.” 16ແລະເຮົາທຸກຄົນໄດ້ຮັບຈາກຄວາມຄົບບໍ­ລິ­ບູນຂອງພຣະ­ອົງ ເປັນພຣະ­ຄຸນຊ້ອນພຣະ­ຄຸນ. 17ເພາະ­ວ່າພຣະ­ເຈົ້າໄດ້ຊົງປະ­ທານພຣະ­ບັນ­ຍັດນັ້ນດ້ວຍໂມ­ເຊ ສ່ວນພຣະ­ຄຸນແລະຄວາມຈິງມາດ້ວຍພຣະ­ເຢຊູ­ຄຣິດ. 18ບໍ່ມີໃຜໄດ້ເຫັນພຣະ­ເຈົ້າຈັກເທື່ອແຕ່ພຣະ­ບຸດອົງດຽວ ຜູ້ຊົງເປັນພຣະ­ເຈົ້າຊຶ່ງຊົງສະ­ຖິດຢູ່ໃນພຣະ­ຊວງຂອງພຣະ­ບິ­ດາ ພຣະ­ອົງນັ້ນແຫລະ, ໄດ້ຊົງສະ­ແດງໃຫ້ຮູ້.

ຄຳພະຍານຂອງໂຢຮັນບັບຕິສະໂຕ

(ມທ 3:1-12; ມຣກ 1:7-8; ລກ 3:15-17)

19ນີ້ເປັນຄຳພະ­ຍານຂອງໂຢ­ຮັນ ຄືເມື່ອພວກຢິວໄດ້ໃຊ້ພວກປະ­ໂລ­ຫິດແລະພວກເລ­ວີຈາກກຸງເຢ­ຣູ­ຊາ­ເລັມໄປຖາມທ່ານວ່າ, “ທ່ານຄືຜູ້ໃດ.” 20ທ່ານກໍຍອມບໍ່ໄດ້ປະ­ຕິ­ເສດ ຄືໄດ້ຍອມ­ຮັບວ່າ, “ເຮົາບໍ່ແມ່ນພຣະ­ຄຣິດ.” 21ເຂົາຈຶ່ງຖາມວ່າ, “ຖ້າຢ່າງນັ້ນທ່ານຄືຜູ້ໃດ ທ່ານແມ່ນເອ­ລີ­ຢາຫລື” ທ່ານຕອບວ່າ, “ເຮົາບໍ່ແມ່ນເອ­ລີ­ຢາ “ທ່ານຄືຜູ້ປະ­ກາດພຣະ­ທຳຫລື” ທ່ານຕອບວ່າ, “ບໍ່ແມ່ນ.” 22ເຂົາຈຶ່ງຖາມອີກວ່າ, “ທ່ານຄືໃຜ ເພື່ອເຮົາຈະໄດ້ເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ເຮົາມານັ້ນ ຝ່າຍທ່ານ, ທ່ານເວົ້າຢ່າງ­ໃດ.”

23ທ່ານຕອບວ່າ, “ຝ່າຍເຮົາເປັນສຽງຂອງຜູ້ທີ່ຮ້ອງປະ­ກາດໃນປ່າວ່າ, ‘ຈົ່ງເຮັດຫົນ­ທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ຊື່ໄປ’”ຕາມທີ່ເອ­ຊາ­ຢາຜູ້ປະ­ກາດພຣະ­ທຳໄດ້ກ່າວໄວ້. 24ຝ່າຍພວກທີ່ຮັບໃຊ້ມານັ້ນແມ່ນແຕ່ພັກພວກຟາ­ຣີ­ຊາຍ. 25ເຂົາຈຶ່ງຖາມໂຢ­ຮັນວ່າ, “ຖ້າທ່ານບໍ່ແມ່ນພຣະ­ຄຣິດ, ບໍ່ແມ່ນເອ­ລີ­ຢາ ຫລືບໍ່ແມ່ນຜູ້ປະ­ກາດພຣະ­ທຳນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບ­ຕິ­ສະ­ມາ.”

26ໂຢ­ຮັນໄດ້ຕອບເຂົາວ່າ, “ຝ່າຍເຮົານີ້ໃຫ້ຮັບບັບ­ຕິ­ສະ­ມາດ້ວຍນ້ຳ ແຕ່ມີຜູ້ໜຶ່ງທີ່ຢືນຢູ່ຖ້າມ­ກາງພວກທ່ານ ຊຶ່ງພວກທ່ານບໍ່ຮູ້­ຈັກ. 27ຜູ້ນັ້ນແຫລະ, ມາພາຍ­ຫລັງເຮົາ ເຖິງແມ່ນແຕ່ສາຍ­ຮັດເກີບຂອງທ່ານ ເຮົາກໍບໍ່ສົມ­ຄວນຈະແກ້.” 28ເຫດ­ການເຫລົ່ານີ້ໄດ້ບັງ­ເກີດຂຶ້ນທີ່ບ້ານເບັດ­ທາ­ນີ ຟາກແມ່­ນ້ຳຢໍ­ແດນທາງທິດ­ຕາ­ເວັນ­ອອກ ເປັນບ່ອນທີ່ໂຢ­ຮັນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາຢູ່.

ພຣະເມສານ້ອຍຂອງພຣະເຈົ້າ

29ລ່ວງໄປວັນໜຶ່ງໂຢ­ຮັນໄດ້ເຫັນພຣະ­ເຢຊູກຳ­ລັງສະ­ເດັດມາຫາ ທ່ານຈຶ່ງກ່າວວ່າ, “ເບິ່ງແມ, ພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ ຜູ້ຊົງຮັບເອົາຄວາມຜິດບາບຂອງມະ­ນຸດ­ສະ­ໂລກໄປເສຍ. 30ຜູ້ນີ້ແຫລະ, ທີ່ເຮົາກ່າວວ່າຈະມີຜູ້ໜຶ່ງມາພາຍ­ຫລັງເຮົາ, ຈະອອກກ່ອນໜ້າເຮົາເພາະ­ວ່າທ່ານເປັນຢູ່ກ່ອນເຮົາ. 31ເຮົາເອງກໍບໍ່ໄດ້ຮູ້­ຈັກທ່ານ ແຕ່ເພື່ອໃຫ້ທ່ານເປັນທີ່ປະ­ກົດແຈ້ງແກ່ພວກອິ­ສຣາ­ເອນ ເຮົາຈຶ່ງໄດ້ໃຫ້ຮັບບັບ­ຕິ­ສະ­ມາໃນນ້ຳ.”

32ແລະໂຢ­ຮັນກ່າວເປັນພະ­ຍານວ່າ, “ເຮົາໄດ້ເຫັນພຣະ­ວິນ­ຍານເໝືອນດັ່ງນົກເຂົາສະ­ເດັດລົງມາຈາກຟ້າສະ­ຫວັນ ແລະຊົງສະ­ຖິດຢູ່ເທິງທ່ານ. 33ເຮົາເອງບໍ່ໄດ້ຮູ້­ຈັກທ່ານ ແຕ່ພຣະ­ອົງຜູ້ຊົງໃຊ້ເຮົາມາໃຫ້ຮັບບັບ­ຕິ­ສະ­ມາດ້ວຍນ້ຳນັ້ນ ໄດ້ຊົງກ່າວກັບເຮົາວ່າ, ເຈົ້າຈະເຫັນພຣະ­ວິນ­ຍານລົງມາ­ສະຖິດຢູ່ເທິງຜູ້ໃດ ຜູ້ນັ້ນແຫລະ, ເປັນຜູ້ໃຫ້ຮັບບັບ­ຕິ­ສະ­ມາດ້ວຍພຣະ­ວິນ­ຍານ­ບໍ­ລິ­ສຸດ. 34ແລະເຮົາໄດ້ເຫັນແລ້ວຈຶ່ງເປັນພະ­ຍານວ່າ ທ່ານຜູ້ນີ້ແຫລະ, ເປັນພຣະ­ບຸດຂອງພຣະ­ເຈົ້າ.”

ສາວົກໝວດທຳອິດ

35ລ່ວງໄປອີກວັນໜຶ່ງໂຢ­ຮັນກຳ­ລັງຢືນຢູ່ກັບລູກ­ສິດຂອງຕົນສອງຄົນ. 36ແລະທ່ານໄດ້ເພ່ງເບິ່ງພຣະ­ເຢຊູກຳ­ລັງສະ­ເດັດກາຍ­ໄປ ຈຶ່ງກ່າວວ່າ, ເບິ່ງແມ, ພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ.” 37ລູກ­ສິດສອງຄົນໄດ້ຍິນໂຢ­ຮັນເວົ້າດັ່ງ­ນັ້ນ ເຂົາຈຶ່ງຕິດ­ຕາມພຣະ­ເຢຊູໄປ. 38ຝ່າຍພຣະ­ເຢຊູຊົງຫລຽວຫລັງເຫັນເຂົາທັງສອງຕິດ­ຕາມມາ ຈຶ່ງຊົງຖາມເຂົາວ່າ, “ພວກທ່ານຊອກຫາຫຍັງ” ເຂົາທູນພຣະ­ອົງວ່າ, “ຮັບບີ (ຊຶ່ງແປວ່າ ອາ­ຈານ) ທ່ານອາໃສຢູ່ທີ່ໃດ.” 39ພຣະ­ອົງຊົງຕອບເຂົາວ່າ, “ຈົ່ງມາເບິ່ງ” ເຂົາກໍໄປແລະເຫັນບ່ອນຊຶ່ງພຣະ­ອົງຊົງອາໃສ ວັນນັ້ນເຂົາກໍໄດ້ພັກຢູ່ກັບພຣະ­ອົງ ເພາະເປັນເວ­ລາປະ­ມານສີ່ໂມງແລງແລ້ວ.

40ໃນສອງຄົນທີ່ໄດ້ຍິນໂຢ­ຮັນເວົ້າແລະຕິດ­ຕາມພຣະ­ເຢຊູໄປນັ້ນ ຜູ້ໜຶ່ງຄືອັນ­ເດ­ອານ້ອງຊາຍຂອງຊີ­ໂມນເປ­ໂຕ. 41ອັນ­ເດ­ອາກໍໄປຫາຊີ­ໂມນອ້າຍຂອງຕົນກ່ອນແລະໄດ້ບອກວ່າ, “ໝູ່ເຮົາໄດ້ພົບເມ­ຊີ­ອາແລ້ວ” (ທີ່ແປວ່າ ພຣະ­ຄຣິດ). 42ອັນ­ເດ­ອາຈຶ່ງພາຊີ­ໂມນໄປເຝົ້າພຣະ­ເຢຊູ ເມື່ອຊົງທອດພຣະ­ເນດແລ້ວພຣະ­ອົງຈຶ່ງຊົງກ່າວວ່າ, “ທ່ານຄືຊີ­ໂມນລູກຂອງໂຢ­ຮັນ ທ່ານຈະໄດ້ຊື່ໃໝ່ວ່າ ເກ­ຟາ (ທີ່ແປວ່າ ເປ­ໂຕ ຄືຫີນ).

ຊົງເອີ້ນເອົາຟີລິບແລະນະທານາເອັນ

43ລ່ວງໄປວັນໜຶ່ງ ພຣະ­ເຢຊູຊົງຕັ້ງພຣະ­ໄທຈະສະ­ເດັດໄປແຂວງຄາ­ລີ­ເລ ພຣະ­ອົງຊົງພົບຟີ­ລິບຈຶ່ງຊົງກ່າວວ່າ, “ຈົ່ງຕາມເຮົາມາ”. 44ຟີ­ລິບມາຈາກເບັດ­ຊາ­ອີ­ດາເມືອງຂອງອັນ­ເດ­ອາແລະເປ­ໂຕ. 45ຟີ­ລິບໄດ້ໄປຫານະ­ທາ­ນາ­ເອັນບອກວ່າ, “ເຮົາໄດ້ພົບຜູ້ທີ່ໂມ­ເຊໄດ້ກ່າວເຖິງໃນໜັງ­ສືພຣະ­ບັນ­ຍັດ ແລະທີ່ພວກຜູ້ປະ­ກາດພຣະ­ທຳໄດ້ກ່າວເຖິງເໝືອນກັນ ຄື ເຢ­ຊູລູກຂອງໂຢ­ເຊັບ ໄທນາ­ຊາ­ເຣັດ.” 46ນະ­ທາ­ນາ­ເອັນຖາມຟີ­ລິບວ່າ, “ສິ່ງດີອັນໃດຈະມາຈາກນາ­ຊາ­ເຣັດໄດ້ຫລື” ຟີ­ລິບຕອບວ່າ, “ມາເບິ່ງເອົາ.”

47ພຣະ­ເຢຊູຊົງເຫັນນະ­ທາ­ນາ­ເອັນມາຫາພຣະ­ອົງ ກໍຊົງກ່າວເຖິງເລື່ອງຂອງທ່ານວ່າ, “ເບິ່ງແມ, ຜູ້ນີ້ຄືຊົນຊາດອິ­ສຣາ­ເອນແທ້ ໃນຕົວທ່ານບໍ່ມີອຸ­ບາຍ.” 48ນະ­ທາ­ນາ­ເອັນໄດ້ທູນຖາມພຣະ­ອົງວ່າ, “ທ່ານຮູ້­ຈັກຂ້າ­ນ້ອຍໄດ້ຢ່າງ­ໃດ” ພຣະ­ເຢຊູຊົງຕອບວ່າ, “ເຮົາໄດ້ເຫັນທ່ານແລ້ວເມື່ອທ່ານຢູ່ໃຕ້ຕົ້ນເດື່ອເທດ ກ່ອນທີ່ຟີ­ລິບໄດ້ເອີ້ນທ່ານນັ້ນ.” 49ນະ­ທາ­ນາ­ເອັນທູນຕອບພຣະ­ອົງວ່າ, “ພຣະ­ອາ­ຈານເອີຍ, ທ່ານເປັນພຣະ­ບຸດຂອງພຣະ­ເຈົ້າ ທ່ານເປັນກະ­ສັດຂອງຊາດອິ­ສຣາ­ເອນ.” 50ພຣະ­ເຢຊູຊົງຕອບວ່າ, “ທ່ານເຊື່ອເຮົາ ເພາະເຮົາໄດ້ບອກວ່າເຮົາໄດ້ເຫັນທ່ານຢູ່ໃຕ້ຕົ້ນເດື່ອນັ້ນຫລື ທ່ານຍັງຈະເຫັນເຫດ­ການໃຫຍ່ກວ່ານັ້ນອີກ.” 51ພຣະ­ອົງຊົງກ່າວແກ່ທ່ານວ່າ, “ເຮົາບອກຕາມຄວາມຈິງແກ່ທ່ານທັງ­ຫລາຍວ່າ ພວກທ່ານຈະໄດ້ເຫັນທ້ອງ­ຟ້າແຫວກອອກ ແລະບັນ­ດາເທ­ວະ­ດາຂອງພຣະ­ເຈົ້າຂຶ້ນແລະລົງຢູ່ເທິງບຸດມະ­ນຸດ.”